ຂອງຂວັນທີ່ດີເລີດ
ປີໜຶ່ງ, ປະມານສອງສາມມື້ກ່ອນວັນຄຣິດສະມາດຕອນຍັງນ້ອຍ, ອ້າຍຣອບ, ສາມີຂອງຂ້າພະເຈົ້າ, ໄດ້ເຫັນເອື້ອຍສອງຄົນຂອງລາວຢູ່ໃນຫ້ອງຂອງເຂົາເຈົ້າ ກຳລັງລັກແກະຂອງຂວັນຄຣິດສະມາດຂອງເຂົາເຈົ້າຢູ່. ແລ້ວ, ຫລັງຈາກເຂົາເຈົ້າໄດ້ເຫັນສິ່ງທີ່ຢູ່ຂ້າງໃນ, ພວກເອື້ອຍຂອງລາວກໍໄດ້ປິດຂອງຂວັນໄວ້ຄືເກົ່າ. ພວກເອື້ອຍຂອງອ້າຍຣອບ ໄດ້ບອກລາວວ່າ, “ຖ້າຫາກເຈົ້າບໍ່ບອກແມ່, ພວກເຮົາຊິສອນວິທີໃຫ້ເຈົ້າ.”
ໃນທີ່ສຸດ ລາວກໍໄດ້ຕົກລົງ, ໂດຍສະເພາະມັນມີຫໍ່ໜຶ່ງໃຫຍ່ເທົ່າກັບບານບ້ວງຢູ່ກ້ອງຕົ້ນຄຣິດສະມາດ ທີ່ມີຊື່ຂອງລາວຕິດຢູ່.
ເຖິງຢ່າງໃດກໍຕາມ, ຂອງຂວັນນັ້ນຄືເບົາໆຜິດປົກກະຕິ ເມື່ອລາວໄດ້ລັກເອົາມັນເຂົ້າໄປໃນຫ້ອງຂອງລາວ. ລາວໄດ້ເປີດມັນດ້ວຍຄວາມລະມັດລະວັງ ແລະ ພົບເຫັນວ່າມັນບໍ່ມີຫຍັງ, ນອກຈາກເຈ້ຍນ້ອຍແຜ່ນໜຶ່ງ. ເຈ້ຍນ້ອຍມີຄຳວ່າ, “ແມ່ຮູ້ວ່າລູກກຳລັງເຮັດຫຍັງ. ຢ່າທຳລາຍບຸນຄຣິດສະມາດຂອງລູກເດີ. ແມ່ຮັກລູກ.” ລາວໄດ້ຮຽນບົດຮຽນຂອງລາວ, ແລະ ເທື່ອນັ້ນກໍເປັນທີ່ສຸດຂອງຜູ້ລັກເບິ່ງຂອງຂວັນຄຣິດສະມາດ.
ການພິຈາລະນາຄວາມຊົງຈຳຂອງທ່ານ, ພາບທີ່ສວຍງາມ, ສຽງຂອງເຫລົ່າທູດ, ແລະ ກິ່ນຫອມຫວນທີ່ລືມບໍ່ໄດ້ ຈະເຂົ້າມາສູ່ຈິດໃຈ ເມື່ອທ່ານຄິດກ່ຽວກັບບຸນຄຣິດສະມາດ. ພວກເຮົາຫລາຍຄົນກໍມີຄວາມຊົງຈຳທີ່ລະອຽດອ່ອນກວ່ານັ້ນ ທີ່ເຮົາເກັບໄວ້ຢູ່ໃນໃຈ ຈາກຕອນທີ່ເຮົາຍັງນ້ອຍ ກ່ຽວກັບບຸນຄຣິດສະມາດ—ການສະເຫລີມສະຫລອງວັນກຳເນີດຂອງພຣະຜູ້ຊ່ວຍໃຫ້ລອດ. ຄວາມຮູ້ສຶກທີ່ສັກສິດເຫລົ່ານັ້ນບໍ່ເຄີຍຈາກເຮົາໄປ.
ເຮົາຮູ້ສຶກເຖິງມັນທຸກເທື່ອທີ່ເຮົາສະທ້ອນຄິດເຖິງຄອກສັດນ້ອຍໆທີ່ເມືອງເບັດເລເຮັມແຫ່ງນັ້ນ ບ່ອນທີ່ມີການທຳນາຍໄວ້ຫລາຍ, ເປັນເວລາຫລາຍສັດຕະວັດ, ທັງໝົດໄດ້ລວມເຂົ້າກັນໃຕ້ທ້ອງຟ້າຂອງຄ່ຳຄືນທີ່ເຕັມໄປດ້ວຍດວງດາວຄືນນັ້ນ—ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ ໄດ້ຖືກນຳເຂົ້າມາສູ່ໂລກ ໃນຖານະພຣະມະຫາກະສັດເໜືອກະສັດທັງປວງ ແລະ ພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງປວງ.
ເຮົາມັກໄດ້ຍິນວ່າ ບຸນຄຣິດສະມາດແມ່ນສຳລັບເດັກນ້ອຍ, ແຕ່ເຮົາທຸກຄົນບໍ່ໄດ້ເປັນເດັກນ້ອຍຢູ່ໃນໃຈບໍ? ມີມື້ໜຶ່ງ ແມ່ຄົນໜຶ່ງກັບລູກສາວອາຍຸເກົ້າປີ ກຳລັງຫຍຸ້ງກັບການເລາະຊື້ຂອງຂວັນຄຣິດສະມາດ. ຂະນະທີ່ເຂົາເຈົ້າຍ່າງເລາະຜ່ານໄປທາງຮ້ານຂາຍເຄື່ອງເພັດພອຍ, ລູກສາວໄດ້ສັງເກດເຫັນປ້າຍແຜ່ນໃຫຍ່ ທີ່ແຂວນຢູ່ເທິງຕູ້ແກ້ວ. ມັນມີຂໍ້ຄວາມທີ່ຂຽນເປັນໂຕໃຫຍ່ ປະກາດວ່າ, “ຂອງຂວັນອັນລ້ຳຄ່າ.”
ລູກສາວໄດ້ອ່ານປ້າຍ, ໄດ້ໄຕ່ຕອງກ່ຽວກັບມັນບຶດໜຶ່ງ, ແລ້ວກໍຍິ້ມ. ນາງໄດ້ບອກແມ່ຂອງນາງຢ່າງພາກພູມໃຈວ່າ, “ແມ່ເອີຍ, ລູກຮູ້ແລ້ວວ່າ ຂອງຂວັນອັນລ້ຳຄ່ານັ້ນແມ່ນຫຍັງ.”
“ແມ່ນຫຍັງລະ?” ແມ່ຂອງນາງໄດ້ຖາມ ຂະນະທີ່ເຂົາເຈົ້າຍ່າງຜ່ານຜູ້ຄົນຢ່າງຫລວງຫລາຍ.
ລູກສາວໄດ້ຕອບຢ່າງໄຮ້ດຽງສາວ່າ, “ມັນແມ່ນພຣະເຢຊູ!”
ແມ່ຂອງນາງໄດ້ຕອບກັບໄປ ຢ່າງຜິດໆວ່າ, “ບໍ່ແມ່ນດອກ. ມັນແມ່ນ ເພັດ.”
ເອຊາຢາເຕືອນເຮົາວ່າ, “ແລະ ເດັກນ້ອຍຈະນຳພວກມັນໄປ.”1
ເມື່ອຕີຄຳວ່າ “ຂອງຂວັນອັນລ້ຳຄ່າ” ເຂົ້າໃນອິນເຕີເນັດ, ຂ້າພະເຈົ້າພົບເຫັນສິນຄ້າເປັນພັນໆທີ່ໂຄສະນາດ້ວຍຄຳນີ້. ເຖິງແມ່ນເຮົາພະຍາຍາມ, ແຕ່ກໍບໍ່ມີຂອງຂວັນທີ່ ເປັນສິ່ງຂອງ ຊະນິດໃດ ທີ່ເຮົາມອບໃຫ້ຄົນອື່ນ ຈະຍືນຍົງຕະຫລອດໄປ.
ກົງກັນຂ້າມ, ຂ້າພະເຈົ້າຂໍແບ່ງປັນຄວາມຊົງຈຳທີ່ລະອຽດອ່ອນຢ່າງໜຶ່ງກັບທ່ານ ກ່ຽວກັບບຸນຄຣິດສະມາດ ຂອງສອງ ຄົນ ຜູ້ທີ່, ຂ້າພະເຈົ້າເຊື່ອວ່າ ລ້ຳຄ່າ. ພວກເພິ່ນແມ່ນພໍ່ແມ່ຂອງຂ້າພະເຈົ້າ, ອາລ໌ໂດ ແລະ ເອລານໍ ຮາມັນ.
ມັນແມ່ນລະດູໜາວທີ່ມີຫິມະຫລາຍ ຢູ່ໃນໝູ່ບ້ານນ້ອຍຂອງພວກເຮົາປີນັ້ນ, ແຕ່ກໍບໍ່ໄດ້ຢຸດຢັ້ງພໍ່ຂອງຂ້າພະເຈົ້າຈາກການພາຄອບຄົວໄປຊອກຫາຕົ້ນຄຣິດສະມາດທີ່ສວຍງາມທີ່ສຸດ. ເມື່ອຕົ້ນຄຣິດສະມາດໄປເຖິງເຮືອນ ແລະ ຖືກຕັ້ງໄວ້ຢ່າງໝັ້ນຄົງແລ້ວ, ສາຍໄຟ, ເຄື່ອງປະດັບທີ່ເປັນຮູບທູດ, ແລະ ຍອຍໄໝກໍຖືກຫ້ອຍ ຖືກກ້ຽວ ໃສ່ຢ່າງລະມັດລະວັງຢູ່ຕາມງ່າ. ບ້ານເຮືອນບ່ອນໜຶ່ງກໍພ້ອມແລ້ວທີ່ຈະເລີ່ມຕົ້ນບຸນຄຣິດສະມາດຢ່າງເປັນທາງການ.
ປຶ້ມສັ່ງຊື້ຂອງຫລິ້ນກໍຖືກສົ່ງມາທາງໄປສະນີ, ແລະ ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ ກໍຕື່ນເຕັ້ນຂະໜາດຂະນະທີ່ເປີດໜ້າປຶ້ມ ຊອກຫາຂອງຂວັນຄຣິດສະມາດ ທີ່ຕົນຢາກໄດ້. ເຂົ້າຈີ່ໃສ່ຂີງ ແລະ ເຂົ້າໜົມເຄັກໝາກໄມ້ ກໍສົ່ງກິ່ນຫອມໄປທົ່ວເຮືອນຂອງພວກເຮົາ, ແລະ ເດືອນທັນວາກໍ ຄ່ອຍໆ ເລື່ອນໄປ ໃນປະຕິທິນນັບມື້ລໍຄອຍຂອງພວກເຮົາ. ພວກເຮົາໄດ້ວາງຂອງຂວັນແບບລັບໆໄວ້ຢູ່ໜ້າປະຕູບ້ານຂອງເພື່ອນບ້ານ ແລະ ພະຍາຍາມຊ່ວຍເຫລືອຄອບຄົວທີ່ຕ້ອງການກຳລັງໃຈໃນຊ່ວງບຸນຄຣິດສະມາດ.
ແຕ່ລະຄືນ, ຫລັງຈາກຂ້າພະເຈົ້າໄດ້ເຂົ້ານອນ, ແມ່ຂອງຂ້າພະເຈົ້າໄດ້ໃຊ້ເວລາດົນ ຄົນດຽວຢູ່ໃນຫ້ອງເພິ່ນ. ສິ່ງທີ່ຂ້າພະເຈົ້າໄດ້ຍິນແມ່ນສຽງຈັກຫຍິບເຄື່ອງ. ເພິ່ນໄດ້ຫຍິບເຄື່ອງນຸ່ງໃຫ້ພວກເຮົາຢ່າງຫລວງຫລາຍ ຈົນພວກເຮົາບໍ່ໄດ້ຄິດຫຍັງຫລາຍກັບມັນ.
ແຕ່ເມື່ອວັນຄຣິດສະມາດເລື່ອນເຂົ້າມາໃກ້, ແມ່ຂອງຂ້າພະເຈົ້າເລີ່ມໝົດແຮງ. ເພິ່ນນອນໄຂ້ຢູ່ຕຽງ ໜຶ່ງມື້ກ່ອນວັນຄຣິດສະມາດ. ເມື່ອທ່ານໝໍບອກພໍ່ຂອງຂ້າພະເຈົ້າວ່າ ແມ່ຂອງພວກເຮົາຕ້ອງນອນພັກຢູ່ຕຽງຢ່າງໜ້ອຍໜຶ່ງອາທິດ, ຂ້າພະເຈົ້າກໍເປັນຫ່ວງ—ແຕ່ທັງຜິດຫວັງນຳອີກ. ພວກເຮົາຈະສະເຫລີມສະຫລອງບຸນຄຣິດສະມາດປາດສະຈາກແມ່ໄດ້ແນວໃດ? ມັນຊິຮູ້ສຶກວ່າເປັນບຸນຄຣິດສະມາດໄດ້ແນວໃດ? ແລະ ນອກເໜືອຈາກນັ້ນ, ແມ່ນໃຜຊິເຮັດອາຫານໃນວັນຄຣິດສະມາດ?
ຂະນະທີ່ພໍ່ຂອງຂ້າພະເຈົ້າໄດ້ເອົາໃຈໃສ່ດູແລແມ່ຂອງຂ້າພະເຈົ້າ, ເພິ່ນນຶກໄດ້ວ່າ ໜ້າທີ່ເຮັດອາຫານໃນວັນຄຣິດສະມາດຕົກຢູ່ທີ່ເພິ່ນ. ອີກເທື່ອໜຶ່ງ, ຂ້າພະເຈົ້າກໍເປັນຫ່ວງ! ເຖິງແມ່ນວ່າເພິ່ນເປັນຄົນສະຫລາດ ແລະ ມີພອນສະຫວັນຫລາຍ, ແຕ່ ການເຮັດອາຫານ ບໍ່ໄດ້ເປັນບາງສິ່ງທີ່ເພິ່ນເຮັດເກັ່ງ.
ໃນຄ່ຳຄືນກ່ອນວັນຄຣິດສະມາດ ຂ້າພະເຈົ້າພົບເຫັນຕົວເອງຄຸເຂົ່າອະທິຖານຂໍໃຫ້ແມ່ຂອງຂ້າພະເຈົ້າຫາຍດີແບບປະຕິຫານ ແລະ ວ່າໃນເຊົ້າຂອງວັນຄຣິດສະມາດ ຈະເປັນດັ່ງທີ່ເຄີຍເປັນມາ—ຄອບຄົວຂອງພວກເຮົາເຕົ້າໂຮມກັນຢູ່ອ້ອມຮອບຕົ້ນຄຣິດສະມາດ. ພວກເຮົາກໍເຕັມໄປດ້ວຍຄວາມຜິດຫວັງໃນເຊົ້າຂອງວັນຄຣິດສະມາດ ເມື່ອພວກເຮົາພົບເຫັນວ່າ ແມ່ທີ່ຮັກຂອງພວກເຮົາຍັງນອນໄຂ້ຢູ່ເທິງຕຽງ. ຂະນະທີ່ພວກເຮົາເປີດຂອງຂວັນ, ຂ້າພະເຈົ້າຕົກຕະລຶງ ເມື່ອເຫັນຂອງຂວັນຂອງຂ້າພະເຈົ້າ ເປັນເຄື່ອງນຸ່ງສຳລັບຕຸກກະຕາຫລາຍຊຸດ ທີ່ແມ່ໄດ້ຫຍິບໃຫ້ ໃນຕອນເດິກຂອງຄືນເຫລົ່ານັ້ນ ໃນເດືອນທັນວາ. ຂ້າພະເຈົ້າໄດ້ຟ້າວແລ່ນໄປຫາແມ່ ເພື່ອໂອບກອດເພິ່ນ. ເພິ່ນໄດ້ເສຍສະລະຢ່າງຫລວງຫລາຍເພື່ອຂ້າພະເຈົ້າ.
ພໍ່ທີ່ແສນດີກໍພະຍາຍາມໃນທຸກວິທີທາງທີ່ເປັນໄປໄດ້ ເພື່ອເຮັດໃຫ້ວັນຄຣິດສະມາດ ເປັນແບບປົກກະຕິ ໃນປີນັ້ນ, ໃຫ້ເປັນແບບປົກກະຕິເທົ່າທີ່ຈະສາມາດເຮັດໄດ້ ປາດສະຈາກແມ່ຂອງພວກເຮົາ. ແລະ ເພິ່ນກໍເຮັດສຳເລັດ. ຫລັງຈາກເຂົ້າແລງແບບລຽບງ່າຍ, ພໍ່ຂອງພວກເຮົາໄດ້ຫລັບໄປຢູ່ຕັ່ງ ໃກ້ເຕົາຝີງໄຟ ຂະນະທີ່ຂ້າພະເຈົ້າຫລິ້ນຢູ່ກັບອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ ແລະ ຫລິ້ນກັບຕຸກກະຕາຂອງຂ້າພະເຈົ້າ ກັບເຄື່ອງຊຸດໃໝ່ຂອງມັນ. ແມ່ທີ່ຮັກຂອງຂ້າພະເຈົ້າໄດ້ຫາຍດີຫລັງຈາກໄດ້ພັກຜ່ອນຫລາຍວັນ, ແລະ ທຸກສິ່ງກໍເປັນໄປດ້ວຍດີເໝືອນເດີມ. ແຕ່ໃນຊີວິດຂອງຂ້າພະເຈົ້າ, ພໍ່ແມ່ຂອງຂ້າພະເຈົ້່າເປັນເໝືອນຂອງຂວັນອັນລ້ຳຄ່າ.
ໃຫ້ເຮົາມາພິຈາລະນາສຳນວນນັ້ນຈັກບຶດໜຶ່ງ. ຂອງຂວັນອັນລ້ຳຄ່າ ຖືກນັບວ່າເປັນຂອງຂວັນທີ່ດີເລີດບໍ? ກ່ອນອື່ນໝົດ, ຂອງຂວັນທີ່ດີເລີດຈະເປີດເຜີຍບາງສິ່ງກ່ຽວກັບຜູ້ໃຫ້ຂອງຂວັນນັ້ນ. ທີສອງ, ມັນຈະສະທ້ອນເຖິງບາງສິ່ງກ່ຽວກັບບຸກຄົນທີ່ຮັບຂອງຂວັນນັ້ນ. ແລະ ສຸດທ້າຍ, ຂອງຂວັນ, ຖ້າຫາກມັນເປັນຂອງຂວັນທີ່ດີເລີດແທ້ໆ, ມັນຈະມີຄ່າ ບໍ່ແມ່ນພຽງແຕ່ໃນເວລາທີ່ຜ່ານໄປເທົ່ານັ້ນ ແຕ່ຕະຫລອດໄປ.
ພຣະຜູ້ຊ່ວຍໃຫ້ລອດທີ່ຊົງຮັກຂອງເຮົາ, ແມ່ນແຕ່ພຣະຜູ້ຊ່ວຍໃຫ້ລອດຂອງໂລກ, ຜ່ານເງື່ອນໄຂສາມຢ່າງເຫລົ່ານີ້ ບໍ່ແມ່ນບໍ? ຂອງຂວັນແຫ່ງການກຳເນີດຂອງພຣະເຢຊູຄຣິດ, ການປະຕິບັດສາດສະໜາກິດ, ແລະ ການເສຍສະລະຊົດໃຊ້ ໄດ້ເປີດເຜີຍບາງສິ່ງກ່ຽວກັບຜູ້ໃຫ້ຂອງຂວັນ ບໍ່ແມ່ນບໍ? ແນ່ນອນ. “ເພາະວ່າ ພຣະເຈົ້າຮັກໂລກຫລາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ.”2 ພຣະບິດຜູ້ສະຖິດຢູ່ໃນສະຫວັນຂອງເຮົາ ໄດ້ເສຍສະລະພຣະບຸດຂອງພຣະອົງ ດ້ວຍຄວາມຮັກທີ່ບໍລິສຸດໃຫ້ແກ່ເຮົາ, ລູກໆຂອງພຣະອົງ.
ຂອງຂວັນທີ່ເປັນພຣະເຢຊູຄຣິດ ໄດ້ສະແດງໃຫ້ເຫັນວ່າພຣະບິດາເທິງສະຫວັນ ຮູ້ຈັກວ່າເຮົາຕ້ອງການສິ່ງໃດແທ້ໆ ບໍ່ແມ່ນບໍ? ອີກເທື່ອໜຶ່ງ, ຄຳຕອບຢ່າງໜັກແໜ້ນວ່າ ແມ່ນແລ້ວ! ເຮົາຕົກ ອີງຕາມສະພາບຂອງທຳມະຊາດ, ແລະ ເຮົາກໍຕ້ອງການພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຫລາຍທີ່ສຸດ. ດັ່ງທີ່ນີໄຟໄດ້ສິດສອນ, ພຣະເຢຊູຄຣິດ “ຈະບໍ່ກະທຳສິ່ງໃດນອກຈາກມັນເປັນຜົນປະໂຫຍດແກ່ໂລກ; ເພາະພຣະອົງຮັກໂລກ.”3
ແລະ ແມ່ນຫຍັງຄືເງື່ອນໄຂສຸດທ້າຍສຳລັບ ຂອງຂວັນທີ່ດີເລີດ? ມັນຕ້ອງມີຄ່າຕະຫລອດໄປ. ພຣະຄຳພີມໍມອນສິດສອນເຮົາຢ່າງແຈ່ມແຈ້ງວ່າ ການຊົດໃຊ້ຂອງພຣະເຢຊູຄຣິດແມ່ນບໍ່ມີຂອບເຂດ ແລະ ນິລັນດອນ.4
ທ່ານຈື່ຈຳຂໍ້ຄວາມຢູ່ໃນປ້າຍ ຢູ່ຮ້ານເພັດພອຍນັ້ນໄດ້ບໍ? ເດັກນ້ອຍຜູ້ຍິງຄົນນັ້ນ ຮູ້ຈັກໂດຍສັນຊາດຕະຍານວ່າ ແມ່ນຫຍັງຄືຂອງຂວັນທີ່ແທ້ຈິງ. ຢູ່ໃນໂລກທີ່ມືດມົວນີ້, ເຮົາຕ້ອງຫລຽວຜ່ານກາຍເພັດພອຍ ໄປຫາຄວາມສະຫວ່າງຂອງໂລກ. ພຣະຜູ້ຊ່ວຍໃຫ້ລອດເອງ ໄດ້ສິດສອນວ່າ:
“ສະນັ້ນ ຈົ່ງຍົກຄວາມສະຫວ່າງຂອງເຈົ້າຂຶ້ນເພື່ອມັນຈະສ່ອງແສງໄປທົ່ວໂລກ. ຈົ່ງເບິ່ງ, ເຮົາຄືຄວາມສະຫວ່າງຊຶ່ງເຈົ້າຈະຍົກຂຶ້ນ.”5
“ເຮົາຄື ຄວາມສະຫວ່າງຊຶ່ງສ່ອງແສງຢູ່ໃນຄວາມມືດ.”6
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດ ຄືຂອງຂວັນທີ່ດີເລີດ—ຂອງຂວັນອັນລ້ຳຄ່າ. ຂໍໃຫ້ເຮົາຈົ່ງເກັບຄວາມຈິງນັ້ນໄວ້ຢູ່ໃນໃຈຂອງເຮົາ ໃນບຸນຄຣິດສະມາດເທື່ອນີ້ ແລະ ຕະຫລອດໄປ. ພຣະອົງຊົງພຣະຊົນຢູ່. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.