​2010–2019
ລາຄາ—ແລະ ພອນ—ຂອງ​ການ​ເປັນ​ສານຸສິດ
ເມສາ 2014


14:45

ລາຄາ—ແລະ ພອນ—ຂອງ​ການ​ເປັນ​ສານຸສິດ

ຈົ່ງ​ເຂັ້ມ​ແຂງ. ຈົ່ງ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ​ຢ່າງ​ຊື່ສັດ ​ເຖິງ​ແມ່ນ​ວ່າ​ຄົນ​ອື່ນ​ທີ່ຢູ່​ອ້ອມ​ຮອບ​ທ່ານ​ບໍ່​ເຮັດ​ກໍ​ຕາມ.

ປະທານມອນ​ສັນ, ພວກ​ເຮົາ​ຮັກ​ທ່ານ. ທ່ານ​ໄດ້​ມອບ​ໃຈ ​ແລະ ສຸຂະພາບ​ຂອງ​ທ່ານ​ໃຫ້​ແກ່​ການ​ເອີ້ນ​ທຸກ​ຢ່າງ​ທີ່ພຣະຜູ້​ເປັນ​ເຈົ້າ​ໄດ້​ປະທານ​ໃຫ້​ແກ່​ທ່ານ, ​ໂດຍ​ສະ​ເພາະ​ຕຳ​ແໜ່ງທີ່​ທ່ານ​ມີ​ຢູ່​ຕອນ​ນີ້. ທຸກ​ຄົນ​ໃນ​ສາດສະໜາ​ຈັກຂອບ​ໃຈ​ທ່ານ​ສຳລັບ​ການ​ຮັບ​ໃຊ້​ທີ່​ແນວ​ແນ່​ຂອງ​ທ່ານ ​ແລະ ການ​ອຸທິດ​ຕົນ​ຕໍ່ໜ້າ​ທີ່​ຂອງ​ທ່ານ.

ດ້ວຍ​ການ​ຍົກຍ້ອງ ​ແລະ ການ​ໃຫ້​ກຳລັງ​ໃຈຕໍ່​ທຸກ​ຄົນ​ທີ່​ຕ້ອງ​ຢືນ​ຢູ່​ຢ່າງ​ບໍ່​ຫວັ່ນ​ໄຫວ​ໃນ​ຍຸກ​ສຸດ​ທ້າຍ​ນີ້, ຂ້າພະ​ເຈົ້າຂໍ​ກ່າວ​ກັບ​ທຸກ​ຄົນ ​ໂດຍ​ສະ​ເພາ​ະຊາວ​ໜຸ່ມ​ຂອງ​ສາດ​ສະໜາ​ຈັກ​ວ່າ ຖ້າ​ຫາກ​ພວກ​ທ່ານ​ຍັງ​ບໍ່​​ເຄີຍ​ພົບ, ພວກ​ທ່ານ​ຈະ​ພົບ​ເຫັນຕົນ​ເອງ​ຖືກ​ເອີ້ນ​ໃຫ້​ປົກ​ປ້ອງ​ສັດທາ​ຂອງ​ພວກ​ທ່ານ ​ແມ່ນ​ແຕ່​ໃຫ້​ອົດທົນ​ກັບຄວາມ​ທາລຸນ​ສ່ວນ​ຕົວ ​ເພາະວ່າ​ພວກ​ທ່ານ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ​ເວລາ​ເຊັ່ນ​ນັ້ນຈະ​ຮຽກຮ້ອງ​ທັງ​ຄວາມ​ກ້າຫານ ​ແລະ ການ​ໃຫ້​ກຽດຈາກ​ພວກ​ທ່ານ.

ຍົກ​ຕົວຢ່າງ, ​ບໍ່​ດົນ​ມາ​ນີ້ ຊິດ​ສະ​ເຕີ​ຄົນ​ໜຶ່ງທີ່​​ເປັນຜູ້​ສອນ​ສາດສະໜາ​​ໄດ້​ຂຽນ​ບອກ​ຂ້າພະ​ເຈົ້າວ່າ: “ຄູ່​ຂອງ​ຂ້ານ້ອຍກັບ​ຂ້ານ້ອຍ ​ໄດ້​ພົບ​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ​ນັ່ງ​ຢູ່​ຕັ່ງ​ມ້າ​ຍາວ ​ຢູ່​ໃນ​ສວນສາທາລະນະ​ ກິນ​ເຂົ້າສວຍ​ຢູ່. ​ເມື່ອ​ພວກ​ຂ້ານ້ອຍ​ຍ່າງ​ໄປ​​ໃກ້, ລາວ​ເງີຍ​ໜ້າ​ຂຶ້ນ ​ແລະ ​ເຫັນ​ນາມບັດຕິດ​ເສື້ອຂອງ​ພວກ​ຂ້ານ້ອຍ. ລາວ​ໄດ້​ກຶ້ງຕາ​ໃສ່​ພວກ​ຂ້ານ້ອຍ, ​ແລະ ລຸກຂຶ້ນ​ເພື່ອ​ຈະ​ຕົບໜ້າ​ຂ້ານ້ອຍ. ຂ້ານ້ອຍ​ຫລົບ​ທັນ, ​ແຕ່​ລາວ​ໄດ້​ຖົ່ມ​ອາຫານ​ທີ່ຢູ່​ໃນ​ປາກ​ຂອງ​ລາວ​ໃສ່​ຂ້ານ້ອຍ ​ແລະ ​ເລີ່ມ​ຕົ້ນປ້ອຍ​ດ່າ​ຕ່າງໆ​ນາໆ​ທີ່​ຫຍາ​ບຄາຍ​ທີ່​ສຸດ. ພວກ​ຂ້ານ້ອຍ​ໄດ້​ຍ່າງ​ໜີ​ໄປ​ໂດຍ​ບໍ່​ເວົ້າຫຍັງ​. ຂ້ານ້ອຍ​ພະຍາຍາມ​ເຊັດ​ອາຫານ​ອອກ​ຈາກໜ້າ, ​​ແຕ່​ຮູ້ສຶກ​ວ່າ​ມີ​ຄົນ​​ແກວ່ງ​ຕົ້ມມັນຝຣັ່ງມາ​ໃສ່​ຫົວ​ຂ້ານ້ອຍ​ອີກ. ບາງ​ເທື່ອ ການ​ເປັນ​ຜູ້​ສອນ​ສາດສະໜາ​ແມ່ນ​ຍາກ​ຫລາຍ ​ເພາະ​ໃນ​​ເວລາ​​ເຊັ່ນນັ້ນ ຂ້ານ້ອຍ​ຢາກ​ກັບ​​ໄປ​ຫາ​ຊາຍ​ຄົນ​ນັ້ນ, ​ແລ້ວ​ເວົ້າວ່າ, ‘ເຈົ້າ​ເຮັດ​ຫຍັງ​ແບບ​ນັ້ນ!’ ​ແຕ່​ຂ້ານ້ອຍ​ບໍ່​ໄດ້​ກັບ​ຄືນ​ໄປ.”

ຕໍ່​ຜູ້​ສອນ​ສາດສະໜາ​ທີ່​ອຸທິດ​ຕົນ​ຄົນ​ນີ້, ຂ້າພະ​ເຈົ້າຂໍ​ເວົ້າວ່າ, ນາງ​ເອີຍ, ​​ໃນ​ຄວາມຖ່ອມ​ຕົນຂອງ​ເຈົ້າ, ​ເຈົ້າ​ໄດ້​ກ້າວເຂົ້າ​ໄປ​ໃນ​ຂອບ​ເຂດ​ຂອງ​ຍິງ ​ແລະ ຊາຍທີ່​ດີ​ເດັ່ນ ຜູ້​ຊຶ່ງ​ສາດສະດາ​ຢາ​ໂຄບ ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ ​ໄດ້​ກ່າວ​ເຖິງ​ວ່າ​ ​ເພື່ອ “​ເຫັນ​ແກ່​ການ​ສິ້ນ​ພຣະຊົນ​ຂອງ [ພຣະຄຣິດ], ​ແລະ ​ໄດ້ທົນ​ຮັບ​ເອົາ​ໄມ້​ກາງ​ແຂນຂອງ​ພຣະອົງ ​ແລະ [ຍອມຮັບ​ເອົາ] ຄວາມ​ອັບອາຍ​ຂາຍໜ້າ​ຂອງ​ໂລກ.”1

ນີ​ໄຟ ອ້າຍ​ຂອງຢາ​​ໂຄບ ​ໄດ້​ຂຽນ​ກ່ຽວ​ກັບ​ພຣະ​ເຢຊູ​ວ່າ: “ແລະ ເພາະ​ຄວາມ​ຊົ່ວຮ້າຍ​ຂອງ​ມະນຸດໂລກ, ເຂົາ​ຈະ​ຕັດສິນ​ພຣະ​ອົງ​ວ່າ​ບໍ່​ມີຄ່າ; ດັ່ງນັ້ນ ເຂົາ​ຈຶ່ງ​ຂ້ຽນ​ພຣະ​ອົງ ແລະ ພຣະ​ອົງ​ໄດ້​ທົນ ແລະ ເຂົາ​ຕີ​ພຣະ​ອົງ ແລະ ພຣະ​ອົງ​ໄດ້​ທົນ; ແທ້​ຈິງ​ແລ້ວ, ເຂົາ​ຖົ່ມນ້ຳລາຍ​ໃສ່​ພຣະ​ອົງ ແລະ ພຣະ​ອົງ​ໄດ້​ທົນ, ເພາະ​ຄວາມ​ກະລຸນາ​ຮັກ​ຫອມ​ຂອງ​ພຣະ​ອົງ ແລະ ຄວາມ​ອົດ​ກັ້ນທີ່​ພຣະ​ອົງ​ມີ​ຕໍ່​ລູກ​ຫລານ​ມະນຸດ.”2

​​ເຊັ່ນ​ດຽວ​ກັບ​ປະສົບ​ການ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ກໍ​ມີ​ການ​ປະຕິ​ເສດມາ​ຕະຫລອດ​ ​ແລະ ສາດສະດາ ​ແລະ ອັກຄະ​ສາວົກ ​ໄດ້​ຈ່າຍ​ຄ່າ​ດ້ວຍ​ຄວາມເຈັບ​ປວດ ​ແລະ ​ເປັນ​ຈຳນວນ​ຫລວງຫລາຍ, ຜູ້​ສອນ​ສາດສະໜາ ​ແລະ ສະມາຊິກ​ໃນ​ທຸກ​ຍຸກ​​ໄດ້ພະຍາຍາມ​ໃຫ້​ກຽດ​ແກ່​ການ​ເອີ້ນ​ຂອງ​ພຣະ​ເຈົ້າ ​ເພື່ອ​ສົ່ງ​ເສີມ​ຄອບຄົວ​ມະນຸດ​ໄປ​ສູ່ “ເສັ້ນທາງ​ອັນ​ປະ​ເສີດ​ທີ່​ສຸດ​.”3

“​ເຮົາ​ຈະ​ກ່າວ​ສິ່ງ​ໃດ​ຕໍ່​ໄປ … ​ກ່ຽວ​ກັບ [​ເຂົາ​ເຈົ້າ]?” ຜູ້​ຂຽນ​ພຣະທຳ​​​ເຮັບ​​ເຣີ ​ໄດ້​ຖາມ.

“[​ເຂົາ​ເຈົ້າ] ຜູ້​… ​ໄດ້​ງັບ​ປາກ​ສິງ,

“​ໄດ້​ມອດ​ໄຟ​ອັນ​ຮ້ອນ​ກ້າ, ພົ້ນຈາກ​ຄົມ​ດາບ​ຂອງ​ຄູ່​ຕໍ່ສູ້, … ​ໄດ້​ຕີ​ບັນດາ​ກອງທັບ​ຂອງ​ຊາວ​ຕ່າງປະ​ເທດ​ໃຫ້​ແຕກ​ໜີ​ໄປ …

“[​ໄດ້​ເຫັນ​] ຄົນ​ທີ່​ຕາຍ​ແລ້ວ​ຄືນ​ມາ … [ໃນ​ຂະນະ​ທີ່] ບາງ​ຄົນ​ໄດ້​ຖືກ​ທໍລະມານ, …

“​ແລະ … ​ໄດ້​ຖືກ​ຫຍໍ້​ຫຍັນ ​ແລະ ຖືກ​ຂ້ຽນ​ຕີ, … ຖືກ​ລ່າມ​ໂສ້ ​ແລະ ຖືກ​ຄຸມ​ຂັງ:

“ເຂົາ​ເຈົ້າ​ໄດ້​ຖືກ​ແກວ່ງ​ຫີນ​ໃສ່, … ຖືກ​ເລື່ອຍ​ເປັນ​ທ່ອນ, ຖືກ​ລໍ້​ລວງ, ຖືກ​ຂ້າ​ດ້ວຍ​ຄົມ​ດາບ: … ໄດ້​ຫົ່ມ​ໜັງ​ແກະ ​ແລະ ໜັງ​ແບ້​ທ່ຽວ​ໄປມາ; ລຳບາກ​ຍາກຈົນ, ຖືກ​ຂົ່ມ​ເຫັງ, [ແລະ] ທົນ​ທຸກ​ເວດທະນາ;

“([​ເຂົາ​ເຈົ້າ] ຜູ້​ຊຶ່ງ ເຖິງ​ແຜ່ນດິນ​ໂລກ​ກໍບໍ່​ສົມ:) … ໄດ້​ທຽວ​ໄປມາ​ໃນ​ປ່າ, ​ແລະ ຕາມ​ພູ​ຊ້ອນ​ຕົວ​ໃນ​ຖ້ຳ ​ແລະ ​ໃນ​ຂຸມ.”4

​ແນ່ນອນ​ທີ່​ເຫລົ່າ​ທູດ​ໃນ​ສະຫວັນ​ຈະ​ນ້ຳຕາ​ໄຫລ ​ໃນ​ຂະນະ​ທີ່​ພວກ​ເພິ່ນ​ບັນທຶກ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນກັບ​ສານຸສິດ​ຢູ່​ໃນ​ໂລກ​ທີ່​ສ່ວນ​ຫລາຍ​ຈະມີ​ເຈດ​ຕະນາ​ຮ້າຍ​ຕໍ່​ພຣະບັນຍັດ​ຂອງ​ພຣະ​ເຈົ້າ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ເອງ​ໄດ້​​ໄປ​ຫາພູ​ໝາກກອກ ​ແລະ ກັນ​ແສງ ​ເພາະ​​ເປັນ​ເວລາ​ຫລາຍ​ຮ້ອຍ​ປີ​ທີ່​ຜູ້​ຄົນ​ປະຕິ​ເສດ ​ແລະ ​ໄດ້​ຂ້າສານຸສິດ​ຂອງ​ພຣະອົງ. ​ແລະ ບັດ​ນີ້​ພຣະອົງ​ເອງ​ກໍ​ຖືກ​ປະຕິ​ເສດ ​ແລະ ຈະ​ຖືກ​ຂ້າ​ຄື​ກັນ.

“​ໂອ້ ​ເຢຣູຊາ​ເລັມ, ​ເຢຣູຊາ​ເລັມ,” ພຣະ​ເຢຊູ​ໄດ້​ຮ້ອງ​ອອກ​ມາ, “​ເຈົ້າຂ້າ​ບັນດາ​ຜູ້​ທຳນາຍ​ເອົາ​ຫີນ​ແກ​ວ່ງ​ໃສ່​ພວກ​ຜູ້​ທຳນາຍ​ທີ່​ໃຊ້​ມາ​ຫາ​ເຈົ້າ, ຫລາຍ​ເທື່ອ​ແລ້ວ​ເຮົາ​ຢາກ​ຈະ​ຮວບ​ຮວມ​​ເອົາ​ປະຊາຊົນ​ທັງ​ໝົດ​ຂອງ​ເຈົ້າ​ໄວ້​ເໝືອນ​ດັ່ງ​ໄກ່​ແມ່​ຮວບ​ຮວມລູກ​ຂອງ​ຕົນ​ໄວ້​ໃຕ້​ປີກ ​ແຕ່​ເຈົ້າບໍ່​ຍິນ​ຍອມ!

“ສະນັ້ນ​ແຫລະ, ພຣະວິຫານ​ຂອງ​ພຣະ​ເຈົ້າຈຶ່ງ​ຈະ​ຖືກ​ປະ​ຖິ້ມ.”5

​ແລະ ​ໃນ​ຖ້ອຍ​ຄຳ​ເຫລົ່ານັ້ນ ມີ​ຂ່າວສານ​ສຳລັບ​ຊາຍ​ໜຸ່ມ ​ແລະ ຍິງ​ໜຸ່ມ​ທຸກ​ຄົນ​ໃນ​ສາດສະໜາ​ຈັກ​ນີ້. ພວກ​ທ່ານ​ອາດ​ສົງ​ໄສ​ວ່າ ມັນ​ກຸ້ມ​ຄ່າ​ແລ້ວ​ບໍ​ທີ່​ຈະ​ຍຶດໝັ້ນຢ່າງກ້າຫານ​​ເລື່ອງຄວາມ​ສິນ​ທຳຢູ່​ໃນ​ໂຮງຮຽນ​ ຫລື ທີ່​ຈະ​ໄປ​ເຜີຍ​ແຜ່​ ​ພຽງ​ແຕ່​ໃຫ້​ຄົນ​ອື່ນ​ມາດ່າ​​ເລື່ອງ​ຄວາມ​ເຊື່ອ​ຂອງ​ພວກ​ທ່ານ ຫລື ຕໍ່ສູ້​ກັບ​ສັງ​ຄົມ​ທີ່​​ເຍາະ​ເຍີ້ຍສາດສະໜາທີ່​ພວກ​ທ່ານອຸທິດ​ຕົນ​ຕໍ່. ​ແມ່ນ​ແລ້ວ, ມັນ​ກຸ້ມ​ຄ່າ, ​ເພາະ​ຖ້າ​ເລືອກ​ທາງ​ອື່ນ​ແລ້ວ ຈະ​ເປັນ​ວ່າ​ “ບ້ານ​ເຮືອນ” ຂອງ​ເຮົາຈະ​ຖືກ​ “ປະ​ຖິ້ມ”—ຜູ້​ຄົນ, ຄອບຄົວ, ​ເພື່ອນ​ບ້ານ, ​ແລະ ປະຊາ​ຊາດ​ ຈະ​ຖືກ​ປະ​ຖິ້ມ.

ສະນັ້ນ ​ເຮົາ​ຈຶ່ງ​ມີ​ພາລະ​ທີ່​ຈະ​ປະກາດ​ຂ່າວ​ຂອງ​ພຣະ​ເມ​ຊີ​ອາ. ນອກ​ເໜືອ​ຈາກ​ການ​ສັ່ງສອນ​, ການ​ຊຸກ​ຍູ້, ​ແລະ ການ​ສົ່ງ​ເສີມ​ຜູ້​ຄົນ​ແລ້ວ ​ເຖິງ​ສ່ວນ (ທີ່​ດີ​ກ່ຽວ​ກັບ​ການ​ເປັນ​ສິດທິ​ຊົນ), ​ແຕ່​ຈະ​ມີ​ບາງ​ເວລາ​ທີ່​ຜູ້​ສົ່ງ​ຂ່າວ​ດຽວ​ກັນນັ້ນຈະ​ຖືກ​​ເອີ້ນ​ໃຫ້​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ, ​ເຕືອນ, ​ແລະ ບາງ​ເທື່ອນ້ຳຕາ​ໄຫລ (ນັ້ນ​ເປັນ​ສ່ວນ​ທີ່​​ເຈັບ​ປວດຂອງ​ຜູ້​ເປັນ​ສານຸສິດ). ​ເຂົາ​ເຈົ້າຮູ້​ດີ​ວ່າ ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່ “ດິນ​ແດນ​ທີ່​ອຸດົມສົມບູນ”6 ຈຳ​ເປັນ​ຕ້ອງ​ເປັນ​ຕາມ​ພຣະ​ບັນ​ຍັດ​ທີ່​ເລີ່ມ​ຕົ້ນ​ດ້ວຍ​ຄຳວ່າ “ຈົ່ງ” ​ແລະ “ຢ່າ.”7

ໜ້າ​ເສຍ​ໃຈ​ທີ່​ຜູ້​ສົ່ງ​ຂ່າວພຣະບັນຍັດ​ ບໍ່​ໄດ້​ຖືກ​ນັບ​ວ່າ​ດີ​ເດັ່ນ​ໃນ​ຕອນ​ນີ້ ຫລາຍ​​ໄປ​ກວ່າ​ໃນ​ສະ​ໄໝ​ໂບຮານ​ເລີຍ, ດັ່ງ​ທີ່​ເຮົາ​ເຫັນ​ໄດ້​ຈາກ​ຕົວຢ່າງ​ຂອງ​ຊິດ​ສະ​ເຕີ​ຜູ້​ຖືກ​ຖົ່ມ​ອາຫານ​ໃສ່​ໜ້າ ​ແລະ​ຖືກ​ໂຍນ​ອາຫານ​ໃສ່​ຫົວ. ຄວາມ​ກຽດ​ຊັງ ເປັນ​ຄຳ​ທີ່​ບໍ່​ສວຍ​ງາມ, ​ແຕ່​ກໍ​ມີ​ບາງ​ຄົນ​ທີ່​ກ່າວ​ອອກ​ມາ​ດັ່ງອາ​ຫາບ​ທີ່​ຊົ່ວ​ຮ້າຍ​ວ່າ, “ຂ້າພະ​ເຈົ້າກຽດ​ຊັງ [ສາດສະດາ​ມີ​ກາ​ອີ​ຢາ]; ​ເພາະ​ລາວ​ບໍ່​ເຄີຍ​ທຳນາຍ​ສິ່ງ​ທີ່​ດີ​ສຳລັບ​ຂ້າພະ​ເຈົ້າຈັກ​ເທື່ອ, ລາວ​ມີ​ແຕ່​ທຳນາຍ​ສິ່ງ​ຊົ່ວໆ​ສະ​ເໝີ.”8 ຄວາມ​ກຽດ​ຊັງ​ເຊັ່ນນັ້ນ ​ໄດ້​ເອົາ​ຊີວິດ​ທີ່​ຊື່​ສັດ​ຂອງ​ສາດ​ສະ​ດາ​ອະ​ບີ​ນາ​ໄດ​ໄປ ​ເພາະ​ເພິ່ນ​ໄດ້​ກ່າວ​ກັບ​ກະສັດ​ໂນ​ອາ​ວ່າ: “ເພາະວ່າ​ຂ້າພະເຈົ້າ​ບອກ​ຄວາມ​ຈິງ​ແກ່​ພວກ​ທ່ານ, ພວກ​ທ່ານ​ຈຶ່ງ​ຄຽດ​ແຄ້ນ​ໃຫ້​ຂ້າພະເຈົ້າ. … ເພາະ​ຂ້າພະເຈົ້າ​ເວົ້າພຣະ​ຄຳ​ຂອງ​ພຣະ​ເຈົ້າ ພວກ​ທ່ານ​ຈຶ່ງ​ຕັດສິນ​ວ່າ​ຂ້າພະເຈົ້າ​ເປັນ​ບ້າ”9 ຫລື, ​ເຮົາ​ອາດ​ຕື່ມ​ໃສ່​ວ່າ​ເປັນ​ຄົນ​ບ້ານ​ນອກ, ​ເປັນ​ຫົວໜ້າ, ບໍ່​ຍອມ​ປ່ຽນ, ບໍ່​ສຸພາບ, ​​ໃຈ​ແຄບ, ລ້າ​ສະ​ໄໝ ​ແລະ ​ເຖົ້າ​ແກ່​ຊະລາ.

​ເຊັ່ນ​ດຽວ​ກັບ​ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ສາດສະດາ​ເອຊາ​ຢາ​ວ່າ:

“ລູກ​ຫລານ [​ເຫລົ່ານີ້] … ບໍ່​ຍອມ​ເຊື່ອ​ຟັງ​ຄຳ​ສັ່ງ​ສອນ​ຂອງ​ພຣະຜູ້​ເປັນ​ເຈົ້າ:

“[ພວກ​ເຂົາ] ບອກ​ພວກ​ຜູ້​ປະກາດ​ພຣະຄຳ​ໃຫ້​ມິດ​ງຽບ; ​ພວກ​ເຂົາ​ເວົ້າວ່າ ຢ່າ​ເວົ້າສິ່ງ​ທີ່​ຖືກຕ້ອງ​ສູ່​ໝູ່​ເຮົາ​ຟັງ​ເລີຍ. ຈົ່ງ​ບອກ​ສິ່ງ​ທີ່​ໝູ່​ເຮົາ​ຢາກ​ຟັງ. ​ໃຫ້​ໝູ່​ເຮົາ​ຍຶດຖື​ສິ່ງ​ທີ່​ລວງ​ຕາ​ລວງ​ໃຈ​ໄວ້​ສາ:

“ອອກ​ໜີ​ໄປ​ໃຫ້​ພົ້ນຈາກ​ທາງ​ຂອງ​ໝູ່​ເຮົາ​ສາ ​ແລະ ຢ່າ​ມາ​ກີດ​ກັ້ນໝູ່​ເຮົາ​ເລີຍ. ​ໝູ່ເຮົາ​ບໍ່​ຢາກ​ຟັງ​ເຖິງ​ເລື່ອງ​ພຣະ​ເຈົ້າອົງ​ບໍລິສຸດ​ຂອງ​ຊາດ​ອິດສະຣາ​ເອນ.”10

ເພື່ອນ​ໜຸ່ມ​ຂອງ​ຂ້າພະ​ເຈົ້າ, ມັນ​ເປັນ​ໜ້າ​ໂສກ​ເສົ້າທີ່ລັກສະນະ​ຂອງ​ຜູ້​ຄົນ​ໃນ​ສະ​ໄໝ​ນີ້ ຖ້າ​ຫາກ​ເຂົາ​ຕ້ອງ​ການ​ພຣະ​ເຈົ້າ​ໃນ​ຊີວິດ, ​ເຂົາ​ຢາກ​ມີ​ພຣະ​ເຈົ້າທີ່​ບໍ່​ຮຽກຮ້ອງ​ຫຍັງ​ຫລາຍ​ຈາກ​ເຂົາ​, ​ໃຫ້​ເປັນພຣະ​ເຈົ້າ​ທີ່​ສະ​ບາຍ ​ເປັນ​ພຣະ​ເຈົ້າທີ່​ບໍ່​ຕຳນິ, ຍິ່ງ​ດີກ​ວ່າ​ນັ້ນຖ້າ​ບໍ່​ຕຳນິຫຍັງເລີຍ, ​ໃຫ້​ເປັນ​ພຣະ​ເຈົ້າທີ່​ປອບ​ໂຍນ, ​ທີ່​ເຮັດ​ໃຫ້​​ເຂົາມີ​ຄວາມສຸກ​ຕະຫລອດ, ​ແລ້ວ​ບອກ​​ເຂົາວ່າ​ ​ໃຫ້​ເຮັດ​ຕາມ​ໃຈ​ຊອບ.11

ນີ້​ຄື​ຕົວຢ່າງ​ຂອງ​ມະນຸດ​ສ້າງ​ພຣະ​ເຈົ້າ ​ຕາມ​ທີ່​ຕົນ​ຕ້ອງການ! ບາງ​ເທື່ອ—ມັນ​ອາດ​ເປັນ​ຄຳ​ເວົ້າປີ້ນກໍ​ເປັນ​ໄດ້—ຜູ້​ຄົນ​ເຫລົ່າ​ນີ້ອ້າງ​ອີງ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດວ່າ ​ເປັນ​ພຣະ​ເຈົ້າທີ່ “ສະບາຍ”. ​ແມ່ນ​ແທ້ໆ​ບໍ? ພຣະອົງ​​ເປັນ​ຜູ້​ທີ່​ບອກ​ເຮົາ​ວ່າ​ບໍ່​ຄວນ​ລະ​ເມີດ​ພຣະບັນຍັດ, ​ແມ່ນ​ແຕ່​ຄິດ​ທີ່​ຈະລະ​ເມີດ​ກໍ​ບໍ່ຄວນ. ຖ້າ​ຫາກ​ເຮົາ​ ຄິດ ທີ່​ຈະລະ​ເມີດ, ​ເຮົາ​ໄດ້​ລະ​ເມີດ​ມັນ​ແລ້ວ​ຢູ່​ໃນ​ໃຈ. ຄຳ​ສອນ​ນີ້ ​ເປັນ​ຄຳ​ສອນ​ທີ່ “ສະບາຍ”, ງ່າຍ​ທີ່​ຈະ​ຟັງ ​ແລະ ມີ​ຄົນ​ນິຍົມ​ຊົມ​ຊອບ​ຫລາຍ​ບໍ?

ແລະ ສ່ວນ​ຜູ້​ທີ່​ພຽງ​ແຕ່​ຢາກ​ຫລຽວ​ເບິ່ງ​ບາບ ​ຫລື ສຳ​ພັດ​ກັບ​ມັນ​ຈາກ​ບ່ອນ​​ທີ່ຢູ່​ໄກ​ເດ້? ພຣະ​ເຢຊູ​ໄດ້​ກ່າວ​ວ່າ, ຖ້າ​ຕາ​ຂອງ​ເຈົ້າ​ເປັນຕົ້ນ​ເຫດ​ພາ​ໃຫ້​ເຈົ້າ​ເຮັດ​ຜິດ, ຈົ່ງ​ຄວັດ​ອອກ. ຖ້າ​ມື​ເບື້ອງ​ຂວາ​ຂອງ​ເຈົ້າ​ເປັນຕົ້ນ​ເຫດ​ພາ​ໃຫ້​ເຈົ້າ​ເຮັດ​ບາບ, ຈົ່ງ​ຕັດ​ອອກ.12 “​ເຮົາ​ບໍ່​ໄດ້​ມາ​ເພື່ອ​ນຳ​ຄວາມ​ສະຫງົບ​ສຸກ​ມາ​​ໃຫ້, ​ແຕ່​ໃຫ້​ມີ​ດາບ,”13 ພຣະອົງ​ໄດ້​ເຕືອນ​ຜູ້​ທີ່​ຄິດ​ວ່າ ພຣະອົງ​ພຽງ​ແຕ່​ກ່າວ​ຖ້ອຍ​ຄຳ​ປອບ​ໃຈ​ເທົ່າ​ນັ້ນ. ດັ່ງ​ທີ່​​​ເຫັນ ບໍ່​ວ່າ​ພຣະອົງ​​ໄດ້​ເທດ​ສະໜາ​ຢູ່​ບ່ອນ​ໃດ ຜູ້​ຄົນ​ໃນ​ທ້ອງ​ຖິ່ນ “​ໄດ້​ຂໍ​ຮ້ອງ​ໃຫ້​ພຣະອົງ​ອອກ​ໄປ​ຈາກ​ເຂດ​ແດນ​ຂອງ​ພວກ​ຕົນ.”14 ເຖິງ​ແມ່ນ​ໄດ້​ເຮັດ​ການ​ມະ​ຫັດສະ​ຈັນ​ເທື່ອ​​ແລ້ວ​ເທື່ອ​ເລົ່າ ​ແຕ່​ຜູ້​ຄົນ​ຍັງ​ກ່າວ​ວ່າ ​ແມ່ນ​​ມານ​ຮ້າຍ​ທີ່​ໃຫ້​ລິດ​ອຳນາດ​ແກ່​ພຣະອົງ ​ເພື່ອ​ຂັບ​​​​ໄລ່ຜີ​ມານ​ຮ້າຍ​ອອກ.15 ດັ່ງຖ້ອຍ​ຄຳ​ທີ່​ຕິດ​ຢູ່​ທ້າຍ​ລົດ​ຖາມ​ວ່າ “ພຣະ​ເຢຊູ​ຈະ​ກະທຳ​ສິ່ງ​ໃດ?” ຈະ​​ບໍ່​ນຳ​ຄຳ​ຕອບ​ທີ່​ນິຍົມ​ຊົມ​ຊອບ​ມາ​ໃຫ້​ສະ​ເໝີ.

ໃນ​ຈຸດ​ສູງ​ສຸດ​ຂອງ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະອົງ​ຢູ່​ໃນ​ໂລກ, ພຣະ​ເຢຊູ​​ໄດ້​ກ່າວ​ວ່າ, “ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ, ດັ່ງ​ເຮົາ​ຮັກ​ພວກ​ເຈົ້າ.”16 ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ເຂົາ​ເຈົ້າ​ເຂົ້າ​ໃຈຄວາມ​ໝາຍ​ຂອງ​ຄວາມ​ຮັກ​ນັ້ນຢ່າງ​ແຈ່ມ​ແຈ້ງ ພຣະອົງ​ໄດ້​ກ່າວ​ວ່າ, “ຖ້າ​ພວກ​ເຈົ້າຮັກ​ເຮົາ ພວກ​ເຈົ້າກໍ​ຈະ​ເຊື່ອ​ຟັງ​ກົດບັນຍັດ​ຂອງ​ເຮົາ”17 ແລະ “ຜູ້​ໃດ … ທີ່​ເຮັດ​ໃຫ້​ກົດ​ບັນຍັດ​ຂໍ້​ນ້ອຍ​ທີ່​ສຸດ​ຖືກ​ປະຕິ​ເສດ, ​ແລະ ທັງ​ສອນ​ຄົນ​ອື່ນ​ໃຫ້​ປະຕິ​ເສດ, ຜູ້ນັ້ນຈະ … ເປັນ​ຜູ້​ນ້ອຍ​ໃນ​ອານາຈັກ​ສະຫວັນ.”18 ພວກ​ເຮົາ​ຕ້ອງ​ການ​ຄວາມ​ຮັກ​​ເໝືອນ​ດັ່ງພຣະຄຣິດຫລາຍ​ທີ່ສຸດ​ຢູ່​ໃນ​ໂລກ​ນີ້ ​ເພາະ​ຄວາມ​ຊອບ​ທຳ​ຈະ​ຄຽງ​ຄູ່​ໄປ​ກັບ​ຄວາມ​ຮັກ​ນັ້ນ. ດັ່ງ​ນັ້ນ ຖ້າ​ຫາກ​ຄວາມ​ຮັກ​ເປັນ​ຄຳ​ຂວັນ​ຂອງ​ເຮົາ, ຊຶ່ງ​ມັນ ຕ້ອງ ​ເປັນ, ​ແລ້ວ​ໂດຍ​ຖ້ອຍ​ຄຳ​ຂອງ​ພຣະອົງ ​ເຮົາ​ຕ້ອງ​ປະ​ຖິ້ມ​ການ​ລ່ວງ​ລະ​ເມີດ ​ແລະ ສິ່ງ​ໃດ​ກໍ​ຕາມທີ່ສະໜັບສະໜູນ​ມັນ. ພຣະ​ເຢຊູ​ເຂົ້າ​ໃຈຢ່າງ​ແຈ່ມ​ແຈ້ງ​ເຖິງ​ວັດທະນະທຳ​ໃນ​ປະຈຸ​ບັນ​ຂອງ​ເຮົາ ​ທີ່​ມັກ​ລືມ​ໄປ​ວ່າ: ມັນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫລາຍ​ລະ​ຫວ່າງ ພຣະ​ບັນ​ຍັດ​​ເພື່ອ​ໃຫ້​ອະ​ໄພ​ບາບ (ຊຶ່ງ​ພຣ​ະອົງ​ສາ​ມາດ​ເຮັດ​ໄດ້​ຕະຫລອດ​ການ) ​ແລະ ຄຳ​ເຕືອນ​ຕ້ານ​ການ​ບໍ່​ເອົາ​ໂທດ (ຊຶ່ງ​ພຣະອົງ​ບໍ່​ເຄີຍ​ກະທຳ​ເລີຍ​ແມ່ນ​ແຕ່​ເທື່ອ​ດຽວ).

​ເພື່ອນ​ທັງຫລາຍ, ​ໂດຍ​ສະ​ເພາະ​ເພື່ອນ​ໜຸ່ມ​ຂອງ​ຂ້າພະ​ເຈົ້າ, ຈົ່ງ​ເອົາ​ໃຈ​ໃສ່. ຄວາມ​ຮັກ​ທີ່​ບໍ​ລິ​ສຸດ​ເໝືອນ​ດັ່ງ​ພຣະຄຣິດ ທີ່​ມາ​ຈາກ​ຄວາມ​ຊອບ​ທຳ ສາມາດ​ປ່ຽນ​ແປງ​ໂລກ​ໄດ້. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະກິດ​ຕິ​ຄຸນ​ທີ່​ແທ້​ຈິງຂອງ​ພຣະ​ເຢຊູ​ຄຣິດມີ​ຢູ່​ໃນ​ໂລກ​ຕອນ​ນີ້ ​ແລະ ທ່ານ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ທີ່​ແທ້​ຈິງ ​ແລະ ດຳລົງ​ຢູ່​ຂອງ​ພຣະອົງ, ທີ່​ພະຍາຍາມ​ແບ່ງປັນ​ມັນ. ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ພຣະກິດ​ຕິ​ຄຸນ​ນັ້ນ ​ແລະ ສາດສະໜາ​ຈັກ​ນັ້ນ, ດ້ວຍ​ພະຍານ​ແຫ່ງ​ການ​ຟື້ນ​ຟູ​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ ຊຶ່ງ​ເປີດ​ອຳນາດ ​ແລະ ປະສິດທິພາບ​ຂອງ​ພິທີການ​ຊ່ອຍ​ໃຫ້ລອດ. ຂ້າພະ​ເຈົ້າ​​ແນ່​ໃຈ​ວ່າ ຂໍ​ກະ​ແຈ​ເຫລົ່ານັ້ນ ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ແລ້ວ ​ແລະ ພິທີການ​​ເຫລົ່ານັ້ນ​ກໍມີ​​ໃຫ້ຜ່ານ​ທາງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ເທົ່າ​ກັບ​ຄວາມ​ແນ່​ໃຈ​ທີ່​ຂ້າພະ​ເຈົ້າຢືນ​ຢູ່ຕໍ່ໜ້າ​ທ່ານ​ໃນ​ຕອນ​ນີ້ ​ແລະ ທ່ານ​ນັ່ງຢູ່​ໃນ​ສູນກາງ​ປະຊຸມ​ໃຫຍ່​ນີ້.

ຈົ່ງ​ເຂັ້ມ​ແຂງ. ຈົ່ງ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ​ຢ່າງ​ຊື່ສັດ ​ເຖິງ​ແມ່ນ​ວ່າ​ຄົນ​ອື່ນ​ທີ່ຢູ່​ອ້ອມ​ຮອບ​ທ່ານ​ບໍ່​ເຮັດ​ກໍ​ຕາມ. ຈົ່ງ​ປົກ​ປ້ອງ​ຄວາມ​ເຊື່ອ​ຂອງ​ທ່ານ​ດ້ວຍ​ຄວາມສຸພາບ ​ແລະ ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ​ແຕ່​ຈົ່ງ​ປົກ​ປ້ອງ​ມັນ. ຫລາຍ​ສຽງ​ໃນ​ປະຫວັດ​ສາດ​ອັນ​ດົນ​ນານ, ຮ່ວມ​ທັງ​ບຸກຄົນ​ທີ່​ທ່ານ​ຈະ​ໄດ້​ຍິນຢູ່​ໃນ​ກອງ​ປະຊຸມ​ນີ້ ​​ແລະ ສຽງ​ຂອງ​ປະທານ​ທອມ​ມັສ ແອັສ ມອນ​ສັນ ທີ່​ທ່ານ​ຫາ​ກໍ​ໄດ້​ຍິນ, ໄດ້​ຊີ້​ທາງ​ບອກ​ທ່ານ​ໃຫ້​ເດີນ​ໄປ​ໃນ​ເສັ້ນ​ທາງ​ຂອງ​ການ​ເປັນ​ສິດທິ​ຊົນ​ຂອງ​ຊາວຄຣິດ. ມັນ​ເປັນ​ເສັ້ນທາງ​ທີ່​ຄັບ​ແຄບປາດ​ສະ​ຈາກ​ເສັ້ນຂະໜານ, ​ແຕ່​ສາມາດ​ເປັນ​ການ​ເດີນທາງ​ທີ່ໜ້າ​ຕື່ນ​ເຕັ້ນ ​ແລະ ບັນລຸ​ຜົນສຳ​ເລັດ​ໄດ້, “ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນຄົງ​ໃນ​ພຣະ​ຄຣິດ… ໂດຍ​ມີ​ຄວາມ​ສະຫວ່າງ​ຢ່າງ​ບໍລິບູນ​ຂອງ​ຄວາມ​ຫວັງ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ມະນຸດ​ທັງ​ປວງ.”19 ​ໃນ​ການ​ສະ​ແຫວ​ງຫາ​ເສັ້ນທາງ​ເຊັ່ນ​ນັ້ນຢ່າງ​ກ້າຫານ, ທ່ານ​ຈະ​ພົບ​ສັດທາ​ທີ່​ບໍ່​ຫວັ່ນ​ໄຫວ, ຈະ​ພົບ​ຄວາມ​ປອດ​ໄພ​ຕ້ານທານ​ກັບລົມ​ພະຍຸ​ຮ້າຍ​ຂອງ​ມານ, ​ແມ່ນ​ແຕ່ຟ້າ​ແມບ​ເຫລື້ອມ​ກັບ​ລົມ​ບ້າ​ໝູ​ຂອງ​ມັນ​, ​ແລະ ຈະ​ພົບ​ກັບ​ດານ​ຫີນ ຊຶ່ງ​ເປັນ​ຮາກ​ຖານ​ທີ່​ແໜ້ນ​ໜາ​ຂອງ​ພຣະຜູ້​ໄຖ່​ຂອງ​ເຮົາ ຊຶ່ງ​ຫາກ​ທ່ານ​ສ້າງ​ຂຶ້ນ​​ເທິງ​ມັນ​ດ້ວຍການ​ເປັນ​ສານຸສິດທີ່​ຈິງ​ໃຈ, ​ແລ້​ວທ່ານ​ຈະ​ຕົກ​ໄປ ບໍ່​ໄດ້.20 ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.