​2021
ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ
ເດືອນ​ສິງ​ຫາ 2021


“The Word of Wisdom,” Friend, Aug. 2021.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ສິງ​ຫາ 2021

ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ

ຮູບ​ພາບ
ໂຈ​ເຊັບ ສະ​ມິດ ກຳ​ລັງ​ສິດ​ສອນ​ກຸ່ມ​ຜູ້​ຊາຍ

ໂຈ​ເຊັບ ສະ​ມິດ ໄດ້​ຈັດ​ການ​ປະ​ຊຸມ​ຂຶ້ນ​ເພື່ອ​ສິດ​ສອນ​ຜູ້​ຄົນ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ. ບາງ​ເທື່ອ​ພວກ​ຜູ້​ຊາຍ​ກໍ​ໄດ້​ສູບ​ຢາ ແລະ ຄ້ຽວ​ຢາ​ດູດ.

ຮູບ​ພາບ
ໂຈ​ເຊັບ ແລະ ນາງ​ເອມ​ມາ ສະ​ມິດ

ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ນາງ​ເອມ​ມາ ສະ​ມິດ ກັງ​ວົນ​ໃຈ. ຄວັນ​ສູບ​ຢາ ແລະ ຢາ​ດູດ​ໄດ້​ເຮັດ​ໃຫ້​ມີ​ຄວາມ​ເປິ​ເປື້ອນ​ຫລາຍ, ແລະ ຮູ້​ສຶກ​ວ່າ​ບາງ​ສິ່ງ​ບໍ່​ຖືກ​ຕ້ອງ. ນາງ​ເອມ​ມາ ແລະ ໂຈ​ເຊັບ ຢາກ​ຮູ້​ວ່າ​ພຣະ​ເຈົ້າ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນີ້.

ຮູບ​ພາບ
ໂຈ​ເຊັບ ສະ​ມິດ ກຳ​ລັງ​ອະ​ທິ​ຖານ

ໂຈ​ເຊັບ​ໄດ້​ອະ​ທິ​ຖານ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ຄຳ​ອະ​ທິ​ຖານ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ກ່ຽວ​ກັບ​ການ​ສູບ​ຢາ ແລະ ຢາ​ດູດ. ພຣະ​ອົງ​ໄດ້​ກ່າວ​ວ່າ​ມັນ​ບໍ່​ດີ​ຕໍ່​ຮ່າງ​ກາຍ​ຂອງ​ເຮົາ. ພຣະ​ອົງ​ຍັງ​ໄດ້​ເຕືອນ​ເຂົາ​ເຈົ້າ​ກ່ຽວ​ກັບ​ການ​ດື່ມ​ນ້ຳ​ຊາ, ກາ​ເຟ, ແລະ ເຫລົ້າ​ນຳ​ອີກ.

ຮູບ​ພາບ
ຜັກ

ພຣະ​ເຈົ້າ​ໄດ້​ກ່າວ​ວ່າ​ໃຫ້​ກິນ​ໝາກ​ໄມ້, ຜັກ, ແລະ ອາ​ຫານ​ອື່ນໆ​ທີ່​ດີ​ຕໍ່​ສຸ​ຂະ​ພາບ. ເຮົາ​ເອີ້ນ​ຄຳ​ສອນ​ເຫລົ່າ​ນີ້​ວ່າ ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ.

ຮູບ​ພາບ
ເດັກ​ຍິງ​ກຳ​ລັງ​ກິນ

ເຮົາ​ສາ​ມາດ​ຮັກ​ສາ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ອວຍ​ພອນ​ເຮົາ​ຂະ​ນະ​ທີ່​ເຮົາ​ດູ​ແລ​ຮ່າງ​ກາຍ​ຂອງ​ເຮົາ.

ໜ້າ​ລະ​ບາຍ​ສີ

ເຮົາ​ສາ​ມາດ​ດູ​ແລ​ຮ່າງ​ກາຍ​ຂອງ​ເຮົາ

ຮູບ​ພາບ
ເດັກ​ນ້ອຍ​ກຳ​ລັງ​ເຕັ້ນ​ເຊືອກ

ເຈົ້າ​ເຮັດ​ຫຍັງ​ແດ່​ເພື່ອ​ດູ​ແລ​ຮ່າງ​ກາຍ​ຂອງ​ເຈົ້າ?

ໃຫ້​ກົດ​ຮູບ​ເພື່ອ​ດາວ​ໂຫລດ.

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ພິມ