​2022
ຄຳ​ສັນ​ຍາ​ຂອງ​ເອ​ເຊ​ກຽນ​ເກີດ​ເປັນ​ຈິງ
ເດືອນ​ຕຸ​ລາ 2022


“Ezekiel’s Promises Come True,” Monthly Friend Messages, October 2022

“Ezekiel’s Promises Come True”

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ຕຸ​ລາ 2022

ຄຳ​ສັນ​ຍາ​ຂອງ​ເອ​ເຊ​ກຽນ​ເກີດ​ເປັນ​ຈິງ

ຮູບ​ພາບ
ເອ​ເຊ​ກຽນ​ກຳ​ລັງ​ຂຽນ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ເອ​ເຊ​ກຽນ​ເປັນ​ສາດ​ສະ​ດາ. ພຣະ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ເພິ່ນ​ເຫັນ​ຫລາຍ​ຢ່າງ​ໃນ​ອະ​ນາ​ຄົດ ທີ່​ຍັງ​ບໍ່​ທັນ​ເກີດ​ຂຶ້ນ​ເທື່ອ. ເອ​ເຊ​ກຽນ​ໄດ້​ຂຽນ​ມັນ​ລົງ​ໄວ້.

ຮູບ​ພາບ
ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ

ເອ​ເຊ​ກຽນ​ໄດ້​ຂຽນ​ກ່ຽວ​ກັບ​ໜັງ​ສື​ສອງ​ເຫລັ້ມ​ທີ່​ຈະ​ຖືກ​ພິມ​ໃນ​ມື້​ໜຶ່ງ. ໜັງ​ສື​ເຫລັ້ມ​ໜຶ່ງ​ແມ່ນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ອີກ​ເຫລັ້ມ​ໜຶ່ງ​ແມ່ນ​ພຣະ​ຄຳ​ພີ​ມໍ​ມອນ.

ຮູບ​ພາບ
ກຳ​ລັງ​ພິມ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ດ້ວຍ​ຈັກ​ພິມ​ທີ່​ຫາ​ກໍ​ເຄີຍ​ມີ

ຫລາຍ​ປີ​ຕໍ່​ມາ, ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ໄດ້​ຖືກ​ຈັດ​ພິມ.

ຮູບ​ພາບ
ໂຈ​ເຊັບ ສະ​ມິດ ກຳ​ລັງ​ແປ​ພຣະ​ຄຳ​ພີ​ມໍ​ມອນ​ໂດຍ​ໃຫ້​ນາງ​ເອມ​ມາ​ເປັນ​ຜູ້​ຂຽນ

ຫລາຍ​ປີ​ຈາກ​ນັ້ນ, ໂຈ​ເຊັບ ສະ​ມິດ ໄດ້​ແປ​ພຣະ​ຄຳ​ພີ​ມໍ​ມອນ. ນິ​ມິດ​ຂອງ​ເອ​ເຊ​ກຽນ​ໄດ້​ເກີດ​ເປັນ​ຈິງ!

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

ທຸກ​ວັນ​ນີ້​ເຮົາ​ສາ​ມາດ​ອ່ານ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ. ພຣະ​ຄຳ​ພີ​ທັງ​ສອງ​ປະ​ສົມ​ປະ​ສານ​ກັນ​ເພື່ອ​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ.

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ເມື່ອ​ເຮົາ​ອ່ານ​ພຣະ​ຄຳ​ພີ, ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ.

ໜ້າ​ລະ​ບາຍ​ສີ

ເຮົາ​ສາ​ມາດ​ອ່ານ​ພຣະ​ຄຳ​ພີ

ຮູບ​ພາບ
ເດັກ​ນ້ອຍ ແລະ ຄູ​ສອນ​ຢູ່​ໃນ​ຊັ້ນ​ປະ​ຖົມ​ໄວ

ໃຫ້​ກົດ​ຮູບ​ເພື່ອ​ດາວ​ໂຫລດ.

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ເຈົ້າ​ມັກ​ເລື່ອງ​ໃດ​ຢູ່​ໃນ​ພຣະ​ຄຳ​ພີ​ຫລາຍ​ທີ່​ສຸດ?

ພິມ