2023
ພວກ​ຜູ້​ລ້ຽງ​ແກະ​ຢ້ຽມ​ຢາມ​ກຸມ​ມານ​ນ້ອຍ​ເຢ​ຊູ
ເດືອນ​ທັນ​ວາ 2023


“Shepherds Visit Baby Jesus,” Friend, Dec. 2023, 46–47.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ທັນ​ວາ 2023

ພວກ​ຜູ້​ລ້ຽງ​ແກະ​ຢ້ຽມ​ຢາມ​ກຸມ​ມານ​ນ້ອຍ​ເຢ​ຊູ

ຮູບ​ພາບ
Alt text

ພາບ​ປະ​ກອບ​ໂດຍ ເອ​ໂພ ສະ​ຕ໋ອດ

ຄືນ​ໜຶ່ງ, ທູດ​ອົງ​ໜຶ່ງ​ໄດ້​ໄປ​ຢ້ຽມ​ຢາມ​ພວກ​ຜູ້​ລ້ຽງ​ແກະ​ຢູ່​ຕາມ​ທົ່ງ. ທູດ​ອົງ​ນັ້ນ​ໄດ້​ບອກ​ພວກ​ເຂົາ​ວ່າ ກຸມ​ມານ​ນ້ອຍ​ຄົນ​ສຳ​ຄັນ​ຄົນ​ໜຶ່ງ​ໄດ້​ກຳ​ເນີດ​ແລ້ວ. ຊື່​ຂອງ​ພຣະ​ອົງ​ແມ່ນ ພຣະ​ເຢ​ຊູ​ຄຣິດ. ພຣະ​ອົງ​ຈະ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສຳ​ລັບ​ທຸກ​ຄົນ​ໃນ​ໂລກ. ທູດ​ອົງ​ອື່ນໆ​ໄດ້​ມາ​ເພີ່ມ. ພວກ​ເພິ່ນ​ພາ​ກັນ​ຮ້ອງ​ເພງ​ວ່າ, “ພຣະ​ລັດ​ສະ​ໝີ​ຈົ່ງ​ມີ​ແດ່​ພຣະ​ເຈົ້າ​ໃນ​ສະ​ຫວັນ​ທີ່​ສູງ​ສຸດ ແລະ ທີ່​ແຜ່ນ​ດິນ​ໂລກ​ຈົ່ງ​ມີ​ສັນ​ຕິ​ສຸກ​ແກ່​ມະ​ນຸດ​ທັງ​ປວງ.”

ຮູບ​ພາບ
Alt text

ພວກ​ຜູ້​ລ້ຽງ​ແກະ​ກໍ​ໄດ້​ຟ້າວ​ໄປ​ຢ້ຽມ​ຢາມ​ກຸມ​ມານ​ນ້ອຍ​ເຢ​ຊູ. ພວກ​ເຂົາ​ດີ​ໃຈ​ຫລາຍ​ທີ່​ໄດ້​ເຫັນ​ພຣະ​ອົງ!

ຮູບ​ພາບ
Alt text

ພວກ​ຜູ້​ລ້ຽງ​ແກະ​ໄດ້​ບອກ​ຄົນ​ອື່ນໆ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ພວກ​ເຂົາ​ຕ້ອງ​ການ​ໃຫ້​ທຸກ​ຄົນ​ໄດ້​ຍິນ​ຂ່າວ​ດີ​ນີ້.

ໜ້າ​ລະ​ບາຍ​ສີ

ເຮົາ​ສາ​ມາດ​ຮ້ອງ​ເພງ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ໄດ້

ຮູບ​ພາບ
alt text here

ພາບ​ປະ​ກອບ​ໂດຍ ເອ​ໂພ ສະ​ຕ໋ອດ

ເຮົາ​ສາ​ມາດ​ຮ້ອງ​ເພງ​ກ່ຽວ​ກັບ​ພຣະ​ເຢ​ຊູ​ເພື່ອ​ສະ​ຫລອງ​ການ​ກຳ​ເນີດ​ຂອງ​ພຣະ​ອົງ.

ພິມ