2023
ພຣະ​ເຢ​ຊູ​ຄຣິດ​ສັ່ງ​ພະ​ຍຸ​ໃຫ້​ສະ​ຫງົບ
ເດືອນ​ມີ​ນາ 2023


“Jesus Christ Calms the Storm,” Friend, Mar. 2023, 46–47.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ມີ​ນາ 2023

ພຣະ​ເຢ​ຊູ​ຄຣິດ​ສັ່ງ​ພະ​ຍຸ​ໃຫ້​ສະ​ຫງົບ

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ນອນ​ຫລັບ​ຢູ່​ໃນ​ເຮືອ​ຂະ​ນະ​ທີ່​ສາ​ວົກ​ຂອງ​ພຣະ​ອົງ​ແນມ​ເບິ່ງ​ໄປ​ທີ່​ທະ​ເລ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ຄືນ​ໜຶ່ງ​ພຣະ​ເຢ​ຊູ​ຄຣິດ ແລະ ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ຂີ່​ເຮືອ​ຂ້າມ​ທະ​ເລ​ໄປ. ພຣະ​ເຢ​ຊູ​ອິດ​ເມື່ອຍ ແລະ ນອນ​ຫລັບ​ໄປ.

ຮູບ​ພາບ
ພະ​ຍຸ​ໄດ້​ພັດ​ເຮືອ​ຂອງ​ພຣະ​ເຢ​ຊູ ແລະ ສາ​ວົກ​ຂອງ​ພຣະ​ອົງ

ພະ​ຍຸ​ມາ. ຄື້ນ​ທະ​ເລ​ເລີ່ມ​ໃຫຍ່​ຂຶ້ນ​ເລື້ອຍໆ! ສາ​ວົກ​ເລີ່ມ​ຢ້ານ​ກົວ. ພວກ​ເຂົາ​ໄດ້​ປຸກ​ພຣະ​ເຢ​ຊູ​ໃຫ້​ລຸກ​ຂຶ້ນ ແລະ ຂໍ​ໃຫ້​ພຣະ​ອົງ​ຊ່ວຍ​ຊີ​ວິດ​ພວກ​ເຂົາ.

ຮູບ​ພາບ
ພຣະ​ເຢ​ຊູ​ສັ່ງ​ພະ​ຍຸ​ໃຫ້​ສະ​ຫງົບ

ພຣະ​ເຢ​ຊູ​ໄດ້​ລຸກ​ຂຶ້ນ ແລະ ກ່າວ​ອອກ​ໄປ​ວ່າ, “ງຽບ​ສະ​ຫງົບ​ແມ.” ພະ​ຍຸ​ໄດ້​ຢຸດ​ລົງ. ຟອງ​ນ້ຳ​ກໍ​ສະ​ຫງົບ​ລົງ.

ຮູບ​ພາບ
ເດັກ​ຊາຍ​ກຳ​ລັງ​ກອດ​ແຂນ ແລະ ຫລັບ​ຕາ

ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ນຳ​ຄວາມ​ສະ​ຫງົບ​ມາ​ໃຫ້​ເຮົາ. ເມື່ອ​ເຮົາ​ຮູ້​ສຶກ​ຢ້ານ, ພຣະ​ເຢ​ຊູ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ຮູ້​ສຶກ​ສະ​ຫງົບ​ໄດ້.

ໜ້າ​ລະ​ບາຍ​ສີ

ເຮົາ​ຢາກ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ

ຮູບ​ພາບ
ໜ້າ​ລະ​ບາຍ​ສີ​ກ່ຽວ​ກັບ​ເດັກ​ຍິງ​ກຳ​ລັງ​ເບິ່ງ​ປຶ້ມ​ກ່ຽວ​ກັບ​ພຣະ​ເຢ​ຊູ

ຮູບ​ພາບ​ປະ​ກອບ ໂດຍ ພາ​ທຣິ​ເຊຍ ເກສ໌

ເຈົ້າ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ?

ພິມ