​2021
ພາບ​ນິ​ມິດ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າ
ເດືອນ​ກໍ​ລະ​ກົດ 2021


“A Vision of God’s Plan” Friend, July 2021

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ກໍ​ລະ​ກົດ 2021

ພາບ​ນິ​ມິດ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າ

ຮູບ​ພາບ
ໂຈ​ເຊັບ ສະ​ມິດ ແລະ ຊິດ​ນີ ຣິກ​ດອນ ເຫັນ​ພຣະ​ບິ​ດາ ແລະ ພຣະ​ບຸດ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ມື້​ໜຶ່ງ ໂຈ​ເຊັບ ສະ​ມິດ ແລະ ຊິດ​ນີ ຣິກ​ດອນ ກຳ​ລັງ​ອ່ານ​ພຣະ​ຄຳ​ພີ. ພວກ​ເພິ່ນ​ໄດ້​ເຫັນ​ພາບ​ນິ​ມິດ. ພວກ​ເພິ່ນ​ໄດ້​ເຫັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ.

ຮູບ​ພາບ
ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ

ພວກ​ເພິ່ນ​ໄດ້​ຮຽນ​ຮູ້​ວ່າ ກ່ອນ​ທີ່​ເຮົາ​ເກີດ​ມາ, ເຮົາ​ໄດ້​ຢູ່​ໃນ​ສະ​ຫວັນ​ກັບ​ພຣະ​ເຈົ້າ.

ຮູບ​ພາບ
ແມ່​ຄົນ​ໜຶ່ງ​ກອດ​ລູກ​ຂອງ​ລາວ​ທີ່​ໂສກ​ເສົ້າ

ເຮົາ​ມາ​ຍັງ​ໂລກ​ນີ້​ເພື່ອ​ຮຽນ​ຮູ້​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ ແລະ ຮັບ​ຟັງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ເຮົາ​ຮຽນ​ຮູ້​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ ແລະ ກັບ​ໃຈ​ເມື່ອ​ເຮົາ​ເລືອກ​ເຮັດ​ສິ່ງ​ທີ່​ບໍ່​ດີ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ອອກ​ມາ​ຈາກ​ອຸບ​ມຸງ

ຫລັງ​ຈາກ​ເຮົາ​ຕາຍ​ໄປ, ເຮົາ​ຈະ​ໄດ້​ຟື້ນ​ຄືນ​ຊີ​ວິດ. ຖ້າ​ເຮົາ​ເປັນ​ຄົນ​ຊອບ​ທຳ, ເຮົາ​ຈະ​ໄດ້​ຢູ່​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ອີກ​ຄັ້ງ.

ຮູບ​ພາບ
ພໍ່​ຄົນ​ໜຶ່ງ​ອ່ານ​ໃຫ້​ພວກ​ລູກ​ສາວ​ຂອງ​ລາວ​ຟັງ

ເຮົາ​ສາ​ມາດ​ຮຽນ​ຮູ້​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າ​ໃນ​ພຣະ​ຄຳ​ພີ. ຍ້ອນ​ພຣະ​ເຢ​ຊູ, ເຮົາ​ຈຶ່ງ​ສາ​ມາດ​ຢູ່​ກັບ​ຄອບ​ຄົວ​ຂອງ​ເຮົາ​ຕະ​ຫລອດ​ໄປ.

ໜ້າ​ລະ​ບາຍ​ສີ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ແຜນ​ສຳ​ລັບ​ເຮົາ

ຮູບ​ພາບ
ຄອບ​ຄົວ

ເຈົ້າ​ເຮັດ​ຕາມ​ພຣະ​ເຢ​ຊູ​ໃນ​ວິ​ທີ​ໃດ​ແດ່?

ພິມ