ທ່ານກຳລັງນອນຫລັບຜ່ານຂ້າມການຟື້ນຟູບໍ?
ມັນສຳຄັນຫລາຍສຳລັບເຮົາເປັນສ່ວນບຸກຄົນ, ເປັນຄອບຄົວ, ແລະ ທັງສາດສະໜາຈັກຂອງພຣະຄຣິດ ທີ່ຈະໃຊ້ຄວາມພະຍາຍາມຈົນສຸດໃຈເພື່ອເຮັດວຽກງານທີ່ສັກສິດນີ້.
ເກືອບເຖິງ 200 ປີມາແລ້ວ, ເລື່ອງສັ້ນເລື່ອງໜຶ່ງຂອງຊາວອາເມຣິກາ ຊື່ “Rip Van Winkle” ໄດ້ກາຍເປັນເລື່ອງທີ່ຄົນຮູ້ກັນທົ່ວ. ຄົນສຳຄັນໃນເລື່ອງນີ້ ຊື່ວ່າ, ຣິບ, ເປັນຄົນບໍ່ທະເຍີທະຍານ ຜູ້ເກັ່ງຫລາຍໃນສອງເລື່ອງຄື: ຫລີກເວັ້ນຈາກວຽກງານ ແລະ ຫລົບໜ້າເມຍຂອງລາວ.
ມື້ໜຶ່ງ, ໃນຂະນະທີ່ລາວເຂົ້າໄປໃນປ່າກັບໝາຂອງລາວ, ລາວໄດ້ເຫັນຜູ້ຊາຍກຸ່ມໜຶ່ງທີ່ນຸ່ງເຄື່ອງແປກໆ ນັ່ງກິນເຫລົ້າ ແລະ ຫລິ້ນເກມຢູ່. ຫລັງຈາກທີ່ໄດ້ດື່ມເຫລົ້າຮ່ວມໂຕະກັບຄົນກຸ່ມນັ້ນແລ້ວ, ນາຍ ຣິບ ເລີ່ມງ້ວງນອນ, ລາວຈຶ່ງໄດ້ຫລັບຕາລາວຈັກບຶດໜຶ່ງ. ເມື່ອລາວມືນຕາອີກ, ລາວຕົກໃຈເມື່ອເຫັນວ່າ ໝາຂອງລາວໄດ້ຫາຍໄປ, ປືນຂອງລາວກໍເຂົ້າຂີ້ໝ້ຽງ, ແລະ ລາວມີໜວດຍາວ.
ນາຍ ຣິບ ໄດ້ເດີນທາງກັບບ້ານ ແຕ່ເມື່ອໄປເຖິງກໍພົບເຫັນວ່າ ທຸກສິ່ງໄດ້ປ່ຽນໄປ. ເມຍຂອງລາວໄດ້ຕາຍໄປແລ້ວ, ແລະ ໝູ່ເພື່ອນຂອງລາວກໍບໍ່ເຫລືອຢູ່, ແລະ ຮູບຂອງກະສັດ ຈອດ ອົງທີສາມ ຢູ່ໂຮງແຮມນ້ອຍກໍປ່ຽນເປັນຮູບຄົນທີ່ລາວບໍ່ຮູ້ຈັກ—ເປັນຮູບຂອງປະທານຈອດ ວໍຊິງຕັນ.
ນາຍ ຣິບ ແວນ ວິງໂກ ໄດ້ນອນຫລັບໄປເປັນເວລາ 20 ປີ! ແລະ ໃນຊ່ວງໄລຍະທີ່ລາວຫລັບຢູ່ນັ້ນ, ລາວບໍ່ໄດ້ເຫັນຫລາຍສິ່ງທີ່ສຳຄັນ ແລະ ໜ້າຕື່ນເຕັ້ນ ຊຶ່ງໄດ້ເກີດຂຶ້ນໃນປະຫວັດສາດຂອງປະເທດຂອງລາວ—ລາວໄດ້ນອນຫລັບຜ່ານຂ້າມການປະຕິວັດຂອງສະຫະລັດອາເມຣິກາ.
ໃນເດືອນພຶດສະພາ ປີ 1966, ດຣ. ມາຕິນ ລູເຕີ ຄິງ ຜູ້ລູກ ໄດ້ເອົາເລື່ອງນີ້ມາໃຊ້ເປັນການສະແດງໃຫ້ເຫັນຄຳປາໄສຂອງເພິ່ນ “ຢ່ານອນຫລັບຜ່ານຂ້າມການປະຕິວັດ.”1
ມື້ນີ້, ຂ້າພະເຈົ້າຈະເອົາຫົວຂໍ້ດຽວກັນນີ້ມາສະເໜີເປັນຄຳຖາມ ເພື່ອຖາມເຮົາທຸກຄົນຜູ້ດຳລົງຖານະປະໂລຫິດຂອງພຣະເຈົ້າວ່າ: ທ່ານກຳລັງນອນຫລັບຜ່ານຂ້າມການຟື້ນຟູບໍ?
ເຮົາມີຊີວິດຢູ່ໃນວັນເວລາແຫ່ງການຟື້ນຟູ
ບາງເທື່ອເຮົາຄິດເຖິງການຟື້ນຟູພຣະກິດຕິຄຸນເປັນບາງສິ່ງທີ່ບັນລຸຜົນສຳເລັດແລ້ວ, ມັນກາຍເປັນອາດີດແລ້ວ—ໂຈເຊັບ ສະມິດ ໄດ້ແປພຣະຄຳພີມໍມອນແລ້ວ, ເພິ່ນໄດ້ຮັບຂໍກະແຈຂອງຖານະປະໂລຫິດແລ້ວ, ສາດສະໜາຈັກໄດ້ຖືກຈັດຕັ້ງຂຶ້ນແລ້ວ. ໃນຄວາມເປັນຈິງແລ້ວ, ການຟື້ນຟູແມ່ນພວມເກີດຂຶ້ນຢູ່; ເຮົາມີຊີວິດຢູ່ໃນຊ່ວງໄລຍະຂອງມັນໃນຕອນນີ້. ມັນຮ່ວມດ້ວຍທຸກສິ່ງ “ທັງໝົດທີ່ພຣະເຈົ້າໄດ້ເປີດເຜີຍ, ທັງໝົດທີ່ພຣະອົງເປີດເຜີຍຢູ່ໃນຂະນະນີ້,” ແລະ ພຣະອົງຈະເປີດເຜີຍ “ເລື່ອງສຳຄັນ ແລະ ຍິ່ງໃຫຍ່ອີກຫລາຍເລື່ອງ.”2 ອ້າຍນ້ອງທັງຫລາຍ, ການຂະຫຍາຍຕົວທີ່ໜ້າຕື່ນເຕັ້ນໃນທຸກວັນນີ້ ເປັນສ່ວນໜຶ່ງຂອງການຕຽມພ້ອມ ຊຶ່ງໄດ້ບອກໄວ້ລ່ວງໜ້າແລ້ວ ຊຶ່ງຈະສະຫລຸບດ້ວຍການສະເດັດມາຄັ້ງທີສອງທີ່ຮຸ່ງໂລດຂອງພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ.
ຕອນນີ້ເປັນໄລຍະທີ່ໜ້າອັດສະຈັນໃຈຫລາຍໃນປະຫວັດສາດຂອງໂລກ! ສາດສະດາໃນສະໄໝໂບຮານກໍຢາກເຫັນວັນເວລາຂອງເຮົາຫລາຍ
ເມື່ອວັນເວລາໃນຄວາມເປັນມະຕະຂອງເຮົາສິ້ນສຸດລົງ, ປະສົບການໃດແດ່ທີ່ເຮົາຈະສາມາດແບ່ງປັນກ່ຽວກັບພາກສ່ວນຂອງເຮົາໃນຊ່ວງໄລຍະທີ່ເຮົາມີຊີວິດຢູ່ ແລະ ໃນການນຳວຽກງານຂອງພຣະຜູ້ເປັນເຈົ້າໄປໜ້າ? ເຮົາຈະສາມາດກ່າວວ່າ ເຮົາໄດ້ອອກແຮງດ້ວຍສຸດໃຈ, ດ້ວຍສຸດພະລັງ, ສຸດຄວາມຄິດ ແລະ ສຸດກຳລັງຂອງເຮົາບໍ່? ຫລື ເຮົາຈະສາລະພາບວ່າ ເຮົາພຽງແຕ່ຢືນເບິ່ງເທົ່ານັ້ນ?
ຂ້າພະເຈົ້າຄິດວ່າ ຄົງມີເຫດຜົນຫລາຍຢ່າງວ່າ ເປັນຫຍັງມັນຈຶ່ງງ່າຍທີ່ຈະງ້ວງນອນກັບສິ່ງທີ່ກ່ຽວກັບການສ້າງສາອານາຈັກຂອງພຣະເຈົ້າ. ຂ້າພະເຈົ້າຂໍກ່າວເຖິງສາມຢ່າງທີ່ສຳຄັນ. ຂ້າພະເຈົ້າຫວັງວ່າ ທ່ານຈະໄຕ່ຕອງ ຖ້າຫາກວ່າມີອັນໃດແດ່ທີ່ກ່ຽວພັນ. ຖ້າຫາກທ່ານຂາດຕົກບົກພ່ອງໃນເລື່ອງໃດ, ຂ້າພະເຈົ້າຂໍໃຫ້ທ່ານຈົ່ງຄິດຫາວິທີທີ່ທ່ານຈະສາມາດເຮັດໄດ້ ເພື່ອປັບປຸງຕົນເອງໃຫ້ດີຂຶ້ນກວ່າເກົ່າ.
ຄວາມເຫັນແກ່ຕົວ
ທຳອິດ, ຄວາມເຫັນແກ່ຕົວ.
ຜູ້ທີ່ເຫັນແກ່ຕົວ ຈະສະແຫວງຫາສິ່ງທີ່ຕົນເອງສົນໃຈ ແລະ ເພິ່ງພໍໃຈ ຫລາຍກວ່າສິ່ງອື່ນ. ຄຳຖາມທີ່ສຳຄັນສຳລັບຜູ້ທີ່ເຫັນແກ່ຕົວແມ່ນ “ຂ້ອຍຊິໄດ້ຫຍັງ?”
ອ້າຍນ້ອງທັງຫລາຍ, ຂ້າພະເຈົ້າແນ່ໃຈວ່າ ທ່ານກໍເຫັນຢ່າງແຈ່ມແຈ້ງວ່າ ການປະພຶດເຊັ່ນນີ້ ຕໍ່ຕ້ານຄວາມຮູ້ສຶກທີ່ຈະສ້າງສາອານາຈັກຂອງພຣະເຈົ້າ.
ເມື່ອເຮົາເລືອກຮັບໃຊ້ຢ່າງທີ່ເຫັນແກ່ຕົວ ແທນການຮັບໃຊ້ຢ່າງບໍ່ເຫັນແກ່ຕົວ, ແລ້ວສິ່ງສຳຄັນໃນຊີວິດຂອງເຮົາມີພຽງແຕ່ເຫັນແກ່ຕົນເອງ ແລະ ເຫັນແກ່ຄວາມສຳລານຂອງຕົນເອງ.
ຄົນລຸ້ນຜ່ານມາກໍເຄີຍປະເຊີນກັບຄວາມອວດຕົວເອງ ແລະ ການບູຊາຕົວເອງໃນຫລາຍວິທີທາງຄືກັນ, ແຕ່ຂ້າພະເຈົ້າຄິດວ່າໃນປະຈຸບັນນີ້ ເຮົາອາດມີເທົ່າໆກັນ ຫລື ອາດມີຫລາຍກວ່ານັ້ນອີກ. ມັນເປັນເລື່ອງບັງເອີນບໍທີ່ບໍ່ດົນມານີ້ ປຶ້ມວັດຈະນະນຸກົມ ມີຄຳໃໝ່ມາຕື່ມໃສ່ສຳລັບປີນີ້ ຄືຄຳວ່າ “selfie” (ແຊວຟີ) ໝາຍຄວາມວ່າ ຖ່າຍຮູບເອົາຕົວເອງ?3
ຕາມທຳຊາດແລ້ວ, ເຮົາທຸກຄົນມີຄວາມປາດຖະໜາຢາກໃຫ້ຄົນອື່ນຮັບຮູ້, ແລະ ກໍບໍ່ມີຄວາມຜິດແນວໃດກັບການທີ່ຈະພັກຜ່ອນຢ່ອນອາລົມ ແລະ ມີຄວາມສະໜຸກສຸກສະບາຍ. ແຕ່ຖ້າໃຫ້ການສະແຫວງ “ຫາຜົນປະໂຫຍດ ແລະ ສັນລະເສີນຂອງທາງໂລກ”4 ເປັນສິ່ງສຳຄັນໃນຄວາມກະຕືລືລົ້ນຂອງເຮົາ, ແລ້ວເຮົາຈະພາດປະສົບການທີ່ເປັນການໄຖ່ ແລະ ພາດຄວາມປິຕິຍິນດີ ທີ່ມາຈາກການມອບຕົວເຮົາເອງໃຫ້ແກ່ ວຽກງານຂອງພຣະຜູ້ເປັນເຈົ້າດ້ວຍຄວາມເພື່ອແຜ່.
ຈະແກ້ໄຂດ້ວຍວິທີໃດ?
ຄຳຕອບແມ່ນຢູ່ໃນຖ້ອຍຄຳຂອງພຣະຄຣິດສະເໝີ ທີ່ວ່າ:
“ຖ້າຜູ້ໃດຜູ້ໜຶ່ງຢາກຕາມເຮົາມາ ຜູ້ນັ້ນຕ້ອງຕັດສິດຂອງຕົນເສຍ ແລະ ຮັບແບກໄມ້ກາງແຂນຂອງຕົນ ແລະ ຕາມເຮົາມາ.
“ເພາະຜູ້ໃດທີ່ຢາກຊ່ອຍຊີວິດຂອງຕົນໃຫ້ພົ້ນ ຜູ້ນັ້ນກໍຈະເສຍຊີວິດ, ແຕ່ຜູ້ໃດທີ່ສະລະຊີວິດຂອງຕົນເພື່ອເຫັນແກ່ເຮົາ ແລະ ແກ່ຂ່າວປະເສີດ ຜູ້ນັ້ນກໍຈະຖືກຊ່ອຍຊີວິດໃຫ້ພົ້ນໄດ້.”5
ຜູ້ທີ່ມອບຊີວິດໃຫ້ແກ່ພຣະຜູ້ຊ່ອຍໃຫ້ລອດ ແລະ ຮັບໃຊ້ພຣະເຈົ້າ ແລະ ມວນມະນຸດ ຈະພົບເຫັນຄວາມອຸດົມສົມບູນ ແລະ ເຕັມສ່ວນໃນຊີວິດ ຊຶ່ງຜູ້ທີ່ເຫັນແກ່ຕົວ ແລະ ອວດດີ ຈະບໍ່ມີວັນເຄີຍພົບເຫັນຈັກເທື່ອ. ຄົນທີ່ບໍ່ເຫັນແກ່ຕົວຈະມອບຕົນເອງໃຫ້. ເຖິງແມ່ນຈະເປັນຄວາມໃຈບຸນໃນສິ່ງທີ່ເລັກນ້ອຍ ແຕ່ມັນມີອິດທິພົນຫລາຍ ເຊັ່ນ: ຮອຍຍິ້ມ, ຈັບມືທັກທາຍ, ໂອບກອດ, ໃຊ້ເວລາຟັງ, ຄຳທີ່ໃຫ້ກຳລັງໃຈ, ຫລື ທ່າທີບອກເຖິງຄວາມເປັນຫ່ວງເປັນໄຍ. ການກະທຳດ້ວຍຄວາມເມດຕາເຫລົ່ານີ້ ສາມາດປ່ຽນໃຈ ແລະ ຊີວິດໄດ້. ເມື່ອເຮົາສວຍໂອກາດທີ່ຈະຮັກ ແລະ ຮັບໃຊ້ເພື່ອນມະນຸດດ້ວຍກັນ, ຮ່ວມທັງຄູ່ຄອງ ແລະ ຄອບຄົວຂອງເຮົາ, ແລ້ວຄວາມສາມາດຂອງເຮົາທີ່ຈະຮັກພຣະເຈົ້າ ແລະ ຮັບໃຊ້ຄົນອື່ນໆ ຈະເພີ່ມທະວີຫລາຍຂຶ້ນ.
ຜູ້ທີ່ຮັບໃຊ້ຄົນອື່ນຈະບໍ່ນອນຫລັບຜ່ານຂ້າມການຟື້ນຟູ.
ການຕິດແສດ
ສິ່ງໜຶ່ງອີກທີ່ອາດເຮັດໃຫ້ເຮົາຍ່າງທັງຫລັບໃນຊ່ວງໄລຍະທີ່ສຳຄັນຂອງໂລກນີ້ແມ່ນການຕິດແສດ.
ການຕິດແສດສ່ວນຫລາຍແລ້ວຈະເລີ່ມຕົ້ນດ້ວຍຄວາມລີ້ລັບ. ການຕິດແສດຄືການກະທຳເທື່ອລະເລັກເທື່ອລະນ້ອຍຫລາຍໆເທື່ອ ຈົນວ່າມັນໄດ້ກາຍເປັນນິໄສ. ນິໄສທີ່ບໍ່ດີສ່ວນຫລາຍຈະນຳໄປສູ່ການຕິດແສດທີ່ລ້າງຜານ.
ການຕິດແສດທີ່ຄອບງຳມີຢູ່ໃນຫລາຍຮູບແບບ, ເຊັ່ນ ຮູບພາບລາມົກ, ສຸລາ, ກາມມະລົມ, ຢາເສບຕິດ, ຢາດູດ, ການພະນັນ, ອາຫານ, ວຽກງານ, ອິນເຕີແນັດ, ຫລື ຮູບພາບໃນຄອມພິວເຕີທີ່ຄືກັບຂອງຈິງແທ້ໆ. ຊາຕານ ຜູ້ຊຶ່ງເປັນສັດຕູຂອງເຮົາ ມີຍຸດທະວິທີຫລາຍຢ່າງທີ່ມັນມັກນຳມາໃຊ້ເພື່ອລັກເອົາຄວາມສາມາດແຫ່ງສະຫວັນຂອງເຮົາໄປ ເພື່ອບໍ່ໃຫ້ເຮົາບັນລຸພາລະກິດໃນອານາຈັກຂອງພຣະຜູ້ເປັນເຈົ້າ.
ພຣະບິດາເທິງສະຫວັນຂອງເຮົາໂສກເສົ້າເມື່ອເຫັນລູກໆທີ່ມີກຽດຂອງພຣະອົງເຕັມໃຈຍື່ນມືອອກໄປຮັບເອົາການຕິດແສດທີ່ຮ້າຍກາດນັ້ນ.
ອ້າຍນ້ອງທັງຫລາຍ, ເຮົາດຳລົງຖານະປະໂລຫິດນິລັນດອນຂອງພຣະເຈົ້າຜູ້ຊົງລິດທານຸພາບສູງສຸດ. ເຮົາເປັນບຸດຂອງພຣະຜູ້ສູງສຸດແທ້ໆ ແລະ ມີຄວາມສາມາດອັນຍິ່ງໃຫຍ່. ເຮົາໄດ້ຖືກອະນຸຍາດໃຫ້ໃຊ້ຄວາມສາມາດຂອງເຮົາຢ່າງກວ້າງຂວາງ ບໍ່ແມ່ນໃຫ້ເຮົາຖືກຫລ່າມໂສ້ຢູ່ພື້ນດິນ, ເປັນນັກໂທດເພາະສິ່ງທີ່ມະນຸດສ້າງຂຶ້ນມາ.
ຈະແກ້ໄຂດ້ວຍວິທີໃດ?
ທຳອິດ ເຮົາຕ້ອງເຂົ້າໃຈວ່າ ການປ້ອງກັນຈາກການຕິດແສດແມ່ນງ່າຍກວ່າການເລີກຈາກການຕິດແສດ. ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວວ່າ, “ຈົ່ງເບິ່ງ, ເຮົາໃຫ້ບັນຍັດແກ່ເຈົ້າ, ວ່າຢ່າຍອມໃຫ້ເລື່ອງເຫລົ່ານີ້ເຂົ້າມາໃນໃຈຂອງເຈົ້າເລີຍ.”6
ເມື່ອຫລາຍປີກ່ອນ, ປະທານທອມມັສ ແອັສ ມອນສັນ ແລະ ຂ້າພະເຈົ້າໄດ້ຖືກຮັບໃຊ້ໃຫ້ໄປຊົມຍົນ Air Force One—ຊຶ່ງເປັນຍົນພິເສດຂອງປະທານາທິບໍດີຂອງສະຫະລັດອາເມຣິກາ. ພວກເຮົາຕ້ອງໄດ້ຜ່ານການກວດເພື່ອຄວາມປອດໄພອັນແສນລຳບາກ, ແລະ ຂ້າພະເຈົ້າໄດ້ຍິ້ມອອກມາໜ້ອຍໜຶ່ງເມື່ອເຫັນພວກນາຍຍາມກວດສາດສະດາທີ່ຮັກຂອງເຮົາກ່ອນເຂົ້າໄປໃນຍົນ.
ແລ້ວຫົວໜ້າຂັບຍົນໄດ້ເຊື້ອເຊີນຂ້າພະເຈົ້າໄປນັ່ງບ່ອນຂັບຍົນ. ມັນເປັນປະສົບການທີ່ຊື່ນຊົມຫລາຍ ທີ່ຂ້າພະເຈົ້າໄດ້ນັ່ງຢູ່ໃກ້ເຄື່ອງຂັບຍົນອີກເທື່ອໜຶ່ງ ເປັນຊະນິດທີ່ຂ້າພະເຈົ້າເຄີຍຂັບໃນຫລາຍປີຜ່ານມາແລ້ວ. ຄວາມຊົງຈຳທີ່ໄດ້ຂັບຂ້າມທະເລ ຂ້າມທະວີບ ໄດ້ກັບຄືນສູ່ຈິດໃຈຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ວາດພາບເຫັນຕົນເອງຂັບຍົນຂຶ້ນຈາກປະເທດນັ້ນໄປຫາປະເທດນີ້ຕະຫລອດທົ່ວໂລກ.
ໂດຍທີ່ບໍ່ຄິດ, ຂ້າພະເຈົ້າໄດ້ວາງມືໃສ່ຄັນເລັ່ງຂອງຍົນ 747. ທັນໃດນັ້ນ, ຂ້າພະເຈົ້າໄດ້ຍິນສຽງທີ່ຄຸ້ນຫູເວົ້າຂຶ້ນຈາກຂ້າງຫລັງ—ເປັນສຽງຂອງທ່ານທອມມັສ ແອັສ ມອນສັນ.
“ດີເດີ,” ເພິ່ນເວົ້າ, “ຫ້າມຄິດເດີ້.”
ຂ້າພະເຈົ້າບໍ່ໄດ້ຄິດແນວໃດ, ແຕ່ບາງທີປະທານມອນສັນ ສາມາດອ່ານໃຈຂອງຂ້າພະເຈົ້າໄດ້.
ເມື່ອເຮົາຖືກລໍ້ລວງໃຫ້ເຮັດສິ່ງທີ່ເຮົາບໍ່ຄວນເຮັດ, ຂໍໃຫ້ເຮົາຈົ່ງຟັງສຽງເຕືອນຂອງຄົນໃນຄອບຄົວ, ແລະ ໝູ່ເພື່ອນ, ສາດສະດາທີ່ຮັກຂອງເຮົາ, ແລະ ພຣະຜູ້ຊ່ອຍໃຫ້ລອດສະເໝີ ຜູ້ທີ່ເຮົາໄວ້ວາງໃຈ.
ການປ້ອງກັນທີ່ໄດ້ຜົນດີທີ່ສຸດຕໍ່ການຕິດແສດແມ່ນການບໍ່ເລີ່ມຕົ້ນ.
ແຕ່ສຳລັບຜູ້ທີ່ຕົກຢູ່ໃນບ້ວງຂອງການຕິດແສດເດ້?
ຂໍໃຫ້ຮູ້ໄວ້ວ່າ, ກ່ອນອື່ນໝົດ, ຍັງມີຄວາມຫວັງຢູ່. ຈົ່ງສະແຫວງຫາຄວາມຊ່ອຍເຫລືອຈາກຄົນທີ່ຮັກທ່ານ, ຈາກຜູ້ນຳໃນສາດສະໜາຈັກ, ແລະ ຜູ້ໃຫ້ຄຳແນະນຳທີ່ຊຳນານ. ສາດສະໜາຈັກມີໂຄງການຊ່ອຍເຫລືອເລື່ອງການຕິດແສດ ຜ່ານຜູ້ນຳຂອງສາດສະໜາຈັກຢູ່ໃນທ້ອງຖິ່ນ, ຜ່ານທາງອິນເຕີແນັດ,7 ແລະ ຢູ່ໃນບາງເຂດ, LDS Family Services.
ຈົ່ງຈື່ຈຳສະເໝີວ່າ ດ້ວຍຄວາມຊ່ອຍເຫລືອຂອງພຣະຜູ້ຊ່ອຍໃຫ້ລອດ, ທ່ານຈະສາມາດຫາຍດີຈາກການຕິດແສດໄດ້. ມັນອາດຈະໃຊ້ເວລາດົນນານ, ຫລື ອາດເປັນສິ່ງຍາກທີ່ຈະເຮັດ, ແຕ່ພຣະຜູ້ເປັນເຈົ້າຈະບໍ່ປະຖິ້ມທ່ານ. ພຣະອົງຮັກທ່ານ. ພຣະເຢຊູຄຣິດໄດ້ຮັບທຸກທໍລະມານຊົດໃຊ້ເພື່ອຊ່ອຍເຫລືອທ່ານໃຫ້ປ່ຽນແປງ, ເພື່ອປົດປ່ອຍທ່ານອອກຈາກການເປັນຊະເລີຍຂອງບາບ.
ສິ່ງສຳຄັນທີ່ສຸດແມ່ນໃຫ້ພະຍາຍາມຕໍ່ໄປ—ບາງເທື່ອຕ້ອງໄດ້ພະຍາຍາມຫລາຍເທື່ອ ກ່ອນຈະບັນລຸຄວາມສຳເລັດ. ສະນັ້ນ ຢ່າຍອມແພ້. ຢ່າເສຍສັດທາ. ຈົ່ງຢູ່ໃກ້ພຣະຜູ້ເປັນເຈົ້າ, ແລະ ພຣະອົງຈະປະທານພະລັງແຫ່ງການປົດປ່ອຍໃຫ້ແກ່ທ່ານ. ພຣະອົງຈະໃຫ້ທ່ານເປັນອິດສະລະ.
ອ້າຍນ້ອງທັງຫລາຍຂອງຂ້າພະເຈົ້າ, ຈົ່ງຢູ່ຫ່າງໄກຈາກນິໄສທີ່ຈະພາທ່ານໄປສູ່ການຕິດແສດ. ຄົນທີ່ຢູ່ຫ່າງໄກ ຈະສາມາດອຸທິດໃຈ, ພະລັງ, ຄວາມຄິດ ແລະ ກຳລັງ ໃຫ້ແກ່ການຮັບໃຊ້ພຣະເຈົ້າ.
ເຂົາເຈົ້າຈະບໍ່ນອນຫລັບຜ່ານຂ້າມການຟື້ນຟູ.
ລຳດັບຄວາມສຳຄັນ
ສິ່ງກີດຂວາງອັນທີສາມ ທີ່ກີດກັນເຮົາຈາກການມີສ່ວນຮ່ວມໃນວຽກງານນີ້ແມ່ນ ລຳດັບຄວາມສຳຄັນຂອງຫລາຍສິ່ງທີ່ເຮົາຕ້ອງເຮັດ. ບາງຄົນໃນພວກເຮົາແມ່ນຫຍຸ້ງຫລາຍ ຈົນເຮົາຮູ້ສຶກວ່າ ເຮົາເປັນກວຽນທີ່ຖືກລາກແກ່ໄປໂດຍງົວຫລາຍໂຕ—ແຕ່ລະໂຕກໍຢາກດຶງເຮົາໄປໃນທິດທາງທີ່ແຕກຕ່າງກັນ. ພະລັງໄດ້ແຍກອອກໄປຫາຫລາຍບ່ອນ, ແຕ່ກວຽນບໍ່ໄດ້ເຄື່ອນຍ້າຍໄປທາງໃດເລີຍ.
ສ່ວນຫລາຍເຮົາຈະໃຊ້ຄວາມພະຍາຍາມຫລາຍທີ່ສຸດກັບວຽກທີ່ມັກເຮັດໃນເວລາຫວ່າງ, ກັບຫລິ້ນກິລາ, ສົນໃຈກ່ຽວກັບວິຊາອາຊີບ, ຫລື ກັບບັນຫາໃນຊຸມຊົນ ຫລື ເລື່ອງການເມືອງ. ທຸກສິ່ງຢ່າງນີ້ອາດເປັນສິ່ງດີ ແລະ ເປັນກຽດ, ແຕ່ມັນໄດ້ຈົ່ງເວລາ ແລະ ພະລັງໄວ້ໃຫ້ເຮົາເຮັດສິ່ງທີ່ມີຄວາມສຳຄັນກວ່ານັ້ນບໍ່?
ຈະແກ້ໄຂດ້ວຍວິທີໃດ?
ອີກເທື່ອໜຶ່ງ, ມັນມາຈາກຖ້ອຍຄຳຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ວ່າ:
“ຈົ່ງຮັກພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າດ້ວຍສຸດໃຈ, ດ້ວຍສຸດໃຈ, ແລະ ດ້ວຍສຸດຄວາມຄິດຂອງເຈົ້າ.
“ນັ້ນແຫລະແມ່ນກົດບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນ.
“ຂໍ້ທີສອງກໍເໝືອນກັນຄື, ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”8
ສິ່ງອື່ນໆໃນຊີວິດຄວນມີຄວາມສຳຄັນຕ່ຳກວ່າສອງຢ່າງນັ້ນ.
ແມ່ນແຕ່ການຮັບໃຊ້ໃນສາດສະໜາຈັກ, ມັນເປັນສິ່ງງ່າຍທີ່ຈະໃຊ້ເວລາໄປລ້າໆໂດຍບໍ່ຄິດ, ປາດສະຈາກໃຈ ຫລື ທາດແທ້ຂອງການເປັນສານຸສິດ.
ອ້າຍນ້ອງທັງຫລາຍ, ໃນຖານະທີ່ເປັນຜູ້ດຳລົງຖານະປະໂລຫິດ ເຮົາໄດ້ສັນຍາວ່າຈະຮັກພຣະເຈົ້າ ແລະ ຮັກເພື່ອນບ້ານ ແລະ ຜູ້ທີ່ເຕັມໃຈທີ່ຈະສະແດງຄວາມຮັກນັ້ນຜ່ານຄຳເວົ້າ ແລະ ການກະທຳ. ນັ້ນຄືຈຸດສຳຄັນຂອງຜູ້ເປັນສານຸສິດຂອງພຣະເຢຊູຄຣິດ.
ຜູ້ທີ່ດຳລົງຊີວິດຕາມຫລັກທຳເຫລົ່ານີ້ ຈະບໍ່ນອນຫລັບຜ່ານຂ້າມການຟື້ນຟູ.
ການເອີ້ນໃຫ້ຕື່ນຂຶ້ນ
ອັກຄະສາວົກໂປໂລໄດ້ຂຽນວ່າ, “ຄົນທີ່ນອນຫລັບເອີຍ, ຈົ່ງຕື່ນຂຶ້ນເຖີດ, ຈົ່ງຟື້ນຂຶ້ນມາຈາກຄວາມຕາຍ, ແລະ ພຣະຄຣິດຈະສ່ອງແສງໃສ່ເຈົ້າ.”9
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ຈົ່ງຮູ້ໄວ້ວ່າທ່ານເປັນບຸດແຫ່ງຄວາມສະຫວ່າງ.
ຢ່າປ່ອຍໃຫ້ຄວາມເຫັນແກ່ຕົວມາຄອບງຳທ່ານ! ຢ່າປ່ອຍໃຫ້ນິໄສທີ່ພາໄປຫາການຕິດແສດມາຄອບງຳທ່ານ! ຢ່າປ່ອຍໃຫ້ລຳດັບຄວາມສຳຄັນພາທ່ານໄປສູ່ຄວາມບໍ່ສົນໃຈ ຫລື ແຍກທ່ານອອກໄປຈາກພອນແຫ່ງການເປັນສານຸສິດ ແລະ ຈາກການຮັບໃຊ້ຂອງຖານະປະໂລຫິດທີ່ສູງສັກ!
ມັນສຳຄັນຫລາຍສຳລັບເຮົາເປັນສ່ວນບຸກຄົນ, ເປັນຄອບຄົວ, ແລະ ທັງສາດສະໜາຈັກຂອງພຣະຄຣິດ ທີ່ຈະໃຊ້ຄວາມພະຍາຍາມຈົນສຸດໃຈເພື່ອເຮັດວຽກງານທີ່ສັກສິດນີ້.
ການເປັນສານຸສິດຂອງພຣະເຢຊູຄຣິດ ບໍ່ແມ່ນການພະຍາຍາມເຮັດອາທິດລະເທື່ອ ຫລື ມື້ລະເທື່ອ. ມັນເປັນການພະຍາຍາມເຮັດຕະຫລອດເວລາ.
ຄຳສັນຍາຂອງພຣະຜູ້ເປັນເຈົ້າຕໍ່ຜູ້ດຳລົງຖານະປະໂລຫິດທີ່ແທ້ຈິງຂອງພຣະອົງແມ່ນຍິ່ງໃຫຍ່ເກີນກວ່າ ຈະເຂົ້າໃຈໄດ້.
ເພາະຜູ້ໃດທີ່ຊື່ສັດຕໍ່ການໄດ້ຮັບຖານະປະໂລຫິດແຫ່ງອາໂຣນ ແລະ ເມນຄີເສເດັກ ແລະ ຂະຫຍາຍການເອີ້ນຂອງຕົນ, “ຍ່ອມໄດ້ຖືກຊຳລະໃຫ້ບໍລິສຸດແລ້ວໂດຍພຣະວິນຍານຈົນເຖິງການເຮັດໃຫ້ຮ່າງກາຍຂອງພວກເຂົາໃໝ່ຄືນອີກ.” ດັ່ງນັ້ນ, ທຸກສິ່ງທີ່ພຣະບິດາຂອງເຮົາມີ ຈະຖືກມອບໃຫ້ແກ່ເຂົາ.10
ຂ້າພະເຈົ້າເປັນພະຍານວ່າ ອຳນາດແຫ່ງການຊົດໃຊ້ທີ່ຊຳລະລ້າງຂອງພຣະເຢຊູຄຣິດ ແລະ ອຳນາດແຫ່ງການປ່ຽນແປງສະພາບຂອງພຣະວິນຍານບໍລິສຸດ ສາມາດປິ່ນປົວ ແລະ ຊ່ອຍກູ້ມວນມະນຸດໄດ້. ມັນເປັນສິດທິພິເສດຂອງເຮົາ, ເປັນໜ້າທີ່ອັນສັກສິດຂອງເຮົາ, ແລະ ເປັນຄວາມສຸກຂອງເຮົາ ທີ່ຈະເອົາໃຈໃສ່ຕໍ່ການເອີ້ນຂອງພຣະຜູ້ຊ່ອຍໃຫ້ລອດ, ທີ່ຈະຕິດຕາມພຣະອົງດ້ວຍສຸດຄວາມຄິດ ແລະ ດ້ວຍຄວາມມຸ້ງໝາຍເຕັມທີ່ແຫ່ງໃຈ. ຂໍໃຫ້ເຮົາ “ຈົ່ງສັ່ນສາຍໂສ້ທີ່ຜູກມັດ [ເຮົາ] ໃຫ້ຫລຸດອອກ, ແລະ ອອກມາຈາກການປິດບັງ, ແລະ ຈົ່ງລຸກຂຶ້ນຈາກພື້ນດິນ.”11
ຂໍໃຫ້ເຮົາຍັງຕາແຈ້ງຢູ່ ແລະ ບໍ່ເມື່ອຍລ້າໃນການເຮັດວຽກງານດີ, ເພາະເຮົາພວມ “ວາງຮາກຖານຂອງວຽກງານອັນຍິ່ງໃຫຍ່,”12 ແມ່ນແຕ່ການຕຽມສຳລັບການສະເດັດມາຂອງພຣະຜູ້ຊ່ອຍໃຫ້ລອດ. ອ້າຍນ້ອງທັງຫລາຍ, ເມື່ອເຮົາຕື່ມຄວາມສະຫວ່າງຂອງຕົວຢ່າງຂອງເຮົາໃສ່ ເພື່ອເປັນພະຍານເຖິງຄວາມຈິງທີ່ສວຍງາມ ແລະ ມີພະລັງ ຊຶ່ງຖືກຟື້ນຟູຄືນມາໃໝ່, ແລ້ວເຮົາຈະບໍ່ນອນຫລັບຜ່ານຂ້າມການຟື້ນຟູ. ຂ້າພະເຈົ້າຂໍເປັນພະຍານ ແລະ ຂໍມອບພອນຂອງຂ້າພະເຈົ້າໃຫ້ແກ່ທ່ານ ໃນພຣະນາມທີ່ສັກສິດຂອງພຣະອາຈານຂອງເຮົາ, ແມ່ນແຕ່ພຣະເຢຊູຄຣິດ, ອາແມນ.