​Friend
ຕົ້ນ​ໄມ້​ແຫ່ງ​ຊີ​ວິດ
ເດືອນ​ມັງ​ກອນ 2024


“The Tree of Life,” Friend, Jan. 2024, 26–27.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ມັງ​ກອນ 2024

ຕົ້ນ​ໄມ້​ແຫ່ງ​ຊີ​ວິດ

ຮູບ​ພາບ
Alt text

ພາບ​ປະ​ກອບ ໂດຍ ແອນ​ດຣູ ໂບສ໌​ລີ

ລີ​ໄຮ​ເປັນ​ສາດ​ສະ​ດາ. ພຣະ​ເຈົ້າ​ໄດ້​ບອກ​ເພິ່ນ​ໃຫ້​ພາ​ຄອບ​ຄົວ​ຂອງ​ເພິ່ນ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ. ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​ເດີນ​ທາງ​ໄປ​ນັ້ນ, ເພິ່ນ​ໄດ້​ຝັນ​ກ່ຽວ​ກັບ​ຕົ້ນ​ໄມ້​ທີ່​ງົດ​ງາມ​ຕົ້ນ​ໜຶ່ງ. ມັນ​ເອີ້ນ​ວ່າ ຕົ້ນ​ໄມ້​ແຫ່ງ​ຊີ​ວິດ.

ຮູບ​ພາບ
alt text

ຕົ້ນ​ໄມ້​ຕົ້ນ​ນັ້ນ​ໄດ້​ເກີດ​ໝາກ​ສີ​ຂາວ​ທີ່​ແຊບ. ລີ​ໄຮ​ຮູ້​ສຶກ​ດີ​ໃຈ​ຫລາຍ​ເມື່ອ​ເພິ່ນ​ໄດ້​ກິນ​ມັນ! ເພິ່ນ​ຢາກ​ໃຫ້​ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ຊີມ​ເຊັ່ນ​ກັນ.

ຮູບ​ພາບ
alt text

ລີ​ໄຮ​ຍັງ​ໄດ້​ເຫັນ​ຮາວ​ເຫລັກ​ທີ່​ນຳ​ໄປ​ຫາ​ຕົ້ນ​ໄມ້​ນັ້ນ. ຜູ້​ຄົນ​ໄດ້​ຈັບ​ຮາວ​ເຫລັກ ເພື່ອ​ທີ່​ຈະ​ໄປ​ຮອດ​ຕົ້ນ​ໄມ້​ນັ້ນ ແລະ ກິນ​ໝາກ​ໄມ້.

ຮູບ​ພາບ
alt text

ຕົ້ນ​ໄມ້​ໃນ​ຄວາມ​ຝັນ​ຂອງ​ລີ​ໄຮ ເປັນ​ເໝືອນ​ດັ່ງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ຮາວ​ເຫລັກ ເປັນ​ເໝືອນ​ດັ່ງ​ພຣະ​ຄຳ​ພີ. ເມື່ອ​ເຮົາ​ອ່ານ​ພຣະ​ຄຳ​ພີ, ເຮົາ​ກໍ​ເຂົ້າ​ໃກ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ.

ໜ້າ​ລະ​ບາຍ​ສີ

ພຣະ​ຄໍາ​ພີ​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ

ຮູບ​ພາບ
alt text here

ພາບ​ປະ​ກອບ ໂດຍ ອາ​ດາມ ໂຄ​ຟອດ

ເລື່ອງ​ລາວ​ທີ່​ເຈົ້າ​ມັກ​ຫລາຍ​ທີ່​ສຸດ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ຫຍັງ?

ພິມ