ການເຊື່ອຟັງຜ່ານຄວາມຊື່ສັດຂອງເຮົາ
ການເຊື່ອຟັງເປັນຕົວແທນໃຫ້ແກ່ສັດທາຂອງເຮົາໃນປັນຍາ ແລະ ສິດອຳນາດທີ່ສູງສົ່ງ, ນັ້ນຄືພຣະເຈົ້າ.
ການສັງສັນໃນຄອບຄົວທີ່ ຊິດສະເຕີ ແພຣີ ແລະ ຂ້າພະເຈົ້າໄດ້ຈັດຂຶ້ນແຕ່ລະຄ່ຳຄືນວັນຈັນ ໄດ້ເພີ່ມຈຳນວນຄົນຂຶ້ນຢ່າງກະທັນຫັນ. ນ້ອງຊາຍຂອງຂ້າພະເຈົ້າ, ລູກສາວຂອງລາວ, ນ້ອງຊາຍຂອງພັນລະຍາຂອງຂ້າພະເຈົ້າ, ແລະ ຫລານສາວຂອງຂ້າພະເຈົ້າພ້ອມດ້ວຍສາມີຂອງນາງໄດ້ຍ້າຍມາຢູ່ໃກ້ເຮືອນຂອງພວກເຮົາ. ມັນເປັນເວລາດຽວເທົ່ານັ້ນທີ່ຄອບຄົວໄດ້ຍ້າຍມາຢູ່ໃກ້ ນັບຕັ້ງແຕ່ຂ້າພະເຈົ້າຍັງນ້ອຍ. ຕອນນັ້ນຄອບຄົວຂອງຂ້າພະເຈົ້າໄດ້ຍ້າຍໄປຢູ່ຊອຍດຽວກັນກັບຍາດພີ່ນ້ອງທາງແມ່. ເຮືອນຂອງພໍ່ຕູ້ ຊັນນີ ແມ່ນຢູ່ທັດໄປຈາກເຮືອນຂອງຂ້າພະເຈົ້າທາງທິດເໜືອ, ແລະ ເຮືອນຂອງປ້າເອັມມາ ແມ່ນຢູ່ທິດໄປຈາກເຮືອນຂອງຂ້າພະເຈົ້າທາງທິດໃຕ້. ຢູ່ໃຕ້ຊອຍແມ່ນເຮືອນຂອງປ້າໂຈເຊັບຟີນ, ແລະ ຢູ່ທາງຕາເວັນອອກແມ່ນເຮືອນຂອງລຸງແອວມາ.
ຄາວຍັງນ້ອຍ ພວກເຮົາໄດ້ພົບປະສັງສັນກັບຍາດພີ່ນ້ອງທຸກວັນ ແລະ ໄດ້ມີເວລາຢູ່ນຳກັນໃນການເຮັດວຽກງານ, ມ່ວນຊື່ນ, ແລະ ຢ້ຽມຢາມກັນ. ບໍ່ມີການປະພຶດບໍ່ດີອັນໃດທີ່ບໍ່ໄປເຖິງຫູຂອງແມ່ຂອງພວກເຮົາຢ່າງໄວ. ໂລກຂອງເຮົາແມ່ນແຕກຕ່າງຫລາຍໃນຕອນນີ້—ສ່ວນຫລາຍແລ້ວ ຄົນໃນຄອບຄົວຈະແຍກຍ້າຍກັນຢູ່. ເຖິງແມ່ນເຂົາເຈົ້າຈະອາໄສຢູ່ໃກ້ກັນ, ແຕ່ສ່ວນຫລາຍແລ້ວບໍ່ໄດ້ອາໄສຢູ່ຕິດກັນ. ແຕ່ຂ້າພະເຈົ້າເຊື່ອວ່າ ຊີວິດຕອນຂ້າພະເຈົ້າຍັງນ້ອຍ ແລະ ຊີວິດໃນຕອນນີ້ ເປັນເໝືອນສະຫວັນ, ທີ່ມີຍາດພີ່ນ້ອງຍ້າຍມາອາໄສຢູ່ໃກ້. ມັນເຮັດໃຫ້ຂ້າພະເຈົ້າຄິດເຖິງສະພາບຂອງຄອບຄົວນິລັນດອນ.
ຕອນຂ້າພະເຈົ້າເປັນໜຸ່ມ, ຂ້າພະເຈົ້າໄດ້ມີຄວາມສຳພັນພິເສດກັບພໍ່ຕູ້ຂອງຂ້າພະເຈົ້າ. ຂ້າພະເຈົ້າເປັນລູກຊາຍກົກໃນຄອບຄົວ, ຂ້າພະເຈົ້າຈຶ່ງໄດ້ຊ້ວນຫິມະອອກຈາກທາງຍ່າງໃນລະດູໜາວ ແລະ ໄດ້ດູແລເດີ່ນບ້ານໃນລະດູແລ້ງໃຫ້ບ້ານຂອງຂ້າພະເຈົ້າ, ບ້ານຂອງພໍ່ຕູ້, ແລະ ບ້ານຂອງປ້າທັງສອງຂອງຂ້າພະເຈົ້າ. ຕາມປົກກະຕິແລ້ວ ພໍ່ຕູ້ມັກຈະນັ່ງຢູ່ລະບຽງໜ້າເຮືອນ ໃນຂະນະທີ່ຂ້າພະເຈົ້າຕັດຫຍ້າ. ເມື່ອຂ້າພະເຈົ້າຕັດຫຍ້າແລ້ວ, ຂ້າພະເຈົ້າຈະນັ່ງຢູ່ຂັ້ນໄດໜ້າບ້ານ ແລະ ເວົ້າລົມນຳເພິ່ນ. ເວລາເຊັ່ນນັ້ນ ມີຄວາມໝາຍຫລາຍຕໍ່ຂ້າພະເຈົ້າ.
ມື້ໜຶ່ງຂ້າພະເຈົ້າໄດ້ຖາມພໍ່ຕູ້ຂອງຂ້າພະເຈົ້າວ່າ ຂ້າພະເຈົ້າຈະຮູ້ໄດ້ແນວໃດຖ້າຫາກວ່າຂ້າພະເຈົ້າເຮັດສິ່ງທີ່ຖືກຕ້ອງ, ນັບແຕ່ມີຫລາຍສິ່ງທີ່ສາມາດເລືອກໃນຊີວິດ. ດັ່ງທີ່ພໍ່ຕູ້ເຄີຍເຮັດມາ, ເພິ່ນໄດ້ຕອບຂ້າພະເຈົ້າດ້ວຍປະສົບການຈາກຊີວິດຊາວໄຮ່ຊາວນາຂອງເພິ່ນ.
ເພິ່ນໄດ້ສອນຂ້າພະເຈົ້າກ່ຽວກັບການຝຶກທີມມ້າສຳລັບລາກແກ່ ເພື່ອວ່າມັນຈະທຳງານໄດ້ດີນຳກັນ. ເພິ່ນໄດ້ອະທິບາຍວ່າ ທີມມ້າຕ້ອງຮູ້ວ່າໃຜເປັນນາຍ. ສິ່ງຈຳເປັນສິ່ງໜຶ່ງເພື່ອໃຊ້ຄວບຄຸມ ແລະ ນຳພາທີມມ້າແມ່ນເຊືອກ ແລະ ບັງຫຽນ. ຖ້າຫາກມ້າໂຕໃດໃນທີມບໍ່ເຊື່ອຟັງ, ແລ້ວທີມມ້າກໍເດີນໄປນຳກັນບໍ່ໄດ້ດີເທົ່າທີ່ຄວນ.
ບັດນີ້ ໃຫ້ເຮົາມາພິຈາລະນາບົດຮຽນທີ່ພໍ່ຕູ້ຂອງຂ້າພະເຈົ້າໄດ້ສອນຂ້າພະເຈົ້າໃນຕົວຢ່າງນີ້. ແມ່ນໃຜເປັນຄົນຂັບທີມມ້າ? ພໍ່ຕູ້ຂອງຂ້າພະເຈົ້າເຊື່ອວ່າ ແມ່ນພຣະຜູ້ເປັນເຈົ້າ. ພຣະອົງມີຈຸດປະສົງ ແລະ ມີແຜນ. ພຣະອົງຍັງເປັນຜູ້ຝຶກ ແລະ ຜູ້ສ້າງສັນທີມມ້າ ແລະ ມ້າແຕ່ລະໂຕ. ຜູ້ຂັບຮູ້ດີກວ່າໝູ່, ແລະ ວິທີດຽວເທົ່ານັ້ນທີ່ຈະຮູ້ວ່າຕົນເອງເຮັດຖືກຕ້ອງ ຄືການເຊື່ອຟັງ ແລະ ເຮັດຕາມຜູ້ນຳພາ.
ພໍ່ຕູ້ຂອງຂ້າພະເຈົ້າໄດ້ປຽບທຽບເຊືອກ ແລະ ບັງຫຽນໃສ່ກັບຫຍັງ? ຂ້າພະເຈົ້າເຊື່ອໃນຕອນນັ້ນ, ດັ່ງທີ່ເຊື່ອໃນຕອນນີ້ ວ່າພໍ່ຕູ້ໄດ້ສອນຂ້າພະເຈົ້າໃຫ້ເຮັດຕາມການກະຕຸ້ນຂອງພຣະວິນຍານບໍລິສຸດ. ສຳລັບເພິ່ນແລ້ວ, ເຊືອກ ແລະ ບັງຫຽນ ແມ່ນທາງວິນຍານ. ມ້າທີ່ເຊື່ອຟັງ ຊຶ່ງໄດ້ຖືກຝຶກມາເປັນຢ່າງດີ, ຕ້ອງການການເຕືອນພຽງເລັກນ້ອຍຈາກຜູ້ຂັບ ເພື່ອເຮັດສິ່ງທີ່ຜູ້ຂັບຕ້ອງການ. ການດຶງເຊືອກພຽງເລັກນ້ອຍປຽບເໝືອນສຽງແຜ່ວເບົາ ເມື່ອພຣະຜູ້ເປັນເຈົ້າກ່າວກັບເຮົາ. ໃນການໃຫ້ຄວາມນັບຖືແກ່ອຳເພີໃຈຂອງເຮົາ, ສຽງນັ້ນຈະບໍ່ດັງ, ບໍ່ເປັນການດຶງທີ່ຮຸນແຮງ.
ຊາຍ ແລະ ຍິງຜູ້ບໍ່ສົນໃຈກັບການກະຕຸ້ນຂອງພຣະວິນຍານຈະໄດ້ຮຽນຮູ້ເຊັ່ນດຽວກັບລູກທີ່ເສຍໄດ້ຮຽນ ຕາມຜົນສະທ້ອນເພາະການບໍ່ເຊື່ອຟັງ ແລະ ການດຳລົງຊີວິດທີ່ກໍ່ຄວາມວຸ້ນວາຍ. ເພາະຜົນສະທ້ອນນັ້ນ ທີ່ເຮັດໃຫ້ລູກທີ່ເສຍກັບມາຖ່ອມຕົວ ຈົນວ່າລາວ “ສຳນຶກຕົວ” ແລະ ໄດ້ຍິນສຽງແຜ່ວເບົາຂອງພຣະວິນຍານ ທີ່ບອກລາວໃຫ້ກັບຄືນໄປຫາພໍ່ຂອງລາວ (ເບິ່ງ ລູກາ 15:11–32).
ສະນັ້ນ ບົດຮຽນທີ່ພໍ່ຕູ້ຂອງຂ້າພະເຈົ້າໄດ້ສອນຂ້າພະເຈົ້າແມ່ນໃຫ້ຕຽມພ້ອມທີ່ຈະຮັບເອົາການກະຕຸ້ນເບົາໆຂອງພຣະວິນຍານ. ເພິ່ນໄດ້ສອນຂ້າພະເຈົ້າວ່າ ຂ້າພະເຈົ້າຈະໄດ້ຮັບການກະຕຸ້ນ ຖ້າຫາກຂ້າພະເຈົ້າອອກໄປຈາກເສັ້ນທາງ. ແລະ ຂ້າພະເຈົ້າຈະບໍ່ຮູ້ສຶກຜິດຫລາຍ ຖ້າຫາກຂ້າພະເຈົ້າອະນຸຍາດໃຫ້ພຣະວິນຍານນຳພາຂ້າພະເຈົ້າໃນການຕັດສິນໃຈ.
ດັ່ງທີ່ ຢາໂກໂບ 3:3 ກ່າວວ່າ, “ຖ້າພວກເຮົາເອົາບັງຫຽນໃສ່ປາກມ້າເພື່ອໃຫ້ມັນຟັງຄວາມແລ້ວ, ພວກເຮົາກໍສາມາດບັງຄັບມ້າທັງຕົວໃຫ້ໄປມາຕາມຄວາມຕ້ອງການໄດ້.”
ເຮົາຕ້ອງມີຄວາມຮູ້ສຶກໄວຕໍ່ບັງຫຽນທາງວິນຍານຂອງເຮົາ. ເຖິງແມ່ນໄດ້ຖືກດຶງພຽງເລັກນ້ອຍຈາກພຣະອາຈານ, ແຕ່ເຮົາຕ້ອງເຕັມໃຈທີ່ຈະປ່ຽນທິດທາງຂອງເຮົາ. ກ່ອນຈະສຳເລັດໃນຊີວິດ, ເຮົາຕ້ອງສອນວິນຍານ ແລະ ຮ່າງກາຍຂອງເຮົາໃຫ້ທຳງານດ້ວຍກັນ ໃນການເຊື່ອຟັງຕໍ່ພຣະບັນຍັດຂອງພຣະເຈົ້າ. ຖ້າຫາກເຮົາຟັງຕໍ່ການກະຕຸ້ນທີ່ອ່ອນໂຍນຂອງພຣະວິນຍານບໍລິສຸດ, ແລ້ວມັນສາມາດລວມວິນຍານ ແລະ ຮ່າງກາຍຂອງເຮົາເຂົ້າກັນໃນຈຸດປະສົງທີ່ຈະນຳພາເຮົາກັບຄືນໄປບ້ານນິລັນດອນ ເພື່ອອາໄສຢູ່ນຳພຣະບິດານິລັນດອນຂອງເຮົາຜູ້ສະຖິດຢູ່ໃນສະຫວັນ.
ຫລັກແຫ່ງຄວາມເຊື່ອຂໍ້ທີສາມ ສອນເຮົາເຖິງຄວາມສຳຄັນເລື່ອງການເຊື່ອຟັງ ທີ່ວ່າ: “ພວກເຮົາເຊື່ອວ່າ ໂດຍທາງການຊົດໃຊ້ຂອງພຣະຄຣິດ ມະນຸດຊາດທັງປວງຈະລອດໄດ້ໂດຍການປະຕິບັດຕາມກົດ ແລະ ພິທີການແຫ່ງພຣະກິດຕິຄຸນ.”
ການເຊື່ອຟັງຊະນິດທີ່ພໍ່ຕູ້ໄດ້ບັນລະຍາຍຢູ່ໃນຕົວຢ່າງຂອງເພິ່ນເລື່ອງທີມມ້າກໍຕ້ອງຮຽກຮ້ອງຄວາມໄວ້ວາງໃຈພິເສດຄືກັນ—ນັ້ນຄື, ມີສັດທາທີ່ສຸດໃນຜູ້ຂັບ. ບົດຮຽນທີ່ພໍ່ຕູ້ຂອງຂ້າພະເຈົ້າໄດ້ສອນຂ້າພະເຈົ້າ, ກໍຍັງກ່ຽວພັນກັບຫລັກທຳຂໍ້ທຳອິດຂອງພຣະກິດຕິຄຸນຄືກັນ—ສັດທາໃນພຣະເຢຊູຄຣິດ.
ອັກຄະສາວົກໂປໂລໄດ້ສອນວ່າ, “ບັດນີ້ ຄວາມເຊື່ອຄືຄວາມແນ່ນອນໃຈໃນສິ່ງທີ່ເຮົາຫວັງໄວ້ ເປັນຄວາມຕາຍໃຈເຖິງສິ່ງທີ່ບໍ່ເຫັນກັບຕາ” (ເຮັບເຣີ 11:1). ແລ້ວໂປໂລໄດ້ໃຊ້ຕົວຢ່າງຂອງອາເບນ, ເອໂນກ, ໂນອາ, ແລະ ອັບຣາຮາມ ເພື່ອສອນກ່ຽວກັບສັດທາ. ລາວໄດ້ເນັ້ນໜັກເລື່ອງລາວຂອງອັບຣາຮາມ, ເພາະອັບຣາຮາມເປັນບັນພະບຸລຸດຂອງຄົນທີ່ຊື່ສັດ ດັ່ງນີ້:
“ເພາະອັບຣາຮາມມີຄວາມເຊື່ອ, ເມື່ອພຣະເຈົ້າໄດ້ເອີ້ນໃຫ້ເພິ່ນອອກເດີນທາງໄປຍັງດິນແດນທີ່ພຣະອົງໄດ້ສັນຍາໄວ້ວ່າຈະມອບໃຫ້ເພິ່ນ, ເພິ່ນໄດ້ເຊື່ອຟັງ ແລະ ອອກຈາກບ້ານເກີດເມືອງນອນຂອງຕົນໄປໂດຍບໍ່ຮູ້ເລີຍວ່າຕົນຈະໄປໃສ.
“ໂດຍຄວາມເຊື່ອເພິ່ນໄດ້ອາໄສຢູ່ໃນດິນແດນທີ່ພຣະເຈົ້າໄດ້ສັນຍາໄວ້ແກ່ຕົນນັ້ນ ເໝືອນດັ່ງຄົນຕ່າງດ້າວ. …
“ເພາະເພິ່ນມີຄວາມເຊື່ອນີ້ເພິ່ນຈຶ່ງມີກຳລັງໃຫ້ບັງເກີດເຊື້ອສາຍ ເມື່ອອາຍຸແກ່ເກີນແລ້ວ ແລະ ນາງຊາລາກໍເປັນໝັນ, ແຕ່ອັບຣາຮາມກໍຖືວ່າພຣະອົງຜູ້ສັນຍານັ້ນເປັນຜູ້ສັດຊື່” (ເຮັບເຣີ 11:8–9, 11).
ເຮົາຮູ້ວ່າ ຜ່ານອີຊາກລູກຊາຍຂອງອັບຣາຮາມ ແລະ ນາງຊາລາ, ອັບຣາຮາມ ແລະ ຊາລາ ຈຶ່ງໄດ້ຮັບຄຳສັນຍາ—ສັນຍາວ່າຈະມີຜູ້ສືບເຊື້ອສາຍຢ່າງຫລວງຫລາຍ “ເກີດມາຢ່າງຫລວງຫລາຍເໝືອນດວງດາວໃນທ້ອງຟ້າ ແລະ ເໝືອນເມັດຊາຍທີ່ນັບບໍ່ຖ້ວນຢູ່ແຄມທະເລ” (ເບິ່ງ ຂໍ້ທີ 12; ເບິ່ງ ປະຖົມມະການ 17:15–16 ນຳອີກ). ແລ້ວ ສັດທາຂອງອັບຣາຮາມໄດ້ຖືກທົດສອບໃນວິທີທີ່ເຮົາບໍ່ເຄີຍຄາດຄິດ.
ຂ້າພະເຈົ້າໄດ້ໄຕ່ຕອງຫລາຍເທື່ອກ່ຽວກັບເລື່ອງລາວຂອງອັບຣາຮາມ ແລະ ອີຊາກ, ແລະ ຂ້າພະເຈົ້າຍັງບໍ່ເຊື່ອວ່າ ຂ້າພະເຈົ້າເຂົ້າໃຈຄວາມຊື່ສັດ ແລະ ການເຊື່ອຟັງຂອງອັບຣາຮາມ. ບາງເທື່ອຂ້າພະເຈົ້າວາດພາບເຫັນເພິ່ນຫໍ່ເຂົ້າຂອງ ແລະ ອອກເດີນທາງແຕ່ເຊົ້າ, ແຕ່ເພິ່ນຍ່າງຄຽງຂ້າງໄປກັບອີຊາກລູກຊາຍເປັນເວລາສາມມື້ໄດ້ແນວໃດ ໄປຫາພູໂມລິຢາ? ເຂົາເຈົ້າໄດ້ເອົາຟືນຂຶ້ນໄປເທິງພູແບບໃດ? ເພິ່ນໄດ້ສ້າງແທ່ນບູຊາດ້ວຍວິທີໃດ? ເພິ່ນໄດ້ມັດອີຊາກ ແລະ ໄດ້ວາງລາວໄວ້ເທິງແທ່ນບູຊາແນວໃດ? ເພິ່ນໄດ້ອະທິບາຍຫຍັງແດ່ກັບລູກ? ແລະ ເພິ່ນເອົາກຳລັງມາຈາກໃສເພື່ອຍົກມີດຂຶ້ນຂ້າລູກຊາຍຂອງຕົນ? ສັດທາຂອງອັບຣາຮາມໄດ້ເປັນພະລັງໃຫ້ເພິ່ນ ເພື່ອເຮັດຕາມພຣະເຈົ້າຈົນເຖິງນາທີທີ່ທູດອົງໜຶ່ງໄດ້ກ່າວຈາກສະຫັວນ ແລະ ປະກາດຕໍ່ອັບຣາຮາມວ່າ ເພິ່ນໄດ້ຜ່ານການທົດສອບທີ່ແສນເຈັບປວດນັ້ນແລ້ວ. ແລ້ວທູດຂອງພຣະຜູ້ເປັນເຈົ້າໄດ້ກ່າວຄຳສັນຍາແຫ່ງພັນທະສັນຍາຂອງອັບຣາຮາມຄືນອີກ.
ຂ້າພະເຈົ້າຮັບຮູ້ວ່າການທ້າທາຍທີ່ກ່ຽວພັນກັບການມີສັດທາໃນພຣະເຢຊູຄຣິດ ແລະ ການເຊື່ອຟັງ ຈະເປັນສິ່ງຫຍຸ້ງຍາກສຳລັບບາງຄົນ ຫລາຍກວ່າຄົນອື່ນໆ. ຂ້າພະເຈົ້າມີປະສົບການຫລາຍສົມຄວນໃນຊີວິດ ທີ່ຈະຮູ້ວ່າ ມ້າແຕ່ລະໂຕມີຄຸນສົມບັດທີ່ແຕກຕ່າງກັນ ແລະ ການຝຶກບາງໂຕອາດຈະຍາກກວ່າການຝຶກມ້າໂຕອື່ນໆ, ສ່ວນຜູ້ຄົນແມ່ນຫລາຍກວ່ານັ້ນ. ເຮົາແຕ່ລະຄົນເປັນບຸດ ຫລື ທິດາຂອງພຣະເຈົ້າ, ແລະ ເຮົາມີເລື່ອງລາວຈາກໂລກກ່ອນເກີດ ແລະ ໂລກມະຕະທີ່ພິເສດ. ດ້ວຍເຫດນີ້, ຈຶ່ງມີຂໍ້ແກ້ບັນຫາພຽງໜ້ອຍດຽວ. ແລະ ສະນັ້ນ ຂ້າພະເຈົ້າຈຶ່ງຮັບຮູ້ດ້ວຍຄວາມຈິງໃຈວ່າ ຊີວິດຂອງເຮົາຈະມີບັນຫາທີ່ຕ້ອງແກ້ໄຂຫລາຍຢ່າງ, ສຳຄັນທີ່ສຸດ ແມ່ນຄວາມຕ້ອງການທີ່ຈະມີຫລັກທຳຂໍ້ທີສອງຂອງພຣະກິດຕິຄຸນ, ແມ່ນແຕ່ການກັບໃຈ.
ມັນກໍເປັນຄວາມຈິງທີ່ວ່າ ໃນວັນເວລາຂອງພໍ່ຕູ້ຂອງຂ້າພະເຈົ້າ ເປັນເວລາທີ່ສະບາຍ, ໂດຍສະເພາະກ່ຽວກັບການເລືອກລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ. ໃນຂະນະທີ່ຄົນສະຫລາດ ແລະ ຄົນມີຄວາມຮູ້ບາງຈຳນວນອາດເຊື່ອວ່າ ວັນເວລາຂອງເຮົາແມ່ນສັບຊ້ອນກວ່າ, ແຕ່ຂ້າພະເຈົ້າຂໍຢັ້ງຢືນວ່າມັນບໍ່ເປັນເຊັ່ນນັ້ນ. ແຕ່ຂ້າພະເຈົ້າເຊື່ອວ່າ ຄວາມສັບຊ້ອນໃນທຸກວັນນີ້ຮຽກຮ້ອງຄວາມລຽບງ່າຍຫລາຍກວ່າ, ເຊັ່ນດຽວກັບຄຳຕອບທີ່ພໍ່ຕູ້ຂອງຂ້າພະເຈົ້າໄດ້ຕອບຄຳຖາມທີ່ຈິງໃຈຂອງຂ້າພະເຈົ້າກ່ຽວກັບວິທີທີ່ຈະຮູ້ຈັກລະຫວ່າງຄວາມຖືກຕ້ອງ ແລະ ຄວາມຜິດ. ຂ້າພະເຈົ້າຮູ້ວ່າ ສິ່ງທີ່ຂ້າພະເຈົ້າສະເໜີໃນມື້ນີ້ ແມ່ນສູດທີ່ງ່າຍໆ, ແຕ່ຂ້າພະເຈົ້າເປັນພະຍານໄດ້ວ່າ ໄດ້ຜົນດີກັບຂ້າພະເຈົ້າ. ຂ້າພະເຈົ້າຂໍແນະນຳໃຫ້ທ່ານເອົາໄປໃຊ້ ແລະ ແມ່ນແຕ່ທ້າທາຍທ່ານໃຫ້ລອງໃຊ້ຄຳຂອງຂ້າພະເຈົ້າ, ແລະ ຖ້າຫາກທ່ານເຮັດ, ຂ້າພະເຈົ້າຂໍສັນຍາວ່າ ມັນຈະພາທ່ານໄປສູ່ການເລືອກທີ່ແຈ່ມແຈ້ງ ແລະ ໄດ້ຮັບຄຳຕອບທີ່ງ່າຍໆຕໍ່ຄຳຖາມ ຊຶ່ງເຮັດໃຫ້ຄົນມີການສຶກສາ ແລະ ຄິດວ່າຕົນເອງສະຫລາດສັບສົນ.
ເຮົາມັກຈະຄິດກ່ຽວກັບການເຊື່ອຟັງວ່າເປັນສິ່ງທີ່ເຮົາເຮັດໄປຊື່ໆຕາມຄຳສັ່ງ ຫລື ຄຳບົ່ງການຂອງຜູ້ນຳຊັ້ນສູງ. ຕາມຈິງແລ້ວ, ການເຊື່ອຟັງເປັນຕົວແທນໃຫ້ແກ່ສັດທາຂອງເຮົາ ໃນປັນຍາ ແລະ ສິດອຳນາດທີ່ສູງສົ່ງ, ນັ້ນຄືພຣະເຈົ້າ. ເມື່ອອັບຣາຮາມໄດ້ສະແດງສັດທາທີ່ບໍ່ຫວັ່ນໄຫວ ແລະ ການເຊື່ອຟັງຕໍ່ພຣະເຈົ້າ, ແມ່ນແຕ່ເມື່ອຖືກສັ່ງໃຫ້ຖະຫວາຍລູກຊາຍຂອງເພິ່ນ, ພຣະເຈົ້າຍັງໄດ້ໄວ້ຊີວິດຂອງເພິ່ນ. ເຊັ່ນດຽວກັນ, ເມື່ອເຮົາສະແດງຄວາມຊື່ສັດຂອງເຮົາຜ່ານການເຊື່ອຟັງ, ແລ້ວໃນທີ່ສຸດພຣະເຈົ້າຈະຊ່ອຍກູ້ເຮົາຄືກັນ.
ຄົນທີ່ເພິ່ງຕົນເອງເທົ່ານັ້ນ ແລະ ເຮັດຕາມຄວາມປາດຖະໜາ ແລະ ຄວາມເອ່ນອຽງຂອງຕົນ ຈະມີຂອບເຂດຈຳກັດ ເມື່ອປຽບທຽບໃສ່ກັບຄົນທີ່ຕິດຕາມພຣະເຈົ້າ ແລະ ໄດ້ຮັບຄວາມສະຫລຽວສະຫລາດ, ອຳນາດ, ແລະ ຂອງປະທານຂອງພຣະອົງ. ມີຄຳກ່າວວ່າ ຄົນທີ່ຄິດກ່ຽວກັບຕົນເອງເທົ່ານັ້ນ ຈະເປັນຄົນຄັບແຄບ. ການເຊື່ອຟັງຢ່າງຈິງໃຈ ແລະ ການລິເລີ່ມທີ່ແຂງຂັນ ຈະບໍ່ເປັນສິ່ງອ່ອນແອ ແລະ ຢູ່ຊື່ໆ. ມັນເປັນສິ່ງທີ່ປະກາດສັດທາຂອງເຮົາໃນພຣະເຈົ້າ ແລະ ເຮັດໃຫ້ເຮົາເໝາະສົມທີ່ຈະໄດ້ຮັບອຳນາດຈາກສະຫວັນ. ການເຊື່ອຟັງເປັນການເລືອກ. ມັນເປັນການເລືອກລະຫວ່າງຄວາມຮູ້ແຈ້ງ ແລະ ພະລັງທີ່ຈຳກັດຂອງເຮົາ ແລະ ຄວາມສະຫລຽວສະຫລາດ ແລະ ອຳນາດທີ່ບໍ່ມີຂອບເຂດຂອງພຣະເຈົ້າ. ອີງຕາມບົດຮຽນຂອງພໍ່ຕູ້ຂອງຂ້າພະເຈົ້າທີ່ໄດ້ມອບໃຫ້ແກ່ຂ້າພະເຈົ້າ, ມັນເປັນການເລືອກທີ່ຈະຮູ້ສຶກບັງຫຽນໃນປາກຂອງເຮົາ ແລະ ເຮັດຕາມຜູ້ຂັບ.
ຂໍໃຫ້ເຮົາຈົ່ງໄດ້ຮັບພັນທະສັນຍາຂອງອັບຣາຮາມມາເປັນມູນມໍລະດົກ ແລະ ກາຍເປັນທາຍາດຂອງອັບຣາຮາມ ຜ່ານຄວາມຊື່ສັດຂອງເຮົາ ແລະ ໂດຍການໄດ້ຮັບພິທີການແຫ່ງພຣະກິດຕິຄຸນທີ່ຖືກຟື້ນຟູຄືນມາໃໝ່. ຂ້າພະເຈົ້າສັນຍາກັບທ່ານວ່າ ພອນຂອງຊີວິດນິລັນດອນມີໄວ້ໃຫ້ສຳລັບທຸກຄົນທີ່ຊື່ສັດ ແລະ ເຊື່ອຟັງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.