​2022
ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ
ເດືອນ​ມິ​ຖຸ​ນາ 2022


“Ruth and Naomi,” Monthly Friend Messages, June 2022

“Ruth and Naomi”

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ມິ​ຖຸ​ນາ 2022

ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ

ຮູບ​ພາບ
ນາງ​ຣຸດ​ໄດ້​ແຕ່ງ​ງານ, ກັບ​ຄອບ​ຄົວ​ຂອງ​ນາງ​ນາ​ໂອ​ມີ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ນາງ​ນາ​ໂອ​ມີ ແລະ ຄອບ​ຄົວ​ຂອງ​ລາວ​ໄດ້​ມາ​ຫາ​ແຜ່ນ​ດິນ​ໃໝ່​ຍ້ອນ​ເກີດ​ມີ​ການ​ອຶດ​ຢາກ. ເຂົາ​ເຈົ້າ​ໄດ້​ພົບ​ກັບ​ຍິງ​ໜຸ່ມ​ຄົນ​ໜຶ່ງ​ຊື່​ວ່າ​ນາງ​ຣຸດ. ນາງ​ຣຸດ​ໄດ້​ແຕ່ງ​ງານ​ກັບ​ລູກ​ຊາຍ​ຂອງ​ນາງ​ນາ​ໂອ​ມີ.

ຮູບ​ພາບ
ນາງ​ຣຸດ​ຢູ່​ກັບ​ສາ​ມີ​ທີ່​ກຳ​ລັງ​ຈະ​ຕາຍ

ແລ້ວ​ສາ​ມີ​ຂອງ​ນາງ​ຣຸດ​ກໍ​ໄດ້​ຕາຍ​ໄປ. ນາງ​ຣຸດ​ເສຍ​ໃຈ​ຫລາຍ.

ຮູບ​ພາບ
ນາງ​ນາ​ໂອ​ມີ

ນາງ​ນາ​ໂອ​ມີ​ກໍ​ຮູ້​ສຶກ​ເສຍ​ໃຈ​ຫລາຍ​ເຊັ່ນ​ກັນ. ລາວ​ບໍ່​ມີ​ຄອບ​ຄົວ​ເຫລືອ​ຢູ່​ເພື່ອ​ເບິ່ງ​ແຍງ​ລາວ. ລາວ​ໄດ້​ຕັດ​ສິນ​ໃຈ​ວ່າ​ຈະ​ກັບ​ຄືນ​ໄປ​ແຜ່ນ​ດິນ​ທີ່​ລາວ​ຈາກ​ມາ.

ຮູບ​ພາບ
ນາງ​ນາ​ໂອ​ມີ ແລະ ນາງ​ຣຸດ

ນາງ​ນາ​ໂອ​ມີ​ໄດ້​ບອກ​ໃຫ້​ນາງ​ຣຸດ​ກັບ​ຄືນ​ໄປ​ຫາ​ຄອບ​ຄົວ​ຂອງ​ນາງ. ນາງ​ຣຸດ​ຮັກ​ນາງ​ນາ​ໂອ​ມີ. ນາງ​ໄດ້​ສັນ​ຍາ​ວ່າ​ຈະ​ໄປ​ກັບ​ນາງ​ນາ​ໂອ​ມີ ແລະ ເບິ່ງ​ແຍງ​ລາວ.

ຮູບ​ພາບ
ນາງ​ຣຸດ​ກຳ​ລັງ​ເກັບ​ຮວງ​ເຂົ້າ

ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ​ທຸກ​ຍາກ​ຫລາຍ. ສະ​ນັ້ນ​ນາງ​ຣຸດ​ຈຶ່ງ​ໄດ້​ເຮັດ​ວຽກ​ໜັກ​ເພື່ອ​ຊອກ​ຫາ​ອາ​ຫານ​ໃຫ້​ພວກ​ຕົນ.

ຮູບ​ພາບ
ໂບ​ອາດ ແລະ ນາງ​ຣຸດ​ຢູ່​ໃນ​ທົ່ງ

ມື້​ໜຶ່ງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ໂບ​ອາດ​ໄດ້​ເຫັນ​ນາງ​ຣຸດ​ກຳ​ລັງ​ເກັບ​ຮວງ​ເຂົ້າ​ທີ່​ຕົກ​ເຮ່ຍ​ໃນ​ທົ່ງ​ແຫ່ງ​ໜຶ່ງ​ຂອງ​ລາວ.

ຮູບ​ພາບ
ໂບ​ອາດ​ກັບ​ຄົນ​ຮັບ​ໃຊ້

ໂບ​ອາດ​ເປັນ​ຄົນ​ໃຈ​ດີ. ລາວ​ໄດ້​ບອກ​ພວກ​ຄົນ​ງານ​ຂອງ​ລາວ​ໃຫ້​ປະ​ຮວງ​ເຂົ້າ​ໄວ້​ຕື່ມ​ອີກ​ສຳ​ລັບ​ນາງ​ຣຸດ.

ຮູບ​ພາບ
ນາງ​ຣຸດ, ໂບ​ອາດ, ແລະ ນາງ​ນາ​ໂອ​ມີ, ກັບ​ແອ​ນ້ອຍ

ຕໍ່​ມາ​ນາງ​ຣຸດ ແລະ ໂບ​ອາດ​ໄດ້​ແຕ່ງ​ງານ​ກັນ. ເຂົາ​ເຈົ້າ​ໄດ້​ມີ​ລູກ​ຊາຍ​ຄົນ​ໜຶ່ງ. ນາງ​ນາ​ໂອ​ມີ​ໄດ້​ຊ່ວຍ​ເບິ່ງ​ແຍງ​ລູກ​ນ້ອຍ.

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ເສີບ​ອາ​ຫານ

ເຮົາ​ສາ​ມາດ​ຊ່ວຍ​ເບິ່ງ​ແຍງ​ຄົນ​ອື່ນ. ເຮົາ​ສາ​ມາດ​ເປັນ​ຄົນ​ໃຈ​ດີ​ກັບ​ຜູ້​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ.

ໜ້າ​ລະ​ບາຍ​ສີ

ເຮົາ​ສາ​ມາດ​ດູ​ແລ​ຄົນ​ອື່ນ

ຮູບ​ພາບ
ເດັກ​ນ້ອຍ​ກັບ​ພໍ່​ຕູ້

ໃຫ້​ກົດ​ຮູບ​ເພື່ອ​ດາວ​ໂຫລດ.

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ເຈົ້າ​ສາ​ມາດ​ຊ່ວຍ​ໃຜ​ແດ່?

ພິມ