​2010–2019
ຂໍ​ກະ​ແຈ ​ແລະ ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ
ເມສາ 2014


16:21

ຂໍ​ກະ​ແຈ ​ແລະ ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ

ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ​ຊີ້​ນຳທັງຍິງ ​ແລະ ຊາຍ, ​ແລະ ພິທີການ​ຂອງ​ຖານະ​ປະ​ໂລຫິດ ​ແລະ ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ແມ່ນ​ກ່ຽວຂ້ອງ​ກັບ​ຍິງ ​ແລະ ຊາຍ​ດ້ວຍ.

I.

ຢູ່​ທີ່​ກອງ​ປະຊຸມ​ນີ້ ​ເຮົາ​ໄດ້​ເຫັນ​ການ​ປົດ​ອ້າຍ​ນ້ອງ​ທີ່​ຊື່ສັດ​ຫລາຍ​ຄົນ, ​ແລະ ​ເຮົາ​ກໍ​ໄດ້​ເຫັນການ​ເອີ້ນ​ອ້າຍ​ນ້ອງ​ຫລາຍ​ຄົນ. ​ໃນ​ການ​ປ່ຽນ​ການ​ເອີ້ນ​ນີ້—ທີ່​ຮູ້ຈັກ​ກັນ​ດີ​ໃນ​ສາດສະໜາ​ຈັກ—​ເຮົາ​ບໍ່ “ນ້ອຍ​ໃຈ” ​ເມື່ອ​ເຮົາ​ຖືກ​ປົດ, ​ແລະ ​ເຮົາ​ບໍ່ “ທະ​ນົງໃຈ” ​ເມື່ອ​ເຮົາ​ຖືກ​ເອີ້ນ. ບໍ່​ມີ “ນ້ອຍ​ໃຈ ຫລື ທະນົງໃຈ” ​ໃນ​ການ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າ. ມີ​ພຽງ​ແຕ່ “ກ້າວ​ໄປ​ໜ້າ ​ຫລື ຖອຍຫລັງ,” ​ເທົ່າ​ນັ້ນ ​ແລະ ຄວາມ​ແຕກ​ຕ່າງ​ແມ່ນ​ຂຶ້ນຢູ່ກັບ​ວິທີ​ທີ່​ເຮົາ​ຮັບ​ເອົາ ​ແລະ ​ເຮັດ​ຕາມ​ການ​ປົດ ​ແລະ ການ​ຮັບ​ເອົາໜ້າ​ທີ່ຂອງ​ເຮົາ. ​ເທື່ອ​ໜຶ່ງ ຂ້າພະ​ເຈົ້າ​ໄດ້​ໄປ​ຄວບ​ຄຸມ​ການ​ປົດ​ປະທານ​ສະ​ເຕກໜຸ່ມ​ຄົນ​ໜຶ່ງ​ຜູ້​ໄດ້​ຮັບ​ໃຊ້​ເປັນ​ຢ່າງ​ດີ​ໃນ​ເວລາ​ເກົ້າ​ປີ ​ແລະ ກໍ​ດີ​ໃຈ​ຫລາຍ​ເມື່ອ​ຖືກ​ປົດ ​ແລະ ​​ເມື່ອ​ໄດ້​ຮັບ​ການ​ເອີ້ນ​ຢ່າງ​ໃໝ່​ຮ່ວມ​ກັບ​ພັນ​ລະ​ຍາ​ຂອງ​ລາວ. ທັງ​ສອງ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້ນຳ​ຢູ່​ຫ້ອງ​ອະນຸບານ​ຢູ່​ໃນ​ຫວອດ​ຂອງ​​ເຂົາ​ເຈົ້າ. ພຽງ​ແຕ່​ໃນ​ສາດສະໜາ​ຈັກ​ນີ້​ເທົ່າ​ນັ້ນທີ່​ເຫັນ​ກຽດຕິຍົດ​ທີ່​ເທົ່າ​ທຽມ​ກັນ!

II.

​ໃນ​ຂະນະ​ທີ່​ກ່າວ​​ໃນ​ກອງ​ປະຊຸມ​ສະຕີ, ປະທານ​ສະມາຄົມ​ສະຕີ​ສົງ​ເຄາະ​ສາມັນ ທ່ານ​ນາງ ລິນ​ດາ ​ເຄ ​ເບີ​ຕັນ ​ໄດ້​ກ່າວ​ວ່າ, “ພວກ​ເຮົາ​ຫວັງ​ທີ່​ຈະ ສ້າງ ຄວາມ​ປາດ​ຖະໜາ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ຖານະ​ປະ​ໂລຫິດ​ຫລາຍ​ຂຶ້ນ.”1 ສິ່ງ​ນີ້​ແມ່ນ​ກ່ຽວ​ພັນ​ກັບ​ເຮົາ​ທຸກ​ຄົນ, ​ແລະ ຂ້າພະ​ເຈົ້າຈະ​ສະ​ແຫວ​ງຫາ​ມັນ​ໂດຍ​ການ​ກ່າວ​ເຖິງ​ຂໍ​ກະ​ແຈ ​ແລະ ສິດ​ອຳນາດ​ຂອງ​ຖານະ​ປະ​​ໂລຫິດ. ​ເພາະວ່າເລື່ອງ​ນີ້​ແມ່ນ​ກ່ຽວ​ກັບ​ຊາຍ ​ແລະ ຍິງ​ເທົ່າໆ​ກັນ, ຂ້າພະ​ເຈົ້າຈຶ່ງ​ດີ​ໃຈ​ທີ່ການ​ຖ່າຍ​ທອດ​ນີ້ ​ແລະ ການຈັດ​ພິມ​ແມ່ນ​ສຳລັບສະມາຊິກ​​ຂອງ​ສາດສະໜາ​ຈັກທຸກ​ຄົນ. ອຳນາດ​ຖານະ​ປະ​ໂລຫິດ​ເປັນ​ພອນ​ໃຫ້​ແກ່​ເຮົາ​ທຸກ​ຄົນ. ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ​ຊີ້​ນຳທັງຍິງ ​ແລະ ຊາຍ, ​ແລະ ພິທີການ​ຂອງ​ຖານະ​ປະ​ໂລຫິດ ​ແລະ ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ແມ່ນ​ກ່ຽວຂ້ອງ​ກັບ​ຍິງ ​ແລະ ຊາຍ​ດ້ວຍ.

III.

ປະທານ​ໂຈ​ເຊັບ ​ແອັຟ ສະ​ມິດ ​ໄດ້​ບັນ​ລະ​ຍາຍ​ກ່ຽວ​ກັບຖານະ​ປະ​ໂລຫິດວ່າ​ເປັນ “ອຳນາດ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ມອບ​ໃຫ້​ມະນຸດ ​ເພື່ອ​ຈະ​ໄດ້​ກະທຳ​ຢູ່​ໃນ​ໂລກ​ເພື່ອ​ຄວາມ​ລອດ​ຂອງ​ຄອບຄົວ​ມະນຸດ.”2 ຜູ້​ນຳ​ຄົນ​ອື່ນໆ​ໄດ້​ສອນ​ເຮົາ​ວ່າ ຖານະ​ປະ​ໂລຫິດ “​ເປັນ​ອຳນາດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຢູ່​ໃນ​ໂລກ​ນີ້. ດ້ວຍ​ອຳນາດ​ນີ້ ​ແຜ່ນດິນ​ໂລກ​ຈຶ່ງ​ໄດ້​ຖືກ​ສ້າງ​ຂຶ້ນມາ.”3 ພຣະຄຳ​ພີ​ສອນ​ວ່າ ຖານະ​ປະ​ໂລຫິດ​ນີ້ ຊຶ່ງ​ມີ​ນັບ​ແຕ່​ຕອນ​ຕົ້ນ ຈະ​ມີ​ໃນ​ບັ້ນທ້າຍຂອງ​ໂລກຄື​ກັນ (ເບິ່ງ Moses 6:7). ດັ່ງນັ້ນ, ຖານະ​ປະ​ໂລຫິດ​ຈຶ່ງ​ເປັນ​ອຳນາດທີ່​ຊ່ອຍ​ເຮົາ​ໃຫ້​ຟື້ນ​ຄືນ​ຊີວິດ ​ແລະ ກ້າວ​ໄປ​ສູ່​ຊີວິດ​ນິລັນດອນ.

ຄວາມ​ເຂົ້າ​ໃຈ​ທີ່​ເຮົາ​ສະ​ແຫວ​ງຫາ ​ແມ່ນ​ເລີ່​ມຕົ້ນດ້ວຍ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຂໍ​ກະ​ແຈ​ແຫ່ງ​ຖານະ​ປະ​ໂລຫິດ. “ຂໍ​ກະ​ແຈ​ຂອງ​ປະ​ໂລຫິດ​ເປັນ​ສິດ​ອຳນາດ​ຂອງ​ພຣະ​ເຈົ້າທີ່​ໄດ້​ມອບ​ໃຫ້​ແກ່ [ຜູ້​ດຳລົງ] ຖານະ​ປະ​ໂລຫິດ ​ເພື່ອ​ຊີ້​ນຳ, ຄວບ​ຄຸມ, ​ແລະ ປົກຄອງ​ການ​ໃຊ້​ຖານະ​ປະ​ໂລຫິດ​ຢູ່​ໃນ​ໂລກ.”4 ການ​​ເຮັດ ຫລື ການ​ກະທຳພິທີການທຸກ​ຢ່າງ​ໃນສາດສະໜາ​ຈັກ ​ແມ່ນ​ເຮັດ​ພາຍ​ໃຕ້ສິດ​ອຳນາດ​​ໂດຍ​ກົງ ຫລື ​ໂດຍ​ທາງ​ອ້ອມ ຂອງ​ຜູ້​ທີ່​ຖື​ຂໍ​ກະ​ແຈ​ສຳລັບ​ໜ້າ​ທີ່​ນັ້ນ. ດັ່ງ​ທີ່ ​ແອວ​ເດີ ​ເອັມ ຣະ​ໂຊ ບາ​ເລີດ ​ໄດ້​ອະທິບາຍ​ວ່າ, “ຜູ້​ທີ່​ມີ​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ … ຕາມ​ຈິງ​ແລ້ວ ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳລັບ​ທຸກ​ຄົນ​ທີ່​ຮັບ​ໃຊ້​ຢ່າງ​ຊື່ສັດ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພວກ​ເພິ່ນ ​ເພື່ອ​ໃຊ້​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ ​ແລະ ​ໄດ້​ຮັບ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ.”5

​ໃນ​ການ​ຄວບ​ຄຸມ​ການ​ໃຊ້​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ, ໜ້າ​ທີ່​ຂອງ​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ​ບາງ​ຢ່າງຈະຂະຫຍາຍ​ກວ້າງ ​ແລະ ບາງ​ຢ່າງ​ຈະ​ຈຳກັດ. ມັນ​ຂະຫຍາຍ​ອອກ​ໂດຍ​ການ​ເຮັດ​ໃຫ້​ສິດ​ອຳນາດ​ ​ແລະ ພອນ​ຂອງ​ຖານະ​ປະ​ໂລຫິດ​ມີ​ໃຫ້​ລູກທຸກ​ຄົນ​ຂອງ​ພຣະ​ເຈົ້າ. ມັນ​ຈຳກັດ​ໂດຍ​ການ​ກຳນົດ​ໃຫ້​ຄົນ​ໃດ​ຄົນ​ໜຶ່ງຮັບ​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ, ວ່າຜູ້​​ໃດ​ຄວນດຳລົງ​ໜ້າ​ທີ່​ຂອງ​ມັນ, ​ແລະ ສິດ ​ແລະ ອຳນາດ​ຂອງ​ມັນ​ຈະ​ຖືກ​ສົ່ງ​ຕໍ່​ແນວ​ໃດ. ຍົກ​ຕົວຢ່າງ, ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ບໍ່​ສາມາດ​ມອບ​ໜ້າ​ທີ່ ຫລື ສິດ​ອຳນາດ​ຂອງ​ລາວ​ໃຫ້​ຄົນ​ອື່ນ, ຍົກ​ເວັ້ນ​ແຕ່​ໄດ້​ຮັບ​ສິດ​ອຳນາດ​ຈາກ​ຜູ້​ທີ່​ຖື​ຂໍ​ກະ​ແຈ. ຖ້າ​ບໍ່​ໄດ້​ຮັບ​ອະນຸຍາດ, ​ແລ້ວ​ພິທີການ​ຈະ​ເປັນ​ໂມຄະ. ​ສະນັ້ນ​ແລ້ວ ຜູ້​ດຳລົງ​ຖານະ​ປະ​ໂລຫິດ—ບໍ່​ວ່າ​ຢູ່​ໃນ​ຕຳ​ແໜ່​ງ​ໃດ​ກໍ​ຕາມ—ຈຶ່ງ​ບໍ່​ສາມາດ​ແຕ່ງຕັ້ງຄົນ​ໃດ​ໃນ​ຄອບຄົວ​ຂອງ​ລາວ ຫລື ຈັດ​ພິທີ​ສິນ​ລະ​ລຶກຢູ່​ໃນ​ເຮືອນ​ຂອງ​ຕົນ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ຜູ້​ຖື​ຂອງ​ກະ​ແຈ​ທີ່​ຖືກຕ້ອງ​ເສຍ​ກ່ອນ.

​ໃນ​ການ​ຍົກ​ເວັ້ນວຽກ​ງານ​ທີ່​ສັກສິດ​ຊຶ່ງ​ເອື້ອຍ​ນ້ອງ​ໄດ້​ເຮັດ​ຢູ່​ໃນ​ພຣະວິຫານ​ພາຍ​ໃຕ້​ຂໍ​ກະ​ແຈຂອງປະທານ​ພຣະວິຫານ, ຊຶ່ງ​ຂ້າພະ​ເຈົ້າຈະ​ອະທິບາຍ​ຕໍ່​ຈາກ​ນີ້, ພຽງ​ແຕ່​ຜູ້​ດຳລົງ​ຕຳ​ແໜ່ງຖານະ​ປະ​ໂລຫິດສາມາດ​ປະຕິບັດ​ພິທີການ​ຂອງ​ພຣະວິຫານ. ​ແລະ ພິທີການ​ຂອງ​ຖານະ​ປະ​ໂລຫິດ​ທັງ​ໝົດ​ທີ່​ໄດ້​ຮັບ​ອະນຸຍາດ ​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ປຶ້ມບັນທຶກ​ຂອງ​ສາດສະໜາ​ຈັກ.

​ໃນ​ທີ່​ສຸດ, ກະ​ແຈ​ທຸກ​ດວງ​ຂອງ​ຖານະ​ປະ​ໂລຫິດ​ແມ່ນ​ເປັນ​ຂອງ​ອົງ​ພຣະຜູ້​ເປັນ​ເຈົ້າ ຜູ້​ເປັນ​ເຈົ້າຂອງ. ພຣະອົງ​ເປັນ​ຜູ້​ພິຈາລະນາ​ວ່າກະ​ແຈ​ດວງ​ໃດ​ແມ່ນ​ສຳລັບ​ມະນຸດ ​ແລະ ຈະ​ຖືກ​ໃຊ້​ໃນ​ວິທີ​ໃດ. ​ເຮົາມັກ​ຈະ​ຄິດ​ວ່າ ຂໍ​ກະ​ແຈ​ທຸກ​ດວງ​ຂອງ​ຖານະ​ປະ​ໂລຫິດ​ໄດ້​ຖືກ​ມອບ​ໃຫ້​​​​ແກ່ໂຈ​ເຊັບ ສະ​ມິດ​ ຢູ່​ໃນ​ພຣະວິຫານ​ເຄີ​ດ​ແລນ, ​ແຕ່​ພຣະຄຳ​ພີ​ບອກ​ວ່າ ຂໍ​ກະ​ແຈ​ທີ່​ຖືກ​ມອບ​ໃຫ້​ ແມ່ນ “ຂໍ​ກະ​ແຈ​ສຳລັບ​ຍຸກ​ນີ້” (​ເບິ່ງ D&C 110:16). ​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ ​ເມື່ອ​ຫລາຍ​ປີ​ກ່ອນ, ປະທານສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ​ໄດ້​ເຕືອນ​ເຮົາ​ວ່າ ມີ​ຂໍ​ກະ​ແຈ​ດວງ​ອື່ນໆ​ອີກຂອງ​ຖານະ​ປະ​ໂລຫິດ ທີ່​ຍັງ​ບໍ່​ໄດ້ມອບ​ໃຫ້​ມະນຸດ​ຢູ່​​ໃນ​ໂລກ​ເທື່ອ, ຮ່ວມ​ທັງ​ຂໍ​ກະ​ແຈ​ແຫ່ງ​ການ​ສ້າງ ​ແລະ ການ​ຟື້ນ​ຄືນ​ຊີວິດ.6

ທຳ​ມະ​ຊາດ​ແຫ່ງ​ສະຫວັນ​ຂອງ​ການ​ໃຊ້​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ​ຢ່າງ​ຈຳ​ກັດ​ອະທິບາຍ​ເຖິງ​ຄວາມສຳຄັນ​ຂອງ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ການ​ຕັດສິນ​ໃຈ​ເລື່ອງ​ການ​ບໍລິຫານ​ຂອງ​ສາດສະໜາ​ຈັກ ​ແລະ ການ​ຕັດສິນ​ໃຈ​ທີ່​ກ່ຽວ​ພັນ​ກັບຖານະ​ປະ​ໂລຫິດ. ຝ່າຍ​ປະ​ທານ​ສູງ​ສຸດ ​ແລະ ສະພາ​ອັກຄະ​ສາວົກ​ສິບ​ສອງ, ຜູ້​ຄວບ​ຄຸມ​ສາດສະໜາ​ຈັກ, ​ໄດ້​ຮັບ​ອະນຸຍາດ​ໃຫ້​ຕັດສິນ​ໃຈ​ໃນ​ຫລາຍ​ຢ່າງ​ທີ່​ກ່ຽວ​ພັນກັບ​ນະ​ໂຍບາຍ ​ແລະ ລະບຽບ​ການ​ຂອງ​ສາດສະໜາ​ຈັກ—​ເລື່ອງ​ເຊັ່ນ ສະຖານ​ທີ່​ຂອງ​ຕຶກ​ໂບດ ​ແລະ ອາຍຸທີ່​ສາມາດ​ໄປ​ຮັບ​ໃຊ້​ເຜີຍ​ແຜ່. ​ແຕ່​ເຖິງ​ແມ່ນ​ເຈົ້າໜ້າ​ທີ່​ຜູ້​ຄວບ​ຄຸມ​ທີ່​ຖື ​ແລະ ​ໃຊ້​ຂໍ​ກະ​ແຈ​ທັງ​ໝົດ​ທີ່​ມອບ​ໝາຍ​ໃຫ້​ມະນຸດ​​ໃນ​ຍຸກ​ນີ້, ​ແຕ່​ພວກ​ເພິ່ນ​ບໍ່​ສາມາດ​ປ່ຽນ​ແບບ​ແຜນ​ແຫ່ງ​ສະຫວັນ​ວ່າຜູ້​ຊາຍ​​ເທົ່າ​ນັ້ນມີ​ຕຳ​ແໜ່​ງ​ໃນ​ຖານະ​ປະ​ໂລຫິດ.

IV.

ບັດ​ນີ້ ຂ້າພະ​ເຈົ້າຈະ​ກ່າວ​ກ່ຽວ​ກັບ​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ. ຂ້າພະ​ເຈົ້າ​ເລີ່​ມຕົ້ນດ້ວຍ​ຫລັກ​ທຳ​ສາມ​ຢ່າງ ຊຶ່ງ​ຫາ​ກໍ​ໄດ້​ກ່າວ​ມານັ້ນ: (1) ຖານະ​ປະ​ໂລຫິດ​ເປັນ​ອຳນາດ​ຂອງ​ພຣະ​ເຈົ້າທີ່​ມອບ​ໃຫ້​ມະນຸດ​ເພື່ອ​ກະທຳ​ເພື່ອ​ຄວາມ​ລອດ​ຂອງ​ຄອບຄົວ​ມະນຸດ, (2) ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ແມ່ນ​ຖືກ​ປົກຄອງ​ໂດຍ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ທີ່​ຖື​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ, ​ແລະ (3) ພຣະຄຳ​ພີ​ກ່າວ​ວ່າ ເຈົ້າໜ້າ​ທີ່ ​ແລະ ຕຳ​ແໜ່​ງອື່ນ​ໆທັງ​ປວງໃນສາດສະໜາ​ຈັກ​ເປັນ​ສ່ວນ​ປະກອບ​ຂອງ​ຖານະ​ປະ​ໂລຫິດ​​ແຫ່ງ​ [ເມນ​ຄີ​ເສ​ເດັກ] (​ເບິ່ງ D&C 107:5), ທັງ​ໝົດ​ນີ້​ແມ່ນ​ເຮັດ​ໄປ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ​ເຫລົ່ານັ້ນ ຊຶ່ງ​ກະທຳ​ໄປ​ພາຍ​ໃຕ້​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ.

ສິ່ງ​ນີ້​ກ່ຽວ​ພັນ​ກັບ​ຜູ້ຍິງ​ແນວ​ໃດ?​ ​ໃນ​ຄຳ​ປາ​ໄສ​ຕໍ່​ສະມາຄົມ​ສະຕີ​ສົງ​ເຄາະ​, ປະທານ​​ໂຈ​ເຊັບ ຟຽວດິງ ສະ​ມິດ, ຊຶ່ງ​ຕໍ່​ມາ​ໄດ້​ເປັນ​ປະທານ​ຂອງ​ສະພາ​ອັກຄະ​ສາວົກ​ສິບ​ສອງ, ​ໄດ້​ກ່າວ​ວ່າ: “​ເຖິງ​ແມ່ນ​ເອື້ອຍ​ນ້ອງ​ບໍ່​ໄດ້​ຮັບ​ຖານະ​ປະ​ໂລຫິດ, ບໍ່​ໄດ້​ຖືກ​ມອບ​ໃຫ້, ​ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພຣະຜູ້​ເປັນ​ເຈົ້າບໍ່​ໄດ້​ມອບ​ສິດ​ອຳນາດ​ໃຫ້​ແກ່​ເຂົາ​ເຈົ້າ. … ບຸກຄົນ​ມີ​ສິດ​ອຳນາດ​ທີ່​ຖືກ​ມອບ​ໃຫ້​ເຂົາ, ບໍ່​ວ່າ​ເປັນ​ຜູ້​ຊາຍ ຫລື ຜູ້ຍິງ, ​ເພື່ອ​ເຮັດ​ບາງ​ສິ່ງ​ໃນ​ສາດສະໜາ​ຈັກ​ທີ່​ຜູກ​ມັດ ​ແລະ ຈຳ​ເປັນ​ແທ້ໆ​ຕໍ່​ຄວາມ​ລອດ​ຂອງ​ເຮົາ, ດັ່ງ​ເຊັ່ນ​ວຽກ​ທີ່​ເອື້ອຍ​ນ້ອງ​ຂອງ​ເຮົາ​ເຮັດ​ຢູ່​ໃນ​ບ້ານ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ເຂົາ​ເຈົ້າມີ​ສິດ​ອຳນາດ​ທີ່​ຖືກ​ມອບ​ໃຫ້​ແກ່​ເຂົາ​ເຈົ້າ​ເພື່ອ​ເຮັດ​ສິ່ງ​ທີ່​ຍິ່ງ​ໃຫຍ່ ​ແລະ ດີ​ເລີດ, ສັກສິດ​ຕໍ່​ພຣະຜູ້​ເປັນ​ເຈົ້າ, ​ແລະ ຜູກ​ມັດ ​ເຊັ່ນ​ດຽວ​ກັບພອນ​ທີ່​ມອບ​ໃຫ້​ໂດຍ​ຜູ້​ຊາຍ​ທີ່​ດຳລົງ​ຖານະ​ປະ​ໂລຫິດ.”7

​ໃນ​ຄຳ​ປາ​ໄສ​ທີ່​ສຳຄັນ​ນັ້ນ, ປະທານສະ​ມິດ​ໄດ້​ກ່າວ​​ແລ້ວ​ກ່າວ​ອີກວ່າ ຜູ້ຍິງ​ໄດ້​ຮັບ​ສິດ​ອຳນາດ. ຕໍ່​ບັນດາ​ສະຕີ​ທັງຫລາຍ ​ເພິ່ນ​ໄດ້​ກ່າວ​ວ່າ, “ທ່ານ​ສາມາດ​ກ່າວ​ດ້ວຍ​ສິດ​ອຳນາດ, ​ເພາະວ່າ​ພຣະຜູ້​ເປັນ​ເຈົ້າ​ໄດ້​ມອບ​ສິດ​ອຳນາດ​ນັ້ນ​ໃຫ້​ທ່ານ​ແລ້ວ.” ​ເພິ່ນ​ຍັງ​ໄດ້​ກ່າວ​ວ່າ ສະມາຄົມ​ສະຕີ​ສົງ​ເຄາະ “[​ໄດ້] ຮັບ​ມອບ​ໝາຍ​ໃຫ້​ມີ​ອຳນາດ ​ແລະ ສິດ​ອຳນາດ​ທີ່​ຈະ​ເຮັດ​ຫລາຍ​ສິ່ງ​ທີ່​ຍິ່ງ​ໃຫຍ່. ວຽກ​ງານ​ທີ່​ເຂົາ​ເຈົ້າ​ເຮັດ​ ແມ່​ນກະທຳ​ໂດຍ​ສິດ​ອຳນາດ​ແຫ່ງ​ສະຫວັນ.” ​ແລະ ​ແນ່ນອນ, ວຽກ​ງານ​ຂອງ​ສາດສະໜາ​ຈັກ​ທີ່​ກະທຳ​ໂດຍ​ຜູ້ຍິງ ຫລື ຜູ້​ຊາຍ, ບໍ່​ວ່າ​ຈະ​ເປັນ​ຢູ່​ໃນ​ພຣະວິຫານ ຫລື ຢູ່​ໃນ​ຫວອດ ຫລື ​ໃນ​ສາຂາ, ​ແມ່ນ​ກະທຳ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ທີ່​ຖື​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ. ດັ່ງນັ້ນ, ​​ເມື່ອ​ກ່າວ​ເຖິງສະມາຄົມ​ສະຕີ​ສົງ​ເຄາະ, ປະທານສະ​ມິດ​ໄດ້​ອະທິບາຍ​ວ່າ, “[ພຣະຜູ້​ເປັນ​ເຈົ້າ] ​ໄດ້​ມອບ​ອົງການ​ທີ່​ຍິ່ງ​ໃຫຍ່​ນີ້​ໃຫ້​ແກ່​ເຂົາ​ເຈົ້າ ​ຊຶ່ງ​ໃຫ້​ເຂົາ​ເຈົ້າມີ​ສິດ​ອຳນາດ​ທີ່​ຈະ​ຮັບ​ໃຊ້​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອະທິການຂອງ​ຫວອດ … , ດູ​ແລ​ຜົນ​ປະ​ໂຫຍດຂອງ​ຜູ້​ຄົນ​ຂອງ​ເຮົາ​ທັງ​ທາງ​ວິນ​ຍານ ​ແລະ ທາງ​ໂລກ.”8

ດັ່ງນັ້ນ, ຈຶ່ງ​ເປັນຄວາມ​ຈິງ​ທີ່​ວ່າ​ສຳລັບ​ສະຕີ​​​ແລ້ວ ​ສະມາຄົມ​ສະຕີ​ສົງ​ເຄາະບໍ່​ໄດ້​ເປັນ​ພຽງ​ແຕ່​ຫ້ອງ​ຮຽນສຳລັບ​ສະຕີ​ເທົ່າ​ນັ້ນ ​ແຕ່​ເປັນ​ບ່ອນ​ທີ່​ເຂົາ​ເຈົ້າ​ເປັນ​ພາກສ່ວນ​ດ້ວຍ—​ສະ​ຫວັນໄດ້​ຖືກ​ຈັດຕັ້ງ​ຂຶ້ນ​ໃຫ້​ເປັນສ່ວນ​ປະກອບ​ຂອງ​ຖານະ​ປະ​ໂລຫິດທີ່​ສູງ​ກວ່າ.9

​ເຮົາ​ບໍ່​ລຶ້ງກັບ​ການ​ເວົ້າວ່າ​ຜູ້ຍິງ​ມີ​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ໃນ​ການ​ເອີ້ນຂອງ​ເຂົາ​ເຈົ້າຢູ່​ໃນ​ສາດສະໜາ​ຈັກ, ​ແຕ່​​ມັນ​ຈະ​ເປັນສິດ​ອຳນາດ​ຢ່າງ​ອື່ນ​​ແນວ​ໃດ? ​ເມື່ອ​ຜູ້ຍິງ—ໜຸ່ມ ຫລື ​ແກ່—​ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ທາງ​ການ​ເພື່ອ​ສັ່ງສອນ​ພຣະກິດ​ຕິ​ຄຸນ​ໃນ​ການ​ເປັນ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ, ນາງ​ໄດ້​ຮັບ​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ໃຫ້​ກະທຳ​ໜ້າ​ທີ່​ຂອງ​ຖານະ​ປະ​ໂລຫິດ. ​ເປັນ​ເຊັ່ນນັ້ນຄື​ກັນ ​ເມື່ອ​ຜູ້ຍິງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ເຈົ້າໜ້າ​ທີ່ ຫລື ຄູ​ສອນ​ໃນ​ອົງການ​ຂອງ​ສາດສະໜາ​ຈັກ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ຖື​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ. ​ໃຜ​ກໍ​ຕາມ​ທີ່ມີໜ້າ​ທີ່ ຫລື ການ​ເອີ້ນທີ່​ໄດ້​ຮັບ​ຈາກ​ຜູ້​ຖື​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ ຈະ​ໃຊ້​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ.

ໃຜ​ກໍ​ຕາມ​ທີ່​ໃຊ້​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ ບໍ່​ຄວນ​ຄິດ​ກ່ຽວ​ກັບ​ສິດ​ຂອງ​ຕົນ ​ແລະ ​ໃຫ້​ເອົາ​ໃຈ​ໃສ່​ກັບ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຕົນ. ນັ້ນຄື​ຫລັກ​ທຳ​ທີ່​ຕ້ອງການ​ຫລາຍ​ທີ່​ສຸດ​ໃນ​ສັງຄົມ​​ໂດຍ​ທົ່ວ​ໄປ. ນັກ​ຂຽນ​ຄົນ​ລັດ​ເຊຍ​ທີ່​ໂດ່​ງດັງ​ຊື່ ອາ​ເລັກ​ຊັນ​ເດີ ​ໂຊ​ເຊັນ​ນິດ​ສິນ ​ໄດ້​ຂຽນ​ດັ່ງ​ນີ້, “ມັນ​ເຖິງ​ເວລາ​ແລ້ວ … ທີ່​ຈະ​ປົກ​ປ້ອງ​ບໍ່​ພຽງ​ແຕ່​ສິດທິ​ຂອງ​ມະນຸດ​ເທົ່າ​ນັ້ນ ​ແຕ່ພັນທະ​ຂອງ​ມະນຸດ​ນຳ​ອີກ.”10 ແນ່ນອນ​ທີ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຈະ​ຮັບ​ຮູ້​ຄວາມ​ເໝາະ​ສົມນັ້ນສຳລັບຄວາມ​ລອດ​ ບໍ່​ແມ່ນ​ເລື່ອງ​ທີ່​ຈະຢືນຢັນສິດ ​ແຕ່​ແມ່ນ​ເລື່ອງ​ການ​ບັນລຸໜ້າ​ທີ່​ຮັບຜິດຊອບຕ່າງຫາກ.

V.

ພຣະຜູ້​ເປັນ​ເຈົ້າ​ໄດ້​ຊີ້​ນຳ​ວ່າ ພຽງ​ແຕ່​ຜູ້​ຊາຍເທົ່າ​ນັ້ນຈະ​ໄດ້​ຮັບ​ການ​ແຕ່ງຕັ້ງຕໍ່​ໜ້າ​ທີ່ຢູ່​ໃນ​ຖານະ​ປະ​ໂລຫິດ. ​ແຕ່​ດັ່ງ​​ທີ່​ຜູ້ນຳ​ຕ່າງໆ​ຂອງ​ສາດສະໜາ​ຈັກ​ໄດ້​ເນັ້ນໜັກ, ຜູ້​ຊາຍ​ຈຶ່ງ​ບໍ່​ໄດ້​ເປັນ “ຖານະ​ປະ​ໂລຫິດ.”11 ຜູ້​ຊາຍ​ດຳລົງ​ຖານະ​ປະ​ໂລຫິດ, ດ້ວຍ​ໜ້າ​ທີ່​ທີ່​ສັກສິດ ​ເພື່ອ​ໃຊ້​ມັນ​ສຳລັບ​ການ​ໃຫ້​ພອນ​ແກ່​ລູກໆ​ທັງ​ໝົດ​ຂອງ​ພຣະ​ເຈົ້າ.

ອຳນາດ​ທີ່​ຍິ່ງ​ໃຫຍ່​ສຸດ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ມອບ​ໃຫ້​ບຸດ​ທັງຫລາຍ​ຂອງ​ພຣະອົງ ຊຶ່ງ​ບໍ່​ສາມາດ​ໃຊ້​ປາດ​ສະ​ຈາກ​ຄວາມ​ສຳພັນ​ຂອງ​ທິດາ​ຄົນ​ໜຶ່ງຂອງ​ພຣະອົງ, ​ເພາະ​ພຽງ​ແຕ່​ທິດາ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ​ໄດ້​ຖືກ​ມອບ​ອຳນາດ​ໃຫ້​ເພື່ອ “​ເປັນ​ຜູ້​​ໃຫ້​ກຳ​ເນີດ … ​ເພື່ອ​ວ່າການ​ອອກ​ແບບ ​ແລະ ​ແຜນ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າຈະ​ບັນລຸ​ຄວາມ​ສຳ​ເລັດ.”12 ນັ້ນຄື​ຖ້ອຍ​ຄຳ​ຂອງ​ປະທານ​ເຈ ຣູ​ເບັນ ​ຄະລາ​ກ.

ເພິ່ນ​ໄດ້​ກ່າວ​ຕໍ່​ໄປ​ວ່າ: “ນີ້​ຄື​ບົດບາດ​ຂອງ​ພັນ​ລະ​ຍາ​ຂອງ​ເຮົາ ​ແລະ ​ແມ່​ຂອງ​ເຮົາ​ໃນ​ແຜນ​ແຫ່ງ​ນິລັນດອນ. ​ເຂົາ​ເຈົ້າບໍ່​ໄດ້​ດຳລົງ​ຖານະ​ປະ​ໂລຫິດ; ​ເຂົາ​ເຈົ້າບໍ່​ໄດ້​ຮັບ​ໜ້າ​ທີ່​ຮັບຜິດຊອບ​ໃຫ້​ເຮັດ​ໜ້າ​ທີ່​ຂອງ​ຖານະ​ປະ​ໂລຫິດ; ທັງ​ບໍ່​ໄດ້​ໜັກໜ່ວງ​ໄປ​ດ້ວຍ​ໜ້າ​ທີ່​ຮັບຜິດຊອບ; ​ເຂົາ​ເຈົ້າ​ເປັນ​ຄົນ​ກໍ່ສ້າງ ​ແລະ ຈັດຕັ້ງພາຍ​ໃຕ້​ອຳນາດ​ຂອງ​ມັນ, ​ແລະ ​ເປັນ​ຜູ້ຮັບ​ເອົາ​ພອນ​ຂອງ​ມັນ, ​ໄດ້​ຮັບ​ການ​ສົ່ງ​ເສີມ​ຈາກ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ ​ແລະ ມີໜ້າ​ທີ່​ການ​ເອີ້ນ​ແຫ່ງ​ສະຫວັນ, ຊຶ່ງ​ສຳຄັນ​ຊົ່ວນິລັນດອນ​ດັ່ງ​ຖານະ​ປະ​ໂລຫິດ​ເອງ.”13

ໃນ​ຖ້ອຍ​ຄຳ​ທີ່​ດົນ​ໃຈ​ເຫລົ່ານັ້ນ, ປະທານຄະລາກ​ໄດ້ກ່າວ​ກ່ຽວ​ກັບ​ຄອບຄົວ. ດັ່ງ​ທີ່​ກ່າວ​ຢູ່​ໃນ​ການ​ປະກາດ​ຕໍ່​ຄອບຄົວ, ຜູ້​ເປັນ​ພໍ່​ຈະ​ເປັນ​ຫົວໜ້າຄອບຄົວ, ​ພໍ່ ​ແລະ ​ແມ່​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ແຕກ​ຕ່າງ​ກັນ, ​ແຕ່​ມັນ​ເປັນ “ການ​ມອບ​ໝາຍ​ເພື່ອ​ຊ່ອຍ​ເຫລືອ​ຊຶ່ງ​ກັນ​ແລະ​ກັນ ​ເປັນ​ຫຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ.”14 ຫລາຍ​ປີ​ກ່ອນ​ການ​ປະກາດ​ເລື່ອງ​ຄອບຄົວ, ປະທານສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ໄດ້​ໃຫ້​ຄຳ​ອະທິບາຍ​ທີ່​ດົນ​ໃຈ​ດັ່ງ​ນີ້: “​ເມື່ອ​ເຮົາ​ກ່າວ​ເຖິງ​ການ​ແຕ່ງງານ​ວ່າ​ເປັນ​ຫຸ້ນ​ສ່ວນ​ກັນ, ​ໃຫ້​ເຮົາ​ກ່າວ​ເຖິງ​ການ​ແຕ່ງງານ​ວ່າ​ເປັນ​ຫຸ້ນ​ສ່ວນ​ທີ່​​ ​ເຕັມສ່ວນ. ເຮົາ​ບໍ່​ຢາກ​ໃຫ້​ສະຕີ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຂອງ​ເຮົາ​ເປັນ​ຫຸ້ນ​ສ່ວນ​ທີ່​ ບໍ່​ມີ​ປາກ​ສຽງ ຫລື ​ເປັນ​ຫຸ້ນ​ສ່ວນ​ ​ທີ່​ຈຳກັດ ໃນ​ການ​ມອບ​ໝາຍ​ນິລັນດອນ​ນີ້! ຈົ່ງ​ເປັນ​ຜູ້ ຊ່ອຍ​ເຫລືອ ​ແລະ ​ເປັນ​ຫຸ້ນ​ສ່ວນທີ່ ​ເຕັມ​ສ່ວນ.”15

​ໃນ​ສາຍພຣະ​ເນ​ດຂອງ​ພຣະ​ເຈົ້າ, ບໍ່​ວ່າ​ຈະ​ຢູ່​ໃນ​ສາດສະໜາ​ຈັກ ຫລື ​ໃນ​ຄອບຄົວ, ຜູ້ຍິງ ​ແລະ ຜູ້​ຊາຍ​ແມ່ນ​ເທົ່າ​ທຽມ​ກັນ ​​ໃນໜ້າ​ທີ່​ຮັບຜິດຊອບ​ທີ່​ແຕກ​ຕ່າງ​ກັນ.

ຂ້າພະ​ເຈົ້າຈະ​ປິດ​ດ້ວຍ​ຄວາມ​ຈິງ​ບາງ​ຢ່າງ​ກ່ຽວ​ກັບ​ພອນ​ຂອງ​ຖານະ​ປະ​ໂລຫິດ. ບໍ່​ເໝືອນຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ ​ແລະ ພິທີການ​ຂອງ​ຖານະ​ປະ​ໂລຫິດ, ພອນ​ຂອງ​ຖານະ​ປະ​ໂລຫິດ​ມີ​ໃຫ້​ທັງ​ຜູ້ຍິງ ​ແລະ ຜູ້​ຊາຍ ​ໃນ​ເງື່ອນ​ໄຂ​ແບບ​ດຽວ​ກັນ. ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ ​ແລະ ພອນ​ຂອງ​ພຣະວິຫານ​ໄດ້​ສະ​ແດງ​ອອກຢ່າງ​ທີ່​ເຫັນ​ຢູ່​ເລື້ອຍ​ເຖິງ​ຄວາມ​ຈິງ​ນີ້.

ໃນ​ຄຳ​ປາ​ໄສ​ທີ່​ດີ​ເລີດ​ຂອງ​ເພິ່ນ ​ໃນ​ອາທິດສົ່ງ​ເສີມ​ຄວາມ​ຮູ້​ທີ່ມະຫາວິທະຍາ​ໄລ​ບຣິກຳ ຢັງ ​ໃນ​ລະດູ​ແລ້ງ​ປີ​ແລ້ວ​ນີ້, ​ແອວ​ເດີ ​ເອັມ ຣະ​ໂຊ ບາ​ເລີດ ​ໄດ້​ສອນ​ວ່າ:

“ຄຳ​ສອນ​ຂອງ​ສາດສະໜາ​ຈັກ​ຂອງ​ເຮົາ​ຖື​ວ່າ​ຜູ້ຍິງ​ເທົ່າ​ທຽມ​ກັບ​ຜູ້​ຊາຍ ​ແຕ່ຍັງ​ແຕກ​ຕ່າງ​ຈາກ​ຜູ້​ຊາຍ. ພຣະ​ເຈົ້າບໍ່​ຖື​ວ່າ​ເພດ​ໃດ​ດີກວ່າ​ກັນ ຫລື ສຳຄັນ​ກວ່າ​ກັນ. …

“​ເມື່ອ​ຊາຍ ​ແລະ ຍິງ​ໄປ​ພຣະວິຫານ, ​ທັງ​ສອງ​ຈະ​ໄດ້​ຮັບ​ອຳນາດ​ຢ່າງ​ດຽວ​ກັນ, ຊຶ່ງ​ເປັນ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ. … ການຮັບ​ເອົາ​ອຳນາດ ​ແລະ ພອນ​ຂອງ​ຖານະ​ປະ​ໂລຫິດ​​ແມ່ນມີ​ໃຫ້ສຳລັບ​ລູກໆທຸກ​ຄົນ​ຂອງ​ພຣະ​ເຈົ້າ.”16

ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ອຳນາດ ​ແລະ ພອນ​ຂອງ​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດຂອງ​ພຣະ​ເຈົ້າ, ຊຶ່ງ​ມີ​ໃຫ້​ບຸດ ​ແລະ ທິດາ​ຂອງ​ພຣະອົງ. ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ ຊຶ່ງ​ທຳ​ງານ​​ໃນ​ທຸກ​ຕຳ​ແໜ່​ງ ​ແລະ ກິດຈະກຳ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງການ​ຊີ້​ນຳ​​ແຫ່ງ​ສະຫວັນ​ຂອງຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ, ​ມີ​ມັນ ​ແລະ ​ໃຊ້​ມັນ​ຢ່າງ​ເຕັມ​ສ່ວນ ​ໂດຍ​ສາດສະດາ/ປະທານທອມ​ມັສ ​ແອັສ ມອນ​ສັນ. ສຸດ​ທ້າຍ ​ແລະ ສຳຄັນ​ທີ່​ສຸດ, ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ, ຜູ້​ຊຶ່ງ​ເປັນ​ເຈົ້າຂອງ​ຂອງຖານະ​ປະ​ໂລຫິດ ​ແລະ ຜູ້​ເປັນ​ພຣະອາຈານ​ຂອງ​ເຮົາ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. Linda K. Burton, “Priesthood: ‘A Sacred Trust to Be Used for the Benefit of Men, Women, and Children’” (Brigham Young University Women’s Conference address, May 3, 2013), 1; ce.byu.edu/cw/womensconference/transcripts.php.

  2. Joseph F. Smith, Gospel Doctrine, 5th ed. (1939), 139.

  3. Boyd K. Packer, “Priesthood Power in the Home” (worldwide leadership training meeting, Feb. 2012); lds.org/broadcasts; see also James E. Faust, “Power of the Priesthood,” Ensign, May 1997, 41–43.

  4. Handbook 2: Administering the Church (2010), 2.1.1.

  5. M. Russell Ballard, “Men and Women in the Work of the Lord,” New Era, Apr. 2014, 4;Liahona, Apr. 2014, 48; see also Daughters in My Kingdom: The History and Work of Relief Society (2011), 138.

  6. ​ເບິ່ງ Spencer W. Kimball, “Our Great Potential,” Ensign, May 1977, 49.

  7. Joseph Fielding Smith, “Relief Society—an Aid to the Priesthood,” Relief Society Magazine, Jan. 1959, 4.

  8. Joseph Fielding Smith, “Relief Society—an Aid to the Priesthood,” 4, 5; see also Teachings of Presidents of the Church: Joseph Fielding Smith (2013), 302.

  9. ​ເບິ່ງ Boyd K. Packer, “The Relief Society,” Ensign, May 1998, 72; see also Daughters in My Kingdom, 138.

  10. Aleksandr Solzhenitsyn, “A World Split Apart” (commencement address delivered at Harvard University, June 8, 1978); see also Patricia T. Holland, “A Woman’s Perspective on the Priesthood,” Ensign, July 1980, 25; Tambuli, June 1982, 23; Dallin H. Oaks, “Rights and Responsibilities,” Mercer Law Review, vol. 36, no. 2 (winter 1985), 427–42.

  11. ​ເບິ່ງ James E. Faust, “You Are All Heaven Sent,” Ensign or Liahona, Nov. 2002, 113; M. Russell Ballard, “This Is My Work and Glory,” Ensign orLiahona, May 2013, 19; Dallin H. Oaks, “Priesthood Authority in the Family and the Church,” Ensign orLiahona, Nov. 2005, 26. ບາງ​ເທື່ອ​ເຮົາ​ເວົ້າວ່າ​ສະມາຄົມ​ສະຕີ​ສົງ​ເຄາະ​ເປັນ “ຫຸ້ນ​ສ່ວນ​ຂອງ​ຖານະ​ປະ​ໂລຫິດ.” ຄົງ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ທີ່​ຈະ​ກ່າວ​ວ່າ ​ໃນ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ ສະມາຄົມ​ສະຕີ​ສົງ​ເຄາະ ​ແລະ ສະຕີ​ຂອງ​ສາດສະໜາ​ຈັກ​ເປັນ “ຫຸ້ນ​ສ່ວນ​ນຳ ຜູ້​ດຳລົງ ຖານະ​ປະ​ໂລຫິດ.”

  12. J. Reuben Clark Jr., “Our Wives and Our Mothers in the Eternal Plan,” Relief Society Magazine, Dec. 1946, 800.

  13. J. Reuben Clark Jr., “Our Wives and Our Mothers,” 801.

  14. “ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Ensign or Liahona, Nov. 2010, 129.

  15. Spencer W. Kimball, “Privileges and Responsibilities of Sisters,” Ensign, Nov. 1978, 106.

  16. M. Russell Ballard, New Era, Apr. 2014, 4;Liahona, Apr. 2014, 48; see also Sheri L. Dew, Women and the Priesthood (2013), ໂດຍ​ສະ​ເພາະ ບົດ​ທີ 6, ສຳລັບ​ຄຳ​ສອນ​ທີ່​ລະອຽດ​ກວ່າ.