​2021
ການ​ສ້າງ​ຕົວ​ເຈົ້າ​ໃນ​ແບບ​ທີ່​ດີ​ທີ່​ສຸດ
ເດືອນ​ກັນ​ຍາ 2021


“Building the Best You,” For the Strength of Youth, Sept. 2021, 6–7.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ກັນ​ຍາ 2021

ການ​ສ້າງ​ຕົວ​ເຈົ້າ​ໃນ​ແບບ​ທີ່​ດີ​ທີ່​ສຸດ

ຫ້າ​ວິ​ທີ​ໃນ​ການ​ສ້າງ​ຊີ​ວິດ​ທີ່​ມີ​ຄວາມ​ສຸກ ແລະ ຄວາມ​ຊົມ​ຊື່ນ​ຍິນ​ດີ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 95:13–14.

ຮູບ​ພາບ
ເອັກສ໌​ເຣ​ຍິງ​ໜຸ່ມ, ແຜນ​ຜັງ​ພຣະ​ວິ​ຫານ

ຮູບ​ພາບ​ປະ​ກອບ ໂດຍ ຈູ​ລຽດ ເພີ​ຊິ​ວໍ

ຕອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ໃຫ້​ໂຈ​ເຊັບ ສະ​ມິດ ສ້າງ​ພຣະ​ວິ​ຫານ​ເຄີດ​ແລນ, ພຣະ​ອົງ​ບໍ່​ໄດ້​ປ່ອຍ​ໃຫ້​ເພິ່ນ​ຄິດ​ຫາ​ວິ​ທີ​ເຮັດ​ເອງ​ທັງ​ໝົດ. ພຣະ​ອົງ​ໄດ້​ເປີດ​ເຜີຍ​ແຜນ​ການ​ທີ່​ຈະ​ນຳ​ໄປ​ສູ່​ຄວາມ​ສຳ​ເລັດ.

“ຈົ່ງ​ສ້າງ​ບ້ານ​ຫລັງ​ນັ້ນ, ບໍ່​ແມ່ນ​ຕາມ​ວິ​ທີ​ຂອງ​ໂລກ,” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ. “ຈົ່ງ​ສ້າງ​ມັນ​ຕາມ​ວິ​ທີ​ຊຶ່ງ​ເຮົາ​ຈະ​ສະ​ແດງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 95:13–14). ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ປະ​ທານ​ຄຳ​ແນະ​ນຳ​ເຖິງ​ວິ​ທີ​ການ​ສ້າງ​ພຣະ​ວິ​ຫານ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 95:15–17).

ໂຊກ​ດີ​ທີ່​ພຣະ​ເຈົ້າ​ສະ​ແດງ​ໃຫ້​ເຮົາ​ເຫັນ​ຫລາຍ​ກວ່າ​ວິ​ທີ​ສ້າງ​ພຣະ​ວິ​ຫານ. ພຣະ​ອົງ​ຍັງ​ໄດ້​ປະ​ທານ​ຄຳ​ແນະ​ນຳ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ​ຄົນ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ສາ​ມາດ​ເປັນ​ໄດ້. ເມື່ອ​ເຮົາ​ເຮັດ​ຕາມ​ຄຳ​ແນະ​ນຳ​ນັ້ນ, ເຮົາ​ກໍ​ຈະ​ສ້າງ​ຊີ​ວິດ​ຂອງ​ເຮົາ “ບໍ່​ແມ່ນ​ຕາມ​ວິ​ທີ​ຂອງ​ໂລກ” ແຕ່​ຕາມ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອອກ​ແບບ​ໄວ້.

ນີ້​ແມ່ນ​ຫ້າ​ວິ​ທີ​ໃນ​ການ​ສ້າງ​ຊີ​ວິດ​ທີ່​ມີ​ຄວາມ​ສຸກ ແລະ ຄວາມ​ຊົມ​ຊື່ນ​ຍິນ​ດີ ໂດຍ​ມີ​ພຣະ​ເຢ​ຊູ​ຄຣິດ​ເປັນ​ສູນ​ກາງ.

ສ້າງ​ຮາກ​ຖານ​ອັນ​ແນ່​ນອນ

ນັກ​ສະ​ຖາ​ປະ​ນິກ ຫລື ຄົນ​ກໍ່​ສ້າງ​ທຸກ​ຄົນ​ຈະ​ບອກ​ເຈົ້າ​ວ່າ ຮາກ​ຖານ​ທີ່​ແຂງ​ແກ່ນ​ເປັນ​ສິ່ງ​ທີ່​ສຳ​ຄັນ​ຕໍ່​ຕຶກ​ທຸກ​ຫລັງ. ຮີ​ລາ​ມັນ​ໄດ້​ສິດ​ສອນ​ວ່າ ຮາກ​ຖານ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ຊີ​ວິດ​ຂອງ​ເຮົາ​ແມ່ນ “ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ, ຄື​ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ” (ຮີ​ລາ​ມັນ 5:12). ເຮົາ​ສາ​ມາດ​ເຮັດ​ໃຫ້​ພຣະ​ຄຣິດ​ເປັນ​ຮາກ​ຖານ​ຂອງ​ເຮົາ ໂດຍ​ການ​ມາ​ຫາ​ພຣະ​ອົງ ແລະ ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ອົງ. ເຈົ້າ​ຮູ້​ສຶກ​ແນວ​ໃດ​ໃນ​ການ​ເຮັດ​ໃຫ້​ພຣະ​ຄຣິດ​ເປັນ​ຮາກ​ຖານ​ຂອງ​ຊີ​ວິດ​ຂອງ​ເຈົ້າ?

ຮັບ​ໃຊ້​ຄົນ​ອື່ນ

ຮູບ​ພາບ
ຕີນ

ອີກ​ວິ​ທີ​ໜຶ່ງ​ທີ່​ດີ​ໃນ​ການ​ສ້າງ​ຊີ​ວິດ​ຂອງ​ເຮົາ, ອີງ​ຕາມ​ປະ​ທານ​ດີ​ເດີ ແອັຟ ອຸກ​ດອບ, ຄາວ​ເພິ່ນ​ເປັນ​ທີ່​ປຶກ​ສາ​ທີ​ສອງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ ໄດ້​ກ່າວ​ວ່າ ຈະ​ມາ​ເຖິງ​ເມື່ອ “ເຮົາ​ຢືນ​ຢູ່​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮັບ​ໃຊ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ.”1 ເມື່ອ​ເຈົ້າ​ຮັບ​ໃຊ້​ຄົນ​ອື່ນ, ເຈົ້າ​ກຳ​ລັງ​ເຮັດ​ໃນ​ສິ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ເຮັດ ແລະ ກຳ​ລັງ​ຮຽນ​ຮູ້ ເພື່ອ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ. ແລະ ເຈົ້າ​ຈະ​ບໍ່​ພຽງ​ແຕ່​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ຜູ້​ຄົນ​ທີ່​ເຈົ້າ​ຮັບ​ໃຊ້​ເທົ່າ​ນັ້ນ, ແຕ່ ເຈົ້າ ກໍ​ຈະ​ໄດ້​ຮັບ​ພອນ​ເຊັ່ນ​ກັນ.

ສ້າງ​ກິດ​ຈະ​ວັດ​ປະ​ຈຳ​ວັນ​ໃນ​ການ​ອະ​ທິ​ຖານ ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ

ຮູບ​ພາບ
ມື​ແຫ່ງ​ການ​ອະ​ທິ​ຖານ

ອີກ​ວິ​ທີ​ໜຶ່ງ​ໃນ​ການ​ສ້າງ​ຊີ​ວິດ​ທີ່​ມີ​ຄວາມ​ສຸກ ແມ່ນ​ການ​ສ້າງ​ຄວາມ​ສຳ​ພັນ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ວິ​ທີ​ໜຶ່ງ​ທີ່​ດີ​ໃນ​ການ​ເຮັດ​ເຊັ່ນ​ນັ້ນ ແມ່ນ​ຜ່ານ​ທາງ​ການ​ອະ​ທິ​ຖານ ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ.

ປະ​ທານ​ອຸກ​ດອບ​ໄດ້​ກ່າວ​ໄວ້​ວ່າ: “ເພື່ອ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ​ເຂັ້ມ​ແຂງ​ຂຶ້ນ, ເຮົາ​ຈຳ​ເປັນ​ຕ້ອງ​ມີ​ເວ​ລາ​ທີ່​ມີ​ຄວາມ​ໝາຍ​ກັບ​ພຣະ​ອົງ​ຕາມ​ລຳ​ພັງ. ການ​ເອົາ​ໃຈ​ໃສ່​ຕໍ່​ການ​ອະ​ທິ​ຖານ ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ​ສ່ວນ​ຕົວ​ຢ່າງ​ງຽບໆ… ຈະ​ເປັນ​ການ​ໃຊ້​ເວ​ລາ ແລະ ຄວາມ​ພະ​ຍາ​ຍາມ​ຢ່າງ​ສະ​ຫລາດ ເພື່ອ​ຈະ​ເຂົ້າ​ໃກ້​ຊິດ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ.”2

ການ​ອະ​ທິ​ຖານ​ແມ່ນ​ໂອ​ກາດ​ທີ່​ຈະ​ສື່​ສານ​ກັບ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ຂອງ​ເຮົາ. ພຣະ​ອົງ​ຮູ້​ຈັກ​ເຮົາ, ຮັກ​ເຮົາ, ແລະ ຢາກ​ໄດ້​ຍິນ​ຈາກ​ເຮົາ! ເມື່ອ​ເຮົາ​ອະ​ທິ​ຖານ​ຢ່າງ​ຈິງ​ໃຈ, ຖວາຍ​ຂອບ​ພຣະ​ຄຸນ, ແລະ ຂໍ​ໃນ​ສິ່ງ​ທີ່​ເຮົາ​ຕ້ອງ​ການ​ແລ້ວ, ພຣະ​ອົງ​ຈະ​ຟັງ ແລະ ຈະ​ຕອບ​ຕາມ​ວິ​ທີ ແລະ ເວ​ລາ​ຂອງ​ພຣະ​ອົງ​ເອງ.

ເມື່ອ​ເວົ້າ​ເຖິງ​ການ​ສຶກ​ສາ​ພຣະ​ຄຳ​ພີ, ມັນ​ບໍ່​ມີ​ວິ​ທີ​ເຮັດ​ວິ​ທີ​ດຽວ​ທີ່​ຖືກ​ຕ້ອງ. ສິ່ງ​ທີ່​ສຳ​ຄັນ​ແມ່ນ​ການ​ທີ່​ເຈົ້າ​ລົງ​ມື​ເຮັດ! ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ, “ການ​ເຂົ້າ​ຫາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ທຸກ​ວັນ ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ການ​ຢູ່​ລອດ​ທາງ​ຈິດ​ວິນ​ຍານ.”3 ການ​ໃຊ້​ເວ​ລາ​ແຕ່​ລະ​ມື້​ຢູ່​ກັບ​ພຣະ​ຄຳ​ພີ​ຈະ​ຊ່ວຍ​ໃຫ້​ເຈົ້າ​ສ້າງ​ຊີ​ວິດ​ແຫ່ງ​ສັດ​ທາ ແລະ ຄວາມ​ເຂັ້ມ​ແຂງ, ໂດຍ​ທີ່​ບໍ່​ມີ​ຂໍ້​ສົງ​ໄສ.

ອ້ອມ​ຮອບ​ຕົວ​ເຈົ້າ​ດ້ວຍ​ຄົນ​ທີ່​ຊຸກ​ຍູ້​ໃຫ້​ເຈົ້າ​ເຮັດ​ຄວາມ​ດີ

ຮູບ​ພາບ
ເດັກ​ຊາຍ​ກຳ​ລັງ​ກາງ​ແຂນ​ອອກ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ເຮົາ​ເຊື່ອມ​ຕໍ່ ແລະ ສ້າງ​ຄວາມ​ສຳ​ພັນ​ກັບ​ຄົນ​ອື່ນ—ໂດຍ​ສະ​ເພາະ​ກັບ​ຄອບ​ຄົວ ແລະ ໝູ່​ເພື່ອນ. ເຮົາ​ມັກ​ຈະ​ຖືກ​ຫລໍ່​ຫລອມ​ໂດຍ​ຄົນ​ທີ່​ເຮົາ​ໃຊ້​ເວ​ລາ​ນຳ. ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຫລື​ບໍ່, ເຈົ້າ​ຄວນ​ອ້ອມ​ຮອບ​ຕົວ​ເຈົ້າ​ດ້ວຍ​ຄົນ​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ດຳ​ລົງ​ຊີ​ວິດ​ໃນ​ພຣະ​ກິດ​ຕິ​ຄຸນ, ຮັກ​ສາ​ມາດ​ຕະ​ຖານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ກາຍ​ເປັນ​ຄົນ​ທີ່​ດີ​ກວ່າ​ເກົ່າ. ເຈົ້າ​ຍັງ​ສາ​ມາດ​ຊ່ວຍ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຈົ້າ​ໃຫ້​ເຮັດ​ຢ່າງ​ດຽວ​ກັນ. ໝູ່​ຂອງ​ເຈົ້າ​ຄົນ​ໃດ​ທີ່​ກຳ​ລັງ​ຊ່ວຍ​ໃຫ້​ເຈົ້າ​ສ້າງ​ຮາກ​ຖານ​ເທິງ​ຄວາມ​ຊອບ​ທຳ?

ພົບ​ຄວາມ​ຊື່ນ​ຊົມ​ໃນ​ການ​ສ້າງ​ຮາກ​ຖານ​ຂອງ​ເຈົ້າ

ມີ​ຫລາຍ​ວິ​ທີ​ທີ່​ເຈົ້າ​ສາ​ມາດ​ສ້າງ​ຊີ​ວິດ​ຂອງ​ເຈົ້າ​ໃຫ້​ເຂັ້ມ​ແຂງ​ຂຶ້ນ​ທາງ​ວິນ​ຍານ ແລະ ມີ​ຄວາມ​ຊື່ນ​ຊົມ, ລວມ​ທັງ​ການ​ໄປ​ໂບດ ແລະ ການ​ຮັບ​ສ່ວນ​ສິນ​ລະ​ລຶກ, ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ, ແລະ ການ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່.

ມັນ​ສຳ​ຄັນ​ທີ່​ຈະ​ຈື່​ຈຳ​ໄວ້​ວ່າ ທຸກ​ສິ່ງ​ເຫລົ່າ​ນີ້​ໃຊ້​ຄວາມ​ພະ​ຍາ​ຍາມ ແລະ ເວ​ລາ. ຈະ​ມີ​ການ​ສ້າງ ແລະ ການ​ຮຽນ​ຮູ້​ໃຫ້​ເຮັດ​ຢູ່​ສະ​ເໝີ, ແຕ່​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ເຮັດ​ຄົນ​ດຽວ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເຈົ້າ​ໃນ​ແຕ່​ລະ​ມື້ ຂະ​ນະ​ທີ່​ເຈົ້າ​ພະ​ຍາ​ຍາມ​ສຸດ​ຄວາມ​ສາ​ມາດ​ຂອງ​ເຈົ້າ ເພື່ອ​ທີ່​ຈະ​ສ້າງ​ຊີ​ວິດ​ທີ່​ເຈົ້າ ແລະ ພຣະ​ອົງ​ພູມ​ໃຈ ແລະ ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ເຈົ້າ.

ແຫລ່ງ​ອ້າງ​ອີງ

  1. ດີ​ເດີ ແອັຟ ອຸກ​ດອບ, “ການ​ລໍ​ຖ້າ​ເທິງ​ຫົນ​ທາງ​ໄປ​ດາ​ມັສ​ກັດ,” ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2011 (Ensign ຫລື Liahona, May 2011, 76).

  2. ດີ​ເດີ ແອັຟ ອຸກ​ດອບ, “ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ,” ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2010 (Ensign ຫລື Liahona, Nov. 2010, 21).

  3. ຣະ​ໂຊ ເອັມ ແນວ​ສັນ, “ຈົ່ງ​ຟັງ​ທ່ານ,” ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2020 (Ensign ຫລື Liahona, May 2020, 89).

ພິມ