ທິດາໃນພັນທະສັນຍາ
ເສັ້ນທາງທີ່ເຮົາຕ້ອງເດີນກັບໄປຫາພຣະບິດາເທິງສະຫວັນຂອງເຮົາ… ແມ່ນຖືກໝາຍໄວ້ໂດຍພັນທະສັນຍາທີ່ສັກສິດນຳພຣະເຈົ້າ.
ເຮົາໄດ້ຖືກສິດສອນດ້ວຍພະລັງທາງວິນຍານໃນຄ່ຳຄືນນີ້. ຂ້າພະເຈົ້າອະທິຖານວ່າ ຖ້ອຍຄຳທີ່ກ່າວໄປນັ້ນໂດຍເອື້ອຍນ້ອງຜູ້ນຳທີ່ດີເດັ່ນເຫລົ່ານີ້ ຈະເຂົ້າໄປໃນຈິດໃຈຂອງທ່ານ ດັ່ງທີ່ມັນເປັນກັບຂ້າພະເຈົ້າ.
ນີ້ແມ່ນກອງປະຊຸມແຫ່ງປະຫວັດສາດ. ສະຕີທັງຫລາຍຂອງສາດສະໜາຈັກ ນັບແຕ່ອາຍຸແປດປີຂຶ້ນໄປ ໄດ້ຖືກເຊື້ອເຊີນໃຫ້ເຂົ້າຮ່ວມກັບເຮົາໃນຄ່ຳຄືນນີ້. ຫລາຍຄົນພວກເຮົາໄດ້ອະທິຖານວ່າ ພຣະວິນຍານບໍລິສຸດຈະສະຖິດຢູ່ນຳເຮົາ. ພອນນັ້ນໄດ້ຖືກມອບໃຫ້ ເມື່ອເຮົາໄດ້ຍິນເອື້ອຍນ້ອງເຫລົ່ານີ້ກ່າວ ແລະ ໄດ້ຍິນເພງທີ່ເຊີດຊູໃຈ. ຂ້າພະເຈົ້າອະທິຖານວ່າ ພຣະວິນຍານຈະສືບຕໍ່ສະຖິດຢູ່ນຳເຮົາ ໃນຂະນະທີ່ຂ້າພະເຈົ້າກ່າວບາງສິ່ງທີ່ໃຫ້ກຳລັງໃຈ ແລະ ເປັນພະຍານ ນອກເໜືອໄປຈາກສິ່ງທີ່ໄດ້ກ່າວມານັ້ນ—ແລະ ໂດຍສະເພາະ ເພື່ອເປັນພະຍານວ່າ ສິ່ງທີ່ເຮົາໄດ້ຍິນຄືສິ່ງທີ່ພຣະຜູ້ເປັນເຈົ້າຢາກໃຫ້ເຮົາໄດ້ຍິນ.
ຂ້າພະເຈົ້າຈະກ່າວໃນຄ່ຳຄືນນີ້ກ່ຽວກັບເສັ້ນທາງ—ຊຶ່ງເປັນໃນວິທີທາງທີ່ສວຍງາມຕາມທີ່ໄດ້ບັນລະຍາຍໃນຄ່ຳຄືນນີ້—ທີ່ເຮົາຕ້ອງເດີນກັບໄປຫາພຣະບິດາເທິງສະຫວັນຂອງເຮົາ. ເສັ້ນທາງນັ້ນແມ່ນຖືກໝາຍໄວ້ໂດຍພັນທະສັນຍາທີ່ສັກສິດນຳພຣະເຈົ້າ. ຂ້າພະເຈົ້າຈະກ່າວກັບທ່ານກ່ຽວກັບຄວາມສຸກຂອງການເຮັດ ແລະ ການຮັກສາພັນທະສັນຍາເຫລົ່ານັ້ນ ແລະ ຊ່ອຍຄົນອື່ນໃຫ້ຮັກສາມັນຄືກັນ.
ຫລາຍຄົນພວກທ່ານໄດ້ຮັບບັບຕິສະມາໃນບໍ່ດົນມານີ້ ແລະ ໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ ໂດຍການວາງມື. ຕໍ່ທ່ານ, ຄວາມຊົງຈຳນັ້ນຍັງໃໝ່ໆຢູ່. ສ່ວນຄົນອື່ນໆໄດ້ຮັບບັບຕິສະມາດົນນານມາແລ້ວ, ສະນັ້ນຄວາມຊົງຈຳທີ່ທ່ານຮູ້ສຶກເຖິງປະສົບການກ່ຽວກັບພັນທະສັນຍານັ້ນ ອາດບໍ່ແຈ່ມແຈ້ງຫລາຍປານໃດ, ແຕ່ຄວາມຮູ້ສຶກເຫລົ່ານັ້ນຈະກັບຄືນມາຫາທ່ານ ເມື່ອທ່ານຟັງຄຳອະທິຖານສິນລະລຶກ.
ບໍ່ມີໃຜທີ່ມີຄວາມຊົງຈຳທີ່ຄ້າຍຄືກັນກ່ຽວກັບມື້ທີ່ເຮົາໄດ້ເຮັດພັນທະສັນຍາແຫ່ງການບັບຕິສະມາທີ່ສັກສິດນັ້ນ ແລະ ໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ. ແຕ່ເຮົາແຕ່ລະຄົນໄດ້ຮູ້ສຶກເຖິງການຮັບຮູ້ຂອງພຣະເຈົ້າ. ແລະ ເຮົາໄດ້ຮູ້ສຶກມີຄວາມປາດຖະໜາທີ່ຈະໃຫ້ອະໄພ ແລະ ໄດ້ຮັບການໃຫ້ອະໄພ ແລະ ມີຄວາມຕັ້ງໃຈທີ່ຈະເຮັດສິ່ງທີ່ຖືກຕ້ອງຫລາຍຂຶ້ນ.
ຄວາມຮູ້ສຶກນັ້ນໄດ້ເປັນອິດທິພົນໃຫ້ແກ່ຈິດໃຈຂອງທ່ານຫລາຍພຽງໃດ ແມ່ນຂຶ້ນຢູ່ກັບວິທີທີ່ທ່ານໄດ້ຖືກຕຽມໂດຍຜູ້ຄົນທີ່ຮັກແພງ. ຂ້າພະເຈົ້າຫວັງວ່າ ທ່ານຜູ້ທີ່ໄດ້ເຂົ້າມາໃນອານາຈັກເມື່ອບໍ່ດົນມານີ້ ໄດ້ຮັບພອນຫລາຍ ທີ່ໄດ້ນັ່ງຢູ່ໃກ້ແມ່ຂອງພວກທ່ານ. ຖ້າເປັນເຊັ່ນນັ້ນ, ຂໍໃຫ້ພວກທ່ານສົ່ງຮອຍຍິ້ມໄປໃຫ້ແມ່ໃນຕອນນີ້ເລີຍ. ຂ້າພະເຈົ້າຍັງຈື່ຄວາມຮູ້ສຶກທີ່ຊື່ນຊົມ ແລະ ກະຕັນຍູໄດ້ ໃນຂະນະທີ່ຂ້າພະເຈົ້ານັ່ງຢູ່ຂ້າງຫລັງແມ່ຕອນພວກເຮົາຂີ່ລົດກັບບ້ານຫລັງຈາກພິທີບັບຕິສະມາຂອງຂ້າພະເຈົ້າ ໃນເມືອງຟີລາເດັນເຟຍ, ລັດເພັນໂຊເວເນຍ.
ແມ່ຂອງຂ້າພະເຈົ້າເປັນຜູ້ທີ່ໄດ້ຕຽມຂ້າພະເຈົ້າຢ່າງລະມັດລະວັງ ສຳລັບການເຮັດພັນທະສັນຍາ ແລະ ພັນທະສັນຍາອື່ນໆທີ່ຈະຕິດຕາມມາ. ເພິ່ນໄດ້ຊື່ສັດຕໍ່ໜ້າທີ່ຮັບຜິດຊອບນີ້ຈາກພຣະຜູ້ເປັນເຈົ້າ ທີ່ວ່າ:
ແລະ ອີກເທື່ອໜຶ່ງ, ຕາບໃດທີ່ພໍ່ແມ່ມີລູກໆຢູ່ໃນສີໂອນ, ຫລື ໃນສະເຕກໃດໆຂອງມັນ ຊຶ່ງໄດ້ຖືກຈັດຕັ້ງຂຶ້ນ, ທີ່ບໍ່ໄດ້ສອນເຂົາໃຫ້ເຂົ້າໃຈຄຳສອນເລື່ອງການກັບໃຈ, ສັດທາໃນພຣະຄຣິດພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນຢູ່, ແລະ ເລື່ອງການຮັບບັບຕິສະມາ ແລະ ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດໂດຍການວາງມື, ເມື່ອເຂົາມີອາຍຸແປດປີ, ແລ້ວບາບຈະຕົກຢູ່ເທິງຫົວຂອງຜູ້ເປັນພໍ່ແມ່.
ເພາະນີ້ຈະເປັນກົດສຳລັບຜູ້ອາໄສຂອງສີໂອນ, ຫລື ໃນສະເຕກໃດໆຂອງມັນ ຊຶ່ງໄດ້ຖືກຈັດຕັ້ງຂຶ້ນແລ້ວ.
ແລະ ລູກໆຂອງພວກເຂົາຈະຕ້ອງຮັບບັບຕິສະມາເພື່ອການປົດບາບຂອງພວກເຂົາ ເມື່ອມີອາຍຸໄດ້ແປດປີ, ແລະ ໄດ້ຮັບຂອງປະທານແຫ່ງ [ພຣະວິນຍານບໍລິສຸດ].1
ແມ່ຂອງຂ້າພະເຈົ້າໄດ້ເຮັດສ່ວນຂອງເພິ່ນ. ເພິ່ນໄດ້ຕຽມລູກໆຂອງເພິ່ນດ້ວຍຖ້ອຍຄຳ ທີ່ເໝືອນດັ່ງຖ້ອຍຄຳຂອງແອວມາ ຊຶ່ງມີບັນທຶກໄວ້ໃນພຣະຄຳພີມໍມອນ ທີ່ວ່າ:
“ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ເວົ້າກັບພວກເຂົາວ່າ: ຈົ່ງເບິ່ງ, ນີ້ຄືນ້ຳມໍມອນ (ເພາະເອີ້ນຊື່ມັນແບບນັ້ນ) ແລະ ບັດນີ້, ຍ້ອນວ່າພວກທ່ານປາດຖະໜາຈະເຂົ້າມາຫາຝູງຊົນຂອງພຣະເຈົ້າ, ແລະ ມີຊື່ວ່າຜູ້ຄົນຂອງພຣະອົງ, ແລະ ເຕັມໃຈຈະແບກຫາບພາລະຂອງກັນແລະກັນ, ເພື່ອຈະໄດ້ແບ່ງເບົາ;
“ແທ້ຈິງແລ້ວ, ແລະ ເຕັມໃຈທີ່ຈະເປັນທຸກກັບຄົນທີ່ເປັນທຸກ; ແທ້ຈິງແລ້ວ, ຈະປອບໃຈຄົນທີ່ຕ້ອງການຄວາມປອບໃຈ, ແລະ ຈະຢືນເປັນພະຍານຂອງພຣະເຈົ້າໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນທີ່ພວກທ່ານຢູ່, ເຖິງແມ່ນຈົນເຖິງຄວາມຕາຍ, ເພື່ອພວກທ່ານຈະຖືກໄຖ່ໂດຍພຣະເຈົ້າ, ແລະ ຖືກນັບເຂົ້າຢູ່ກັບບັນດາຜູ້ຄົນຂອງການຟື້ນຄືນຊີວິດຄັ້ງທຳອິດ, ເພື່ອພວກທ່ານຈະມີຊີວິດນິລັນດອນ—
“ບັດນີ້ຂ້າພະເຈົ້າກ່າວກັບພວກທ່ານວ່າ, ຖ້າຫາກສິ່ງນີ້ເປັນຄວາມປາດຖະໜາຂອງໃຈຂອງພວກທ່ານ ແລ້ວ, ພວກທ່ານມີຫຍັງແດ່ຂັດຂ້ອງທີ່ຈະຮັບບັບຕິສະມາໃນພຣະນາມຂອງພຣະຜູ້ເປັນເຈົ້າ, ເພື່ອຈະເປັນພະຍານຕໍ່ພຣະອົງ, ວ່າພວກທ່ານໄດ້ເຂົ້າເຮັດພັນທະສັນຍາກັບພຣະອົງ, ວ່າພວກທ່ານຈະຮັບໃຊ້ພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ, ເພື່ອພຣະອົງຈະໄດ້ທຸ້ມເທພຣະວິນຍານຂອງພຣະອົງລົງມາເທິງພວກທ່ານຢ່າງຫລວງຫລາຍຍິ່ງຂຶ້ນ?
“ແລະ ບັດນີ້ເມື່ອຜູ້ຄົນໄດ້ຍິນຂໍ້ຄວາມນີ້ແລ້ວ, ພວກເຂົາຕົບມືດ້ວຍຄວາມສຸກ ແລະ ຮ້ອງອອກມາວ່າ: ນີ້ຄືຄວາມປາດຖະໜາຂອງໃຈຂອງພວກເຮົາ.”2
ທ່ານອາດບໍ່ໄດ້ຕົບມື ຕອນທ່ານໄດ້ຍິນການເຊື້ອເຊີນນັ້ນເປັນເທື່ອທຳອິດ ໃຫ້ເຂົ້າສູ່ພັນທະສັນຍາໂດຍການຮັບບັບຕິສະມາ, ແຕ່ທ່ານອາດຮູ້ສຶກຢ່າງແນ່ນອນເຖິງຄວາມຮັກຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ຄຳໝັ້ນສັນຍາແທ້ໆທີ່ຈະບຳລຸງລ້ຽງຄົນອື່ນແທນພຣະອົງ. ຂ້າພະເຈົ້າສາມາດເວົ້າໄດ້ວ່າ “ແນ່ນອນ” ເພາະວ່າຄວາມຮູ້ສຶກເຫລົ່ານັ້ນ ໄດ້ຖືກວາງໄວ້ໃນສ່ວນເລິກຂອງໃຈ ຂອງທິດາທັງໝົດຂອງພຣະບິດາ. ນັ້ນຄືມໍລະດົກແຫ່ງສະຫວັນຂອງທ່ານຈາກພຣະອົງ.
ທ່ານໄດ້ຖືກສິດສອນໂດຍພຣະອົງ ກ່ອນທ່ານໄດ້ມາສູ່ຊີວິດນີ້. ພຣະອົງໄດ້ຊ່ອຍທ່ານໃຫ້ເຂົ້າໃຈ ແລະ ຮັບຮູ້ວ່າທ່ານຈະມີບັນຫາ, ຖືກທົດສອບ, ແລະ ມີໂອກາດທີ່ຈະເລືອກສິ່ງທີ່ດີທີ່ສຸດສຳລັບທ່ານ. ທ່ານໄດ້ຮຽນຮູ້ວ່າພຣະບິດາຂອງເຮົາມີແຜນແຫ່ງຄວາມສຸກ ເພື່ອຊ່ອຍເຫລືອທ່ານຜ່ານຜ່າການທົດລອງດ້ວຍຄວາມປອດໄພ ແລະວ່າທ່ານຈະຊ່ອຍເຫລືອຄົນອື່ນໆຜ່ານຜ່າການທົດລອງຂອງເຂົາເຈົ້າຄືກັນ. ນີ້ຄືແຜນທີ່ໄດ້ໝາຍໄວ້ໂດຍການເຮັດພັນທະສັນຍານຳພຣະເຈົ້າ.
ເຮົາມີສິດທີ່ຈະເລືອກ ບໍ່ວ່າເຮົາຈະເຮັດ ແລະ ຮັກສາພັນທະສັນຍາເຫລົ່ານັ້ນຫລືບໍ່. ທິດາຂອງພຣະອົງຈຳນວນໜຶ່ງເທົ່ານັ້ນທີ່ມີໂອກາດໃນຊີວິດນີ້ ທີ່ຈະຮຽນຮູ້ກ່ຽວກັບພັນທະສັນຍາເຫລົ່ານັ້ນ. ທ່ານເປັນຜູ້ທີ່ໂປດປານໃນຈຳນວນທິດາຈຳນວນນັ້ນ. ເອື້ອຍນ້ອງທີ່ຮັກແພງ, ທ່ານທຸກຄົນ ເປັນທິດາໃນພັນທະສັນຍາ.
ພຣະບິດາເທິງສະຫວັນໄດ້ສອນທ່ານກ່ອນທ່ານໄດ້ມາເກີດກ່ຽວກັບປະສົບການທີ່ທ່ານຈະມີ ໃນຂະນະທີ່ທ່ານໄດ້ຈາກພຣະອົງ ແລະ ລົງມາສູ່ໂລກ. ທ່ານໄດ້ຖືກສອນວ່າ ທາງທີ່ກັບໄປບ້ານຫາພຣະອົງຈະບໍ່ເປັນທາງທີ່ງ່າຍດາຍ. ພຣະອົງຮູ້ວ່າ ມັນຍາກເກີນໄປສຳລັບທ່ານທີ່ຈະເດີນທາງປາດສະຈາກຄວາມຊ່ອຍເຫລືອ.
ທ່ານໄດ້ຮັບພອນບໍ່ພຽງແຕ່ເພື່ອໃຫ້ພົບເສັ້ນທາງ ເພື່ອເຮັດພັນທະສັນຍາເຫລົ່ານັ້ນໃນຊີວິດ ແຕ່ຍັງຖືກອ້ອມຮອບໄປດ້ວຍຜູ້ຄົນທີ່ຈະຊ່ອຍເຫລືອນຳອີກ, ເຊັ່ນດຽວກັບທ່ານ, ທີ່ເປັນທິດາແຫ່ງພັນທະສັນຍາຂອງພຣະບິດາເທິງສະຫວັນ.
ທ່ານທຸກຄົນກໍຮູ້ສຶກເຖິງພອນທີ່ໄດ້ຢູ່ຮ່ວມກັບທິດາຄົນອື່ນໆຂອງພຣະເຈົ້າ ຜູ້ຢູ່ພາຍໃຕ້ພັນທະສັນຍາເໝືອນກັນ ທີ່ຈະຊ່ອຍເຫລືອ ແລະ ຊີ້ນຳທ່ານ ດັ່ງທີ່ເຂົາເຈົ້າໄດ້ສັນຍາ. ຂ້າພະເຈົ້າໄດ້ເຫັນສິ່ງທີ່ທ່ານໄດ້ເຫັນ ໃນຂະນະທີ່ສະຕີແຫ່ງພັນທະສັນຍາຮັກສາຄຳໝັ້ນສັນຍາທີ່ຈະປອບໂຍນ ແລະ ຊ່ອຍເຫລືອ—ແລະ ເຮັດສິ່ງນັ້ນດ້ວຍຮອຍຍິ້ມ.
ຂ້າພະເຈົ້າຍັງຈື່ຮອຍຍິ້ມຂອງ ຊິດສະເຕີ ຣູບີ ເຮດ ໄດ້ຢູ່. ນາງເປັນພັນລະຍາຂອງ ແອວເດີ ເດວິດ ບີ ເຮດ, ຜູ້ເຄີຍເປັນສະມາຊິກໃນສະພາອັກຄະສາວົກສິບສອງ. ຕອນຍັງໜຸ່ມ ເພິ່ນໄດ້ຮັບໃຊ້ເປັນປະທານສະເຕກ ປາໂລ ອາວໂຕ ໃນລັດຄາລິຟໍເນຍ. ເພິ່ນໄດ້ອະທິຖານເພື່ອ, ແລະ ເປັນຫ່ວງເປັນໄຍ, ຍິງໜຸ່ມໃນຫ້ອງດາລຸນີ ຢູ່ໃນຫວອດຂອງເພິ່ນ.
ສະນັ້ນປະທານເຮດຈຶ່ງໄດ້ຮັບການດົນໃຈຂໍໃຫ້ອະທິການເອີ້ນ ຣູບີ ເຮດ ເພື່ອສອນຍິງໜຸ່ມໃນຫ້ອງນັ້ນ. ເພິ່ນຮູ້ວ່າ ນາງຈະເປັນພະຍານເຖິງພຣະເຈົ້າຜູ້ຈະເຊີດຊູ, ປອບໂຍນ, ແລະ ຮັກກຸ່ມຍິງໜຸ່ມຢູ່ໃນຫ້ອງນັ້ນ.
ຊິດສະເຕີ ເຮດ ຢ່າງໜ້ອຍມີອາຍຸສູງກວ່າຜູ້ຍິງທີ່ນາງສອນປະມານ 30 ປີ. ແຕ່ 40 ປີຫລັງຈາກນາງໄດ້ສອນເຂົາເຈົ້າ, ແຕ່ລະເທື່ອ ນາງໄດ້ພົບກັບພັນລະຍາຂອງຂ້າພະເຈົ້າ, ຜູ້ເຄີຍເປັນນັກຮຽນຄົນໜຶ່ງໃນຫ້ອງຂອງນາງ, ນາງຈະຍື່ນມືອອກມາ, ຍິ້ມ, ແລະ ກ່າວກັບນາງແຄຕີ້ ວ່າ, “ໂອ້! ສາວດາລຸນີຂອງປ້າ.” ຂ້າພະເຈົ້າໄດ້ເຫັນຫລາຍກວ່າຮອຍຍິ້ມຂອງນາງ. ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມຮັກອັນເລິກຊຶ້ງຂອງນາງສຳລັບສະຕີທີ່ນາງມີຄວາມເປັນຫ່ວງເປັນໄຍເທົ່າກັບວ່າເປັນລູກສາວຂອງນາງເອງ. ຮອຍຍິ້ມຂອງນາງ ແລະ ການທັກທາຍທີ່ອົບອຸ່ນ ມາຈາກການເຫັນວ່າສະຕີ ແລະ ທິດາຂອງພຣະເຈົ້າຍັງຢູ່ໃນເສັ້ນທາງແຫ່ງພັນທະສັນຍາທີ່ພາກັບຄືນໄປບ້ານຢູ່.
ພຣະບິດາເທິງສະຫວັນກໍດີໃຈນຳທ່ານ ເມື່ອພຣະອົງເຫັນທ່ານຊ່ອຍທິດາຄົນໜຶ່ງຂອງພຣະອົງໃຫ້ກ້າວເດີນຕໍ່ໄປໃນເສັ້ນທາງແຫ່ງພັນທະສັນຍາ ມຸ້ງໄປສູ່ຊີວິດນິລັນດອນ. ແລະ ພຣະອົງກໍພໍພຣະໄທທຸກເທື່ອທີ່ທ່ານພະຍາຍາມເລືອກສິ່ງທີ່ຖືກຕ້ອງ. ພຣະອົງບໍ່ເຫັນພຽງແຕ່ຜູ້ທີ່ທ່ານເປັນເທົ່ານັ້ນ ແຕ່ເຫັນຜູ້ທີ່ທ່ານຈະກາຍເປັນນຳອີກ.
ທ່ານອາດມີພໍ່ແມ່ຢູ່ໃນໂລກທີ່ໄດ້ສອນວ່າທ່ານສາມາດເປັນຄົນທີ່ດີກວ່າທີ່ທ່ານສາມາດເປັນ. ຂ້າພະເຈົ້າກໍມີແມ່ທີ່ເປັນເຊັ່ນນັ້ນ.
ສິ່ງທີ່ຂ້າພະເຈົ້າບໍ່ຮູ້ຕອນຂ້າພະເຈົ້າຍັງນ້ອຍແມ່ນວ່າ ພຣະບິດາເທິງສະຫວັນຂອງຂ້າພະເຈົ້າ, ພຣະບິດາເທິງສະຫວັນຂອງທ່ານ, ເຫັນຄວາມສາມາດອັນສູງສົ່ງໃນລູກໆຂອງພຣະອົງຫລາຍກວ່າທີ່ເຮົາ ຫລື ແມ່ນແຕ່ແມ່ຢູ່ໃນໂລກຂອງເຮົາສາມາດຫລຽວເຫັນໃນຕົວເຮົາ. ແລະ ເມື່ອໃດກໍຕາມທີ່ທ່ານກ້າວສູງຂຶ້ນໃນເສັ້ນທາງນັ້ນສູ່ຄວາມສາມາດຂອງທ່ານ, ແລ້ວຈະເຮັດໃຫ້ພຣະອົງມີຄວາມສຸກ. ແລະ ທ່ານຈະສາມາດຮູ້ສຶກເຖິງການຮັບຮູ້ຂອງພຣະອົງ.
ພຣະອົງເຫັນເຖິງຄວາມສາມາດອັນສູງສົ່ງໃນທິດາທັງປວງຂອງພຣະອົງ ບໍ່ວ່າເຂົາເຈົ້າຈະຢູ່ໃສກໍຕາມ. ບັດນີ້, ມັນໄດ້ສ້າງໜ້າທີ່ຮັບຜິດຊອບອັນຫຍຸ້ງຍາກແກ່ທ່ານແຕ່ລະຄົນ. ພຣະອົງຄາດໝາຍໃຫ້ທ່ານເຮັດນຳທຸກຄົນທີ່ທ່ານພົບເຫັນວ່າເປັນລູກຂອງພຣະເຈົ້າ. ນັ້ນຄືເຫດຜົນທີ່ພຣະອົງໄດ້ບັນຊາເຮົາໃຫ້ຮັກເພື່ອນບ້ານຂອງເຮົາເໝືອນດັ່ງຕົນເອງ ແລະ ອະໄພໃຫ້ເຂົາເຈົ້າ. ຄວາມເມດຕາ ແລະ ການໃຫ້ອະໄພຂອງທ່ານຕໍ່ຄົນອື່ນ ມາຈາກມໍລະດົກແຫ່ງສະຫວັນຂອງທ່ານຈາກພຣະອົງ ໃນຖານະທີ່ເປັນທິດາຂອງພຣະອົງ. ທຸກຄົນທີ່ທ່ານພົບເຫັນເປັນລູກທາງວິນຍານທີ່ຮັກຫອມຂອງພຣະອົງ.
ເມື່ອທ່ານຮູ້ສຶກເຖິງການເປັນເອື້ອຍນ້ອງທີ່ຍິ່ງໃຫຍ່ນັ້ນ, ຄວາມຄິດທີ່ແຍກເຮົາອອກຈາກກັນຈະສູນຫາຍໄປ. ຍົກຕົວຢ່າງ, ເອື້ອຍນ້ອງທີ່ໜຸ່ມກວ່າ ແລະ ມີອາຍຸສູງກວ່າ ຈະແບ່ງປັນຄວາມຮູ້ສຶກດ້ວຍຄວາມຄາດໝາຍທີ່ຈະໄດ້ຮັບຄວາມເຂົ້າໃຈ ແລະ ຖືກຮັບຮູ້. ທ່ານຄືກັນໃນຖານະທີ່ເປັນທິດາຂອງພຣະເຈົ້າ ຫລາຍກວ່າທ່ານແຕກຕ່າງກັນ.
ດ້ວຍຄວາມເຂົ້າໃຈນັ້ນ, ຍິງໜຸ່ມຈະກະຕືລືລົ້ນກັບການເຂົ້າຮ່ວມສະມາຄົມສະຕີສົງເຄາະ ວ່າມັນເປັນໂອກາດທີ່ຈະຂະຫຍາຍວົງອ້ອມຂອງການເປັນເອື້ອຍນ້ອງກັນ ຊຶ່ງເຂົາເຈົ້າຈະມາຮູ້ຈັກ, ນັບຖື, ແລະ ຮັກ.
ຄວາມສາມາດຢ່າງດຽວກັນນັ້ນ ທີ່ຈະເຫັນຜູ້ທີ່ທ່ານສາມາດເປັນ ຈະເພີ່ມທະວີຂຶ້ນໃນຄອບຄົວ ແລະ ໃນຊັ້ນປະຖົມໄວ. ມັນຈະເກີດຂຶ້ນໃນການສັງສັນໃນຄອບຄົວ ແລະ ໃນໂຄງການປະຖົມໄວ. ເດັກນ້ອຍໄດ້ຮັບການດົນໃຈໃຫ້ເວົ້າສິ່ງທີ່ຍິ່ງໃຫຍ່ ແລະ ອັດສະຈັນໃຈ, ດັ່ງທີ່ເຂົາໄດ້ເຮັດເມື່ອພຣະຜູ້ຊ່ອຍໃຫ້ລອດມາຍລີ້ນຂອງເຂົາ ຕອນພຣະອົງສອນເຂົາຫລັງຈາກພຣະອົງໄດ້ຟື້ນຄືນຊີວິດແລ້ວ.3
ໃນຂະນະທີ່ຊາຕານໂຈມຕີເອື້ອຍນ້ອງໃນຕອນທີ່ເຂົາຍັງນ້ອຍ, ພຣະຜູ້ເປັນເຈົ້າຈຶ່ງຍົກເອື້ອຍນ້ອງຂຶ້ນສູງທາງວິນຍານເລື້ອຍໆ. ຍົກຕົວຢ່າງ, ຍິງໜຸ່ມຈະສອນແມ່ຂອງເຂົາໃຫ້ຮູ້ຈັກໃຊ້ FamilySearch ເພື່ອຊອກຫາບັນພະບຸລຸດຂອງເຂົາເຈົ້າ. ເອື້ອຍນ້ອງຄົນໜຸ່ມບາງຄົນທີ່ຂ້າພະເຈົ້າຮູ້ຈັກ ໄດ້ເລືອກໄປຮັບບັບຕິສະມາແທນຄົນຕາຍຢູ່ໃນພຣະວິຫານແຕ່ເຊົ້າໆ ໂດຍບໍ່ຕ້ອງໄດ້ຊັກຊວນຍາກ ຍົກເວັ້ນແຕ່ວິນຍານຂອງເອລີຢາເທົ່ານັ້ນ.
ໃນພາລະກິດຕະຫລອດທົ່ວໂລກ, ເອື້ອຍນ້ອງໄດ້ຖືກເອີ້ນໃຫ້ນຳພາ. ພຣະຜູ້ເປັນເຈົ້າໄດ້ສ້າງຄວາມຕ້ອງການສຳລັບການຮັບໃຊ້ຂອງເຂົາເຈົ້າ ໂດຍການສຳພັດຈິດໃຈຂອງເອື້ອຍນ້ອງເປັນຈຳນວນຢ່າງຫລວງຫລາຍໃຫ້ຮັບໃຊ້. ປະທານເຜີຍແຜ່ຫລາຍຄົນໄດ້ເຫັນເອື້ອຍນ້ອງຜູ້ສອນສາດສະໜາກາຍເປັນຜູ້ມີພະລັງທີ່ສຸດໃນການອອກເຜີຍແຜ່ ແລະ ໂດຍສະເພາະໃນການເປັນຜູ້ນຳທີ່ຊ່ອຍບຳລຸງລ້ຽງ.
ບໍ່ວ່າທ່ານຈະຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາຫລືບໍ່, ທ່ານສາມາດມີຄວາມສາມາດດຽວກັນນັ້ນໄດ້ ເພື່ອສົ່ງເສີມການແຕ່ງງານຂອງທ່ານ ແລະ ຄວາມສາມາດທີ່ຈະລ້ຽງດູລູກຜູ້ປະເສີດ ໂດຍການເຮັດຕາມຕົວຢ່າງຂອງເອື້ອຍນ້ອງທີ່ດີເລີດ.
ໃຫ້ຄິດກ່ຽວກັບນາງເອວາ, ມານດາຂອງຊີວິດທັງປວງ. ແອວເດີ ຣະໂຊ ເອັມ ແນວສັນ ໄດ້ກ່າວແນວນີ້ກ່ຽວກັບເອວາວ່າ: “ເຮົາ ແລະ ມະນຸດທັງປວງໄດ້ຮັບພອນຕະຫລອດການ ເພາະຄວາມກ້າຫານ ແລະ ສະຕິປັນຍາຂອງເອວາ. ໂດຍການກິນໝາກໄມ້ກ່ອນ, ນາງໄດ້ເຮັດສິ່ງທີ່ຈຳເປັນຕ້ອງເຮັດ. ອາດາມກໍສະຫລາດພໍທີ່ໄດ້ເຮັດຄືກັນ.”4
ທິດາທຸກຄົນຂອງເອວາໄດ້ມີຄວາມສາມາດທີ່ຈະນຳພອນອັນດຽວກັນນັ້ນມາໃຫ້ຄອບຄົວຂອງນາງ ທີ່ເອວາໄດ້ນຳມາໃຫ້ຄອບຄົວຂອງນາງ. ນາງເປັນຄົນສຳຄັນຫລາຍໃນການສ້າງຄອບຄົວ ແລະ ເຮົາມີບັນທຶກກ່ຽວກັບການສ້າງຂອງນາງ ດັ່ງນີ້: ແລະ ບັນດາພຣະເຈົ້າໄດ້ກ່າວວ່າ: ໃຫ້ພວກເຮົາສ້າງຜູ້ຊ່ອຍຊູທີ່ເໝາະສົມສຳລັບຜູ້ຊາຍ, ເພາະວ່າບໍ່ສົມຄວນທີ່ຜູ້ຊາຍຕ້ອງຢູ່ໂດດດ່ຽວຢ່າງນີ້, ດັ່ງນັ້ນ ພວກເຮົາຈະສ້າງຜູ້ຊ່ອຍຊູທີ່ເໝາະສົມໃຫ້ລາວ.”5
ເຮົາບໍ່ຮູ້ວ່າເອວາໄດ້ຊ່ອຍອາດາມແນວໃດແດ່ ແລະ ຊ່ອຍຄອບຄົວຂອງເຂົາເຈົ້າ. ແຕ່ເຮົາຮູ້ວ່າ ຂອງປະທານທີ່ຍິ່ງໃຫຍ່ຢ່າງໜຶ່ງທີ່ນາງໄດ້ມອບໃຫ້ ຊຶ່ງທ່ານແຕ່ລະຄົນສາມາດມອບໃຫ້ຄືກັນຄື: ນາງໄດ້ຊ່ອຍຄອບຄົວຂອງນາງໃຫ້ເຫັນເສັ້ນທາງກັບຄືນໄປບ້ານ, ເມື່ອເສັ້ນທາງຢູ່ຂ້າງໜ້າເບິ່ງຄືວ່າຍາກຫລາຍ. ແລະ ເອວາ, ເມຍຂອງລາວ, ໄດ້ຍິນສິ່ງເຫລົ່ານີ້ທັງໝົດ ແລະ ໄດ້ຍິນດີ, ໂດຍກ່າວວ່າ: ຖ້າຫາກບໍ່ແມ່ນເພາະການລ່ວງລະເມີດຂອງພວກເຮົາ, ພວກເຮົາຄົງບໍ່ມີພົງພັນ, ແລະ ຄົງບໍ່ເຄີຍຮູ້ຈັກຄວາມດີ ແລະ ຄວາມຊົ່ວ, ແລະ ຄວາມສຸກຂອງການໄຖ່, ແລະ ຊີວິດນິລັນດອນຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ທຸກຄົນທີ່ເຊື່ອຟັງ.6
ທ່ານມີຕົວຢ່າງຂອງນາງທີ່ຈະຕິດຕາມ.
ໂດຍການເປີດເຜີຍ, ເອວາໄດ້ຮູ້ຈັກເສັ້ນທາງກັບບ້ານໄປຫາພຣະເຈົ້າ. ນາງໄດ້ຮູ້ວ່າ ການຊົດໃຊ້ຂອງພຣະເຢຊູຄຣິດໄດ້ເຮັດໃຫ້ຊີວິດນິລັນດອນເປັນໄປໄດ້ໃນຄອບຄົວ. ນາງແນ່ໃຈ, ດັ່ງທີ່ທ່ານແນ່ໃຈ, ວ່າເມື່ອນາງຮັກສາພັນທະສັນຍາຂອງນາງທີ່ໄດ້ເຮັດໄວ້ນຳພຣະບິດາເທິງສະຫວັນ, ແລ້ວພຣະຜູ້ໄຖ່ ແລະ ພຣະວິນຍານບໍລິສຸດຈະຊ່ອຍນາງ ແລະ ຄອບຄົວຂອງນາງ ຜ່ານຜ່າສິ່ງທີ່ໂສກເສົ້າ ແລະ ຄວາມຜິດຫວັງໃດໆ ທີ່ມາເຖິງ. ນາງໄດ້ຮູ້ວ່າ ນາງສາມາດໄວ້ວາງໃຈພວກພຣະອົງ.
“ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າດ້ວຍສຸດຫົວໃຈເຈົ້າ; ຢ່າເຊື່ອໝັ້ນຈັກເທື່ອໃນສິ່ງທີ່ເຈົ້າຄິດວ່າເຈົ້າຮູ້ຈັກ;
“ຈົ່ງລະນຶກເຖິງພຣະຜູ້ເປັນເຈົ້າໃນທຸກສິ່ງທີ່ເຈົ້າກະທຳ ແລະ ພຣະອົງຈະໃຫ້ເຈົ້າເຫັນຫົນທາງອັນຖືກຕ້ອງ.”7
ຂ້າພະເຈົ້າຮູ້ວ່າເອວາໄດ້ປະເຊີນກັບຄວາມໂສກເສົ້າ ແລະ ຄວາມຜິດຫວັງ, ແຕ່ຂ້າພະເຈົ້າກໍຍັງຮູ້ວ່າ ນາງໄດ້ພົບຄວາມສຸກໃນການຮູ້ວ່ານາງ ແລະ ຄອບຄົວຂອງນາງສາມາດກັບຄືນໄປຢູ່ນຳພຣະເຈົ້າອີກ. ຂ້າພະເຈົ້າຮູ້ວ່າຫລາຍຄົນໃນພວກທ່ານຜູ້ທີ່ຢູ່ໃນນີ້ກໍປະເຊີນກັບຄວາມໂສກເສົ້າ ແລະ ຄວາມຜິດຫວັງຄືກັນ. ຂ້າພະເຈົ້າຂໍອວຍພອນທ່ານວ່າ, ທ່ານຈະຮູ້ສຶກເຖິງຄວາມຊື່ນຊົມອັນດຽວກັນນັ້ນ ໃນຂະນະທີ່ທ່ານເດີນທາງກັບບ້ານ.
ຂ້າພະເຈົ້າຂໍເປັນພະຍານຢ່າງໜັກແໜ້ນວ່າ ພຣະເຈົ້າອົງເປັນພຣະບິດາ ຄອຍເຝົ້າດູແລທ່ານໃນຄວາມຮັກ. ພຣະອົງຮັກທ່ານແຕ່ລະຄົນ. ທ່ານເປັນທິດາໃນພັນທະສັນຍາຂອງພຣະອົງ. ເພາະພຣະອົງຮັກທ່ານ, ພຣະອົງຈະໃຫ້ຄວາມຊ່ອຍເຫລືອທີ່ທ່ານຕ້ອງການ ເພື່ອວ່າທ່ານ ແລະ ຄົນອື່ນໆຈະກ້າວໄປໜ້າໃນເສັ້ນທາງກັບໄປຫາທີ່ປະທັບຂອງພຣະອົງ.
ຂ້າພະເຈົ້າຮູ້ວ່າ ພຣະຜູ້ຊ່ອຍໃຫ້ລອດໄດ້ຈ່າຍຄ່າແທນບາບຂອງເຮົາທຸກຄົນ ແລະ ວ່າພຣະວິນຍານບໍລິສຸດໄດ້ເປັນພະຍານເຖິງຄວາມຈິງ. ທ່ານກໍຮູ້ສຶກເຖິງການປອບໂຍນນັ້ນຢູ່ໃນກອງປະຊຸມນີ້. ຂ້າພະເຈົ້າເປັນພະຍານວ່າ ຂໍກະແຈທັງໝົດທີ່ຜູກມັດພັນທະສັນຍາອັນສັກສິດໄດ້ຖືກຟື້ນຟູຄືນມາແລ້ວ. ມັນໄດ້ຖືກດຳລົງ ແລະ ນຳໃຊ້ໃນທຸກວັນນີ້ໂດຍສາດສະດາທີ່ມີຊີວິດຢູ່, ຄືປະທານທອມມັສ ແອັສ ມອນສັນ. ຂ້າພະເຈົ້າຂໍມອບຄຳປອບໃຈ ແລະ ຄວາມຫວັງໄວ້ກັບທ່ານ, ຜູ້ຊຶ່ງເປັນທິດາແຫ່ງພັນທະສັນຍາຂອງພຣະອົງ, ໃນພຣະນາມທີ່ສັກສິດຂອງພຣະເຢຊູຄຣິດ, ອາແມນ.