ເປັນໜຶ່ງໃນການສຳເລັດວຽກງານຂອງພຣະເຈົ້າ
ວິທີທາງທີ່ມີປະສິດທິພາບທີ່ສຸດ ທີ່ຈະບັນລຸສັກກະຍະພາບແຫ່ງສະຫວັນຂອງເຮົາ ຄືການເຮັດວຽກງານນຳກັນ, ໄດ້ຮັບພອນໂດຍອຳນາດ ແລະ ສິດອຳນາດຂອງຖານະປະໂລຫິດ.
ເອື້ອຍອ້າຍນ້ອງທີ່ດີເລີດທັງຫລາຍ, ຊ່າງເປັນຄວາມສຸກແທ້ໆທີ່ໄດ້ມາຮ່ວມກັບທ່ານ. ບໍ່ວ່າທ່ານຈະຮັບຊົມຮັບຟັງຢູ່ບ່ອນໃດກໍຕາມ, ຂ້າພະເຈົ້າຂໍໂອບກອດບັນດາເອື້ອຍນ້ອງ ແລະ ຂໍຈັບມືທັກທາຍບັນດາອ້າຍນ້ອງຂອງຂ້າພະເຈົ້າ ເຮົາເປັນໜຶ່ງໃນວຽກງານຂອງພຣະຜູ້ເປັນເຈົ້າ.
ເມື່ອເຮົາຄິດເຖິງ ອາດາມ ແລະ ເອວາ, ສ່ວນຫລາຍແລ້ວ ຄວາມຄິດທຳອິດຂອງເຮົາແມ່ນເຖິງຊີວິດທີ່ສົມບູນແບບຂອງເຂົາເຈົ້າ ຢູ່ໃນສວນເອເດນ. ຂ້າພະເຈົ້າວາດພາບເຫັນວ່າອາກາດກໍງົດງາມສະເໝີ—ບໍ່ຮ້ອນຫລາຍ ແລະ ບໍ່ໜາວຫລາຍ—ແລະ ວ່າໝາກໄມ້ ແລະ ຜັກທີ່ແຊບຊ້ອຍທີ່ມີຢ່າງອຸດົມສົມບູນກໍໄດ້ໃຫຍ່ຂຶ້ນພາຍໃຕ້ການຢື້ເຖິງ ເພື່ອວ່າເຂົາເຈົ້າຈະກິນໄດ້ ບໍ່ວ່າຍາມໃດກໍຕາມທີ່ເຂົາເຈົ້າຢາກກິນ. ເພາະນີ້ໄດ້ເປັນໂລກໃໝ່ສຳລັບເຂົາເຈົ້າ, ຍັງມີຫລາຍສິ່ງທີ່ຕ້ອງຄົ້ນພົບ, ສະນັ້ນທຸກໆມື້ກໍເປັນທີ່ໜ້າສົນໃຈ ຂະນະທີ່ເຂົາເຈົ້າໄດ້ປະຕິບັດຕໍ່ສັດສາວາສິ່ງ ແລະ ໄດ້ຄົ້ນຄວ້າສະພາບແວດລ້ອມທີ່ສວຍງາມຂອງເຂົາເຈົ້າ. ເຂົາເຈົ້າຍັງໄດ້ຮັບພຣະບັນຍັດໃຫ້ເຊື່ອຟັງ ແລະ ໄດ້ມີວິທີທາງທີ່ແຕກຕ່າງ ທີ່ຈະເຂົ້າເຖິງຄຳສອນເຫລົ່ານັ້ນ, ຊຶ່ງໄດ້ກໍ່ໃຫ້ເກີດຄວາມກັງວົນ ແລະ ຄວາມສັບສົນເບື້ອງຕົ້ນບາງຢ່າງ.1 ແຕ່ຂະນະທີ່ເຂົາເຈົ້າໄດ້ຕັດສິນໃຈທີ່ໄດ້ປ່ຽນແປງຊີວິດຂອງເຂົາເຈົ້າຕະຫລອດໄປ, ເຂົາເຈົ້າໄດ້ຮຽນຮູ້ທີ່ຈະເຮັດວຽກນຳກັນ ແລະ ກາຍເປັນໜຶ່ງໃນການສຳເລັດຈຸດປະສົງທີ່ພຣະເຈົ້າໄດ້ມີໃຫ້ແກ່ເຂົາເຈົ້າ—ແລະ ສຳລັບລູກໆທຸກຄົນຂອງພຣະອົງ.
ບັດນີ້ໃຫ້ວາດພາບເຫັນຄູ່ດຽວກັນນັ້ນໃນຊ່ວງມະຕະ. ເຂົາເຈົ້າຕ້ອງອອກແຮງງານເພື່ອຫາອາຫານ, ສັດບາງຊະນິດກໍຖືວ່າ ເຂົາເຈົ້າ ເປັນອາຫານ, ແລະ ມີການທ້າທາຍຫລາຍຢ່າງທີ່ຈະເອົາຊະນະໄດ້ ພຽງແຕ່ເມື່ອເຂົາເຈົ້າປຶກສາຫາລື ແລະ ອະທິຖານນຳກັນ. ຂ້າພະເຈົ້າວາດພາບເຫັນວ່າຢ່າງໜ້ອຍຕ້ອງມີສາມສີ່ເທື່ອ ທີ່ເຂົາເຈົ້າໄດ້ມີຄວາມຄິດຄວາມເຫັນທີ່ແຕກຕ່າງກັນ ກ່ຽວກັບວິທີທີ່ຈະຈັດການກັບບັນຫາເຫລົ່ານັ້ນແນວໃດ. ເຖິງຢ່າງໃດກໍຕາມ, ຜ່ານການຕົກ, ເຂົາເຈົ້າໄດ້ຮຽນຮູ້ວ່າມັນຈຳເປັນທີ່ເຂົາເຈົ້າຕ້ອງລົງມືກະທຳໃນຄວາມເປັນໜຶ່ງ ແລະ ໃນຄວາມຮັກ. ໃນການສິດສອນທີ່ເຂົາເຈົ້າໄດ້ຮັບຈາກແຫລ່ງແຫ່ງສະຫວັນ, ເຂົາເຈົ້າໄດ້ຖືກສິດສອນເຖິງແຜນແຫ່ງຄວາມລອດ ແລະ ຫລັກທຳຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ທີ່ເຮັດໃຫ້ແຜນນັ້ນໃຊ້ງານໄດ້. ເພາະເຂົາເຈົ້າໄດ້ເຂົ້າໃຈວ່າຈຸດປະສົງຢູ່ເທິງໂລກ ແລະ ເປົ້າໝາຍນິລັນດອນຂອງເຂົາເຈົ້າແມ່ນເໝືອນກັນ, ເຂົາເຈົ້າຈຶ່ງໄດ້ພົບຄວາມເພິ່ງພໍໃຈ ແລະ ຄວາມສຳເລັດໃນການຮຽນຮູ້ທີ່ຈະອອກແຮງງານດ້ວຍຄວາມຮັກ ແລະ ຄວາມຊອບທຳນຳກັນ.
ເມື່ອເຂົາເຈົ້າມີລູກ, ອາດາມ ແລະ ເອວາກໍໄດ້ສິດສອນຄອບຄົວຂອງເຂົາເຈົ້າ ເຖິງສິ່ງທີ່ເຂົາເຈົ້າໄດ້ຮຽນຮູ້ຈາກທູດສະຫວັນ. ເຂົາເຈົ້າໄດ້ເອົາໃຈໃສ່ຕໍ່ການຊ່ວຍເຫລືອລູກໆຂອງເຂົາເຈົ້ານຳອີກ ໃຫ້ເຂົ້າໃຈ ແລະ ເປີດໃຈຮັບເອົາຫລັກທຳເຫລົ່ານັ້ນ ທີ່ຈະເຮັດໃຫ້ເຂົາເຈົ້າມີຄວາມສຸກໃນຊີວິດນີ້, ແລະ ທັງຈະກະກຽມເພື່ອກັບຄືນໄປຫາພຣະບິດາມານດາເທິງສະຫວັນຂອງເຂົາເຈົ້າ ຫລັງຈາກໄດ້ຂະຫຍາຍຄວາມສາມາດຂອງເຂົາເຈົ້າ ແລະ ພິສູດຄວາມເຊື່ອຟັງຕໍ່ພຣະເຈົ້າ. ໃນຂັ້ນຕອນນັ້ນ, ອາດາມ ແລະ ເອວາໄດ້ຮຽນຮູ້ທີ່ຈະຮູ້ບຸນຄຸນສຳລັບຈຸດເດັ່ນຂອງເຂົາເຈົ້າທີ່ແຕກຕ່າງກັນ ແລະ ໄດ້ສະໜັບສະໜູນກັນແລະກັນໃນວຽກງານທີ່ສຳຄັນຊົ່ວນິລັນດອນຂອງເຂົາເຈົ້າ.2
ເມື່ອສັດຕະວັດ ແລະ ແລ້ວພັນປີໄດ້ຜ່ານໄປ, ຄວາມແຈ່ມແຈ້ງຂອງສ່ວນບໍລິຈາກທີ່ດົນໃຈ ແລະ ເພິ່ງພາອາໄສກັນຂອງຊາຍ ແລະ ຍິງກໍໄດ້ມືດມົນໄປດ້ວຍຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ຄວາມເຂົ້າໃຈຜິດ. ໃນຊ່ວງເວລາລະຫວ່າງການເລີ່ມຕົ້ນທີ່ໜ້າອັດສະຈັນໃຈໃນສວນເອເດນ ແລະ ໃນເວລານີ້, ຜູ້ປໍລະປັກໄດ້ມີຄວາມສຳເລັດຫລາຍໃນເປົ້າໝາຍຂອງມັນ ທີ່ຈະແບ່ງແຍກຊາຍ ແລະ ຍິງໃນຄວາມພະຍາຍາມຂອງມັນທີ່ຈະເອົາຊະນະຈິດວິນຍານຂອງເຂົາເຈົ້າ. ລູຊິເຟີຮູ້ວ່າ ຖ້າຫາກມັນສາມາດທຳລາຍຄວາມເປັນໜຶ່ງທີ່ຊາຍ ແລະ ຍິງຮູ້ສຶກ, ຖ້າຫາກມັນສາມາດເຮັດໃຫ້ເຮົາສັບສົນກ່ຽວກັບຄ່າຄວນແຫ່ງສະຫວັນຂອງເຮົາ ແລະ ໜ້າທີ່ຮັບຜິດຊອບແຫ່ງພັນທະສັນຍາ, ມັນຈະພົບຄວາມສຳເລັດໃນການທຳລາຍຄອບຄົວ, ຊຶ່ງເປັນໜ່ວຍທີ່ຈຳເປັນຂອງຊ່ວງນິລັນດອນ.
ຊາຕານຍຸຍົງການປຽບທຽບໃຫ້ເປັນເຄື່ອງມືເພື່ອກໍ່ໃຫ້ເກີດຄວາມຮູ້ສຶກວ່າດີກວ່າ ຫລື ຕ່ຳຕ້ອຍກວ່າ, ປິດບັງຄວາມຈິງນິລັນດອນທີ່ວ່າຄວາມແຕກຕ່າງຂອງຊາຍ ແລະ ຍິງທີ່ເປັນມາແຕ່ເກີດນັ້ນ ເປັນຂອງປະທານຈາກພຣະເຈົ້າ ແລະ ມີຄຸນຄ່າເທົ່າທຽມກັນ. ມັນໄດ້ພະຍາຍາມທີ່ຈະດູຖູກສ່ວນບໍລິຈາກຂອງຜູ້ຍິງທັງໃນຄອບຄົວ ແລະ ໃນສັງຄົມ, ຊຶ່ງໃນນັ້ນກໍເຮັດໃຫ້ອິດທິພົນທີ່ເຊີດຊູເພື່ອຄວາມດີງາມຂອງເຂົາເຈົ້າໃຫ້ມີໜ້ອຍລົງ. ເປົ້າໝາຍຂອງມັນແມ່ນຈະສົ່ງເສີມການແຂ່ງຂັນເພື່ອອຳນາດ ແທນທີ່ຈະສະຫລອງສ່ວນບໍລິຈາກສະເພາະຕົວຂອງຊາຍ ແລະ ຍິງທີ່ຕື່ມເຕັມໃຫ້ກັນແລະກັນ ແລະ ມີສ່ວນໃນຄວາມເປັນໜຶ່ງ.
ສະນັ້ນ, ຕະຫລອດຫລາຍປີ ແລະ ຕະຫລອດທົ່ວໂລກ, ຄວາມເຂົ້າໃຈຄົບຖ້ວນເຖິງການເພິ່ງພາອາໄສກັນແຫ່ງສະຫວັນ ແລະ ສ່ວນບໍລິຈາກ ແລະ ໜ້າທີ່ຮັບຜິດຊອບທີ່ແຕກຕ່າງກັນຂອງຊາຍ ແລະ ຍິງກໍໄດ້ສູນຫາຍໄປເກືອບໝົດແລ້ວ. ເພດຍິງໃນຫລາຍສັງຄົມໄດ້ກາຍເປັນຜູ້ຍອມຢູ່ໃຕ້ເພດຊາຍ ແທນທີ່ຈະເປັນຫຸ້ນສ່ວນຄຽງຂ້າງກັນ, ທີ່ກິດຈະກຳຂອງເຂົາເຈົ້າກໍຖືກຈຳກັດຢູ່ໃນຂອບເຂດແຄບໆ. ຄວາມກ້າວໜ້າທາງວິນຍານກໍຊ້າລົງໃນລະຫວ່າງເວລາທີ່ມືດມົນ; ແນ່ນອນ, ຈະມີແສງສະຫວ່າງທາງວິນຍານໜ້ອຍດຽວທີ່ສາມາດເຂົ້າເຖິງຈິດໃຈ ແລະ ຫົວໃຈທີ່ຄົງຢູ່ເລິກໃນປະເພນີຂອງການຄອບຄອງ.
ແລະ ແລ້ວຄວາມສະຫວ່າງຂອງພຣະກິດຕິຄຸນທີ່ຟື້ນຟູກໍໄດ້ສ່ອງແສງ “ແຈ້ງກວ່າຄວາມສະຫວ່າງຂອງດວງຕາເວັນ”3 ເມື່ອພຣະເຈົ້າພຣະບິດາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ໄດ້ມາປະກົດຕໍ່ຊາຍໜຸ່ມ ໂຈເຊັບ ສະມິດ ໃນຕົ້ນລະດູໃບໄມ້ປົ່ງຂອງປີ 1820 ຢູ່ໃນປ່າສັກສິດຢູ່ທີ່ພາກເໜືອຂອງລັດນິວຢອກ. ເຫດການນັ້ນໄດ້ລິເລີ່ມການເປີດເຜີຍໃນຍຸກສະໄໝໃໝ່ທີ່ຖອກເທລົງມາຈາກສະຫວັນ. ໜຶ່ງໃນອົງປະກອບທຳອິດຂອງສາດສະໜາຈັກດັ້ງເດີມຂອງພຣະຄຣິດ ທີ່ຕ້ອງຖືກຟື້ນຟູແມ່ນສິດອຳນາດຂອງຖານະປະໂລຫິດຂອງພຣະເຈົ້າ. ເມື່ອການຟື້ນຟູໄດ້ເປີດເຜີຍອອກມາຢ່າງຕໍ່ເນຶ່ອງ, ຊາຍ ແລະ ຍິງໄດ້ເລີ່ມຮັບຮູ້ຄວາມສຳຄັນ ແລະ ສັກກະຍະພາບຂອງການເຮັດວຽກຮ່ວມກັນໃນຖານະຫຸ້ນສ່ວນອິກຄັ້ງ, ໃນວຽກງານສັກສິດນີ້ ຊຶ່ງພຣະອົງໄດ້ອະນຸມັດ.
ໃນປີ 1842, ເມື່ອຜູ້ຍິງໃນສາດສະໜາຈັກທີ່ຍັງໃໝ່ ຢາກຈັດຕັ້ງກຸ່ມທີ່ເປັນທາງການເພື່ອຊ່ວຍໃນວຽກງານ, ປະທານໂຈເຊັບ ສະມິດ ໄດ້ຮັບການດົນໃຈໃຫ້ຈັດຕັ້ງເຂົາເຈົ້າ “ພາຍໃຕ້ຖານະປະໂລຫິດຕາມແບບແຜນຂອງຖານະປະໂລຫິດ.”4 ເພິ່ນໄດ້ເວົ້າວ່າ, “ບັດນີ້ຂ້າພະເຈົ້າມອບຂໍກະແຈໃຫ້ແກ່ພວກທ່ານ ໃນພຣະນາມຂອງພຣະເຈົ້າ …—ນີ້ເປັນຈຸດເລີ່ມຕົ້ນຂອງວັນເວລາທີ່ດີກວ່າ.”5 ແລະ ນັບຕັ້ງແຕ່ຂໍກະແຈນັ້ນໄດ້ຖືກນຳໃຊ້, ໂອກາດທາງດ້ານການສຶກສາ, ການເມືອງ, ແລະ ເສດຖະກິດສຳລັບຜູ້ຍິງກໍໄດ້ເລີ່ມຂະຫຍາຍອອກໄປເທື່ອລະເລັກເທື່ອລະນ້ອຍຕະຫລອດທົ່ວໂລກ.6
ອົງການໃໝ່ຂອງສາດສະໜາຈັກສຳລັບຜູ້ຍິງນີ້, ຊຶ່ງມີຊື່ວ່າ ສະມາຄົມສະຕີສົງເຄາະ, ແມ່ນແຕກຕ່າງຈາກສະມາຄົມຂອງກຸ່ມຜູ້ຍິງອື່ນໆໃນວັນເວລານັ້ນ ເພາະມັນໄດ້ຖືກແຕ່ງຕັ້ງຂຶ້ນມາ ໂດຍສາດສະດາທີ່ໄດ້ກະທຳດ້ວຍສິດອຳນາດຂອງຖານະປະໂລຫິດ ເພື່ອມອບສິດອຳນາດ, ໜ້າທີ່ຮັບຜິດຊອບສັກສິດ, ແລະ ຕຳແໜ່ງທີ່ເປັນທາງການໃຫ້ແກ່ຜູ້ຍິງ ພາຍໃນໂຄງຮ່າງຂອງສາດສະໜາຈັກ, ບໍ່ແມ່ນແຍກອອກຈາກນັ້ນ.7
ຈາກວັນເວລາຂອງສາດສະດາ ໂຈເຊັບ ສະມິດ ຈົນເຖິງວັນເວລາຂອງເຮົາ, ການຟື້ນຟູຂອງທຸກສິ່ງທັງໝົດທີ່ຕໍ່ເນື່ອງ ໄດ້ນຳຄວາມຮູ້ແຈ້ງມາໃຫ້ ເຖິງຄວາມຈຳເປັນຂອງສິດອຳນາດ ແລະ ອຳນາດຂອງຖານະປະໂລຫິດ ໃນການຊ່ວຍຊາຍ ແລະ ຍິງໃຫ້ສຳເລັດໜ້າທີ່ຮັບຜິດຊອບທີ່ຖືກມອບໝາຍແຫ່ງສະຫວັນຂອງເຂົາເຈົ້າ. ເມື່ອບໍ່ດົນມານີ້ເຮົາໄດ້ຮັບການສິດສອນວ່າຜູ້ຍິງທີ່ຖືກແຕ່ງຕັ້ງ ພາຍໃຕ້ການຊີ້ນຳຂອງຜູ້ທີ່ດຳລົງຂໍກະແຈຂອງຖານະປະໂລຫິດ ປະຕິບັດງານດ້ວຍ ສິດອຳນາດຂອງຖານະປະໂລຫິດ ໃນການເອີ້ນຂອງເຂົາເຈົ້າ.8
ໃນເດືອນຕຸລາ ປີ 2019, ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ ຜູ້ຍິງທີ່ໄດ້ຮັບຂອງປະທານສັກສິດໃນພຣະວິຫານມີ ອຳນາດຂອງຖານະປະໂລຫິດ ໃນຊີວິດຂອງເຂົາເຈົ້າ ແລະ ໃນບ້ານເຮືອນຂອງເຂົາເຈົ້າ ຂະນະທີ່ເຂົາເຈົ້າຮັກສາພັນທະສັນຍາສັກສິດເຫລົ່ານັ້ນ ທີ່ເຂົາເຈົ້າໄດ້ເຮັດກັບພຣະເຈົ້າ.9 ເພິ່ນໄດ້ອະທິບາຍວ່າ “ສະຫວັນກໍເປີດໃຫ້ ຜູ້ຍິງ ທີ່ໄດ້ຮັບຂອງປະທານສັກສິດແລ້ວ ດ້ວຍອຳນາດຂອງພຣະເຈົ້າ ທີ່ຫລັ່ງໄຫລມາຈາກພັນທະສັນຍາແຫ່ງຖານະປະໂລຫິດຂອງເຂົາເຈົ້າ ດັ່ງທີ່ມັນເປັນຕໍ່ຜູ້ຊາຍທີ່ດຳລົງຖານະປະໂລຫິດ.” ແລະ ເພິ່ນໄດ້ຊຸກຍູ້ເອື້ອຍນ້ອງທຸກຄົນໃຫ້ “ເຂົ້າຫາອຳນາດຂອງພຣະຜູ້ຊ່ວຍໃຫ້ລອດຢ່າງເປັນອິດສະລະ ເພື່ອຊ່ວຍຄອບຄົວຂອງທ່ານ ແລະ ຄົນອື່ນໆທີ່ທ່ານຮັກ.”10
ສະນັ້ນ ນີ້ມີຄວາມໝາຍແນວໃດສຳລັບທ່ານ ແລະ ຂ້າພະເຈົ້າ? ການເຂົ້າໃຈສິດອຳນາດ ແລະ ອຳນາດຂອງຖານະປະໂລຫິດປ່ຽນແປງຊີວິດເຮົາແນວໃດ? ຈຸດສຳຄັນຢ່າງໜຶ່ງແມ່ນທີ່ຈະເຂົ້າໃຈວ່າ ເມື່ອຊາຍ ແລະ ຍິງເຮັດວຽກນຳກັນ, ເຮົາຈະສຳເລັດຫລາຍກວ່າເມື່ອເຮົາເຮັດວຽກແຍກຈາກກັນ.11 ບົດບາດຂອງເຮົາຄືການຕື່ມເຕັມ ແທນທີ່ຈະແຂ່ງຂັນ. ເຖິງແມ່ນວ່າຜູ້ຍິງບໍ່ໄດ້ຖືກແຕ່ງຕັ້ງສູ່ຕຳແໜ່ງຂອງຖານະປະໂລຫິດ, ດັ່ງທີ່ໄດ້ສັງເກດເຫັນກ່ອນໜ້ານີ້ ຜູ້ຍິງກໍໄດ້ຮັບພອນດ້ວຍອຳນາດຂອງຖານະປະໂລຫິດ ຂະນະທີ່ເຂົາເຈົ້າຮັກສາພັນທະສັນຍາຂອງເຂົາເຈົ້າ, ແລະ ເຂົາເຈົ້າປະຕິບັດງານດ້ວຍສິດອຳນາດຂອງຖານະປະໂລຫິດ ເມື່ອເຂົາເຈົ້າຖືກແຕ່ງຕັ້ງສູ່ການເອີ້ນນັ້ນ.
ໃນວັນທີ່ສວຍງາມຂອງເດືອນສິງຫາ, ຂ້າພະເຈົ້າໄດ້ຮັບສິດທິພິເສດທີ່ໄດ້ນັ່ງຢູ່ກັບປະທານຣະໂຊ ເອັມ ແນວສັນ ຢູ່ທີ່ບ້ານຂອງໂຈເຊັບ ແລະ ເອັມມາ ສະມິດ ທີ່ຖືກສ້າງຂຶ້ນໃໝ່ໃນເມືອງຮາມໂມນີ, ລັດເພັນໂຊເວເນຍ, ໃກ້ກັບບ່ອນທີ່ຖານະປະໂລຫິດແຫ່ງອາໂຣນໄດ້ຖືກຟື້ນຟູ ໃນຍຸກສຸດທ້າຍນີ້. ໃນການສົນທະນາຂອງພວກເຮົາ, ປະທານແນວສັນໄດ້ກ່າວກ່ຽວກັບບົດບາດທີ່ສຳຄັນ ທີ່ຜູ້ຍິງໄດ້ມີໃນການຟື້ນຟູ.
ປະທານແນວສັນ: “ລັກສະນະທີ່ສຳຄັນທີ່ສຸດຢ່າງໜຶ່ງ ທີ່ຂ້າພະເຈົ້າຄິດເຖິງ ເມື່ອຂ້າພະເຈົ້າມາຢູ່ໃນສະຖານທີ່ຂອງການຟື້ນຟູຖານະປະໂລຫິດແມ່ນບົດບາດທີ່ສຳຄັນທີ່ຜູ້ຍິງໄດ້ມີໃນການຟື້ນຟູ.
“ເມື່ອໂຈເຊັບໄດ້ເລີ່ມແປພຣະຄຳພີມໍມອນໃນຕອນຕົ້ນ, ໃຜໄດ້ເປັນຜູ້ຂຽນ? ແນ່ນອນ, ເພິ່ນກໍໄດ້ຂຽນ, ແຕ່ບໍ່ໄດ້ຂຽນຫຍັງຫລາຍ. ເອມມາໄດ້ເຂົ້າໄປຊ່ວຍ.
“ແລະ ແລ້ວຂ້າພະເຈົ້າຈະຄິດເຖິງຕອນທີ່ໂຈເຊັບໄດ້ເຂົ້າໄປໃນປ່າ ເພື່ອອະທິຖານໃກ້ບ້ານຂອງເພິ່ນໃນເມືອງພາໄມຣາ, ລັດນິວຢອກ. ເພິ່ນໄດ້ໄປໃສ? ເພິ່ນໄດ້ເຂົ້າໄປໃນປ່າສັກສິດ. ເປັນຫຍັງເພິ່ນຈຶ່ງໄປທີ່ນັ້ນ? ເພາະນັ້ນເປັນບ່ອນທີ່ແມ່ໄດ້ໄປເມື່ອເພິ່ນຢາກອະທິຖານ.
“ນັ້ນຄືຜູ້ຍິງພຽງສອງຄົນທີ່ໄດ້ມີບົດບາດທີ່ສຳຄັນໃນການຟື້ນຟູຂອງຖານະປະໂລຫິດ ແລະ ໃນການຟື້ນຟູສາດສະໜາຈັກ. ແນ່ນອນວ່າ, ເຮົາກໍສາມາດເວົ້າໄດ້ວ່າ ພັນລະຍາຂອງເຮົາກໍສຳຄັນໃນເວລານີ້ ດັ່ງທີ່ເຂົາເຈົ້າໄດ້ເປັນໃນເວລານັ້ນ. ແນ່ນອນ ເຂົາເຈົ້າສຳຄັນ.”
ເໝືອນດັ່ງ ເອມມາ ແລະ ລູສີ ແລະ ໂຈເຊັບ, ເຮົາຈະມີປະສິດທິພາບຫລາຍເມື່ອເຮົາເຕັມໃຈຈະຮຽນຮູ້ຈາກກັນແລະກັນ ແລະ ເປັນໜຶ່ງໃນເປົ້າໝາຍທີ່ຈະກາຍເປັນສານຸສິດຂອງພຣະເຢຊູຄຣິດ ແລະ ຊ່ວຍຄົນອື່ນໃນເສັ້ນທາງນັ້ນ.
ເຮົາໄດ້ຮັບການສິດສອນວ່າ “ຖານະປະໂລຫິດ ເປັນພອນໃຫ້ແກ່ຊີວິດຂອງລູກໆຂອງພຣະເຈົ້າ ໃນຫລາຍໆວິທີທາງທີ່ນັບບໍ່ຖ້ວນ. … ໃນການເອີ້ນຂອງ [ສາດສະໜາຈັກ], ພິທີການພຣະວິຫານ, ຄວາມສຳພັນໃນຄອບຄົວ, ແລະ ການປະຕິບັດສາດສະໜາກິດສ່ວນຕົວຢ່າງງຽບໆເປັນສ່ວນບຸກຄົນ, ບັນດາຍິງ ແລະ ຊາຍຂອງຍຸກສຸດທ້າຍກ້າວໄປໜ້າດ້ວຍອຳນາດ ແລະ ສິດອຳນາດ. ການເພິ່ງພາອາໄສກັນນີ້ ຂອງບັນດາຊາຍ ແລະ ຍິງໃນການສຳເລັດວຽກງານຂອງພຣະເຈົ້າ ຜ່ານອຳນາດຂອງພຣະອົງແມ່ນສຳຄັນຫລາຍຕໍ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ ທີ່ໄດ້ຮັບການຟື້ນຟູຜ່ານທາງສາດສະດາ ໂຈເຊັບ ສະມິດ.”12
ການເປັນໜຶ່ງແມ່ນຈຳເປັນຕໍ່ວຽກງານແຫ່ງສະຫວັນທີ່ເຮົາໄດ້ຮັບສິດທິພິເສດ ແລະ ຖືກເອີ້ນໃຫ້ມາເຮັດ, ແຕ່ມັນຈະເກີດຂຶ້ນເອງບໍ່ໄດ້. ຕ້ອງໃຊ້ຄວາມພະຍາຍາມ ແລະ ເວລາທີ່ຈະປຶກສາຫາລືກັນແທ້ໆ—ທີ່ຈະຮັບຟັງກັນແລະກັນ, ເຂົ້າໃຈມຸມມອງຂອງອີກຝ່າຍ, ແລະ ແບ່ງປັນປະສົບການ—ແຕ່ຂັ້ນຕອນນັ້ນຈະນຳການຕັດສິນໃຈທີ່ດົນໃຈຫລາຍຢ່າງມາໃຫ້. ບໍ່ວ່າຢູ່ທີ່ບ້ານ ຫລື ໃນໜ້າທີ່ຮັບຜິດຊອບຂອງເຮົາໃນສາດສະໜາຈັກ, ວິທີທາງທີ່ມີປະສິດທິພາບທີ່ສຸດ ທີ່ຈະບັນລຸສັກກະຍະພາບແຫ່ງສະຫວັນຂອງເຮົາ ຄືການເຮັດວຽກງານນຳກັນ, ໄດ້ຮັບພອນໂດຍອຳນາດ ແລະ ສິດອຳນາດຂອງຖານະປະໂລຫິດ ໃນບົດບາດທີ່ແຕກຕ່າງ ແຕ່ຕື່ມເຕັມໃຫ້ກັນຂອງເຮົາ.
ການເປັນຫຸ້ນສ່ວນນັ້ນປະກົດວ່າແນວໃດໃນຊີວິດຂອງຜູ້ຍິງແຫ່ງພັນທະສັນຍາໃນວັນເວລານີ້? ຂ້າພະເຈົ້າຂໍແບ່ງປັນຕົວຢ່າງໜຶ່ງ.
ນາງອາລິສັນ ແລະ ທ້າວຈອນ ໄດ້ເປັນຫຸ້ນສ່ວນທີ່ພິເສດ. ເຂົາເຈົ້າໄດ້ຂີ່ລົດຖີບຄູ່ ໃນການແຂ່ງຂັນໄລຍະສັ້ນ ແລະ ຍາວ. ເພື່ອຈະໃຊ້ລົດນັ້ນແຂ່ງຂັນໃຫ້ສຳເລັດ, ຜູ້ຂີ່ທັງສອງຕ້ອງກົມກຽວກັນ. ເຂົາເຈົ້າຕ້ອງອ່ຽງໄປໃນທິດທາງດຽວກັນ ແລະ ໃນເວລາດຽວກັນ. ຜູ້ໜຶ່ງຈະບັງຄັບອີກຝ່າຍບໍ່ໄດ້, ແຕ່ເຂົາເຈົ້າຕ້ອງສື່ສານກັນຢ່າງແຈ່ມແຈ້ງ ແລະ ແຕ່ລະຝ່າຍຕ້ອງເຮັດພາກສ່ວນຂອງຕົນ. ຫົວໜ້າ, ຢູ່ທາງໜ້າ, ສາມາດຄວບຄຸມເມື່ອໃດທີ່ຕ້ອງເບກ ແລະ ເມື່ອໃດທີ່ຕ້ອງຢືນຂຶ້ນ. ຜູ້ທີ່ຢູ່ທາງຫລັງ, ຕ້ອງເອົາໃຈໃສ່ສິ່ງທີ່ກຳລັງເກີດຂຶ້ນ ແລະ ພ້ອມທີ່ຈະໃຫ້ພະລັງເພີ່ມຖ້າຫາກເຂົາເຈົ້າໄປຊ້າ ຫລື ຄ່ອຍໆລົງຖ້າຫາກເຂົາເຈົ້າເຂົ້າໄປໃກ້ຜູ້ຂີ່ລົດຖີບຄົນອື່ນ. ເຂົາເຈົ້າຕ້ອງຊ່ວຍເຫລືອກັນແລະກັນເພື່ອຈະກ້າວໄປໜ້າ ແລະ ບັນລຸເຖິງເປົ້າໝາຍຂອງເຂົາເຈົ້າ.
ນາງອາລິສັນ ໄດ້ອະທິບາຍວ່າ: “ໃນຊ່ວງໃໝ່ໆທຳອິດ, ຜູ້ທີ່ຢູ່ທາງໜ້າຈະກ່າວວ່າ ‘ຢືນຂຶ້ນ’ ເມື່ອເຮົາຈຳເປັນຕ້ອງຢືນຂຶ້ນ ແລະ ‘ເບກ’ ເມື່ອເຮົາຕ້ອງເຊົາປັ່ນ. ເມື່ອເວລາຜ່ານໄປ, ຜູ້ທີ່ຢູ່ທາງຫລັງກໍຮູ້ໄດ້ເມື່ອຜູ້ຢູ່ທາງໜ້າກຳລັງຈະຢືນຂຶ້ນ ແລະ ເບກ, ແລະ ບໍ່ຈຳເປັນຕ້ອງໃຊ້ຄຳເວົ້າເລີຍ. ເຮົາຕ້ອງຮຽນຮູ້ວ່າແຕ່ລະຝ່າຍເປັນຈັ່ງໃດ ແລະ ຮັບຮູ້ໄດ້ເມື່ອອີກຝ່າຍກຳລັງດີ້ນລົນ ແລະ [ແລ້ວ] ອີກຝ່າຍກໍໄດ້ເຮັດສ່ວນທີ່ຂາດໄປ. ແທ້ໆແລ້ວ ມັນກ່ຽວກັບຄວາມໄວ້ວາງໃຈ ແລະ ການເຮັດວຽກນຳກັນ.”13
ຈອນ ແລະ ອາລິສັນ ໄດ້ເປັນໜຶ່ງບໍ່ພຽງແຕ່ເມື່ອເຂົາເຈົ້າໄດ້ປັ່ນລົດຖີບ, ແຕ່ເຂົາເຈົ້າໄດ້ເປັນໜຶ່ງໃນຊີວິດແຕ່ງງານຂອງເຂົາເຈົ້ານຳອີກ. ແຕ່ລະຝ່າຍໄດ້ປາດຖະໜາໃຫ້ອີກຝ່າຍມີຄວາມສຸກຫລາຍກວ່າຕົນເອງ; ແຕ່ລະຝ່າຍໄດ້ຊອກຫາຄວາມດີງາມ ແລະ ໄດ້ຕັ້ງຈິດຕັ້ງໃຈເພື່ອຈະເອົາຊະນະຄວາມອ່ອນແອຂອງອີກຝ່າຍ. ເຂົາເຈົ້າໄດ້ປ່ຽນຜຽນກັນນຳໜ້າ ແລະ ປ່ຽນຜຽນກັນຊູກຳລັງ ເມື່ອອີກຝ່າຍດີ້ນລົນ. ແຕ່ລະຝ່າຍໄດ້ເຫັນຄຸນຄ່າຂອງສ່ວນບໍລິຈາກຂອງອີກຝ່າຍ ແລະ ໄດ້ພົບເຫັນຄຳຕອບທີ່ດີກວ່າຕໍ່ການທ້າທາຍຂອງເຂົາເຈົ້າ ຂະນະທີ່ເຂົາເຈົ້າໄດ້ເອົາພອນສະຫວັນ ແລະ ຊັບພະຍາກອນມາລວມເຂົ້າກັນ. ເຂົາເຈົ້າຖືກຜູກມັດເຂົ້າກັນແລະກັນແທ້ໆ ຜ່ານທາງຄວາມຮັກເໝືອນດັ່ງພຣະຄຣິດ.
ການທີ່ຈະຮັບຮູ້ຫລາຍຂຶ້ນເຖິງແບບແຜນແຫ່ງສະຫວັນຂອງການເຮັດວຽກນຳກັນໃນຄວາມເປັນໜຶ່ງ ແມ່ນຈຳເປັນຫລາຍໃນວັນເວລາຂອງຂ່າວສານຂອງ “ຄວາມເຫັນແກ່ຕົວ” ທີ່ມີຢູ່ອ້ອມຮອບເຮົາ. ຜູ້ຍິງມີຂອງປະທານພິເສດແຫ່ງສະຫວັນ14 ແລະ ໄດ້ຮັບໜ້າທີ່ຮັບຜິດຊອບພິເສດ, ແຕ່ສິ່ງເຫລົ່ານັ້ນບໍ່ໄດ້ສຳຄັນຫລາຍກວ່າ—ຫລື ໜ້ອຍກວ່າ—ຂອງປະທານ ແລະ ໜ້າທີ່ຮັບຜິດຊອບຂອງຜູ້ຊາຍ. ທຸກຄົນ ຖືກສ້າງຂຶ້ນມາ ແລະ ເປັນທີ່ຕ້ອງການເພື່ອຈະນຳແຜນແຫ່ງສະຫວັນຂອງພຣະບິດາເທິງສະຫວັນອອກມາ ເພື່ອໃຫ້ໂອກາດທີ່ດີທີ່ສຸດແກ່ລູກໆຂອງພຣະອົງ ທີ່ຈະບັນລຸສັກກະຍະພາບແຫ່ງສະຫວັນຂອງເຂົາເຈົ້າ.
ໃນວັນເວລານີ້, “ເຮົາຕ້ອງການສະຕີທີ່ມີຄວາມກ້າຫານ ແລະ ວິໄສທັດຂອງ ມານດາເອວາ”15 ເພື່ອເປັນໜຶ່ງກັບບັນດາອ້າຍນ້ອງຂອງເຂົາເຈົ້າ ໃນການນຳພາຈິດວິນຍານມາສູ່ພຣະຄຣິດ.16 ຜູ້ຊາຍຕ້ອງເປັນຫຸ້ນສ່ວນທີ່ແທ້ຈິງ ແທນທີ່ຈະສັນນິຖານວ່າເຂົາເຈົ້າເປັນຜູ້ຮັບຜິດຊອບພຽງຜູ້ດຽວ ຫລື ປະຕິບັດຄືກັບວ່າເປັນຫຸ້ນສ່ວນທີ່ “ທຳທ່າ” ຂະນະທີ່ຜູ້ຍິງລົງມືເຮັດວຽກສ່ວນຫລາຍນັ້ນ. ຜູ້ຍິງຕ້ອງເຕັມໃຈທີ່ຈະ “ກ້າວໄປໜ້າ [ແລະ] ຮັບເອົາຕຳແໜ່ງທີ່ຖືກຕ້ອງ ແລະ ຈຳເປັນ [ຂອງເຂົາເຈົ້າ]”17 ໃນຖານະຫຸ້ນສ່ວນ ແທນທີ່ຈະຄິດວ່າເຂົາເຈົ້າຕ້ອງເຮັດທຸກສິ່ງດ້ວຍຕົວເອງ ຫລື ລໍຖ້າຄຳສັ່ງວ່າໃຫ້ເຮັດຫຍັງ.18
ການເຫັນຜູ້ຍິງເປັນຜູ້ມີພາກສ່ວນທີ່ຈຳເປັນບໍ່ກ່ຽວກັບການສ້າງ ຄວາມສະເໝີພາບ ແຕ່ມັນກ່ຽວກັບຄວາມເຂົ້າໃຈຄຳສອນທີ່ແທ້ຈິງ. ແທນທີ່ຈະຈັດໂຄງການໃດໜຶ່ງເພື່ອນຳໃຫ້ສິ່ງນັ້ນເກີດເປັນຈິງ, ເຮົາສາມາດເຮັດວຽກງານຢ່າງກະຕືລືລົ້ນ ເພື່ອຈະເຫັນຄຸນຄ່າຂອງຜູ້ຍິງດັ່ງທີ່ພຣະເຈົ້າເຫັນ: ຫຸ້ນສ່ວນທີ່ຈຳເປັນໃນວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງ.
ເຮົາພ້ອມແລ້ວບໍ? ເຮົາຈະພະຍາຍາມເອົາຊະນະອະຄະຕິທາງດ້ານວັດທະນະທຳ ແລະ ແທນນັ້ນເປີດໃຈຮັບເອົາແບບແຜນແຫ່ງສະຫວັນ ແລະ ພາກປະຕິບັດທີ່ອີງຕາມຄຳສອນພື້ນຖານບໍ? ປະທານຣະໂຊ ເອັມ ແນວສັນ ເຊື້ອເຊີນເຮົາໃຫ້ “ມີສ່ວນຮ່ວມດ້ວຍກັນໃນວຽກງານທີ່ສັກສິດນີ້ … [ເພື່ອ] ຈະຕຽມພ້ອມສຳລັບການສະເດັດມາຄັ້ງທີສອງຂອງພຣະຜູ້ເປັນເຈົ້າ.”19 ເມື່ອເຮົາເຮັດເຊັ່ນນັ້ນ, ເຮົາຈະຮຽນຮູ້ທີ່ຈະເຫັນຄຸນຄ່າຂອງສ່ວນບໍລິຈາກຂອງແຕ່ລະບຸກຄົນ ແລະ ເພີ່ມທະວີປະສິດທິພາບຊຶ່ງຈະຊ່ວຍເຮົາໃຫ້ບັນລຸບົດບາດແຫ່ງສະຫວັນຂອງເຮົາ. ເຮົາຈະມີຄວາມປິຕິຍິນດີຫລາຍກວ່າທີ່ເຮົາເຄີຍມີມາແຕ່ກ່ອນ.
ຂໍໃຫ້ເຮົາທຸກຄົນຈົ່ງເລືອກທີ່ຈະເປັນໜຶ່ງໃນວິທີທາງທີ່ດົນໃຈຂອງພຣະຜູ້ເປັນເຈົ້າ ເພື່ອຊ່ວຍໃຫ້ວຽກງານຂອງພຣະອົງກ້າວໄປໜ້າ. ໃນພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດທີ່ຊົງຮັກ, ພຣະເຢຊູຄຣິດ, ອາແມນ.