ຄວາມຍາກລຳບາກທາງວິນຍານ
ຢ່າປ່ອຍໃຫ້ຄວາມຍາກລຳບາກດຶງພວກທ່ານລົງ. ນີ້ແມ່ນວັນເວລາຂອງພວກທ່ານ--ເພື່ອຢືນຢູ່ຢ່າງເຂັ້ມແຂງໃນຖານະທີ່ເປັນສານຸສິດຂອງອົງພຣະເຢຊູຄຣິດເຈົ້າ.
ຂ້າພະເຈົ້າຂໍທັກທາຍທ່ານເຊົ້າມື້ນີ້—ໂດຍສະເພາະຊາວໜຸ່ມ ທັງຜູ້ທີ່ຢູ່ໃນສູນກາງປະຊຸມນີ້ ແລະ ຕະຫລອດທົ່ວໂລກ. ພວກທ່ານເປັນພາກສ່ວນຄົນລຸ້ນທີ່ຖືກເລືອກໄວ້ ທີ່ມີຈຸດໝາຍປາຍທາງພິເສດ, ຂ້າພະເຈົ້າຂໍກ່າວກັບພວກທ່ານເປັນພິເສດ.
ເມື່ອຫລາຍປີກ່ອນຕອນໄປຢ້ຽມຢາມຄອບຄົວຂອງເຮົາໃນລັດຟໍຣິດາ, ລົມພາຍຸໂທເນໂດໄດ້ເກີດຂຶ້ນຢູ່ໃກ້ໆບ່ອນທີ່ພວກເຮົາພັກຢູ່. ສະຕີຄົນໜຶ່ງ, ທີ່ອາໄສຢູ່ເຮືອນທີ່ຍ້າຍໄດ້ ໄດ້ເຂົ້າໄປຢູ່ໃນຫ້ອງນ້ຳເພື່ອຄວາມປອດໄພ. ບ້ານເລີ່ມສັ່ນ. ເວລາໄດ້ຜ່ານໄປໜ້ອຍໜຶ່ງ, ແລ້ວນາງໄດ້ຍິນສຽງຂອງເພື່ອນບ້ານວ່າ: “ຂ້ອຍຢູ່ໃນຫ້ອງທາງໜ້າພີ້.” ເມື່ອນາງໄດ້ອອກຈາກຫ້ອງນ້ຳ ນາງກໍປະຫລາດໃຈຫລາຍ ທີ່ໄດ້ເຫັນວ່າລົມພະຍຸໄດ້ພັດ ແລະ ຍົກເອົາບ້ານຂອງນາງຂຶ້ນໄປໃນອາກາດ ແລ້ວໄດ້ປົງມັນລົງໄວ້ຢ່າງຄັກແນ່ຢູ່ເທິງບ້ານຂອງເພື່ອນບ້ານຂອງນາງ.
ເພື່ອນໜຸ່ມຂອງຂ້າພະເຈົ້າ, ໂລກນີ້ຈະບໍ່ເປັນບ່ອນທີ່ສະຫງົບເມື່ອເຮົານັບມື້ນັບເຂົ້າໃກ້ການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ອຍໃຫ້ລອດ. ພຣະຄຳພີປະກາດວ່າ ທຸກສິ່ງຈະຢູ່ໃນໂກລາຫົນ.1 ທ່ານ Brigham Young ໄດ້ກ່າວວ່າ, “ມັນຖືກເປີດເຜີຍແກ່ຂ້າພະເຈົ້າໃນຕອນຕົ້ນຂອງສາດສະໜາຈັກນີ້, ວ່າສາດສະໜາຈັກຈະແຜ່ອອກໄປ, ພັດທະນາ, ເຕີບໂຕ ແລະ ຂະຫຍາຍອອກໄປ, ແລະ ວ່າອຳນາດຂອງຊາຕານຈະເພີ່ມທະວີຂຶ້ນຫລາຍເທົ່າກັນກັບການແຜ່ຂະຫຍາຍຂອງພຣະກິດຕິຄຸນອອກໄປໃນບັນດາປະຊາຊາດຂອງໂລກ.”2
ສິ່ງທີ່ໜ້າເປັນຫ່ວງຫລາຍກວ່າແຜ່ນດິນໄຫວ ແລະ ສົງຄາມ3 ທີ່ຖືກທຳນາຍໄວ້ແມ່ນຄວາມຍາກລຳບາກທາງວິນຍານຈະສາມາດດຶງດູດເອົາທ່ານໄປຈາກພື້ນຖານທາງວິນຍານຂອງທ່ານ ແລະ ຖິ້ມວິນຍານຂອງທ່ານລົງຢູ່ໃນສະພາບການທີ່ທ່ານບໍ່ເຄີຍຄິດວ່າຈະເປັນໄປໄດ້ເລີຍ, ບາງເທື່ອໂດຍທີ່ທ່ານບໍ່ຮູ້ສຶກຕົວວ່າທ່ານໄດ້ຖືກຍົກຍ້າຍໄປຈາກພື້ນຖານທາງວິນຍານຂອງທ່ານດ້ວຍຊ້ຳ.
ການທຳລາຍທີ່ຮ້າຍແຮງທີ່ສຸດຄືການລໍ້ລວງຂອງມານ. ບາບນັ້ນມີຢູ່ສະເໝີຕັ້ງແຕ່ໂລກເປັນມາ, ແຕ່ບໍ່ເຄີຍເຂົ້າເຖິງມັນໄດ້ງ່າຍ, ບໍ່ເອົາໃຈໃສ່, ແລະ ເປັນທີ່ຍອມຮັບງ່າຍໆໄດ້ເທົ່າກັບຕອນນີ້. ແນ່ນອນວ່າຍັງມີພະລັງທີ່ແຮງກ້າທີ່ຈະເອົາຊະນະການທຳລາຍທີ່ບາບສ້າງຂຶ້ນມາ. ນີ້ກໍເອີ້ນວ່າການກັບໃຈ.
ຄວາມຍາກລຳບາກທັງໝົດໃນຊີວິດບໍ່ໄດ້ເກີດຂຶ້ນເພາະການກະທຳຂອງທ່ານເອງ. ບາງຢ່າງກໍເກີດຂຶ້ນເພາະການເລືອກທີ່ຜິດພາດຂອງຄົນອື່ນ, ແລະ ບາງຢ່າງກໍເປັນເພາະເຮົາມີຊີວິດຢູ່ໃນໂລກມະຕະ.
ຕອນຍັງນ້ອຍ, ປະທານບອຍ ເຄ ແພ໊ກເກີ ໄດ້ທົນທຸກເພາະພະຍາດໂຣກໂປລິໂອ (ໂຣກເປ້ຍ). ຕອນແອວເດີ ດາລິນ ເອັຈ ໂອກສ໌ ມີອາຍຸເຈັດປີ, ພໍ່ຂອງເພິ່ນໄດ້ເສຍຊີວິດໄປຢ່າງກະທັນຫັນ. ຕອນ ຊິດສະເຕີ ແຄໂຣ ແອັຟ ມິກຄອງກີ ໃນຝ່າຍປະທານຍິງໜຸ່ມສາມັນເປັນໄວລຸ້ນ, ພໍ່ແມ່ຂອງນາງໄດ້ຢ່າຮ້າງກັນ. ເຮົາທຸກຄົນຈະມີການທ້າທາຍ, ແຕ່ເມື່ອທ່ານໄວ້ວາງໃຈໃນພຣະເຈົ້າ, ຄວາມຍາກລຳບາກນັ້ນຈະເຮັດໃຫ້ສັດທາຂອງທ່ານເຂັ້ມແຂງຂຶ້ນ.
ຕາມທຳມະຊາດ, ຕົ້ນໄມ້ທີ່ໃຫຍ່ຂຶ້ນໃນສະພາບການທີ່ມີລົມພັດແຮງຈະແຂງແກ່ນຫລາຍຂຶ້ນ. ເມື່ອລົມພັດແຮງຢູ່ອ້ອມຕົ້ນໄມ້ນ້ອຍ, ພະລັງຢູ່ໃນຕົ້ນໄມ້ຈະເຮັດສອງຢ່າງ. ໜຶ່ງ, ມັນຈະກະຕຸ້ນໃຫ້ຮາກໄມ້ເຕີບໂຕໄວຂຶ້ນ ແລະ ແຜ່ອອກໄປໄກ. ສອງ, ພະລັງຢູ່ໃນຕົ້ນໄມ້ຈະເລີ່ມສ້າງໂຄງຮ່າງຂອງແຊວທີ່ຈະເຮັດໃຫ້ລຳຕົ້ນ ແລະ ງ່າໄມ້ແໜ້ນໜາ ແລະ ກົ່ງງໍໄດ້ຫລາຍຂຶ້ນຕໍ່ຕ້ານກັບການກົດດັນຂອງລົມ. ຮາກ ແລະ ງ່າໄມ້ທີ່ເຂັ້ມແຂງເຫລົ່ານີ້ຈະປົກປ້ອງຕົ້ນໄມ້ຈາກລົມທີ່ຈະກັບມາພັດອີກຢ່າງແນ່ນອນ.4
ພວກທ່ານແມ່ນລ້ຳຄ່າຫລາຍກວ່າຕົ້ນໄມ້ຢ່າງບໍ່ມີບ່ອນສິ້ນສຸດຕໍ່ພຣະເຈົ້າ. ພວກທ່ານເປັນບຸດ ແລະ ທິດາຂອງພຣະອົງ. ພຣະອົງໄດ້ສ້າງວິນຍານຂອງທ່ານໃຫ້ເຂັ້ມແຂງ ແລະ ຕໍ່ສູ້ກັບລົມພະຍຸຂອງຊີວິດໄດ້ດີ. ຄວາມຍາກລຳບາກໃນໄວເຍົາຂອງພວກທ່ານ, ດັ່ງລົມພັດຕໍ່ຕ້ານຕົ້ນໄມ້ນ້ອຍ, ສາມາດເຮັດໃຫ້ພະລັງທາງວິນຍານຂອງທ່ານມີຫລາຍຂຶ້ນ, ຕຽມພ້ອມພວກທ່ານສຳລັບຊີວິດໃນອະນາຄົດຂອງພວກທ່ານ.
ພວກທ່ານຈະຕຽມພ້ອມສຳລັບຄວາມຍາກລຳບາກທີ່ພວກທ່ານຈະປະເຊີນໄດ້ແນວໃດ? “ຈົ່ງຈື່ໄວ້ວ່າ, ລູກຈະຕ້ອງສ້າງຮາກຖານຂອງລູກເທິງດານຫີນຂອງພຣະຜູ້ໄຖ່ຂອງພວກເຮົາ, ຄືພຣະຄຣິດ, ພຣະບຸດຂອງພຣະເຈົ້າ; ເພື່ອວ່າເມື່ອມານສົ່ງລົມພະຍຸຮ້າຍຂອງມັນມາ, … ຟ້າແມບເຫລື້ອມກັບລົມບ້າໝູຂອງມັນມາ, … ເມື່ອໝາກເຫັບທັງໝົດ ແລະ ລົມຝົນອັນແຮງກ້າຂອງມັນລົງມາຕີລູກ, ມັນຈະບໍ່ມີອຳນາດທີ່ຈະແກ່ລູກລົງໄປ … ເພາະດານຫີນບ່ອນທີ່ລູກຖືກສ້າງຂຶ້ນເທິງມັນ.”5 ນີ້ຄືວິທີທາງທີ່ພວກທ່ານຈະຄົງຢູ່ຢ່າງປອດໄພໃນລົມພະຍຸ.
ປະທານທອມມັສ ແອັສ ມອນສັນ ໄດ້ກ່າວວ່າ, “ໃນຄັ້ງໜຶ່ງມາດຕະຖານຂອງສາດສະໜາຈັກ ແລະ ມາດຕະຖານຂອງສັງຄົມສອດຄ່ອງກັນດີ, ແຕ່ບັດນີ້ ມີການແບ່ງແຍກກັນໄກລະຫວ່າງທັງສອງຝ່າຍ, ແລະ ມັນກໍນັບມື້ນັບຫ່າງໄກກັນຫລາຍຂຶ້ນ.”6 ສຳລັບບາງຄົນ, ການແບ່ງແຍກນີ້ຈະກໍ່ໃຫ້ເກີດຄວາມວຸ້ນວາຍທີ່ຮ້າຍແຮງທາງວິນຍານ. ຂ້າພະເຈົ້າຂໍແບ່ງປັນຕົວຢ່າງໜຶ່ງ.
ໃນເດືອນທີ່ຜ່ານມານີ້ຝ່າຍປະທານສູງສຸດ ແລະ ສະພາອັກຄະສາວົກສິບສອງໄດ້ສົ່ງຈົດໝາຍໄປຫາຜູ້ນຳຂອງສາດສະໜາຈັກຕະຫລອດທົ່ວໂລກ. ສ່ວນໜຶ່ງໄດ້ກ່າວວ່າ: “ການປ່ຽນແປງໃນກົດໝາຍຂອງພົນລະເຮືອນຈະບໍ່ປ່ຽນ, ແລະ ຈະປ່ຽນແປງກົດທາງສິນທຳທີ່ພຣະເຈົ້າໄດ້ຈັດຂຶ້ນມາບໍ່ໄດ້ແນ່ນອນ. ພຣະເຈົ້າຄາດປະສົງໃຫ້ເຮົາສະໜັບສະໜູນ ແລະ ຮັກສາພຣະບັນຍັດຂອງພຣະອົງ ບໍ່ວ່າຄວາມຄິດເຫັນ ຫລື ແນວໂນ້ມໃນສັງຄົມຈະແຕກຕ່າງປານໃດກໍຕາມ. ກົດແຫ່ງພົມມະຈັນຂອງພຣະອົງແມ່ນແຈ່ມແຈ້ງດີ: ຄວາມສຳພັນທາງເພດແມ່ນຖືກຕ້ອງລະຫວ່າງຊາຍ ແລະ ຍິງ ຜູ້ທີ່ໄດ້ແຕ່ງງານກັນເປັນສາມີ ແລະ ພັນລະຍາຢ່າງຖືກຕ້ອງຕາມກົດໝາຍ.5 ພວກເຮົາຊຸກຍູ້ທ່ານໃຫ້ທົບທວນ … ຄຳສອນທີ່ມີຢູ່ໃນໃບ ‘ຄອບຄົວ: ການປະກາດຕໍ່ໂລກ.’”7
ເຖິງແມ່ນໂລກຈະຫັນໜີໄປຈາກກົດພົມມະຈັນຂອງພຣະຜູ້ເປັນເຈົ້າກໍຕາມ, ແຕ່ເຮົາກໍບໍ່ຄວນ. ປະທານມອນສັນໄດ້ກ່າວວ່າ: “ພຣະຜູ້ຊ່ອຍໃຫ້ລອດຂອງມວນມະນຸດກ່າວເຖິງຕົນເອງວ່າ ເຖິງແມ່ນຢູ່ໃນໂລກ ແຕ່ກໍບໍ່ໄດ້ເປັນຂອງໂລກ. ເຮົາກໍສາມາດຢູ່ໃນໂລກ ແລະ ບໍ່ເປັນຂອງໂລກ ເມື່ອເຮົາປະຕິເສດຄວາມຄິດ ແລະ ຄຳສອນທີ່ຜິດ ແລະ ຍຶດໝັ້ນໃນຄວາມຈິງ ຊຶ່ງພຣະເຈົ້າໄດ້ບັນຊາ.”8
ເຖິງແມ່ນຝ່າຍລັດຖະບານ ແລະ ບຸກຄົນທີ່ມີຊື່ສຽງໄດ້ປ່ຽນຄວາມໝາຍຂອງການແຕ່ງງານກໍຕາມ, ແຕ່ພຣະຜູ້ເປັນເຈົ້າຍັງບໍ່ໄດ້ປ່ຽນ. ໃນຕອນຕົ້ນ, ພຣະເຈົ້າໄດ້ແຕ່ງຕັ້ງການແຕ່ງງານລະຫວ່າງຊາຍ ແລະ ຍິງ ຄືອາດາມ ແລະ ເອວາ. ພຣະອົງໄດ້ມອບໝາຍໃຫ້ການແຕ່ງງານຮ່ວມດ້ວຍຫລາຍສິ່ງທີ່ກວ້າງໄກກວ່າການບັນລຸຄວາມຕ້ອງການ ແລະ ຄວາມສຸກສ່ວນຕົວຂອງຜູ້ໃຫຍ່ເທົ່ານັ້ນ, ເພື່ອເຮັດສິ່ງທີ່ສຳຄັນຫລາຍກວ່ານັ້ນ, ຊຶ່ງຈະນຳໄປສູ່ສະພາບການທີ່ດີທີ່ສຸດສຳລັບເດັກນ້ອຍທີ່ຈະມາເກີດ, ຖືກລ້ຽງດູ ແລະ ບຳລຸງລ້ຽງ. ຄອບຄົວເປັນຊັບສົມບັດຂອງສະຫວັນ.9
ເປັນຫຍັງເຮົາຍັງເວົ້າກ່ຽວກັບເລື່ອງນີ້ຢູ່? ດັ່ງທີ່ອັກຄະສາວົກໂປໂລໄດ້ກ່າວວ່າ, “ເຮົາບໍ່ໄດ້ປັກໃຈໃສ່ສິ່ງທີ່ຕາເຫັນ, ແຕ່ໃສ່ສິ່ງທີ່ຕາບໍ່ເຫັນ.”10 ໃນບົດບາດຂອງເຮົາທີ່ເປັນອັກຄະສາວົກຂອງອົງພຣະເຢຊູຄຣິດ, ໜ້າທີ່ຮັບຜິດຊອບຂອງເຮົາແມ່ນຈະສອນເຖິງແຜນຂອງພຣະຜູ້ສ້າງຂອງເຮົາທີ່ມີໃຫ້ແກ່ລູກໆຂອງພຣະອົງ ແລະ ຕັກເຕືອນເຖິງຜົນທີ່ຕາມມາຈາກການບໍ່ເອົາໃຈໃສ່ພຣະບັນຍັດຂອງພຣະອົງ.
ເມື່ອບໍ່ດົນມານີ້, ຂ້າພະເຈົ້າໄດ້ກ່າວກ່ຽວກັບກຸນລະສະຕີຄົນໜຶ່ງຈາກສະຫະລັດອາເມຣິກາ. ຂ້າພະເຈົ້າຈະອ້າງເຖິງອີເມວຂອງນາງ:
“ປີຜ່ານມານີ້ ເພື່ອນຂອງຂ້ານ້ອຍບາງຄົນໃນ Facebook ໄດ້ເລີ່ມໃຫ້ຄວາມຄິດຄວາມເຫັນຂອງເຂົາກ່ຽວກັບການແຕ່ງງານ. ເພື່ອນຫລາຍຄົນສະໜັບສະໜູນການແຕ່ງງານກັບເພດດຽວກັນ, ແລະ ຊາວໜຸ່ມໄພ່ພົນຍຸກສຸດທ້າຍຫລາຍຄົນກໍ ‘ມັກ’ ສິ່ງນັ້ນ. ຂ້ານ້ອຍບໍ່ໄດ້ໃຫ້ຄວາມຄິດເຫັນໃດໆ.
“ຂ້ານ້ອຍຕັດສິນໃຈຈະປະກາດຄວາມເຊື່ອຖືຂອງຕົນໃນການແຕ່ງງານເກົ່າແກ່ຕາມຮີດຄອງໃນທ່າທາງທີ່ໃຫ້ຄວາມຄິດ.
“ພ້ອມດ້ວຍຮູບຂອງຂ້ານ້ອຍ, ຂ້ານ້ອຍໄດ້ຕື່ມຄຳທີ່ວ່າ, ‘ຂ້ອຍເຊື່ອໃນການແຕ່ງງານລະຫວ່າງຊາຍ ແລະ ຍິງ.’ ເກືອບໃນວິນາທີດຽວກັນນັ້ນ ຂ້ານ້ອຍກໍໄດ້ຮັບຂໍ້ຄວາມຄືນວ່າ, ‘ເຈົ້າເຫັນແກ່ຕົວ.’ ‘ເຈົ້າມັກຕັດສິນຄົນອື່ນ.’ ບາງຄົນໄດ້ເອົາຂ້ານ້ອຍໄປປຽບທຽບໃສ່ກັບຄົນທີ່ເປັນເຈົ້າຂອງຂ້າທາດ. ແລະ ຂ້ານ້ອຍໄດ້ຮັບຂໍ້ຄວາມຈາກເພື່ອນຄົນໜຶ່ງທີ່ເປັນສະມາຊິກທີ່ເຂັ້ມແຂງຂອງສາດສະໜາຈັກວ່າ, ‘ຄວາມຄິດເຫັນຂອງເຈົ້າລ້າສະໄໝ. ທຸກສິ່ງຢ່າງກຳລັງປ່ຽນແປງ ແລະ ເຈົ້າກໍຄວນປ່ຽນແປງໄປນຳດ້ວຍ.’
“ຂ້ານ້ອຍບໍ່ໄດ້ໂຈມຕີຄືນ,” ນາງເວົ້າ, “ແຕ່ຂ້ານ້ອຍບໍ່ໄດ້ລຶບຂໍ້ຄວາມຂອງຂ້ານ້ອຍອອກ.”
ນາງສະຫລຸບດ້ວຍຄຳນີ້ວ່າ: “ບາງເທື່ອ, ດັ່ງທີ່ປະທານມອນສັນໄດ້ກ່າວວ່າ, ‘ທ່ານຈະໄດ້ຢືນຢູ່ຄົນດຽວ.’ ຫວັງວ່າພວກເຮົາຊາວໜຸ່ມຂອງສາດສະໜາຈັກຈະຢືນຢູ່ນຳກັນ ໃນຄວາມຊື່ສັດຕໍ່ພຣະເຈົ້າ ແລະ ຕໍ່ຄຳສອນຂອງສາດສະດາທີ່ມີຊີວິດຢູ່ຂອງພຣະອົງ.”11
ພວກເຮົາເປັນຫ່ວງເປັນໄຍຫລາຍທີ່ສຸດນຳຜູ້ທີ່ມີບັນຫາກັບການຫລົງຮັກເພດດຽວກັນ. ມັນເປັນຄວາມຍາກລຳບາກທີ່ຍິ່ງໃຫຍ່. ຂ້າພະເຈົ້າຢາກສະແດງຄວາມຮັກ ແລະ ຄວາມຍ້ອງຍໍຕໍ່ຜູ້ທີ່ມີຄວາມກ້າຫານທີ່ຈະປະເຊີນກັບການທົດລອງ ແລະ ພະຍາຍາມຮັກສາພຣະບັນຍັດຂອງພຣະເຈົ້າ!12 ແຕ່ພວກເຮົາກໍຍັງຮັກ ແລະ ເຫັນໃຈທຸກຄົນບໍ່ວ່າເຂົາເຈົ້າຈະຕັດສິນໃຈເຮັດສິ່ງໃດ ຫລື ມີຄວາມເຊື່ອໃນສິ່ງໃດກໍຕາມ.13
ພຣະຜູ້ຊ່ອຍໃຫ້ລອດໄດ້ສອນເຮົາໃຫ້ຮັກ ບໍ່ພຽງແຕ່ຮັກໝູ່ເພື່ອນຂອງເຮົາເທົ່ານັ້ນ ແຕ່ໃຫ້ຮັກຄົນທີ່ບໍ່ເຫັນພ້ອມກັບເຮົານຳອີກ--ແລະ ໃຫ້ຮັກແມ່ນແຕ່ຜູ້ທີ່ປະຕິເສດເຮົາ. ພຣະອົງໄດ້ກ່າວວ່າ: “ຖ້າເຈົ້າທັງຫລາຍຮັກຄົນທີ່ຮັກພວກເຈົ້າແຕ່ເທົ່ານັ້ນ, ພວກເຈົ້າຈະໄດ້ຮັບບຳເໜັດຫຍັງຈາກພຣະເຈົ້າ? ... ຖ້າເຈົ້າຄຳນັບພີ່ນ້ອງຂອງຕົນເທົ່ານັ້ນ ພວກເຈົ້າໄດ້ຮັບຫຍັງດີລື່ນຄົນອື່ນແດ່?”14
ສາດສະດາໂຈເຊັບ ສະມິດ ໄດ້ເຕືອນເຮົາວ່າ “ຈົ່ງຈະວັງເລື່ອງການຍົກຍ້ອງຕົນເອງ” ແລະ ຈົ່ງເປີດໃຈຮັບຊາຍ ແລະ ຍິງທຸກຄົນ ຈົນວ່າເຮົາ “ຢາກຍົກເຂົາເຈົ້າຂຶ້ນໃສ່ເທິງບ່າຂອງເຮົາ.”15 ໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ, ບໍ່ມີສະຖານທີ່ສຳລັບການເຍາະເຍີ້ຍ, ການຂົ່ມເຫັງ, ຫລື ແນວຄິດຜິດໆ.
ຖ້າຫາກທ່ານມີຄຳຖາມກ່ຽວກັບຄຳແນະນຳຈາກຜູ້ນຳຂອງສາດສະໜາຈັກ, ໃຫ້ບອກເຖິງຄວາມເປັນຫ່ວງເປັນໄຍຂອງທ່ານກັບພໍ່ແມ່ ແລະ ຜູ້ນຳຂອງທ່ານ. ທ່ານຕ້ອງການຄວາມເຂັ້ມແຂງທີ່ມາຈາກການເຊື່ອຟັງຕໍ່ສາດສະດາຂອງພຣະຜູ້ເປັນເຈົ້າ. ປະທານ ແຮໂຣນ ບີ ລີ ໄດ້ກ່າວວ່າ: “ທາງດຽວທີ່ປອດໄພ ໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກແມ່ນ ... ຕ້ອງຮຽນທີ່ຈະເຊື່ອຟັງພຣະຄຳ ແລະ ພຣະບັນຍັດ ທີ່ພຣະຜູ້ເປັນເຈົ້າໄດ້ປະທານໃຫ້ ຜ່ານທາງສາດສະດາຂອງພຣະອົງ. ... ຈະມີບາງສິ່ງທີ່ຕ້ອງມີຄວາມອົດທົນ ແລະ ມີສັດທາ. ທ່ານອາດບໍ່ມັກຄຳຕອບ. ... ມັນອາດກົງກັນຂ້າມກັບຄວາມຄິດທາງດ້ານການເມືອງຂອງທ່ານ ... ທາງດ້ານສັງຄົມຂອງທ່ານ ... ແຊກແຊງກັບ .... ຊີວິດໃນສັງຄົມຂອງທ່ານ. ແຕ່ຖ້າຫາກທ່ານເຊື່ອຟັງຕໍ່ສິ່ງເຫລົ່ານີ້, ເທົ່າກັບວ່າມັນອອກມາຈາກພຣະໂອດຂອງພຣະຜູ້ເປັນເຈົ້າເອງ, .... ແລ້ວປະຕູນະລົກຈະເອົາຊະນະທ່ານບໍ່ໄດ້ ... ແລະ ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າ ຈະກຳຈັດອຳນາດ ແລະ ຄວາມມືດອອກໄປຈາກຕໍ່ໜ້າທ່ານ…. (ເບິ່ງ D&C 21:6).”16
ການປົກປ້ອງທີ່ມີພະລັງອີກຢ່າງໜຶ່ງຈາກຄວາມຍາກລຳບາກໃນຊີວິດແມ່ນພຣະຄຳພີມໍມອນ.
ຕອນປະທານ ເຮັນຣີ ບີ ໄອຣິງ ເປັນໄວລຸ້ນ, ຄອບຄົວຂອງເພິ່ນໄດ້ຍ້າຍໄປຢູ່ເມືອງໃໝ່. ໃນຕອນຕົ້ນເພິ່ນພົບວ່າການຍົກຍ້າຍນັ້ນບໍ່ຄັກໃຈ ແລະ ບໍ່ມີໝູ່ເພື່ອນຫລາຍຄົນ. ເພິ່ນຮູ້ສຶກວ່າ ເພິ່ນບໍ່ມີໝູ່ໃນໂຮງຮຽນອຸດົມ. ເພິ່ນໄດ້ເລີ່ມມີການຕໍ່ຕ້ານຫລາຍ. ເພິ່ນໄດ້ເຮັດແນວໃດ? ເພິ່ນໄດ້ໃຊ້ກຳລັງນັ້ນໃນການສຶກສາພຣະຄຳພີມໍມອນ, ໄດ້ອ່ານຕັ້ງຫລາຍໆເທື່ອ.17 ຫລາຍປີຈາກນັ້ນ, ປະທານໄອຣິງໄດ້ເປັນພະຍານວ່າ: “ຂ້າພະເຈົ້າ [ມັກຈະ] ກັບຄືນໄປສຶກສາພຣະຄຳພີມໍມອນ ແລະ ຮັບເອົາການບຳລຸງລ້ຽງຈາກປຶ້ມນີ້ເລື້ອຍໆ.”18 “[ນີ້] ເປັນປະຈັກພະຍານທີ່ມີພະລັງທີ່ຖືກບັນທຶກໄວ້ເປັນລາຍລັກອັກສອນທີ່ເຮົາມີວ່າ ພຣະເຢຊູຄືພຣະຄຣິດ.”19
ພຣະຜູ້ເປັນເຈົ້າໄດ້ປະທານອີກທາງໜຶ່ງໃຫ້ທ່ານເພື່ອຈະຢືນຢູ່ຢ່າງໝັ້ນຄົງ, ຂອງປະທານທີ່ມີພະລັງຫລາຍກວ່າຄວາມຍາກລຳບາກຂອງສັດຕູ! ພຣະອົງໄດ້ກ່າວວ່າ ເຮົາຄວນຢືນຢູ່ໃນບ່ອນທີ່ສັກສິດ, ແລະ ບໍ່ຫວັ່ນໄຫວ.20
ຕອນຂ້າພະເຈົ້າເປັນໄວລຸ້ນ, ມີພຣະວິຫານພຽງແຕ່ 13 ແຫ່ງໃນສາດສະໜາຈັກ. ໃນເວລານີ້ກໍມີ 142 ແຫ່ງ. ສະມາຊິກຂອງສາດສະໜາຈັກຈຳນວນ 85 ເປີເຊັນ ກໍອາໄສຢູ່ພາຍໃນ 200 ໄມ (320 ກິໂລແມັດ) ໄກຈາກພຣະວິຫານ. ພຣະຜູ້ເປັນເຈົ້າໄດ້ປະທານໃຫ້ພວກທ່ານມີພຣະວິຫານທີ່ສັກສິດ ຫລາຍກວ່າຄົນລຸ້ນອື່ນໆໃນປະຫວັດສາດຂອງໂລກ!
ພວກທ່ານເຄີຍໄດ້ຢືນຢູ່ໃນພຣະວິຫານ, ນຸ່ງເສື້ອຜ້າສີຂາວ, ລໍຖ້າຈະຮັບບັບຕິສະມາບໍ? ພວກທ່ານໄດ້ຮູ້ສຶກແນວໃດ? ມີຄວາມຮູ້ສຶກທີ່ເຕັມໄປດ້ວຍພະລັງເຖິງຄວາມສັກສິດຢູ່ໃນພຣະວິຫານ. ຄວາມສະຫງົບຂອງພຣະຜູ້ຊ່ອຍໃຫ້ລອດເອົາຊະນະຄວາມວຸ້ນວາຍຂອງໂລກ.
ຄວາມຮູ້ສຶກທີ່ພວກທ່ານມີໃນພຣະວິຫານຄືແບບແຜນທີ່ພວກທ່ານຢາກຈະຮູ້ສຶກໃນຊີວິດຂອງພວກທ່ານ.21
ໃຫ້ຄົ້ນຫາປູ່ຍ່າຕາຍາຍ ແລະ ຍາດພີ່ນ້ອງທີ່ຫ່າງໄກຂອງພວກທ່ານ ຜູ້ທີ່ມີຊີວິດຢູ່ກ່ອນພວກທ່ານ. ເອົາຊື່ຂອງເຂົາເຈົ້າໄປພຣະວິຫານນຳພວກທ່ານ.22 ເມື່ອພວກທ່ານຮຽນຮູ້ກ່ຽວກັບບັນພະບຸລຸດຂອງພວກທ່ານ, ພວກທ່ານຈະເຫັນແບບແຜນຂອງຊີວິດ, ຂອງການແຕ່ງງານ, ຂອງລູກໆ, ແບບແຜນຂອງຄວາມຊອບທຳ, ແລະ ບາງເທື່ອກໍເປັນແບບແຜນທີ່ພວກທ່ານຢາກຈະຫລີກລ້ຽງ.23
ຕໍ່ໄປໃນພຣະວິຫານ ພວກທ່ານຈະຮຽນຮູ້ຫລາຍຂຶ້ນກ່ຽວກັບການສ້າງໂລກ, ກ່ຽວກັບແບບແຜນໃນຊີວິດຂອງອາດາມ ແລະ ເອວາ, ແລະ ສຳຄັນທີ່ສຸດແມ່ນກ່ຽວກັບພຣະຜູ້ຊ່ອຍໃຫ້ລອດຂອງເຮົາ ພຣະເຢຊູຄຣິດ.
ເພື່ອນໜຸ່ມຂອງຂ້າພະເຈົ້າ, ພວກເຮົາຮັກພວກທ່ານຫລາຍ, ແລະ ໄດ້ອະທິຖານເພື່ອພວກທ່ານ. ຢ່າປ່ອຍໃຫ້ຄວາມຍາກລຳບາກດຶງພວກທ່ານລົງ. ນີ້ແມ່ນວັນເວລາຂອງພວກທ່ານ—ເພື່ອຢືນຢູ່ຢ່າງເຂັ້ມແຂງໃນຖານະທີ່ເປັນສານຸສິດຂອງອົງພຣະເຢຊູຄຣິດເຈົ້າ.24
ຈົ່ງສ້າງພື້ນຖານຂອງພວກທ່ານໃຫ້ແໜ້ນໜາຢູ່ເທິງຫີນສີລາຂອງພຣະຜູ້ໄຖ່ຂອງພວກທ່ານ.
ຈົ່ງທະນຸຖະໜອມຊີວິດ ແລະ ຄຳສອນອັນປຽບບໍ່ໄດ້ຂອງພຣະອົງ.
ຂໍໃຫ້ເຮັດຕາມຕົວຢ່າງ ແລະ ພຣະບັນຍັດຂອງພຣະອົງຢ່າງພາກພຽນຫລາຍຂຶ້ນ.
ຂໍໃຫ້ຮັບເອົາຄວາມຮັກຂອງພຣະອົງຢ່າງເຕັມທີ່, ຄວາມເມດຕາ ແລະ ຄວາມກະລຸນາ, ແລະ ຂອງປະທານທີ່ມີພະລັງຂອງການຊົດໃຊ້ຂອງພຣະອົງ.
ເມື່ອພວກທ່ານເຮັດເຊັ່ນນັ້ນ, ຂ້າພະເຈົ້າສັນຍາວ່າ ພວກທ່ານຈະເຫັນຄວາມຍາກລຳບາກວ່າມັນເປັນການທົດສອບ, ເປັນການລໍ້ລວງ, ເປັນສິ່ງທີ່ກວນໃຈ, ຫລື ການທ້າທາຍທີ່ຊ່ອຍໃຫ້ພວກທ່ານເຕີບໂຕຂຶ້ນ. ແລະ ເມື່ອພວກທ່ານດຳລົງຊີວິດຢ່າງຊອບທຳໄປເລື້ອຍໆ, ແລ້ວຂ້າພະເຈົ້າແນ່ໃຈວ່າ ປະສົບການຂອງພວກທ່ານຈະຢືນຢັນກັບພວກທ່ານເທື່ອແລ້ວເທື່ອເລົ່າວ່າ ພຣະເຢຊູຄື ພຣະຄຣິດ. ຫີນສີລາຝ່າຍຈິດວິນຍານທີ່ຢູ່ໃຕ້ຕີນຂອງພວກທ່ານ ຈະໝັ້ນຄົງ ແລະ ແນ່ນອນ. ພວກທ່ານຈະປິຕິຍິນດີວ່າ ພຣະເຈົ້າມີສະຖານທີ່ໄວ້ໃຫ້ພວກທ່ານຢູ່ໃນໂລກນີ້ ເພື່ອຈະໄດ້ມີສ່ວນໃນການຕຽມຄັ້ງສຸດທ້າຍສຳລັບການສະເດັດມາທີ່ຮຸ່ງເຫລື້ອມຂອງພຣະຄຣິດ.
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ເຮົາຈະບໍ່ປະຖິ້ມເຈົ້າທັງຫລາຍໄວ້ໃຫ້ເປັນກຳພ້າ, ເຮົາຈະມາຫາພວກເຈົ້າ.”25 ນີ້ຄືຄຳສັນຍາຂອງພຣະອົງກັບພວກທ່ານ. ຂ້າພະເຈົ້າຮູ້ວ່າ ຄຳສັນຍານີ້ຈິງ. ຂ້າພະເຈົ້າຮູ້ວ່າພຣະອົງຊົງພຣະຊົນຢູ່, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.