ການອອກມາຂອງພຣະຄຳພີມໍມອນ
ຂໍ້ມູນແຫ່ງປະຫວັດສາດ ແລະ ພະຍານພິເສດຂອງພຣະຄຳພີມໍມອນ ເປັນພະຍານວ່າ ການອອກມາຂອງມັນເປັນການມະຫັດສະຈັນແທ້ໆ.
ເທື່ອໜຶ່ງ ຂະນະທີ່ປະຊຸມຮ່ວມກັບພວກແອວເດີຂອງສາດສະໜາຈັກ, ສາດສະດາ ໂຈເຊັບ ສະມິດ ໄດ້ປະກາດວ່າ: “ຖ້າເອົາພຣະຄຳພີມໍມອນ ແລະ ການເປີດເຜີຍອອກໄປ ແລ້ວຈະມີຫຍັງເຫລືອໃນສາດສະໜາຂອງເຮົາ? ບໍ່ເຫລືອຍັງເລີຍ.”1 ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຫລັງຈາກພາບທີ່ມາໃຫ້ເຫັນຄັ້ງທຳອິດ, ການອອກມາຂອງພຣະຄຳພີມໍມອນຢ່າງມະຫັດສະຈັນ ໄດ້ເປັນຂັ້ນຕອນພື້ນຖານທີສອງຂອງການເປີດເຜີຍການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ ໃນຍຸກສຸດທ້າຍນີ້. ພຣະຄຳພີມໍມອນເປັນພະຍານເຖິງຄວາມຮັກຂອງພຣະເຈົ້າ ສຳລັບລູກໆຂອງພຣະອົງ ເຖິງຄວາມບໍ່ເຫັນແກ່ຕົວຂອງອົງພຣະເຢຊູຄຣິດເຈົ້າ ແລະ ການປະຕິບັດສາດສະໜາກິດທີ່ດີເດັ່ນຂອງພຣະອົງ ໃນບັນດາຊາວນີໄຟ ບໍ່ດົນຫລັງຈາກການຟື້ນຄືນພຣະຊົນຂອງພຣະອົງ.2 ມັນຍັງເປັນພະຍານວ່າ ຜູ້ທີ່ເຫລືອຢູ່ຂອງເຊື້ອສາຍອິດສະຣາເອນ ຈະກາຍເປັນໜຶ່ງ ຜ່ານທາງວຽກງານໃນຍຸກສຸດທ້າຍຂອງພຣະອົງ ແລະ ວ່າເຂົາເຈົ້າຈະບໍ່ຖືກປະຖິ້ມຕະຫລອດການ.3
ເມື່ອເຮົາສຶກສາການອອກມາຂອງປຶ້ມທີ່ສັກສິດເຫລັ້ມນີ້ ໃນຍຸກສຸດທ້າຍນີ້, ເຮົາຮັບຮູ້ວ່າ ສິ່ງທີ່ເກີດຂຶ້ນທັງໝົດແມ່ນມະຫັດສະຈັນ—ຈາກເວລາທີ່ສາດສະດາໂຈເຊັບໄດ້ຮັບແຜ່ນຈາລຶກຄຳ ຈາກທູດບໍລິສຸດອົງໜຶ່ງ ເຖິງການແປຂອງມັນ “ໂດຍຂອງປະທານ ແລະ ໂດຍອຳນາດຂອງພຣະເຈົ້າ,”4 ການຮັກສາມັນໄວ້, ແລະ ການຈັດພິມຂອງມັນ ໂດຍພຣະຫັດຂອງພຣະຜູ້ເປັນເຈົ້າ.
ການອອກມາຂອງພຣະຄຳພີມໍມອນ ໄດ້ເລີ່ມຕົ້ນກ່ອນໂຈເຊັບ ສະມິດ ໄດ້ຮັບແຜ່ນຈາລຶກຄຳ ຈາກມືຂອງທູດໂມໂຣໄນ. ສາດສະດາໄດ້ທຳນາຍເຖິງທີ່ມາຂອງປຶ້ມທີ່ສັກສິດເຫລັ້ມນີ້ ໃນວັນເວລາຂອງເຮົາ.5 ເອຊາຢາໄດ້ກ່າວເຖິງປຶ້ມທີ່ຖືກປະທັບຕາໄວ້, ວ່າມັນຈະປະກົດຂຶ້ນຕອນທີ່ຜູ້ຄົນຜິດຖຽງກັນກ່ຽວກັບພຣະຄຳຂອງພຣະເຈົ້າ. ສະຖານະການດັ່ງກ່າວຈະເປີດໂອກາດໃຫ້ພຣະເຈົ້າສາມາດເຮັດ “ງານແປກປະຫລາດ ແລະ ອັດສະຈັນ,” ໂດຍທີ່ “ຄົນສະຫລາດຈະກາຍເປັນຄົນໂງ່ ແລະ ຄວາມສະຫລາດຫລັກແຫລມທຸກຢ່າງຂອງພວກເຂົາກໍຈະບໍ່ມີປະໂຫຍດ” ຂະນະທີ່ຄົນອ່ອນໂຍນ “ຈະພົບຄວາມສຸກອີກເທື່ອໜຶ່ງ ທີ່ພຣະຜູ້ເປັນເຈົ້າອົງບໍລິສຸດຂອງຊາດອິດສະຣາເອນມອບໃຫ້.”6 ເອເຊກຽນໄດ້ກ່າວກ່ຽວກັບກິ່ງງ່າຂອງຢູດາ (ພຣະຄຣິສຕະທຳຄຳພີ) ແລະ ກິ່ງງ່າຂອງເອຟະຣາອີມ (ພຣະຄຳພີມໍມອນ) ຈະຖືກຕໍ່ເຂົ້າກັນເປັນອັນດຽວ. ທັງເອເຊກຽນ (ໃນພຣະຄຳພີເດີມ) ແລະ ລີໄຮ (ໃນພຣະຄຳພີມໍມອນ) ບອກວ່າ ກິ່ງງ່າທັງສອງຈະ “ເຕີບໂຕໄປນຳກັນ” ເພື່ອເຮັດໃຫ້ຄຳສອນເທັດສັບສົນ, ສະຖາປະນາສັນຕິສຸກ, ແລະ ນຳເຮົາມາຫາຄວາມຮູ້ເລື່ອງພັນທະສັນຍາ.7
ໃນຄືນຂອງວັນທີ 21 ເດືອນກັນຍາ, 1823, ສາມປີເຄິ່ງ ຫລັງຈາກປະສົບການເລື່ອງພາບທີ່ມາໃຫ້ເຫັນຄັ້ງທຳອິດ, ໂຈເຊັບໄດ້ຖືກຢ້ຽມຢາມໂດຍທູດໂມໂຣໄນສາມເທື່ອ, ສາດສະດາຄົນສຸດທ້າຍຂອງຊາວນີໄຟ ໃນອາເມຣິກາສະໄໝບູຮານ, ເພາະຄຳອະທິຖານທີ່ຈິງໃຈຂອງເພິ່ນ. ການຢ້ຽມຢາມນີ້ໄດ້ໃຊ້ເວລາຈົນໝົດຄືນ, ໂມໂຣໄນໄດ້ບອກໂຈເຊັບວ່າ ພຣະເຈົ້າມີວຽກງານທີ່ມະຫັດສະຈັນໃຫ້ເພິ່ນເຮັດ—ເປັນການແປ ແລະ ການຈັດພິມຖ້ອຍຄຳທີ່ດົນໃຈຂອງສາດສະດາໃນສະໄໝບູຮານຢູ່ທະວີບອາເມຣິກາຕໍ່ຊາວໂລກ.8 ມື້ຕໍ່ມາ, ໂຈເຊັບໄດ້ໄປຫາສະຖານທີ່ດັ່ງກ່າວ, ບໍ່ໄກຈາກບ້ານຂອງເພິ່ນ, ບ່ອນທີ່ແຜ່ນຈາລຶກໄດ້ຖືກຝັງໄວ້ໂດຍໂມໂຣໄນ ໃນບັ້ນທ້າຍຊີວິດຂອງເພິ່ນ, ເມື່ອຫລາຍສັດຕະວັດກ່ອນ. ຢູ່ທີ່ນັ້ນ, ໂຈເຊັບໄດ້ເຫັນໂມໂຣໄນອີກ, ຜູ້ທີ່ໄດ້ແນະນຳເພິ່ນໃຫ້ກະກຽມຕົວເອງທີ່ຈະຮັບເອົາແຜ່ນຈາລຶກໃນອະນາຄົດ.
ຊ່ວງໄລຍະສີ່ປີຈາກນັ້ນ, ໃນວັນທີ 22 ເດືອນກັນຍາ ຂອງແຕ່ລະປີ, ໂຈເຊັບໄດ້ຮັບຄຳແນະນຳເພີ່ມເຕີມຈາກໂມໂຣໄນ ເປັນຄວາມຮູ້ກ່ຽວກັບວິທີທີ່ອານາຈັກຂອງພຣະຜູ້ເປັນເຈົ້າຄວນຖືກປົກຄອງ ໃນຍຸກສຸດທ້າຍໃນແບບໃດ. ການກະກຽມຂອງໂຈເຊັບແມ່ນຮ່ວມດ້ວຍການມາຢ້ຽມຢາມຈາກທູດຂອງພຣະເຈົ້າ, ດັ່ງນັ້ນຈຶ່ງໄດ້ເປີດເຜີຍເຫດການທີ່ຍິ່ງໃຫຍ່ ແລະ ສະຫງ່າລາສີ ຊຶ່ງຈະເກີດຂຶ້ນໃນສະໄໝນີ້.9
ການແຕ່ງງານຂອງເພິ່ນກັບນາງເອມມາ ເຮວ ໃນປີ 1827 ກໍເປັນພາກສ່ວນໜຶ່ງຂອງການກະກຽມນີ້. ນາງມີບົດບາດທີ່ສຳຄັນໃນການຊ່ວຍເຫລືອສາດສະດາ ຕະຫລອດຊີວິດ ແລະ ໃນການປະຕິບັດສາດສະໜາກິດຂອງເພິ່ນ. ຕາມຈິງແລ້ວ, ໃນເດືອນກັນຍາ ປີ 1827, ນາງເອມມາໄດ້ໄປຫາຄ້ອຍພູກັບໂຈເຊັບ ບ່ອນທີ່ແຜ່ນຈາລຶກໄດ້ຖືກເຊື່ອງໄວ້, ແລະ ໄດ້ລໍຖ້າເພິ່ນ ຂະນະທີ່ທູດໂມໂຣໄນໄດ້ມອບແຜ່ນຈາລຶກໄວ້ໃນມືຂອງໂຈເຊັບ. ໂຈເຊັບໄດ້ຮັບຄຳສັນຍາວ່າ ແຜ່ນຈາລຶກຈະໄດ້ຮັບຄວາມຄຸ້ມຄອງ ຖ້າຫາກເພິ່ນອຸທິດຄວາມພະຍາຍາມທັງໝົດຂອງເພິ່ນ ໃນການຮັກສາມັນໃຫ້ປອດໄພ ຈົນກວ່າມັນຈະຖືກສົ່ງກັບຄືນສູ່ມືຂອງໂມໂຣໄນ.10
ເພື່ອນຮ່ວມງານທີ່ຮັກແພງຂອງຂ້າພະເຈົ້າໃນພຣະກິດຕິຄຸນ, ຫລາຍສິ່ງທີ່ຖືກຄົ້ນພົບໃນທຸກວັນນີ້ ຈາກສະໄໝບູຮານ ແມ່ນເກີດຂຶ້ນໃນລະຫວ່າງການຂຸດຄົ້ນຂອງບູຮານຄະດີ ຫລື ແມ່ນແຕ່ໂດຍບັງເອີນ ຕອນທຳການກໍ່ສ້າງໃດໜຶ່ງ. ເຖິງຢ່າງໃດກໍຕາມ, ໂຈເຊັບ ສະມິດ ໄດ້ຖືກຊີ້ນຳໃຫ້ໄປຫາແຜ່ນຈາລຶກໂດຍທູດອົງໜຶ່ງ. ຜົນທີ່ໄດ້ຮັບນັ້ນແມ່ນມະຫັດສະຈັນ.
ຂັ້ນຕອນຂອງການແປພຣະຄຳພີມໍມອນ ກໍມະຫັດສະຈັນຄືກັນ. ບັນທຶກສັກສິດບູຮານເຫລັ້ມນີ້ບໍ່ໄດ້ “ຖືກແປ” ໃນວິທີດັ້ງເດີມຕາມທີ່ນັກປາດອາຈານແປໜັງສືບູຮານ ຕາມການຮຽນຮູ້ພາສາ. ເຮົາຄວນເບິ່ງຂັ້ນຕອນ ວ່າເປັນ “ການເປີດເຜີຍ” ດ້ວຍຄວາມຊ່ວຍເຫລືອຂອງເຄື່ອງມືທີ່ພຣະຜູ້ເປັນເຈົ້າຈັດຫາໃຫ້ ແທນທີ່ຈະເບິ່ງວ່າເປັນ “ການແປ” ໂດຍຄວາມຮູ້ເລື່ອງພາສາ. ໂຈເຊັບ ສະມິດ ໄດ້ປະກາດວ່າ ຜ່ານທາງອຳນາດຂອງພຣະເຈົ້າ, ເພິ່ນ “ໄດ້ແປພຣະຄຳພີມໍມອນຈາກອັກສອນເອຢິບບູຮານ, ເປັນຄວາມຮູ້ທີ່ໄດ້ສູນເສຍໄປຈາກໂລກ ຊຶ່ງໃນເຫດການທີ່ດີເລີດນັ້ນ [ເພິ່ນ] ໄດ້ຢືນຢູ່ຄົນດຽວ, ຊາຍໜຸ່ມທີ່ດ້ອຍການສຶກສາ, ເພື່ອຕໍ່ສູ້ກັບຄວາມສະຫລຽວສະຫລາດຂອງໂລກ, ແລະ ຄວາມໂງ່ຈ້າຢ່າງຫລວງຫລາຍຂອງສັດຕະວັດທີສິບແປດ ດ້ວຍການເປີດເຜີຍໃໝ່.”11 ຄວາມຊ່ວຍເຫລືອຂອງພຣະຜູ້ເປັນເຈົ້າໃນການແປແຜ່ນຈາລຶກ—ຫລື ການເປີດເຜີຍ, ດັ່ງທີ່ກ່າວ—ເປັນພຽງຫລັກຖານດຽວ ເມື່ອພິຈາລະນາເຖິງເວລາອັນສັ້ນໆທີ່ມະຫັດສະຈັນນັ້ນ ຊຶ່ງໂຈເຊັບ ສະມິດ ໄດ້ແປມັນ.12
ການຂຽນຂອງໂຈເຊັບ ເປັນພະຍານເຖິງອຳນາດຂອງພຣະເຈົ້າ ທີ່ໄດ້ສະແດງໃຫ້ປະຈັກ ຂະນະທີ່ທຳການແປພຣະຄຳພີມໍມອນ. ອໍລີເວີ ຄາວເດີຣີ ຄັ້ງໜຶ່ງໄດ້ກ່າວວ່າ: “ນີ້ແມ່ນວັນເວລາທີ່ບໍ່ສາມາດລືມ—ທີ່ໄດ້ນັ່ງຢູ່ໃກ້ສຽງຂອງຜູ້ອ່ານ ໂດຍ ການດົນໃຈຈາກສະຫວັນ, ຊຶ່ງເຮັດໃຫ້ມີຄວາມກະຕັນຍູຈາກສ່ວນເລິກຂອງຫົວໃຈ! ມື້ແລ້ວມື້ອີກ, ຂ້າພະເຈົ້າໄດ້ສືບຕໍ່, ໂດຍທີ່ບໍ່ລົບກວນ, ຂຽນຈາກປາກຂອງເພິ່ນ, ຂະນະທີ່ເພິ່ນແປ … ພຣະຄຳພີມໍມອນ.”13
ແຫລ່ງປະຫວັດສາດເປີດເຜີຍວ່າ ຈາກເວລາທີ່ໂຈເຊັບ ໄດ້ຮັບແຜ່ນຈາລຶກໃນປີ 1827, ຜູ້ຄົນໄດ້ພະຍາຍາມລັກເອົາມັນໄປຈາກເພິ່ນ. ເພິ່ນໄດ້ຂຽນໄວ້ວ່າ “ຜູ້ຄົນກໍໃຊ້ຄວາມພະຍາຍາມຢ່າງໜັກເພື່ອຈະເອົາ [ແຜ່ນຈາລຶກ] ໄປຈາກ [ເພິ່ນ]” ແລະ ວ່າ “ກົນອຸບາຍທຸກຢ່າງທີ່ຄິດຂຶ້ນມາໄດ້ ກໍຈະເຮັດເພື່ອເຈດຕະນານັ້ນ.”14 ໃນທີ່ສຸດ ໂຈເຊັບ ແລະ ເອມມາ ກໍໄດ້ຖືກບັງຄັບໃຫ້ຍ້າຍຈາກເມືອງແມນເຈດສະເຕີ, ລັດນິວຢອກ, ໄປຢູ່ເມືອງຮາມໂມນີ, ລັດເພັນໂຊເວເນຍ, ເພື່ອຊອກຫາສະຖານທີ່ປອດໄພ ເພື່ອທຳການແປ, ໄກຈາກກຸ່ມອັນຕະພານ ແລະ ບຸກຄົນທີ່ຢາກລັກເອົາແຜ່ນຈາລຶກ.15 ນັກປະຫວັດສາດຄົນໜຶ່ງໄດ້ຂຽນວ່າ: “ຄວາມຫຍຸ້ງຍາກຂັ້ນທຳອິດຂອງໂຈເຊັບໃນການພິທັກຮັກສາແຜ່ນຈາລຶກໄວ້ ໄດ້ສິ້ນສຸດລົງດັ່ງນັ້ນ. … ແຕ່ບັນທຶກຍັງປອດໄພ, ແລະ ໃນຄວາມພະຍາຍາມຂອງເພິ່ນທີ່ຈະປ້ອງກັນແຜ່ນຈາລຶກເຫລົ່ານັ້ນ, ໂຈເຊັບ ຄົງໄດ້ຮຽນຮູ້ຫລາຍ ກ່ຽວກັບວິທີຂອງພຣະເຈົ້າ ແລະ ຂອງມະນຸດ ທີ່ຈະຊ່ວຍເພິ່ນໄດ້ຫລາຍໃນພາຍຂ້າງໜ້າ.”16
ຂະນະທີ່ແປພຣະຄຳພີມໍມອນ, ໂຈເຊັບໄດ້ຮຽນຮູ້ວ່າ ພຣະຜູ້ເປັນເຈົ້າຈະເລືອກພະຍານຈຳນວນໜຶ່ງໃຫ້ເຫັນແຜ່ນຈາລຶກ.17 ນີ້ຄືພາກສ່ວນໜຶ່ງທີ່ພຣະຜູ້ເປັນເຈົ້າເອງໄດ້ສະຖາປະນາ ເມື່ອພຣະອົງກ່າວວ່າ, “ໃນພະຍານສອງ ຫລື ສາມປາກ ທຸກໆຖ້ອຍຄຳນັ້ນຈະລວມເປັນຫລັກຖານ.”18 ອໍລີເວີ ຄາວເດີຣີ, ເດວິດ ວິດເມີ, ແລະ ມາຕິນ ແຮຣິສ ໄດ້ເປັນຜູ້ທຳອິດທີ່ຊ່ວຍໂຈເຊັບສະຖາປະນາວຽກງານທີ່ມະຫັດສະຈັນຂອງພຣະເຈົ້າ ໃນສະໄໝນີ້, ໄດ້ເປັນພະຍານກຸ່ມທຳອິດທີ່ຖືກເອີ້ນໃຫ້ກ່າວເປັນພະຍານພິເສດເຖິງພຣະຄຳພີມໍມອນຕໍ່ໂລກ. ພວກເພິ່ນໄດ້ເປັນພະຍານວ່າ ທູດອົງໜຶ່ງ, ຜູ້ໄດ້ມາຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າ, ໄດ້ສະແດງບັນທຶກບູຮານຕໍ່ພວກເພິ່ນ ແລະ ວ່າພວກເພິ່ນໄດ້ເຫັນອັກຂະລະທີ່ສະຫລັກຢູ່ໃນແຜ່ນຈາລຶກເຫລົ່ານັ້ນ. ພວກເພິ່ນຍັງເປັນພະຍານວ່າ ພວກເພິ່ນໄດ້ຍິນສຸລະສຽງຂອງພຣະເຈົ້າ ປະກາດວ່າ ບັນທຶກບູຮານໄດ້ຖືກແປໂດຍຂອງປະທານ ແລະ ໂດຍອຳນາດຂອງພຣະເຈົ້າ. ແລ້ວພວກເພິ່ນໄດ້ຖືກບັນຊາໃຫ້ເປັນພະຍານເຖິງມັນຕໍ່ຊາວໂລກທັງໝົດ.19
ພຣະຜູ້ເປັນເຈົ້າໄດ້ເອີ້ນພະຍານອີກແປດຄົນຢ່າງມະຫັດສະຈັນ ເພື່ອເບິ່ງແຜ່ນຈາລຶກຄຳດ້ວຍຕົວເອງ ແລະ ເປັນພະຍານພິເສດເຖິງຄວາມຈິງແທ້ ແລະ ຄວາມສູງສົ່ງຂອງພຣະຄຳພີມໍມອນ. ພວກເພິ່ນກໍໄດ້ເປັນພະຍານວ່າ ພວກເພິ່ນໄດ້ເຫັນ ແລະ ໄດ້ສຳຫລວດເບິ່ງແຜ່ນຈາລຶກຢ່າງລະມັດລະວັງ ແລະ ອັກຂະລະທີ່ສະຫລັກຢູ່ໃນນັ້ນນຳອີກ. ແມ່ນແຕ່ໃນທ່າມກາງຄວາມຍາກລຳບາກ, ການຂົ່ມເຫັງ, ແລະ ຄວາມຫຍຸ້ງຍາກຕ່າງໆ, ແລະ ແມ່ນແຕ່ພວກເພິ່ນບາງຄົນ ຕໍ່ມາໄດ້ຫວັ່ນໄຫວໃນສັດທາ, ແຕ່ພະຍານສິບເອັດຄົນທີ່ຖືກເລືອກເຫລົ່ານີ້ ບໍ່ເຄີຍປະຕິເສດປະຈັກພະຍານຂອງຕົນ ວ່າພວກເພິ່ນໄດ້ເຫັນແຜ່ນຈາລຶກ. ໂຈເຊັບ ສະມິດ ບໍ່ໄດ້ເປັນພຽງຄົນດຽວເທົ່ານັ້ນທີ່ຮູ້ເລືອງການມາຢ້ຽມຢາມຂອງໂມໂຣໄນ ແລະ ແຜ່ນຈາລຶກຄຳ.
ລູສີ ແມັກ ສະມິດ ໄດ້ບັນທຶກວ່າ ລູກຊາຍຂອງນາງໄດ້ກັບມາບ້ານ ເຕັມໄປດ້ວຍຄວາມສຸກ ຫລັງຈາກແຜ່ນຈາລຶກຖືກສະແດງຕໍ່ພະຍານເຫລົ່ານັ້ນ. ໂຈເຊັບໄດ້ອະທິບາຍໃຫ້ພໍ່ແມ່ຂອງເພິ່ນຟັງວ່າ, “ລູກຮູ້ສຶກວ່າ ພາລະອັນໜັກໜ່ວງໄດ້ຖືກຍົກອອກໄປຈາກລູກ ຊຶ່ງມັນໜັກເກີນກວ່າລູກຈະທົນກັບມັນໄດ້, ແລະ ມັນເຮັດໃຫ້ຈິດວິນຍານຂອງລູກປິຕິຍິນດີ, ທີ່ລູກບໍ່ໄດ້ເປັນພຽງຄົນດຽວຢູ່ໃນໂລກນີ້.”20
ໂຈເຊັບ ສະມິດ ໄດ້ປະເຊີນກັບການຕໍ່ຕ້ານຫລາຍທີ່ສຸດ ໃນການພິມພຣະຄຳພີມໍມອນ ເມື່ອການແປສິ້ນສຸດລົງ. ເພິ່ນສາມາດເຮັດໃຫ້ນັກພິມຊື່ ເອກເບີດ ບີ ກະແຣນດິນ ຢູ່ໃນເມືອງພາໄມຣາ, ລັດນິວຢອກ, ຕົກລົງພິມປຶ້ມນີ້ ຖ້າຫາກ ມາຕິນ ແຮຣິສ, ໃນການກະທຳດ້ວຍສັດທາ ແລະ ການເສຍສະລະ, ເອົາທີ່ດິນຂອງເພິ່ນໄປຈຳນຳເປັນສິ່ງຮັບປະກັນຄ່າພິມ. ເນື່ອງດ້ວຍການຕໍ່ຕ້ານທີ່ມີຢູ່ຕະຫລອດເວລາ ຫລັງຈາກການພິມພຣະຄຳພີມໍມອນ, ມາຕິນ ແຮຣິສ ດ້ວຍຄວາມຊື່ສັດ ໄດ້ຂາຍທີ່ດິນ 151 ເອເກີ້ (0.6 ກິໂລແມັດ2) ຂອງເພິ່ນ ເພື່ອຈ່າຍຄ່າພິມ. ຜ່ານທາງການເປີດເຜີຍທີ່ມອບໃຫ້ແກ່ໂຈເຊັບ ສະມິດ, ພຣະຜູ້ເປັນເຈົ້າໄດ້ແນະນຳ ມາຕິນ ແຮຣິສ ບໍ່ໃຫ້ໂລບເລື່ອງທີ່ດິນ ແລະ ໃຫ້ຈ່າຍຄ່າພິມສຳລັບປຶ້ມທີ່ “ບັນຈຸຄວາມຈິງ ແລະ ພຣະຄຳຂອງພຣະເຈົ້າ.”21 ໃນເດືອນມີນາ ປີ 1830, ພຣະຄຳພີມໍມອນຊຸດທຳອິດຈຳນວນ 5,000 ເຫລັ້ມໄດ້ຖືກຈັດພິມ, ແລະ ທຸກວັນນີ້ ຫລາຍກວ່າ 180 ລ້ານເຫລັ້ມ ໄດ້ຖືກພິມໃນຫລາຍຮ້ອຍພາສາ.
ຂໍ້ມູນແຫ່ງປະຫວັດສາດ ແລະ ພະຍານພິເສດຂອງພຣະຄຳພີມໍມອນ ເປັນພະຍານວ່າ ການອອກມາຂອງມັນເປັນການມະຫັດສະຈັນແທ້ໆ. ເຖິງຢ່າງໃດກໍຕາມ, ພະລັງຂອງປຶ້ມເຫລັ້ມນີ້ບໍ່ໄດ້ຂຶ້ນຢູ່ກັບປະຫວັດສາດທີ່ງົດງາມຂອງມັນເທົ່ານັ້ນ ແຕ່ຂຶ້ນຢູ່ກັບຂ່າວສານທີ່ມີພະລັງ ແລະ ບໍ່ມີສິ່ງໃດທຽບເທົ່ານຳອີກ ຊຶ່ງໄດ້ປ່ຽນແປງຊີວິດຜູ້ຄົນຈົນນັບບໍ່ຖ້ວນ—ລວມທັງຂ້າພະເຈົ້າເອງ!
ຂ້າພະເຈົ້າໄດ້ອ່ານພຣະຄຳພີມໍມອນຈົບເຫລັ້ມເທື່ອທຳອິດ ຕອນຂ້າພະເຈົ້າຍັງໜຸ່ມ ຕອນໄປຫ້ອງຮຽນສາດສະໜາ. ຕາມຄຳແນະນຳຂອງນາຍຄູຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເລີ່ມອ່ານແຕ່ຕອນຕົ້ນ ຈາກໜ້າຄຳນຳຂອງມັນ. ຄຳສັນຍາບັນຈຸຢູ່ໃນໜ້າທຳອິດຂອງພຣະຄຳພີມໍມອນ ຍັງດັງກ້ອງຢູ່ໃນຈິດໃຈຂອງຂ້າພະເຈົ້າ ວ່າ: “ໃຫ້ໄຕ່ຕອງໃນໃຈ [ຂອງທ່ານ] … , ແລະ ແລ້ວ … ໃຫ້ທູນຖາມພຣະເຈົ້າ [ດ້ວຍສັດທາ] … ໃນພຣະນາມຂອງພຣະຄຣິດ ຖ້າພຣະຄຳພີນີ້ເປັນຄວາມຈິງຫລືບໍ່. ຜູ້ໃດທີ່ປະຕິບັດຕາມພຣະຄຳພີນີ້ … ຈະໄດ້ຮັບປະຈັກພະຍານເຖິງຄວາມຈິງ ແລະ ຄວາມສັກສິດຂອງມັນ ໂດຍອຳນາດຂອງພຣະວິນຍານບໍລິສຸດ.”22
ດ້ວຍຄຳສັນຍານັ້ນຢູ່ໃນໃຈ ຈຶ່ງໄດ້ສະແຫວງຫາດ້ວຍຄວາມພາກພຽນ ເພື່ອຈະໄດ້ຮູ້ຈັກຄວາມຈິງຂອງມັນ, ແລະ ໃນວິນຍານແຫ່ງການອະທິຖານ, ຂ້າພະເຈົ້າໄດ້ສຶກສາພຣະຄຳພີມໍມອນ, ເທື່ອລະເລັກເທື່ອລະນ້ອຍ, ຂະນະທີ່ຂ້າພະເຈົ້າເຮັດການບ້ານປະຈຳອາທິດ ຂອງຫ້ອງຮຽນສາດສະໜາ. ຂ້າພະເຈົ້າຍັງຈື່ຈຳມັນໄດ້ດີວ່າ ຄວາມຮູ້ສຶກອົບອຸ່ນໄດ້ເລີ່ມຕົ້ນຫລັ່ງໄຫລເຂົ້າສູ່ຈິດວິນຍານຂອງຂ້າພະເຈົ້າ ແລະ ເຕັມຢູ່ໃນໃຈ, ເພີ່ມຄວາມເຂົ້າໃຈຂອງຂ້າພະເຈົ້າ, ແລະ ເລີ່ມໄດ້ເຫັນຄວາມແຈ່ມແຈ້ງຫລາຍຂຶ້ນເລື້ອຍໆ, ດັ່ງທີ່ແອວມາໄດ້ອະທິບາຍຢູ່ໃນການສັ່ງສອນພຣະຄຳຂອງພຣະເຈົ້າຂອງເພິ່ນ ໃຫ້ແກ່ຜູ້ຄົນຂອງເພິ່ນ.23 ຄວາມຮູ້ສຶກນັ້ນ ໃນທີ່ສຸດໄດ້ກາຍເປັນຄວາມຮູ້ທີ່ຢັ່ງຮາກລົງເລິກໃນໃຈຂອງຂ້າພະເຈົ້າ ແລະ ກາຍເປັນຮາກຖານຂອງປະຈັກພະຍານຂອງຂ້າພະເຈົ້າ ເຖິງເຫດການທີ່ສຳຄັນ ແລະ ຄຳສອນທີ່ພົບເຫັນຢູ່ໃນປຶ້ມທີ່ສັກສິດນີ້.
ຜ່ານທາງສິ່ງເຫລົ່ານີ້ ແລະ ປະສົບການສ່ວນຕົວທີ່ລ້ຳຄ່າອື່ນໆ, ພຣະຄຳພີມໍມອນຈຶ່ງໄດ້ກາຍເປັນຫີນສຳຄັນແທ້ໆ ທີ່ຄ້ຳຈູນສັດທາຂອງຂ້າພະເຈົ້າໃນພຣະເຢຊູຄຣິດ ແລະ ປະຈັກພະຍານຂອງຂ້າພະເຈົ້າເຖິງຄຳສອນຂອງພຣະກິດຕິຄຸນຂອງພຣະອົງ. ມັນກາຍເປັນເລົາແສງໜຶ່ງທີ່ເປັນພະຍານຕໍ່ຂ້າພະເຈົ້າເຖິງການເສຍສະລະຊົດໃຊ້ອັນສູງສົ່ງຂອງພຣະຄຣິດ. ມັນກາຍເປັນເຄື່ອງປ້ອງກັນຕະຫລອດຊີວິດຂອງຂ້າພະເຈົ້າຕ້ານກັບການລໍ້ລວງຂອງຜູ້ປໍລະປັກ ທີ່ພະຍາຍາມເຮັດໃຫ້ສັດທາຂອງຂ້າພະເຈົ້າອ່ອນແອລົງ ແລະ ເອົາຄວາມບໍ່ເຊື່ອຖືເຂົ້າສູ່ຈິດໃຈຂອງຂ້າພະເຈົ້າ ແລະ ພຣະຄຳພີໃຫ້ຄວາມກ້າຫານແກ່ຂ້າພະເຈົ້າທີ່ຈະປະກາດປະຈັກພະຍານຂອງຂ້າພະເຈົ້າເຖິງພຣະຜູ້ຊ່ວຍໃຫ້ລອດຂອງໂລກຢ່າງກ້າຫານ.
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ປະຈັກພະຍານຂອງຂ້າພະເຈົ້າເຖິງພຣະຄຳພີມໍມອນໄດ້ມາສູ່ຂ້າພະເຈົ້າເທື່ອລະບັນທັດ24 ຊຶ່ງເປັນການມະຫັດສະຈັນຕໍ່ໃຈຂອງຂ້າພະເຈົ້າ. ຈົນເຖິງທຸກວັນນີ້, ປະຈັກພະຍານນີ້ຍັງສືບຕໍ່ຂະຫຍາຍຕົວ ຂະນະທີ່ຂ້າພະເຈົ້າຄົ້ນຄວ້າຕໍ່ໄປ, ດ້ວຍຄວາມຈິງໃຈ, ເພື່ອຈະໄດ້ເຂົ້າໃຈພຣະຄຳຂອງພຣະເຈົ້າຫລາຍກວ່າເກົ່າ ຊຶ່ງບັນຈຸຢູ່ໃນປຶ້ມທີ່ໜ້າງຶດງໍ້ນີ້.
ຕໍ່ທຸກຄົນທີ່ໄດ້ຍິນສຽງຂອງຂ້າພະເຈົ້າໃນມື້ນີ້, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ເປັນພາກສ່ວນຂອງການອອກມາຢ່າງມະຫັດສະຈັນຂອງພຣະຄຳພີມໍມອນ ໃນຊີວິດຂອງທ່ານເອງ. ຂ້າພະເຈົ້າສັນຍາກັບທ່ານວ່າ ເມື່ອທ່ານອະທິຖານ ແລະ ສຶກສາຄຳຂອງມັນຢ່າງສະໝ່ຳສະເໝີ, ທ່ານຈະສາມາດຮັບເອົາຄຳສັນຍາຂອງມັນ ແລະ ພອນຢ່າງຫລວງຫລາຍໃນຊີວິດຂອງທ່ານ ທີ່ສັນຍາໄວ້. ຂ້າພະເຈົ້າຂໍຢືນຢັນອີກວ່າ ຄຳສັນຍານັ້ນຍັງດັງຢູ່ໃນໜ້າເຈ້ຍຂອງມັນ ທີ່ວ່າ “ໃຫ້ທູນຖາມພຣະເຈົ້າ, ພຣະບິດາຜູ້ສະຖິດນິລັນດອນໃນພຣະນາມຂອງພຣະຄຣິດ, ຖ້າຫາກເລື່ອງເຫລົ່ານີ້ ບໍ່ຈິງ; ແລະ ຖ້າຫາກທ່ານທູນຖາມດ້ວຍໃຈຈິງ, ດ້ວຍເຈດຕະນາອັນແທ້ຈິງ, ໂດຍມີສັດທາໃນພຣະຄຣິດ,” ແລ້ວດ້ວຍຄວາມເມດຕາ ພຣະອົງຈະ “ຈະສະແດງຄວາມຈິງຂອງມັນໃຫ້ປະຈັກແກ່ທ່ານ, ໂດຍອຳນາດຂອງພຣະວິນຍານບໍລິສຸດ.”25 ຂ້າພະເຈົ້າສາມາດໃຫ້ທ່ານໝັ້ນໃຈໄດ້ວ່າ ພຣະອົງຈະໃຫ້ຄຳຕອບໃນທາງທີ່ເປັນສ່ວນຕົວ, ດັ່ງທີ່ພຣະອົງໄດ້ກະທຳກັບຂ້າພະເຈົ້າ ແລະ ກັບຫລາຍໆຄົນຕະຫລອດທົ່ວໂລກ. ປະສົບການຂອງທ່ານຈະເປັນແບບສະຫງ່າລາສີ ແລະ ສັກສິດສຳລັບທ່ານ ຄືກັນກັບປະສົບການຂອງໂຈເຊັບ ສະມິດ ສຳລັບເພິ່ນ, ພ້ອມທັງພະຍານກຸ່ມທຳອິດ ແລະ ກັບທຸກຄົນທີ່ສະແຫວງຫາທີ່ຈະໄດ້ຮັບການເປັນພະຍານເຖິງຄວາມຈິງແທ້ ແລະ ຄວາມເຊື່ອຖືໄດ້ຂອງປຶ້ມທີ່ສັກສິດເຫລັ້ມນີ້.
ຂ້າພະເຈົ້າເປັນພະຍານວ່າ ພຣະຄຳພີມໍມອນເປັນພຣະຄຳຂອງພຣະເຈົ້າແທ້ໆ. ຂ້າພະເຈົ້າເປັນພະຍານວ່າ ບັນທຶກສັກສິດນີ້ “ເວົ້າເຖິງພຣະກິດຕິຄຸນ ແລະ ແຜນແຫ່ງຄວາມລອດ, ແລະ ບອກມະນຸດທຸກຄົນເຖິງສິ່ງທີ່ພວກເຂົາຕ້ອງເຮັດເພື່ອຈະໄດ້ຮັບສັນຕິສຸກໃນຊີວິດນີ້ ແລະ ຄວາມລອດນິລັນດອນໃນຊີວິດທີ່ຈະມາເຖິງ.”26 ຂ້າພະເຈົ້າເປັນພະຍານວ່າ ພຣະຄຳພີມໍມອນເປັນເຄື່ອງມືຂອງພຣະເຈົ້າທີ່ພາໃຫ້ເກີດການເຕົ້າໂຮມອິດສະຣາເອນ ໃນວັນເວລາຂອງເຮົາ ແລະ ຊ່ວຍຜູ້ຄົນໃຫ້ມາຮູ້ຈັກພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າຊົງພຣະຊົນຢູ່ ແລະ ຮັກເຮົາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຄືພຣະຜູ້ຊ່ວຍໃຫ້ລອດຂອງໂລກ, ເປັນຫີນເສົາເອກທີ່ສຳຄັນຂອງສາດສະໜາຂອງເຮົາ. ຂ້າພະເຈົ້າກ່າວສິ່ງເຫລົ່ານີ້ໃນພຣະນາມອັນສັກສິດຂອງພຣະຜູ້ໄຖ່, ພຣະອາຈານຂອງເຮົາ, ແລະ ພຣະຜູ້ເປັນເຈົ້າຂອງເຮົາ, ແມ່ນແຕ່ພຣະເຢຊູຄຣິດ, ອາແມນ.