​2022
ເອ​ຊາ​ຢາ​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ
ເດືອນ​ກັນ​ຍາ 2022


“Isaiah Teaches about Jesus Christ,” Monthly Friend Messages, September 2022

“Isaiah Teaches about Jesus Christ”

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ກັນ​ຍາ 2022

ເອ​ຊາ​ຢາ​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ

ຮູບ​ພາບ
ເອ​ຊາ​ຢາ​ກຳ​ລັງ​ຂຽນ​ໜັງ​ສື

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ເອ​ຊາ​ຢາ​ເປັນ​ສາດ​ສະ​ດາ. ເພິ່ນ​ມີ​ຊີ​ວິດ​ຢູ່​ກ່ອນ​ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ກຳ​ເນີດ. ແຕ່​ເພິ່ນ​ຮູ້​ວ່າ​ພຣະ​ເຢ​ຊູ​ຈະ​ສະ​ເດັດ​ມາ.

ຮູບ​ພາບ
ເອ​ຊາ​ຢາ​ກຳ​ລັງ​ເວົ້າ

ເອ​ຊາ​ຢາ​ໄດ້​ເວົ້າ​ວ່າ ພຣະ​ເຢ​ຊູ​ຈະ​ມາ​ກຳ​ເນີດ​ໃນ​ຖາ​ນະ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ພຣະ​ເຢ​ຊູ​ຈະ​ຊ່ວຍ​ເຫລືອ ແລະ ປິ່ນ​ປົວ​ຄົນ​ອື່ນໆ.

ຮູບ​ພາບ
ໂຢ​ເຊັບ, ມາ​ຣີ, ແລະ ກຸມ​ມານ​ນ້ອຍ​ເຢ​ຊູ

ເອ​ຊາ​ຢາ​ຍັງ​ໄດ້​ເວົ້າ​ວ່າ ພຣະ​ເຢ​ຊູ​ຈະ​ສະ​ເດັດ​ມາ​ສູ່​ໂລກ​ນີ້. ພຣະ​ອົງ​ຈະ​ຖືກ​ເອີ້ນ​ວ່າ​ອົງ​ສັນ​ຕິ​ລາດ. ພຣະ​ອົງ​ຈະ​ມອບ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ເພື່ອ​ເຮົາ ເພາະ​ວ່າ​ພຣະ​ອົງ​ຮັກ​ເຮົາ​ຫລາຍ​ແທ້ໆ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ

ສິ່ງ​ທີ່​ເອ​ຊາ​ຢາ​ສິດ​ສອນ​ນັ້ນ​ໄດ້​ເກີດ​ຂຶ້ນ. ຫລາຍ​ປີ​ຕໍ່​ມາ, ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ມາ​ສູ່​ໂລກ. ພຣະ​ອົງ​ໄດ້​ສະ​ແດງ​ຫົນ​ທາງ​ໃຫ້​ກັບ​ເຮົາ. ພຣະ​ອົງ​ໄດ້​ສິ້ນ​ພຣະ​ຊົນ ແລະ ກັບ​ມາ​ມີ​ຊີ​ວິດ​ອີກ​ຄັ້ງ. ພຣະ​ອົງ​ຍັງ​ຊົງ​ພຣະ​ຊົນ​ຢູ່​ໃນ​ທຸກ​ວັນ​ນີ້!

ຮູບ​ພາບ
ແມ່​ກຳ​ລັງ​ອ່ານ​ໜັງ​ສື​ໃຫ້​ລູກໆ​ຟັງ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ

ເຮົາ​ສາ​ມາດ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ເມື່ອ​ເຮົາ​ຈື່​ຈຳ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ເຮົາ, ເຮົາ​ສາ​ມາດ​ຮູ້​ສຶກ​ສະ​ຫງົບ ແລະ ມີ​ຄວາມ​ຫວັງ!

ໜ້າ​ລະ​ບາຍ​ສີ

ເຮົາ​ສາ​ມາດ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ຄຸ​ເຂົ່າ​ເວົ້າ​ລົມ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ

ໃຫ້​ກົດ​ຮູບ​ເພື່ອ​ດາວ​ໂຫລດ.

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ເລື່ອງ​ລາວ​ທີ່​ເຈົ້າ​ມັກ​ທີ່​ສຸດ​ກ່ຽວ​ກັບ​ພຣະ​ເຢ​ຊູ​ແມ່ນ​ຫຍັງ?

ພິມ