ສີ່ນາທີຂອງທ່ານ
ຄວາມອັດສະຈັນຂອງການຊົດໃຊ້ສາມາດກູ້ຄວາມບໍ່ສົມບູນຂອງການກະທຳຂອງເຮົາໄດ້.
ງານແຂ່ງຂັນກິລາໂອລິມປິກລະດູໜາວທີ່ຜ່ານມາໄດ້ຈັບຈິດຕິດໃຈຄົນທົ່ວໂລກ ໃນຂະນະທີ່ນັກກິລາຈາກ 89 ປະເທດໄດ້ແຂ່ງຂັນກັນໃນກິລາ 98 ປະເພດ. ເປັນໜ້າສົນໃຈທີ່ນັກກິລາ 10 ຄົນເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພພົນຍຸກສຸດທ້າຍ ແລະ ມີສາມຄົນໃນນີ້ທີ່ໄດ້ຮັບຫລຽນ ຊຶ່ງຖືກລົງຂ່າວໃນ ໜັງສືພິມຂອງສາດສະໜາຈັກ ເມື່ອບໍ່ດົນມານີ້: ຄື ຄຣິດສະໂຕເຟີ ຝອກ, ໂນແອວ ພິກຸດ-ເພສ, ແລະ ທໍຣາ ບະໄຣ້.1 ພວກເຮົາຂໍຊົມເຊີຍເຂົາເຈົ້າ ສຳລັບຄວາມສຳເລັດຜົນ. ດີຫລາຍ!
ໃນເຊົ້າມື້ນີ້ຂ້າພະເຈົ້າຈະເວົ້າເລື່ອງງານແຂ່ງຂັນນີ້ ໂດຍມີໃຈຄິດເຖິງຊາຍໜຸ່ມ, ຍິງໜຸ່ມ ແລະ ຜູ້ໃຫຍ່ໂສດທັງຫລາຍ—ພວກທ່ານທີ່ຢູ່ໃນໄວສຳຄັນເພື່ອການແຕ່ງຕັ້ງແນວທາງຂອງຊີວິດຂອງພວກທ່ານ ຂ້າພະເຈົ້າຮູ້ສຶກຮີບຮ້ອນຫລາຍໃນການເວົ້າກັບພວກທ່ານ.
ເພື່ອພວກທ່ານຈະຮູ້ສຶກເຖິງຄວາມຮີບຮ້ອນດັ່ງກ່າວນັ້ນ ທຳອິດຂ້າພະເຈົ້າຂໍເລົ່າເລື່ອງນາງໂນແອວ ພິກຸດ-ເພສ, ນັກກິລາໄພ່ພົນຍຸກສຸດທ້າຍ. ໃນກິລາປະເພດຂອງນາງໂນແອວ ທີ່ເອີ້ນວ່າ skeleton, ນັກກິລາຕ້ອງຂີ່ກະດານລົງໄປຕາມຮ່ອມທີ່ຄົດລ້ຽວ. ໜ້າຂອງເຂົາເຈົ້າແມ່ນເກືອບຈຸໃສ່ສະໂນ, ໃນຄວາມໄວເຖິງ 90 ໄມ (145 ກິໂລແມັດ) ຕໍ່ຊົ່ວໂມງ.
ເປັນໜ້າປະຫລາດ, ຫລາຍປີທີ່ນັກກິລາໄດ້ຝຶກຊ້ອມສຳລັບການແຂ່ງຂັນ, ໄຊຊະນະ ຫລື ຄວາມເສຍໃຈ ກໍຂຶ້ນຢູ່ກັບສິ່ງທີ່ເກີດໃນໄລຍະສີ່ຮອບ, ຮອບລະປະມານ 60 ວິນາທີ.
ຄວາມຝັນຂອງນາງໂນແອວຕອນແຂ່ງຂັນໂອລິມປິກ ປີ 2006 ໄດ້ສະຫລາຍໄປ ເມື່ອນາງໄດ້ຮັບບາດເຈັບຈົນຂາຫັກ. ໃນການແຂ່ງຂັນໂອລິມປິກ ໃນປີ 2010 ຄວາມຝັນຂອງນາງກໍຍັງບໍ່ເປັນຈິງ ເພາະຊ້າໄປພຽງແຕ່ວິນາທີດຽວເທົ່ານັ້ນ ຈາກການໄດ້ຮັບຫລຽນໄຊ.2
ທ່ານຄິດໄດ້ບໍ່ວ່າ ນາງຮູ້ສຶກຢ້ານຫລາຍຂະໜາດໃດຕອນນາງລໍຖ້າແຂ່ງຂັນກິລາໂອລິມປິກເທື່ອທຳອິດ ໃນປີ 2014? ການຕຽມຫລາຍໆປີຈະສຳເລັດລົງໃນເວລາສັ້ນໆນັ້ນ. ລວມທັງໝົດແມ່ນສີ່ນາທີ. ນາງໄດ້ຕຽມເປັນເວລາຫລາຍປີສຳລັບສີ່ນາທີນັ້ນ ແລະ ຈະຄິດກັບໂອກາດນັ້ນໄປຕະຫລອດຊີວິດຂອງນາງ.
ການແຂ່ງຂັນເທື່ອສຸດທ້າຍຂອງນາງໂນແອວ ກໍເກືອບດີທັງໝົດ! ນາງໄດ້ແລ່ນໄປຫາຄອບຄົວ ແລະ ໂອບກອດທຸກຄົນຫລັງຈາກເສັ້ນໄຊ, ແລະ ກ່າວວ່າ, “ພວກເຮົາໄດ້ເຮັດສຳເລັດແລ້ວ!” ຫລາຍປີທີ່ໄດ້ຕຽມພ້ອມປະສົບຄວາມສຳເລັດ. ນາງມີຫລຽນເງິນຄ້ອງຄໍ ພ້ອມກັບສາຍຄໍເສັ້ນໜຶ່ງອີກຈາກຊັ້ນຍິງໜຸ່ມ.3
ບາງທີອາດຈະເບິ່ງຄືບໍ່ຍຸດຕິທຳທີ່ວ່າ ຄວາມຝັນເລື່ອງໂອລິມປິກທັງໝົດຂອງນາງໂນແອວກໍຂຶ້ນຢູ່ກັບສິ່ງທີ່ນາງເຮັດພາຍໃນສີ່ນາທີເທົ່ານັ້ນ. ແຕ່ນາງກໍຮູ້ຢູ່ແລ້ວ ແລະ ເພາະສະນັ້ນນາງກໍໄດ້ຕຽມຕົວຢ່າງພາກພຽນ. ນາງເຂົ້າໃຈເຖິງຄວາມສຳຄັນ ແລະ ຄວາມຮີບດ່ວນຂອງສີ່ນາທີຂອງນາງ ແລະ ມັນຈະມີຄວາມໝາຍແນວໃດໃນຕະຫລອດຊີວິດຂອງນາງ.
ແລະ ກໍຍັງມີຄຣິດສະໂຕເຟີ ຝອກ, ໃນທິມສີ່ຄົນທີ່ໄດ້ຮັບຫລຽນທອງເຫລືອງ ຈາກການແຂ່ງຂັນຂີ່ bobsled. ເຖິງແມ່ນໃນການແຂ່ງຂັນໂອລິມປິກ ປີ 2010 ລົດ bobsled ໄດ້ເຈືອກ ແລະ ຕົກຈາກການແຂ່ງຂັນ, ແຕ່ລາວບໍ່ຍອມຍົກເລີກທີ່ຈະພະຍາຍາມໃໝ່. ຫລັງຈາກການແຂ່ງຂັນເທື່ອນີ້, ລາວໄດ້ຮັບຄວາມສຳເລັດທີ່ລາວສະແຫວງຫາຢ່າງພາກພຽນ.4
ແລ້ວໃຫ້ທ່ານພິຈາລະນາວ່າ ແນວທາງໄປສູ່ຊີວິດນິລັນດອນຂອງທ່ານກໍເໝືອນກັນກັບທາງຂອງນັກກິລາເຫລົ່ານີ້ແນວໃດ “ເປັນການແຂ່ງຂັນພາຍໃນສີ່ນາທີ.” ທ່ານເປັນຄົນນິລັນດອນ. ກ່ອນທ່ານໄດ້ເກີດມາ ທ່ານໄດ້ເປັນຢູ່ໃນຖານະເປັນວິນຍານ. ໃນທີ່ປະທັບຂອງພຣະບິດາເທິງສະຫວັນທີ່ຊົງຮັກ ທ່ານໄດ້ຝຶກຝົນ ແລະ ໄດ້ຕຽມຕົວທີ່ຈະມາສູ່ໂລກເປັນຕອນສັ້ນໆ ເພື່ອດຳເນີນການ. ຊີວິດນີ້ແມ່ນສີ່ນາທີຂອງທ່ານ. ຂະນະທີ່ທ່ານຢູ່ນີ້ ການກະທຳຂອງທ່ານຈະໄດ້ຮັບລາງວັນແຫ່ງຊີວິດນິລັນດອນຫລືບໍ່. ສາດສະດາແອມມິວເລັກໄດ້ອະທິບາຍວ່າ “ຊີວິດນີ້ເປັນເວລາ ... ທີ່ຈະຕຽມພ້ອມເພື່ອພົບກັບພຣະເຈົ້າ; ແທ້ຈິງແລ້ວ ຈົ່ງເບິ່ງ ວັນແຫ່ງຊີວິດນີ້ເປັນວັນ ... ທີ່ສະແດງຜົນງານຂອງ[ເຈົ້າ].”5
ອີກຄຳໜຶ່ງ ສີ່ນາທີຂອງທ່ານໄດ້ເລີ່ມຕົ້ນແລ້ວ. ໂມງຈັບເວລາໄດ້ເລີ່ມຕົ້ນແລ້ວ. ຄຳຂອງອັກຄະສາວົກໂປນກໍເໝາະສົມທີ່ວ່າ: “[ແລ່ນແຂ່ງຂັນ] ເພື່ອຊີງເອົາລາງວັນໃຫ້ໄດ້.6
ເຊັ່ນດຽວກັບນັກກິລາໂອລິມປິກທີ່ຕ້ອງເຮັດສິ່ງຈຳເປັນໃນການແຂ່ງຂັນຕອນສັ້ນໆນັ້ນ, ການກະໂດດຂຶ້ນ ຫລື ການປິ່ນສຳລັບຜູ້ຫລິ້ນ snowboard, ການຫລຽວໄປຫລຽວມາຂອງຜູ້ຫລິ້ນ bobsled, ຫລື ຫັນໄປຫັນມາຜ່ານປະຕູຕອນແລ່ນສະກີ້, ກໍຄືກັນໃນຊີວິດຂອງເຮົາ ຊຶ່ງມີສິ່ງທີ່ຈຳເປັນ—ແມ່ນດ່ານກວດເພື່ອຊ່ອຍເຮົາດຳເນີນໃນການກະທຳທາງວິນຍານຂອງເຮົາໃນໂລກນີ້. ຈຸດທາງວິນຍານດັ່ງກ່າວນີ້ແມ່ນພິທີການຈຳເປັນແຫ່ງພຣະກິດຕິຄຸນທີ່ພຣະເຈົ້າໄດ້ປະທານໃຫ້ ເຊັ່ນ: ການບັບຕິສະມາ, ການຮັບເອົາຂອງປະທານແຫ່ງພຣະວິນຍານບໍລິສຸດ, ພິທີການຂອງຖານະປະໂລຫິດ, ພິທີການຂອງພຣະວິຫານ, ແລະ ການຮັບສິນລະລຶກທຸກອາທິດ.
ໃນພິທີການດັ່ງກ່າວ ... , ພະລັງອຳນາດຂອງຄວາມເປັນເໝືອນ ພຣະເຈົ້າຈຶ່ງສະແດງໃຫ້ປະຈັກ.7
ແລະ ໃນວິທີດຽວກັນ ທີ່ຄວາມພາກພຽນໃນການຝຶກຝົນຈະຕຽມນັກກິລາໃຫ້ພ້ອມທີ່ຈະຫລິ້ນກິລາຂອງຕົນໃນລະດັບສູງສຸດ. ການຮັກສາພຣະບັນຍັດຈະເຮັດໃຫ້ທ່ານມີຄ່າຄວນທີ່ຈະກະທຳພິທີການແຫ່ງຄວາມລອດນີ້.
ທ່ານຮູ້ສຶກເຖິງຄວາມຮີບຮ້ອນບໍ?
ເພື່ອນໜຸ່ມທັ້ງຫລາຍ ບໍ່ວ່າທ່ານຢູ່ໃສກໍຕາມໃນສີ່ນາທີຂອງທ່ານ, ຂ້າພະເຈົ້າຂໍເຕືອນທ່ານໃຫ້ຄິດໄຕ່ຕອງວ່າ “ເຮົາຕ້ອງເຮັດຫຍັງເພື່ອຈະໄດ້ຮັບຫລຽນຊະນະນັ້ນ?” ບາງທີໃນລະຫວ່າງກອງປະຊຸມນີ້ ພຣະວິນຍານໄດ້ກະຊິບໃຫ້ທ່ານຮູ້ວ່າ ສິ່ງນັ້ນອາດແມ່ນຫຍັງ: ທີ່ຈະຕຽມຕົວຢ່າງພາກພຽນ ເພື່ອພິທີການໃນອະນາຄົດ ຫລື ທີ່ຈະຮັບພິທີການທີ່ທ່ານຄວນຈະເຮັດດົນມາແລ້ວ. ອັນໃດກໍຕາມ ຕ້ອງເຮັດໂລດ. ເຮັດດຽວນີ້. ຢ່າລໍຖ້າເລີຍ. ສີ່ນາທີຂອງທ່ານຈະຜ່ານພົ້ນໄປໄວ ແລະ ທ່ານຈະມີເວລາຊົ່ວນິລັນດອນເພື່ອຄິດເຖິງສິ່ງທີ່ທ່ານເຮັດໃນຊີວິດນີ້.8
ຕ້ອງສາມາດຄວບຄຸມຕົນເອງ. ການອະທິຖານ ແລະ ການສຶກສາພຣະຄຳພີທຸກມື້ ແລະ ການໄປໂບດເປັນປະຈຳຕ້ອງເປັນຮາກຖານຂອງການຝຶກຝົນຂອງທ່ານ. ຈຳເປັນຕ້ອງມີແບບຢ່າງຂອງການຮັກສາພຣະບັນຍັດຢ່າງສະໝ່ຳສະເໝີ, ການຮັກສາພັນທະສັນຍາທີ່ທ່ານໄດ້ເຮັດ, ແລະ ການຕິດຕາມມາດຕະຖານຂອງພຣະຜູ້ເປັນເຈົ້າ ມີຢູ່ໃນປຶ້ມ ເພື່ອຄວາມເຂັ້ມແຂງຂອງຊາວໜຸ່ມ.
ບາງທີທ່ານອາດຮູ້ສຶກກ່ຽວກັບສິ່ງໃນຊີວິດຂອງທ່ານທີ່ກຳລັງຈະກີດກັ້ນຄວາມກ້າວໜ້າທາງວິນຍານຂອງທ່ານ. ຖ້າເປັນແນວນັ້ນ ຂໍໃຫ້ເຮັດຕາມຄຳແນະນຳຂອງພຣະຄຳພີຂໍ້ນີ້ ທີ່ວ່າ: “ຈົ່ງປົດຖິ້ມທຸກໆສິ່ງທີ່ຖ່ວງດຶງການກ້າວໄປຂອງພວກເຮົາ ແລະ ບາບທີ່ເກາະຫ້ອຍຢ່າງງ່າຍດາຍ; ແລະ ຈົ່ງຕັ້ງໃຈແລ່ນຊີງໄຊຕາມທີ່ໄດ້ມີກຳນົດໄວ້ຕໍ່ໜ້າພວກເຮົານັ້ນ.”9
ຍັງບໍ່ສາຍເກີນໄປທີ່ຈະກັບໃຈ. ແຕ່ອີກບໍ່ດົນອາດຈະສາຍເກີນໄປ ເພາະບໍ່ມີຜູ້ໃດຮູ້ວ່າ ເມື່ອໃດສີ່ນາທີຂອງເຮົາຈະໝົດແລ້ວ.
ບັດນີ້ທ່ານອາດຈະຄິດໃນໃຈວ່າ, “ເຮົາໝົດຫວັງແລ້ວ. ສີ່ນາທີຂອງເຮົາເກືອບຈະໝົດໄປແລ້ວ. ເຮົາຄວນຍອມແພ້ມັນສາ.” ຖ້າເປັນແນວນັ້ນ, ໃຫ້ຢຸດຄິດແນວນັ້ນ, ແລະ ຢ່າຄິດແນວນັ້ນອີກ. ຄວາມອັດສະຈັນຂອງການຊົດໃຊ້ສາມາດກູ້ຄວາມບໍ່ສົມບູນຂອງການກະທຳຂອງເຮົາໄດ້. ຕາມທີ່ແອວເດີ ແຈັບຟະຣີ ອາ ຮໍແລນ ເຄີຍສອນວ່າ:
“ສຳລັບທ່ານ ... ທີ່ອາດຍັງລັງເລໃຈຢູ່ ຂ້າພະເຈົ້າເປັນພະຍານ, ... ເຖິງອຳນາດການເລີ່ມຕົ້ນໃໝ່ອັນເກີດຈາກຄວາມຮັກຂອງພຣະເຈົ້າ ແລະ ຄວາມອັດສະຈັນແຫ່ງພຣະຄຸນຂອງພຣະອົງ. ...
“...ບໍ່ມີວັນ ສາຍເກີນໄປ ຕາບໃດທີ່ພຣະອາຈານ ... ກ່າວວ່າ ຍັງມີເວລາຢູ່. ... ຢ່າເລື່ອນເວລາ.”10
ຈົ່ງຈື່ຈຳວ່າ ທ່ານບໍ່ໄດ້ຢູ່ຢ່າງໂດດດຽວ. ພຣະຜູ້ຊ່ອຍໃຫ້ລອດໄດ້ສັນຍາວ່າ ພຣະອົງຈະບໍ່ປະໄວ້ໃຫ້ເປັນກຳພ້າ.11 ທ່ານມີຄອບຄົວ, ມີຍາດພີ່ນ້ອງ, ມີໝູ່ເພື່ອນ, ແລະ ມີຜູ້ນຳທີ່ໃຫ້ກຳລັງໃຈແກ່ທ່ານ.
ເຖິງແມ່ນຄຳເວົ້າຂອງຂ້າພະເຈົ້າແມ່ນເພື່ອຊາວໜຸ່ມຂອງສາດສະໜາຈັກ, ສ່ວນຜູ້ເປັນພໍ່ແມ່ ແລະ ປູ່ຍ່າຕາຍາຍ, ຂ້າພະເຈົ້າຂໍແນະນຳດັ່ງຕໍ່ໄປວ່າ:
ບໍ່ດົນມານີ້ ແອວເດີ ເດວິດ ເອ ເບັດນາ ໄດ້ອະທິບາຍວິທີການປະເມີນໃນຄອບຄົວທີ່ງ່າຍດາຍ ເພື່ອໝາຍຄວາມກ້າວໜ້າຕາມເສັ້ນທາງແຫ່ງພັນທະສັນຍາໂດຍຜ່ານພິທີການທີ່ຈຳເປັນ. ສິ່ງທີ່ຕ້ອງການຄືເຈ້ຍໃບໜຶ່ງທີ່ມີສອງແຖວຄື: “ຊື່” ແລະ “ແຜນສຳລັບພິທີການທີ່ຕໍ່ໄປ ຫລື ທີ່ຈຳເປັນ.” ຂ້າພະເຈົ້າໄດ້ເຮັດສິ່ງນີ້ເມື່ອບໍ່ດົນມານີ້ ໄດ້ລົງຊື່ທຸກຄົນໃນຄອບຄົວ. ໃນບັນດາຊື່ເຫລົ່ານັ້ນ ຂ້າພະເຈົ້າໄດ້ຈົດຊື່ຫລານຊາຍນ້ອຍທີ່ຈະຮັບພອນ; ມີຫລານຊາຍອາຍຸຫົກປີທີ່ຈຳເປັນຕ້ອງຕຽມເພື່ອການບັບຕິສະມາ; ລູກຊາຍຜູ້ກຳລັງຈະມີອາຍຸ 18 ປີ ຜູ້ທີ່ຕຽມສຳລັບຖານະປະໂລຫິດ ແລະ ຂອງປະທານສັກສິດໃນພຣະວິຫານໃນໄວໆນັ້ນ. ທຸກຄົນທີ່ຢູ່ໃນບັນທຶກຕ້ອງການພິທີການສິນລະລຶກ. ການເຮັດສິ່ງທີ່ງ່າຍໆນີ້ໄດ້ຊ່ອຍລີຊາ ແລະ ຂ້າພະເຈົ້າໃຫ້ບັນລຸບົດບາດຂອງພວກເຮົາເພື່ອຊ່ອຍທຸກຄົນໃນຄອບຄົວໃຫ້ເດີນຕາມທາງແຫ່ງພັນທະສັນຍາ ໂດຍທີ່ມີແຜນການໃຫ້ທຸກຄົນ. ບາງທີຄວາມຄິດນີ້ຈະຊ່ອຍທ່ານໄດ້ ຊຶ່ງຈະນຳໄປສູ່ການສົນທະນາກັບຄອບຄົວ, ບົດສອນໃນການສັງສັນໃນຄອບຄົວ, ແລະ ການຕຽມ ແລະ ການເຊື້ອເຊີນສຳລັບພິທີການຈຳເປັນໃນຄອບຄົວຂອງທ່ານເອງ.12
ໂດຍທີ່ເປັນນັກຫລິ້ນສະກີ ແລະ snowboard, ຂ້າພະເຈົ້າປະທັບໃຈຫລາຍກັບ “ສີ່ນາທີ” ຂອງຜູ້ໄດ້ຮັບຫລຽນເງິນທີ່ເປັນຊາວໂອດສະຕາລີ ຊື່ ທໍຣາ ບະໄຣ້ ໃນການແຂ່ງຂັນ snowboard. ນາງຫລິ້ນໄດ້ດີຫລາຍ ຕອນນາງຂີ່ snowboard ຕີຫລັງກາ, ແຕ່ສິ່ງທີ່ປະທັບໃຈຫລາຍກວ່ານັ້ນ ຄືຕອນທີ່ນາງໄດ້ສະແດງອອກເຖິງຄວາມຮັກທີ່ເປັນເໝືອນດັ່ງພຣະຄຣິດກັບນັກກິລາຄົນອື່ນໆ. ນາງໄດ້ສັງເກດເຫັນວ່າ ນັກກິລາອະເມຣິກາຊື່ ແຄລີ ຄະລາກ ຜູ້ໄດ້ຫລິ້ນບໍ່ດີປານໃດໃນຮອບທຳອິດ ປະກົດວ່າກຸ້ມໃຈຫລາຍກ່ອນຈະແລ່ນຮອບທີສອງ. “ລາວໄດ້ມາໂອບກອດຂ້ອຍ” ນາງແຄລີບອກ “ລາວໄດ້ກອດຂ້ອຍຈົນຂ້ອຍສະບາຍໃຈຂຶ້ນ ແລະ ໄດ້ຫັນໃຈຊ້າລົງ. ກໍແສນດີທີ່ມີໝູ່ມາກອດ.” ຕໍ່ໄປນັ້ນນາງແຄລີ ຄະລາກ ໄດ້ຂຶ້ນເວທີກັບນາງທໍຣາເພື່ອຮັບເອົາຫລຽນທອງແດງ.
ເມື່ອມີຄົນມາຖາມກ່ຽວກັບການກະທຳທີ່ມີເມດຕາຕໍ່ຄູ່ແຂ່ງຂອງນາງ, ຊຶ່ງອາດສ່ຽງຫລຽນເງິນຂອງນາງເອງ ນາງໂທຣາ ໄດ້ກ່າວແຕ່ວ່າ “ຂ້ອຍເປັນຄົນແຂ່ງຂັນ—ຂ້ອຍຢາກເຮັດດີທີ່ສຸດ—ແຕ່ຂ້ອຍກໍຢາກໃຫ້ຄົນທີ່ມາແຂ່ງຂັນນຳກັນ ເຮັດໃຫ້ດີທີ່ສຸດຄືກັນ.”13
ໂດຍທີ່ຄິດແນວນີ້, ມີຄົນໃດແດ່ທີ່ຕ້ອງການກຳລັງໃຈຈາກທ່ານ? ມີຄອບຄົວຍາດພີ່ນ້ອງຄົນໃດແດ່? ມີໝູ່ເພື່ອນຄົນໃດແດ່? ມີເພື່ອນນັກຮຽນ ຫລື ເພື່ອນໃນກຸ່ມໂຄຣຳຄົນໃດແດ່? ທ່ານຈະຊ່ອຍເຫລືອເຂົາໃນສີ່ນາທີຂອງເຂົາໄດ້ຢ່າງໃດແດ່?
ເພື່ອນທີ່ຮັກແພງ, ທ່ານຢູ່ໃນລະຫວ່າງການເດີນທາງທີ່ໜ້າຕື່ນເຕັ້ນ. ມັນອາດຄືກັນກັບການສ່ອງລົງຫ່ອງ ແລະ ອາດຈະຍາກທີ່ຈະເຮັດທຸກສິ່ງທຸກຢ່າງຕາມທາງນັ້ນ. ແຕ່ຈົ່ງຈື່ວ່າ ທ່ານຕຽມເພື່ອໄລຍະໜຶ່ງພັນໆປີ. ນີ້ແມ່ນເວລາໃຫ້ທ່ານລົງມືເຮັດ. ນີ້ແມ່ນສີ່ນາທີຂອງທ່ານ! ເວລານັ້ນກໍແມ່ນດຽວນີ້!
ຂ້າພະເຈົ້າສະແດງຄວາມໝັ້ນໃຈທີ່ສຸດໃນຄວາມສາມາດຂອງທ່ານ. ທ່ານມີພຣະຜູ້ຊ່ອຍໃຫ້ລອດສະໜັບສະໜູນທ່ານ. ຖ້າຫາກທ່ານຊອກຫາຄວາມຊ່ອຍເຫລືອຈາກພຣະອົງ ແລະ ເຮັດຕາມການຊົງນຳຂອງພຣະອົງ, ແລ້ວທ່ານຈະລົ້ມເຫລວໄດ້ຈັ່ງໃດແດ່?
ຂ້າພະເຈົ້າຂໍຈົບດ້ວຍປະຈັກພະຍານຂອງຂ້າພະເຈົ້າເຖິງພອນທີ່ພວກເຮົາມີສາດສະດາທີ່ມີຊີວິດຢູ່ ປະທານທອມມັສ ແອັສ ມອນສັນ, ແລະ ເຖິງພຣະເຢຊູຄຣິດ ແລະ ບົດບາດຂອງພຣະອົງທີ່ເປັນພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ໃນພຣະນາມອັນສັກສິດຂອງພຣະອົງ, ພຣະເຢຊູຄຣິດ, ອາແມນ.