​2010–2019
ຈົ່ງດຳລົງ​ຊີວິ​ດດ້ວຍ​ຄວາມ​ຈິ​ງ​ໃຈຕໍ່ສັດທາ
ເມສາ 2014


11:6

ຈົ່ງດຳລົງ​ຊີວິ​ດດ້ວຍ​ຄວາມ​ຈິ​ງ​ໃຈຕໍ່ສັດທາ

ເຮົາ​ແຕ່ລະຄົນ​ຈະ​ໄດ້​ຮັບ​ພອນ​ຫລາຍຖ້າ​ຫາກ​ເຮົາ​ຮູ້​ເລື່ອງ​ລາວ​ກ່ຽວ​ກັບ​ສັດທາ ​ແລະ ການ​ເສຍ​ສະລະ​ທີ່ພາບັນ​ພະ​ບຸລຸດ​​ຂອງ​ເຮົາໄປ​ເຂົ້າຮ່ວມ​ສາດສະໜາ​ຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ.

ຂ້າພະ​ເຈົ້າມັກ​ປະຫວັດສາດ​ຂອງ​ສາດສະໜາ​ຈັກ. ບາງ​ເທື່ອ​ເຊັ່ນ​ດຽວ​ກັບ​ຫລາຍ​ຄົນ​ໃນ​ພວກ​ທ່ານ, ສັດທາ​ຂອງ​ຂ້າພະ​ເຈົ້າ​ໄດ້​ຖືກ​ປົກ​ປ້ອງ ​ເມື່ອ​ຂ້າພະ​ເຈົ້າຮຽນ​ຮູ້​ເຖິງ​ຄວາມ​ອຸທິດ​ຕົນ​ທີ່​ໜ້າ​ອັດສະຈັນ​ໃຈ​ຂອງ​ບັນພະບຸລຸດ​ຂອງ​ເຮົາ ຜູ້​ໄດ້​ຮັບ​ເອົາ​ພຣະກິດ​ຕິ​ຄຸນ ​ແລະ​ ​ໄດ້​ດຳລົງ​ຊີວິດ​ດ້ວຍ​ຄວາມ​ຈິງ​ໃຈຕໍ່​ສັດທາ.

​ເມື່ອ​ເດືອນ​ແລ້ວ​ນີ້, ຊາວ​ໜຸ່ມ​ທີ່​ດີ​ເລີດ 12,000 ຄົນ​ຈາກ​​​ເຂດພຣະວິຫານກຽວ​ເບີດ ອາຣິໂຊ​ນາ ​ໄດ້​ສະ​ເຫລີມສະຫລອງ ການ​ສຳ​ເລັດ​ສ້າງ​ພຣະວິຫານ​ ດ້ວຍ​ການສະ​ແດງ​ທີ່​​ດົນ​ໃຈ, ຊຶ່ງ​ສະ​​ແດງ​ອອກ​ເຖິງ​ການ​ດຳ​ລົງ​ຊີວິດ​ຢ່າງ​ຊອບ​ທຳ. ​ເຂົາ​ເຈົ້າ​​ໄດ້​ຕັ້ງຊື່​ໃຫ້ການສະ​ເຫລີ​ມສະຫລອງນັ້ນວ່າ “ການດຳລົງ​ຊີວິດດ້ວຍ​ຄວາມ​ຈິງ​ໃຈ—ຕໍ່​ສັດທາ.”

​ເຊັ່ນ​ດຽວ​ກັບ​ຊາວ​ໜຸ່ມ​ທີ່​ຊື່ສັດ​ໄທອາຣິໂຊ​ນາ​ໄດ້​ເຮັດ, ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ແຕ່ລະຄົນ​ກໍ​ຄວນ​ສັນຍາ​ທີ່​ຈະ “ດຳລົງ​ຊີວິດດ້ວຍ​ຄວາມ​ຈິງ​ໃຈຕໍ່​ສັດທາ.”

ຖ້ອຍ​ຄຳ​ໃນ​ເພງ​ສວດ​ເພງ​ໜຶ່ງ​ບອກ​ວ່າ, “ຈິງ​ຕໍ່​ສັດທາ​ທີ່​ພໍ່​ແມ່​ເຝົ້າຖະໜອມ” (“True to the Faith,” Hymns, no. 254).

​ເຮົາ​ສາມາດ​ຕື່ມ​ໃສ່​ວ່າ, “ຈິງ​ຕໍ່​ສັດທາ​ທີ່​ປູ່ຍ່າ​ຕາ​ຍາຍເຝົ້າຖະໜອມ.”

ຂ້າພະ​ເຈົ້າກໍ​ຢາກ​ຮູ້​ຖ້າ​ຫາກ​ວ່າ​ຊາວ​ໜຸ່ມ​ແຕ່​ລະ​ຄົນ​​ໄທອາຣິໂຊ​ນາ ​ເຫລົ່ານັ້ນຮູ້ຈັກ​ປະຫວັດສາດ​ຂອງ​ສາດສະໜາ​ຈັກ​ຂອງ​ເຂົາ​ເຈົ້າຫລື​ບໍ່—ຖ້າ​ຫາກວ່າ​ເຂົາ​ເຈົ້າຮູ້​ຈັກປະຫວັດ​ຂອງ​ຄອບຄົວ ຂອງ​ເຂົາ​ເຈົ້າ ວ່າ​ຄອບຄົວຂອງ​ເຂົາ​ເຈົ້າ​ໄດ້​ກາຍ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ແນວ​ໃດ. ມັນ​ຄົງ​ເປັນ​ສິ່ງ​ທີ່​ປະ​ເສີດ​ຫລາຍ ຖ້າ​ຫາກ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຮູ້ຈັກ​ກ່ຽວ​ກັບ​ການ​ປ່ຽນ​​ໃຈ​ເຫລື້ອມ​ໃສ​ຂອງ​ບັນພະບຸລຸດ​ຂອງ​ເຂົາ​ເຈົ້າ.

ບໍ່​ວ່າ​ທ່ານ​ໄດ້​ເປັນ​​ເຊື້ອສາຍ​ຂອງ​ຜູ້​ບຸກ​ເບີ​ກ ຫລື ບໍ່​​ໄດ້ເປັນ​ກໍ​ຕາມ, ມໍລະດົກ​ຂອງ​ຜູ້​ບຸກ​ເບີກ​ຊາວ​ມໍ​ມອນ​ເລື່ອງ​ສັດທາ ກໍ​ເປັນ​ມໍລະດົກ​ຂອງ​ທ່ານ​ຄື​ກັນ. ມັນ​ເປັນ​ມໍລະດົກ​ທີ່​ມີ​ກຽດຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ບົດ​ໜຶ່ງ​ທີ່​ປະ​ທັບ​ໃຈ​ຫລາຍ​ໃນ​ປະຫວັດສາດ​ຂອງ​ສາດສະໜາ​ຈັກ ​ໄດ້​ເກີດ​ຂຶ້ນຕອນ ວິວ​ເຝີ​ດ ວູດຣັບ, ອັກຄະ​ສາວົກ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ໄດ້​ສິດສອນ​ເລື່ອງ​ການ​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເ​ຢຊູຄຣິດ ຕະຫລອດ​ທົ່ວ​ປະ​ເທດ​ອັງກິດ ​ໃນ​ປີ 1840—ພຽງ​ແຕ່​ 10 ປີ​ເທົ່າ​ນັ້ນ ຫລັງ​ຈາກ​ສາດສະໜາ​ຈັກ​ໄດ້​ຖືກ​ຈັດຕັ້ງຂຶ້ນ.

ທ່ານວິວ​ເຝີ​ດ ວູດຣັບ ​ແລະ ອັກຄະ​ສາວົກ​ຄົນ​ອື່ນໆ ​ໄດ້​ເອົາ​ໃຈ​ໃສ່​ກັບ​ວຽກ​ງານ​ຂອງ​ພວກ​ເພິ່ນ ຢູ່​ໃນ​ເຂດ ລີ​ເວີພູນ ​ແລະ ​ເພ​ສະ​ຕັນ ​ໃນ​ປະ​ເທດ​ອັງກິດ, ຊຶ່ງ​ໄດ້​ຮັບ​ຜົນສຳ​ເລັດ​ຫລາຍ. ​ແອວ​ເດີ ວູດຣັບ, ຊຶ່ງ​ຕໍ່​ມາ​ໄດ້​ກາຍ​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ, ​ໄດ້​ອະທິຖານຕະຫລອ​ດ​ເວລາ ​ເພື່ອ​ຂໍ​ໃຫ້​ພຣະ​ເຈົ້ານຳພາ​ເພິ່ນ​ໃນ​ວຽກ​ງານ​ທີ່​ສຳຄັນ​ຫລາຍ​ນີ້. ຄຳ​ອະທິຖານ​ຂອງ​ເພິ່ນ​ໄດ້​ພາ​ເພິ່ນ​ໄປ​ຫາ​ສະຖານ​ທີ່​ຕ່າງໆ ​ເພື່ອ​ສິດສອນ​ພຣະກິດ​ຕິ​ຄຸນ.

ປະທານມອນ​ສັນ​ໄດ້​ສອນ​ເຮົາ​ວ່າ ​ເມື່ອ​ເຮົາ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສະຫວັນ​ໃຫ້​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ—​ເຮົາ​ຕ້ອງ​ເຮັດ​ມັນ​​ທັນທີ—​ເຮົາ​ບໍ່​ຄວນ​ລັງ​ເລ​ໃຈ. ນັ້ນຄື​ສິ່ງ​ທີ່ທ່ານວິວ​ເຝີ​ດ ວູດຣັບ ​ໄດ້​ເຮັດ. ​ໂດຍ​ທີ່​ໄດ້​ຮັບ​ການ​ນຳພາ​ຢ່າງ​​ແຈ່ມ​ແຈ້ງ​ຈາກ​ພຣະວິນ​ຍານ “​ໃຫ້​ໄປ​ທາງ​ໃຕ້,” ​ແອວ​ເດີ ວູດຣັບ ຈຶ່ງ​ໄດ້​ອອກ​ເດີນທາງ​ທັນທີ ​ແລະ ​ໄດ້​ໄປ​ຫາ​ສະຖານ​ທີ່​ແຫ່ງ​ໜຶ່ງຢູ່​ໃນ​ປະ​ເທດ​ອັງກິດ​ທີ່​ເອີ້ນ​ວ່າ ​​ເຮ​ຍ​ເຝີ​ດຊາຍ—​ເປັນ​ເຂດຊົນນະບົດ ຢູ່​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ອັງກິດ. ຢູ່​ທີ່​ນັ້ນ ​ເພິ່ນ​ໄດ້​ພົບ​ກັບ​ຊາວ​ໄຮ່​ຊາວນາ​ທີ່​ຮັ່ງມີ​ຄົນ​ໜຶ່ງ​ຊື່ວ່າ ຈອນ ​ເບັນ​ໂບ, ຜູ້​ຊຶ່ງ​ໄດ້​ຕ້ອນຮັບ​ເພິ່ນ​ເປັນ​ຢ່າງ​ດີ “ດ້ວຍ​ຄວາມ​ຊື່ນ​ຊົມ ​ແລະ ຂອບຄຸນ” (Wilford Woodruff, in Matthias F. Cowley, Wilford Woodruff: History of His Life and Labors as Recorded in His Daily Journals [1909], 117).

ຜູ້​ຄົນ​ຈຳນວນ 600 ຄົນ​ໃນ​ກຸ່ມ​ໜຶ່ງ, ຜູ້​ເອີ້ນ​ຕົນ​ເອງ​ວ່າ United Brethren, ​ໄດ້​ພາກັນ​ “ອະທິຖານ​ຂໍ​ຄວາມ​ສະຫວ່າງ ​ແລະ ຄວາມ​ຈິງ” (Wilford Woodruff, in Teachings of Presidents of the Church: Wilford Woodruff [2004], 91). ພຣະຜູ້​ເປັນ​ເຈົ້າຈຶ່ງ​ໄດ້​ສົ່ງ​ທ່ານວິວ​ເຝີ​ດ ວູດຣັບ ໄປ ​ເພື່ອ​ເປັນ​ຄຳ​ຕອບ​ໃຫ້​ແກ່​ຄຳ​ອະທິຖານ​ຂອງ​ເຂົາ​ເຈົ້າ.

ຄຳ​ສອນ​ຂອງ ​ແອວ​ເດີ ວູດຣັບ ​ໄດ້​ຮັບປະສິດທິ​ພາບ​ທັນທີ, ​ແລະ ຫລາຍ​ຄົນ​ໄດ້​ຮັບ​ບັບຕິ​ສະມາ. ທ່ານ ບຣິກຳ ຢັງ ​ແລະ ທ່ານວິວ​ເລີດ ຣິ​ເຈີດ​ສ໌ ​ໄດ້​​ເດີນທາງ​ໄປ​ຫາ​ເພິ່ນ​ຢູ່​ເມືອງ ​ເຮ​ຍ​ເຝີ​ດຊາຍ, ​ແລະ ອັກຄະ​ສາວົກ​ສາມ​ທ່ານ​ໄດ້​ຮັບ​ຄວາມ​ສຳ​ເລັດ​ຜົນ​ຫລາຍ.

ພຽງ​ແຕ່​ສອງ​ສາມ​ເດືອນ​ຫລັງ​ຈາກ​ນັ້ນ, ​ພວກ​ເພິ່ນ​ໄດ້​ຈັດຕັ້ງສາຂາ 33 ​ແຫ່ງ​ຂຶ້ນ ​ສຳລັບ​ສະມາ​ຊິກ 541 ຄົນ ທີ່​ໄດ້​​ເຂົ້າຮ່ວມ​ສາດສະໜາ​ຈັກ. ວຽກ​ງານ​ອັນ​ໜ້າ​ອັດສະຈັນ​ໃຈ​ຂອງ​ພວກ​ເພິ່ນ​ໄດ້​ດຳ​ເນີນຕໍ່​ໄປ, ​ແລະ ​ໃນ​ທີ່​ສຸດ ​ເກືອບ​ທຸກ​ຄົນ​ໃນ​ກຸ່ມ​ຂອງ United Brethren ​ໄດ້​ຮັບ​ບັບຕິ​ສະມາ​ເຂົ້າ​​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

​ແມ່​ຕູ້​ທວດ​ຂອງ​ຂ້າພະ​ເຈົ້າ ຊື່ ​ແຮນ​ນາ ມາ​ເຣຍ ອີ​ໂກ ​ແຮຣິສ ກໍ​ເປັນ​ຄົນ​ໜຶ່ງ​ໃນ​ຈຳນວນ​ຜູ້​ຄົນ​ກຸ່ມນັ້ນທີ່​ໄດ້ຍິນທ່ານວິວ​ເຝີ​ດ ວູດຣັບ. ​​ເພິ່ນໄດ້​ບອກ​ສາມີ​ຂອງ​​ເພິ່ນ, ຣໍ​ເບີດ ​ແຮຣິສ ຜູ້​ລູກ, ວ່າ​ເພິ່ນ​ໄດ້​ຍິນ​ພຣະຄຳ​ຂອງ​ພຣະ​ເຈົ້າ ​ແລະ ວ່າ​​ເພິ່ນ​ຢາກ​ຮັບ​ບັບຕິ​ສະມາ. ຣໍ​ເບີດກໍບໍ່ພໍ​ໃຈ​ກັບ​ສິ່ງ​ທີ່​ພັນ​ລະ​ຍາ​ຂອງ​​ເພິ່ນໄດ້​ມາລາຍງານ. ​ເພິ່ນ​ໄດ້ບອກ​​ເມຍ​ວ່າ ​ເພິ່ນຈະ​ໄປ​ກັບ​​ເພິ່ນ​ເທື່ອ​ຕໍ່​ໄປ ຕອນ​ມີ​ຜູ້​ສອນ​ສາດສະໜາ​ຊາວ​ມໍ​ມອນ​ມາ​ເທດ​ສະໜາ, ​ແລະ ​ເພິ່ນ​ຈະ​ສັ່ງສອນ​ຜູ້​ສອນສາດ​ສະໜາ​ເອງ.

​ໃນ​ຂະນະ​ທີ່​ນັ່ງ​ຢູ່​ຕັ່ງ​ແຖວ​ໜ້າ​ຢູ່​ຫ້ອງ​ປະຊຸມ, ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ບໍ່​​ໂນ່ມອຽງ​ໄປ​ກັບ​ຄຳ​ເທດ​ສະໜາ, ​ແລະ ບາງທີອາດ​ຈະຕໍ່​ປາກ​ຕໍ່​ຄຳ​ກັບ​ຜູ້​​ເທດ​ສະໜາ, ​​ເພິ່ນ​ໄດ້​ຖືກ​ສຳ​ພັດ​ໂດຍ​ພຣະວິນ​ຍານ, ​ເຊັ່ນ​ດຽວ​ກັບ​ພັນ​ລະ​ຍາ​ຂອງ​​ເພິ່ນ. ​ເພິ່ນ​ຮູ້​ວ່າ ຂ່າວສານ​​ເລື່ອງການ​ຟື້ນ​ຟູ​ເປັນຄວາມ​ຈິງ, ​ແລະ ​ເພິ່ນພ້ອມ​ດ້ວຍ​ພັນ​ລະ​ຍາ​ຂອງ​​ເພິ່ນ​ໄດ້​ຮັບ​ບັບຕິ​ສະມາ.

​ເລື່ອງ​ລາວ​ກ່ຽວ​ກັບ​ສັດທາ ​ແລະ ການ​ອຸທິດ​ຕົນ​ຂອງ​ພວກ​ເພິ່ນ ກໍ​ຄ້າຍຄື​ກັນ​ກັບ​ເລື່ອງ​ລາວ​ຂອງ​ຫລາຍ​ພັນ​ຄົນ: ​ເມື່ອ​​ພວກ​ເພິ່ນໄດ້​ຍິນ​ຂ່າວສານ​ເລື່ອງ​ພຣະກິດ​ຕິ​ຄຸນ, ​ພວກ​ເພິ່ນຮູ້​ວ່າ​ມັນ​ເປັນຄວາມ​ຈິງ!

ດັ່ງ​ທີ່ພຣະຜູ້​ເປັນ​ເຈົ້າໄດ້​ບອກວ່າ, “​ແກະ​ຂອງ​ເຮົາ​ກໍ​ຟັງສຽງ​ຂອງ​ເຮົາ, ​​ເຮົາ​ຮູ້ຈັກ​ເຂົາ ​ແລະ ​ເຂົາ​ກໍ​ຕາມ​ເຮົາ​ໄປ” (​ໂຢຮັນ 10:27).

​ເມື່ອ​ໄດ້​ຍິນ​ສຸລະສຽງ​ຂອງ​ພຣະຜູ້​ລ້ຽງ​, ​ພວກ​ເພິ່ນໄດ້​ສັນຍາ​ທີ່​ຈະ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ ​ແລະ ​ເຮັດຕາມ​ການ​ຊີ້​ນຳ​ຂອງ​ສາດສະດາ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ໃນການ​ຕອບ​ຮັບຕໍ່​ການ​ເອີ້ນ​ໃຫ້​ໄປ “​ເຕົ້າ​ໂຮມ​ກັນ​ທີ່​ສີ​ໂອນ,” ​ພວກ​ເພິ່ນຈຶ່ງ​ໄດ້​ໜີ​ຈາກ​ບ້ານ​ເກີດ​ເມືອງ​ນອນ​​ໃນປະ​ເທດ​ອັງກິດ, ​ໄດ້​ຂ້າມມະຫາ​ສະໝຸດ ​ແອດ​ແລນ​ຕິກ, ​​ແລະ ​ໄດ້​​ໄປ​ຫາ​ໄພ່​ພົນ​ຂອງ​ພຣະ​ເຈົ້າຢູ່​ເມືອງນາ​ວູ, ລັດ​ອິລິນ​ອຍ.

​ພວກ​ເພິ່ນໄດ້​ຮັບ​ເອົາ​ພຣະກິດ​ຕິ​ຄຸນ​ດ້ວຍ​ສຸດ​ໃຈ. ​ໃນ​ຂະນະ​ທີ່​ພະຍາຍາມ​ຕັ້ງຖິ່ນ​ຖານ​ຢູ່​ໃນ​ແຜ່ນດິນ​ໃໝ່, ​ພວກ​ເພິ່ນໄດ້​ຊ່ອຍ​ສ້າງ​ພຣະວິຫານນາ​ວູ ​ໂດຍ​ມອບ​ແຮງ​ງານ​ເປັນ​ສ່ວນ​ສິບ—​ໄດ້​ສະລະມື້ໜຶ່ງ​ໃນ 10 ມື້ ເພື່ອ​ສ້າງ​ພຣະວິຫານ.

​ແຕ່​ພວກ​ເພິ່ນ​ໄດ້​ຍຶດໝັ້ນຕໍ່​ໄປ! ​ພວກ​ເພິ່ນ​ໄດ້​ຈິງ​ໃຈ​ຕໍ່​ສັດທາ.

​ເມື່ອ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ຂັບ​ໄລ່​ໃຫ້ໜີ​ຈາກ​ເມືອງນາ​ວູ, ຣໍ​ເບີດ ​ແລະ ມາ​ເຣຍ ຮູ້ສຶກ​ວ່າ​​ພວກ​ເພິ່ນ​ໄດ້​ຮັບ​ພອນ​ຫລາຍ​ທີ່​ໄດ້​ຮັບ​ຂອງ​ປະທານ​ສັກສິດ​ຢູ່​ໃນ​ພຣະວິຫານ, ບໍ່​ດົນ​ກ່ອນ​ພວກ​ເພິ່ນ​ໄດ້​ຂ້າມ​ແມ່ນ້ຳ ມິດ​ຊີ​ຊິ​ບປີ ​ໄປ ​ແລະ ​ເດີນທາງໄປ​ຫາ​ພາກ​ຕາ​ເວັນຕົກ. ​ເຖິງ​ແມ່ນ​ວ່າ ​ພວກ​ເພິ່ນບໍ່​ແນ່​ນອນ​ໃຈ​ກັບອະນາຄົດ, ​ແຕ່​ພວກ​ເພິ່ນ​ໄດ້​ແນ່​ໃຈ​ກັບ​ສັດທາ ​ແລະ ປະຈັກ​ພະຍານ​ຂອງ​ພວກ​​ເພິ່ນ.

ພ້ອມ​ດ້ວຍ​ລູກ​ຫົກ​ຄົນ, ​ພວກ​ເພິ່ນ​ໄດ້​ເດີນທາງ​ຂ້າມ​ບ່ອນ​ເປັນ​ຕົມ​ໄປ​ໃນ​ຂະນະ​ທີ່​ພວກ​ເພິ່ນຂ້າມ​ລັດ​ໄອ​ໂອວາ ມຸ້ງ​ໜ້າ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ. ​ພວກ​ເພິ່ນໄດ້​ປຸກ​ຕູບ​ອາ​ໄສ​ຢູ່​ແຄມ​ແມ່ນ້ຳມີ​ເຊີຣີ ຊຶ່ງ​ເປັນ​ທີ່​ຮູ້​ກັນ​ໃນ​ເວລາ​ນີ້​ວ່າ​ເມືອງວິນ​ເຕີ ຄວດ​ເຕີ.

ຜູ້​ບຸກ​ເບີກ​ທີ່​ກ້າຫານ​​ເຫລົ່າ​ນີ້​ໄດ້​ລໍຖ້າ​ການ​ຊີ້​ນຳ​ຈາກ​ອັກຄະ​ສາວົກ ​ເຖິງ​ວິທີ ​ແລະ ​ເວລາ​ທີ່​ຈະ​ເດີນທາງ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ. ​ແຜນ​ຂອງ​ທຸກ​ຄົນ​ໄດ້​ຖືກ​ປ່ຽນ​ໄປ ​ເມື່ອ​ທ່ານບຣິກຳ ຢັງ ຜູ້​ຊຶ່ງ​ເປັນປະທານ​ຂອງ​ສະພາ​ອັກຄະ​ສາວົກ​ສິບ​ສອງ​ໃນ​ຕອນ​ນັ້ນ ​ໄດ້​ລະບຸການ​ເອີ້ນໃຫ້​ພວກ​ອ້າຍ​ນ້ອງ​ຈຳນວນ​ໜຶ່ງອາສາ​ສະ​ໝັກ​​ເຂົ້າ​ເປັນ​ທະຫານ​ຂອງ​ສະຫະລັດ​ອາ​ເມຣິກາ ຊຶ່ງ​ຮູ້ຈັກ​ກັນ​ວ່າ​ເປັນ ກອງ​ທະຫານ​ຊາວ​ມໍ​ມອນ.

ຣໍ​ເບີດ ​ແຮ​ຣິສ ຜູ້​ລູກ ​ເປັນ​ຜູ້​ໜຶ່ງ​ໃນ​ກຸ່ມ​ຜູ້​ບຸກ​ເບີກ​ຈຳນວນ 500 ຄົນ ທີ່​ໄດ້​ຮັບ​ຕອບ​ການ​ເອີ້ນ​ຈາກ​ທ່ານ ບຣິກຳ ຢັງ. ​ເພິ່ນ​ໄດ້​ເຂົ້າ​ເປັນ​ທະຫານ, ​ເຖິງ​ແມ່ນ​ຈະ​ໝາຍ​ຄວາມ​ວ່າ ​ເພິ່ນ​ຕ້ອງ​ໄດ້​ປະ​ຄອບຄົວ​ຂອງ​ເພິ່ນ​ໄປ ​ໃນ​ຂະນະ​ທີ່​​ເມຍ​ຂອງ​ເພິ່ນ​ຖືພາຢູ່ ​ແລະ ລູກ​ອີກ​ຫົກ​ຄົນ.

ດ້ວຍ​ເຫດ​ໃດ​ເພິ່ນກັບ​ຜູ້​ຊາຍ​ຄົນ​ອື່ນໆ​ຈຶ່ງ​ເຮັດ​ເຊັ່ນ​ນັ້ນ?

ພໍ່​ຕູ້​ທວດ​ຂອງ​ຂ້າພະ​ເຈົ້າ​ໄດ້​​​ຕອບ​ຂໍ້​ນີ້ດ້ວຍ​ຖ້ອຍ​ຄຳ​ຂອງ​ເພິ່ນ​ເອງ. ​ໃນ​ຈົດໝາຍ​ທີ່​ເພິ່ນ​ໄດ້​ຂຽນຫາ​ເມຍ​ຂອງ​ເພິ່ນ​ຕອນ​ກຸ່ມ​ທະຫາ​ນພວມ​ເດີນທາງ​ໄປ​ຫາເມືອງ​ແຊນ​ຕາຟີ, ​ເພິ່ນ​ໄດ້​ຂຽນ​ວ່າ, “ສັດທາ​ຂອງ​ອ້າຍ​ເຂັ້ມ​ແຂງ​ຫລາຍ​ທີ່​ສຸດ​ໃນ​ເວລາ​ນີ້ (​ແລະ ​ເມື່ອ​ອ້າຍ​ຄິດ​ກ່ຽວ​ກັບສິ່ງ​ທີ່​ທ່ານບຣິກຳ ຢັງ ​ໄດ້​ບອກ​ພວກ​ເຮົາ), ອ້າຍ​ເຊື່ອ​ວ່າ ມັນ​ຄື​ກັນ​ກັບ​ພຣະ​ເຈົ້າອົງ​ຍິ່ງ​ໃຫຍ່​ສູງ​ສຸດໄດ້​ບອກ​ເຮົາ.”

ສະຫລຸບ​ແລ້ວ, ​ເພິ່ນ​ຮູ້​ວ່າ ​ເພິ່ນ​​ເຊື່ອ​ຟັງ​ຕໍ່​ສາດສະດາ​ຂອງ​ພຣະ​ເຈົ້າ, ​ເຊັ່ນ​ດຽວ​ກັບ​ຜູ້​ຊາຍ​ຄົນ​ອື່ນໆ. ນັ້ນຄື​ເຫດຜົນ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ! ​ເຂົາ​ເຈົ້າຮູ້​ວ່າ ​ເຂົາ​ເຈົ້າຖືກ​ນຳພາ​ໂດຍ​ສາດສະດາ​ຂອງ​ພຣະ​ເຈົ້າ.

​ຢູ່​ໃນ​ຈົດໝາຍ​ສະບັບ​ດຽວ​ກັນນັ້ນ, ​ເພິ່ນ​ໄດ້​ບອກ​ເຖິງ​ຄວາມ​ຮູ້ສຶກ​ອັນ​ລະອຽດ​ອ່ອນ​ຂອງ​ເພິ່ນ ຕໍ່​ເມຍ ​ແລະ ລູກໆ ​ແລະ ບອກ​ວ່າ​ເພິ່ນ​ໄດ້​ອະທິຖານຕະຫລອດ​ເວລາ​ເພື່ອ​ເມຍ ​ແລະ ລູກໆຂອງ​ເພິ່ນຈະ​ໄດ້​ຮັບ​ພອນ.

ຕໍ່​ມາ​ໃນ​ຈົດໝາຍ ​ເພິ່ນ​ໄດ້​ຂຽນ​ຖ້ອຍ​ຄຳທີ່​ມີ​ພະລັງ​ວ່າ: “ພວກ​ເຮົາ​ບໍ່​ຄວນ​ລືມ​ປະສົບ​ການທີ່​ນ້ອງ ​ແລະ ອ້າຍ​​​ໄດ້​ຍິນ ​ແລະ (ໄດ້​ເຫັນ) ຢູ່​ໃນ​ພຣະວິຫານ​ຂອງ​ພຣະຜູ້​ເປັນ​ເຈົ້າ.”

ພ້ອມ​ທັງ​ປະຈັກ​ພະຍານ​ທີ່​ເພິ່ນ​ໄດ້​ກ່າວຜ່ານ​ມານັ້ນວ່າ “​ເຮົາ​ໄດ້​ຖືກ​ນຳພາ​ໂດຍ​ສາດສະດາ​ຂອງ​ພຣະ​ເຈົ້າ,” ຄຳ​ແນະນຳ​ທີ່​ສັກສິດ​ສອງ​ຄຳ​ນີ້ ​ໄດ້​ກາຍ​ເປັນ​ພຣະຄຳ​ພີ​ສຳລັບ​ຂ້າພະ​ເຈົ້າ.

​ສິບ​ແປດ​ເດືອນ​ຫລັງ​ຈາກ​ທີ່​ໄດ້​ເດີນທາງ​​ໄປ​ກັບ​ກອງທັບ​ທະຫານ​ຊາວ​ມໍ​ມອນ, ຣໍ​ເບີດ ​ແຮຣິສ ​ໄດ້​ກັບ​ຄືນ​ໄປ​ຫາ​ ມາ​ເຣຍ ​ເມຍສຸດ​ທີ່​ຮັກ​ຂອງ​ເພິ່ນ​ດ້ວຍ​ຄວາມ​ປອດ​ໄພ. ພວກ​ເພິ່ນ​ໄດ້​ຍຶດໝັ້ນ​ໃນ​ຄວາມ​ຈິງ​ໃຈ​ຕໍ່​ສັດທາ ຕໍ່​ພຣະກິດ​ຕິ​ຄຸນ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຕະຫລອດ​ຊົ່ວ​ຊີວິດ​ຂອງ​ພວກ​ເພິ່ນ. ພວກ​ເພິ່ນ​ໄດ້​ມີລູກ 15 ຄົນ, 13 ຄົນ​ມີ​ຊີວິດ​ຢູ່​ຈົນ​​ເຖົ້າຈົນ​ແກ່. ​ແມ່ຕູ້ ​ແຟນນີ ວອກ​ເກີ, ທີ່​ອາ​ໄສ​ຢູ່​ເມືອງ​ເຣມອນ, ​ແຂວງອາ​ເບີ​ທາ, ປະ​ເທດກາ​ນາ​ດາ, ກໍ​ເປັນ​ຫລານຄົນ​ໜຶ່ງ​ຂອງ​ພວກ​ເພິ່ນ ​ໃນ​ຈຳນວນ​ຫລານ 136 ຄົນ.

ແມ່ຕູ້ ວອກ​ເກີ ມີ​ຄວາມ​ພູມ​ໃຈ​ຫລາຍ​ກັບ​ຄວາມ​ຈິງ​ທີ່​ວ່າ​ພໍ່ຕູ້​ ຂອງ​ເພິ່ນ ໄດ້​ຮັບ​ໃຊ້​ເປັນ​ທະຫານ​ຢູ່​ໃນ​ກອງທັບ​ທະຫານຊາວ​ມໍ​ມອນ, ​ແລະ ​ເພິ່ນ​ຢາກ​ໃຫ້​ຫລານ​ທຸກ​ຄົນ​ຂອງ​ເພິ່ນ​ຮູ້​ຈັກ. ບັດ​ນີ້ ​ເມື່ອ​ຂ້າພະ​ເຈົ້າ​ເປັນ​ພໍ່​ຕູ້​ຄົນ​ໜຶ່ງ, ຂ້າພະ​ເຈົ້າຈຶ່ງ​ເຂົ້າ​ໃຈ​ວ່າ ​ເປັນ​ຫຍັງ​ມັນ​ຈຶ່ງ​ສຳຄັນ​ຫລາຍ​ຕໍ່​ເພິ່ນ. ​ເພິ່ນ​ຢາກ​ໃຫ້​ຫົວ​ໃຈ​ຂອງ​ລູກ ຫັນ​ໄປ​ຫາ​ບັນພະບຸລຸດ. ​ເພິ່ນ​ຢາກ​ໃຫ້​ຫລານ​ຂອງ​ເພິ່ນ​ຮູ້​ເຖິງ​ມໍລະດົກ​ທີ່​ຊອບ​ທຳ​ຂອງ​​ເຂົາ​ເຈົ້າ—​ເພາະ​ເພິ່ນ​ຮູ້ວ່າ​ມັນ​ຈະ​ເປັນ​ພອນ​ໃຫ້​ແກ່​ຊີວິດ​ຂອງ​ເຂົາ​ເຈົ້າ.

​ເມື່ອ​ເຮົາ​ຕິດ​ຕໍ່​ກັບ​ບັນພະບຸລຸດ​ທີ່​ຊອບ​ທຳ​ຂອງ​ເຮົາ​ຫລາຍ​ຂຶ້ນ​ເທົ່າ​ໃດ, ​ເຮົາ​ຍິ່ງ​ຈະ​ສາມາດ​ຕັດສິນ​ທີ່​ສະຫລາດ ​ແລະ ຊອບ​ທຳ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ.

​ແລະ ກໍ​ເປັນ​ເຊັ່ນນັ້ນ​ແທ້. ​ເຮົາ​ແຕ່ລະຄົນ​ຈະ​ໄດ້​ຮັບ​ພອນ​ຫລາຍຖ້າ​ຫາກ​ເຮົາ​ຮູ້​ເລື່ອງ​ລາວ​ກ່ຽວ​ກັບ​ສັດທາ ​ແລະ ການ​ເສຍ​ສະລະ​ທີ່ພາບັນ​ພະ​ບຸລຸດ​​ຂອງ​ເຮົາໄປ​ເຂົ້າຮ່ວມ​ສາດສະໜາ​ຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ.

ຈາກ​ເທື່ອ​ທຳ​ອິດ​ທີ່ ຣໍ​ເບີດ ​ແລະ ມາ​ເຣຍ ​ໄດ້​ຍິນ​ທ່ານວິວ​ເຝີ​ດ ວູດຣັບ ສອນ ​ແລະ ​ເປັນ​ພະຍານ​ເຖິງ​ການ​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ, ​ເຂົາ​ເຈົ້າກໍ​ຮູ້​ວ່າ​ພຣະກິດ​ຕິ​ຄຸນ​ເປັນຄວາມ​ຈິງ.

ພວກ​ເພິ່ນຍັງ​ຮູ້​ອີກ​ວ່າ ບໍ່​ວ່າ​ການ​ທົດລອງ ຫລື ຄວາມ​ຫຍຸ້ງ​ຍາກ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ​ພວກ​ເພິ່ນຈະ​ໄດ້​ຮັບ​ພອນ​ສຳລັບ​ຄວາມຈິງ​​ໃຈຕໍ່​ສັດທາ. ​ເບິ່ງ​ຄື​ວ່າ​ພວກ​ເພິ່ນ​ໄດ້​ຍິນ​ຖ້ອຍຄຳ​ຂອງ​ສາດສະດາ​ໃນ​ທຸກ​ວັນ​ນີ້, ຜູ້​ໄດ້​ກ່າວ​ວ່າ, “ບໍ່​ມີ​ການ​ເສຍ​ສະລະ​ໃດ​ທີ່​ຍິ່ງ​ໃຫຍ່​​ເກີນ​ໄປ … ​ເພື່ອ​ໃຫ້​ໄດ້​ຮັບ​ພອນ​ຂອງ​ພຣະວິຫານ” (Thomas S. Monson, “The Holy Temple—a Beacon to the World,” Ensign orLiahona, May 2011, 92).

ຫລຽນ​ເງິນ​ລາຄາ ສອງພາວ ຂອງ​ປະ​ເທດ​ອັງກິດ​ໄດ້​ມີ​ຄຳ​ສະຫລັກ​ໄວ້​ຢູ່ຂ້າງ​ໜຶ່ງ​ວ່າ, “​ໃຫ້​ຢືນ​ຢູ່​ເທິງ​ບ່າ​ຂອງ​ຍັກ​ໃຫຍ່.” ​ເມື່ອ​ຂ້າພະ​ເຈົ້າຄິດ​ກ່ຽວ​ກັບ​ບັນພະບຸລຸດຜູ້​ບຸກ​ເບີກ​ທີ່​ດີ​ເລີດ​ຂອງ​ເຮົາ, ຂ້າພະ​ເຈົ້າຮູ້ສຶກ​ວ່າ ທຸກ​ຄົນ ໄດ້​ຢືນຢູ່​ເທິງ​ບ່າ​ຂອງ​ຍັກ​ໃຫຍ່.

​ເຖິງ​ແມ່ນ​ວ່າ​ຄຳ​ແນະນຳ​ໄດ້​ມາ​ຈາກ​ຈົດໝາຍ​ຂອງ ຣໍ​ເບີດ ​ແຮຣິສ, ​ແຕ່​ຂ້າພະ​ເຈົ້າ​ເຊື່ອ​ວ່າ ບັນພະບຸລຸດ​ຫລາຍ​ຄົນ​ຄົງ​ສົ່ງ​ຂ່າວສານ​ອັນ​ດຽວ​ກັນນີ້​ໄປ​ຫາລູກ​ຫລານ​ຂອງ​ເຂົາ​ເຈົ້າຄື​ກັນ: ​ທຳ​ອິດ, ເຮົາ​ບໍ່​ຄວນ​ລືມ​ປະສົບ​ການ​ທີ່​ເຮົາ​ມີ​ຢູ່​ໃນ​ພຣະວິຫານ, ​ແລະ ​ເຮົາ​ບໍ່​ຄວນ​ລືມ​ຄຳ​ສັນຍາ ​ແລະ ພອນ​ທີ່​ມາ​​ເຖິງ​ເຮົາ​ແຕ່ລະຄົນ ​ເພາະ​ພຣະວິຫານ. ທີ​ສອງ, ​ເຮົາ​ຕ້ອງ​ບໍ່​ລືມ​ວ່າ ​ເຮົາ​ຖືກ​ສາ​ດສະ​ດາ​ຂອງ​ພຣະ​ເຈົ້ານຳພາ​ໄປ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເຮົາ ​ໄດ້ ຖືກ​ນຳພາ​ໂດຍ​ສາດສະດາ​ຂອງ​ພຣະ​ເຈົ້າ. ພຣະຜູ້​ເປັນ​ເຈົ້າ​ໄດ້​ຟື້ນ​ຟູ​ສາດສະໜາ​ຈັກ​ຂອງ​ພຣະອົງ​ຄືນ​ມາ​ໃນ​ຍຸກ​ສຸດ​ທ້າຍ ຜ່ານ​ສາດ​ສະ​ດາໂຈ​ເຊັບ ສະມິດ, ​ແລະ ​ເຮົາ​ບໍ່​ຄວນ​ລືມ​ວ່າ ​ເຮົາ​ໄດ້​ຖືກ​ນຳພາ​ໄປ​ໂດຍ​ໂສ້​ທີ່​ບໍ່​ມີ​ວັນ​ຂາດຂອງ​ສາດສະດາ​ຂອງ​ພຣະ​ເຈົ້າ ນັບ​ຈາກ ​ໂຈ​ເຊັບ ​ເຖິງ ບຣິກຳ ຢັງ ​ແລະ ຜ່ານ​ປະທານ​ຂອງ​ສາດສະໜາ​ຈັກ​ຄົນ​ອື່ນໆທີ່​​ໄດ້​ຮັບ​ຕຳ​ແໜ່​ງ​ແທນ ຈົນ​ມາ​ເຖິງ​ທຸກ​ວັນ​ນີ້—ທອມ​ມັສ ​ແອັສ ມອນ​ສັນ. ຂ້າພະ​ເຈົ້າຮູ້​​ເພິ່ນ, ຂ້າພະ​ເຈົ້າ​ໃຫ້​ກຽດ​ເພິ່ນ, ​ແລະ ຂ້າພະ​ເຈົ້າຮັກ​ເພິ່ນ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເພິ່ນ​ເປັນ​ສາດສະດາ​ຂອງ​ພຣະຜູ້​ເປັນ​ເຈົ້າຢູ່​ໃນ​ໂລກ​ທຸກ​ວັນ​ນີ້.

ຂ້າພະ​ເຈົ້າມີ​ຄວາມ​ປາດ​ຖະໜາ​ຈາກ​ສ່ວນ​ເລິກ​ຂອງ​ໃຈ, ພ້ອມ​ດ້ວຍ​ລູກ​ຫລານ​ຂອງ​ຂ້າພະ​ເຈົ້າ, ​ເຮົາ​ຈະ​ໃຫ້​ກຽດ​ແກ່​ມໍລະດົກ​ຂອງ​ບັນພະບຸລຸດ​ທີ່​ຊອບ​ທຳ​ຂອງ​ເຮົາ—ຜູ້​ບຸກ​ເບີກ​ຊາວ​ມໍ​ມອນ​ທີ່​ຊື່ສັດຜູ້​ເຕັມ​ໃຈ​ທີ່​ຈະ​ເສຍ​ສະລະ​ທຸກ​ສິ່ງ​​ເພື່ອ​ປົກ​ປ້ອງ​ພຣະ​ເຈົ້າ ​ແລະ ສັດທາ​ຂອງ​​ເຂົາ​ເຈົ້າ. ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ແຕ່ລະຄົນ​ຈະ​ດຳລົງ​ຊີວິດ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ສັດທາ​ທີ່​ພໍ່​ແມ່​​ເຝົ້າ​ຖະໜອມ. ​ໃນ​ພຣະນາມອັນ​ສັກສິດ ​ແລະ ບໍລິສຸດ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.