ໃຫ້ຄວາມເຊື່ອຖືຂອງທ່ານເປັນທີ່ຮູ້ຈັກ
ຢູ່ໃນເສັ້ນທາງທີ່ນຳໄປສູ່ຈຸດໝາຍປາຍທາງນິລັນດອນຂອງທ່ານທຸກວັນ, ຂໍໃຫ້ເພີ່ມສັດທາຂອງທ່ານ. ປະກາດຄວາມເຊື່ອຖືຂອງທ່ານ! ສະແດງໃຫ້ຄວາມເຊື່ອຖືຂອງທ່ານເປັນທີ່ຮູ້ຈັກເຖີດ.
ເອື້ອຍອ້າຍນ້ອງທີ່ຮັກແພງທັງຫລາຍ, ພວກເຮົາຂໍສະແດງຄວາມຮູ້ສຶກທີ່ເລິກຊຶ້ງເຖິງຄວາມຮັກ ແລະ ຄວາມກະຕັນຍູທີ່ມີຕໍ່ທ່ານ. ພວກເຮົາກະຕັນຍູສຳລັບໜ້າທີ່ທີ່ຈະຮ່ວມງານກັບພວກທ່ານ.
ໃນຖ້ຽວບິນເມື່ອບໍ່ດົນມານີ້, ນັກບິນໄດ້ປະກາດວ່າເຮົາຈະໄດ້ປະເຊີນກັບການປັ່ນປ່ວນໃນອາກາດຕອນຍົນກຳລັງຈະລົງ ແລະ ວ່າຜູ້ໂດຍສານທຸກຄົນຕ້ອງໃສ່ເຂັມຂັດນິລະໄພໄວ້ໃຫ້ແໜ້ນ. ຕາມທີ່ໄດ້ຄາດຫວັງໄວ້ ການປັ່ນປ່ວນນັ້ນກໍໄດ້ເກີດຂຶ້ນ. ມັນໄດ້ມາແຮງຂະໜາດ. ໃນບ່ອນນັ່ງອີກຂ້າງໜຶ່ງສອງແຖວທາງຫລັງຂ້າພະເຈົ້າ, ຜູ້ຍິງທີ່ຢ້ານກົວຄົນໜຶ່ງໄດ້ຕົກໃຈຫລາຍ. ເມື່ອຍົນປັ່ນປ່ວນໄປແຕ່ລະເທື່ອນາງໄດ້ຮ້ອງຂຶ້ນດັງໆ. ສາມີຂອງນາງພະຍາຍາມປອບໃຈນາງແຕ່ບໍ່ໄດ້ຜົນຫຍັງ. ສຽງຮ້ອງທີ່ຢ້ານກົວຂອງນາງດັງຂຶ້ນຕໍ່ໄປ ຈົນກວ່າພວກເຮົາໄດ້ຜ່ານເຂດທີ່ປັ່ນປ່ວນນັ້ນ ແລະ ຍົນກໍໄດ້ລົງມາເຖິງດິນຢ່າງປອດໄພ. ໃນລະຫວ່າງເວລາທີ່ໄດ້ຮູ້ສຶກຢ້ານກົວ, ຂ້າພະເຈົ້າກໍສົງສານນາງ. ເພາະສັດທາເປັນສິ່ງຕໍ່ຕ້ານຄວາມຢ້ານກົວ, ຂ້າພະເຈົ້າໄດ້ປາດຖະໜາຢູ່ໃນໃຈວ່າຢາກຊ່ອຍໃຫ້ສັດທາຂອງນາງເຂັ້ມແຂງ.
ຕໍ່ຈາກນັ້ນ, ເມື່ອຜູ້ໂດຍສານໄດ້ອອກຈາກຍົນ, ສາມີຂອງຜູ້ຍິງຄົນນັ້ນໄດ້ກ່າວກັບຂ້າພະເຈົ້າ. ລາວໄດ້ເວົ້າວ່າ, “ຂ້ານ້ອຍຂໍໂທດເດີທີ່ເມຍຂອງຂ້ານ້ອຍຢ້ານຫລາຍ. ວິທີດຽວທີ່ຂ້ານ້ອຍສາມາດປອບໃຈນາງໄດ້ກໍແມ່ນໄດ້ບອກນາງວ່າ ແອວເດີ ແນວສັນ ກໍຢູ່ໃນຍົນລຳນີ້, ສະນັ້ນນ້ອງບໍ່ຕ້ອງຢ້ານດອກ.’”
ຂ້າພະເຈົ້າບໍ່ແນ່ໃຈວ່າການທີ່ຂ້າພະເຈົ້າຢູ່ໃນຖ້ຽວບິນນັ້ນຄວນໄດ້ໃຫ້ຄວາມສະບາຍໃຈແກ່ນາງ, ແຕ່ຂ້າພະເຈົ້າຈະເວົ້າໄດ້ວ່າຄວາມຈິງຢ່າງໜຶ່ງຂອງຊີວິດມະຕະນີ້ແມ່ນວ່າ ສັດທາຂອງເຮົາຈະຖືກທົດລອງ ແລະ ຖືກທ້າທາຍ. ບາງເທື່ອການທົດລອງນັ້ນຈະມີມາເມື່ອເຮົາປະເຊີນສິ່ງທີ່ປະກົດວ່າເປັນເລື່ອງຄໍຂາດບາດຕາຍ. ສຳລັບຜູ້ຍິງທີ່ຢ້ານກົວຄົນນີ້, ການທີ່ຍົນປັ່ນປ່ວນຢ່າງໜັກໜ່ວງກໍເປັນວິນາທີແຫ່ງການທົດລອງນັ້ນ ເມື່ອພວກເຮົາໄດ້ພົບເຫັນວ່າສັດທາຂອງເຮົາເຂັ້ມແຂງເທົ່າໃດ.
ເມື່ອເຮົາກ່າວເຖິງສັດທາ—ສັດທາທີ່ສາມາດຍົກຍ້າຍພູເຂົາ—ເຮົາບໍ່ໄດ້ກ່າວເຖິງສັດທາແບບທົ່ວໄປ ແຕ່ເຖິງສັດທາໃນອົງພຣະເຢຊູຄຣິດ. ສັດທາໃນອົງພຣະເຢຊູຄຣິດສາມາດຖືກເຮັດໃຫ້ເຂັ້ມແຂງຂຶ້ນເມື່ອເຮົາຮຽນຮູ້ກ່ຽວກັບພຣະອົງ ແລະ ດຳລົງຊີວິດຕາມສາດສະໜາຂອງເຮົາ. ແຕ່ຢ່າງໃດກໍຕາມ, ໃນພາສາທີ່ໃຊ້ກັນໃນວັນເວລານີ້, ຄຳທີ່ວ່າ ສາດສະໜາ ມີຄວາມໝາຍແຕກຕ່າງກັນຫລາຍສຳລັບແຕ່ລະຄົນ.
ຕາມຄວາມໝາຍຕາມຕົວອັກສອນແລ້ວ ຄຳທີ່ວ່າ ສາດສະໜາ ໝາຍຄວາມວ່າ “ຜູກມັດອີກ” ຫລື “ຜູກມັດຄືນກັບ” ພຣະເຈົ້າ.1 ຄຳຖາມທີ່ເຮົາຄວນຖາມຕົນເອງຄື, ເຮົາຖືກຜູກມັດຄືນກັບພຣະເຈົ້າໃຫ້ແໜ້ນແລ້ວບໍ ເພື່ອວ່າສັດທາຂອງເຮົາຈະຖືກສະແດງອອກໃຫ້ເຫັນໄດ້? ຫລື ວ່າເຮົາຖືກຜູກມັດເຂົ້າກັບສິ່ງອື່ນໃດ? ຍົກຕົວຢ່າງ, ຂ້າພະເຈົ້າໄດ້ຍິນການເວົ້າລົມຕອນເຊົ້າວັນຈັນກ່ຽວກັບເກມກິລາມືອາຊີບທີ່ໄດ້ເກີດຂຶ້ນໃນວັນອາທິດກ່ອນນັ້ນ. ສຳລັບແຟນກິລາ, ຂ້າພະເຈົ້າໄດ້ຄິດຖ້າຫາກວ່າ “ສາດສະໜາ” ຂອງເຂົາເຈົ້າຈະ “ຜູກມັດເຂົາເຈົ້າຄືນ” ກັບການແຂ່ງຂັນເລື່ອງກິລາເທົ່ານັ້ນ.
ເຮົາອາດຖາມຕົນເອງວ່າ, ສັດທາຂອງເຮົາຢູ່ໃສ? ມັນຢູ່ກັບທິມກິລາບໍ? ມັນຢູ່ໃນຫຍິຫໍ້ບໍ? ມັນຢູ່ນຳນັກສະແດງໂດ່ງດັງບໍ? ແມ່ນແຕ່ທິມກິລາທີ່ເກັ່ງທີ່ສຸດກໍສາມາດລົ້ມເຫລວໄດ້. ນັກສະແດງຊື່ດັງກໍໝົດຄວາມນິຍົມຊົມຊອບໄປໄດ້. ມີພຽງຜູ້ດຽວທີ່ສັດທາຂອງເຮົາຈະມີຢູ່ຢ່າງປອດໄພສະເໝີ, ແລະ ນັ້ນກໍແມ່ນໃນອົງ ພຣະເຢຊູຄຣິດ. ແລະ ທ່ານຕ້ອງສະແດງໃຫ້ຄວາມເຊື່ອຖືຂອງທ່ານເປັນທີ່ຮູ້ຈັກ.
ພຣະເຈົ້າໄດ້ປະກາດໃນ ຂໍ້ທີໜຶ່ງ ໃນພຣະບັນຍັດສິບປະການວ່າ, “ຢ່ານະມັດສະການພຣະອື່ນ ນອກຈາກເຮົາແຕ່ເທົ່ານັ້ນ.”2 ພຣະອົງຍັງໄດ້ກ່າວອີກວ່າ, ໃຫ້ຫລຽວຫາພຣະອົງໃນຄວາມນຶກຄິດທຸກຢ່າງໂດຍບໍ່ສົງໄສ ແລະ ບໍ່ຢ້ານກົວ.”3 ແຕ່ຍັງມີຫລາຍຄົນທີ່ຫລຽວຫາພຽງແຕ່ບັນຊີທະນາຄານຂອງເຂົາເຈົ້າເທົ່ານັ້ນເພື່ອຫາຄວາມສະຫງົບ ຫລື ເບິ່ງມະນຸດດ້ວຍກັນສຳລັບຕົວຢ່າງທີ່ຈະຕິດຕາມ.
ນັກການແພດ, ອາຈານດ້ານການສຶກສາ, ແລະ ນັກການເມືອງມັກຈະທົດລອງສັດທາ. ໃນການຕິດຕາມຫາເປົ້າໝາຍຂອງເຂົາເຈົ້າ, ຄວາມເຊື່ອຖືຂອງເຂົາເຈົ້າຈະເປີດເຜີຍ ຫລື ວ່າຖືກປິດບັງໄວ້? ເຂົາເຈົ້າຖືກຜູກມັດກັບພຣະເຈົ້າ ຫລື ວ່າກັບມະນຸດ?
ຂ້າພະເຈົ້າຖືກທົດລອງດັ່ງນັ້ນເມື່ອຫລາຍສິບປີກ່ອນ ເມື່ອເພື່ອນຮ່ວມງານໃນຄະນະແພດສາດຄົນໜຶ່ງໄດ້ເວົ້າຮ້າຍຂ້າພະເຈົ້າເພາະຂ້າພະເຈົ້າບໍ່ໄດ້ແບ່ງແຍກຄວາມຮູ້ທາງວິຊາການຈາກຄວາມເຊື່ອໝັ້ນທາງສາດສະໜາຂອງຂ້າພະເຈົ້າ. ລາວໄດ້ບັນຊາວ່າ ບໍ່ ໃຫ້ຂ້າພະເຈົ້າເອົາທັງສອງເຂົ້າຮ່ວມກັນ. ຂ້າພະເຈົ້າຈະເຮັດແນວນັ້ນໄດ້ແນວໃດ? ຄວາມຈິງກໍຄືຄວາມຈິງ! ມັນແບ່ງແຍກບໍ່ໄດ້, ແລະ ຈະປະຖິ້ມສ່ວນໃດໆກໍບໍ່ໄດ້.
ບໍ່ວ່າຄວາມຈິງຈະເປັນຜົນທີ່ມາຈາກຫ້ອງທົດລອງທາງດ້ານວິທະຍາສາດ ຫລື ຜ່ານການເປີດເຜີຍ, ຄວາມຈິງທັງໝົດເກີດມາຈາກພຣະເຈົ້າ. ຄວາມຈິງທັງໝົດເປັນພາກສ່ວນຂອງພຣະກິດຕິຄຸນຂອງພຣະເຢຊູ ຄຣິດ.4 ແຕ່ຂ້າພະເຈົ້າຖືກຮຽກຮ້ອງໃຫ້ປິດບັງຄວາມເຊື່ອຖືຂອງຂ້າພະເຈົ້າ. ຂ້າພະເຈົ້າບໍ່ໄດ້ເຮັດຕາມຄວາມຮຽກຮ້ອງຂອງເພື່ອນຮ່ວມງານຄົນນັ້ນ. ຂ້າພະເຈົ້າໄດ້ສະແດງໃຫ້ຄວາມເຊື່ອຖືຂອງຂ້າພະເຈົ້າເປັນທີ່ຮູ້ຈັກ!
ໃນຄວາມພະຍາຍາມທຸກຢ່າງທາງດ້ານອາຊີບ, ມາດຕະຖານທີ່ເຄັ່ງຄັດຂອງຄວາມຖືກຕ້ອງນັ້ນແມ່ນຈຳເປັນ. ນັກວິຊາການເຫັນຄຸນຄ່າຂອງອິດສະລະພາບໃນການສະແດງອອກຂອງເຂົາເຈົ້າ. ແຕ່ຈະບໍ່ມີອິດສະລະພາບທີ່ຄົບຖ້ວນຖ້າຫາກສ່ວນໃດສ່ວນໜຶ່ງຂອງຄວາມຮູ້ຂອງເຮົາຖືກຖືວ່າ “ບໍ່ເປັນທີ່ຍອມຮັບ” ໂດຍກົດໝາຍຂອງມະນຸດ.
ຈະປະລະຄວາມຈິງທາງວິນຍານບໍ່ໄດ້—ໂດຍສະເພາະພຣະບັນຍັດຂອງພຣະເຈົ້າ. ການຮັກສາພຣະບັນຍັດຂອງພຣະເຈົ້າຈະນຳພອນມາໃຫ້, ທຸກໆເທື່ອ! ການເຮັດຜິດຕໍ່ພຣະບັນຍັດຂອງພຣະເຈົ້າຈະນຳການສູນເສຍພອນມາໃຫ້, ທຸກໆເທື່ອ!5
ມີບັນຫາຫລາຍຢູ່ໃນໂລກນີ້ເພາະວ່າມັນເຕັມໄປດ້ວຍຄົນທີ່ບໍ່ດີພ້ອມ. ສັດທາ ຫລື ການຂາດສັດທາມີອິດທິພົນຫລາຍຕໍ່ຈຸດປະສົງ ແລະ ຄວາມປາດຖະໜາຂອງເຂົາເຈົ້າ. ຫລາຍຄົນເອົາຄວາມສຳຄັນອື່ນໆມາກ່ອນພຣະເຈົ້າ. ບາງຄົນທ້າທາຍຄວາມສຳຄັນທາງດ້ານສາດສະໜາໃນຊີວິດສະໄໝໃໝ່ນີ້. ດັ່ງທີ່ໄດ້ເປັນມາໃນທຸກຍຸກທຸກສະໄໝ, ໃນວັນເວລານີ້ຍັງມີຄົນທີ່ເວົ້າເຍາະເຍີ້ຍ ຫລື ຕິຊົມການດຳລົງຊີວິດທາງສາດສະໜາ. ບາງຄົນກໍໂທດສາດສະໜາສຳລັບບາບໃນໂລກທີ່ມີຢ່າງຫລວງຫລາຍ. ກໍເປັນທີ່ຍອມຮັບ ວ່າບາງເທື່ອການກະທຳທີ່ໂຫດຮ້າຍກໍໄດ້ຖືກເຮັດລົງໄປໃນນາມຂອງສາດສະໜາ. ແຕ່ການດຳລົງຊີວິດຕາມຄວາມເຊື່ອແທ້ຂອງພຣະຜູ້ເປັນເຈົ້າ, ຊຶ່ງໝາຍຄວາມວ່າການພະຍາຍາມທີ່ຈະກາຍເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູ ຄຣິດນັ້ນ, ເປັນວິຖີຊີວິດ ແລະ ເປັນຄຳໝັ້ນສັນຍາປະຈຳວັນທີ່ຈະໃຫ້ເຮົາໄດ້ຮັບການຊີ້ນຳຈາກພຣະເຈົ້າ. ເມື່ອທ່ານດຳລົງຊີວິດຕາມສາດສະໜາຂອງທ່ານ, ທ່ານກໍກຳລັງນຳໃຊ້ສັດທາຂອງທ່ານ. ທ່ານກໍສະແດງໃຫ້ຄວາມເຊື່ອຖືຂອງທ່ານເປັນທີ່ຮູ້ຈັກ.
ພຣະຜູ້ເປັນເຈົ້າຮູ້ວ່າລູກໆຂອງພຣະອົງຈະຕ້ອງຮຽນຮູ້ວິທີທີ່ຈະພົບເຫັນພຣະອົງ. ພຣະອົງໄດ້ກ່າວວ່າ ປະຕູນັ້ນຄັບ ແລະ ເສັ້ນທາງນັ້ນກໍແຄບທີ່ຈະນຳໄປສູ່ … ຄວາມສູງສົ່ງ … , ແລະ ມີໜ້ອຍຄົນທີ່ຈະພົບເຫັນມັນໄດ້.”6
ພຣະຄຳພີຈັດໃຫ້ເຮົາມີວິທີທາງທີ່ດີທີ່ສຸດທີ່ຈະພົບເຫັນເສັ້ນທາງ ແລະ ຄົງຢູ່ໃນເສັ້ນທາງນັ້ນຕໍ່ໄປ. ຄວາມຮູ້ທາງພຣະຄຳພີກໍຈະໃຫ້ການປົກປ້ອງທີ່ມີຄ່ານຳອີກ. ຍົກຕົວຢ່າງ, ຕະຫລອດປະຫວັດສາດ, ເຊື້ອໂຣກດັ່ງ ເລືອດເປັນພິດຫລັງຄອດລູກ ໄດ້ເຮັດໃຫ້ຜູ້ຍິງ ແລະ ເດັກທາລົກຫລາຍຄົນເສຍຊີວິດ. ແຕ່, ພຣະສັນຍາເດີມທີ່ຖືກຂຽນດົນກວ່າ 3,000 ປີກ່ອນ ກໍໄດ້ມີຫລັກທຳທີ່ຖືກຕ້ອງໃນການປະຕິບັດຕໍ່ຄົນໄຂ້ທີ່ຕິດເຊື້ອໂຣກນີ້!7 ຫລາຍຄົນໄດ້ຕາຍໄປເພາະຄວາມໄຄວ່ຄວ້າຫາຄວາມຮູ້ຂອງມະນຸດ ບໍ່ເຊື່ອຟັງພຣະຄຳຂອງພຣະຜູ້ເປັນເຈົ້າ!
ອ້າຍເອື້ອຍນ້ອງທີ່ຮັກແພງ, ເຮົາຍັງຂາດຫຍັງຢູ່ໃນຊີວິດຂອງເຮົາ ຖ້າເຮົາ “ຮ່ຳຮຽນຢູ່ສະເໝີ, [ແຕ່] ຮູ້ເຖິງຄວາມຈິງບໍ່ໄດ້ຈັກເທື່ອ”?8 ເຮົາສາມາດມີຄວາມຮູ້ທີ່ຍິ່ງໃຫຍ່ໄດ້ຈາກພຣະຄຳພີ ແລະ ໄດ້ຮັບການດົນໃຈຜ່ານການອະທິຖານ.
ການເຮັດສິ່ງນີ້ຈະຊ່ອຍເຮົາຂະນະທີ່ເຮົາເລືອກສິ່ງທີ່ຈະເຮັດທຸກໆມື້. ໂດຍສະເພາະເມື່ອກົດໝາຍຂອງມະນຸດຖືກແຕ່ງຂຶ້ນມາ ແລະ ຖືກບັງຄັບໃຫ້ເຮັດຕາມ, ກົດຂອງພຣະເຈົ້າແຮ່ງຕ້ອງເປັນມາດຕະຖານຂອງເຮົາສະເໝີ. ເມື່ອຈັດການກັບບັນຫາທີ່ເປັນທີ່ຮູ້ຈັກທົ່ວໄປ, ເຮົາຄວນຄົ້ນຄວ້າຫາການຊີ້ນຳຂອງພຣະເຈົ້າກ່ອນ.
ເຮົາຄວນ “ປຽບທຽບພຣະຄຳພີທັງໝົດກັບຕົວພວກເຮົາ, … ເພື່ອຜົນປະໂຫຍດ ແລະ ການຮຽນຮູ້ຂອງພວກເຮົາ.”9 ມີອັນຕະລາຍຢູ່ໃກ້ໆ ເມື່ອເຮົາແບ່ງແຍກຕົວເຮົາເອງດ້ວຍຄຳຄິດດັ່ງກ່າວວ່າ “ຊີວິດສ່ວນຕົວຂອງເຮົາ” ຫລື “ພຶດຕິກຳທີ່ດີທີ່ສຸດຂອງເຮົາ.” ຖ້າຄົນເຮົາພະຍາຍາມຈະແບ່ງແຍກຊີວິດຂອງຕົນເປັນພາກສ່ວນຕ່າງໆ, ເຮົາຈະບໍ່ຍຶດໝັ້ນເຖິງຄວາມຊື່ສັດສ່ວນຕົວຢ່າງເຕັມທີ່—ຈະບໍ່ມີວັນກາຍເປັນຕົວ ຈິງ ຄົບຖ້ວນທີ່ສາມາດເປັນໄດ້ເລີຍ.
ການລໍ້ລວງໃຫ້ໂດ່ງດັງອາດຖືຄວາມຄິດເຫັນຂອງມວນຊົນວ່າສຳຄັນກວ່າພຣະຄຳຂອງພຣະເຈົ້າ. ການຫາຄະແນນສຽງຂອງການເມືອງ ແລະ ຍຸດທິວິທີທາງການຄ້າແມ່ນມັກນຳໃຊ້ຄວາມຄິດເຫັນຂອງມວນຊົນເພື່ອເຮັດໃຫ້ແຜນການຂອງເຂົາເຈົ້າກ້າວໜ້າ. ຜົນຂອງການລົງຄະແນນເຫລົ່ານັ້ນກໍໃຫ້ຄວາມຮູ້. ແຕ່ ມັນຈະບໍ່ຖືກນຳມາໃຊ້ເປັນຫລັກຖານທີ່ຈະເປັນເຫດຜົນບໍ່ໃຫ້ເຊື່ອຟັງພຣະບັນຍັດຂອງພຣະເຈົ້າ! ແມ່ນແຕ່ຖ້າຫາກ “ທຸກຄົນກໍເຮັດແບບນັ້ນ,” ສິ່ງທີ່ຜິດຈະເປັນສິ່ງທີ່ຖືກຕ້ອງບໍ່ໄດ້ຈັກເທື່ອ. ຄວາມຊົ່ວຮ້າຍ, ຄວາມຜິດພາດ, ແລະ ຄວາມມືດມົວຈະບໍ່ເປັນຄວາມຈິງຈັກເທື່ອ, ເຖິງແມ່ນວ່າມັນຈະເປັນທີ່ນິຍົມຊົມຊອບກໍຕາມ. ພຣະຄຳພີເຕືອນວ່າ: “ເຄາະກຳເປັນຂອງພວກເຈົ້າສາແລ້ວ! ພວກເຈົ້າເອີ້ນສິ່ງດີວ່າເປັນສິ່ງທີ່ຊົ່ວ ແລະ ເອີ້ນສິ່ງທີ່ຊົ່ວວ່າເປັນສິ່ງທີ່ດີ; ພວກເຈົ້າປ່ຽນມືດເປັນແຈ້ງ ແລະ ແຈ້ງເປັນມືດ.”10
ຫລັງຈາກສົງຄາມໂລກຄັ້ງທີໜຶ່ງ, ເພງທີ່ລາມົກບົດໜຶ່ງກໍເປັນທີ່ນິຍົມດີ. ໃນການສະໜັບສະໜູນຄວາມອະທຳ, ມັນໄດ້ສັນຍາວ່າຄົນຈຳນວນ 50 ລ້ານຄົນຈະຜິດບໍ່ໄດ້. ແຕ່ຕາມຄວາມຈິງແລ້ວ, ຄົນຈຳນວນ 50 ລ້ານ ສາມາດ ຜິດໄດ້—ຜິດແທ້ໆ. ຄວາມອະທຳກໍຍັງເປັນຄວາມອະທຳຢູ່ໃນສາຍພຣະເນດຂອງພຣະເຈົ້າ, ອົງທີ່ຈະຕັດສິນການກະທຳ ແລະ ຄວາມປາດຖະໜາຂອງເຮົາທັງໝົດ.11
ໃຫ້ເຮົາປຽບທຽບຄວາມຢ້ານກົວ ແລະ ການຂາດສັດທາທີ່ມີຫລາຍຢູ່ໃນໂລກໃນວັນເວລານີ້ ກັບສັດທາ ແລະ ຄວາມກ້າຫານຂອງນາງແອັມມະລີ ລູກສາວທີ່ຮັກຂອງຂ້າພະເຈົ້າ, ທີ່ຢູ່ໃນໂລກວິນຍານໃນເວລານີ້. ເມື່ອຊີວິດມະຕະໄດ້ອອກໄປຈາກຮ່າງກາຍທີ່ເປັນໂຣກມະເລັງຂອງນາງ, ນາງເວົ້າເກືອບບໍ່ໄດ້. ແຕ່ດ້ວຍຮອຍຍິ້ມຢູ່ໃນໃບໜ້າຂອງນາງ, ນາງໄດ້ເວົ້າກັບຂ້າພະເຈົ້າວ່າ, “ພໍ່ເອີຍ, ພໍ່ບໍ່ຕ້ອງເປັນຫ່ວງລູກເດີ້. ລູກບໍ່ເປັນຫຍັງດອກ!” ສັດທາຂອງນາງແອັມມະລີ ຖືກສະແດງອອກໃຫ້ເຫັນ—ສະແດງອອກຢ່າງແຈ່ມແຈ້ງແທ້ໆ—ໃນວິນາທີທີ່ລະອຽດອ່ອນນັ້ນ, ຕອນທີ່ພວກເຮົາຕ້ອງການມັນຫລາຍທີ່ສຸດ.
ແມ່ສາວຜູ້ສວຍງາມຂອງລູກຫ້າຄົນຄົນນີ້ ໄດ້ມີສັດທາອັນສົມບູນໃນພຣະບິດາເທິງສະຫວັນຂອງນາງ, ໃນແຜນຂອງພຣະອົງ, ແລະ ໃນຄວາມຜາສຸກນິລັນດອນຂອງຄອບຄົວຂອງນາງ. ນາງໄດ້ຜູກມັດກັບພຣະເຈົ້າ. ນາງໄດ້ຊື່ສັດແທ້ໆຕໍ່ພັນທະສັນຍາທີ່ໄດ້ເຮັດໄວ້ກັບພຣະຜູ້ເປັນເຈົ້າ ແລະ ກັບສາມີຂອງນາງ. ນາງໄດ້ຮັກລູກໆຂອງນາງ, ແຕ່ຍັງມີຄວາມສະຫງົບ, ເຖິງແມ່ນວ່ານາງຈະຕາຍຈາກພວກເຂົາໄປໃນບໍ່ຊ້າກໍຕາມ. ນາງໄດ້ມີສັດທາໃນອະນາຄົດຂອງນາງ, ແລະ ຂອງພວກເຂົາດ້ວຍ, ເພາະນາງໄດ້ມີສັດທາໃນພຣະບິດາເທິງສະຫວັນຂອງເຮົາ ແລະ ໃນພຣະບຸດຂອງພຣະອົງ.
ໃນປີ 1986, ປະທານທອມມັສ ແອັສ ມອນສັນ ໄດ້ກ່າວວ່າ: “ແນ່ນອນວ່າພວກເຮົາຈະປະເຊີນກັບຄວາມຢ້ານກົວ, ຖືກເຍາະເຍີ້ຍ, ແລະ ປະສົບການຕໍ່ຕ້ານ. ຂໍໃຫ້ເຮົາມີຄວາມກ້າຫານພໍທີ່ຈະຕໍ່ຕ້ານສິ່ງທີ່ຄົນສ່ວນໃຫຍ່ເຊື່ອຖື, ມີຄວາມກ້າຫານທີ່ຈະປົກປ້ອງຫລັກທຳຂອງເຮົາ. ການມີຄວາມກ້າຫານໂດຍບໍ່ຜ່ອນຜັນ, ຈະນຳຮອຍຍິ້ມຂອງການເຫັນດີຂອງພຣະເຈົ້າມາໃຫ້. … ຂໍໃຫ້ຈຳໄວ້ວ່າ ມະນຸດທຸກຄົນມີຄວາມຢ້ານກົວ, ແຕ່ຄົນທີ່ປະເຊີນໜ້າກັບຄວາມຢ້ານກົວຂອງເຂົາດ້ວຍ [ສັດທາ] ກໍມີຄວາມກ້າຫານນຳດ້ວຍ.”12
ຄຳແນະນຳຂອງປະທານມອນສັນນັ້ນເປັນຄວາມຈິງສະເໝີ! ສະນັ້ນຂ້າພະເຈົ້າຂໍອ້ອນວອນກັບພວກທ່ານ, ອ້າຍເອື້ອຍນ້ອງທີ່ຮັກແພງທັງຫລາຍ: ຈົ່ງຢູ່ໃນເສັ້ນທາງທີ່ນຳໄປສູ່ຈຸດໝາຍປາຍທາງນິລັນດອນຂອງທ່ານທຸກວັນ, ຂໍໃຫ້ເພີ່ມສັດທາຂອງທ່ານ. ປະກາດຄວາມເຊື່ອຖືຂອງທ່ານ! ສະແດງໃຫ້ຄວາມເຊື່ອຖືຂອງທ່ານເປັນທີ່ຮູ້ຈັກເຖີດ!13
ຂ້າພະເຈົ້າອະທິຖານວ່າທ່ານຈະຜູກມັດກັບພຣະເຈົ້າໃຫ້ແໜ້ນ, ເພື່ອວ່າຄວາມຈິງນິລັນດອນຂອງພຣະອົງຈະຖືກສະຫລັກໄວ້ຢູ່ໃນຫົວໃຈຂອງທ່ານຕະຫລອດໄປ. ແລະ ຂ້າພະເຈົ້າອະທິຖານວ່າ, ຕະຫລອດຊີວິດຂອງທ່ານ, ທ່ານຈະສະແດງໃຫ້ຄວາມເຊື່ອຖືຂອງທ່ານເປັນທີ່ຮູ້ຈັກ! ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.