​2022
ເພາະ​ວ່າ​ມັນ​ເປັນ​ຂອງ​ເຮົາ ແລະ ເຮົາ​ຮູ້​ຈັກ​ມັນ
ເດືອນ​ມັງ​ກອນ 2022


“They are Mine and I Know Them,” For the Strength of Youth, Jan. 2022.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ມັງ​ກອນ 2022

“ເພາະ​ວ່າ​ມັນ​ເປັນ​ຂອງ​ເຮົາ ແລະ ເຮົາ​ຮູ້​ຈັກ​ມັນ”

ໂມເຊ 1

ຮູບ​ພາບ
ຍິງ​ໜຸ່ມ​ໃນ​ຝູງ​ຊົນ

ຮູບ​ພາບ​ຈາກ Getty Images

ເຈົ້າ​ເຄີຍ​ຮູ້​ສຶກ​ບໍ່​ມີ​ຄວາມ​ສຳ​ຄັນ​ບໍ? ເຈົ້າ​ອາດ​ຈະ​ຮູ້​ສຶກ​ແບບ​ນີ້​ເມື່ອ​ເຈົ້າ​ຄິດ​ກ່ຽວ​ກັບ​ວ່າ​ມີ​ຄົນ​ຈຳ​ນວນ​ຫລາຍ​ປານ​ໃດ​ໃນ​ໂລກ​ໃບ​ນີ້ ຫລື ເບິ່ງ​ດວງ​ດາວ​ທີ່​ຢູ່​ໃນ​ທ້ອງ​ຟ້າ. ເຈົ້າ​ເຄີຍ​ສົງ​ໄສ​ບໍ​ວ່າ ພຣະ​ເຈົ້າ​ຮູ້​ແທ້​ວ່າ​ເຈົ້າ​ເປັນ​ໃຜ ແລະ ຊີ​ວິດ​ຂອງ​ເຈົ້າ​ເປັນ​ຄື​ແນວ​ໃດ? ຖ້າ​ເຄີຍ​ສົງ​ໄສ, ໂມ​ເຊ​ມີ​ຂ່າວ​ສານ​ສຳ​ລັບ​ເຈົ້າ.

ໃນ​ພາບ​ນິ​ມິດ, ພຣະ​ເຈົ້າ​ໄດ້​ສະ​ແດງ​ຕໍ່​ໂມ​ເຊ​ທຸກ​ຊອກ​ທຸກ​ມຸມ​ຂອງ​ແຜ່ນ​ດິນ​ໂລກ ແລະ ຜູ້​ຄົນ​ທັງ​ໝົດ​ທີ່​ຈະ​ອາ​ໄສ​ຢູ່​ໃນ​ນັ້ນ. ພວກ​ເຂົາ​ນັ້ນ, “ເກີນ​ກວ່າ​ຈະ​ນັບ​ໄດ້​ດັ່ງ​ເມັດ​ຊາຍ​ຢູ່​ເທິງ​ຝັ່ງ​ທະ​ເລ” (ໂມ​ເຊ 1:28). ແລ້ວ​ພຣະ​ເຈົ້າ​ໄດ້​ກ່າວ​ກັບ​ໂມ​ເຊ​ວ່າ ພຣະ​ອົງ​ໄດ້​ສ້າງ “ໂລກ​ຕ່າງໆ​ຈົນ​ນັບ​ບໍ່​ຖ້ວນ” ອີກ (ໂມ​ເຊ 1:33)—ວ່າ​ການ​ສ້າງ​ຂອງ​ພຣະ​ອົງ​ນັ້ນ​ໄປ​ໄກ​ເກີນ​ກວ່າ​ໂລກ​ນີ້.

ໂມ​ເຊ​ອາດ​ຈະ​ຮູ້​ສຶກ​ຕົກ​ໃຈ​ເມື່ອ​ເພິ່ນ​ເຫັນ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ. ບາງ​ທີ​ເພິ່ນ​ອາດ​ຈະ​ສົງ​ໄສ​ວ່າ: ຂ້າ​ພະ​ເຈົ້າ​ຢູ່​ບ່ອນ​ໃດ​ໃນ​ທ່າມ​ກາງ​ການ​ສ້າງ​ທີ່​ຫລາກ​ຫລາຍ​ເຫລົ່າ​ນີ້? ແລະ ພຣະ​ເຈົ້າ​ຈະ​ສາ​ມາດ​ຕິດ​ຕາມ​ເບິ່ງ​ຫລາຍ​ແບບ​ນີ້​ໄດ້​ແນວ​ໃດ?

ຄຳ​ຕອບ​ຂອງ​ພຣະ​ເຈົ້າ​ນັ້ນ​ລຽບ​ງ່າຍ: “ທຸກ​ສິ່ງ​ທັງ​ປວງ​ໄດ້​ຖືກ​ນັບ​ໄວ້​ສຳ​ລັບ​ເຮົາ.” ແນວ​ໃດ? “ເພາະ​ວ່າ​ມັນ​ເປັນ​ຂອງ​ເຮົາ ແລະ ເຮົາ​ຮູ້​ຈັກ​ມັນ” (ໂມ​ເຊ 1:35). ພຣະ​ເຈົ້າ​ຮູ້​ວ່າ​ໂມ​ເຊ​ແມ່ນ​ໃຜ, ເໝືອນ​ດັ່ງ​ທີ່​ພຣະ​ອົງ​ຮູ້​ຈັກ​ລູກໆ​ຂອງ​ພຣະ​ອົງ​ທັງ​ໝົດ, ເຊັ່ນ​ດຽວ​ກັນ​ກັບ​ການ​ສ້າງ​ທັງ​ປວງ​ຂອງ​ພຣະ​ອົງ. ທຸກ​ສິ່ງ​ທັງ​ໝົດ​ເປັນ​ຂອງ​ພຣະ​ອົງ—ດວງ​ດາວ​ຕ່າງໆ, ເມັດ​ຊາຍ, ແລະ ໂດຍ​ສະ​ເພາະ​ລູກໆ​ຂອງ​ພຣະ​ອົງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ພວກ​ເຂົາ​ຄື​ເຫດ​ຜົນ​ທັງ​ໝົດ​ທີ່​ພຣະ​ອົງ​ໄດ້​ສ້າງ​ແຜ່ນ​ດິນ​ໂລກ. ຄວາມ​ລອດ​ນິ​ລັນ​ດອນ​ຂອງ​ພວກ​ເຂົາ​ຄື​ວຽກ​ງານ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ພຣະ​ເຈົ້າ.

“ເພາະ​ຈົ່ງ​ເບິ່ງ, ນີ້​ຄື ວຽກ​ງານ​ຂອງ​ເຮົາ ແລະ ລັດ​ສະ​ໝີ​ພາບ​ຂອງ​ເຮົາ—ຄື​ການ​ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ” (ໂມ​ເຊ 1:39).

ເຊັ່ນ​ດຽວ​ກັນ​ກັບ​ທີ່​ໂມ​ເຊ​ໄດ້​ຮຽນ​ຮູ້​ວ່າ​ເພິ່ນ​ຢູ່​ບ່ອນ​ໃດ​ໃນ​ແຜນ​ຂອງ​ພຣະ​ເຈົ້າ, ເຈົ້າ​ກໍ​ເຊັ່ນ​ດຽວ​ກັນ​ສາ​ມາດ​ໝັ້ນ​ໃຈ​ໄດ້​ວ່າ​ພຣະ​ເຈົ້າ​ຮູ້​ຈັກ​ເຈົ້າ! ການ​ຊ່ວຍ​ເຫລືອ​ເຈົ້າ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ​ຄື​ວຽກ​ງານ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ. ເປັນ​ຫຍັງ? ເພາະ​ເຈົ້າ​ເປັນ​ຂອງ​ພຣະ​ອົງ. ແລະ ບໍ່​ມີ​ສິ່ງ​ໃດ​ສຳ​ຄັນ​ໄປ​ກວ່າ​ນັ້ນ!

ພິມ