​2022
ເພງ​ສັນ​ລະ​ເສີນ​ສິດ​ສອນ​ເຖິງ​ພຣະ​ເຢ​ຊູ​ຄຣິດ
ເດືອນ​ສິງ​ຫາ 2022


“Psalms Teach of Jesus Christ,” Monthly Friend Messages, August 2022

“Psalms Teach of Jesus Christ”

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ສິງ​ຫາ 2022

ເພງ​ສັນ​ລະ​ເສີນ​ສິດ​ສອນ​ເຖິງ​ພຣະ​ເຢ​ຊູ​ຄຣິດ

ຮູບ​ພາບ
ດາ​ວິດ​ຖື​ພິນ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ເພງ​ສັນ​ລະ​ເສີນ​ເປັນ​ເພງ​ສັກ​ສິດ. ຜູ້​ຄົນ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ໄດ້​ຂຽນ​ເພງ​ສັນ​ລະ​ເສີນ​ເພື່ອ​ສັນ​ລະ​ເສີນ​ພຣະ​ເຈົ້າ. ເພງ​ສັນ​ລະ​ເສີນ​ຂອງ​ເຂົາ​ເຈົ້າ​ຫລາຍ​ບົດ​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ຕໍ່​ໄປ​ນີ້​ແມ່ນ​ບາງ​ສ່ວນ​ຂອງ​ເພງ​ສັນ​ລະ​ເສີນ​ທີ່​ສິດ​ສອນ​ຈາກ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ປະ​ທັບ​ຢືນ​ຢູ່​ເທິງ​ຫີນ​ສີ​ລາ

ຂ້າ​ນ້ອຍ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ອົງ​ເປັນ​ຫີນ​ສີ​ລາ​ຂອງ​ຂ້າ​ນ້ອຍ ແລະ ເປັນ​ພະ​ລັງ​ຂອງ​ຂ້າ​ນ້ອຍ. ຂ້າ​ນ້ອຍ​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ. ຂ້າ​ນ້ອຍ​ຈະ​ສັນ​ລະ​ເສີນ​ພຣະ​ອົງ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ອູ້ມ​ລູກ​ແກະ

ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ລ້ຽງ​ຂ້າ​ນ້ອຍ. ພຣະ​ອົງ​ນຳ​ພາ​ຂ້າ​ນ້ອຍ​ໄປ​ຫາ​ທົ່ງ​ຫຍ້າ​ອັນ​ຂຽວ​ສົດ. ພຣະ​ອົງ​ນຳ​ພາ​ຂ້າ​ນ້ອຍ​ໄປ​ຫາ​ບໍ່​ນ້ຳ​ອັນ​ສົດ​ໃສ. ຂ້າ​ນ້ອຍ​ຈະ​ບໍ່​ຢ້ານ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ຖື​ໂຄມ​ໄຟ

ພຣະ​ຜູ້​ເປັນ​ເຈົ້າ​ຄື​ຄວາມ​ສະ​ຫວ່າງ​ຂອງ​ຂ້າ​ນ້ອຍ. ຂ້າ​ນ້ອຍ​ຈະ​ບໍ່​ຢ້ານ​ກົວ​ຫຍັງ. ຂ້າ​ນ້ອຍ​ຈະ​ມີ​ຄວາມ​ກ້າ​ຫານ. ພຣະ​ອົງ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ຂ້າ​ນ້ອຍ​ເຂັ້ມ​ແຂງ.

ຮູບ​ພາບ
ຜູ້​ຄົນ​ຢູ່​ໂບດ

ຂ້າ​ນ້ອຍ​ຮັກ​ພຣະ​ເຢ​ຊູ​ຄຣິດ, ແລະ ພຣະ​ອົງ​ກໍ​ຮັກ​ຂ້າ​ນ້ອຍ. ຂ້າ​ນ້ອຍ​ສາ​ມາດ​ສັນ​ລະ​ເສີນ​ພຣະ​ອົງ​ເມື່ອ​ຂ້າ​ນ້ອຍ​ຮຽນ​ຮູ້ ແລະ ຮ້ອງ​ເພງ​ກ່ຽວ​ກັບ​ພຣະ​ອົງ.

ໜ້າ​ລະ​ບາຍ​ສີ

ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ລ້ຽງ​ຂ້າ​ນ້ອຍ

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ແບກ​ແກະ

ໃຫ້​ກົດ​ຮູບ​ເພື່ອ​ດາວ​ໂຫລດ.

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຢ​ຊູ​ແນວ​ໃດ?

ພິມ