ເຈົ້າຄວນເປັນຄົນແນວໃດ?
ມີການປ່ຽນແປງໃດແດ່ທີ່ຖືກຮຽກຮ້ອງຈາກເຮົາ ເພື່ອຈະກາຍເປັນຄົນທີ່ເຮົາຄວນເປັນ?
ເມື່ອເຮົາຄິດກ່ຽວກັບກອງປະຊຸມນີ້ທີ່ກຳລັງເກີດຂຶ້ນຢູ່ຕະຫລອດທົ່ວໂລກ, ເຮົາກໍຖືກເຕືອນໃຈວ່າບໍ່ມີຫຍັງຈະມາທຽບເທົ່າກັບການເຕົ້າໂຮມນີ້—ຢູ່ໃນບ່ອນໃດໆເລີຍ. ຈຸດປະສົງຂອງພາກຖານະປະໂລຫິດຂອງກອງປະຊຸມແມ່ນເພື່ອສອນຜູ້ດຳລົງຖານະປະໂລຫິດວ່າເຂົາເຈົ້າຄວນເປັນຄົນແນວໃດ (ເບິ່ງ 3 ນີໄຟ 27:27) ແລະ ເພື່ອດົນໃຈເຮົາໃຫ້ບັນລຸຄວາມສາມາດນັ້ນ.
ຕອນຂ້າພະເຈົ້າເປັນຜູ້ດຳລົງຖານະປະໂລຫິດ ຢູ່ລັດຮາວາຍເມື່ອຫ້າສິບປີກ່ອນ ແລະ ແລ້ວເມື່ອໄດ້ເປັນຜູ້ສອນສາດສະໜາໃນປະເທດອັງກິດ, ພວກເຮົາໄດ້ເຕົ້າໂຮມກັນໃນຕຶກໂບດ ແລະ (ດ້ວຍຄວາມພະຍາຍາມຢ່າງເຕັມທີ່) ຮັບຟັງພາກປະຊຸມຖານະປະໂລຫິດຜ່ານການຕິດຕໍ່ທາງໂທລະສັບ. ໃນປີຕໍ່ມາ, ດ້ວຍຈານຂະໜາດໃຫຍ່ ພວກເຮົາກໍໄດ້ຮັບຊົມການຖ່າຍທອດຜ່ານທາງດາວທຽມຢູ່ຕຶກໂບດບາງແຫ່ງ ເພື່ອພວກເຮົາທັງຈະໄດ້ຍິນ ແລະ ໄດ້ເຫັນການປະຊຸມນັ້ນ. ພວກເຮົາກໍປະຫລາດໃຈຫລາຍກັບເທັກໂນໂລຈີນັ້ນ! ໜ້ອຍຄົນຈະຄິດໄດ້ວ່າໃນໂລກໃນວັນເວລານີ້, ບ່ອນທີ່ຄົນໃດມີອິນເຕີແນັດຜ່ານໂທລະສັບມືຖື, ເຄື່ອງມືຖື, ຫລື ຄອມພິວເຕີຈະສາມາດຮັບຊົມກອງປະຊຸມນີ້ໄດ້.
ເຖິງຢ່າງໃດກໍຕາມ, ການທີ່ຈະໄດ້ເຂົ້າເຖິງຂ່າວສານຂອງຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້ານີ້ໄດ້ເພີ່ມຂຶ້ນ, ຊຶ່ງເປັນເໝືອນດັ່ງສຸລະສຽງຂອງພຣະຜູ້ເປັນເຈົ້ານັ້ນເອງ (ເບິ່ງ D&C 1:38), ກໍມີຄຸນຄ່າໜ້ອຍຖ້າຫາກເຮົາບໍ່ເຕັມໃຈຮັບເອົາພຣະຄຳນັ້ນ (ເບິ່ງ D&C 11:21) ແລະ ແລ້ວເຮັດຕາມນັ້ນ. ແທ້ຈິງແລ້ວ, ຈຸດປະສົງຂອງການປະຊຸມໃຫຍ່ສາມັນ ແລະ ພາກຖານະປະໂລຫິດແມ່ນຈະໄດ້ບັນລຸຜົນສຳເລັດ ຖ້າຫາກເຮົາເຕັມໃຈທີ່ຈະລົງມືກະທຳຕາມ—ຖ້າຫາກເຮົາເຕັມໃຈທີ່ຈະປ່ຽນແປງເທົ່ານັ້ນ.
ເມື່ອຫລາຍສິບປີກ່ອນ ຂ້າພະເຈົ້າໄດ້ຮັບໃຊ້ເປັນອະທິການ. ເປັນເວລາດົນນານ ຂ້າພະເຈົ້າໄດ້ພົບປະກັບຜູ້ຊາຍຄົນໜຶ່ງທີ່ມີອາຍຸສູງກວ່າຂ້າພະເຈົ້າຕັ້ງຫລາຍປີ. ອ້າຍຄົນນີ້ມີບັນຫາໃນຄວາມສຳພັນກັບພັນລະຍາຂອງລາວ ແລະ ໄດ້ຫ່າງເຫີນໄປຈາກລູກໆຂອງລາວ. ລາວໄດ້ມີບັນຫາໃນການມີວຽກເຮັດງານທຳ, ບໍ່ມີໝູ່ເພື່ອນສະນິດ, ແລະ ມີຄວາມຫຍຸ້ງຍາກໃນການພົບປະສັງສັນກັບສະມາຊິກໃນຫວອດ ຈົນໃນທີ່ສຸດລາວບໍ່ຢາກຮັບໃຊ້ໃນສາດສະໜາຈັກເລີຍ. ໃນລະຫວ່າງການສົນທະນາທີ່ຮຸນແຮງເທື່ອໜຶ່ງກ່ຽວກັບຄວາມຍາກລຳບາກໃນຊີວິດຂອງລາວ, ລາວໄດ້ເອ່ນຕົວມາຫາຂ້າພະເຈົ້າ—ໃນຕອນທ້າຍການສົນທະນາຂອງເຮົາ—ແລະ ໄດ້ກ່າວວ່າ, “ອະທິການເອີຍ, ຂ້ອຍມັກມີອາລົມຮ້າຍ, ແລະ ນັ້ນຄືນິໄສຂອງຂ້ອຍ!”
ຄຳຂອງລາວໄດ້ເຮັດໃຫ້ຂ້າພະເຈົ້າຕົກໃຈໃນຄ່ຳຄືນນັ້ນ ແລະ ໄດ້ລົບກວນຂ້າພະເຈົ້າຕັ້ງແຕ່ນັ້ນມາ. ໃນເມື່ອຜູ້ຊາຍຄົນນັ້ນໄດ້ຕັດສິນໃຈວ່າ—ເມື່ອເຮົາແຕ່ລະຄົນຕັດສິນໃຈວ່າ—“ນັ້ນຄືນິໄສຂອງຂ້ອຍ,” ເຮົາກໍຍອມແພ້ທີ່ຈະປ່ຽນແປງ. ເຮົາອາດພ້ອມຈະຍົກທຸງຂາວ, ວາງອາວຸດຂອງເຮົາລົງ, ຍອມຕໍ່ການຕໍ່ສູ້, ແລະ ມອບຕົວເສຍ—ບໍ່ມີຄວາມຫວັງຈະຊະນະໄດ້ເລີຍ. ເຖິງແມ່ນວ່າເຮົາບາງຄົນອາດບໍ່ຄິດວ່າສິ່ງທີ່ຂ້າພະເຈົ້າກ່າວມາບັນຍາຍເຖິງຕົວເຮົາ, ແຕ່ບາງເທື່ອເຮົາທຸກຄົນກໍສະແດງໃຫ້ເຫັນນິໄສແບບນີ້ຢ່າງໜຶ່ງ ຫລື ສອງຢ່າງວ່າ, “ນັ້ນຄືນິໄສຂອງຂ້ອຍ.”
ສະນັ້ນ, ພວກເຮົາມາພົບກັນໃນກອງປະຊຸມຖານະປະໂລຫິດນີ້ ເພາະວ່າຄົນທີ່ເຮົາເປັນຢູ່ໃນເວລານີ້ ບໍ່ແມ່ນຄົນທີ່ເຮົາສາມາດກາຍເປັນໃນອະນາຄົດ. ເຮົາມາເຕົ້າໂຮມກັນຄ່ຳຄືນນີ້ໃນພຣະນາມຂອງພຣະເຢຊູ ຄຣິດ. ເຮົາເຕົ້າໂຮມກັນດ້ວຍຄວາມໝັ້ນໃຈວ່າການຊົດໃຊ້ຂອງພຣະອົງ ປະທານໃຫ້ເຮົາທຸກຄົນມີຄວາມສາມາດທີ່ຈະປ່ຽນແປງ—ບໍ່ວ່າຄວາມອ່ອນແອຂອງເຮົາ, ຫລື ຄວາມຕິດແສດຂອງເຮົາຈະເປັນອັນໃດກໍຕາມ. ເຮົາເຕົ້າໂຮມກັນດ້ວຍຄວາມຫວັງວ່າອະນາຄົດຂອງເຮົາຈະດີຂຶ້ນໄດ້, ບໍ່ວ່າອາດີດຂອງເຮົາຈະເປັນແນວໃດກໍຕາມ.
ເມື່ອເຮົາມີສ່ວນຮ່ວມໃນການປະຊຸມນີ້ດ້ວຍ “ເຈດຕະນາອັນແທ້ຈິງ” ທີ່ຈະປ່ຽນແປງ (ໂມໂຣໄນ 10:4), ພຣະວິນຍານຈະເຂົ້າເຖິງຄວາມຄິດ ແລະ ຈິດໃຈຂອງເຮົາໄດ້ເຕັມທີ່. ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ເປີດເຜີຍໃຫ້ແກ່ສາດສະດາໂຈເຊັບ ສະມິດ ວ່າ ຖ້າເຮົາມີສັດທາໃນພຣະອົງ—ຂໍໃຫ້ຈຳໄວ້ວ່າສັດທາເປັນຫລັກທຳແຫ່ງອຳນາດ ແລະ ການກະທຳ—ພຣະອົງຈະປະທານພຣະວິນຍານຂອງພຣະອົງໃຫ້ເຮົາຢ່າງລົ້ນເຫລືອ ເມື່ອເຮົາມາເຕົ້າໂຮມກັນ (ເບິ່ງ D&C 44:2). ນັ້ນກໍແມ່ນຄ່ຳຄືນນີ້ແຫລະ!
ຖ້າທ່ານຄິດວ່າການທ້າທາຍຂອງທ່ານນັ້ນເອົາຊະນະບໍ່ໄດ້, ຂ້າພະເຈົ້າຂໍບອກທ່ານກ່ຽວກັບຜູ້ຊາຍຄົນໜຶ່ງທີ່ຂ້າພະເຈົ້າໄດ້ພົບໃນຊົນນະບົດນ້ອຍແຫ່ງໜຶ່ງໃກ້ເມືອງໄຮດີຣາບາດ ປະເທດອິນເດຍ, ໃນປີ 2006. ຊາຍຄົນນີ້ເປັນຕົວຢ່າງທີ່ດີເລີດຂອງຄົນທີ່ເຕັມໃຈຈະປ່ຽນແປງ. ນາຍ ອາປາ ຣາວ ນູລູ ໄດ້ເກີດທີ່ບ້ານນອກຂອງປະເທດອິນເດຍ. ຕອນລາວມີອາຍຸສາມປີ, ລາວໄດ້ເປັນໂລກເປ້ຍ (ໂປລີໂອ) ແລະ ໄດ້ກາຍເປັນຄົນພິການ. ສັງຄົມຂອງລາວໄດ້ສອນລາວວ່າຄວາມສາມາດຂອງລາວນັ້ນຈຳກັດຫລາຍ. ແຕ່ເຖິງຢ່າງໃດກໍຕາມ, ຕອນລາວເປັນຊາຍໜຸ່ມ, ລາວໄດ້ພົບຜູ້ສອນສາດສະໜາ. ເຂົາເຈົ້າໄດ້ສອນລາວເຖິງຄວາມສາມາດທີ່ຍິ່ງໃຫຍ່ກວ່າ, ທັງໃນຊີວິດນີ້ ແລະ ໃນຊີວິດນິລັນດອນທີ່ຈະມາເຖິງ. ລາວໄດ້ຮັບບັບຕິສະມາ ແລະ ຖືກຢືນຢັນເປັນສະມາຊິກຂອງສາດສະໜາຈັກ. ໂດຍທີ່ມີຄວາມຫວັງໃນຄວາມສາມາດຂອງຕົນ, ລາວໄດ້ຕັ້ງເປົ້າໝາຍທີ່ຈະໄດ້ຮັບຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ໄປຮັບໃຊ້ໃນການເຜີຍແຜ່ເຕັມເວລາ. ໃນປີ 1986 ລາວໄດ້ຖືກແຕ່ງຕັ້ງເປັນແອວເດີ ແລະ ໄດ້ຖືກເອີ້ນໄປຮັບໃຊ້ຢູ່ໃນປະເທດອິນເດຍ. ການຍ່າງນັ້ນບໍ່ໄດ້ເປັນເລື່ອງງ່າຍ; ລາວໄດ້ໃຊ້ໄມ້ຄ້ອນເທົ້າທັງສອງເບື້ອງ ແລະ ລາວໄດ້ລົ້ມເລື້ອຍໆ; ແຕ່ການຍອມແພ້ບໍ່ໄດ້ເປັນທາງເລືອກເລີຍ. ລາວໄດ້ໃຫ້ຄຳໝັ້ນສັນຍາວ່າຈະຮັບໃຊ້ເຜີຍແຜ່ດ້ວຍກຽດຕິຍົດ ແລະ ອຸທິດຕົນ ແລະ ລາວກໍໄດ້ເຮັດດັ່ງນັ້ນ.
ເມື່ອພວກເຮົາໄດ້ພົບ ບະລາເດີ ນູລູ, ເກືອບ 20 ປີຫລັງຈາກການເຜີຍແຜ່ຂອງລາວ, ລາວໄດ້ຕ້ອນຮັບພວກເຮົາໃນບ່ອນທີ່ເສັ້ນທາງສຸດລົງ ແລະ ໄດ້ນຳພວກເຮົາໄປໃນເສັ້ນທາງທີ່ນຳໄປຫາບ້ານທີ່ມີສອງຫ້ອງນອນ ທີ່ລາວອາໄສຢູ່ກັບພັນລະຍາ ແລະ ລູກສາມຄົນຂອງລາວ. ມັນເປັນມື້ທີ່ຮ້ອນເອົ້າຫລາຍທີ່ສຸດ. ລາວຍັງຍ່າງດ້ວຍຄວາມລຳບາກຫລາຍ, ແຕ່ບໍ່ມີຄວາມເວດທະນາຕົນເອງເລີຍ. ຜ່ານຄວາມພາກພຽນສ່ວນຕົວ, ລາວໄດ້ກາຍເປັນຄູສອນ, ໄດ້ໃຫ້ການສຶກສາໃຫ້ແກ່ເດັກນ້ອຍຢູ່ໃນໝູ່ບ້ານ. ເມື່ອພວກເຮົາໄດ້ເຂົ້າໄປໃນບ້ານຫລັງນ້ອຍໆຂອງລາວ, ລາວກໍໄດ້ພາຂ້າພະເຈົ້າໄປຫາແຈເຮືອນໃນທັນທີ ແລະ ໄດ້ດຶງເອົາກ່ອງໜຶ່ງອອກມາທີ່ມີຊັບສົມບັດທີ່ສຳຄັນທີ່ສຸດຂອງລາວ. ລາວຢາກໃຫ້ຂ້າພະເຈົ້າເຫັນເຈ້ຍໃບໜຶ່ງ. ເຈ້ຍນັ້ນມີຄຳວ່າ, “ດ້ວຍຄວາມຫວັງດີ ແລະ ຄວາມອວຍພອນເຖິງ ແອວເດີ ນູລູ, ຜູ້ສອນສາດສະໜາທີ່ກ້າຫານ ແລະ ເບີກບານ; [ລົງວັນທີ] 25 ເດືອນມິຖຸນາ ປີ 1987; [ເຊັນໂດຍ] ບອຍ ເຄ ແພ໊ກເກີ.” ໃນເວລານັ້ນ, ຕອນ ແອວເດີ ແພ໊ກເກີ ໄດ້ໄປຢາມປະເທດອິນເດຍ ແລະ ໄດ້ກ່າວກັບກຸ່ມຜູ້ສອນສາດສະໜາ, ເພິ່ນໄດ້ຢືນຢັນຕໍ່ແອວເດີ ນູລູ ເຖິງຄວາມສາມາດຂອງລາວ. ໂດຍສະຫລຸບແລ້ວ, ສິ່ງທີ່ ບະລາເດີ ນູລູ ໄດ້ບອກຂ້າພະເຈົ້າໃນມື້ນັ້ນ ໃນປີ 2006 ແມ່ນວ່າ ພຣະກິດຕິຄຸນໄດ້ປ່ຽນແປງລາວ—ຢ່າງຖາວອນເລີຍ!
ໃນການຢ້ຽມຢາມບ້ານຂອງຄອບຄົວນູລູເທື່ອນີ້, ປະທານເຜີຍແຜ່ໄດ້ໄປກັບພວກເຮົາ. ເພິ່ນໄດ້ໄປທີ່ນັ້ນເພື່ອສຳພາດ ບະລາເດີ ນູລູ, ພັນລະຍາຂອງລາວ, ແລະ ລູກໆຂອງລາວ—ເພື່ອພໍ່ແມ່ຈະໄດ້ຮັບເອັນດາວແມັ້ນ (ຂອງປະທານສັກສິດ) ແລະ ຜະນຶກເຂົ້າກັນ ແລະ ເພື່ອຜະນຶກລູກໆເຂົ້າກັນກັບພໍ່ແມ່. ພວກເຮົາຍັງໄດ້ສະເໜີໃຫ້ຄອບຄົວຮູ້ເຖິງການຈັດຕຽມສຳລັບເຂົາເຈົ້າທີ່ຈະເດີນທາງໄປພຣະວິຫານທີ່ເກາະຮົງກົງ ເພື່ອຮັບເອົາພິທີການຕ່າງໆ. ເຂົາເຈົ້າໄດ້ຮ້ອງໄຫ້ດ້ວຍຄວາມປິຕິຍິນດີ ເພາະໃນທີ່ສຸດເຂົາເຈົ້າຈະໄດ້ຮັບສິ່ງທີ່ເຂົາເຈົ້າໄດ້ໄຝ່ຝັນຫາເປັນເວລາດົນນານ.
ມີຫຍັງແດ່ທີ່ຖືກຄາດຫວັງຈາກຜູ້ດຳລົງຖານະປະໂລຫິດຂອງພຣະເຈົ້າ? ມີການປ່ຽນແປງໃດແດ່ທີ່ຖືກຮຽກຮ້ອງຈາກເຮົາ ເພື່ອຈະກາຍເປັນຄົນທີ່ເຮົາຄວນເປັນ? ຂ້າພະເຈົ້າຂໍແນະນຳສາມຢ່າງ:
-
ເຮົາຕ້ອງເປັນຜູ້ດຳລົງຖານະປະໂລຫິດທີ່ມີຄຸນຄ່າ! ບໍ່ວ່າເຮົາຈະເປັນຊາຍໜຸ່ມທີ່ດຳລົງຖານະປະໂລຫິດແຫ່ງອາໂຣນ ຫລື ຊາຍແກ່ທີ່ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ, ເຮົາຕ້ອງເປັນຜູ້ດຳລົງທີ່ມີຄຸນຄ່າ, ສະແດງໃຫ້ເຫັນຄວາມເປັນຜູ້ໃຫຍ່ທາງຝ່າຍວິນຍານ ເພາະເຮົາໄດ້ເຮັດພັນທະສັນຍາແລ້ວ. ດັ່ງທີ່ໂປໂລໄດ້ກ່າວວ່າ, “ເມື່ອເຮົາເປັນເດັກນ້ອຍຢູ່ນັ້ນ, ການເວົ້າຈາ, ຄວາມຮູ້ສຶກ, ແລະ ຄວາມນຶກຄິດຂອງເຮົາ ກໍເປັນຢ່າງເດັກນ້ອຍ: ແຕ່ເມື່ອເຮົາກາຍເປັນຜູ້ໃຫຍ່ແລ້ວ, ເຮົາກໍເລີກຄວາມປະພຶດຢ່າງເດັກນ້ອຍ” (1 ໂກຣິນໂທ 13:11). ເຮົາຄວນເປັນຄົນແຕກຕ່າງເພາະວ່າເຮົາດຳລົງຖານະປະໂລຫິດ—ບໍ່ແມ່ນວ່າອວດດີ ຫລື ຈອງຫອງ ຫລື ຢ່າງດູຖູກ—ແຕ່ຖ່ອມຕົນ, ສອນງ່າຍ ແລະ ອ່ອນນ້ອມ. ການໄດ້ຮັບຖານະປະໂລຫິດ ແລະ ໜ້າທີ່ຕ່າງໆຂອງມັນຄວນມີຄວາມໝາຍສຳລັບເຮົາ. ມັນບໍ່ຄວນເປັນພຽງການກະທຳແບບທຳມະດາຊື່ໆ ທີ່ເກີດຂຶ້ນຕາມອັດຕະໂນມັດໃນໄວໃດໄວໜຶ່ງ ແຕ່ແທນທີ່ເປັນການກະທຳແຫ່ງພັນທະສັນຍາອັນສັກສິດທີ່ໄດ້ເຮັດດ້ວຍຄວາມຄິດຢ່າງຮອບຄອບ. ເຮົາຄວນຮູ້ສຶກວ່າໄດ້ຮັບສິດທິພິເສດ ແລະ ມີຄວາມກະຕັນຍູຈົນວ່າທຸກໆການກະທຳຂອງເຮົາສະແດງໃຫ້ເຫັນດັ່ງນັ້ນ. ຖ້າເຮົາບໍ່ມັກຄິດກ່ຽວກັບຖານະປະໂລຫິດ, ເຮົາຈຳເປັນຕ້ອງປ່ຽນແປງ.
-
ເຮົາຕ້ອງຮັບໃຊ້! ຄວາມສຳຄັນຂອງການດຳລົງຖານະປະໂລຫິດແມ່ນ ເພື່ອຂະຫຍາຍການເອີ້ນຂອງເຮົາ” (ເບິ່ງ D&C 84:33) ໂດຍການຮັບໃຊ້ຄົນອື່ນ. ການຫລີກລ້ຽງໜ້າທີ່ອັນສຳຄັນຂອງເຮົາທີ່ຈະຮັບໃຊ້ພັນລະຍາ ແລະ ລູກໆຂອງເຮົາ, ການບໍ່ຍອມຮັບ ຫລື ການບໍ່ບັນລຸການເອີ້ນໃນສາດສະໜາຈັກ, ຫລື ການບໍ່ເປັນຫ່ວງນຳຄົນອື່ນ ຖ້າຫາກມັນບໍ່ສະດວກ ບໍ່ເປັນຄົນທີ່ເຮົາຄວນເປັນ. ພຣະຜູ້ຊ່ອຍໃຫ້ລອດໄດ້ປະກາດວ່າ, ຈົ່ງຮັກພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ ດ້ວຍສຸດຫົວໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດຄວາມຄິດຂອງເຈົ້າ” (ມັດທາຍ 22:37) ແລະ ແລ້ວໄດ້ກ່າວຕື່ມວ່າ, ຖ້າເຮົາຮັກພຣະອົງ ເຮົາຄວນຮັບໃຊ້ພຣະອົງ (ເບິ່ງ D&C 42:29). ຄວາມເຫັນແກ່ຕົວແມ່ນກົງກັນຂ້າມກັບໜ້າທີ່ຮັບຜິດຊອບຂອງຖານະປະໂລຫິດ, ແລະ ຖ້າວ່ານີ້ເປັນຄຸນສົມບັດຂອງບຸກຄະລິກລັກສະນະຂອງເຮົາ, ເຮົາຈຳເປັນຕ້ອງປ່ຽນແປງ.
-
ເຮົາຕ້ອງມີຄຸນຄ່າດີພໍ! ຂ້າພະເຈົ້າອາດບໍ່ມີຄວາມສາມາດດັ່ງແອວເດີ ແຈັບຟະຣີ ອາ ຮໍແລນ, ເມື່ອເພິ່ນກ່າວໃນພາກປະຊຸມຖານະປະໂລຫິດເມື່ອຫລາຍປີກ່ອນທີ່ຈະ “ຢືນໃກ້ໆທ່ານ ໜ້າຕໍ່ໜ້າ … , ຕາຕໍ່ຕາ ເພື່ອຈະກ່າວກັບທ່ານດ້ວຍຄວາມຮຸນແຮງທີ່ຈະເຮັດໃຫ້ທ່ານຕົກໃຈຈັກນ້ອຍໜຶ່ງ” (“We Are All Enlisted,”Ensign orLiahona, Nov. 2011, 45); ແຕ່, ອ້າຍນ້ອງທັງຫລາຍ, ເຮົາຈຳເປັນຕ້ອງຮັບຮູ້ເຖິງກິດຈະກຳບາງຢ່າງທີ່ຖືກຍອມຮັບຢູ່ໃນໂລກທີ່ຈຳກັດອຳນາດຂອງເຮົາໃນຖານະປະໂລຫິດ. ຖ້າຫາກເຮົາຄິດວ່າຈະຍອມຮັບໜັງສືລາມົກແມ່ນແຕ່ເລັກນ້ອຍ ຫລື ການລ່ວງລະເມີດກົດພົມມະຈັນ ຫລື ຄວາມຊື່ສັດໃນຮູບແບບໃດໆ ແລະ ບໍ່ວ່າມັນຈະບໍ່ມີອິດທິພົນທີ່ບໍ່ດີຕໍ່ເຮົາ ແລະ ຄອບຄົວຂອງເຮົາ, ເຮົາກໍຖືກຫລອກລວງໄປແລ້ວ. ໂມໂຣໄນໄດ້ກ່າວວ່າ, “ຈົ່ງເບິ່ງວ່າທ່ານຈະເຮັດທຸກສິ່ງທຸກຢ່າງດ້ວຍຄວາມມີຄ່າຄວນ” (ມໍມອນ 9:29). ພຣະຜູ້ເປັນເຈົ້າໄດ້ບັນຊາຢ່າງມີພະລັງວ່າ, ໃຫ້ເຮົາລະວັງກ່ຽວກັບຕົວເຮົາເອງ, ແລະ ໃຫ້ເອົາໃຈໃສ່ຢ່າງພາກພຽນຕໍ່ພຣະຄຳແຫ່ງຊີວິດນິລັນດອນ (ເບິ່ງD&C 84:43). ຖ້າຫາກວ່າຍັງມີບາບໃດໆທີ່ຍັງບໍ່ໄດ້ແກ້ໄຂ ທີ່ກີດກັນຄວາມມີຄຸນຄ່າຂອງເຮົາ, ເຮົາຈຳເປັນຕ້ອງປ່ຽນແປງ.
ຄຳຕອບທີ່ສົມບູນພຽງຢ່າງດຽວຕໍ່ຄຳຖາມທີ່ພຣະເຢຊູຄຣິດໄດ້ຖາມ ທີ່ວ່າ, “ເຈົ້າຄວນເປັນຄົນແນວໃດ?” ແມ່ນຄຳຕອບທີ່ພຣະອົງໄດ້ຕອບຢ່າງສັ້ນໆ ແລະ ຢ່າງເລິກຊຶ້ງວ່າ: “ເຖິງແມ່ນດັ່ງທີ່ເຮົາເປັນ” (3 ນີໄຟ 27:27). ເຊື້ອເຊີນທີ່ວ່າ “ຈົ່ງມາຫາພຣະຄຣິດ, ແລະ ຖືກເຮັດໃຫ້ເປັນຄົນດີພ້ອມໃນພຣະອົງ” (ໂມໂຣໄນ 10:32) ທັງສອງນັ້ນຮຽກຮ້ອງ ແລະ ຄາດຫວັງການປ່ຽນແປງ. ຕາມຄວາມເມດຕາ, ພຣະອົງບໍ່ໄດ້ປະຖິ້ມໃຫ້ເຮົາຢູ່ຕາມລຳພັງ. “ແລະ ຖ້າຫາກມະນຸດມາຫາເຮົາ, ເຮົາຈະສະແດງໃຫ້ພວກເຂົາເຫັນຄວາມອ່ອນແອຂອງເຂົາ … ເວລານັ້ນເຮົາຈະເຮັດໃຫ້ສິ່ງທີ່ອ່ອນແອນັ້ນກັບມາເຂັ້ມແຂງສຳລັບເຂົາ” (ອີເທີ 12:27). ເມື່ອເຮົາເພິ່ງອາໄສການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ, ເຮົາຈະສາມາດປ່ຽນແປງໄດ້. ຂ້າພະເຈົ້າແນ່ໃຈໃນສິ່ງນີ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.