2023
ການ​ອັດ​ສະ​ຈັນ​ຂອງ​ຕາ​ບີ​ທາ
ເດືອນ​ກັນ​ຍາ 2023


“Tabitha’s Miracle,” Friend, September 2023, 46–47.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ກັນ​ຍາ 2023

ການ​ອັດ​ສະ​ຈັນ​ຂອງ​ຕາ​ບີ​ທາ

ຮູບ​ພາບ
Alt text

ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ຕາ​ບີ​ທາ ແມ່ນ​ຜູ້​ຕິດ​ຕາມ​ຄົນ​ໜຶ່ງ​ຂອງ​ພຣະ​ເຢ​ຊູ​ຄຣິດ. ນາງ​ໄດ້​ຫຍິບ​ເສື້ອ​ຜ້າ ແລະ ເສື້ອ​ຄຸມ ແລະ ໄດ້​ເຮັດ​ສິ່ງ​ທີ່​ດີ​ຫລາຍໆ​ຢ່າງ​ເພື່ອ​ຄົນ​ອື່ນ.

ຮູບ​ພາບ
Alt text

ແຕ່​ແລ້ວ ຕາ​ບີ​ທາ​ກໍ​ໄດ້​ລົ້ມ​ປ່ວຍ ແລະ ໄດ້​ເສຍ​ຊີ​ວິດ​ໄປ. ຫລາຍ​ຄົນ​ຕ່າງ​ກໍ​ໂສກ​ເສົ້າ.

ຮູບ​ພາບ
Alt text

ສາດ​ສະ​ດາ​ເປ​ໂຕ​ໄດ້​ໄປ​ຫາ​ຕາ​ບີ​ທາ. ເພິ່ນ​ໄດ້​ໂຜດ​ນາງ​ຈາກ​ຄວາມ​ຕາຍ​ດ້ວຍ​ອຳ​ນາດ​ທີ່​ພຣະ​ເຢ​ຊູ​ຄຣິດ ໄດ້​ປະ​ທານ​ໃຫ້​ແກ່​ເພິ່ນ.

ຮູບ​ພາບ
Alt text

ຕາ​ບີ​ທາ​ໄດ້​ກັບ​ມາ​ມີ​ຊີ​ວິດ​ອີກ​ຄັ້ງ! ນາງ​ສາ​ມາດ​ຕັດ​ຫຍິບ ແລະ ຮັບ​ໃຊ້​ອີກ​ຄັ້ງ​ໄດ້​ເຊັ່ນ​ກັນ. ນີ້​ຄື​ການ​ອັດ​ສະ​ຈັນ.

ໜ້າ​ລະ​ບາຍ​ສີ

ເຮົາ​ສາ​ມາດ​ຮັບ​ໃຊ້​ຄົນ​ອື່ນ​ໄດ້

ຮູບ​ພາບ
alt text here

ພາບ​ປະ​ກອບ ໂດຍ ເອ​ໂພ ສະຕ໋ອດ

ເຮົາ​ສາ​ມາດ​ຮັກ​ເຊັ່ນ​ດຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ຮັບ​ໃຊ້​ຄົນ​ອື່ນ.

ພິມ