ຂໍບໍ່ໃຫ້ເຮົາໄປຜິດທາງ
ຂ້າພະເຈົ້າອະທິຖານວ່າ ພວກເຮົາຈະບໍ່ຫລົງທິດທາງເລີຍ ເພື່ອພວກເຮົາຈະຕິດຢູ່ກັບສະຫວັນຕະຫລອດ, ເພື່ອທິດທາງຂອງໂລກຈະບໍ່ນຳພວກເຮົາໃຫ້ອອກໄປຜິດທາງ.
ເດັກຊາຍນ້ອຍຄົນໜຶ່ງກຳລັງຝຶກປິອາໂນຢູ່ ເມື່ອຄົນຂາຍຂອງເຫັນເດັກຄົນນັ້ນກໍເລີຍຖາມວ່າ “ແມ່ເຈົ້າຢູ່ບ້ານບໍ?”
ເດັກຄົນນັ້ນກໍໄດ້ຕອບວ່າ “ແລ້ວ...ເຈົ້າຄິດຈັ່ງໃດຊັ້ນນ່າ?”
ລູກທັງຫ້າຄົນຂອງເຮົາຫລິ້ນປິອາໂນ ກໍຍ້ອນການຊຸກຍູ້ຂອງພັນລະຍາຂອງຂ້າພະເຈົ້າ! ເມື່ອໃດທີ່ຄູສອນມາຮອດບ້ານເຮົາ ລູກຊາຍຊື່ເອດຣຽນ ຈະແລ່ນໄປລີ້ຊ້ອນເພື່ອຫລີກບົດຮຽນ. ແຕ່ມື້ໜຶ່ງມີສິ່ງອັດສະຈັນເກີດຂຶ້ນ! ລາວເລີ່ມຮັກດົນຕີຫລາຍຂະໜາດຈົນລາວມັກຝຶກເອງຕໍ່ໄປ.
ຖ້າຫາກພວກເຮົາຈະມາເຖິງຈຸດນັ້ນໃນການປ່ຽນໃຈເຫລື້ອມໃສຂອງພວກເຮົາ ກໍຄົງຈະໜ້າອັດສະຈັນໃຈດີ. ຈະເປັນສິ່ງທີ່ແສນດີທີ່ຈະມີຄວາມປາດຖະໜາເລິກໆໃນໃຈຂອງເຮົາທີ່ຈະຮັກສາພຣະບັນຍັດໂດຍບໍ່ຕ້ອງມີຜູ້ໃດມາເຕືອນພວກເຮົາ ແລະ ໂດຍມີຄວາມໝັ້ນໃຈວ່າ ຖ້າພວກເຮົາຕິດຕາມທາງທີ່ຖືກຕ້ອງ ພວກເຮົາຈະມີພອນດັ່ງທີ່ສັນຍາໄວ້ໃນພຣະຄຳພີ.
ຫລາຍປີແລ້ວຂ້າພະເຈົ້າໄດ້ໄປອຸທິຍານແຫ່ງຊາດ ອາຣ໌ເຈັນຊ໌ ພ້ອມດ້ວຍພັນລະຍາ ລູກສາວ, ນາງເອວິລິນ ແລະ ເພື່ອນ. ໂຄ້ງທີ່ມີຊື່ສຽງດັງຫລາຍຢູ່ນັ້ນເອີ້ນວ່າ ໂຄ້ງບາງ. ພວກເຮົາ ໄດ້ຕັດສິນໃຈວ່າ ຈະຍ່າງປະມານສອງກິໂລແມັດ ປີນພູເພື່ອໄປຮອດໂຄ້ງດັ່ງກ່າວ.
ພວກເຮົາໄດ້ເລີ່ມໄປດ້ວຍຄວາມກະຕືລືລົ້ນ ແຕ່ຫລັງຈາກໄດ້ຍ່າງບໍ່ໄກປານໃດ ຄົນອື່ນໆກໍຢາກພັກຜ່ອນ. ເພາະຂ້າພະເຈົ້າຢາກໄປຮອດ ຂ້າພະເຈົ້າໄດ້ຍ່າງຕໍ່ໄປກ່ອນຄົນດຽວ. ໂດຍບໍ່ໄດ້ເອົາໃຈໃສ່ທາງທີ່ຄວນໄປ ຂ້າພະເຈົ້າກໍໄປຕາມຜູ້ຊາຍທີ່ຢູ່ທາງໜ້າຂ້າພະເຈົ້າ ລາວເດີນໄປດ້ວຍຄວາມແນ່ນອນ. ຕໍ່ໄປທາງເດີນໄດ້ຍາກກວ່າ ແລະ ຂ້າພະເຈົ້າຕ້ອງເຕັ້ນຈາກຫີນກ້ອນໜຶ່ງໄປຫາຫີນອີກກ້ອນໜຶ່ງ. ຍ້ອນຄວາມຍາກ ຂ້າພະເຈົ້າກໍແນ່ໃຈວ່າພວກຜູ້ຍິງໃນກຸ່ມຂ້າພະເຈົ້າຈະໄປບໍ່ຮອດ. ທັນໃດນັ້ນຂ້າພະເຈົ້າໄດ້ເຫັນໂຄ້ງບາງນັ້ນ ແຕ່ເປັນທີ່ແປກໃຈຫລາຍ ຂ້າພະເຈົ້າໄດ້ເຫັນວ່າ ຂ້າພະເຈົ້າໄປຮອດມັນບໍ່ໄດ້.
ໂດຍທີ່ເຫລືອໃຈຂະໜາດ ຂ້າພະເຈົ້າໄດ້ຕັດສິນໃຈກັບໄປ. ຂ້າພະເຈົ້າໄດ້ລໍຖ້າຢ່າງຮ້ອນໃຈຈົນໄດ້ພົບກັນອີກ. ຂ້າພະເຈົ້າໄດ້ຖາມທັນທີວ່າ “ພວກເຈົ້າໄດ້ໄປຮອດໂຄ້ງບາງບໍ່?” ເຂົາເຈົ້າຕອບຢ່າງດີໃຈວ່າ ໄປຮອດ. ເຂົາເຈົ້າອະທິບາຍວ່າ ໄດ້ຕິດຕາມປ້າຍຊີ້ທາງ ແລະ ໂດຍທີ່ເອົາໃຈໃສ່ ແລະ ຄວາມພະຍາຍາມ ເຂົາເຈົ້າໄດ້ໄປຮອດເປົ້າໝາຍທີ່ຢາກໄປນັ້ນ.
ເປັນໜ້າເສຍດາຍ ຂ້າພະເຈົ້າໄດ້ໄປຜິດທາງ. ຂ້າພະເຈົ້າໄດ້ຮຽນບົດຮຽນດີໆໃນມື້ນັ້ນ!
ເລື້ອຍປານໃດແດ່ທີ່ພວກເຮົາເຮັດຜິດໃນເລື່ອງທາງທີ່ຖືກຕ້ອງ, ຍອມໃຫ້ຕົວເອງຖືກນຳໄປຕາມທິດທາງຂອງໂລກ? ພວກເຮົາຕ້ອງຖາມຕົວເອງເລື້ອຍໆວ່າ ພວກເຮົາເປັນຄົນປະຕິບັດຕາມພຣະຄຳຂອງພຣະຄຣິດອີຫລີ.
ມີຄຳສອນທີ່ແສນດີໃນໜັງສືໂຢຮັນວ່າ:
“ຈົ່ງຮ່ວມເຂົ້າກັບເຮົາ ແລະ ເຮົາຈະຮ່ວມເຂົ້າກັບພວກທ່ານ. ກິ່ງຈະເກີດຜົນເອງບໍ່ໄດ້ນອກຈາກຈະຕິດຢູ່ກັບເຄືອສັນໃດ ພວກທ່ານຍັງຢູ່ໃນເຮົາສັນນັ້ນ.
“ເຮົາເປັນເຄືອອະງຸ່ນ ພວກທ່ານເປັນກິ່ງ. ພວກທີ່ຍັງຢູ່ໃນເຮົາ ແລະ ເຮົາຢູ່ໃນເຂົາຈະເກີດຜົນຫລາຍ; ດ້ວຍວ່າບໍ່ມີເຮົາແລ້ວ ພວກທ່ານເຮັດຫຍັງບໍ່ໄດ້” (ໂຢຮັນ 15:4–5).
ໂດຍໃຊ້ຄຳປຽບທຽບນີ້ ພວກເຮົາສາມາດເຫັນຄວາມພົວພັນອັນສູງສົ່ງທີ່ເຮົາມີກັບພຣະເຢຊູຄຣິດ ແລະ ຄວາມສຳຄັນຂອງເຮົາແຕ່ລະຄົນຕໍ່ພຣະອົງ. ພຣະອົງເປັນຮາກ ແລະ ລຳຕົ້ນທີ່ສົ່ງນ້ຳທີ່ໃຫ້ຊີວິດແກ່ພວກເຮົາ, ເປັນຢາງໄມ້ທີ່ຍອມໃຫ້ພວກເຮົາໄດ້ຮັບການບຳລຸງລ້ຽງເພື່ອເຮົາຈະໄດ້ຜົນຫລາຍ. ພຣະເຢຊູຄຣິດສອນພວກເຮົາໃນວີທີທາງທີ່ເປັນກິ່ງງ່າ—ຫລື ຄົນທີ່ອາໄສພຣະອົງ—ພວກເຮົາຈະບໍ່ປະໝາດຄຸນຄ່າຂອງຄຳສອນຂອງພຣະອົງ.
ຄວາມຜິດບາງຢ່າງອາດຮ້າຍແຮງ ແລະ ຖ້າຫາກພວກເຮົາບໍ່ແກ້ໄຂທັນເວລາ ຄວາມຜິດພາດອາດນຳພວກເຮົາອອກໄປນອກທາງທີ່ຖືກຕ້ອງຕະຫລອດໄປ. ແຕ່ຖ້າພວກເຮົາກັບໃຈ ແລະ ຮັບການແກ້ໄຂ ປະສົບການດັ່ງກ່າວນີ້ຍ່ອມຈະໃຫ້ພວກເຮົາຖ່ອມຕົວລົງ, ປ່ຽນການກະທຳຂອງພວກເຮົາ ແລະ ພາຕົວເອງມາໃກ້ຊິດພຣະບິດາເທິງສະຫວັນອີກຫລາຍຂຶ້ນ.
ຂ້າພະເຈົ້າຢາກໃຫ້ຕົວຢ່າງກ່ຽວກັບເລື່ອງນີ້ໂດຍອ້າງອີງເຖິງປະສົບການຢ່າງຮ້ອນຮົນຫລາຍຂອງສາດສະດາໂຈເຊັບ ສະມິດ. ຜ່ານປະສົບການນີ້ ພຣະຜູ້ຊ່ອຍໃຫ້ລອດໄດ້ໃຫ້ຄຳສອນທີ່ມີຄຸນຄ່າຫລາຍກ່ຽວກັບຫລັກທຳທີ່ພວກເຮົາຄວນນຶກຄິດຕະຫລອດຊີວິດ. ນີ້ໄດ້ເກີດຂຶ້ນເມື່ອມາຕິນ ແຮຣິສ ໄດ້ສູນເສຍໜັງສື 116 ໜ້າທີ່ຖືກແປແລ້ວ ທີ່ເປັນສ່ວນທຳອິດຂອງພຣະຄຳພີມໍມອນ.
ຫລັງຈາກເພິ່ນໄດ້ກັບໃຈຈາກການບໍ່ເຮັດຕາມຄຳແນະນຳຂອງພຣະຜູ້ເປັນເຈົ້າ, ສາດສະດາໄດ້ຮັບການເປີດເຜີຍທີ່ພົບເຫັນຢູ່ໃນ ພາກທີ 3 ຂອງ Doctrine and Covenants (ເບິ່ງ Teachings of Presidents of the Church: Joseph Smith [2007], 69–71). ຈາກສິ່ງທີ່ຂຽນໃນ ຂໍ້ທີ 1 ເຖິງ 10, ຂ້າພະເຈົ້າຂໍແນະນຳ ຫລັກທຳສາມປະການທີ່ພວກເຮົາຄວນຈື່ຈຳໄວ້ຕະຫລອດ:
-
ວຽກງານ ແລະ ຈຸດປະສົງຂອງພຣະເຈົ້າຈະລົ້ມເຫລວບໍ່ໄດ້.
-
ພວກເຮົາບໍ່ຄວນຢ້ານມະນຸດຍິ່ງກວ່າຢ້ານພຣະເຈົ້າ.
-
ຕ້ອງມີການກັບໃຈເປັນປະຈຳ.
ໃນ ຂໍ້ທີ 13, ພຣະຜູ້ເປັນເຈົ້າໄດ້ສອນການກະທຳສີ່ຢ່າງທີ່ພວກເຮົາບໍ່ຄວນເຮັດເລີຍ:
-
ຖືວ່າຄຳແນະນຳຂອງພຣະເຈົ້າໄຮ້ຄ່າ.
-
ຜິດຄຳສັນຍາທີ່ສັກສິດທີ່ສຸດຊຶ່ງທຳໄວ້ຕໍ່ພຣະພັກຂອງພຣະເຈົ້າ.
-
ເພິ່ງການຕັດສິນໃຈຂອງຕົນເອງ.
-
ອວດອ້າງປັນຍາຂອງຕົນເອງ.
ຂ້າພະເຈົ້າອະທິຖານວ່າ ພວກເຮົາຈະບໍ່ຫລົງທິດທາງເລີຍ ເພື່ອພວກເຮົາຈະຕິດຢູ່ກັບສະຫວັນຕະຫລອດ, ເພື່ອທິດທາງຂອງໂລກຈະບໍ່ນຳພວກເຮົາໃຫ້ອອກໄປຜິດທາງ.
ຖ້າຫາກທ່ານຜູ້ໃດຄິດຈະປະຖິ້ມທາງຂອງພຣະຜູ້ເປັນເຈົ້າ–ບໍ່ວ່າຢູ່ໃນຈຸດໃດກໍຕາມ–ທ່ານຈະຮູ້ສຶກຄວາມຂົມຂື່ນເສຍໃຈທີ່ໄດ້ຖືວ່າຄຳແນະນຳຂອງພຣະເຈົ້າໄຮ້ຄ່າ, ທີ່ໄດ້ເຮັດຜິດຄຳສັນຍາທີ່ສັກສິດທີ່ສຸດຊຶ່ງໄດ້ເຮັດໄວ້ຕໍ່ພຣະພັກຂອງພຣະເຈົ້າ ທີ່ໄດ້ເພິ່ງການຕັດສິນໃຈຂອງຕົນເອງ ຫລື ທີ່ໄດ້ອວດອ້າງປັນຍາຂອງຕົນເອງ.
ຖ້າເປັນດັ່ງນີ້, ຂ້າພະເຈົ້າຂໍແນະນຳທ່ານໃຫ້ກັບໃຈ ແລະ ກັບມາສູ່ທາງທີ່ຖືກຕ້ອງ.
ມີເລື່ອງຫລານຊາຍຄົນໜຶ່ງທີ່ໄດ້ໂທຫາພໍ່ຕູ້ເພື່ອອວຍພອນວັນເກີດ. ຫລານໄດ້ຖາມພໍ່ຕູ້ວ່າອາຍຸຈັກປີ. ພໍ່ຕູ້ຕອບວ່າ ຮອດ 70 ປີແລ້ວ. ຫລານຊາຍກໍຄິດຈັກນ້ອຍແລ້ວຖາມວ່າ “ພໍ່ຕູ້ກໍເລີ່ມຕົ້ນຕັ້ງແຕ່ໜຶ່ງປີຫວາ?”
ຕອນເປັນເດັກເປັນໄວລຸ້ນ, ຄົນບໍ່ເຄີຍຄິດວ່າຕົນຈະເຕີບໂຕເປັນຜູ້ເຖົ້າເລີຍ; ຄວາມຄິດເລື່ອງຄວາມຕາຍກໍບໍ່ມີເລີຍ–ນັ້ນແມ່ນເລື່ອງຂອງຄົນເຖົ້າ–ແລະ ຍັງມີເວລາດົນນານກ່ອນຈະຮອດວັນນັ້ນ. ແຕ່ການເວລາກໍຜ່ານ ໄປເປັນເດືອນເປັນປີ, ຈົນໜ້າຫ່ຽວແຫ້ງ, ແຮງກໍມີໜ້ອຍລົງ, ຕ້ອງໄປຫາໝໍເລື້ອຍໆ, ແລະ ອື່ນໆ.
ຈະມີວັນທີ່ພວກເຮົາຈະພົບພຣະຜູ້ໄຖ່ ແລະ ພຣະຜູ້ຊ່ອຍໃຫ້ລອດຂອງພວກເຮົາພຣະເຢຊູຄຣິດອີກ. ຂ້າພະ ເຈົ້າຂໍວິງວອນວ່າ ໃນໂອກາດທີ່ສັກສິດນັ້ນພວກເຮົາຮູ້ຈັກພຣະອົງເພາະຄວາມຮູ້ທີ່ພວກເຮົາມີກ່ຽວກັບພຣະອົງ ແລະ ເພາະພວກເຮົາໄດ້ຕິດຕາມຄຳສອນຂອງພຣະອົງ. ພຣະອົງຈະສະແດງຮອຍໃນພຣະຫັດ ແລະ ພຣະບາດຂອງພຣະອົງ ແລະ ພວກເຮົາຈະໂອບກອດພຣະອົງໄວ້ແໜ້ນ ທັງຮ້ອງໄຫ້ດ້ວຍຄວາມສຸກເພາະໄດ້ຕິດຕາມເສັ້ນທາງຂອງພຣະອົງ.
ຂ້າພະເຈົ້າຂໍເປັນພະຍານຕໍ່ທຸກຄົນໃນໂລກວ່າ ພຣະເຢຊູຄຣິດຊົງພຣະຊົນຢູ່. ພຣະອົງຂໍຮ້ອງພວກເຮົາວ່າ ຈົ່ງຮັບຟັງ ເຈົ້າປະຊາຊາດຂອງແຜ່ນດິນໂລກ ແລະ ໄດ້ຍິນພຣະຄຳຂອງພຣະເຈົ້າ ພຣະອົງນັ້ນຜູ້ໄດ້ສ້າງເຂົາເຈົ້າ (ເບິ່ງD&C 43:23). ຂໍໃຫ້ພວກເຮົາມີຄວາມສາມາດທີ່ຈະຮູ້ຈັກ, ເຊື່ອຟັງ, ເຂົ້າໃຈ ແລະ ແປຄວາມໝາຍຂອງຂ່າວສານຈາກພຣະເຈົ້າ ພຣະອົງນັ້ນຜູ້ໄດ້ສ້າງພວກເຮົາຢ່າງຖືກຕ້ອງ ເພື່ອຈະບໍ່ຫລົງທາງໄປຈາກເສັ້ນທາງຂອງພຣະອົງ, ຂ້າພະເຈົ້າຂໍວິງວອນ, ໃນພຣະນາມຂອງພຣະເຢຊູຄຣິດ ອາແມນ.