“ຖ້າພວກທ່ານຮັກເຮົາ, ພວກທ່ານກໍຈະເຊື່ອຟັງຂໍ້ຄຳສັ່ງຂອງເຮົາ”
ການໃຊ້ອຳເພີໃຈຂອງເຮົາທີ່ຈະເຊື່ອຟັງໝາຍຄວາມວ່າການເລືອກທີ່ຈະ “ເຮັດສິ່ງທີ່ດີ [ແລະ ປ່ອຍໃຫ້] ຜົນຕິດຕາມມາ.”
ອ້າຍເອື້ອຍນ້ອງທັງຫລາຍ, ໃນບັນດາບົດຮຽນທີ່ເຮົາໄດ້ຮຽນຈາກຊີວິດຂອງພຣະຜູ້ຊ່ອຍໃຫ້ລອດ, ບໍ່ມີບົດໃດທີ່ແຈ່ມແຈ້ງ ແລະ ມີພະລັງຫລາຍໄປກວ່າບົດຮຽນຂອງການເຊື່ອຟັງ.
ຕົວຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ
ໃນກອງປະຊຸມມະຫາສານຢູ່ໃນສະຫວັນກ່ອນເຮົາມາເກີດ, ລູຊີເຟີໄດ້ກະບົດຕໍ່ແຜນຂອງພຣະບິດາເທິງສະຫວັນ. ຜູ້ທີ່ໄດ້ຕິດຕາມລູຊີເຟີໄດ້ສິ້ນສຸດຄວາມກ້າວໜ້ານິລັນດອນຂອງເຂົາ—ໃຫ້ລະວັງວ່າທ່ານຕິດຕາມໃຜ!
ແລ້ວພຣະເຢຊູໄດ້ສະແດງຄຳໝັ້ນສັນຍາຂອງພຣະອົງທີ່ຈະເຊື່ອຟັງເມື່ອພຣະອົງໄດ້ກ່າວຕໍ່ພຣະບິດາວ່າ ພຣະປະສົງຂອງພຣະບິດາເທິງສະຫວັນຈະເປັນໄປ, ແລະ ລັດສະໝີພາບຈະເປັນຂອງພຣະບິດາເທິງສະຫວັນຕະຫລອດການ.1 ຕະຫລອດການປະຕິບັດສາດສະໜາກິດຂອງພຣະອົງ, ພຣະອົງໄດ້ທົນທຸກກັບການລໍ້ລວງ ແຕ່ພຣະອົງບໍ່ໄດ້ເອົາພຣະໄທໃສ່ກັບມັນ.2 ແທ້ຈິງແລ້ວ, “ພຣະອົງ [ກໍໄດ້ຮຽນຮູ້] ເຊື່ອຟັງໂດຍທາງຄວາມທົນທຸກທໍລະມານ.”3
ເພາະວ່າພຣະຜູ້ຊ່ອຍໃຫ້ລອດຂອງເຮົາເຊື່ອຟັງ, ພຣະອົງຈຶ່ງໄດ້ຊົດໃຊ້ແທນບາບຂອງເຮົາ, ເຮັດໃຫ້ການຟື້ນຄືນຊີວິດເປັນໄປໄດ້ ແລະ ຕຽມທາງໃຫ້ເຮົາທີ່ຈະກັບຄືນໄປຫາພຣະບິດາເທິງສະຫວັນຂອງເຮົາ, ຜູ້ຮູ້ວ່າເຮົາຈະເຮັດຄວາມຜິດ ແລະ ເຮົາຈະຮຽນທີ່ຈະເຊື່ອຟັງໃນຄວາມເປັນມະຕະ. ເມື່ອເຮົາເຊື່ອຟັງ, ເຮົາຍອມຮັບການເສຍສະລະຂອງພຣະອົງ, ເພາະເຮົາເຊື່ອວ່າຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ, ມະນຸດທັງປວງຈະລອດໄດ້, ໂດຍການປະຕິບັດຕາມກົດ, ພິທີການ, ແລະ ພຣະບັນຍັດ ທີ່ມອບໃຫ້ໃນພຣະກິດຕິຄຸນ.4
ພຣະເຢຊູໄດ້ສອນເຮົາໃຫ້ເຊື່ອຟັງໃນພາສາທີ່ລຽບງ່າຍ ທີ່ຈະເຂົ້າໃຈໄດ້ງ່າຍວ່າ: “ຖ້າພວກທ່ານຮັກເຮົາ, ພວກທ່ານກໍຈະເຊື່ອຟັງຂໍ້ຄຳສັ່ງຂອງເຮົາ,”5 ແລະ “ຈົ່ງຕາມເຮົາມາ.”6
ເມື່ອເຮົາຮັບບັບຕິສະມາ, “[ເຮົາ] ຮັບເອົາພຣະນາມຂອງພຣະຄຣິດ ແລະ ເຂົ້າເຮັດພັນທະສັນຍາກັບພຣະເຈົ້າວ່າ [ເຮົາຈະ] ເຊື່ອຟັງໄປຈົນສິ້ນຊີວິດ [ຂອງເຮົາ].”7 ທຸກໆວັນອາທິດເຮົາຕໍ່ພັນທະສັນຍາແຫ່ງການບັບຕິສະມານັັ້ນໂດຍການຮັບສ່ວນສິນລະລຶກ ແລະ ເປັນສັກຂີພະຍານວ່າເຮົາເຕັມໃຈທີ່ຈະຮັກສາພຣະບັນຍັດ. ເຮົາສະແຫວງຫາການໃຫ້ອະໄພສຳລັບຄວາມນຶກຄິດ, ຄວາມຮູ້ສຶກ, ຫລື ການກະທຳທີ່ບໍ່ສອດຄ່ອງກັບພຣະປະສົງຂອງພຣະບິດາເທິງສະຫວັນຂອງເຮົາ. ໃນຂະນະທີ່ເຮົາກັບໃຈໂດຍການຫັນໜີຈາກການບໍ່ເຊື່ອຟັງ ແລະ ໂດຍການເລີ່ມທີ່ຈະເຊື່ອຟັງອີກ ເມື່ອເຮົາສະແດງຄວາມຮັກຂອງເຮົາຕໍ່ພຣະອົງ.
ປະເພດຂອງການເຊື່ອຟັງ
ເມື່ອເຮົາດຳລົງຊີວິດຕາມຫລັກທຳພຣະກິດຕິຄຸນ, ເຮົາກ້າວໜ້າໃນຄວາມເຂົ້າໃຈຂອງເຮົາເຖິງການເຊື່ອຟັງ. ບາງເທື່ອເຮົາອາດຖືກລໍ້ລວງໃຫ້ຕິດຕາມສິ່ງທີ່ຂ້າພະເຈົ້າເອີ້ນວ່າ “ການເຊື່ອຟັງປັນຍາຂອງມະນຸດ,” ຊຶ່ງໃນນັ້ນເຮົາປະຕິເສດກົດຂອງພຣະເຈົ້າ ແລະ ເລືອກປັນຍາ ແລະ ຄວາມປາດຖະໜາຂອງເຮົາເອງ ຫລື ແມ່ນແຕ່ຄວາມໂດ່ງດັງ. ເພາະຫລາຍຄົນໄດ້ເຮັດແບບນີ້ເລື້ອຍໆ, ການບິດເບືອນການເຊື່ອຟັງນີ້ຈະລົດມາດຕະຖານຂອງພຣະເຈົ້າໃນສັງຄົມຂອງເຮົາ ແລະ ໃນກົດໝາຍຂອງເຮົາ.
ບາງເທື່ອສະມາຊິກອາດມີສ່ວນໃນ “ການເຊື່ອຟັງທີ່ເລືອກເອົາເອງ,” ປະກາດວ່າຮັກ ແລະ ໃຫ້ກຽດພຣະເຈົ້າ ໃນຂະນະທີ່ເລືອກເອົາວ່າພຣະບັນຍັດ ແລະ ຄຳສອນຂໍ້ໃດ—ແລະ ຄຳສອນ ແລະ ຄຳແນະນຳຂອງສາດສະດາຂອງພຣະອົງ—ທີ່ເຂົາເຈົ້າຈະຕິດຕາມຢ່າງຄົບຖ້ວນ.
ບາງຄົນເລືອກທີ່ຈະເຊື່ອຟັງຢ່າງເຄັ່ງຄັດເພາະເຂົາເຈົ້າບໍ່ເຂົ້າໃຈເຫດຜົນທັງໝົດສຳລັບພຣະບັນຍັດ, ດັ່ງທີ່ເດັກນ້ອຍບໍ່ເຂົ້າໃຈສະເໝີເຖິງເຫດຜົນຂອງຄຳແນະນຳ ແລະ ກົດຂອງພໍ່ແມ່ຂອງພວກເຂົາ. ແຕ່ເຮົາຮູ້ເຫດຜົນທີ່ເຮົາຕິດຕາມສາດສະດາສະເໝີ, ເພາະນີ້ແມ່ນສາດສະໜາຈັກຂອງພຣະເຢຊູຄຣິດ, ແລະ ພຣະຜູ້ຊ່ອຍໃຫ້ລອດເອງເປັນຜູ້ຊີ້ນຳສາດສະດາຂອງພຣະອົງໃນທຸກໆຍຸກສະໄໝ.
ເມື່ອຄວາມເຂົ້າໃຈຂອງເຮົາເຖິງການເຊື່ອຟັງເລິກຊຶ້ງຂຶ້ນ, ເຮົາຮັບຮູ້ບົດບາດທີ່ຈຳເປັນຂອງອຳເພີໃຈ. ຕອນພຣະເຢຊູໄດ້ຢູ່ໃນສວນເຄັດເຊມາເນ, ພຣະອົງໄດ້ອະທິຖານຫາພຣະບິດາໃນສະຫວັນຂອງພຣະອົງສາມເທື່ອວ່າ “ພຣະບິດາຂອງລູກເອີຍ, ຖ້າເປັນໄປໄດ້, ຂໍເອົາຈອກແຫ່ງຄວາມທົນທຸກທໍລະມານນີ້ໄປຈາກລູກເສຍ: ແຕ່ຢ່າງໃດກໍດີ ຂໍໃຫ້ເປັນໄປຕາມພໍ່ຕ້ອງການ ແຕ່ບໍ່ແມ່ນຕາມລູກຕ້ອງການ.”8 ພຣະເຈົ້າຈະບໍ່ເອົາອຳເພີໃຈຂອງພຣະຜູ້ຊ່ອຍໃຫ້ລອດໄປຈາກພຣະອົງ, ແຕ່ພຣະອົງຍັງໄດ້ສົ່ງທູດອົງໜຶ່ງມາຊູພະລັງໃຫ້ແກ່ພຣະບຸດທີ່ຮັກຂອງພຣະອົງ.
ພຣະຜູ້ຊ່ອຍໃຫ້ລອດໄດ້ພົບການທົດສອບອີກຢ່າງໜຶ່ງໃນໂຄລະໂຄທາ, ບ່ອນທີ່ພຣະອົງສາມາດເອີ້ນຫາເຫລົ່າທູດສະຫວັນຫລາຍກວ່າສິບສອງກອງທັບໃຫ້ມາເອົາພຣະອົງລົງຈາກໄມ້ກາງແຂນກໍໄດ້, ແຕ່ພຣະອົງໄດ້ເລືອກເອົາເອງທີ່ຈະອົດທົນຈົນເຖິງທີ່ສຸດຢ່າງເຊື່ອຟັງ ແລະ ສຳເລັດການເສຍສະລະຊົດໃຊ້ຂອງພຣະອົງ, ເຖິງແມ່ນວ່ານັ້ນໝາຍເຖິງການທຸກທໍລະມານ, ແມ່ນແຕ່ການຕາຍຢ່າງແສນສາຫັດ.
ການເຊື່ອຟັງທີ່ຍິ່ງໃຫຍ່ທາງວິນຍານຄື ການເຊື່ອຟັງຂອງພຣະຜູ້ຊ່ອຍໃຫ້ລອດ. ມັນຖືກກະຕຸ້ນໂດຍຄວາມຮັກທີ່ແທ້ຈິງທີ່ມີຕໍ່ພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ. ເມື່ອເຮົາເຊື່ອຟັງຢ່າງເຕັມໃຈ, ດັ່ງທີ່ພຣະຜູ້ຊ່ອຍໃຫ້ລອດຂອງເຮົາໄດ້ເຮັດ, ເຮົາຈະທະນຸຖະໜອມພຣະຄຳຂອງພຣະບິດາເທິງສະຫວັນຂອງເຮົາທີ່ວ່າ: “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາເອງ, ເຮົາພໍໃຈນຳເພິ່ນຫລາຍ.”9 ແລະ ເຮົາຄອຍຖ້າທີ່ຈະໄດ້ຍິນ, ເມື່ອເຮົາເຂົ້າໄປໃນທີ່ປະທັບຂອງພຣະບິດາເທິງສະຫວັນວ່າ, “ເຈົ້າໄດ້ເຮັດດີ, ຄົນໃຊ້ທີ່ດີ ແລະ ສັດຊື່ຂອງເຮົາເອີຍ: … ຈົ່ງມາຮ່ວມຊົມຊື່ນຍິນດີກັບເຮົາເຖີດ.”10
ການໃຊ້ອຳເພີໃຈຂອງເຮົາທີ່ຈະເຊື່ອຟັງໝາຍຄວາມວ່າການເລືອກທີ່ຈະ “ເຮັດສິ່ງທີ່ດີ [ແລະ ປ່ອຍໃຫ້] ຜົນຕິດຕາມມາ.”11 ມັນຮຽກຮ້ອງການຄວບຄຸມຕົນເອງ ແລະ ຈະນຳຄວາມໝັ້ນໃຈ, ຄວາມສຸກນິລັນດອນ, ແລະ ຄວາມຮູ້ສຶກເຖິງຄວາມບັນລຸຜົນມາສູ່ເຮົາ, ຜ່ານຕົວຢ່າງ, ໃຫ້ແກ່ຜູ້ຄົນທີ່ຢູ່ອ້ອມຂ້າງເຮົາ; ແລະ ມັນຈະຮ່ວມດ້ວຍຄຳໝັ້ນສັນຍາສ່ວນຕົວທີ່ເລິກຊຶ້ງ ທີ່ຈະສະໜັບສະໜູນຜູ້ນຳຖານະປະໂລຫິດ ແລະ ຕິດຕາມຄຳສອນ ແລະ ຄຳແນະນຳຂອງພວກເພິ່ນ.
ຜົນທີ່ຕາມມາ
ໃນການເລືອກວ່າເຮົາຈະເຊື່ອຟັງ, ມັນຈະຊ່ອຍເຮົາສະເໝີທີ່ຈະຈື່ຈຳຜົນທີ່ຕາມມາຈາກການເລືອກຂອງເຮົາ. ລູຊີເຟີ ແລະ ຜູ້ຕິດຕາມຂອງມັນໄດ້ເຂົ້າໃຈຜົນທີ່ຕາມມາຈາກການເລືອກທີ່ຈະປະຕິເສດແຜນຂອງພຣະບິດາເທິງສະຫວັນບໍ? ຖ້າໄດ້ເຂົ້າໃຈ ເປັນຫຍັງເຂົາຈຶ່ງໄດ້ເລືອກທາງທີ່ຮ້າຍແຮງດັ່ງນັ້ນ? ເຮົາອາດຖາມຕົວເຮົາເອງໃນຄຳຖາມທີ່ຄ້າຍຄືກັນນັ້ນວ່າ: ເປັນຫຍັງເຮົາຈຶ່ງເລືອກທີ່ຈະບໍ່ເຊື່ອຟັງເມື່ອເຮົາຮູ້ຜົນທີ່ຕາມມານິລັນດອນຂອງບາບ? ພຣະຄຳພີໃຫ້ຄຳຕອບນັ້ນວ່າ: ສາເຫດທີ່ກາອິນ ແລະ ລູກໆບາງຄົນຂອງອາດາມ ແລະ ເອວາໄດ້ເລືອກທີ່ຈະບໍ່ເຊື່ອຟັງກໍເພາະວ່າພວກເຂົາຮັກຊາຕານຫລາຍກວ່າພຣະເຈົ້າ.12
ຄວາມຮັກທີ່ເຮົາມີຕໍ່ພຣະຜູ້ຊ່ອຍໃຫ້ລອດແມ່ນຈຳເປັນຕໍ່ການເຊື່ອຟັງເໝືອນດັ່ງພຣະຜູ້ຊ່ອຍໃຫ້ລອດ. ເມື່ອເຮົາພະຍາຍາມທີ່ຈະເຊື່ອຟັງໃນວັນເວລາຂອງໂລກນີ້, ເຮົາປະກາດຄວາມຮັກ ແລະ ຄວາມເຄົາລົບທີ່ມີໃຫ້ແກ່ລູກໆຂອງພຣະບິດາເທິງສະຫວັນທັງປວງ. ແຕ່ມັນເປັນໄປບໍ່ໄດ້ສຳລັບຄວາມຮັກທີ່ມີໃຫ້ຄົນອື່ນນີ້ຈະປ່ຽນແປງພຣະບັນຍັດຂອງພຣະເຈົ້າ, ຊຶ່ງຖືກປະທານໃຫ້ເພື່ອຄວາມດີຂອງເຮົາ! ຍົກຕົວຢ່າງ, ພຣະບັນຍັດທີ່ວ່າເຮົາບໍ່ຄວນຂ້າ ຫລື ເຮັດສິ່ງໃດໆທີ່ຄ້າຍຄືກັນນັ້ນ13 ແມ່ນສ້າງຂຶ້ນເທິງພື້ນຖານຂອງກົດທາງວິນຍານ ທີ່ປົກປ້ອງລູກໆຂອງພຣະເຈົ້າທຸກໆຄົນ, ແມ່ນແຕ່ຜູ້ທີ່ຍັງບໍ່ທັນເກີດເທື່ອ. ປະສົບການທັງຫລາຍຈາກປະຫວັດສາດສະແດງໃຫ້ເຫັນວ່າເມື່ອເຮົາບໍ່ເອົາໃຈໃສ່ກົດນີ້, ຄວາມໂສກເສົ້າຢ່າງຫລວງຫລາຍຈະຕາມມາ. ແຕ່ຫລາຍຄົນເຊື່ອວ່າມັນເປັນທີ່ຍອມຮັບ ທີ່ຈະກຳຈັດຊີວິດຂອງເດັກທີ່ຍັງບໍ່ທັນເກີດເທື່ອເພື່ອເຫດຜົນຂອງທາງເລືອກ ຫລື ຄວາມສະດວກສະບາຍ.
ການແກ້ຕົວສຳລັບການບໍ່ເຊື່ອຟັງຈະບໍ່ປ່ຽນແປງກົດທາງວິນຍານ ຫລື ຜົນທີ່ຕາມມາຂອງມັນ ແຕ່ຈະນຳໄປສູ່ຄວາມສັບສົນ, ຄວາມບໍ່ໝັ້ນຄົງ, ເດີນໂຊເຊໄປຕາມທາງທີ່ແປກປະຫລາດ, ຫລົງທາງ, ແລະ ຄວາມໂສກເສົ້າ. ໃນຖານະທີ່ເປັນສານຸສິດຂອງພຣະຄຣິດ, ເຮົາມີພັນທະອັນສັກສິດທີ່ຈະສະໜັບສະໜູນກົດ ແລະ ພຣະບັນຍັດຂອງພຣະອົງ ແລະ ພັນທະສັນຍາຊຶ່ງເຮົາໄດ້ຮັບໄວ້ກັບຕົນເອງ.
ໃນເດືອນທັນວ່າປີ 1831, ອ້າຍນ້ອງບາງຄົນຖືກເອີ້ນໃຫ້ໄປຊ່ອຍຜ່ອນຄາຍຄວາມຮູ້ສຶກບໍ່ເປັນມິດທີ່ໄດ້ເກີດຂຶ້ນຕໍ່ສາດສະໜາຈັກ. ຜ່ານສາດສະດາໂຈເຊັບ ສະມິດ, ພຣະຜູ້ເປັນເຈົ້າໄດ້ຊີ້ນຳເຂົາເຈົ້າໃນວິທີທາງທີ່ບໍ່ເປັນປົກກະຕິ, ແຕ່ເປັນວິທີທີ່ປະຫລາດໃຈ:
ພຣະຜູ້ເປັນເຈົ້າໄດ້ບອກໄພ່ພົນ ເຮັດໃຫ້ສັດຕູຂອງເຂົາເຈົ້າຈຳນົນ ແລະ ຂໍໃຫ້ສັດຕູໄປພົບເຂົາເຈົ້າໃນບ່ອນສະທາລະນະ ແລະ ເປັນສ່ວນຕົວ. …
ພຣະອົງໄດ້ກ່າວວ່າ ໃຫ້ເຂົານຳເຫດຜົນທີ່ໜັກແໜ້ນຂອງເຂົາອອກມາຕໍ່ຕ້ານພຣະອົງ.
ພຣະອົງໄດ້ກ່າວວ່າ ບໍ່ມີອາວຸດທີ່ສ້າງຂຶ້ນຕໍ່ສູ້ກັບໄພ່ພົນ ຈະຮຸ່ງເຮືອງ;
ແລະ ຖ້າຫາກຄົນໃດຂຶ້ນສຽງຖຽງເຂົາເຈົ້າ ເຂົາຈະຈຳນົນໃນເວລາອັນເໝາະສົມຂອງພຣະອົງເອງ.
ດັ່ງນັ້ນ, ເຂົາເຈົ້າຄວນຮັກສາພຣະບັນຍັດຂອງພຣະອົງ; ໃຫ້ຈິງໃຈ ແລະ ຊື່ສັດ.14
ບົດຮຽນທີ່ພົບເຫັນໃນພຣະຄຳພີ
ພຣະຄຳພີກໍເຕັມໄປດ້ວຍຕົວຢ່າງຂອງສາດສະດາ ຜູ້ທີ່ໄດ້ຮຽນຮູ້ບົດຮຽນແຫ່ງການເຊື່ອຟັງໂດຍປະສົບການຂອງເຂົາເຈົ້າເອງ.
ໂຈເຊັບ ສະມິດ ຖືກສັ່ງສອນເຖິງຜົນທີ່ຕາມມາຂອງການຍອມຕໍ່ການກົດດັນຂອງ ມາຕິນ ແຮຣິສ ທີ່ເປັນຜູ້ອຸປະກາລະ, ເປັນເພື່ອນ ແລະ ຜູ້ຂຽນຂອງເພິ່ນ. ໃນການຕອບຮັບຕໍ່ຄຳຂໍຮ້ອງຂອງ ມາຕິນ, ໂຈເຊັບ ໄດ້ທູນຂໍຄຳອະນຸຍາດຈາກພຣະຜູ້ເປັນເຈົ້າທີ່ຈະໃຫ້ ມາຕິນ ຢືມ ໜັງສື 116 ໜ້າໃນຕົ້ນສະບັບເອກະສານຈາກພຣະຄຳພີມໍມອນ ເພື່ອວ່າ ມາຕິນຈະສາມາດສະແດງມັນໃຫ້ຄອບຄົວຂອງລາວເຫັນ, ແຕ່ພຣະຜູ້ເປັນເຈົ້າໄດ້ບອກ ໂຈເຊັບ ໃຫ້ຕອບວ່າບໍ່. ມາຕິນ ໄດ້ວິງວອນນຳ ໂຈເຊັບ ໃຫ້ທູນຂໍພຣະຜູ້ເປັນເຈົ້າອີກ. ຫລັງຈາກ ໂຈເຊັບໄດ້ທູນຂໍເປັນເທື່ອທີສາມ ພຣະຜູ້ເປັນເຈົ້າກໍໄດ້ອະນຸຍາດ ໃຫ້ແກ່ຫ້າຄົນໂດຍສະເພາະທີ່ຈະທົບທວນຕົ້ນສະບັບນັ້ນ. ໃນພັນທະສັນຍາທີ່ສັກສິດທີ່ສຸດ ມາຕິນ ໄດ້ສັນຍາວ່າຈະເຮັດຕາມຂໍ້ຕົກລົງນີ້. ເມື່ອລາວເມືອຮອດບ້ານ, ແລະ ຖືກກົດດັນໃຫ້ສະແດງເອກະສານນັ້ນ, ລາວໄດ້ລືມຄຳສາບານອັນສັກສິດຂອງລາວ ແລະ ໄດ້ປ່ອຍໃຫ້ຄົນອື່ນເຫັນເອກະສານ, ແລະ ເພາະເຫດນັ້ນລາວກໍໄດ້ສູນເສຍເອກະສານນັ້ນໄປ.15 ຜົນທີ່ຕາມມາກໍຄື, ໂຈເຊັບ ຖືກພຣະຜູ້ເປັນເຈົ້າຕຳນິຕິຕຽນ ແລະ ຖືກປະຕິເສດບໍ່ໃຫ້ແປພຣະຄຳພີມໍມອນ. ໂຈເຊັບໄດ້ທົນທຸກ ແລະ ໄດ້ກັບໃຈຈາກການລະເມີດຂອງເພິ່ນທີ່ໄດ້ຍອມຕໍ່ການກົດດັນຈາກຄົນອື່ນ ແລະ ໄດ້ສູນເສຍມັນໄປ. ຫລັງຈາກເວລາຜ່ານໄປໜ້ອຍໜຶ່ງ, ໂຈເຊັບໄດ້ຮັບອະນຸຍາດໃຫ້ແປຕໍ່ໄປ. ໂຈເຊັບ ໄດ້ຮຽນບົດຮຽນທີ່ສຳຄັນຂອງການເຊື່ອຟັງ ທີ່ໄດ້ເປັນຜົນປະໂຫຍດໃຫ້ແກ່ເພິ່ນຕະຫລອດຊີວິດ!
ສາດສະດາ ໂມເຊ ກໍໃຫ້ຕົວຢ່າງອີກຢ່າງໜຶ່ງ. ເມື່ອ ໂມເຊ ໄດ້ຮັບເອົາຄົນອີຕີໂອເປຍມາເປັນເມຍຢ່າງເຊື່ອຟັງ, ມາຣີອາມ ແລະ ອາໂຣນ ໄດ້ກ່າວຕໍ່ຕ້ານເພິ່ນ. ແຕ່ພຣະຜູ້ເປັນເຈົ້າໄດ້ປະນາມເຂົາເຈົ້າວ່າ, “ດັ່ງນັ້ນເຮົາຈຶ່ງກ່າວກັບ [ໂມເຊ] ໜ້າຕໍ່ໜ້າຢ່າງຈະແຈ້ງ ແລະ ຢ່າງບໍ່ມີບັນຫາ.”16 ພຣະຜູ້ເປັນເຈົ້າໄດ້ໃຊ້ເຫດການທີ່ຍິ່ງໃຫຍ່ນີ້ເພື່ອສອນສະມາຊິກຂອງສາດສະໜາຈັກໃນຍຸກສະໄໝຂອງເຮົາ. ໃນປີ 1830 ໄຮຣຳ ເພຈ ໄດ້ປະກາດວ່າໄດ້ຮັບການເປີດເຜີຍສຳລັບສາດສະໜາຈັກ. ພຣະຜູ້ເປັນເຈົ້າໄດ້ຕີສອນລາວ ແລະ ໄດ້ສັ່ງສອນໄພ່ພົນວ່າ, ເຂົາເຈົ້າຄວນເຊື່ອຟັງຕໍ່ສິ່ງທີ່ພຣະອົງຈະປະທານໃຫ້ [ໂຈເຊັບ], ແມ່ນແຕ່ດັ່ງ ອາໂຣນ,17 ເພາະວ່າພຣະອົງໄດ້ຮັບພວກເພິ່ນເຊັ່ນດຽວກັບໂມເຊ.18
ການເຊື່ອຟັງນຳພອນມາໃຫ້ ແລະ ເມື່ອເຮົາໄດ້ຮັບພອນປະການໃດຈາກພຣະເຈົ້າ, ມັນກໍເປັນໄປໂດຍການເຊື່ອຟັງກົດນັ້ນ ຊຶ່ງພອນນັ້ນຖືກກຳນົດໄວ້.19
ການເຊື່ອຟັງຖືກສອນໂດຍຕົວຢ່າງ. ໂດຍວິທີທີ່ເຮົາດຳລົງຊີວິດ, ເຮົາສອນລູກໆຂອງເຮົາວ່າ: “ຈົ່ງຮຽນຮູ້ປັນຍາໃນໄວໜຸ່ມຂອງລູກ; ແທ້ຈິງແລ້ວ, ຈົ່ງຮຽນຮູ້ໃນໄວໜຸ່ມຂອງລູກເພື່ອຮັກສາພຣະບັນຍັດຂອງພຣະເຈົ້າ.”20
ການເຊື່ອຟັງເຮັດໃຫ້ເຮົາເຂັ້ມແຂງຂຶ້ນເທື່ອລະເລັກເທື່ອລະນ້ອຍ, ສາມາດທີ່ຈະອົດທົນຕໍ່ການທົດສອບ ແລະ ການທົດລອງໃນອະນາຄົດ. ການເຊື່ອຟັງໃນສວນເຄັດເຊມາເນໄດ້ຕຽມພຣະຜູ້ຊ່ອຍໃຫ້ລອດທີ່ຈະເຊື່ອຟັງ ແລະ ອົດທົນຈົນເຖິງທີ່ສຸດໃນໂຄລະໂຄທາ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຖ້ອຍຄຳຂອງ ແອວມາ ສະແດງເຖິງຄວາມຮູ້ສຶກ ແລະ ຄວາມນຶດຄິດທີ່ເລິກຊຶ້ງໃນໃຈຂອງຂ້າພະເຈົ້າວ່າ:
“ແລະ ບັດນີ້ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເວົ້າເລື່ອງເຫລົ່ານີ້ກັບພວກທ່ານເພື່ອຂ້າພະເຈົ້າຈະໄດ້ປຸກພວກທ່ານໃຫ້ຮູ້ສຶກເຖິງໜ້າທີ່ຂອງພວກທ່ານຕໍ່ພຣະເຈົ້າ, ເພື່ອພວກທ່ານຈະເດີນໄປໂດຍບໍ່ມີຄວາມຜິດຕໍ່ພຣະພັກຂອງພຣະອົງ. …
“ແລະ ບັດນີ້ຂ້າພະເຈົ້າຢາກໃຫ້ພວກທ່ານຖ່ອມຕົວ, ເປັນຄົນສອນງ່າຍ ແລະ ອ່ອນໂຍນ; … ພາກພຽນໃນການຮັກສາພຣະບັນຍັດຂອງພຣະເຈົ້າຕະຫລອດເວລາ.”21
ຂ້າພະເຈົ້າເປັນພະຍານພິເສດວ່າພຣະຜູ້ຊ່ອຍໃຫ້ລອດຂອງເຮົາຊົງພຣະຊົນຢູ່. ເພາະພຣະອົງໄດ້ເຊື່ອຟັງ, “ທຸກຫົວເຂົ່າຈະຄຸລົງ, ແລະ ທຸກລິ້ນຈະສາລະພາບ … ວ່າພຣະອົງຄື [ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ].”22 ຂໍໃຫ້ເຮົາຈົ່ງຮັກພຣະອົງຢ່າງເລິກຊຶ້ງ ແລະ ເຊື່ອພຣະອົງໃນສັດທາຢ່າງສົມບູນຄົບຖ້ວນ ເພື່ອວ່າເຮົາກໍຈະເຊື່ອຟັງຄືກັນ, ຮັກສາພຣະບັນຍັດຂອງພຣະອົງ, ແລະ ກັບຄືນໄປຢູ່ກັບພຣະອົງຕະຫລອດໄປໃນອານາຈັກຂອງພຣະເຈົ້າຂອງເຮົາ, ນີ້ຄືຄຳອະທິຖານຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.