​2021
ການ​ຢ້ຽມ​ຢາມ​ຈາກ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ
ເດືອນ​ກຸມ​ພາ 2021


“ການ​ຢ້ຽມ​ຢາມ​ຈາກ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ,” Friend, ເດືອນ​ກຸມ​ພາ 2021

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ກຸມ​ພາ 2021

ການ​ຢ້ຽມ​ຢາມ​ຈາກ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

ຮູບ​ພາບ
ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ກຳ​ລັງ​ອະ​ທິ​ຖານ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໊ອດ

ມື້​ໜຶ່ງ ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ມີ​ຄຳ​ຖາມ​ໜຶ່ງ. ວິ​ທີ​ການ​ຮັບ​ບັບ​ຕິ​ສະ​ມາ​ທີ່​ຖືກ​ຕ້ອງ​ເປັນ​ແບບ​ໃດ? ພວກ​ເພິ່ນ​ໄດ້​ອະ​ທິ​ຖານ​ເພື່ອ​ທີ່​ຈະ​ຮູ້​ຄຳ​ຕອບ.

ຮູບ​ພາບ
ໂຢ​ຮັນ​ບັບ​ຕິ​ສະ​ໂຕ

ທູດ​ສະ​ຫວັນ​ອົງ​ໜຶ່ງ​ໄດ້​ມາ​ປະ​ກົດ. ເພິ່ນ​ແມ່ນ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ. ເພິ່ນ​ເຄີຍ​ບັບ​ຕິ​ສະ​ມາ​ໃຫ້​ພຣະ​ເຢ​ຊູ. ເພິ່ນ​ບອກ​ພວກ​ເພິ່ນ​ວ່າ ພວກ​ເພິ່ນ​ຈຳ​ເປັນ​ຕ້ອງ​ມີ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ທີ່​ຈະ​ບັບ​ຕິ​ສະ​ມາ​ໃຫ້​ແກ່​ຄົນ​ທັງ​ຫລາຍ.

ຮູບ​ພາບ
ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ກຳ​ລັງ​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ

ໂຢ​ຮັນ​ໃຫ້​ພອນ​ແກ່​ໂຈ​ເຊັບ ແລະ ອໍ​ລີ​ເວີ. ເພິ່ນ​ໄດ້​ມອບ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ແກ່​ພວກ​ເພິ່ນ. ບັດ​ນີ້ ພວກ​ເພິ່ນ​ສາ​ມາດ​ບັບ​ຕິ​ສະ​ມາ​ໃຫ້​ຄົນ​ທັງ​ຫລາຍ​ໃນ​ແບບ​ທີ່​ພຣະ​ເຢ​ຊູ​ໄດ້​ຮັບ​ບັບ​ຕິ​ສະ​ມາ.

ຮູບ​ພາບ
ອໍ​ລີ​ເວີ ຄາວ​ເດີ​ຣີ ກຳ​ລັງ​ບັບ​ຕິ​ສະ​ມາ​ໃຫ້​ໂຈ​ເຊັບ ສະ​ມິດ

ໂຈ​ເຊັບ​ໄດ້​ບັບ​ຕິ​ສະ​ມາ​ໃຫ້​ອໍ​ລີ​ເວີ​ໃນ​ແມ່​ນ້ຳ. ແລ້ວ​ອໍ​ລີ​ເວີ​ກໍ​ບັບ​ຕິ​ສະ​ມາ​ໃຫ້​ໂຈ​ເຊັບ. ຕໍ່​ມາ, ຄົນ​ອື່ນໆ​ຫລາຍ​ຄົນ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເຊັ່ນ​ກັນ.

ຮູບ​ພາບ
ພໍ່​ກຳ​ລັງ​ບັບ​ຕິ​ສະ​ມາ​ໃຫ້​ລູກ​ສາວ

ຍ້ອນ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ໂຈ​ເຊັບ ສະ​ມິດ, ຖາ​ນະ​ປະ​ໂລ​ຫິດ​ຈຶ່ງ​ໄດ້​ກັບ​ຄືນ​ມາ​ສູ່​ໂລກ​ນີ້! ເຮົາ​ສາ​ມາດ​ຮັບ​ບັບ​ຕິ​ສະ​ມາ​ໄດ້ ດັ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ຮັບ.

ໜ້າ​ລະ​ບາຍ​ສີ

ພວກ​ເຮົາ​ສາ​ມາດ​ຮັບ​ບັບ​ຕິ​ສະ​ມາ​ໄດ້

ຮູບ​ພາບ
A pencil drawing of Joseph baptizing Oliver Cowdery.

ເຈົ້າ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ?

ພິມ