​2022
ທ່ານ​ໄດ້​ຍິນ​ພຣະ​ອົງ​ໃນ​ວິ​ທີ​ໃດ?
ເດືອນ​ມີ​ນາ 2022


“How Do You Hear Him?,” For the Strength of Youth, Mar. 2022.

ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ມີ​ນາ 2022

ທ່ານ​ໄດ້​ຍິນ​ພຣະ​ອົງ​ໃນ​ວິ​ທີ​ໃດ?

ຮູບ​ພາບ
ຊິ້ນ​ສ່ວນ​ຈິກ​ຊໍ
ຮູບ​ພາບ
ຜູ້​ຄົນ​ທີ່​ມີ​ຊິ້ນ​ສ່ວນ​ຈິກ​ຊໍ​ຂາດ​ຫາຍ​ໄປ

ຮູບ​ພາບ​ປະ​ກອບ ໂດຍ ອ໊ອກ​ຊາ​ນາ ກຣີ​ວິ​ນາ

ພ້ອມ​ກັບ​ການ​ຊີ້​ນຳ​ດ້ວຍ​ຄວາມ​ສະ​ຫງົບ ທີ່​ເຮົາ​ໄດ້​ຮັບ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເປັນ​ບາງ​ຄັ້ງ, ພຣະ​ເຈົ້າ​ໃຫ້​ເຮົາ​ແຕ່​ລະ​ຄົນ​ແນ່​ໃຈ​ໄດ້​ຢ່າງ​ມີ​ພະ​ລັງ ແລະ ເປັນ​ສ່ວນ​ຕົວ​ວ່າ ພຣະ​ອົງ​ຮູ້​ຈັກ​ເຮົາ ແລະ ຮັກ​ເຮົາ. ແລ້ວ, ໃນ​ຊ່ວງ​ເວ​ລາ​ອັນ​ຫຍຸ້ງ​ຍາກ​ຂອງ​ເຮົາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ນຳ​ປະ​ສົບ​ການ​ເຫລົ່າ​ນີ້​ກັບ​ຄືນ​ເຂົ້າ​ສູ່​ຈິດ​ໃຈ​ຂອງ​ເຮົາ.

ໃຫ້​ຄິດ​ກ່ຽວ​ກັບ​ຊີ​ວິດ​ຂອງ​ທ່ານ​ເອງ. ປະ​ສົບ​ການ​ເຫລົ່າ​ນີ້​ອາດ​ເກີດ​ຂຶ້ນ​ໃນ​ເວ​ລາ​ທີ່​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ເຮົາ ຫລື ໃນ​ສິ່ງ​ທີ່ ຕອນ​ທຳ​ອິດ ເບິ່ງ​ຄື​ວ່າ​ບໍ່​ມີ​ເຫດ​ຜົນ. ຊ່ວງ​ເວ​ລາ​ທາງ​ວິນ​ຍານ​ທີ່​ມີ​ພະ​ລັງ​ເຫລົ່າ​ນີ້ ເກີດ​ຂຶ້ນ​ໃນ​ເວ​ລາ ແລະ ວິ​ທີ​ທີ່​ແຕກ​ຕ່າງ​ກັນ, ສຳ​ລັບ​ເຮົາ ແຕ່​ລະ​ຄົນ​ໂດຍ​ສະ​ເພາະ.

ໂຈ​ເຊັບ ສະ​ມິດ ໄດ້​ອະ​ທິ​ບາຍ​ວ່າ ບາງ​ເທື່ອ​ເຮົາ “ອາດ​ຄິດ​ຂຶ້ນ​ໄດ້​ທັນ​ທີ” ແລະ ບາງ​ເວ​ລາ ຄວາມ​ຮູ້​ອັນ​ບໍ​ລິ​ສຸດ​ໄດ້​ຫລັ່ງ​ໄຫລ​ມາ.1

ປະ​ທານ​ດາ​ລິນ ເອັຈ ໂອກສ໌, ໃນ​ການ​ເວົ້າ​ຕອບ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຈິງ​ໃຈ ແຕ່​ບໍ່​ເຄີຍ​ມີ​ປະ​ສົບ​ການ​ເຊັ່ນ​ນີ້, ໄດ້​ແນະ​ນຳ​ວ່າ, “ບາງ​ທີ​ຄຳ​ອະ​ທິ​ຖານ​ຂອງ​ເຈົ້າ​ໄດ້​ຮັບ​ຄຳ​ຕອບ​ຫລາຍ​ເທື່ອ​ແລ້ວ, ແຕ່​ເຈົ້າ​ມີ​ຄວາມ​ຄາດ​ໝາຍ​ສູງ ຢາກ​ເຫັນ​ເຄື່ອງ​ໝາຍ​ອັນ​ຍິ່ງ​ໃຫຍ່ ຫລື ຢາກ​ໄດ້​ຍິນ​ສຽງ​ດັງໆ ຈົນ​ວ່າ​ເຈົ້າ​ຄິດ​ວ່າ​ຕົວ​ເອງ​ບໍ່​ໄດ້​ຮັບ​ຄຳ​ຕອບ.”2

ເມື່ອ​ບໍ່​ດົນ​ມາ​ນີ້ ເຮົາ​ໄດ້​ຍິນ​ຈາກ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ຄິດ​ຢ່າງ​ເລິກ​ເຊິ່ງ ແລະ ເລື້ອຍໆ ກ່ຽວ​ກັບ​ຄຳ​ຖາມ​ທີ່​ສຳ​ຄັນ​ນີ້: ທ່ານ ໄດ້​ຍິນ​ພຣະ​ອົງ​ໃນ​ວິ​ທີ​ໃດ? ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ຄື​ກັນ ໃຫ້​ຮັບ​ຟັງ​ພຣະ​ອົງ​ໃຫ້​ດີ ແລະ ເລື້ອຍໆ​ກວ່າ​ເກົ່າ.”3

ແຫລ່ງ​ອ້າງ​ອີງ

  1. Teachings of Presidents of the Church: Joseph Smith (2007), 132.

  2. Dallin H. Oaks, Life’s Lessons Learned: Personal Reflections (2011), 116.

  3. Russell M. Nelson, “‘How Do You #HearHim?’ A Special Invitation,” Feb. 26, 2020, blog.ChurchofJesusChrist.org.

ພິມ