ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຂ່າວ​ສານ​ເປີດກອງ​ປະ​ຊຸມ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


ຂ່າວ​ສານ​ເປີດກອງ​ປະ​ຊຸມ

ເຮົາ​ຕ້ອງ​ສະ​ແຫວງ​ຫາ, ໃນທຸກວິ​ທີ​ທາງ​ທີ່​ເຮົາ​ສາ​ມາດ, ເພື່ອ​ຮັບ​ຟັງ​ພຣະ​ເຢ​ຊູ​ຄຣິດ, ຜູ້​ກ່າວ​ກັບ​ເຮົາ​ຜ່ານ​ທາງ​ອຳ​ນາດ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂະ​ນະ​ທີ່​ພວກ​ເຮົາ​ຕ້ອນ​ຮັບ​ທ່ານ​ສູ່ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ແຫ່ງ​ປະ​ຫວັດ​ສາດ ເດືອນ​ເມສາ 2020 ຂອງ​ສາດ​ສະ​ໜາ​ຈັກ​ຂອງພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຕາມ​ເຫດ​ຜົນ​ທີ່​ທ່ານ​ຮູ້​ຈັກ, ຂ້າ​ພະ​ເຈົ້າ​ຢືນ​ຢູ່​ຕໍ່​ໜ້າທ່ານ​ໃນ​ສະ​ໂມ​ສອນ​ທີ່​ວ່າງເປົ່າ!

ຂ້າ​ພະ​ເຈົ້າ​ຮູ້​ໜ້ອຍ​ໄປ, ຕອນ​ຂ້າ​ພະ​ເຈົ້າ​ໄດ້​ສັນ​ຍາ​ກັບ​ທ່ານ ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເດືອນ​ຕຸລາ ປີ 2019 ວ່າ​ກອງ​ປະ​ຊຸມ​ຄັ້ງນີ້ ຈະ​ເປັນ “ໜ້າ​ຊົງ​ຈຳ” ແລະ “ບໍ່​ສາ​ມາດລືມ,” ຊຶ່ງ​ການ​ກ່າວ​ກັບ​ຜູ້ມາ​ປະ​ຊຸມ​ໜ້ອຍກວ່າ 10 ຄົນ​ຢູ່ໃນນີ້ ຈະເປັນ​ກອງ​ປະ​ຊຸມທີ່ໜ້າ​ຊົງ​ຈຳ ແລະ ບໍ່​​ສາ​ມາດລືມ​ແທ້ໆ ສຳ​ລັບ​ຂ້າ​ພະ​ເຈົ້າ! ແຕ່​ເມື່ອ​ຮູ້​ວ່າ ທ່ານ​ມາ​ຮ່ວມການຖ່າຍ​ທອດ​ຜ່ານ​ທາງ ອີເລັກ​ໂທຣນິກ, ແລະ ກຸ່ມ​ນັກ​ຮ້ອງ​ໄດ້​ຮ້ອງ​ເພງ​ທີ່​ມ່ວນ​ອອນ​ຊອນ​ຊື່ “It Is Well with My Soul,” ໄດ້​ນຳ​ການ​ປອບ​ໂຍນ​ມາ​ໃຫ້ຈິດ​ວິນ​ຍານ ຂອງ​ຂ້າ​ພະ​ເຈົ້າ.

ດັ່ງ​ທີ່​ທ່ານ​ຮູ້, ການ​ມາ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ສາມັນຄັ້ງນີ້​ໄດ້​ຖືກ​ຈຳ​ກັດ ຊຶ່ງ​ເປັນ​ພາກ​ສ່ວນ​ໜຶ່ງ​ທີ່​ພວກ​ເຮົາ​ຢາກເປັນ​ປະ​ຊາ​ຄົມ​ຂອງ​ໂລກ​ທີ່​ດີ ແລະ ເຮັດ​ທຸກ​ສິ່ງ​ທີ່​ພວກ​ເຮົາ​ສາ​ມາດເຮັດ​ໄດ້ ເພື່ອ​ປ້ອງ​ກັນ​ການ​ແຜ່​ລາມ​ຂອງ​ພະ​ຍາດ ໂຄວິດ-19. ພະ​ຍາດນີ້​ມີ​ຜົນ​ກະ​ທົບ​ກະ​ເທືອນ​ຕະ​ຫລອດ​ທົ່ວ​ໂລກ. ມັນ​ຍັງ​ໄດ້​ປ່ຽນ​ການ​ປະ​ຊຸມ​ໂບດ, ການ​ຮັບ​ໃຊ້​ເຜີຍ​ແຜ່​ສາດ​ສະ​ໜາ, ແລະ ວຽກ​ງານ​ພຣະ​ວິ​ຫານຂອງ​ພວກເຮົາ ໃນຊົ່ວ​ໄລ​ຍະ​ໜຶ່ງ​ນຳ​ອີກ.

ເຖິງ​ແມ່ນ​ຂໍ້​ຈຳ​ກັດ​ມີ​ຄວາມ​​ກ່ຽວ​ຂ້ອງ​ກັບ​ໄວ​ຣັ​ສ​ທີ່​ໂຫດ​ຮ້າຍ, ແຕ່​ການ​ທົດ​ລອງ​ໃນ​ຊີ​ວິດ​ສ່ວນ​ຕົວແມ່ນ​ມີ​ຫລາຍກວ່າ​ການ​ລະ​ບາດນີ້. ການທົດ​ລອງ​ໃນ​ອະ​ນາ​ຄົດ ສາ​ມາດ​ເປັນ​ຜົນ​ຈາກ​ອຸ​ບັດ​ຕິ​ເຫດ, ໄພ​ທຳ​ມະ​ຊາດ, ຫລື ບັນ​ຫາ​ສ່ວນ​ຕົວ​ທີ່ບໍ່​ຄາດ​ຄິດ.

ເຮົາ​ຈະ​ອົດ​ທົດ​ກັບ​ການ​ທົດ​ລອງ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ເຮົາ​ວ່າ “ຖ້າ​ຫາກ​ພວກ​ເຈົ້າ​ຕຽມ​ພ້ອມ ພວກ​ເຈົ້າ​ຈະ​ບໍ່​ຢ້ານ​ກົວ.”1 ແນ່ນອນ, ເຮົາ​ສາ​ມາດ​ກັກ​ຕຸນ​ອາ​ຫານ, ນ້ຳ, ແລະ ເງິນ​ຄຳ. ແຕ່​ຄວາມ​ຕ້ອງ​ການ​ອັນ​ສຳ​ຄັນ​ທີ່​ເທົ່າ​ທຽມ​ກັນນັ້ນ ແມ່ນ​ຄວາມ​ຕ້ອງ​ການ ທາງວິນ​ຍານ ທີ່​ຕ້ອງ​ກັກ​ຕຸນ​ສັດ​ທາ, ຄວາມ​ຈິງ, ແລະ ປະ​ຈັກ​ພະ​ຍານ​ໄວ້​ຄື​ກັນ.

ຈຸດ​ເປົ້າ​ໝາຍ​ສູງສຸດ​ໃນ​ຊີ​ວິດ​ຂອງ​ເຮົາ​ແມ່ນ​ການ​ກະ​ກຽມ​ທີ່​ຈະ​ພົບ​ກັບ​ພຣະ​ຜູ້​ສ້າງ. ເຮົາ​ເຮັດ​ສິ່ງນີ້​ໂດຍ​ການ​ໃຊ້​ຄວາມ​ພະ​ຍາ​ຍາມ​ທຸກວັນ ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ.2 ແລະ ເຮົາ​ເຮັດ ເຊັ່ນ​ນັ້ນ ເມື່ອ​ເຮົາ​ກັບ​ໃຈທຸກວັນ ແລະ ຮັບ​ເອົາ​ການ​ຊຳ​ລະ​ລ້າງ​ຂອງ​ພຣະ​ອົງ, ການ​ປິ່ນ​ປົວ, ແລະ ການ​ເສີມ​ພະ​ລັງ​ທຸກມື້. ເຮົາ​ຈະ​ສາ​ມາດ​ຮູ້​ສຶກເຖິງ​ຄວາມ​ສະ​ຫງົບ ແລະ ຄວາມ​ສຸກ​ໄດ້​ດົນ​ນານ, ແມ່ນ​ແຕ່​ໃນ​ຊ່ວງ​ເວ​ລາ​ທີ່​ປັ່ນ​ປ່ວນນີ້. ນີ້​ຄື​ເຫດ​ຜົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ຮ້ອງ​ເຮົາ​ໃຫ້​ຢືນ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ ແລະ “ບໍ່​ຫວັ່ນ​ໄຫວ.”3

ປີນີ້, ເຮົາ​ສະ​ເຫລີມ​ສະ​ຫລອງວັນ​ຄົບ​ຮອບ 200 ປີ ຂອງ​ເຫດ​ການ​ທີ່​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ຂອງ​ໂລກ—ມັນ​ເປັນ​ການ​ມາ​ປະ​ກົດ​ຂອງ​ພຣະ​ເຈົ້າອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ຕໍ່​ໂຈເຊັບ ສະມິດ. ໃນ​ການ​ມາ​ຢ້ຽມ​ຢາມ​ເທື່ອນັ້ນ, ພຣະ​ເຈົ້າ​ອົງ​ເປັນພຣະ​ບິ​ດາ​ໄດ້​ຊີ້​ໄປ​ຫາພຣະ​ເຢ​ຊູ​ຄຣິດ ແລະ ກ່າວ​ວ່າ: “ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!”4

ຄຳ​ແນະ​ນຳ​ນັ້ນ ທີ່​ກ່າວ​ກັບ​ໂຈ​ເຊັບ ກໍ​ແມ່ນ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ​ຄື​ກັນ. ເຮົາ​ຕ້ອງ​ສະ​ແຫວງ​ຫາ, ໃນທຸກວິ​ທີ​ທາງ​ທີ່​ເຮົາ​ສາ​ມາດ, ເພື່ອ​ຮັບ​ຟັງ​ພຣະ​ເຢ​ຊູ​ຄຣິດ, ຜູ້​ກ່າວ​ກັບ​ເຮົາ​ຜ່ານ​ທາງ​ອຳ​ນາດ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເທື່ອນີ້ ແລະ ເທື່ອ​ອື່ນໆ ແມ່ນ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮັບ​ຟັງພຣະ​ອົງ. ພວກ​ເຮົາ​ໄດ້​ອະ​ທິ​ຖານ, ແລະ ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ອະ​ທິ​ຖານ, ເພື່ອ​ວ່າ​ພຣະ​ວິນ​ຍານຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ຖິດ​ຢູ່​ກັບ​​ທ່ານຢ່າງ​ຫລວງ​ຫລາຍ ຈົນ​ວ່າ​ທ່ານ​ສາ​ມາດ​ໄດ້​ຍິນ​ຂ່າວ​ສານ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມີ​ໃຫ້​ສຳ​ລັບ​ທ່ານ​ໂດຍ​ສະ​ເພາະ—ຊຶ່ງ​ເປັນ​ຂ່າວ​ສານ​ທີ່​ຈະ​ນຳ​ຄວາມ​ສະ​ຫງົບ​ມາ​ສູ່​ຈິດ​ວິນ​ຍານ​ຂອງ​ທ່ານ. ເປັນ​ຂ່າວ​ສານ​ທີ່​ຈະ​ປິ່ນ​ປົວ​ຫົວ​ໃຈ​ທີ່​ເຈັບ​ປວດ​ຂອງ​ທ່ານ. ເປັນ​ຂ່າວ​ສານ​ທີ່ຈະ​ໃຫ້​ຄວາມ​ສະ​ຫວ່າງ​ແກ່​ຈິດ​ໃຈ​ຂອງ​ທ່ານ. ເປັນ​ຂ່າວ​ສານ​ທີ່​ຈະ​ຊ່ວຍ​ທ່ານ​ໃຫ້​ຮູ້​ຈັກສິ່ງ​ທີ່​ຈະ​ເຮັດ ເພື່ອ​ວ່າ​ທ່ານຈະ​ເດີນ​ຜ່ານ​ຜ່າຊ່ວງ​ເວ​ລາ​ທີ່ວຸ້ນ​ວາຍ ແລະ ມີ​ການ​ທົດ​ລອງນີ້.

ພວກ​ເຮົາ​ອະ​ທິ​ຖານ​ວ່າ ກອງ​ປະ​ຊຸມ​ໃຫຍ່ນີ້​ຈະ​ເປັນ​ໜ້າ​ຊົງຈຳ ແລະ ບໍ່​ສາ​ມາດ​ລືມ ເພາະ​ຂ່າວ​ສານ​ທີ່​ທ່ານ​ຈະ​ໄດ້​ຍິນ, ການ​ປະ​ກາດ​ພິ​ເສດ​ທີ່​ຈະ​ແຈ້ງບອກ, ແລະ ປະ​ສົບ​ການ​ທີ່​ທ່ານ​ຈະ​ຖືກ​ເຊື້ອ​ເຊີນ​ໃຫ້​ມີ​ສ່ວນ​ຮ່ວມ.

ຍົກ​ຕົວ​ຢ່າງ, ໃນ​ທ້າຍກອງ​ປະ​ຊຸມ​ວັນ​ອາ​ທິດ​ພາກ​ເຊົ້າ, ພວກ​ເຮົາ​ຈະທຳ​ການ​ຮ່ວມ​ຊຸມ​ນຸມ​ສັກ​ສິດ​ທົ່ວ​ໂລກ ຕອນຂ້າ​ພະ​ເຈົ້າ​ນຳ​ພາ​ທ່ານ​ໃນ​ການ​ໂຮ່ຮ້ອງ ໂຮ​ຊັນ​ນາ. ພວກ​ເຮົາ​ອະ​ທິ​ຖານ​ວ່າ ສິ່ງນີ້​ຈະ​ເປັນ​ສິ່ງ​ສຳ​ຄັນ​ທາງວິນ​ຍານ​ສຳ​ລັບ​ທ່ານ ໃນ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ເປັນ​ເອ​ກະ​ສັນ​ທົ່ວ​ໂລກ ເຖິງ​ຄວາມ​ຮູ້​ບຸນ​ຄຸນ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ ໂດຍ​ການ​ສັນ​ລະ​ເສີນ​ພວກ​ພຣະ​ອົງ​ໃນ​ວິ​ທີ​ທາງ​ທີ່​ພິ​ເສດນີ້.

ສຳ​ລັບ​ປະ​ສົບ​ການ​ທີ່​ສັກ​ສິດນີ້, ພວກ​ເຮົາ​ຈະ​ໃຊ້​ຜ້າ​ແພ​ມົນ​ສີ​ຂາວ. ແຕ່​ຖ້າ​ຫາກ​ທ່ານບໍ່​ມີ, ກໍ​ໃຫ້​​ໃຊ້​ມື​ແທນ. ໃນ​ທ້າຍ​ຂອງ​ການ​ໂຮ່​ຮ້ອງ ໂຮ​ຊັນ​ນາ, ຜູ້​ມາ​ຮ່ວມ​ປະ​ຊຸມ​ທຸກ​ຄົນ​ຈະຮ້ອງ​ເພງ​ນຳ​ກຸ່ມ​ນັກ​ຮ້ອງ ໃນ​ເພງ​ຊື່​ວ່າ “ພ​ຣະ​ວິນ​ຍານ​ພ​ຣະ​ເຈົ້າ.”5

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ກອງ​ປະ​ຊຸມ​ໃຫຍ່ນີ້​ຈະ​ເປັນສິ່ງສະ​ຫງ່າລາສີ. ປີນີ້ ຈະ​ເປັນ​ປີ​ພິ​ເສດ ຂະ​ນະ​ທີ່​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ອົງ. ກອງ​ປະ​ຊຸມ​ໃຫຍ່​ແຫ່ງ​ປະ​ຫວັດ​ສາດນີ້ ຈະ​ມີຜົນ​ກະ​ທົບ​ອັນຍາວ​ນານ ເມື່ອ​ໃຈ​ຂອງ​ເຮົາ​ປ່ຽນ​ແປງ ແລະ ເຮົາ​ເລີ່ມຕົ້ນ​ສະ​ແຫວງ​ຫາ​ທີ່​ຈະ​ຮັບ​ຟັງ​ພຣະ​ອົງ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ.

ຂໍ​ຕ້ອນ​ຮັບ​ທ່ານ​ສູ່ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ ປີ 2020! ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຈົ້າ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ ​ເຢ​ຊູ​ຄຣິດ, ສົນ​ໃຈ​ກັບ​ເຮົາ. ພວກ​ພຣະ​ອົງ​ຈະ​ສະ​ຖິດ​ຢູ່​ກັບ​ເຮົາ ທັງ​ສອງມື້ນີ້ ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃກ້​ພວກ​ພຣະ​ອົງ​ຫລາຍກວ່າ​ເກົ່າ ແລະ ໃຫ້​ກຽດ​ພວກ​ພຣະ​ອົງ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ພິມ