ຮາກ ແລະ ກິ່ງງ່າ
ການເລັ່ງວຽກງານສືບປະຫວັດຄອບຄົວ ແລະ ວຽກງານພຣະວິຫານໃນວັນເວລາຂອງເຮົາ ເປັນສິ່ງສຳຄັນສຳລັບຄວາມລອດ ແລະ ຄວາມສູງສົ່ງຂອງຄອບຄົວ.
ກ່ອນການຕາຍຂອງເພິ່ນດ້ວຍໂຣກມະເລັງໃນປີ 1981, ນັກຂຽນຊື່ ວິວລຽມ ຊາໂຣແຢນ ໄດ້ບອກນັກສື່ຂ່າວວ່າ, “ທຸກຄົນຕ້ອງຕາຍ, ແຕ່ຂ້າພະເຈົ້າເຄີຍເຊື່ອວ່າ ຄົງບໍ່ເປັນເຊັ່ນນັ້ນໃນກໍລະນີຂອງຂ້າພະເຈົ້າ. ແລ້ວຈະເຮັດແນວໃດຕໍ່ໄປ?”1
“ແລ້ວຈະເຮັດແນວໃດຕໍ່ໄປ” ໃນຕອນປະເຊີນກັບຄວາມຕາຍໃນຊີວິດນີ້ ແລະ “ຈະເຮັດແນວໃດຕໍ່ໄປ” ໃນຕອນຄິດເຖິງຊີວິດຫລັງຈາກຄວາມຕາຍ ເປັນຄຳຖາມທີ່ສຳຄັນຂອງຈິດວິນຍານ ຊຶ່ງພຣະກິດຕິຄຸນທີ່ຖືກຟື້ນຟູຄືນມາໃໝ່ຂອງພຣະເຢຊູຄຣິດໄດ້ຕອບຢ່າງສວຍງາມໃນແຜນແຫ່ງຄວາມສຸກຂອງພຣະບິດາ.
ໃນຊີວິດນີ້ເຮົາຫົວ, ເຮົາຮ້ອງໄຫ້, ເຮົາທຳງານ, ເຮົາຫລິ້ນ, ເຮົາໃຊ້ຊີວິດ, ແລ້ວເຮົາຈະຕາຍ. ໂຢບໄດ້ຖາມຄຳຖາມສັ້ນໆ ແລະ ແຈ່ມແຈ້ງວ່າ, “ຖ້າຄົນຕາຍແລ້ວ, ເຂົາຈະຄືນມີຊີວິດອີກບໍ?”2 ຄຳຕອບແມ່ນແນ່ນອນ “ແມ່ນແລ້ວ,” ເພາະການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ. ສ່ວນໜຶ່ງໃນຄຳຕອບຂອງໂຢບຕໍ່ຄຳຖາມ ແມ່ນເປັນທີ່ໜ້າສົນໃຈທີ່ວ່າ: “ໝູ່ເຮົາໃຫຍ່. … ແລະ ຫ່ຽວແຫ້ງໄປດັ່ງດອກໄມ້ປ່າ. … ສຳລັບຕົ້ນໄມ້ເມື່ອຖືກປ້ຳແລ້ວ ກໍຍັງມີຄວາມຫວັງ; ມັນຄືນມີຊີວິດ ແລະ ງອກງາມຂຶ້ນໃໝ່ໄດ້ … ເມື່ອໄດ້ຮັບນ້ຳໜ້ອຍໜຶ່ງ ກໍມີຊີວິດເປັນຄືນມາ.”3
ແຜນຂອງພຣະບິດາຂອງເຮົາແມ່ນກ່ຽວກັບຄອບຄົວ. ພຣະຄຳພີຫລາຍຂໍ້ທີ່ສະເທືອນໃຈ ໄດ້ໃຊ້ຕົ້ນໄມ້ກັບຮາກຂອງມັນ ແລະ ກິ່ງງ່າໃນການປຽບທຽບ.
ໃນທ້າຍບົດຂອງພຣະສັນຍາເດີມ, ມາລາກີ ເມື່ອບັນຍາຍກ່ຽວກັບການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ອຍໃຫ້ລອດ ໄດ້ໃຊ້ຄຳປຽບທຽບນີ້ຢ່າງແຈ່ມແຈ້ງ. ເມື່ອກ່າວເຖິງຄົນທີ່ທະນົງຕົວ ແລະ ຄົນຊົ່ວຮ້າຍ, ເພິ່ນໄດ້ສັງເກດເຫັນວ່າ ເຂົາເຈົ້າຈະຖືກເຜົາໄໝ້ດັ່ງຕໍເຟືອງ ແລະວ່າ “ມັນຈະບໍ່ເຫລືອທັງຮາກ ຫລື ກິ່ງໃຫ້ເຂົາເລີຍ.”4 ມາລາກີໄດ້ປິດບົດນີ້ດ້ວຍຄຳສັນຍາທີ່ເປັນຕາອຸ່ນໃຈຂອງພຣະຜູ້ເປັນເຈົ້າວ່າ:
“ແຕ່ກ່ອນມື້ຍິ່ງໃຫຍ່ ແລະ ມື້ອັນໜ້າຢ້ານຂອງພຣະຜູ້ເປັນເຈົ້າຈະມາເຖິງ, ເຮົາຈະໃຊ້ເອລີຢາຜູ້ປະກາດພຣະຄຳຂອງເຮົາມາ:
“ລາວຈະນຳພໍ່ກັບລູກມາພົບກັນອີກ; ບໍ່ດັ່ງນັ້ນເຮົາຈະມາ ແລະ ທຳລາຍປະເທດຂອງໝູ່ເຈົ້າ.”5
ໃນຕອນຕົ້ນຂອງການຟື້ນຟູ, ໂມໂຣໄນໄດ້ເນັ້ນໜັກຂ່າວສານນີ້ຕື່ມ ໃນຕອນທີ່ເພິ່ນໃຫ້ຄຳແນະນຳເທື່ອທຳອິດແກ່ຊາຍໜຸ່ມ ໂຈເຊັບ ສະມິດ ໃນປີ 1823.6
ຊາວຄຣິດ ແລະ ຊາວຢິວ ຕະຫລອດທົ່ວໂລກ ໄດ້ຮັບຮູ້ເລື່ອງລາວຂອງເອລີຢາໃນພຣະສັນຍາເດີມ.7 ເພິ່ນເປັນສາດສະດາຄົນສຸດທ້າຍທີ່ຜະນຶກອຳນາດຂອງຖານະປະໂລຫິດແຫ່ງເມັນຄີເສເດັກ ກ່ອນວັນເວລາຂອງພຣະເຢຊູຄຣິດ.8
ເອລີຢາໄດ້ຟື້ນຟູຂໍກະແຈ
ການກັບມາຂອງເອລີຢາໄດ້ເກີດຂຶ້ນໃນພຣະວິຫານເຄີດແລນ ໃນວັນທີ 3 ເດືອນເມສາ , 1836. ເພິ່ນໄດ້ປະກາດວ່າ ເພິ່ນໄດ້ບັນລຸຄຳສັນຍາຂອງມາລາກີ. ເພິ່ນໄດ້ນຳຂໍກະແຈຖານະປະໂລຫິດສຳລັບການຜະນຶກຄອບຄົວເຂົ້າກັນໃນຍຸກນີ້ຄືນມາໃຫ້.9 ພາລະກິດຂອງເອລີຢາໄດ້ຮັບການຊ່ອຍເຫລືອ ທີ່ບາງເທື່ອເອີ້ນວ່າ ໂດຍວິນຍານຂອງເອລີຢາ ດັ່ງທີ່ ແອວເດີ ຣະໂຊ ເອັມ ແນວສັນ ໄດ້ສອນ, ເປັນ “ການສະແດງໃຫ້ປະຈັກຂອງພຣະວິນຍານບໍລິສຸດທີ່ເປັນພະຍານເຖິງທຳມະຊາດແຫ່ງສະຫວັນຂອງຄອບຄົວ.”10
ພຣະຜູ້ຊ່ອຍໃຫ້ລອດໄດ້ເນັ້ນໜັກກ່ຽວກັບຄວາມຈຳເປັນເລື່ອງການບັບຕິສະມາ. ພຣະອົງໄດ້ສອນວ່າ, “ຖ້າຜູ້ໃດບໍ່ບັງເກີດຈາກນ້ຳ ແລະ ຈາກພຣະວິນຍານ ຜູ້ນັ້ນຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍ່ໄດ້.”11 ພຣະຜູ້ຊ່ອຍໃຫ້ລອດໄດ້ຮັບບັບຕິສະມາເອງເພື່ອເປັນແບບຢ່າງ. ສ່ວນຄົນທີ່ຕາຍແລ້ວ ແຕ່ຍັງບໍ່ໄດ້ຮັບບັບຕິສະມາ ຈະເປັນແນວໃດ?
ຄຳສອນຂອງພຣະວິຫານ ແລະ ວຽກງານປະຫວັດຄອບຄົວ
ໃນວັນທີ 11 ເດືອນຕຸລາ , 1840, ໃນເມືອງນາວູ, ນາງວິເລດ ຄິມໂບ ໄດ້ຂຽນຈົດໝາຍເຖິງສາມີຂອງນາງ, ແອວດີ ຮີເບີ ຊີ ຄິມໂບ, ຜູ້ໄດ້ຮັບໃຊ້ເຜີຍແຜ່ຢູ່ປະເທດອັງກິດນຳສະມາຊິກຄົນອື່ນໆຂອງສະພາອັກຄະສາວົກ. ກອງປະຊຸມໃຫຍ່ສາມັນເດືອນຕຸລາ ໄດ້ຖືກຈັດຂຶ້ນສອງສາມມື້ກ່ອນໜ້ານັ້ນ.
ຂ້າພະເຈົ້າຂໍອ້າງເຖິງບາງສ່ວນໃນຈົດໝາຍສ່ວນຕົວຂອງນາງວິເລດ ວ່າ: “ພວກເຮົາມີກອງປະຊຸມໃຫຍ່ທີ່ໜ້າຕື່ນເຕັ້ນທີ່ສຸດຫລາຍກວ່າທີ່ຜ່ານມາ ນັບແຕ່ສາດສະໜາຈັກໄດ້ຖືກຈັດຕັ້ງຂຶ້ນ. … ປະທານ [ໂຈເຊັບ] ສະມິດ ໄດ້ກ່າວສິ່ງໜຶ່ງທີ່ໃໝ່ ແລະ ດີເລີດ. … ນັ້ນຄື ການຮັບບັບຕິສະມາແທນຄົນຕາຍ. ໂປໂລໄດ້ກ່າວກ່ຽວກັບເລື່ອງນີ້ຢູ່ໃນ 1 ໂກຣິນໂທ ບົດທີ 15 ຂໍ້ທີ 29. ໂຈເຊັບໄດ້ຮັບຄຳອະທິບາຍທີ່ສົມບູນກວ່າ ກ່ຽວກັບເລື່ອງນີ້ໂດຍການເປີດເຜີຍ. ເພິ່ນເວົ້າວ່າ ມັນເປັນສິດທິພິເສດຂອງ [ສະມາຊິກຂອງ] ສາດສະໜາຈັກນີ້ ທີ່ຈະຮັບບັບຕິສະມາແທນຍາດພີ່ນ້ອງຂອງຕົນຜູ້ທີ່ໄດ້ເສຍຊີວິດໄປກ່ອນພຣະກິດຕິຄຸນມາເຖິງ. … ເມື່ອເຮັດເຊັ່ນນັ້ນ ເຮົາໄດ້ເປັນຕົວແທນໃຫ້ເຂົາເຈົ້າ, ແລະ ໃຫ້ສິດທິພິເສດແກ່ເຂົາເຈົ້າ ເພື່ອຈະໄດ້ອອກໃນການຟື້ນຄືນຊີວິດເທື່ອທຳອິດ. ເພິ່ນເວົ້າວ່າພຣະກິດຕິຄຸນຈະຖືກສັ່ງສອນໃຫ້ແກ່ເຂົາເຈົ້າຢູ່ໃນຄຸກ.”
ນາງວິເລດໄດ້ກ່າວຕື່ມວ່າ: “ນ້ອງຢາກຮັບບັບຕິສະມາແທນແມ່ຂອງນ້ອງ. … ນີ້ບໍ່ໄດ້ເປັນພຣະກິດຕິຄຸນທີ່ດີເລີດບໍ?”12
ຄຳສອນທີ່ສຳຄັນເລື່ອງການຮ່ວມຄອບຄົວເຂົ້າກັນໄດ້ມາເຖິງເທື່ອລະເລັກເທື່ອລະໜ້ອຍ. ພິທີການເຮັດເພື່ອຄົນອື່ນ ເປັນຈຸດສຳຄັນຂອງການຜູກມັດຄອບຄົວນິລັນດອນເຂົ້າກັນ, ເປັນການຕໍ່ຮາກໃສ່ກັບກິ່ງງ່າ.
ຄຳສອນເລື່ອງຄອບຄົວໃນຄວາມສຳພັນຕໍ່ປະຫວັດຄອບຄົວ ແລະ ວຽກງານຂອງພຣະວິຫານແມ່ນແຈ່ມແຈ້ງ. ໃນຄຳແນະນຳຂອງການເປີດເຜີຍຕົ້ນເດີມຂອງພຣະຜູ້ເປັນເຈົ້າອ້າງເຖິງ “ການບັບຕິສະມາແທນຄົນຕາຍ ຂອງທ່ານ.”13 ພັນທະເລື່ອງຄຳສອນຂອງເຮົາແມ່ນກ່ຽວພັນກັບບັນພະບຸລຸດຂອງເຮົາ. ນີ້ເພາະເປັນວ່າການຈັດຕັ້ງຊັ້ນສູງແຫ່ງສະຫວັນແມ່ນຂຶ້ນຢູ່ກັບຄອບຄົວ.14 ຝ່າຍປະທານສູງສຸດໄດ້ຊຸກຍູ້ສະມາຊິກ, ໂດຍສະເພາະຊາວໜຸ່ມ ແລະ ຜູ້ໃຫຍ່ໂສດ, ໃຫ້ເນັ້ນໜັກວຽກງານສືບປະຫວັດຄອບຄົວ ແລະ ພິທີການ ເພື່ອຄອບຄົວຂອງຕົນເອງ ຫລື ຊື່ຂອງບັນພະບຸລຸດຂອງຄົນໃນຫວອດ ຫລື ສະເຕກຂອງເຂົາເຈົ້າ.15 ເຮົາຕ້ອງຕິດຕໍ່ກັບທັງຮາກ ແລະ ກິ່ງງ່າຂອງເຮົາ. ຄວາມຄິດທີ່ວ່າເຮົາມີສ່ວນກ່ຽວພັນໃນວົງລ້ອມນິລັນດອນແມ່ນປະເສີດແທ້ໆ.
ພຣະວິຫານ
ວິວເຝີດ ວູດຣັບ ໄດ້ກ່າວວ່າ ສາດສະດາໂຈເຊັບ ສະມິດ ໄດ້ມີຊີວິດຢູ່ດົນນານພໍທີ່ຈະວາງຮາກຖານຂອງວຽກງານຂອງພຣະວິຫານ. “ເທື່ອສຸດທ້າຍທີ່ໂຈເຊັບ ສະມິດ ໄດ້ພົບກັບສະພາອັກຄະສາວົກສິບສອງ ແມ່ນຕອນທີ່ເພິ່ນໄດ້ມອບຂອງປະທານສັກສິດໃຫ້ແກ່ເຂົາເຈົ້າ.”16
ຫລັງຈາກສາດສະດາຖືກຂ້າ, ໄພ່ພົນຍຸກສຸດທ້າຍໄດ້ສຳເລັດການສ້າງພຣະວິຫານນາວູ, ແລະ ອຳນາດແຫ່ງການຜະນຶກໄດ້ຖືກໃຊ້ເພື່ອເປັນພອນໃຫ້ແກ່ສະມາຊິກທີ່ຊື່ສັດຫລາຍພັນຄົນ ກ່ອນການອົບພະຍົບໄປຫາພູເຂົາທາງທິດຕາເວັນຕົກ. ສາມສິບປີຈາກນັ້ນ, ຕອນພຣະວິຫານເຊັ້ນຈອດ ສ້າງສຳເລັດ, ປະທານບຣິກຳ ຢັງ ໄດ້ອະທິບາຍເຖິງຄວາມສຳຄັນຂອງພິທີການຊ່ອຍໃຫ້ລອດທີ່ໃນທີ່ສຸດກໍມີໃຫ້ສຳລັບທັງຄົນເປັນ ແລະ ຄົນຕາຍ.17
ປະທານວິວເຝີດ ວູດຣັບ ໄດ້ກ່າວກ່ຽວກັບສິ່ງນີ້ວ່າ “ບໍ່ມີຫລັກທຳອື່ນໃດຊຶ່ງພຣະຜູ້ເປັນເຈົ້າເຄີຍເປີດເຜີຍມາ ທີ່ຂ້າພະເຈົ້າຊື່ນຊົມຫລາຍໄປກວ່າການໄຖ່ຄົນຕາຍ; ທີ່ເຮົາຈະໄດ້ມີພໍ່, ແມ່, ເມຍ ແລະ ລູກຂອງເຮົາຢູ່ນຳເຮົາໃນໜ່ວຍຄອບຄົວ, ໃນຕອນເຊົ້າແຫ່ງການຟື້ນຄືນຊີວິດ ແລະ ໃນອານາຈັກຊັ້ນສູງ. ນີ້ຄືຫລັກທຳທີ່ໃຫຍ່ໂຕ. ມັນກຸ້ມຄ່າການເສຍສະລະໃດໆ.”18
ນີ້ເປັນຊ່ວງເວລາທີ່ດີທີ່ມີຊີວິດຢູ່. ນີ້ຄືຍຸກສຸດທ້າຍ, ແລະ ເຮົາສາມາດຮູ້ສຶກເຖິງການເລັ່ງວຽກງານແຫ່ງຄວາມລອດໃນທຸກເລື່ອງ ຊຶ່ງພິທີການຊ່ອຍໃຫ້ລອດມີສ່ວນກ່ຽວຂ້ອງ.19 ຕອນນີ້ເຮົາມີພຣະວິຫານຢູ່ທົ່ວໂລກ ເພື່ອກະທຳພິທີການຊ່ອຍໃຫ້ລອດ. ການໄປພຣະວິຫານເສີມສ້າງຝ່າຍວິນຍານ, ເພື່ອຄວາມສະຫງົບ, ເພື່ອຄວາມປອດໄພ, ແລະ ເພື່ອການຊີ້ນຳໃນຊີວິດຂອງເຮົາ ກໍເປັນພອນທີ່ຍິ່ງໃຫຍ່ຄືກັນ.20
ບໍ່ເຖິງປີ ຫລັງຈາກປະທານ ທອມມັສ ແອັສ ມອນສັນ ໄດ້ຖືກເອີ້ນໃຫ້ເປັນອັກຄະສາວົກ, ເພິ່ນໄດ້ອຸທິດຫໍສະໝຸດສືບລຳດັບເຊື້ອສາຍຂອງພຣະວິຫານ ລອສ ແອງໂຈລິສ. ເພິ່ນໄດ້ກ່າວເຖິງບັນພະບຸລຸດທີ່ໄດ້ລ່ວງລັບໄປແລ້ວ “ທີ່ລໍຖ້າສຳລັບມື້ທີ່ທ່ານ ແລະ ຂ້າພະເຈົ້າຈະຄົ້ນຄວ້າ ຊຶ່ງຈຳເປັນຕໍ່ການແປງທາງ, … [ແລະ] ເຊັ່ນດຽວກັບການໄປບ້ານຂອງພຣະເຈົ້າ ແລະ ກະທຳວຽກງານນັ້ນ … [ທີ່ເຂົາເຈົ້າ] … ບໍ່ສາມາດກະທຳ.”21
ເມື່ອທ່ານມອນສັນໄດ້ກ່າວຄຳອຸທິດໃນວັນທີ 20 ເດືອນມິຖຸນາ , 1964, ມີພຣະວິຫານພຽງແຕ່ 12 ແຫ່ງທີ່ເປີດບໍລິການ. ໃນໄລຍະທີ່ປະທານມອນສັນໄດ້ຮັບໃຊ້ເປັນຜູ້ອາວຸໂສໃນສະພາອັກຄະສາວົກສິບສອງຂອງສາດສະໜາຈັກ, ມີພຣະວິຫານ 130 ແຫ່ງ ໃນຈຳນວນພຣະວິຫານ 142 ແຫ່ງທີ່ໄດ້ຮັບການອຸທິດເປັນເທື່ອທຳອິດ. ມັນເປັນສິ່ງມະຫັດສະຈັນເຖິງການເລັ່ງວຽກງານແຫ່ງຄວາມລອດໃນວັນເວລາຂອງເຮົາ. ພຣະວິຫານອີກຊາວແປດແຫ່ງກໍໄດ້ຖືກປະກາດໃຫ້ຮູ້ກ່ຽວກັບຄວາມກ້າວໜ້າໃນການສ້າງ. ແປດສິບຫ້າເປີເຊັນຂອງສະມາຊິກຂອງສາດສະໜາຈັກ ອາໄສຢູ່ໃນຂອບເຂດຂອງພຣະວິຫານ ປະມານ 200 ໄມ (320 ກິໂລແມັດ).
ເທັກໂນໂລຈີເລື່ອງປະຫວັດຄອບຄົວ
ເທັກໂນໂລຈີເລື່ອງປະຫວັດຄອບຄົວກໍກ້າວໜ້າຂຶ້ນເລື້ອຍໆ. ປະທານຮາວເວີດ ດັບເບິນຢູ ຮັນເທີ ໄດ້ປະກາດໃນເດືອນພະຈິກ ປີ 1994 ວ່າ: “ເຮົາໄດ້ເລີ່ມຕົ້ນໃຊ້ ເທັກໂນໂລຈີ ຊອກຫາຂໍ້ມູນ ເພື່ອເລັ່ງວຽກງານທີ່ສັກສິດ ເພື່ອກະທຳພິທີການແທນຄົນຕາຍ. ບົດບາດຂອງເທັກໂນໂລຈີ … ນັບມື້ນັບເລັ່ງໃຫ້ໄວຂຶ້ນໂດຍພຣະເຈົ້າພຣະອົງເອງ. … ເຖິງຢ່າງໃດກໍຕາມ, ເຮົາຍັງຢູ່ໃນຈຸດເລີ່ມຕົ້ນໃນສິ່ງທີ່ເຮົາສາມາດໃຊ້ເຄື່ອງມືເຫລົ່ານີ້.”22
ພາຍໃນ 19 ປີ ນັບແຕ່ການທຳນາຍນັ້ນ, ການເລັ່ງເທັກໂນໂລຈີໃຫ້ໄວຂຶ້ນ ເກືອບບໍ່ເປັນໜ້າເຊື່ອ. ບໍ່ດົນມານີ້ ແມ່ຄົນໜຶ່ງອາຍຸ 36 ປີ ທີ່ລູກໆຍັງນ້ອຍໄດ້ເວົ້າກັບຂ້າພະເຈົ້າວ່າ, “ໃຫ້ຄິດເບິ່ງ—ແຕ່ກ່ອນເຮົາເຄີຍໄປສູນກາງສືບປະຫວັດຄອບຄົວ ນັ່ງເບິ່ງຟິມລາຍຊື່ ແລະ ບັດນີ້ເຮົານັ່ງຢູ່ເຮືອນຄົວ ໃຊ້ຄອມພິວເຕີ ເຮັດວຽກງານສືບປະຫວັດຄອບຄົວ ຫລັງຈາກລູກໆເຂົ້ານອນ.” ອ້າຍເອື້ອຍນ້ອງທັງຫລາຍ, ສູນກາງສືບປະຫວັດຄອບຄົວຂອງເຮົາ ຕອນນີ້ແມ່ນຢູ່ໃນເຮືອນຂອງເຮົາເອງ.
ວຽກງານພຣະວິຫານ ແລະ ການສືບປະຫວັດຄອບຄົວ ບໍ່ແມ່ນກ່ຽວກັບເຮົາເທົ່ານັ້ນ. ໃຫ້ຄິດກ່ຽວກັບຄົນອື່ນທີ່ໄດ້ເສຍຊີວິດໄປແລ້ວ ຜູ້ກຳລັງລໍຖ້າພິທີການຊ່ອຍໃຫ້ລອດ ເພື່ອປົດປ່ອຍເຂົາເຈົ້າຈາກການເປັນຂ້າທາດໃນຄຸກວິນຍານ. ຄຸກ ມີຄວາມໝາຍວ່າ “ສະພາບທີ່ຖືກກັກຂັງ ຫລື ຖືກຈັບໄປເປັນຊະເລີຍ.”23 ຜູ້ທີ່ຖືກຈັບໄປເປັນຊະເລີຍອາດຖາມຄຳຖາມທີ່ ວິວລຽມ ຊາໂຣແຢນ ໄດ້ຖາມ ທີ່ວ່າ: “ແລ້ວຈະເຮັດແນວໃດຕໍ່ໄປ?”
ເອື້ອຍນ້ອງທີ່ຊື່ສັດຄົນໜຶ່ງໄດ້ບອກເຖິງປະສົບການທາງວິນຍານຢູ່ໃນພຣະວິຫານເຊົາເລັກ. ໃນຂະນະທີ່ຢູ່ໃນຫ້ອງຢືນຢັນ, ຫລັງຈາກການຢືນຢັນແທນຄົນອື່ນຖືກປະກາດ, ນາງໄດ້ຍິນວ່າ, “ແລະ ຜູ້ນັກໂທດຈະອອກໄປເປັນອິດສະລະ!” ນາງຮູ້ສຶກເຖິງຄວາມຮີບຮ້ອນຂອງຜູ້ທີ່ກຳລັງລໍຖ້າພິທີບັບຕິສະມາ ແລະ ການຢືນຢັນ. ເມື່ອກັບໄປບ້ານ, ນາງໄດ້ຄົ້ນຄວ້າພຣະຄຳພີຊອກຫາສຳນວນທີ່ນາງໄດ້ຍິນ. ນາງໄດ້ເຫັນຄຳປະກາດຂອງໂຈເຊັບ ສະມິດ ໃນ ພາກທີ 128 ຂອງ Doctrine and Covenants: ໃຫ້ໃຈຂອງພວກທ່ານຊື່ນຊົມເຖີດ, ແລະ ດີໃຈຢ່າງຍິ່ງ. ໃຫ້ແຜ່ນດິນໂລກເປັ່ງສຽງຮ້ອງເພງເຖີດ. ໃຫ້ຄົນຕາຍເປັ່ງສຽງຮ້ອງສັນລະເສີນນິລັນດອນຖະຫວາຍກະສັດເອມານູເອນ, ຜູ້ໄດ້ແຕ່ງຕັ້ງ, ກ່ອນໂລກມີມາ, ຊຶ່ງຈະເຮັດໃຫ້ພວກເຮົາສາມາດໄຖ່ພວກເຂົາອອກຈາກທີ່ຄຸມຂັງຂອງພວກເຂົາ; ເພາະນັກໂທດຈະອອກໄປເປັນອິດສະລະ.24
ຄຳຖາມມີຢູ່ວ່າ ເຮົາຕ້ອງເຮັດສິ່ງໃດ? ຄຳແນະນຳຂອງສາດສະດາໂຈເຊັບ ແມ່ນຕ້ອງເອົາ “ບັນທຶກຂອງຄົນຕາຍຂອງເຮົາ, ຊຶ່ງມີຄ່າຄວນຕໍ່ການຮັບຮູ້ທຸກຢ່າງ”25 ໄປພຣະວິຫານ.
ຜູ້ນຳຂອງສາດສະໜາຈັກໄດ້ລະບຸການເອີ້ນທີ່ແຈ່ມແຈ້ງຕໍ່ຄົນລຸ້ນໃໝ່ ເພື່ອນຳພາໃນການໃຊ້ເທັກໂນໂລຈີເພື່ອປະສົບກັບວິນຍານຂອງເອລີຢາ, ເພື່ອຄົ້ນຫາບັນພະບຸລຸດຂອງພວກເຂົາ, ແລະ ເພື່ອກະທຳພິທີການໃນພຣະວິຫານແທນເຂົາເຈົ້າ.26 ວຽກງານທີ່ຫຍຸ້ງຍາກໃນການເລັ່ງວຽກງານແຫ່ງຄວາມລອດສຳລັບຄົນເປັນ ແລະ ຄົນຕາຍ ຈະສຳເລັດໄດ້ໂດຍພວກເຈົ້າຄົນໜຸ່ມ.27
ຖ້າຫາກຊາວໜຸ່ມໃນແຕ່ລະຫວອດບໍ່ພຽງແຕ່ໄປພຣະວິຫານ ແລະ ຮັບບັບຕິສະມາແທນຄົນຕາຍເທົ່ານັ້ນ ແຕ່ກະທຳວຽກງານເພື່ອຄອບຄົວຂອງເຂົາເຈົ້າ ແລະ ສະມາຊິກຄົນອື່ນໆໃນຫວອດນຳອີກ ເພື່ອຊອກຫາລາຍຊື່ຂອງຄົນໃນຄອບຄົວສຳລັບພິທີການທີ່ເຂົາເຈົ້າປະຕິບັດ, ທັງຊາວໜຸ່ມ ແລະ ສາດສະໜາຈັກຈະໄດ້ຮັບພອນຢ່າງຫລວງຫລາຍ. ຢ່າປະໝາດອິດທິພົນຂອງຄົນທີ່ລ່ວງລັບໄປແລ້ວ ໃນການຊ່ອຍເຫລືອທ່ານ ແລະ ຄວາມສຸກທີ່ທ່ານຈະໄດ້ຮັບຕອນທີ່ທ່ານພົບກັບຄົນທີ່ທ່ານຮັບໃຊ້. ພອນນິລັນດອນທີ່ສຳຄັນຂອງການຮ່ວມຄອບຄົວຂອງເຮົາເຂົ້າກັນ ແມ່ນເກີນກວ່າທີ່ຈະເຂົ້າໃຈໄດ້.28
ໃນການເປັນສະມາຊິກທົ່ວໂລກຂອງສາດສະໜາຈັກ, ປະຈຸບັນນີ້ ຜູ້ໃຫຍ່ປະມານຫ້າສິບເອັດເປີເຊັນບໍ່ມີພໍ່ແມ່ຢູ່ໃນພາກ Family Tree ຂອງ FamilySearch Internet site ຂອງສາດສະໜາຈັກ. ຜູ້ໃຫຍ່ປະມານຫົກສິບຫ້າເປີເຊັນບໍ່ມີລາຍຊື່ຂອງປູ່ຍ່າຕາຍາຍທັງສີ່ບັນທຶກໄວ້ໃນເອກະສານ.29 ຈົ່ງຈື່ຈຳໄວ້ວ່າ, ຖ້າເຮົາບໍ່ມີຮາກ ແລະ ບໍ່ມີກິ່ງງ່າ ແລ້ວຈະຖືກຊ່ອຍໃຫ້ລອດບໍ່ໄດ້. ສະມາຊິກຂອງສາດສະໜາຈັກຕ້ອງຊອກຫາ ແລະ ບັນທຶກຂໍ້ມູນທີ່ສຳຄັນນີ້ໄວ້.
ໃນທີ່ສຸດເຮົາມີຄຳສອນ, ພຣະວິຫານ, ແລະ ເທັກໂນໂລຈີ ສຳລັບຄອບຄົວ ເພື່ອບັນລຸວຽກງານທີ່ດີເລີດແຫ່ງຄວາມລອດນີ້. ຂ້າພະເຈົ້າຂໍແນະນຳວິທີໜຶ່ງ ທີ່ສາມາດເປັນໄປໄດ້. ຄອບຄົວສາມາດຈັດການຊຸມນຸມ “Family Tree.” ສິ່ງນີ້ຄວນເປັນກິດຈະກຳທີ່ຈະເກີດຂຶ້ນອີກ. ທຸກຄົນຄວນນຳປະຫວັດຄອບຄົວທີ່ມີຢູ່, ເລື່ອງລາວ, ແລະ ຮູບພາບ, ຮ່ວມທັງສິ່ງຂອງສຳຄັນຂອງປູ່ຍ່າຕາຍາຍ ແລະ ພໍ່ແມ່ ມາລວມກັນ. ຄົນໜຸ່ມຂອງເຮົາມີຄວາມຕື່ນເຕັ້ນຫລາຍທີ່ຈະຮຽນຮູ້ກ່ຽວກັບຊີວິດຂອງຄົນໃນຄອບຄົວ—ວ່າເຂົາເຈົ້າມາຈາກໃສ ແລະ ມີຊີວິດຢູ່ຢ່າງໃດ. ຫລາຍຄົນໄດ້ຫັນໃຈຂອງຕົນໄປຫາບັນພະບຸລຸດ. ເຂົາເຈົ້າມັກເລື່ອງເລົ່າ ແລະ ຮູບພາບ, ແລະ ເຂົາເຈົ້າເກັ່ງເລື່ອງເທັກໂນໂລຈີ ເພື່ອ scan ແລະ upload ເລື່ອງລາວເຫລົ່ານີ້ ແລະ ຮູບພາບໃສ່ໄວ້ໃນ Family Tree ແລະ ຕິດຕໍ່ຂໍ້ມູນເຫລົ່ານັ້ນໃສ່ກັບບັນພະບຸລຸດ ເພື່ອຮັກສາມັນໄວ້ຕະຫລອດເວລາ. ແນ່ນອນ, ເປົ້າໝາຍສຳຄັນແມ່ນຕັດສິນໃຈວ່າ ພິທີການໃດແດ່ທີ່ຕ້ອງເຮັດ ແລະ ທຳການມອບໝາຍສຳລັບວຽກງານທີ່ຈຳເປັນໃນພຣະວິຫານ. ປຶ້ມນ້ອຍຊື່ My Family ສາມາດໃຊ້ເພື່ອຊ່ອຍບັນທຶກຂໍ້ມູນກ່ຽວກັບຄອບຄົວ, ເລື່ອງລາວ, ແລະ ຮູບພາບ ແລ້ວ upload ໃສ່ໃນ Family Tree.
ຂໍ້ຜູກມັດ ແລະ ການຄາດຫວັງຂອງຄອບຄົວ ຄວນເປັນສິ່ງສຳຄັນອັນດັບສູງ ເພື່ອປົກປ້ອງໂຊກຊາຕາແຫ່ງສະຫວັນຂອງເຮົາ. ສຳລັບຜູ້ທີ່ຊອກຫາການໃຊ້ວັນຊະບາໂຕໃນທາງທີ່ມີປະໂຫຍດນຳກັນເປັນຄອບຄົວ, ແຕ່ການເລັ່ງວຽກງານນີ້ ຈະເປັນພື້ນຖານທີ່ອຸດົມສົມບູນໄດ້. ແມ່ຄົນໜຶ່ງບອກເລົ່າດ້ວຍຄວາມພູມໃຈ ກ່ຽວກັບວ່າລູກຊາຍຂອງນາງອາຍຸ 17 ໄດ້ໃຊ້ຄອມພິວເຕີສືບປະຫວັດຄອບຄົວ ຫລັງຈາກກັບມາບ້ານຈາກໂບດໃນວັນອາທິດ ແລະ ລູກຊາຍຂອງນາງອາຍຸ 10 ປີ ມັກຟັງການເລົ່າເລື່ອງລາວ ແລະ ເບິ່ງຮູບພາບຂອງບັນພະບຸລຸດຂອງລາວ. ສິ່ງນີ້ໄດ້ເປັນພອນໃຫ້ແກ່ທຸກຄົນໃນຄອບຄົວ ເພື່ອຈະໄດ້ຮູ້ສຶກເຖິງວິນຍານຂອງເອລີຢາ. ຮາກ ແລະ ກິ່ງງ່າທີ່ມີຄ່າຂອງເຮົາຈະຕ້ອງຖືກບຳລຸງລ້ຽງ.
ພຣະເຢຊູໄດ້ປະທານພຣະຊົນຂອງພຣະອົງເປັນການຊົດໃຊ້ແທນຄົນອື່ນ. ພຣະອົງໄດ້ຕອບຄຳຖາມທີ່ສຳຄັນທີ່ໂຢບໄດ້ຖາມ. ພຣະອົງໄດ້ເອົາຊະນະຄວາມຕາຍສຳລັບມະນຸດທັງປວງ, ຊຶ່ງເຮົາບໍ່ສາມາດເຮັດໄດ້ດ້ວຍຕົນເອງ. ເຖິງຢ່າງໃດກໍຕາມ, ເຮົາສາມາດປະຕິບັດພິທີການແທນຄົນອື່ນ ແລະ ສາມາດກາຍເປັນຜູ້ຊ່ອຍໃຫ້ລອດຢູ່ເທິງພູສີໂອນໄດ້30 ສຳລັບຄອບຄົວເຮົາເອງ ເພື່ອວ່າເຮົາຈະໄດ້ຮັບຄວາມສູງສົ່ງຮ່ວມກັບເຂົາເຈົ້າ ແລະ ໄດ້ຮັບຄວາມລອດດ້ວຍ.
ຂ້າພະເຈົ້າຂໍເປັນພະຍານເຖິງການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ເຖິງຄວາມແນ່ນອນຂອງແຜນຂອງພຣະບິດາສຳລັບເຮົາ ແລະ ຄອບຄົວຂອງເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.