2023
ສິນ​ລະ​ລຶກ​ຄັ້ງ​ທຳ​ອິດ
ເດືອນ​ມິ​ຖຸ​ນາ 2023


“The First Sacrament,” Friend, June 2023, 46–47.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ມິ​ຖຸ​ນາ 2023

ເລື່ອງ​ພຣະ​ຄຳ​ພີ

ສິນ​ລະ​ລຶກ​ຄັ້ງ​ທຳ​ອິດ

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ນັ່ງ​ຢູ່​ທີ່​ໂຕະ​ກັບ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ກ່ອນ​ທີ່​ພຣະ​ອົງ​ຈະ​ສິ້ນ​ພຣະ​ຊົນ, ພຣະ​ເຢ​ຊູ​ຄຣິດ​ໄດ້​ພົບ​ກັບ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ມອບ​ສິນ​ລະ​ລຶກ​ໃຫ້​ແກ່​ພວກ​ເພິ່ນ.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ຖື​ເຂົ້າ​ຈີ່

ພຣະ​ເຢ​ຊູ​ໄດ້​ຫັກ​ເຂົ້າ​ຈີ່ ແລະ ມອບ​ມັນ​ໃຫ້​ແກ່​ພວກ​ເພິ່ນ. ພຣະ​ອົງ​ໄດ້​ບອກ​ພວກ​ເພິ່ນ​ໃຫ້​ກິນ​ມັນ ເພື່ອ​ຊ່ວຍ​ໃຫ້​ພວກ​ເພິ່ນ​ຈື່​ຈຳ​ວ່າ ພຣະ​ອົງ​ໄດ້​ສະ​ລະ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ເພື່ອ​ພວກ​ເພິ່ນ.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ຖື​ຈອກ

ແລ້ວ​ພຣະ​ເຢ​ຊູ​ກໍ​ໄດ້​ມອບ​ຈອກ​ໃຫ້​ແກ່​ພວກ​ເພິ່ນ. ພຣະ​ອົງ​ໄດ້​ບອກ​ໃຫ້​ພວກ​ເພິ່ນ​ດື່ມ​ຈາກ​ຈອກ​ນັ້ນ. ມັນ​ຈະ​ຊ່ວຍ​ໃຫ້​ພວກ​ເພິ່ນ​ຈື່​ຈຳ​ພຣະ​ອົງ​ເຊັ່ນ​ກັນ.

ຮູບ​ພາບ
ຊາວ​ຄຣິດ​ໃນ​ສະ​ໄໝ​ຕົ້ນ​ກຳ​ລັງ​ຮັບ​ສິນ​ລະ​ລຶກ

ແມ່ນ​ແຕ່​ຫລັງ​ຈາກ​ທີ່​ພຣະ​ເຢ​ຊູ​ບໍ່​ໄດ້​ຢູ່​ກັບ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ແລ້ວ, ແຕ່​ສິນ​ລະ​ນຶກ​ກໍ​ຍັງ​ຊ່ວຍ​ໃຫ້​ພວກ​ເພິ່ນ​ລະ​ນຶກ​ເຖິງ​ພຣະ​ອົງ. ພວກ​ເພິ່ນ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ ແລະ ຈື່​ຈຳ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ.

ໜ້າ​ລະ​ບາຍ​ສີ

ເຮົາ​ສາ​ມາດ​ຮັບ​ສ່ວນ​ສິນ​ລະ​ລຶກ​ໄດ້

ຮູບ​ພາບ
ເດັກ​ຊາຍ​ກຳ​ລັງ​ຮັບ​ສ່ວນ​ສິນ​ລະ​ລຶກ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ, ເຮົາ​ສາ​ມາດ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ ແລະ ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ.

ພິມ