ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ຊົງ​ຈຳ​ທາງວິນ​ຍານ​ທີ່​ມີ​ພະ​ລັງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


ຄວາມ​ຊົງ​ຈຳ​ທາງວິນ​ຍານ​ທີ່​ມີ​ພະ​ລັງ

ເມື່ອ​ເຮົາ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ ຫລື ເມື່ອສະ​ຖາ​ນະ​ການ​ຂອງໂລກ​ທີ່​ເກີນກວ່າ​ເຮົາ​ຈະ​ສາ​ມາດ​ຄວບ​ຄຸມ​ ເຮັດ​ໃຫ້​ເສັ້ນ​ທາງ​ຂອງ​ເຮົາ​ມືດ​ມົນ, ຄວາມ​ຊົງ​ຈຳ​ທາງວິນ​ຍານ​ທີ່​ມີ​ພະ​ລັງ​ຈາກ​ທະ​ບຽນ​ແຫ່ງ​ຊີ​ວິດ​ຂອງ​ເຮົາ ຈະ​ເປັນ​ຄື​ກັນ​ກັບ​ກ້ອນ​ຫີນ​ທີ່​ຮຸ່ງ​ແຈ້ງ ສ່ອງ​ເຍືອງ​ທາງ​ໃຫ້​ເຮົາ.

ສິບ​ແປດ​ປີ​ຫລັງ​ຈາກ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ, ສາດ​ສະ​ດາໂຈເຊັບ ສະມິດ ໄດ້​ຂຽນ​ຢ່າງ​ຍືດ​ຍາວ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ເພິ່ນ. ເພິ່ນ​ໄດ້​ປະ​ເຊີນ​ກັບ​ການ​ກົງ​ກັນ​ຂ້າມ, ການ​ຂົ່ມ​ເຫັງ, ການ​ຂົ່ມ​ຂູ່, ແລະ ການ​​ບຸກ​ລຸກ​ທີ່​ຮ້າຍ​ແຮງ.1 ແຕ່​ເພິ່ນ​ໄດ້​ສືບ​ຕໍ່​ເປັນ​ພະ​ຍານ​ຢ່າງ​ກ້າ​ຫານ​ເຖິງ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ​ຂອງ​ເພິ່ນ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແສງນັ້ນ​ແທ້ໆ, ແລະ ໃນ​ທ່າມ​ກາງ​ແສງນັ້ນ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສອງ​ພຣະ​ອົງ, ແລະ ພວກ​ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ແທ້ໆ; ແລະ ເຖິງ​ແມ່ນ​ວ່າ ຂ້າ​ພະ​ເຈົ້າ​ຈະ​ຖືກ​ກຽດ​ຊັງ ແລະ ຖືກ​ຂົ່ມ​ເຫັງ​ເພາະ​ການ​ເວົ້າ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພາບນັ້ນ​ກໍ​ຕາມ, ແຕ່​ມັນ​ເປັນ​ຄວາມ​ຈິງ. … ຂ້າ​ພະ​ເຈົ້າ​ຮູ້, ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຈົ້າ​ກໍ​ຮູ້​ຄື​ກັນ, ແລະ ຂ້າ​ພະ​ເຈົ້າ​ປະ​ຕິ​ເສດ​ມັນ​ບໍ່​ໄດ້.”2

ໃນ​ຊົ່ວ​ໂມງ​ທີ່​ຫຍຸ້ງ​ຍາກ​ຂອງ​ເພິ່ນ, ຄວາມ​ຊົງ​ຈຳ​ຂອງ​ໂຈເຊັບໄດ້​ຫວນ​ກັບ​ໄປ​ຫາ​ເມື່ອ​ຊາວ​ປີ​ກ່ອນ ເຖິງ​ຄວາມ​ຮັກ​ທີ່​ແນ່ນອນ​ຂອງ​ພຣະ​ເຈົ້າທີ່​ມີ​ຕໍ່​ເພິ່ນ ແລະ ເຖິງ​ເຫດ​ການ​ທີ່​ຖືກບອກ​ໄວ້​ລ່ວງ​ໜ້າ​ດົນ​ນານ​ມາ​ແລ້ວ​ກ່ຽວ​ກັບ​ການ​ຟື້ນ​ຟູ. ເມື່ອ​ຫວນ​ຄິດ​ເຖິງ​ການ​ເດີນ​ທາງ ທາງວິນ​ຍານ​ຂອງ​ເພິ່ນ, ໂຈເຊັບ​ໄດ້ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ບໍ່​ຕິ​ໃຜ ທີ່ບໍ່​ເຊື່ອ​ປະ​ຫວັດ​ຂອງ​ຂ້າ​ພະ​ເຈົ້າ. ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ບໍ່​ມີ​ປະ​ສົບ​ການນັ້ນ​ດ້ວຍ​ຕົວ​ເອງ, ຂ້າ​ພະ​ເຈົ້າ​ກໍ​ຄົງ​ບໍ່​ເຊື່ອ​ມັນ​ຄື​ກັນ.”3

ແຕ່​ປະ​ສົບ​ການນັ້ນ​ມີ​ຈິງ, ແລະ ເພິ່ນບໍ່​ເຄີຍ​ປະ​ຕິ​ເສດ​ມັນ, ແຕ່​ໄດ້​ຢືນ​ຢັນ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​ຢ່າງ​ງຽບໆ ຂະ​ນະ​ທີ່​ເພິ່ນ​ເດີນ​ທາງ​ໄປເມືອງ​ຄາດເທດ. “ຂ້າ​ພະ​ເຈົ້າ​ໄປ​ດັ່ງ​ລູກ​ແກະ​ທີ່​ຖືກ​ນຳ​ໄປ​ຂ້າ,” ເພິ່ນ​ເວົ້າ, “ແຕ່​ຂ້າ​ພະ​ເຈົ້າ​ກໍ​ສະ​ຫງົບ​ຢູ່​ດັ່ງ​ຕອນ​ເຊົ້າ​ຂອງ​ລະ​ດູ​ຮ້ອນ; ຂ້າ​ພະ​ເຈົ້າ​ມີ​ຄວາມ​ສຳ​ນຶກ​ປາດ​ສະ​ຈາກ​ຄວາມ​ຜິດ​ຕໍ່​ພຣະ​ເຈົ້າ, ແລະ ຕໍ່​ມະ​ນຸດ​ທັງ​ປວງ.”4

ປະ​ສົບ​ການ​ທາງວິນ​ຍານ​ທີ່​ມີ​ພະ​ລັງ​ຂອງ​ທ່ານ

ຕົວ​ຢ່າງ​ຂອງ​ສາດ​ສະ​ດາໂຈເຊັບ ເປັນ​ບົດ​ຮຽນ​ສຳ​ລັບ​ເຮົາ​ທຸກ​ຄົນ. ພ້ອມ​ກັບການ​ຊີ້​ນຳ​ດ້ວຍ​ຄວາມ​ສະ​ຫງົບ ທີ່​ເຮົາ​ໄດ້​ຮັບ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເປັນ​ບາງ​ຄັ້ງ, ພຣະ​ເຈົ້າ​ໃຫ້​ເຮົາແຕ່​ລະ​ຄົນ​ແນ່​ໃຈ​ໄດ້​ຢ່າງ​ມີ​ພະ​ລັງ ແລະ ເປັນສ່ວນ​ຕົວ​ວ່າ ພຣະ​ອົງ​ຮູ້​ຈັກ​ເຮົາ ແລະ ຮັກ​ເຮົາ ແລະ ວ່າ​ພຣະ​ອົງ​ອວຍ​ພອນ​ເຮົາ​ໂດຍ​ສະ​ເພາະ ແລະ ຢ່າງ​ເປີດ​ເຜີຍ. ແລ້ວ, ໃນ​ຊ່ວງ​ເວ​ລາ​ອັນຫຍຸ້ງ​ຍາກ​ຂອງ​ເຮົາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ນຳ​ປະ​ສົບ​ການ​ເຫລົ່າ​ນີ້​ກັບ​ຄືນ​ເຂົ້າ​ສູ່​ຈິດ​ໃຈ​ຂອງ​ເຮົາ.

​ໃຫ້​ຄິດ​ກ່ຽວ​ກັບ​ຊີ​ວິດ​ຂອງ​ທ່ານ​ເອງ. ເປັນ​ເວ​ລາ​ຫລາຍ​ປີ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງ​ປະ​ສົບ​ການ​ທາງວິນ​ຍານ​ທີ່​ຊາບ​ຊຶ້ງ​ຈາກ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຫລາຍ​ພັນ​ຄົນ ຕະ​ຫລອດ​ທົ່ວ​ໂລກ, ຢືນ​ຢັນ​ຕໍ່​ຂ້າ​ພະ​ເຈົ້າ​ໂດຍບໍ່​ມີ​ຄວາມ​ສົງ​ໃສວ່າ ພຣະ​ເຈົ້າຮູ້ຈັກ ແລະ ຮັກ​ເຮົາ​ແຕ່​ລະ​ຄົນ ແລະ ວ່າ​ພຣະ​ອົງກໍ​ຢາກ​ເປີດ​ເຜີຍພຣະ​ອົງ​ເອງ​ຕໍ່​ເຮົາ​ຫລາຍ​ທີ່​ສຸດ. ປະ​ສົບ​ການ​ເຫລົ່າ​ນີ້​ອາດ​ເກີດ​ຂຶ້ນໃນ​ເວ​ລາ​ທີ່​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ເຮົາ ຫລື ໃນ​ສິ່ງ​ທີ່​ ຕອນທຳ​ອິດ​ ເບິ່ງ​ຄື​ວ່າບໍ່​ມີ​ເຫດ​ຜົນ, ແຕ່​ມັນ​ກໍ​ມາ​ກັບ​ການ​ຢືນ​ຢັນ​ທີ່​ມີ​ພະ​ລັງ​ທາງວິນ​ຍານ ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ.

ການຈື່​ຈຳ​ປະ​ສົບ​ການ​ທາງວິນ​ຍານ​ທີ່​ມີ​ພະ​ລັງ​ເຫລົ່າ​ນີ້ ຈະ​ພາ​ເຮົາໃຫ້​ຄຸ​ເຂົ່າ, ປະ​ກາດ​ຄື​ກັນ​ກັບ​ສາດ​ສະ​ດາ​ໂຈເຊັບ​ວ່າ: “ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ແມ່ນ​ມາ​ຈາກ​ສະ​ຫວັນ. ຂ້າ​ພະ​ເຈົ້າ​ຮູ້, ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຈົ້າ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ຮູ້.”5

ສີ່​ຕົວ​ຢ່າງ

ໃຫ້​ສະ​ທ້ອນ​ຄິດ​ເຖິງ​ຄວາມ​ຊົງ​ຈຳ​ທາງວິນ​ຍານ​ທີ່​ມີ​ພະ​ລັງ​ຂອງ​ທ່ານ​ເອງ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ແບ່ງ​ປັນສາມ​ສີ່ຕົວ​ຢ່າງ ຈາກ​ຄົນ​ອື່ນໆ.

ຮູບ​ພາບ
ດຣ ຣະໂຊ ເອັມ ແນວສັນ

ເມື່ອ​ຫລາຍ​ປີ​ກ່ອນ, ປິ​ຕຸ​ຂອງສະເຕກ​ແຫ່ງ​ໜຶ່ງ​ຜູ້​ອະ​ວຸ​ໂສທີ່ປ່ວຍ​ໂຊ ເນື່ອງ​ດ້ວຍ​ລີ້ນ​ສູບຫົວ​ໃຈ​ສອງ​ບ່ອນ​ລົ້ມ​ເຫລວ ໄດ້​ຂໍ​ໃຫ້ ດຣ ຣະໂຊ ເອັມ ແນວສັນ ຊ່ວຍ​ເຫລືອ, ເຖິງ​ແມ່ນ​ໃນ​ເວ​ລານັ້ນ ຍັງ​ບໍ່​ມີ​ວິ​ທີ​ຊ່ວຍ​ແກ້​ໄຂ​ລີ້ນ​ສູບ​ຫົວ​ໃຈ​ບ່ອນ​ທີ​ສອງ​ເທື່ອ. ໃນ​ທີ່​ສຸດ ດຣ ແນວສັນ ກໍ​ໄດ້​ຕົກ​ລົງ​ທຳ​ການ​ຜ່າ​ຕັດ. ຕໍ່​ໄປ​ນີ້​ແມ່ນ​ຖ້ອຍ​ຄຳ​ຂອງ​ປະທານ​ແນວສັນ:

“ຫລັງ​ຈາກ​ໄດ້​ເອົາ​ສິ່ງ​ກີດ​ກັນ​ຢູ່​ໃນ​ລີ້ນ​ສູບ​ບ່ອນ​ທຳ​ອິດ​ອອກ​ແລ້ວ, ພວກ​ເຮົາ​ກໍ​ໄດ້​ເປີດ​ລີ້ນ​ສູບ​ບ່ອນ​ທີ​ສອງ. ພວກ​ເຮົາ​ເຫັນ​ວ່າ​ມັນ​ຄົບ​ຖ້ວນ​ດີ ແຕ່​ມັນ​ຂະ​ຫຍາຍ​ເກີນກວ່າ​​ທີ່ຈະ​ທຳ​ງານ​ໄດ້. ຂະ​ນະ​ທີ່​ສຳ​ຫລວດ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​​ຍິນ​ສຽງ​ຢູ່​ໃນ​ໃຈ​ວ່າ: ໃຫ້​ລົດ​ຄວາມກວ້າງ​ຂອງ​ທໍ່​ໃຫ້​ນ້ອຍ​ລົງ. ຂ້າ​ພະ​ເຈົ້າ​ກໍ​ໄດ້ບອກ​ຜູ້​ຊ່ວຍ​ຂອງ​ຂ້າ​ພະ​ເຈົ້າ​ແນວນັ້ນ. ‘ເນື້ອ​ລີ້ນ​ສູບ​ຈະ​ມີພຽງ​ພໍ ຖ້າ​ຫາກ ພວກ​ເຮົາສາ​ມາດ​ດັດ​ແປງທໍ່​ບ່ອນນັ້ນລົງ​ໃຫ້​ເທົ່າ​ກັບ​ສະ​ພາບ​ເດີມ.’

“ແຕ່​ຈະ​ເຮັດ​ໄດ້​ແນວ​ໃດ? … ພາບ​ໄດ້​ປະ​ກົດ​ຂຶ້ນ​ຢ່າງ​ແຈ່ມ​ແຈ້ງ​ຢູ່​ໃນ​ຄວາມ​ຄິດຂອງ​ຂ້າ​ພະ​ເຈົ້າ, ສະ​ແດງ​ໃຫ້ເຫັນ​ບ່ອນ​ທີ່​ຄວນ​ຫຍິບ—ເພື່ອ​ພັບ​ບ່ອນນີ້ ແລະ ເໜັບ​ບ່ອນນັ້ນ. … ຂ້າ​ພະ​ເຈົ້າ​ຍັງ​ຈື່​ຈຳ​ພາບນັ້ນ​ຢູ່​ໃນຄວາມ​ຄິດ—ພ້ອມ​ທັງຈຸດ​​ຕ່າງໆບ່ອນ​ທີ່​ຈະຫຍິບ. ການ​ສ້ອມ​ແປງນັ້ນ​ໄດ້​ປະກົດ​ຢ່າງ​ລະ​ອຽດ​ຢູ່​ໃນ​ຄວາມ​ຄິດ​ຂອງ​ຂ້າ​ພະ​ເຈົ້າ. ພວກ​ເຮົາ​ໄດ້ທົດ​ສອບ​ເບິ່ງ​ລີ້ນ​ສູບ ແລະ ໄດ້​ພົບ​ເຫັນວ່າ ຄວາມຮົ່ວ​ໄຫລ​ມີ​ໜ້ອຍ​ທີ່​ສຸດ. ຜູ້​ຊ່ວຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ, ‘ໜ້າ​ອັດ​ສະ​ຈັນໃຈ​ແທ້ໆ.’”6 ປິ​ຕຸ​ຄົນ​ນັ້ນ​ໄດ້​ມີ​ຊີ​ວິດ​ຢູ່​​ຕື່ມ​ອີກ​ຫລາຍ​ປີ.

ດຣ ແນວສັນ ໄດ້​ຮັບ​ການ​ຊີ້​ນຳ. ແລະ ເພິ່ນ​ຮູ້​ວ່າ​ພຣະ​ເຈົ້າ​ຮູ້​ວ່າ ເພິ່ນ​ຮູ້ ວ່າ​ເພິ່ນ​ໄດ້​ຮັບ​ການ​ຊີ້​ນຳ.

ຮູບ​ພາບ
ບີທຣີດ ມາເກຼ

ແຄຕີ້ ແລະ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ນາງ ບີທຣີດ ມາເກຼ ເປັນ​ເທື່ອ​ທຳ​ອິດ ຢູ່​ປະ​ເທດ​ຝະຣັ່ງ ເມື່ອ 30 ປີ​ກ່ອນ. ເມື່ອບໍ່​ດົນ​ມານີ້ ນາງ ບີທຣີດ ໄດ້​ບອກ​ຂ້າ​ພະ​ເຈົ້າ​ເຖິງ​ປະ​ສົບ​ການ​ທີ່ມີ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ທາງວິນ​ຍານ​ຂອງ​ນາງ ບໍ່​ດົນ​ຫລັງ​ຈາກ​ນາງ​ໄດ້​ຮັບ​ບັບ​ຕິ​ສະ​ມາ ຕອນ​ເປັນ​ໄວ​ລຸ້ນ. ຕໍ່​ໄປ​ນີ້​ແມ່ນ​ຖ້ອຍ​ຄຳ​ຂອງ​ນາງ:

“ກຸ່ມ​ຊາວ​ໜຸ່ມ​ໃນ​ສາ​ຂາ​ຂອງ​ພວກ​ເຮົາ​ໄດ້​ເດີນ​ທາງ​ໄປ​ກັບ​ຜູ້​ນຳ​ຂອງ​ເຂົາ​ເຈົ້າ ໄປຫລິ້ນ​ຫາດ ລາການໍ, ຊຶ່ງ​ເປັນ​ໄລ​ຍະ​ທາງ ຊົ່ວ​ໂມງເຄິ່ງ​ຈາກ​ເມືອງບໍ​ໂດ.

“ກ່ອນ​ກັບ​ບ້ານ, ຜູ້​ນຳ​ຄົນ​ໜຶ່ງ​ໄດ້​ຕັດ​ສິນ​ໃຈ​ລົງ​ລອຍ​ນ້ຳ​ເປັນ​ເທື່ອ​ສຸດ​ທ້າຍ ແລະ ໂດດ​ລົງ​ໃສ່​ຄື້ນ​ທະ​ເລພ້ອມກັບ​ແວ່ນ​ຕາ​ຂອງ​ລາວ. ເມື່ອ​ລາວ​​ໂຜ່​ຂຶ້ນ​ຈາກ​ນ້ຳ, ແວ່ນ​ຕາ​ຂອງ​ລາວ​ໄດ້​ຫາຍ​ໄປ. … ມັນ​ຫາຍ​ໄປ​ໃນ​ທະ​ເລ.

“ໂດຍ​ທີ່ບໍ່​ມີ​ແວ່ນ​ຕາ ລາວ​ກໍ​ບໍ່​ສາ​ມາດ​ຂັບ​ລົດ​ຂອງ​ລາວ. ພວກ​ເຮົາກໍ​ບໍ່​ສາ​ມາດ​ກັບ​ບ້ານ.

“ໝູ່​ຄົນ​ໜຶ່ງ​ທີ່​ມີ​ສັດ​ທາ ໄດ້​ແນະ​ນຳ​ວ່າ ໃຫ້​ພວກ​ເຮົາ​ອະ​ທິ​ຖານ.

“ຂ້າ​ນ້ອຍ​ໄດ້​ຈົ່ມ​ພຶມ​ພຳ​ວ່າ ການ​ອະ​ທິ​ຖານ​ກໍ​ຄົງ​ຊ່ວຍ​ຫຍັງ​ບໍ່​ໄດ້, ແລະ ຂ້າ​ນ້ອຍ​ກໍ​ບໍ່ຢາກ​ຮ່ວມ​ອະ​ທິ​ຖານ​ກັບ​ໝູ່ ຂະ​ນະ​ທີ່​ຢືນ​ຢູ່​ໃນ​ບ່ອນ​ສາ​ທາ​ລະ​ນະ ໃນ​ນ້ຳ​ສູງ​ພຽງ​ແອວ.

“ທັນ​ທີ​ທີ່​ກ່າວ​ອະ​ທິ​ຖານ​ຈົບ, ຂ້າ​ນ້ອຍໄດ້​ເອົາ​ມື​ຟາດ​ນ້ຳ​ໃສ່​ທຸກ​ຄົນ. ຂະ​ນະ​ທີ່​ຂ້າ​ນ້ອຍ​ເອົາ​ມື​ຟາດ​ນ້ຳ​ຢູ່ນັ້ນ, ແວ່ນ​ຕາ​ຄູ່​ໜຶ່ງ​ໄດ້ໄຫລ​ເຂົ້າມື​ຂອງ​ຂ້າ​ນ້ອຍ. ຄວາມ​ຮູ້​ສຶກ​ຢ່າງ​ມີ​ພະ​ລັງ​ໄດ້​ສຽບ​ແທງ​ເຂົ້າ​ໃນ​ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ ວ່າ​ພຣະ​ເຈົ້າ​ຮູ້ ແລະ ໄດ້​ຍິນ ແລະ ຕອບ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຮົາ.”7

ສີ່​ສິບ​ຫ້າ​ປີ​ຈາກນັ້ນ, ນາງ​ໄດ້​ເລົ່າ​ມັນ ຄື​ກັນ​ກັບ​ວ່າ​ມັນຫາ​ກໍ​ເກີດ​ຂຶ້ນມື້​ວານນີ້. ນາງ ບີທຣີດ ໄດ້​ຮັບ​ພອນ, ແລະ ນາງ​ຮູ້​ວ່າ​ພຣະ​ເຈົ້າ​ຮູ້​ວ່າ ນາງ​ຮູ້ ວ່າ​ນາງ​ໄດ້​ຮັບ​ພອນ.

ປະ​ສົບ​ການຂອງ​ປະທານ ແນວສັນ ແລະ ຊິດສະເຕີ ມາເກຼ ແມ່ນ​ແຕກ​ຕ່າງ​ກັນ, ແຕ່​ທັງ​ສອງ, ເປັນ​ຄວາມ​ຊົງ​ຈຳ​ທາງວິນ​ຍານ​ທີ່​ມີ​ພະ​ລັງ ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ຊຶ່ງ​ຈາ​ລຶກ​ຢູ່​ໃນ​ໃຈ​ຂອງ​ທັງ​ສອງ.

ເຫດ​ການ​ທີ່​ມີ​ພະ​ລັງ​ເຫລົ່າ​ນີ້ ມັກ​ເກີດ​ຂຶ້ນ ເພື່ອ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ຫລື ເພື່ອ​ໃຫ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ກັບ​ຄົນ​ອື່ນ.

ຮູບ​ພາບ
ຟະໂລຣິເປສ໌ ລູເຊຍ ດາມາຊິໂອ ແລະ ແອວເດີ ນຽວ ແອວ ແອນເດີເຊັນ

ຮູບນີ້ຖ່າຍ​ຢູ່​ໃນ​ເມືອງຊ້າວ​ປາໂລ, ປະ​ເທດ​ບຣາຊິນ, ໃນ​ປີ 2004. ຟະໂລຣິເປສ໌ ລູເຊຍ ດາມາຊິໂອ ຂອງ​ສະເຕກ​ອີປາ​ຕິງກາ ບຣາຊິນ ມີ​ອາ​ຍຸ​ໄດ້ 114 ປີ. ໃນ​ການ​ກ່າວ​ເຖິງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ລາວ, ຊິດສະເຕີ ດາມາຊິໂອ ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ຜູ້​ສອນ​ສາດ​ສະ​ໜາ​ຢູ່​ໃນ​ໝູ່​ບ້ານ​ຂອງ​ລາວ ໄດ້​ມອບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ແອ​ນ້ອຍ​ທີ່​ປ່ວຍ​ໜັກ​ຄົນ​ໜຶ່ງ ແລະ ໄດ້​ຫາຍ​ດີ​ຢ່າງມະ​ຫັດ​ສະ​ຈັນ. ລາວ​ກໍ​ຢາກ​ຮູ້​ຕື່ມ​ອີກ. ເມື່ອ​ລາວ​ໄດ້​ອະ​ທິ​ຖານ​ກ່ຽວ​ກັບ​ຂ່າວ​ສານ​ຂອງ​ເຂົາ​ເຈົ້າ, ແລະ ດ້ວຍ​ປະ​ຈັກ​ພະ​ຍານຢ່າງ​ປະ​ຕິ​ເສດບໍ່​ໄດ້ ແລະ ການ​ເປັນ​ພະ​ຍານ​ເຖິງ​ພຣະ​ວິນ​ຍານ ໄດ້​ຢືນ​ຢັນ​ຕໍ່​ລາວ​ວ່າ ໂຈເຊັບ ສະມິດ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ຕອນ​ມີ​ອາ​ຍຸ 103 ປີ, ລາວ​ໄດ້​ຮັບ​ບັບ​ຕິ​ສະ​ມາ, ແລະ ຕອນ​ມີ​ອາ​ຍຸ 104 ປີ, ລາວ​ໄດ້​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ. ທຸກ​ປີ​ຫລັງ​ຈາກນັ້ນ, ລາວ​ໄດ້ນັ່ງ​ລົດ 14 ຊົ່ວ​ໂມງ ໄປ​ໃຊ້​ເວ​ລາ​ຢູ່​ພຣະ​ວິ​ຫານ​ໜຶ່ງ​ອາ​ທິດ. ຊິດສະເຕີ ດາມາຊິໂອ ໄດ​ຮັບ​ການ​ຢືນ​ຢັນ​ຈາກ​ສະ​ຫວັນ, ແລະ ລາວ​ຮູ້​ວ່າ ພຣະ​ເຈົ້າ​ຮູ້​ວ່າ ລາວ​ຮູ້ ວ່າ​ພະ​ຍານນັ້ນ​ເປັນ​ຄວາມ​ຈິງ.

ຕໍ່​ໄປນີ້​ແມ່ນ​ຄວາມ​ຊົງ​ຈຳ​ທາງວິນ​ຍານ​ຈາກ​ການ​ເຜີຍ​ແຜ່​ເທື່ອ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ປະ​ເທດ​ຝະ​ຣັ່ງ ເມື່ອ 48 ປີ​ກ່ອນ.

ຕອນ​ໄປ​ເລາະ​ສອນ, ຄູ່​ສອນ ແລະ ຂ້າ​ພະ​ເຈົ້າ​ໄດ້​ມອບ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ແມ່​ຕູ້​ຄົນ​ໜຶ່ງ. ເມື່ອ​ພວກ​ເຮົາ​ໄດ້​ກັບ​ໄປ​ເຮືອນ​ຂອງ​ແມ່​ຕູ້​ຄົນ​ນັ້ນ ຫລັງ​ຈາກ​ປະ​ມານ​ໜຶ່ງ​ອາ​ທິດ, ລາວ​ໄດ້​ເປີດ​ປະ​ຕູ. ກ່ອນ​ພວກ​ເຮົາ​ໄດ້​ເວົ້າ​ຫຍັງ, ຂ້າ​ພະ​ເຈົ້າຮູ້​ສຶກ​ເຖິງ​ພະ​ລັງ​ທາງວິນ​ຍານ​ທີ່​ສຳ​ພັດ​ໄດ້. ຄວາມ​ຮູ້​ສຶກ​ອັນ​ມີ​ພະ​ລັງ​ຍັງ​ຢູ່​ນຳ​ຂ້າ​ພະ​ເຈົ້າ ຂະ​ນະ​ທີ່ ແມ່​ຕູ້ ອາລີສ ອໍດູແບ ໄດ້​ເຊື້ອ​ເຊີນ​ພວກ​ເຮົາ​ໃຫ້​ເຂົ້າ​ໄປ​ໃນ​ເຮືອນ ແລະ ໄດ້​ບອກ​ພວກ​ເຮົາ​ວ່າ ລາວ​ໄດ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ແລະ ຮູ້​ວ່າ​ມັນ​ເປັນ​ຄວາມ​ຈິງ. ຂະ​ນະ​ທີ່​ພວກ​ເຮົາ​ອອກ​ຈາກ​ເຮືອນ​ຂອງ​ລາວ​ໄປ, ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ວ່າ “ພຣະ​ບິ​ດາ​ເທິງ​ສະ​ຫວັນ, ຂໍ​ຈົ່ງ​ຊ່ວຍ​ຂ້າ​ນ້ອຍບໍ່​ໃຫ້​ລືມ​ສິ່ງ​ທີ່​ຂ້າ​ນ້ອຍ​ຫາກໍ​ຮູ້​ສຶກນັ້ນດ້ວຍ​ເທີ້ນ.” ຂ້າ​ພະ​ເຈົ້າ​ກໍບໍ່​ເຄີຍ​ລືມ.

ຮູບ​ພາບ
ແອວເດີ ແອນເດີເຊັນ ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ

ໃນ​ຊ່ວງ​ເວ​ລາ​ທີ່​ເບິ່ງ​ຄື​ວ່າ​ເປັນ​ແບບ​ທຳ​ມະ​ດາ, ຢູ່​ທີ່​ປະ​ຕູ​ບ້ານ ຄື​ກັນ​ກັບ​ຫລາຍໆ​ບ່ອນ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ພະ​ລັງ​ຈາກ​ສະ​ຫວັນ. ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຈົ້າ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ຮູ້ ວ່າປະ​ຕູ​ສະ​ຫວັນ​ໄດ້​ເປີດ​ຢູ່.

ສຳ​ລັບ​ແຕ່​ລະ​ຄົນ ແລະ ຢ່າງ​ປະ​ຕິ​ເສດບໍ່​ໄດ້

ຊ່ວງ​ເວ​ລາ​ທາງວິນ​ຍານ​ທີ່​ມີ​ພະ​ລັງ​ເຫລົ່າ​ນີ້ ສາ​ມາດ​ເກີດ​ຂຶ້ນ​ໃນ​ເວ​ລາ ແລະ ວິ​ທີ​ທີ່​ແຕກ​ຕ່າງ​ກັນ, ສຳ​ລັບເຮົາແຕ່​ລະ​ຄົນໂດຍ​ສະ​ເພາະ.

ໃຫ້ຄິດ​ກ່ຽວ​ກັບ​ຕົວ​ຢ່າງ​ທີ່​ທ່ານ​ມັກ​ຢູ່​ໃນ​ພຣະ​ຄຳ​ພີ. ຜູ້​ຄົນ​ທີ່​ຮັບ​ຟັງ​ອັກ​ຄະ​ສາ​ວົກ​ເປໂຕ “ມີ​ຄວາມ​ເຈັບ​ຊ້ຳ​ກິນ​ແໜງ​ໃຈ.”8 ນາງ​ເອບິດ​ຊາວ​ເລມັນ​ໄດ້​ເຊື່ອໃນ “ພາບ​ນິ​ມິດ​ອັນ​ແປກ​ປະ​ຫລາດ​ຈາກ​ບິ​ດາ​ຂອງ​ນາງ.”9 ສຸ​ລະ​ສຽງ​ໄດ້​ເຂົ້າ​ສູ່​ຈິດໃຈ​ຂອງ​ເອໂນດ.10

ຄະເລຕັນ ຄຣິສຕຽນເຊັນ ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ບັນ​ຍາຍ​ເຖິງ​ປະ​ສົບ​ການ ລະ​ຫວ່າງ​ທີ່​ເພິ່ນ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ດ້ວຍ​ການ​ອະ​ທິ​ຖານ ໃນ​ທາງນີ້: “ພຣະ​ວິນ​ຍານທີ່ງົດ​ງາມ, ອົບ​ອຸ່ນ, ແລະ ເຕັມດ້ວຍ​ຄວາມ​ຮັກ … ອ້ອມ​ຮອບ​ຂ້າ​ພະ​ເຈົ້າ ແລະ ລາມ​ເຂົ້າ​ໃນ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ, ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ທີ່​ຂ້າ​ພະ​ເຈົ້າບໍ່​ຄິດ​ວ່າ ຂ້າ​ພະ​ເຈົ້າ​ຈະ​ຮູ້​ສຶກ​ໄດ້ ແລະ [ຄວາມ​ຮູ້​ສຶກ​ເຫລົ່າ​ນີ້​ເປັນ​ຢູ່​ແນວນັ້ນ​ຫລາຍໆ​ຄືນ].”11

ຈະ​ມີ​ເວ​ລາ​ເມື່ອ​ຄວາມ​ຮູ້​ສຶກ​ທາງວິນ​ຍານຈະ​ເຂົ້າ​ສູ່​ໃຈ​ຂອງເຮົາ​ຄື​ກັນ​ກັບ​ໄຟ, ໃຫ້​ຄວາມ​ສະ​ຫວ່າງ​ແກ່​ຈິດ​ວິນ​ຍານ​ຂອງ​ເຮົາ. ໂຈເຊັບ ສະມິດ ໄດ້​ອະ​ທິ​ບາຍ​ວ່າ ບາງ​ເທື່ອ​ເຮົາ “ອາດ​ຄິດ​ຂຶ້ນ​ໄດ້​ທັນ​ທີ” ແລະ ບາງ​ເວ​ລາ ຄວາມ​ຮູ້​ອັນ​ບໍ​ລິ​ສຸດ​ໄດ້​ຫລັ່ງ​ໄຫລ​ມາ.12

ປະທານ​ດາລິນ ເອັຈ ໂອກສ໌, ໃນ​ການ​ເວົ້າ​ຕອບຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຈິງ​ໃຈ ແຕ່ບໍ່​ເຄີຍ​ມີ​ປະ​ສົບ​ການ​ເຊັ່ນ​ນີ້, ໄດ້​ແນະ​ນຳ​ວ່າ, “ບາງ​ທີ​ຄຳ​ອະ​ທິ​ຖານ​ຂອງເຈົ້າ​ໄດ້​ຮັບ​ຄຳ​ຕອບ​ຫລາຍ​ເທື່ອ​ແລ້ວ, ແຕ່​ເຈົ້າມີ​ຄວາມ​ຄາດ​ໝາຍສູງ ຢາກ​ເຫັນ​ເຄື່ອງ​ໝາຍ​ອັນ​ຍິ່ງ​ໃຫຍ່ ແລະ ຢາກໄດ້​ຍິນ​ສຽງ​ດັງໆ ຈົນ​ວ່າ​ເຈົ້າຄິດ​ວ່າຕົວ​ເອງບໍ່​ໄດ້​ຮັບ​ຄຳ​ຕອບ.”13 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ​ກໍໄດ້​ກ່າວ​ເຖິງ​ຜູ້​ຄົນ​ທີ່​ມີສັດ​ທາ​ຢ່າງ​ຫລວງ​ຫລາຍ ຜູ້​ທີ່ “ໄດ້ [ຮັບ​ພອນ] ດ້ວຍ​ໄຟ ແລະ ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, [ແຕ່ເຂົາ​ເຈົ້າ] ກໍບໍ່​ຮູ້​ຈັກ​ມັນ.”14

ທ່ານໄດ້​ຍິນ​ພຣະ​ອົງ​ໃນ​ວິ​ທີ​ໃດ?

​ເມື່ອບໍ່​ດົນ​ມານີ້ ເຮົາ​ໄດ້​ຍິນ​ຈາກ​ປະທານ ຣະໂຊ ເອັມ ແນວສັນ ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ຄິດ​ຢ່າງ​ເລິກ​ຊຶ້ງ ແລະ ເລື້ອຍໆ ກ່ຽວ​ກັບ​ຄຳ​ຖາມ​ທີ່​ສຳ​ຄັນ​ນີ້: ທ່ານ ໄດ້​ຍິນ​ພຣະ​ອົງ​ໃນ​ວິ​ທີ​ໃດ? ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ຄື​ກັນ ໃຫ້​ຮັບ​ຟັງ​ພຣະ​ອົງໃຫ້​ດີ ແລະ ເລື້ອຍໆກວ່າ​ເກົ່າ.”15 ເພິ່ນ​ໄດ້​ກ່າວ​ຄຳ​ເຊື້ອ​ເຊີນນັ້ນ ມື້​ເຊົ້າ​ນີ້.

ເຮົາໄດ້​ຍິນ​ພຣະ​ອົງ​ໃນ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ, ໃນ​ບ້ານ​ເຮືອນ​ຂອງ​ເຮົາ, ໃນ​ພຣະ​ຄຳ​ພີ, ໃນ​ເພງ​ສວດ​ຂອງ​ເຮົາ, ຂະ​ນະ​ທີ່​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີ​ຄ່າ​ຄວນ, ຂະ​ນະ​ທີ່​ເຮົາ​ປະ​ກາດ​ສັດ​ທາ​ຂອງ​ເຮົາ, ຂະ​ນະ​ທີ່​ເຮົາ​ຮັບ​ໃຊ້​ຄົນ​ອື່ນ, ແລະ ຂະ​ນະ​ທີ່​ເຮົາ​ໄປ​ພຣະ​ວິ​ຫານ ກັບ​ໝູ່​ເພື່ອນ​ທີ່ເຊື່ອ​ຖື​ແບບ​ດຽວ​ກັນ. ຊ່ວງ​ເວ​ລາ​ທາງວິນ​ຍານ​ທີ່​ມີ​ພະ​ລັງ​ຈະ​ເກີດ​ຂຶ້ນ​ຂະ​ນະ​ທີ່​ເຮົາ​ຮັບ​ຟັງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ດ້ວຍ​ການ​ອະ​ທິ​ຖານ ແລະ ຂະ​ນະ​ທີ່​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ​ໃຫ້​ດີກວ່າ​ເກົ່າ. ແລະ ເດັກ​ນ້ອຍທັງ​ຫລາຍ, ປະ​ສົບການ​ເຫລົ່າ​ນີ້​ແມ່ນ​ສຳ​ລັບ​ພວກ​ເຈົ້າ​ຄື​ກັນ. ຈົ່ງ​ຈື່​ຈຳ​ໄວ້​ວ່າ, ພຣະ​ເຢ​ຊູ “ໄດ້​ສິດ​ສອນ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ເດັກ​ນ້ອຍ … ແລະ [ເດັກ​ນ້ອຍ] ໄດ້​ເວົ້າ … ເລື່ອງ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ.”16 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ:

“[ຄວາມ​ຮູ້ນີ້] ຖືກມອບ​ໃຫ້​ແກ່​ພວກ​ເຈົ້າ, … ແລະ ຍົກ​ເວັ້ນ​ແຕ່​ເປັນ​ໂດຍ​ອຳ​ນາດ​ຂອງ​ເຮົາ​ເທົ່າ​ນັ້ນ ພວກ​ເຈົ້າ​ຈຶ່ງບໍ່​ສາ​ມາດ​ມີ​ມັນ​ໄດ້;

“ດັ່ງ​ນັ້ນ, ພວກ​ເຈົ້າ​ສາ​ມາດເປັນ​ພະຍານ​ໄດ້​ວ່າ ພວກ​ເຈົ້າ​ໄດ້​ຍິນ​ສຽງ​ຂອງ​ເຮົາ, ແລະ ຮູ້​ຖ້ອຍ​ຄຳ​ຂອງ​ເຮົາ.”17

ເຮົາ​ສາ​ມາດ “ໄດ້​ຍິນ​ພຣະ​ອົງ” ເພາະ​ພອນ​ຂອງ​ການ​ຊົດ​ໃຊ້​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ສາ​ມາດ​ເລືອກ​ຊ່ວງ​ເວ​ລາ​ທີ່​ມີ​ພະ​ລັງ​ເຫລົ່າ​ນີ້, ແຕ່ປະທານ​ເຮັນຣີ ບີ ໄອຣິງ ໄດ້​ໃຫ້​ຄຳ​ແນະ​ນຳ ໃນ​ການ​ກະ​ກຽມ​ຕົວ​ເຮົາ​ເອງ​ວ່າ: “ມື້​ແລງນີ້, ແລະ ແລງມື້​ອື່ນ, ທ່ານ​ຄວນ​ອະ​ທິ​ຖານ ແລະ ໄຕ່​ຕອງ, ທູນ​ຖາມ​ວ່າ: ພຣະ​ເຈົ້າ​ໄດ້​ສົ່ງ​ຂ່າວ​ສານ​ສະ​ເພາະ​ ມາ​ໃຫ້​ຂ້າ​ນ້ອຍຢູ່ບໍ? ຂ້າ​ນ້ອຍ​ໄດ້​ເຫັນ​ພຣະ​ຫັດ​ຂອງ​ພຣະ​ອົງ​ຢູ່​ໃນ​ຊີ​ວິດ​ຂອງ​ຂ້າ​ນ້ອຍ ຫລື ໃນ​ຊີ​ວິດ​ຂອງ [ຄອບ​ຄົວ] ຂ້າ​ນ້ອຍຢູ່​ບໍ?”18 ສັດ​ທາ, ການ​ເຊື່ອ​ຟັງ, ຄວາມ​ຖ່ອມ​ຕົວ, ແລະ ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ ຈະ​ເປີດ​ປະ​ຕູ​ສະ​ຫວັນ.19

ຮູບ​ພາບ​ປະ​ກອບ

ຮູບ​ພາບ
ການດຳ​ເນີນ​ໄປ​ໃນເສັ້ນ​ທາງ​ແຫ່ງ​ຊີ​ວິດ
ຮູບ​ພາບ
ຄວາມ​ຊົງ​ຈຳ​ທາງວິນ​ຍານ​ໃຫ້​ຄວາມ​ສະ​ຫວ່າງ
ຮູບ​ພາບ
ຊ່ວຍ​ເຫລືອ​ຄົນ​ອື່ນ​ໃຫ້​ພົບ​ເຫັນ​ຄວາມ​ສະ​ຫວ່າງ​ທາງວິນ​ຍານ

ທ່ານ​ອາດ​ຄິດ​ກ່ຽວ​ກັບ​ຄວາມ​ຊົງ​ຈຳ​ທາງວິນ​ຍານ​ໃນ​ທາງນີ້. ດ້ວຍ​ການ​ອະ​ທິ​ຖານ​ຢູ່​ສະ​ເໝີ, ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ແລະ ດ້ວຍ​ຂອງ​ປະ​ທານ​ແຫ່ງ​ພຣະວິນ​ຍານ​ບໍ​ລິ​ສຸດ, ເຮົາ​ດຳ​ເນີນ​ໄປ​ໃນເສັ້ນ​ທາງ​ແຫ່ງ​ຊີ​ວິດ. ເມື່ອ​ເຮົາ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ, ຄວາມ​ສົງ​ໃສ, ຫລື ຄວາມ​ທໍ້​ຖອຍ​ໃຈ ຢູ່​ໃນ​ເສັ້ນ​ທາງ​ຂອງ​ເຮົາ, ຫລື ເມື່ອ​ສະ​ພາບ​ການ​ຂອງ​ໂລກ​ເກີນກວ່າ​ທີ່​ເຮົາ​ຈະ​ສາ​ມາດ​ຄວບ​ຄຸມ​ໄດ້ ເຮັດ​ໃຫ້​ເຮົາ​ຄິດສົງ​ໃສ​ກ່ຽວ​ກັບ​ອະ​ນາ​ຄົດ, ຄວາມ​ຊົງ​ຈຳ​ທາງວິນ​ຍານ​ທີ່​ມີ​ພະ​ລັງ​ຈາກ​ທະ​ບຽນ​ແຫ່ງ​ຊີ​ວິດ ຈະ​ເປັນ​ຄື​ກັນ​ກັບ​ກ້ອນ​ຫີນ​ທີ່​ຮຸ່ງ​ແຈ້ງ ສ່ອງ​ເຍືອງ​ທາງ​ໃຫ້​ເຮົາ, ເພື່ອ​ໃຫ້​ເຮົາ​ແນ່​ໃຈ​ໄດ້​ວ່າ ພຣະ​ເຈົ້າ​ຮູ້​ຈັກ​ເຮົາ, ຮັກ​ເຮົາ, ແລະ ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ມາ​ຊ່ວຍ​ເຮົາກັບ​ຄືນ​ບ້ານ. ແລະ ເມື່ອບາງ​ຄົນປະ​ຖິ້ມ​ຄວາມ​ຊົງ​ຈຳ​ທີ່​ມີ​ພະ​ລັງ ແລະ ຫລົງ​ທາງ​ໄປ ຫລື ສັບ​ສົນ, ເຮົາ​ໄດ້ຫັນ​ເຂົາ​ເຈົ້າ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຂະ​ນະ​ທີ່​ເຮົາ​ແບ່ງ​ປັນ​ສັດ​ທາ ແລະ ຄວາມ​ຊົງ​ຈຳ​ຂອງ​ເຮົາ​ກັບ​ເຂົາ​ເຈົ້າ, ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ໃຫ້​ພົບ​ເຫັນ​ຊ່ວງ​ເວ​ລາ​ທາງວິນ​ຍານ​ອັນ​ມີ​ຄ່າ​ເຫລົ່າ​ນັ້ນ​ອີກ ຊຶ່ງ​ຄັ້ງ​ໜຶ່ງ​ເຂົາ​ເຈົ້າ​ເຄີຍ​ທະ​ນຸ​ຖະ​ໜອມ.

ປະ​ສົບ​ການ​ບາງ​ຢ່າງ​ແມ່ນ​ສັກ​ສິດ​ຫລາຍ​ແທ້ໆ ຈົນ​ວ່າ​ເຮົາ​ຮັກ​ສາ​ມັນ​ໄວ້​ຢູ່​ໃນ​ຄວາມ​ຊົງ​ຈຳ​ທາງວິນ​ຍານ​ຂອງ​ເຮົາ​ເອງ ແລະ ບໍ່​ແບ່ງ​ປັນມັນ​ໃຫ້​ໃຜ.20

“ເຫລົ່າ​ທູດ​ກ່າວ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ; ດັ່ງ​ນັ້ນ, ພວກ​ເພິ່ນ​ຈຶ່ງ​ກ່າວ​ພຣະ​ຄຳ​ຂອງ​ພຣະ​ຄຣິດ.”21

“ເຫລົ່າ​ທູດກໍ [ບໍ່​ໄດ້] ເລີກ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ລູກ​ຫລານ​ມະ​ນຸດ.

“ເພາະ​ຈົ່ງ​ເບິ່ງ, ພວກ​ເພິ່ນ​ຂຶ້ນ​ຢູ່​ກັບ [ພຣະ​ຄຣິດ], ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ … ຕາມ​ຄຳ​ບັນ​ຊາ​ຂອງ​ພຣະ​ອົງ, ໂດຍ​ສະແດງ​ຕົວ​ແກ່​ຜູ້​ມີ​ສັດທາ​ຢ່າງ​ເຂັ້ມ​ແຂງ ແລະ ມີ​ຈິດ​ໃຈ​ໝັ້ນ​ຄົງ​ໃນ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ​ທຸກ​ແບບ.”22

ແລະ “ພຣະ​ຜູ້​ປອບ​ໂຍນ, ຄື​ພຣະ​ວິນ​ຍານ​ບໍ​ລິ​ສຸດ, … ຈະ​ສິດ​ສອນ​ພວກ​ເຈົ້າ​ທຸກ​ສິ່ງ, ແລະ ຈະ​ເຕືອນ​ໃຫ້​ພວກ​ເຈົ້າ​ລະ​ນຶກ​ເຖິງ​ທຸກ​ສິ່ງ.”23

ຈົ່ງ​ຮື້​ຟື້ນ​ຄວາມ​ຊົງ​ຈຳ​ທີ່​ສັກ​ສິດ​ຂອງ​ທ່ານ​ເລື້ອຍໆ. ຈົ່ງ​ເຊື່ອ​ມັນ. ຂຽນ​ມັນ​ລົງ​ໄວ້. ແບ່ງ​ປັນ​ມັນ​ກັບ​ຄອບ​ຄົວ​ຂອງ​ທ່ານ. ໄວ້​ວາງ​ໃຈ​ວ່າ ມັນ​ມາ​ສູ່​ທ່ານ​ຈາກພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ.24 ໃຫ້​ຄວາມ​ຊົງ​ຈຳ ນຳຄວາມ​ອົດ​ທົນ​ມາ​ໃຫ້ຄວາມ​ສົງ​ໃສ​ຂອງ​ທ່ານ ແລະ ນຳ​ຄວາມ​ເຂົ້າ​ໃຈ​ມາ​ໃຫ້​ຄວາມ​ຫຍຸ້ງ​ຍາກ​ຂອງ​ທ່ານ.25 ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ເມື່ອ​ທ່ານ​ເຕັມ​ໃຈ​ທີ່​ຈະ​ຮັບ​ຮູ້ ແລະ ທະ​ນຸຖະ​ໜອມ​ເຫດ​ການ​ທາງວິນ​ຍານ​ທີ່​ມີ​ພະ​ລັງ​ໃນ​ຊີ​ວິດ​ຂອງ​ທ່ານ ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ, ແລ້ວ​ມັນ​ຈະ​ມີ​ຫລາຍ​ຂຶ້ນ​ກັບ​ທ່ານ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮູ້​ຈັກ​ທ່ານ ແລະ ຮັກ​ທ່ານ!

ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ, ພຣະ​ກິດ​ຕິ​ຄຸ​ນ​ຂອງ​ພຣະ​ອົງ​ໄດ້​ຖືກ​ຟື້ນ​ຟູ​ແລ້ວ, ແລະ ເມື່ອ​ເຮົາ​ຊື່​ສັດ​ຢູ່​ຄື​ເກົ່າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເຮົາ​ຈະ​ເປັນ​ຂອງ​ພຣະ​ອົງ​ຕະ​ຫລອດ​ໄປ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Saints: The Story of the Church of Jesus Christ in the Latter Days, vol. 1, The Standard of Truth, 1815–1846 (2018), 150–53; ເບິ່ງ Joseph Smith, “History, 1838–1856, volume A-1 [23 December 1805–30 August 1834],” 205–9, josephsmithpapers.org; Saints, 1:365–66 ນຳ​ອີກ.

  2. ໂຈເຊັບ ສະມິດ—ປະຫວັດ 1:25.

  3. Teachings of Presidents of the Church: Joseph Smith (2007), 525.

  4. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135:4.

  5. ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ສະ​ເໝີ​ກັບ​ຖ້ອຍ​ຄຳ​ຢູ່​ໃນ ໂຈເຊັບ ສະມິດ—ປະຫວັດ ທີ່​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພາບນັ້ນ; ຂ້າ​ພະ​ເຈົ້າ​ຈຶ່ງຮູ້, ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ​ພຣະ​ເຈົ້າ​ຮູ້​ຄື​ກັນ” (ໂຈເຊັບ ສະມິດ—ປະຫວັດ 1:25). ເພິ່ນ​ຄົງ​ໄດ້​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ແລະ ຮັບ​ຮູ້​ວ່າ​ເຫດ​ການ​ເຫລົ່າ​ນີ້​ຢູ່​ໃນ​ປ່າ​ສັກ​ສິດ ໄດ້​ເກີດ​ຂຶ້ນ​ແທ້ໆ​ໃນ​ຊີ​ວິດ​ຂອງ​ເພິ່ນ ແລະ ວ່າ​ຊີ​ວິດ​ຂອງ​ເພິ່ນ​ຄົງ​ບໍ່​ຄື​ເກົ່າອີກ​ເພາະ​ສິ່ງນີ້. ປະ​ມານ 25 ປີ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ຍິນຄວາມ​ແຕກ​ຕ່າງ​ຂອງ​ສຳ​ນວນນີ້​ເປັນ​ເທື່ອ​ທຳ​ອິດ​ຈາກແອວເດີ ນຽວ ເອ ແມ໊ກ​ສະແວວ. ເພິ່ນ​ໄດ້​ໃຫ້​ຕົວ​ຢ່າງວ່າ: “ດົນ​ນານ​ມາ​ແລ້ວ​ໃນ​ເດືອນ​ພຶດ​ສະ​ພາ ປີ 1945 ມີ​ເວ​ລາ​ໜຶ່ງ​ສຳ​ລັບ​ຂ້າ​ພະ​ເຈົ້າ ​ຕອນຢູ່ເກາະ ໂອ​ກີ​ນາ​ວາ ຕອນ​ມີ​ອາ​ຍຸ​ສິບ​ແປດ​ປີ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເປັນ​ນັກ​ວິ​ລະ​ຊົນ​ແນວ​ໃດ ແຕ່​ມັນ​ເປັນ​ພອນ​ສຳ​ລັບ​ຂ້າ​ພະ​ເຈົ້າ ແລະ ຄົນ​ອື່ນໆ ລະ​ຫວ່າງ​ການ​ຖະ​ຫລົ່ມ​ໂດຍ​ຝ່າຍ​ຍີ່​ປຸ່ນ. ຫລັງ​ຈາກ​ໄດ້​ຖືກ​ຖະ​ຫລົ່ມໜັກ​ຂຶ້ນ, ຝ່າຍ​ສັດ​ຕູ​ກໍ​ແຫຍ້​ເຂົ້າ​ມາ​ໃກ້. ເຂົາ​ເຈົ້າ​ຄວນ​ຍິງ​ສຸມ, ແຕ່​ຄຳ​ອະ​ທິ​ຖານ​ດ້ວຍ​ຄວາມ​ຢ້ານ​ກົວ ແລະ ເຫັນ​ແກ່​ຕົວ​ໄດ້​ຮັບ​ຄຳ​ຕອບ​ຈາກ​ສະຫວັນ. ການ​ຖະ​ຫລົ່ມ​ໄດ້​ຢຸດ​ຕິ​ລົງ. … ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ຫລາຍ ແລະ ຮູ້​ວ່າ ພຣະ​ເຈົ້າ​ຮູ້ ວ່າ​ຂ້າ​ພະ​ເຈົ້າ​ຮູ້” (“Becoming a Disciple,” Ensign, June 1996, 19).

    ແອວເດີ ແມ໊ກ​ສະແວວ ໄດ້​ກ່າວ​ຕື່ມ​ວ່າ ບໍ່​ພຽງ​ແຕ່​ເພິ່ນ​ຮູ້​ເທົ່າ​ນັ້ນ, ແລະ ບໍ່​ພຽງ​ແຕ່​ພຣະ​ເຈົ້າ​ຮູ້​ເທົ່າ​ນັ້ນ, ແຕ່​ພຣະ​ເຈົ້າ​ຮູ້​ວ່າ ເພິ່ນ​ຮູ້ ວ່າ​ເພິ່ນ​ໄດ້​ຮັບ​ພອນ. ຕາມ​ການ​ປຽບ​ທຽບ​ແລ້ວ ສຳ​ລັບ​ຂ້າ​ພະ​ເຈົ້າ​ສິ່ງນີ້​ໄດ້​ຍົກ​ລະ​ດັບ​ການ​ຮັບ​ຜິດ​ຊອບ​ຂຶ້ນ​ສູງກວ່າ​ເກົ່າ​ໜຶ່ງ​ຂັ້ນ. ໃນ​ເວ​ລານັ້ນ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃຫ້​ການ​ຢືນ​ຢັນ​ທາງວິນ​ຍານ​ອັນ​ແຮງ​ກ້າ​ມາ​ກັບ​ພອນ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້​ພວກ​ເຮົາ ວ່າ​ສະ​ຫວັນ​ໄດ້​ເຂົ້າ​ແຊກ​ແຊງ​ເພື່ອ​ເຫັນ​ແກ່​ພວກເຮົາ. ພວກ​ເຮົາ​ບໍ່​ສາ​ມາດ​ປະ​ຕິ​ເສດ​ເລື່ອງນີ້. ມັນ​ໄດ້​ຢູ່​ກັບ​ພວກ​ເຮົາ, ແລະ ຖ້າ​ຫາກ​ພວກ​ເຮົາ​ຊື່​ສັດ, ມັນ​ຈະ​ຫລໍ່​ຫລອມ​ຊີ​ວິດ​ຂອງ​ພວກ​ເຮົາ ໃນ​ຫລາຍ​ປີ​ຂ້າງ​ໜ້າ. “ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ, ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຈົ້າ​ຮູ້ ວ່າ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ.”

  6. Russell M. Nelson, “Sweet Power of Prayer,” Liahona, May 2003, 8.

  7. ເລື່ອງ​ລາວ​ສ່ວນ​ຕົວ​ຈາກ ບີທຣີດ ມາເກຼ ທີ່​ໄດ້​ແບ່ງ​ປັນ​ກັບ​ແອວເດີ ແອນເດີເຊັນ ໃນ​ວັນທີ 29 ເດືອນ​ຕຸລາ, 2019; ຕິດ​ຕາມ​ດ້ວຍ​ອີເມວ ລົງ​ວັນທີ 24 ເດືອນ​ມັງກອນ, 2020.

  8. ກິດຈະການ 2:37.

  9. ແອວມາ 19:16.

  10. ເບິ່ງ ເອໂນດ 1:5.

  11. Clayton M. Christensen, “The Most Useful Piece of Knowledge,” Liahona, Jan. 2009, 23.

  12. ເບິ່ງ Teachings: Joseph Smith, 132.

  13. Dallin H. Oaks, Life’s Lessons Learned: Personal Reflections (2011), 116.

  14. 3 ນີໄຟ 9:20.

  15. Russell M. Nelson, “‘How Do You #HearHim?’ A Special Invitation,” Feb. 26, 2020, blog.ChurchofJesusChrist.org.

  16. 3 ນີໄຟ 26:14.

  17. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:35–36. ຄວາມ​ຮູ້​ສຶກ​ມັກ​ຈະ​ຢູ່​ກັບ​ຄວາມ​ຮູ້​ທາງວິນ​ຍານ. “ພວກ​ເຈົ້າ​ວ່ອງ​ໄວ​ທີ່​ສຸດ​ໃນ​ການ​ເຮັດ​ຄວາມ​ຊົ່ວ​ຮ້າຍ ແຕ່​ຊັກ​ຊ້າ​ທີ່​ຈະ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າ​ໄດ້​ເຫັນ​ທູດ​ແລ້ວ, ແລະ ເພິ່ນ​ໄດ້​ກ່າວ​ກັບ​ພວກ​ເຈົ້າ; ແທ້​ຈິງ​ແລ້ວ, ພວກ​ເຈົ້າ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ເປັນ​ບາງ​ຄັ້ງ; ແລະ ພຣະ​ອົງ​ໄດ້​ຮັບ​ສັ່ງ​ກັບ​ພວກ​ເຈົ້າ​ດ້ວຍ​ສຽງ​ອັນ​ເບົາໆ, ແຕ່​ພວກ​ເຈົ້າ​ມີ​ໃຈ​ແຂງ​ເກີນກວ່າ​ທີ່​ຈະ​ຮູ້​ສຶກ, ພວກ​ເຈົ້າ​ຈຶ່ງ​ຮູ້​ສຶກ​ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ​ບໍ່​ໄດ້” (1 ນີໄຟ 17:45).

  18. Henry B. Eyring, “O Remember, Remember,” Liahona, Nov. 2007, 69.

  19. ເບິ່ງ 2 ນີໄຟ 31:13; ໂມໂຣໄນ 10:4. ປະທານ​ດາລິນ ເອັຈ ໂອກສ໌ ໄດ້ໄປ​ຢ້ຽມ​ຢາມ​ເຂດ​ເຜີຍ​ແຜ່​ຂອງ​ພວກ​ເຮົາ​ໃນ​ເມືອງ​ບໍໂດ, ປະ​ເທດ​ຝະຣັ່ງ, ໃນ​ປີ 1991. ເພິ່ນ​ໄດ້​ອະ​ທິ​ບາຍ​ຕໍ່​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ​ວ່າ ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ​ໝາຍຄວາມ​ວ່າ ບຸກ​ຄົນ​ທີ່​ອະ​ທິ​ຖານ​ໄດ້​ກ່າວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ລັກ​ສະ​ນະ​ນີ້: “​ຂ້າ​ນ້ອຍບໍ່​ໄດ້​ທູນ​ຖາມ​ພຣະ​ອົງ​ແບບ​​ຢາກ​ຮູ້​ຢາກ​ເຫັນ, ແຕ່​ດ້ວຍ​ຄວາມ​ຈິງ​ໃຈ​ແທ້ໆ ທີ່​ຈະ​ເຮັດ​ຕາມ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ. ຖ້າ​ຫາກ​ພຣະ​ອົງ​ໃຫ້​ຄຳ​ຕອບ​ໃນ​ເລື່ອງນີ້, ຂ້າ​ນ້ອຍ​ຊິ​ເຮັດ​ຕາມ​ເພື່ອ​ປ່ຽນ​ແປງ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ນ້ອຍ​ຊິ​ຕອບ​ຮັບ.”

  20. “ມັນ​ໄດ້​ຖືກ​ມອບ​ໃຫ້​ຫລາຍ​ຄົນ​ເພື່ອ​ຈະ​ໄດ້ຮູ້ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ໄດ້​ຮັບ​ພຣະ​ບັນ​ຊາ​ຢ່າງ​ເຄັ່ງ​ຄັດ​ວ່າ ບໍ່​ໃຫ້​ບອກ​ເລົ່າ​ນອກ​ຈາກ​ຕາມ​ພຣະ​ຄຳ​ຕອນ​ທີ່​ພຣະ​ອົງ​ປະທານ​ໃຫ້​ລູກ​ຫລານ​ມະນຸດເທົ່າ​ນັ້ນ, ຕາມ​ຄວາມ​ເອົາ​ໃຈ​ໃສ່ ແລະ ຄວາມ​ພາກ​ພຽນ​ທີ່​ພວກ​ເຂົາ​ຖວາຍ​ແດ່​ພຣະ​ອົງ” (ແອວມາ 12:9).

    ແອວເດີ ນຽວ ເອ ແມ໊ກສະແວວ ໄດ້​ກ່າວ​ວ່າ: “ຕ້ອງ​ໄດ້​ຮັບ​ການ​ດົນ​ໃຈ​ເພື່ອ​ຈະ​ໄດ້​ຮູ້​ເຖິງ​ເວ​ລາ​ທີ່​ຈະ​ແບ່ງ​ປັນ [ປະ​ສົບ​ການ​ທາງວິນ​ຍານ]. ຂ້າ​ພະ​ເຈົ້າ​ຈື່​ຕອນ​ໄດ້​ຍິນ​ປະທານ​ແມຣິອອນ ຈີ ຣອມນີ, ຜູ້ເຕັມ​ໄປ​ດ້ວຍ​ສະ​ຕິ​ປັນ​ຍາ, ໄດ້​ກ່າວ​ວ່າ, ‘ພວກ​ເຮົາ​ອາດ​ມີ​ປະ​ສົບ​ການ​ທາງວິນ​ຍານ​ຫລາຍ​ຕື່ມ​ອີກ ຖ້າ​ຫາກ​ພວກເຮົາ​ບໍ່​ໄດ້​ເວົ້າ​ຫລາຍ​ກ່ຽວ​ກັບ​ມັນ’” (“Called to Serve” [Brigham Young University devotional, Mar. 27, 1994], 9, speeches.byu.edu).

  21. 2 ນີໄຟ 32:3.

  22. ໂມໂຣໄນ 7:29–30.

  23. ໂຢຮັນ 14:26.

  24. ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ມີ​ໃຫ້​ທຸກ​ຄົນ. ອາ​ທິດ​ໜຶ່ງ​ກ່ອນກອງ​ປະ​ຊຸມ​ໃຫຍ່, ຫລັງ​ຈາກໄດ້​ຈັດ​ຕຽມ​ບົດ​ປາ​ໄສ​ຂອງ​ຂ້າ​ພະ​ເຈົ້າ​ຮຽບ​ຮ້ອຍ​ແລ້ວ, ຂ້າ​ພະ​ເຈົ້າ​ເກີດ​ສົນ​ໃຈ​ກັບ​ປຶ້ມ​ຫົວ​ໜຶ່ງ ຊື່​ວ່າ Divine Signatures: The Confirming Hand of God (2010), ຂຽນ​ໂດຍ ເຈລອນ ເອັນ ລັນ, ຜູ້​ໄດ້​ຮັບ​ໃຊ້​ເປັນ​ສາ​ວົກ​ເຈັດ​ສິບ ຈາກ​ປີ 2002 ເຖິງ​ປີ 2008. ຂ້າ​ພະ​ເຈົ້າ​ດີ​ໃຈ, ທີ່​ເຫັນ​ຖ້ອຍ​ຄຳ​ຂອງບຣາເດີ ລັນ ກ່າວ​ເປັນ​ພະ​ຍານ​ຢ່າງ​ສວຍ​ງາມ​ເຖິງ​ຫລັກ​ທຳ​ທີ່​ແບ່ງ​ປັນ​ຢູ່​ໃນ​ຄຳ​ປາ​ໄສ​ຂອງ​ກອງ​ປະ​ຊຸມ​ໃຫຍ່ນີ້ ແລະ ທຸກ​ຄົນ​ທີ່​ປາດ​ຖະ​ໜາ​ທີ່​ຈະ​ສຶກ​ສາ​ມັນຕື່ມ​ອີກ​ກໍ​ຄົງ​ຈະ​ມັກ​ຊອບ​ຫລາຍ ກ່ຽວ​ກັບ​ຄວາມ​ຊົງ​ຈຳ​ທາງວິນ​ຍານ​ທີ່​ມີ​ພະ​ລັງ.

  25. ໜຶ່ງ​ໃນ​ຄຳ​ອ້າງ​ອີງ​ທີ່​ປະທານ​ທອມມັສ ແອັສ ມອນສັນ ມັກ​ຫລາຍ​ແມ່ນ​ມາ​ຈາກ​ຄຳ​ກະ​ວີ​ຂອງ​ຄົນ​ສະກ໊ອດ ຊື່ ເຈມສ໌ ເອັມ ແບຣີ ມີ​ຄຳ​ວ່າ: “ພຣະ​ເຈົ້າ​ໄດ້​ມອບ​ຄວາມ​ຊົງ​ຈຳ​ໃຫ້ເຮົາ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ມີ​ດອກ​ກຸຫລາບ​ຂອງ​ເດືອນ​ມິຖຸນາ ໃນ​ເດືອນ​ທັນວາ ໃນ​ຊີ​ວິດ​ຂອງ​ເຮົາ” (ໃນ Thomas S. Monson, “Think to Thank,” Liahona, Jan. 1999, 22). ມັນ​ເປັນ​ຄວາມ​ຈິງ​ໃນ​ເລື່ອງນີ້​ກ່ຽວກັບ​ຄວາມ​ຊົງ​ຈຳ​ທາງວິນ​ຍານ. ມັນ​ອາດ​ຊ່ວຍ​ໄດ້​ຫລາຍ​ໃນ​ເວ​ລາ​ທີ່​ຊີ​ວິດ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ເຍືອກ​ເຢັນ, ຕອນ​ທີ່​ເຮົາ​ຕ້ອງ​ການຄວາມ​ຊົງ​ຈຳ​ທາງວິນ​ຍານ​ຂອງ “ເດືອນ​ມິຖຸນາ” ນັ້ນ.

ພິມ