​2010–2019
ພາ​ລະ​ທີ່​ໃຫ້​ຄວາມ​ສຸກ​ຂອງ​ການ​ເປັນ​ສາ​ນຸ​ສິດ
ເມສາ 2014


11:8

ພາ​ລະ​ທີ່​ໃຫ້​ຄວາມ​ສຸກ​ຂອງ​ການ​ເປັນ​ສາ​ນຸ​ສິດ

ມັນ​ມີ​ມາ​ພ້ອມ​ດ້ວຍ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສ່ວນ​ຕົວ ທີ່​ຈະ​ແບ່ງ​ປັນ​ພາ​ລະ​ຂອງພວກ​ເພິ່ນ ແລະ ເປັນ​ສາ​ນຸ​ສິດ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າພ​ຣະ​ເຢ​ຊູຄ​ຣິດ.

ເມື່ອ​ວັນ​ທີ 20 ເດືອນ​ພຶດ​ສະ​ພາ​ປີ​ແລ້ວນີ້, ​ລົມພະຍຸ​ໂທ​ເນ​ໂດ​ທີ່​ຮ້າຍ​ແຮງ​ໄດ້​ທຳ​ລາຍ​ຄຸ້ມນອກ​ເມືອງ ​ໂອ​ກະລາ​ໂຮ​ມາ ໃນ​ໃຈ​ກາງ​ຂອງ​ປະ​ເທດ​ອາ​ເມ​ຣິ​ກາ, ໄດ້​ທຳ​ລາຍ​ຂອບ​ເຂດກວ້າງກວ່າ​ໜຶ່ງ​ໄມ (1.6 ກິ​ໂລ​ແມັດ) ແລະ ຍາວ​ໄກ 17 ໄມ (27 ກິ​ໂລ​ແມັດ). ​ລົມ​ພະ​ຍຸທີ່​ຮ້າຍ​ແຮງພ້ອມ​ຈຳ​ນວນ​ພະ​ຍຸ​ນ້ອຍ​ທີ່​ເກີດ​ຂື້ນ​ຫລາຍ​ເທື່ອ​​ຕາມນັ້ນໄດ້​ປ່ຽນ​ແປງ​ໜ້າ​ດິນ ແລະ ຊີ​ວິດ​ຂອງ​ຜູ້​ຄົນ​ໃນ​ເສັ້ນ​ທາງ​ຂອງ​ມັນ.

ພຽງ​ແຕ່​ໜຶ່ງ​ອາ​ທິດ​ຫລັງ​ຈາກ​​ພະຍຸ​ຮ້າຍ​ນີ້​ໄດ້ເກີດ​ຂຶ້ນ, ຂ້າ​ພະ​ເຈົ້າ​​ຖືກມອບ​ໝາຍ​ໃຫ້​ໄປ​ຢ້ຽມ​ຢາມ​ຂອບ​ເຂດ​ບ່ອນ​ທີ່​ບ້ານ​ເຮືອນ ແລະ ຊັບ​ສິນ​ຖືກກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ໝູ່​ບ້ານ​ທີ່​ພັງ​ທະ​ລາຍ ແລະ ຖືກ​ທຳ​ລາຍ​ໄປ​ໝົດ.

ກ່ອນ​ຂ້າ​ພະ​ເຈົ້າ​ໄດ້​ຈາກ​ໄປ, ຂ້າ​ພະ​ເຈົ້າ​ໄດ້​ໂອ້​ລົມ​ກັ​ບ​ສ​າດ​ສະ​ດາ​ທີ່​ຮັກ​ຂອງ​ເຮົາ, ປະ​ທາ​ນ ທອມ​ມັສ ແອັສ ມອນ​ສັນ, ຜູ້​ທີ່​ມັກ​ວຽກ​ງານ​ດັ່ງ​ນີ້​​ແທນ​ພ​ຣະ​ຜູ້​ເປັນ​ເຈົ້າຫລາຍ. ດ້ວຍ​ຄວາມ​ເຄົາ​ລົບ​ຕຳ​ແໜ່ງ ແລະ ຄວາມ​ດີ​ງາມ​ຂອງ​ເພິ່ນ​ນຳ​ອີກ, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ວ່າ, “ທ່ານ​ຢາກໃຫ້​ຂ້າ​ພະ​ເຈົ້າເຮັດ​ຫ​ຍັງ​ແດ່? ທ່ານ​ຢາກ​ໃຫ້​ຂ້າ​ພະ​ເຈົ້າ​ກ່າວ​ຫ​ຍັງ​ແດ່?”

​ເພິ່ນ​ໄດ້​ຈັບ​ມື​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ຮັກ, ດັ່ງ​ທີ່​ເພິ່ນ​ຈະ​ເຮັດ​ກັບ​ຜູ້​ຮັບ​ເຄາະ​ຮ້າຍ​ທຸກ​ຄົນ ແລະ ທຸກ​ຄົນ​ທີ່​ໄປ​ຊ່ອຍ​ເຫລືອ​ໃນ​ຄວາມ​ເສຍ​ຫາຍນັ້ນ ຖ້າ​ຫາກ​ເພິ່ນ​ໄດ້​ຢູ່​ທີ່ນັ້ນ, ແລະ ໄດ້​ກ່າວ​ວ່າ:

“ກ່ອນ​ອື່ນ​ໝົດ, ບອກ​ເຂົາ​ເຈົ້າ​ວ່າ​ ຂ້າ​ພະ​ເຈົ້າ​ຮັກ​ເຂົ​າ​ເຈົ້າ​ເດີ້.

“ສອງ, ບອກ​ເຂົາ​ເຈົ້າ​ວ່າ​ຂ້າ​ພະ​ເຈົ້າ​ກຳ​ລັງ​ອະ​ທິ​ຖານ​ເພື່ອ​ເຂົາ​ເຈົ້າ​ຢູ່.

“ສາມ, ຂໍ​ໃຫ້ຂອບ​ໃຈນຳ​ທຸກ​ຄົນ​ທີ່​ໄປ​ຊ່ອຍເຫ​ລືອ​ດ້ວຍ.”

ໃນ​ຖາ​ນະ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສະ​ພາ​ສາ​ວົກ​ເຈັດ​ສິບ, ຂ້າ​ພະ​ເຈົ້າຮູ້​ສຶກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ໜ້າ​ທີ່​ຮັບ​ຜິດ​ຊອບ ດັ່ງ​ໃນ​ພ​ຣະຄຳທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໂມ​ເຊວ່າ:

“ຈົ່ງ​ນັດ​ປະ​ຊຸມ​ຫົວ​ໜ້າ​ເຈັດ​ສິບ​ຄົນ​ທີ່​ປະ​ຊາ​ຊົນ​ນັບ​ໜ້າ​ຖື​ຕາ; …

“ເຮົາ​ຈະ​ລົງ​ມາ​ກ່າວ​ແກ່​ເຈົ້າ​ຢູ່​ໃນ​ທີ່ນັ້ນ: ແລະ ເຮົາ​ຈະ​ເອົາ​ພ​ຣະ​ວິນ​ຍານ​ບາງ​ສ່ວນ ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ [ໂມ​ເຊ], ​ມອບ​ໃຫ້​ພວກ​ເຂົາ; ແລ້ວ​ພວກ​ເຂົາ​ກໍ​ຈະ​ຊ່ອຍ​ເຈົ້າ​ຮັບ​ຜິດ​ຊອບ​ປະ​ຊາ​ຊົນ​ເຫລົ່າ​ນີ້ ແລະ ເຈົ້າ​ຈະ​ບໍ່​ຕ້ອງ​ຮັບ​ພາ​ລະ​ນີ້​ຄົນ​ດຽວ.”1

ນີ້​ຄື​ຖ້ອຍ​ຄຳ​ຈາກ​ຍຸກ​ສະ​ໄໝ​ໂບ​ຮານ, ແຕ່​ວິ​ທີ​ທາງ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຍັງບໍ່​ປ່ຽນ​ແປງ.

ໃນ​ສາດ​ສະ​ໜາ​ຈັກ​ໃນປັດ​ຈຸ​ບັນ​ນີ້, ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ ສາ​ວົກ​ເຈັດ​ສິບ 317 ຄົນ, ຮັບ​ໃຊ້​ຢູ່​ໃນ 8 ກຸ່ມ​ສະ​ພາ, ເພື່ອ​ຊ່ອຍ​ອັກ​ຄະ​ສາ​ວົກ​ສິ​ບ​ສອງ​ໃນ​ການ​ແບກ​ຫາບ​ພາ​ລະ​ທີ່​ຖືກວາງ​ໄວ້​ທີ່​ຝ່າຍ​ປະ​ທານ​ສູງ​ສຸດ. ຂ້າ​ພະ​ເຈົ້າ​ກໍ​ຮູ້​ສຶກ​ເຖິງ​ໜ້າ​ທີ່​ຮັບ​ຜິດ​ຊອບນັ້ນ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີພາຍ​ໃນ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ, ດັ່ງ​ທີ່​ອ້າຍ​ນ້ອງ​ໃນ​ສະ​ພາ​ຂອງ​ເຮົາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຮົາ​ບໍ່​ແມ່ນ​ຄົນ​ຈຳ​ນວນ​ດຽວ​ທີ່​ຊ່ອຍ​ເຫລືອ​ຢູ່​ໃນ​ວຽກ​ງານ​ອັນ​ຮຸ່ງ​ໂລດນີ້. ໃນ​ຖາ​ນະ​ສະ​ມາ​ຊິກ​ຕະ​ຫລອດ​ທົ່ວ​ໂລກ, ເຮົາ​ທຸກ​ຄົນ​ກໍ​ມີ​ໂອ​ກາດ​ທີ່​ດີ​ເລີດ​ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ຄົນ​ອື່ນ.

ຂ້າ​ພະ​ເຈົ້​າ​ໄດ້​ຮຽນ​ຮູ້​ຈາກ​ສາດ​ສະ​ດາ​ຂອງ​ເຮົາ​ສິ່ງ​ທີ່ຜູ້​ຄົນ​ທີ່​ຖືກ​ກະ​ທົບ​ກະ​ເທືອນ​ໂດ​ຍ​​​ລົມພະຍຸ​ຕ້ອງ​ການ—ດັ່ງ​ເຊັ່ນ—ຄວາມ​ຮັກ​, ຄຳ​ອະ​ທິ​ຖານ, ແລະ ຄວາມ​ຮູ້​ສຶກ​ບຸນ​ຄຸນ​ສຳ​ລັບ​ຄວາມ​ຊ່ອຍ​ເຫລືອ.

ໃນ​ຕອນບ່າຍນີ້ ເຮົາ​ແຕ່​ລະ​ຄົນ​ຈະ​ຍົກ​ແຂນ​ຂວາ​ຂຶ້ນ​ຕັ້ງ​ສາກ ແລະ ສະ​ໜັບ​ສະ​ໜູນ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງວ່າ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ນີ້ບໍ່​ໄດ້​ເປັນ​ພຽງ​ແຕ່ລະ​ບຽບ​ພິ​ທີ​, ທັງ​ບໍ່​ໄດ້​ຖືກ​ສະ​ຫງວນ​ໄວ້​ສຳ​ລັບ​ຜູ້​ທີ່ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ໃນ​ຖາ​ນະ​ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກເທົ່າ​ນັ້ນ. ການ​ຈະ​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ຂອງ​ເຮົາ​ເປັນ​ສິດ​ທິ​ພິ​ເສດ; ມັນ​ມີ​ມາ​ພ້ອມ​ດ້ວຍ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສ່ວນ​ຕົວ ທີ່​ຈະ​ແບ່ງ​ປັນ​ພາ​ລະ​ຂອງພວກ​ເພິ່ນ ແລະ ເປັນ​ສາ​ນຸ​ສິດ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າພ​ຣະ​ເຢ​ຊູຄ​ຣິດ.

ປະ​ທານມອນ​ສັນ​ໄດ້​ກ່າວ​ວ່າ:

“​ຜູ້​ຄົນ​ທີ່​ຕ້ອງ​ການ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ເຮົາ, ກຳ​ລັງ​ໃຈ​ຈ​າກ​ເຮົາ, ຄວາມ​ຊ່ອຍ​ເຫລືອ​ຂອງ​ເຮົາ, ການ​ປອບ​ໃຈ​ຂອງ​ເຮົາ, ຄວາມ​ເມດ​ຕາ​ຂອງ​ເຮົາ ​ແມ່ນຢູ່​ອ້ອມ​ຂ້າ​ງ​ເຮົາ—ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເປັນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ, ໝູ່​ເພື່ອນ, ຄົນ​ທີ່​ຮູ້​ຈັກ​, ຫລື ຄົນ​ແປກ​ໜ້າ​ກໍ​ຕາມ. ເຮົາ​ເປັນ​ພ​ຣະ​ຫັດ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຢູ່​ເທິງ​ໂລກ, ດ້ວຍ​ຄຳ​ສັ່ງ​ໃຫ້​ຮັບ​ໃຊ້ ແລະ ເຊີດ​ຊູ​ລູກໆ​ຂອງ​ພ​ຣະ​ອົງ. ພ​ຣະ​ອົງ​ເພິ່ງ​ອາ​ໄສ​ເຮົາ​ແຕ່​ລະ​ຄົນ. …

“‘… ເມື່ອ​ໃດ​ພວກ​ທ່ານ​ໄດ້​ເຮັດ​ແກ່​ຜູ້​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ​ໃນ​ພວກ​ພີ່​ນ້ອງ​ເຫລົ່າ​ນີ້​ … , ພວກ​ທ່ານ​ກໍ​ໄດ້​ເຮັດ​ແກ່​ເຮົາ’ [ມັດ​ທາຍ 25:40].”2

ເຮົາ​ຈະ​ຕອບ​ຮັບ​ດ້ວຍ​ຄວາມ​ຮັກ​ບໍ​ເມື່ອ​​ເຮົາ​ມີໂອ​ກາດທີ່​ຈະ​ໄປຢ້ຽມ​ຢາມ, ໂທ​ຫາ, ຂຽນ​ຈົດ​ໝາຍ​ນ້ອຍ​ຫາ, ຫລື ໃຊ້​ເວ​ລາ​ໜຶ່ງມື້​ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ອື່ນ? ຫລື ວ່າ​ເຮົາ​ຈະ​ເປັນ​ເໝືອນ​ດັ່ງ​ຊາຍ​ໜຸ່ມ​ທີ່​ປະ​ກາດ​ວ່າ​ຕິດ​ຕາມ​ພ​ຣະ​ບັນ​ຍັດ​ທຸກ​ປະ​ການ​ຂອງ​ພ​ຣະ​ອົງ:

“ຜູ້​ຂ້າ​ໄດ້​ຖືຮັກ​ສາຂໍ້​ຄຳ​ສັ່ງ​ທັງ​ໝົດ​ເຫລົ່າ​ນີ້​ຢູ່​ແລ້ວ: ມີ​ສິ່ງ​ໃດ​ອີກ​ແດ່​ທີ່​ຜູ້​ຂ້າ​ຈຳ​ເປັນ​ຕ້ອງ​ເຮັດ​ຕື່ມ?

“ພ​ຣະ​ເຢ​ຊູ​ຕອບ​ລາວ​ວ່າ, ຖ້າ​ທ່ານ​ຕ້ອ​ງ​ການ​ເປັນ​ຜູ້​ດີ​ຄົບ​ຖ້ວນ, ຈົ່ງ​ໄປ​ຂາ​ຍ​ທຸກ​ສິ່ງ​ທີ່​ທ່ານ​ມີຢູ່ ແລະ ບໍ​ລິ​ຈາກ​ເງິນນັ້ນ​ໃຫ້​ແກ່​ຄົນ​ຍາກ​ຈົນ, ແລະ ທ່ານ​ຈະ​ມີ​ຊັບ​ສົມ​ບັດ​ໃນ​ສະ​ຫວັນ: ແລ້ວ​ຈົ່ງຕາມເຮົາ​ມາ.”3

ຊາຍ​ໜຸ່ມ​ຄົນ​ນັ້ນ​ຖືກເອີ້ນຕໍ່​ການ​ຮັບ​ໃຊ້​ທີ່​ຍິ່ງ​ໃຫ​ຍ່​ກວ່າ ຢູ່​ຄຽງ​ຂ້າງ​ພ​ຣະ​ຜູ້​ເປັນ​ເຈົ້າ ເພື່ອ​ເຮັດ​ວຽກ​ງານ​ຂອງ​ອາ​ນາ​ຈັກ​ຂອງ​ພ​ຣະ​ເຈົ້າ​ຢູ່​ເທິງ​ໂລກ, ແຕ່​ລາວ​ໄດ້​ຈາກ​ໄປ “ເພາະ​ລາວ​ເປັນ​ຄົນ​ຮັ່ງ​ມີ​ຫລາຍ.”4

ຈະ​ເປັນ​ຈັ່ງ​ໃດ​ກັ​ບ​ຊັບ​ສິນ​ທາງ​ໂລກ​ຂອງ​ເຮົາ? ເຮົາ​ເຫັນ​ໄດ້​ວ່າ​​ລົມພະ​ຍຸ​ໂທ​ເນ​ໂດ​ສາ​ມາດ​ເຮັດ​ຫ​ຍັງ​ກັບ​ຊັບ​ສົມ​ບັດ​ເຫລົ່າ​ນັ້ນ​ພາຍ​ໃນ​ນາ​ທີ​ດຽວ. ມັນ​ສຳ​ຄັນ​ຫລາຍ​ທີ່​ເຮົາ​ແຕ່​ລະ​ຄົນ​ຈະ​ພະ​ຍາ​ຍາມ​ທີ່​ຈະ​ສະ​ສົມ​ຊັບ​ສົມ​ບັດ​ຂອງ​ເຮົາ​ໄວ້​ໃນ​ສະ​ຫວັນ—ການ​ໃຊ້​ເວ​ລາ​, ພອນ​ສະ​ຫວັນ, ແລະ ອຳ​ເພີ​ໃຈ​ຂອງ​ເຮົາ​ໄວ້​ໃນ​ການ​ຮັບ​ໃຊ້​ພ​ຣະ​ເຈົ້າ.

ພ​ຣະ​ເຢ​ຊູ​ຄ​ຣິດ​ຍັງ​ສະ​ເໜີ​ການ​ເອີ້ນ “ຈົ່ງ​ຕາມ​ເຮົາ​ມາ”5 ຢູ່​ຕໍ່​ໄປ. ພ​ຣະ​ອົງ​ໄດ້​ຍ່າງ​ໄປ​ມາໃນ​ແຜ່ນ​ດິນ​ບ້ານ​ເກີດ​ເມືອງນອນຂອງ​ພ​ຣະ​ອົງ​ກັບ​ຜູ້​ຕິດ​ຕາມ​ຂອງ​ພ​ຣະ​ອົງ​ໃນ​ວິ​ທີ​ທາງ​ທີ່ບໍ່​ເຫັນ​ແກ່​ຕົວ. ພ​ຣະ​ອົງ​ຍັງ​ຍ່າງ​ໄປ​ກັບ​ພວກ​ເຮົາ​, ຢືນ​ຄຽງ​ຂ້າງ​ເຮົາ, ແລະ ນຳ​ພາ​ເຮົາຢູ່. ເພື່ອ​ຈະ​ຕິດ​ຕາມ​ຕົວ​ຢ່າງ​ທີ່​ດີ​ພ້ອມ​ຂອງ​ພ​ຣະ​ອົງ​ແມ່ນ​ທີ່​ຈະ​ຮູ້ຈັກ ແລະ ໃຫ້​ກຽດ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ, ຜູ້​ທີ່​ໄດ້ຮັບ​ເອົາ​ພາ​ລະ​ໜັກ​ທັງ​ໝົດຂອງ​ເຮົາ​ ຜ່ານ​ການ​ຊົດ​ໃຊ້​ທີ່​ສັກ​ສິດ ແລະ ຊ່ອຍ​ໃຫ້​ລອດ​ຂອງ​ພ​ຣະ​ອົງ, ທີ່​ເປັນ​ການ​ຮັບ​ໃຊ້​ທີ່​ສູງ​ສົ່ງ​ສຸດ. ສິ່ງ​ທີ່​ພ​ຣະ​ອົງ​ຮຽກ​ຮ້ອງ​ຈາກ​ເຮົາ​ແຕ່​ລະ​ຄົນ​ແມ່ນ​ໃຫ້​ສາ​ມາດ ແລະ ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພາ​ລະ​ທີ່​ໃຫ້​ຄວາມ​ສຸກ​ຂອງ​ການ​ເປັນ​ສາ​ນຸ​ສິດ.

ຕອນ​ທີ່​ຢູ່​ໃນ​ລັດ​ໂອ​ກະລາ​ໂຮ​ມາ ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​​ໄດ້​ພົບ​ກັບ​ສາມ​ສີ່​ຄອບ​ຄົວ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໂດຍລົມ​​ພະ​ຍຸ​ຮ້າຍ​ເຫລົ່າ​ນັ້ນ. ຕອນ​ຂ້າ​ພະ​ເຈົ້າ​ໄດ້​ຢ້ຽມ​ຢາມ​ຄອບ​ຄົວ​ໂຊ​ແຣວສ໌, ຂ້າ​ພະ​ເຈົ້າ​ໄດ້​ປະ​ທັບ​ໃຈ​ນຳ​ປະ​ສົ​ບ​ການ​ຂອງ​ລູກ​ສາວ​ຂອງ​ເຂົາ​ເຈົ້າ, ນາງ​ໂທ​ຣີ, ທີ່​ຕອນນັ້ນ​ໄດ້​​ຮຽນຢູ່​ປໍ​ຫ້າ​ໃນ​ໂຮງ​ຮຽນ​ປະ​ຖົມ Plaza Towers. ນາງ ແລະ ແມ່​ຂອງ​ນາງ​ກໍ​​ຢູ່ທີ່ນີ້​ກັບ​ພວກ​ເຮົາ​ມື້ນີ້.

​ນາງ ໂທ​ຣີ ກັບ​ໝູ່​ເພື່ອນຂອງ​ນາງ​ສີ່​ຫ້າ​ຄົນ​ໄດ້​ຂົດ​ຕົວ​ເຂົ້າ​ກັນ​ຢູ່​ໃນ​ຫ້ອງ​ນ້ຳ​ເພື່ອ​ລີ້​ໄພ​ຕອນ​​​ລົມພະຍຸ​ໂທ​ເນ​ໂດໄດ້​ທຳ​ລາຍ​ໂຮງ​ຮຽນ. ຂໍ​ໃຫ້​ຟັງ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ອ່ານ​ຈາກ​ຖ້ອຍ​ຄຳ​ຂອງ​ນາງ​ໂທ​ຣີ​ເອງ​ເຖິງ​ເລື່ອງ​ລາວ​ຂອງມື້ນັ້ນ​ວ່າ:

“ຂ້າ​ນ້ອຍ​ໄດ້​ຍິນ​ບາງສິ່ງຕຳ​ຫລັງ​ຄາ. ຂ້າ​ນ້ອຍ​ໄດ້​ຄິດ​ວ່າ​​ໝາກ​ເຫັບ​ຕົກເທົ່າ​ນັ້ນ. ສຽງ​ນັ້ນ​ໄດ້​ດັງ​ແຮງ​ຂຶ້ນ. ຂ້າ​ນ້ອຍ​ໄດ້​ອະ​ທິ​ຖານ​ຂໍ​ໃຫ້​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ປົກ​ປ້ອງ​ເຮົາ​ທຸກ​ຄົນ ແລະ ຮັກ​ສາ​ເຮົາ​ໃຫ້​ປອດ​ໄພ. ໃນ​ທັນ​ໃດ​ນັ້ນ​ພວກ​ຂ້າ​ນ້ອຍ​ໄດ້​ຍິນ​ສຽງ ດັ່ງ​ສຽງ​ຈັກ​ດູດ​ພົມ, ແລະ ຫລັງ​ຄາ​ກໍ​ໄດ້​ຫາຍ​ໄປ​ຈາກ​ຫົວ​ຂອງ​ພວກ​ຂ້າ​ນ້ອຍ. ມີ​ລົມ​ແຮງ ແລະ ເສດ​ສິ່​ງ​ຂອງ​ປີວ​ໄປ​ທົ່ວ ແລະ ໄດ້​ຕຳ​ທຸກ​ພາກ​ສ່ວນ​ຂອງ​ຮ່າງ​ກາຍ​ຂອງ​ຂ້າ​ນ້ອຍ. ທາງ​ນອກນັ້ນ​ກໍ​ມືດ​ຫລາຍ ແລະ ເບິ່ງ​ຄື​ວ່າ​ທ້ອງ​ຟ້ານັ້ນ​ກໍ​ດຳ​ໄປ​ໝົດ, ແຕ່ນັ້ນ​ບໍ່​ແມ່ນ—ນັ້ນ​ເປັນ​ສ່ວນ​ໃນ​ຂອງ​ລົມ​​ພະຍຸ​ໂທ​ເນ​ໂດ. ຂ້າ​ນ້ອຍ​ໄດ້​ຫລັບ​ຕາ, ຫວັງ, ແລະ ອະ​ທິ​ຖານ​ວ່າ​ມັນ​ຈະ​ຢຸດ​ໃນ​ໄວ​ໆ.

“ໃນ​ທັນ​ໃດ​ນັ້ນ​ມັນ​ກໍ​ງຽບ​ໄປ.

“ເມື່ອ​ຂ້າ​ນ້ອຍ​ມືນ​ຕາ, ຂ້າ​ນ້ອຍ​ໄດ້​ເຫັນ​ປ້າຍ​ຢູ່​ຕໍ່​ໜ້າ​ຕໍ່ຕາ​ຂອງຂ້ານ້ອຍ. ມັນ​ເກືອບ​ຕຳ​ດັງ​ຂອງ​ຂ້າ​ນ້ອຍ.”6

ນາງ​ໂທ​ຣີ, ແມ່​ຂອງ​ນາງ, ອ້າ​ຍ​ເອື້ອຍ​ນ້ອງ​ສາມ​ຄົນ​ຂອງ​ນາງ, ແລະ ໝູ່​ເພື່ອນ​ຫລາຍ​ຄົນ​ທີ່​ໄດ້​ຢູ່​ກັບ​ນາງ​ທີ່​ໂຮງ​ຮຽນ​, ໄດ້​ລອ​ດ​ຊີ​ວິດ​ຢ່າງ​ມະ​ຫັດ​ສະ​ຈັນ​ຈາກ​ລົມ​​ພະຍຸ​ໂທ​ເນ​ໂດນັ້ນ; ເພື່ອນ​ຮ່ວມ​ຫ້ອງ​ຂອງ​ນາງ​ເຈັດ​ຄົນ​ໄດ້​ເສຍ​ຊີ​ວິດ​ໄປ.

ທ້າຍ​ອາທິດ​ນັ້ນ​ອ້າຍ​ນ້ອງ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ໃຫ້​ພອນ​ແກ່​ສະ​ມາ​ຊິກ​ຜູ້​ທີ່​ຖືກ​ກະ​ທົບ​ກະ​ເທືອນ​ໃນ​​​ລົມພະຍຸ​ນັ້ນ. ຂ້າ​ພະ​ເຈົ້າ​ຖ່ອມ​ຕົນ​ທີ່​ໄດ້​ໃຫ້​ພອນ​ແກ່​ນາງ​ໂທ​ຣີ. ຕອນ​ຂ້າ​ພະ​ເຈົ້າ​ໄດ້​ວາງ​ມື​ເທິງ​ຫົວ​ນາງ, ຂ້າ​ພະ​ເຈົ້າ​ໄດ້​ຄິດ​ເຖິງ​ບົດ​ເພງ​ໂປດ​ທີ່​ວ່າ ພ​ຣະ​ອົງ​ຈະ​ໄປ​ຕໍ່​ໜ້າ​ເຮົາ, ວ່າ​ພ​ຣະ​ອົງ​ຈະ​ຢູ່ທາງ​ຂ​ວາ​ມື​ຂອງ​ເຮົາ, ແລະ ທາງ​ຊ້າຍ, ແລະ ພ​ຣະ​ວິ​ນ​ຍານ​ຂອງ​ພ​ຣະ​ອົງ​ຈະ​ຢູ່​ໃນ​ໃຈ​ຂອງ​ເຮົາ, ແລະ ທູດ​ຂອງ​ພ​ຣະ​ອົງ​ຈະ​ຢູ່​ອ້ອມ​ຮອບ​ເຮົາ​, ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ເຮົາ.7

ຂ້າ​ພະ​ເຈົ້າ​ໄດ້​ແນະ​ນຳ​ນາງ​ໂທ​ຣີ​ໃຫ້​ຈື່​ຈຳ​ວັນ​ນັ້ນ ເມື່ອ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ວາງ​ມື​ຂອງ​​ເພິ່ນຢູ່​ເທິງ​ຫົວ​ຂອງ​ນາງ ແລະ ໄດ້​ປະ​ກາດ​ວ່າ​ນາງ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໂດຍ​ເຫລົ່າ​ທູດ​ເມື່ອ​ຢູ່ໃນ​​​ລົມພະ​ຍຸນັ້ນ.

​ການ​ເອື້ອມ​ອອກ​ໄປ​ຊ່ອຍ​ກູ້​ຊີ​ວິດ​ກັນ​ແລະ​ກັນ, ໃນ​ລະ​ຫວ່າງ​ສ​ະ​ພາບ​ການ​ໃດໆ​ກໍ​ຕາມ, ເປັນ​ຄວາມ​ຮັກ​ນິ​ລັນ​ດອນ. ນີ້​ຄືການ​ຮັບ​ໃຊ້​ທີ່​ຂ້າພ​ະ​ເຈົ້າ​ໄດ້​​ເຫັນ​ຢູ່​ລັດ​ໂອ​ກະລາ​ໂຮ​ມາ​​ໃນອາທິດ​ນັ້ນ.

ສ່ວນ​ຫລາຍ, ເຮົາ​ໄດ້​ຮັບ​ໂອ​ກາດ​ໃຫ້​ຊ່ອຍ​ຄົນ​ອື່ນ​ໃນ​ເວ​ລາ​ທີ່​ເຂົາ​ຕ້ອງ​ການ. ໃນຖາ​ນະ​ສະ​ມາ​ຊິກ​ຂອງ​ສ​າດ​ສະ​ໜາ​ຈັກ, ເຮົາ​ແຕ່​ລະ​ຄົນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ສັ​ກ​ສິດ​ “ຈະ​ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ, ເພື່ອ​ຈະ​ໄດ້​ແບ່ງ​ເບົາ,”8 “ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ,”9 ທີ່ຈະ “ຍົກ​ມື​ທີ່​ຕົກ, ແລະ ໃຫ້​ກຳ​ລັງ​ຫົວ​ເຂົ່າ​ທີ່​ອ່ອນ​ເພຍ.”10

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລ​າຍ, ພ​ຣະ​ຜູ້​ເປັນ​ເຈົ້າ​ຮູ້​ສຶກ​ບຸນ​ຄຸນ​ພຽງ​ໃດ ຕໍ່ທ່ານ​ແຕ່​ລະ​ຄົນ, ​ສຳ​ລັບ​ເວ​ລາ​ເປັນ​ຊົ່ວ​ໂມງ​ທີ່​ນັບ​ບໍ່​ຖ້​ວນ ແລະ ການ​ຮັບ​ໃຊ້, ບໍ່​ວ່າ​ໃຫ​ຍ່ ຫລື ນ້ອຍ, ທີ່​ທ່ານ​ໄດ້​ມອບ​ໃຫ້​ແຕ່​ລະ​ມື້​ຢ່າງ​ເພື່ອ​ແຜ່ ແລະ ມີ​ເມດ​ຕາ.

ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສອນ​ໃນ​ພ​ຣະ​ຄຳ​ພີ​ມໍ​ມອນ​ວ່າ, “ເມື່ອ​ພວກ​ທ່ານ​ຮັບ​ໃຊ້​ເພື່ອນ​ມະ​ນຸດ​ດ້ວຍ​ກັນ ພວກ​ທ່ານ​ກໍ​ຮັບ​ໃຊ້​ພ​ຣະ​ເຈົ້າ​ຂ​ອງ​ພວກ​ທ່ານ​ນັ້ນ​ເອງ.”11

ການ​ເອົາ​ໃຈ​ໃສ່​ການ​ຮັບ​ໃຊ້​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ​ ສາ​ມາດ​ນຳ​ເຮົາ​ໃຫ້​ເລືອກ​ສິ່ງ​ທີ່​ສູງ​ສົ່ງ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ ແລະ ຕຽມ​ເຮົາ​ໃຫ້​ເຫັນ​ຄຸນ​ຄ່າ ແລະ ຮັກ​ສິ່ງ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ຮັກ. ເມື່ອ​ເຮົາ​ເຮັດ​ແບບນີ້, ເຮົາ​ເປັນ​ພະ​ຍານ​ດ້ວຍ​ຊີ​ວິດ​ຂອງ​ເຮົາ​ເອງວ່າ​ເຮົາ​ເປັນ​ສານຸ​ສິດ​ຂອງ​ພຣະອົງ. ເມື່ອ​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ຂອງ​ພ​ຣະ​ອົງ, ເຮົາ​ຈະ​ຮູ້​ສຶກ​ວ່າ​ມີ​ພ​ຣະ​ວິນ​ຍານ​ຂ​ອງ​ພ​ຣະ​ອົງ​ສະ​ຖິດ​ຢູ່​ນຳ​ເຮົາ. ເຮົາ​ຈະ​ເຕີບ​ໂຕ​ໃນ​ປະ​ຈັກ​ພະ​ຍານ, ໃນ​ສັດ​ທາ, ໃນ​ຄວາມ​ໄວ້​ວາງ​ໃຈ​, ແລະ ໃນ​ຄວາມ​ຮັກ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພ​ຣະ​ຜູ້​ໄຖ່​ຂອງ​ຂ້າ​ພະ​ເຈົ້າ​ຊົງພ​ຣະ​ຊົນ​ຢູ່, ແມ່ນ​ແຕ່​ພ​ຣະ​ເຢ​ຊູ​ຄ​ຣິດ; ​ແລະ ວ່າ​ພ​ຣະ​ອົງ​ກ່າວ​ກັບ​​ສາດ​ສະ​ດາ​ຂອງ​ພ​ຣະ​ອົງ, ປະ​ທານ​ທອມ​ມັສ ແອັ​ສ ມອນ​ສັນ​ ທີ່​ຮັກ​​ແພງ, ໃນ​ວັນ​ເວ​ລາ​ຂອງ​ເຮົາ​ນີ້.

ຂໍ​ໃຫ້​ເຮົາ​ທຸກ​ຄົນ​ໄດ້​ພົບ​ເຫັນ​ຄວາມ​ປິ​ຕິ​ຍິນ​ດີ​ທີ່​ມາ​ຈາກ​ການ​ຮັບ​ໃຊ້​ທີ່​ສັກ​ສິດ ຂອງ​ການ​ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ, ແມ່ນ​ແຕ່ພາ​ລະ​ທີ່​ເລັກໆ​ນ້ອຍໆ, ນີ້​ຄື​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ ໃນ​ພ​ຣ​ະ​ນາມ​ຂອງ​ພ​ຣ​ະ​ເຢ​ຊູ​ຄ​ຣິດ, ອາ​ແມນ.