ໃຫ້ມີໃຈເດັດດ່ຽວ ແລະ ກ້າຫານ
ຂໍໃຫ້ເຮົາ—ເຮົາທຸກຄົນ—ຈົ່ງມີຄວາມກ້າຫານທີ່ຈະຕໍ່ຕ້ານກັບຄວາມຄິດເຫັນສ່ວນໃຫຍ່, ມີຄວາມກ້າຫານທີ່ຈະຍຶດໝັ້ນໃນຫລັກທຳ.
ອ້າຍນ້ອງທີ່ຮັກແພງ, ຂ້າພະເຈົ້າດີໃຈຫລາຍທີ່ໄດ້ມາຮ່ວມນຳທ່ານ. ຂ້າພະເຈົ້າອະທິຖານຂໍໃຫ້ສະຫວັນຊ່ອຍເຫລືອ ໃນຂະນະທີ່ຂ້າພະເຈົ້າກ່າວກັບທ່ານ.
ນອກເໜືອໄປຈາກສູນກາງປະຊຸມນີ້ ກໍມີຫລາຍພັນຄົນທີ່ເຕົ້າໂຮມກັນຢູ່ໃນຕຶກໂບດ ແລະ ໃນສະພາບການທີ່ແຫ່ງອື່ນໆ ຕະຫລອດທົ່ວໂລກ. ເຮົາທຸກຄົນມີບາງສິ່ງທີ່ຄ້າຍຄືກັນ ເພາະເຮົາໄດ້ຖືກມອບໝາຍໃຫ້ດຳລົງຖານະປະໂລຫິດຂອງພຣະເຈົ້າ.
ເຮົາມາສູ່ໂລກນີ້ໃນຊ່ວງໄລຍະທີ່ດີເລີດໃນປະຫວັດສາດຂອງໂລກ. ໂອກາດຂອງເຮົາເກືອບບໍ່ມີຂອບເຂດ, ແຕ່ເຮົາກໍຍັງມີການທ້າທາຍຢູ່, ບາງຢ່າງກໍພິເສດສຳລັບວັນເວລາຂອງເຮົາເທົ່ານັ້ນ.
ເຮົາມີຊີວິດຢູ່ໃນໂລກຕອນທີ່ຄຸນຄ່າທາງສິນທຳໄດ້ຖືກປະຕິເສດ, ຕອນທີ່ບາບຖືກສະແດງໃຫ້ເຫັນຢ່າງເປີດແປນ, ແລະ ຕອນທີ່ການລໍ້ລວງທີ່ຈະໃຫ້ໜີຈາກເສັ້ນທາງທີ່ຄັບແຄບ ຢູ່ອ້ອມຮອບຕົວເຮົາ. ເຮົາກຳລັງປະເຊີນກັບຄວາມກົດດັນ ແລະ ອິດທິພົນທີ່ຫລອກລວງ ຊຶ່ງປ່ຽນຄວາມສຸພາບຮຽບຮ້ອຍໄປຕາມທາງປັດຊະຍາ ແລະ ການປະຕິບັດອັນຕື້ນໆຂອງສັງຄົມ.
ເພາະການທ້າທາຍເຫລົ່ານັ້ນ ແລະ ອື່ນໆ, ເຮົາຕ້ອງໄດ້ຕັດສິນໃຈສະເໝີ ຊຶ່ງເປັນສິ່ງກຳນົດວິຖີຊີວິດຂອງເຮົາ. ກ່ອນເຮົາຈະສາມາດຕັດສິນໃຈເຮັດສິ່ງທີ່ຖືກຕ້ອງໄດ້, ເຮົາຕ້ອງມີຄວາມກ້າຫານ—ຄວາມກ້າຫານທີ່ຈະກ່າວວ່າ “ບໍ່” ຄວາມກ້າຫານທີ່ຈະກ່າວວ່າ “ແມ່ນແລ້ວ” ເມື່ອເໝາະສົມ, ຄວາມກ້າຫານທີ່ຈະເຮັດສິ່ງທີ່ຖືກຕ້ອງ ເພາະວ່າມັນເປັນສິ່ງທີ່ຖືກຕ້ອງ.
ເພາະມາດຕະຖານໃນສັງຄົມທຸກວັນນີ້ ຫ່າງໄກຈາກຄຸນຄ່າ ແລະ ຫລັກທຳຂອງພຣະຜູ້ເປັນເຈົ້າຫລາຍ, ສະນັ້ນ ເຮົາຈຶ່ງແນ່ໃຈໄດ້ວ່າ ຈະຖືກເອີ້ນໃຫ້ປົກປ້ອງສິ່ງທີ່ເຮົາເຊື່ອ. ເຮົາມີຄວາມກ້າຫານທີ່ຈະເຮັດບໍ?
ປະທານ ເຈ ຣູເບັນ ຄະລາກ ຜູ້ລູກ, ຜູ້ໄດ້ເປັນສະມາຊິກໃນຝ່າຍປະທານສູງສຸດເປັນເວລາຫລາຍປີ ໄດ້ກ່າວວ່າ: “ເຄີຍມີກໍລະນີທີ່ບາງຄົນທີ່ເຊື່ອ … ແຕ່ຮູ້ສຶກວ່າ, ຖ້າຫາກເຂົາຈະຢືນຢັນກ່ຽວກັບຄວາມເຊື່ອຂອງເຂົາ ແລ້ວໝູ່ເພື່ອນຂອງເຂົາຈະເວົ້າເຍາະເຍີ້ຍເຂົາ, ສະນັ້ນເຂົາຈຶ່ງຕ້ອງປັບຕົວໃຫ້ເຂົ້າກັບໝູ່ເພື່ອນ, ຫລື ທຳທ່າວ່າເຂົາບໍ່ເຊື່ອສິ່ງທີ່ເຂົາເຄີຍເຊື່ອອີກແລ້ວ. ຄົນເຊັ່ນນັ້ນເປັນຄົນໜ້າຊື່ໃຈຄົດ.”1 ບໍ່ມີໃຜໃນພວກເຮົາຢາກຖືກເອີ້ນວ່າແນວນັ້ນ, ແຕ່ເຮົາຍັງລັງເລໃຈທີ່ຈະປະກາດສັດທາຂອງເຮົາຢູ່ບໍ?
ເຮົາສາມາດຊ່ອຍເຫລືອຕົນເອງໃນຄວາມປາດຖະໜາທີ່ຈະເຮັດສິ່ງທີ່ຖືກຕ້ອງ ຖ້າຫາກເຮົາຢູ່ໃນສະຖານທີ່ ແລະ ມີສ່ວນໃນກິດຈະກຳທີ່ເຮັດໃຫ້ຄວາມຄິດຂອງເຮົາເຕັມໄປດ້ວຍສິ່ງທີ່ດີ ແລະ ເປັນບ່ອນທີ່ພຣະວິນຍານຂອງພຣະຜູ້ເປັນເຈົ້າຈະສະບາຍພຣະໄທ.
ບໍ່ດົນມານີ້ ຂ້າພະເຈົ້າໄດ້ອ່ານບາງເລື່ອງກ່ຽວກັບຄຳແນະນຳຂອງພໍ່ຕໍ່ລູກຊາຍຂອງລາວ ຕອນລາວອອກຈາກເຮືອນໄປເຂົ້າໂຮງຮຽນວ່າ, “ຖ້າຫາກລູກເຫັນວ່າ ລູກຢູ່ໃນບ່ອນທີ່ລູກບໍ່ຄວນຢູ່, ແລ້ວໃຫ້ລູກອອກໜີ!” ຂ້າພະເຈົ້າຂໍແນະນຳທ່ານດ້ວຍຄຳແນະນຳອັນດຽວກັນນັ້ນວ່າ: “ຖ້າຫາກທ່ານເຫັນວ່າ ທ່ານຢູ່ໃນບ່ອນທີ່ທ່ານບໍ່ຄວນຢູ່, ແລ້ວໃຫ້ທ່ານອອກໜີ!”
ເຮົາຈະຖືກເອີ້ນໃຫ້ມີຄວາມກ້າຫານເລື້ອຍໆ. ທຸກມື້ເຮົາຕ້ອງມີຄວາມກ້າຫານ—ບໍ່ແມ່ນແຕ່ໃນໂອກາດທີ່ໃຫຍ່ໂຕເທົ່ານັ້ນ, ແຕ່ສ່ວນຫລາຍແມ່ນຕອນທີ່ເຮົາຕ້ອງຕັດສິນໃຈ ຫລື ປະເຊີນກັບສະພາບການທີ່ເກີດຂຶ້ນຢູ່ອ້ອມຮອບເຮົາ. ນັກກະວີ ແລະ ນັກຂຽນປຶ້ມ ຄົນສະກ໊ອດ ຊື່ ຣໍເບີດ ຫລຸຍ ສະຕີບເວັນເຊິນ ໄດ້ກ່າວວ່າ: “ຄວາມກ້າຫານທຸກວັນບໍ່ມີຫລາຍຄົນເຫັນ. ແຕ່ຄວາມກ້າຫານຂອງທ່ານກໍມີກຽດ, ເຖິງແມ່ນບໍ່ມີໃຜຊຸກຍູ້ ແລະ ບໍ່ມີຄົນຮ້ອງໂຮສັນລະເສີນກໍຕາມ.”2
ຄວາມກ້າຫານມາເຖິງໃນຫລາຍຮູບແບບ. ນັກຂຽນຊາວຄຣິດຊື່ ຊາລີ ສະວິນໂດ ໄດ້ຂຽນວ່າ: “ຄວາມກ້າຫານບໍ່ມີກຳນົດຢູ່ໃນສະໜາມຮົບ … ຫລື ໃນຕອນຈັບຂະໂມຍຢູ່ໃນບ້ານເຮືອນຂອງທ່ານ. ການທົດສອບຄວາມກ້າຫານທີ່ແທ້ຈິງແມ່ນງຽບກວ່ານັ້ນ. ມັນເປັນການທົດສອບພາຍໃນ, ເຊັ່ນການຍຶດໝັ້ນຢູ່ໃນຄວາມຊື່ສັດ ຕອນທີ່ຄົນອື່ນບໍ່ສົນໃຈກັບທ່ານ, … ເຊັ່ນດຽວກັບ ການຢືນຢູ່ຄົນດຽວ ເມື່ອຄົນອື່ນເຂົ້າໃຈຜິດທ່ານ.”3 ຂ້າພະເຈົ້າເຊື່ອວ່າ ຄວາມກ້າຫານພາຍໃນນີ້ ແມ່ນຮ່ວມດ້ວຍການເຮັດສິ່ງທີ່ດີ ເຖິງແມ່ນເຮົາອາດຢ້ານກົວ, ໃນການປົກປ້ອງຄວາມເຊື່ອຂອງເຮົາເຖິງແມ່ນອາດຖືກຄົນອື່ນເຍາະເຍີ້ຍກໍຕາມ, ແລະ ຮັກສາຄວາມເຊື່ອເຫລົ່ານັ້ນຕອນທີ່ເຮົາອາດສູນເສຍໝູ່ເພື່ອນ ຫລື ຖານະໃນສັງຄົມຂອງເຮົາໄປ. ຜູ້ທີ່ຍຶດໝັ້ນໃນສິ່ງທີ່ຖືກຕ້ອງ ຈະຕ້ອງຊ່ຽງທີ່ຈະຖືກລັງກຽດ ແລະ ບໍ່ເປັນທີ່ນິຍົມ.
ໃນຂະນະທີ່ຮັບໃຊ້ຢູ່ໃນກອງທັບເຮືອຂອງສະຫະລັດອາເມຣິກາ ໃນສົງຄາມໂລກຄັ້ງທີສອງ, ຂ້າພະເຈົ້າໄດ້ຮຽນຮູ້ເຖິງຄວາມກ້າຫານ, ໃນສະພາບການທີ່ອັນຕະລາຍ, ແລະ ຕົວຢ່າງຂອງຄວາມກ້າຫານ. ເລື່ອງໜຶ່ງທີ່ຂ້າພະເຈົ້າບໍ່ເຄີຍລືມ ແມ່ນຄວາມກ້າຫານທີ່ງຽບທຂອງທະຫານເຮືອອາຍຸ 18 ປີຄົນໜຶ່ງ—ທີ່ບໍ່ໄດ້ນັບຖືສາດສະໜາດຽວກັນກັບເຮົາ—ຜູ້ກ້າຫານທີ່ຈະອະທິຖານ. ໃນຈຳນວນທະຫານ 250 ຄົນຢູ່ໃນກຸ່ມ, ລາວເປັນພຽງຄົນດຽວທີ່ນັ່ງຄຸເຂົ່າອະທິຖານຢູ່ຂ້າງຕຽງຂອງລາວທຸກຄືນ, ບາງເທື່ອລາວໄດ້ຖືກໝູ່ທະຫານຮ້ອງໃສ່ລາວດ້ວຍສຽງເຍາະເຍີ້ຍ ແລະ ຢອກຫລິ້ນ. ລາວໄດ້ກົ້ມຫົວລົງອະທິຖານຫາພຣະເຈົ້າ. ລາວບໍ່ເຄີຍຢ້ານ. ລາວບໍ່ເຄີຍລັງເລໃຈ. ລາວມີຄວາມກ້າຫານ.
ບໍ່ດົນມານີ້ ຂ້າພະເຈົ້າໄດ້ຍິນເລື່ອງໜຶ່ງກ່ຽວກັບຄົນໜຶ່ງທີ່ຂາດຄວາມກ້າຫານພາຍໃນ. ເພື່ອນຄົນໜຶ່ງໄດ້ບອກກ່ຽວກັບກອງປະຊຸມສິນລະລຶກທີ່ເຊີດຊູທາງວິນຍານ ຊຶ່ງນາງ ແລະ ສາມີຂອງນາງໄດ້ໄປຮ່ວມຢູ່ໃນຫວອດຂອງນາງ. ຊາຍໜຸ່ມຄົນໜຶ່ງ ຜູ້ມີຕຳແໜ່ງເປັນປະໂລຫິດຢູ່ໃນຖານະປະໂລຫິດແຫ່ງອາໂຣນ ໄດ້ສຳພັດໃຈຂອງທຸກຄົນໃນກອງປະຊຸມ ໃນຂະນະທີ່ລາວໄດ້ກ່າວເຖິງຄວາມຈິງຂອງພຣະກິດຕິຄຸນ ແລະ ເຖິງຄວາມຊື່ນຊົມກັບການຮັກສາພຣະບັນຍັດ. ລາວໄດ້ສະແດງປະຈັກພະຍານທີ່ປະທັບໃຈ ໃນຂະນະທີ່ລາວຢືນຢູ່ແທ່ນປາໄສ, ເບິ່ງສະອາດ ແລະ ຮຽບຮ້ອຍ ໃນເສື້ອສີຂາວ ແລະ ກາລະວັດຂອງລາວ.
ຕໍ່ມາໃນມື້ດຽວກັນນັ້ນ, ໃນຂະນະທີ່ຍິງຄົນນີ້ກັບສາມີຂອງນາງກຳລັງຂັບລົດອອກໄປຈາກເຮືອນຂອງເພື່ອນຂອງເຂົາເຈົ້າ, ເຂົາເຈົ້າໄດ້ເຫັນຊາຍໜຸ່ມຄົນທີ່ໄດ້ກ່າວຖ້ອຍຄຳອັນປະທັບໃຈຄົນດຽວກັນນັ້ນ. ແຕ່ລາວຢູ່ໃນລັກສະນະທີ່ແຕກຕ່າງ, ກຳລັງຍ່າງໄປຕາມທາງ ນຸ່ງເສື້ອຜ້າລຸງລັງ—ແລະ ສູບຢາ. ເພື່ອນຂອງຂ້າພະເຈົ້າ ແລະ ສາມີຂອງນາງ ບໍ່ພຽງແຕ່ຜິດຫວັງ ແລະ ໂສກເສົ້າເທົ່ານັ້ນ, ແຕ່ເຂົາເຈົ້າຍັງສັບສົນອີກ ທີ່ໄດ້ເຫັນຄົນທີ່ຫາກໍໄດ້ກ່າວປະຈັກພະຍານທີ່ດົນໃຈ ແລ້ວກັບເປັນຄົນອື່ນແບບບໍ່ນຶກບໍ່ຝັນ.
ອ້າຍນ້ອງທັງຫລາຍ, ທ່ານເປັນຄົນດຽວກັນ ບໍ່ວ່າທ່ານຈະຢູ່ໃນບ່ອນໃດ ແລະ ເຮັດສິ່ງໃດຢູ່ຫລືບໍ່—ເປັນຄົນທີ່ພຣະບິດາເທິງສະຫວັນປະສົງໃຫ້ທ່ານເປັນ ແລະ ເປັນຜູ້ທີ່ທ່ານຮູ້ວ່າຄວນເປັນຫລືບໍ່?
ໃນການສຳພາດທີ່ຖືກພິມໃນວາລະສານແຫ່ງຊາດ, ນັກຫລິ້ນບານບ້ວງທີ່ໂດ່ງດັງຄົນໜຶ່ງຊື່ ຈາບາຣີ ພາກເກີ, ເປັນສະມາຊິກຂອງສາດສະໜາຈັກ, ໄດ້ຖືກຂໍໃຫ້ບອກເຖິງຄຳແນະນຳທີ່ດີທີ່ສຸດທີ່ລາວໄດ້ຮັບຈາກພໍ່ຂອງລາວ. ຈາບາຣີໄດ້ຕອບວ່າ “[ພໍ່ຂອງຂ້າພະເຈົ້າ] ໄດ້ກ່າວວ່າ, ໃຫ້ລູກເປັນຄົນດຽວກັນ ບໍ່ວ່າຕອນລູກຢູ່ໃນຄວາມມືດ ຫລື ຕອນລູກຢູ່ໃນຄວາມສະຫວ່າງ.”4 ອ້າຍນ້ອງທັງຫລາຍ ມັນເປັນຄຳແນະນຳທີ່ສຳຄັນສຳລັບເຮົາທຸກຄົນ.
ພຣະຄຳພີຂອງເຮົາກໍເຕັມໄປດ້ວຍຕົວຢ່າງຂອງຄວາມກ້າຫານ ທີ່ເຮົາແຕ່ລະຄົນຕ້ອງການໃນທຸກວັນນີ້. ສາດສະດາດານີເອນໄດ້ສະແດງຄວາມກ້າຫານສຸດຍອດ ໂດຍການຢືນປົກປ້ອງສິ່ງທີ່ລາວຮູ້ວ່າຖືກຕ້ອງ ແລະ ໂດຍການສະແດງເຖິງຄວາມກ້າຫານທີ່ຈະອະທິຖານ, ເຖິງແມ່ນລາວຖືກຂົ່ມຂູ່ວ່າ ລາວຈະຖືກຂ້າກໍຕາມ.5
ຄວາມກ້າຫານຂອງອະບີນາໄດ, ກໍໄດ້ສະແດງອອກເໝືອນກັນ ເມື່ອເພິ່ນຍອມທີ່ຈະສະລະຊີວິດຂອງເພິ່ນ ແທນທີ່ຈະປະຕິເສດຄວາມຈິງ.6
ເຮົາບໍ່ໄດ້ຮັບການດົນໃຈບໍ ຈາກຊີວິດຂອງນັກຮົບໜຸ່ມ 2,000 ຄົນ ຂອງຮີລາມັນ, ຜູ້ໄດ້ສອນ ແລະ ໄດ້ສະແດງເຖິງຄວາມຈຳເປັນຕ້ອງມີຄວາມກ້າຫານ ທີ່ຈະເຮັດຕາມຄຳສອນຂອງພໍ່ແມ່ ເລື່ອງພົມມະຈັນ ແລະ ຄວາມບໍລິສຸດ?7
ບາງທີ ໃນເລື່ອງລາວຈາກພຣະຄຳພີແຕ່ລະເລື່ອງເຫລົ່ານັ້ນຍັງມີອີກເລື່ອງໜຶ່ງທີ່ດີເດັ່ນໄປກວ່ານັ້ນ ຊຶ່ງເປັນຕົວຢ່າງຂອງໂມໂຣໄນ, ຜູ້ໄດ້ມີຄວາມກ້າຫານທີ່ຈະຮັກສາຄວາມຊອບທຳຈົນເຖິງທີ່ສຸດ.8
ຕະຫລອດຊີວິດຂອງເພິ່ນ, ສາດສະດາໂຈເຊັບ ສະມິດ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າຫານຂອງເພິ່ນຈົນນັບບໍ່ຖ້ວນ. ຕົວຢ່າງໜຶ່ງແມ່ນຕອນທີ່ເພິ່ນກັບບັນດາອ້າຍນ້ອງຈຳນວນໜຶ່ງໄດ້ຖືກລ່າມໂສ້—ໃຫ້ວາດພາບ, ຖືກລ່າມໂສ້ດ້ວຍກັນ—ແລະ ຖືກຂັງໄວ້ນຳກັນຢູ່ເຮືອນນ້ອຍທີ່ສ້າງຍັງບໍ່ທັນສຳເລັດ ຢູ່ຂ້າງຕຶກສານໃນເມືອງຣິດສະມອນ, ລັດມີເຊີຣີ. ພາລີ ພີ ພະແຣັດ, ເປັນຜູ້ໜຶ່ງທີ່ຖືກຄຸມຂັງ, ໄດ້ຂຽນກ່ຽວກັບຄືນນັ້ນວ່າ: “ພວກເຮົາໄດ້ນອນຢູ່ ຈົນເຖິງທ່ຽງຄືນ ເຕັມໄປດ້ວຍຄວາມເຈັບປວດ ໃນຂະນະທີ່ພວກນາຍຍາມກ່າວຄຳເຍາະເຍີ້ຍ, ທັງກ່າວຄຳຫຍາບຄາຍ, ແລະ ສົກກະປົກ ເປັນເວລາຫລາຍຊົ່ວໂມງ.”
ແອວເດີ ພະແຣັດ ໄດ້ກ່າວຕື່ມວ່າ:
“ຂ້າພະເຈົ້າໄດ້ຟັງຈົນກວ່າຂ້າພະເຈົ້າເບື່ອໜ່າຍ, ຕົກຕະລຶງ, ຢ້ານກົວ, ແລະ ເຕັມໄປດ້ວຍຄວາມຄຽດແຄ້ນຫລາຍທີ່ສຸດ ຈົນວ່າຂ້າພະເຈົ້າທົນບໍ່ໄຫວ ທີ່ຈະຢືນຂຶ້ນກ່າວຕຳນິພວກນາຍຍາມ; ແຕ່ຂ້າພະເຈົ້າບໍ່ໄດ້ເວົ້າຫຍັງກັບໂຈເຊັບ, ຫລື ກັບຄົນໃດເລີຍ, ເຖິງແມ່ນວ່າຂ້າພະເຈົ້າໄດ້ນອນຢູ່ທາງຂ້າງຂອງເພິ່ນ ແລະ ກໍຮູ້ວ່າເພິ່ນຍັງບໍ່ທັນຫລັບເທື່ອ. ທັນໃດນັ້ນ, ເພິ່ນໄດ້ລຸກຢືນຂຶ້ນ ແລ້ວກ່າວດ້ວຍສຽງສັ່ນສະເທືອນ, ຫລື ດ້ວຍສຽງຂອງພະຍາສິງ ດ້ວຍຖ້ອຍຄຳເຫລົ່ານີ້:
“‘ຢຸດດຽວນີ້. … ໃນພຣະນາມຂອງພຣະເຢຊູຄຣິດ ຂ້າພະເຈົ້າສັ່ງໃຫ້ພວກເຈົ້າທຸກຄົນມິດງຽບ; ຂ້າພະເຈົ້າຈະບໍ່ທົນຟັງພາສາແບບນັ້ນຕໍ່ໄປອີກແມ່ນແຕ່ນາທີດຽວ. ໃຫ້ເຊົາເວົ້າທັນທີ, ຖ້າບໍ່ດັ່ງນັ້ນ ພວກເຈົ້າ ຫລື ຂ້າພະເຈົ້າຈະຕາຍດຽວນີ້!’”
ໂຈເຊັບ “ໄດ້ຢືນຢູ່ຢ່າງສະຫງ່າຜ່າເຜີຍ,” ຕາມທີ່ ແອວເດີ ພະແຣັດ ໄດ້ບັນຍາຍໄວ້. ເພິ່ນໄດ້ຖືກລ່າມໂສ້, ໂດຍບໍ່ມີອາວຸດ, ແຕ່ເພິ່ນຍັງສະຫງົບ ແລະ ສະຫງ່າຜ່າເຜີຍຢູ່. ເພິ່ນໄດ້ຫລຽວລົງເບິ່ງພວກນາຍຍາມທີ່ຕົວສັ່ນ ທີ່ໄດ້ຖອຍໄປນັ່ງຫົດຕົວກອດຫົວເຂົ່າຢູ່ແຈຫ້ອງ. ພວກຜູ້ຊາຍທີ່ໂຫດຮ້າຍເຫລົ່ານັ້ນ ໄດ້ຂໍໂທດນຳເພິ່ນ ແລະ ພາກັນມິດງຽບຢູ່.9
ບໍ່ແມ່ນການສະແດງຄວາມກ້າຫານທຸກເທື່ອຈະໄດ້ຮັບຜົນດີ ແລະ ໄດ້ຜົນຢ່າງທັນດ່ວນແບບນັ້ນ, ແຕ່ການສະແດງຄວາມກ້າຫານທຸກເທື່ອຈະນຳຄວາມສະຫງົບມາສູ່ຈິດໃຈ ແລະ ຄວາມຮູ້ທີ່ວ່າໄດ້ປົກປ້ອງຄວາມຖືກຕ້ອງ ແລະ ຄວາມຈິງ.
ມັນສຳຄັນຫລາຍທີ່ຈະຍຶດໝັ້ນ ໃນຕອນທີ່ບໍ່ເຫັນພ້ອມກັບຄວາມຄິດຄວາມເຫັນຂອງສັງຄົມ. ເຮົາຕ້ອງມີຄວາມກ້າຫານຄືກັນກັບ ດານີເອນ, ອະບີນາໄດ, ໂມໂຣໄນ, ຫລື ໂຈເຊັບ ສະມິດ ເພື່ອວ່າເຮົາຈະສາມາດຍຶດໝັ້ນ ຢູ່ກັບສິ່ງທີ່ເຮົາຮູ້ວ່າຖືກຕ້ອງ. ພວກເພິ່ນມີຄວາມກ້າຫານທີ່ຈະເຮັດ ບໍ່ແມ່ນເຮັດສິ່ງທີ່ງ່າຍ ແຕ່ໄດ້ເຮັດສິ່ງທີ່ຖືກຕ້ອງ.
ເຮົາທຸກຄົນຈະປະເຊີນກັບຄວາມຢ້ານກົວ, ຖືກເຍາະເຍີ້ຍ, ແລະ ຖືກຕໍ່ຕ້ານ. ຂໍໃຫ້ເຮົາ—ເຮົາທຸກຄົນ—ຈົ່ງມີຄວາມກ້າຫານທີ່ຈະຕໍ່ຕ້ານກັບຄວາມຄິດເຫັນສ່ວນໃຫຍ່, ມີຄວາມກ້າຫານທີ່ຈະຍຶດໝັ້ນໃນຫລັກທຳ. ຄວາມກ້າຫານ, ບໍ່ແມ່ນຄວາມປະນິປະນອມ, ຈະເຮັດໃຫ້ພຣະເຈົ້າພໍພຣະໄທ. ຄວາມກ້າຫານຈະກາຍເປັນຄຸນນະທຳທີ່ມີພະລັງ ແລະ ດຶງດູດໃຈ ທີ່ຈະຍອມຕາຍແບບລູກຜູ້ຊາຍ ແລະ ມີຊີວິດຢູ່ແບບສົມບັດຜູ້ດີ. ໃນຂະນະທີ່ເຮົາດຳເນີນໄປໜ້າ, ດຳລົງຊີວິດດັ່ງທີ່ຄວນ, ແລ້ວເຮົາຈະໄດ້ຮັບຄວາມຊ່ອຍເຫລືອຈາກພຣະຜູ້ເປັນເຈົ້າຢ່າງແນ່ນອນ ແລະ ສາມາດໄດ້ຮັບຄວາມປອບໂຍນຈາກພຣະຄຳຂອງພຣະອົງ. ຂ້າພະເຈົ້າມັກຄຳສັນຍາຂອງພຣະອົງ ທີ່ມີຢູ່ໃນໜັງສືຂອງໂຢຊວຍວ່າ:
“ເຮົາຈະບໍ່ປະຖິ້ມເຈົ້າ. …
“... ໃຫ້ມີໃຈເດັດດ່ຽວ ແລະ ກ້າຫານ; ຢ່າຢ້ານ ຫລື ທໍ້ຖອຍກຳລັງໃຈ ເພາະເຮົາຄືພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ ຢູ່ກັບເຈົ້າໃນທຸກໆບ່ອນທີ່ເຈົ້າໄປ.”10
ອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ດ້ວຍຄວາມກ້າຫານທີ່ເຊື່ອໝັ້ນຂອງເຮົາ, ຂໍໃຫ້ເຮົາຈົ່ງປະກາດດ້ວຍຖ້ອຍຄຳຂອງອັກຄະສາວົກໂປໂລ ທີ່ວ່າ, “ເຮົາບໍ່ມີຄວາມລະອາຍໃນຂ່າວປະເສີດ.”11 ແລ້ວ ດ້ວຍຄວາມກ້າຫານແບບດຽວກັນນັ້ນ ຂໍໃຫ້ເຮົາຈົ່ງເຮັດຕາມຄຳແນະນຳຂອງໂປໂລ ທີ່ວ່າ: “ຢ່າໃຫ້ຜູ້ໃດຜູ້ໜຶ່ງໝິ່ນປະໝາດຄວາມໜຸ່ມຂອງເຈົ້າ, ແຕ່ຈົ່ງເປັນແບບຢ່າງໃຫ້ຄົນທີ່ເຊື່ອຖືທັງຫລາຍໃນທາງກິລິຍາ ແລະ ວາຈາ, ໃນຄວາມຮັກ, ໃນຄວາມເຊື່ອ, ແລະ ໃນຄວາມບໍລິສຸດຂອງເຈົ້າ.”12
ເລື່ອງຮ້າຍຈະເກີດຂຶ້ນ ແລະ ຜ່ານພົ້ນໄປ, ແຕ່ສົງຄາມເລື່ອງຈິດວິນຍານຂອງມະນຸດຈະດຳເນີນຕໍ່ໄປ ຢ່າງບໍ່ສິ້ນສຸດ. ເໝືອນດັ່ງສຽງແກ ພຣະຄຳຂອງພຣະຜູ້ເປັນເຈົ້າໄດ້ດັງກ້ອງມາສູ່ທ່ານ ແລະ ມາສູ່ຜູ້ດຳລົງຖານະປະໂລຫິດຢູ່ໃນທຸກແຫ່ງຫົນວ່າ ບັດນີ້ໃຫ້ທຸກໆຄົນຮຽນຮູ້ໜ້າທີ່ຂອງຕົນ, ແລະ ກະທຳໃນຕຳແໜ່ງທີ່ເຂົາຖືກກຳນົດໃຫ້, ໃນຄວາມພາກພຽນທັງໝົດ.”13 ແລ້ວເຮົາຈະເປັນ, ດັ່ງທີ່ອັກຄະສາວົກເປໂຕໄດ້ປະກາດ, ຄືເປັນ “ປະໂລຫິດຫລວງ,”14 ເປັນໜຶ່ງໃນຈຸດປະສົງ ແລະ ເຕັມໄປດ້ວຍອຳນາດຈາກເບື້ອງບົນ.15
ຂໍໃຫ້ເຮົາອອກໄປຈາກທີ່ນີ້ດ້ວຍຄວາມຕັ້ງໃຈ ແລະ ດ້ວຍຄວາມກ້າຫານ ດັ່ງທີ່ໂຢບໄດ້ກ່າວວ່າ, “ຕາບໃດທີ່ຂ້ອຍນີ້ຍັງພໍມີຊີວິດຢູ່, … ຂ້ອຍຈະຢືນຢັນວ່າຂ້ອຍບໍ່ຜິດຈົນເທົ່າມື້ຕາຍ.”16 ຂ້າພະເຈົ້າອະທິຖານຂໍໃຫ້ເປັນເຊັ່ນນັ້ນເຖີດ, ໃນພຣະນາມຂອງພຣະເຢຊູຄຣິດ, ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ອາແມນ.