ການເປັນເອື້ອຍນ້ອງ: ໂອ້, ເຮົາຕ້ອງການກັນຫລາຍແທ້ໆ
ຂໍໃຫ້ເຮົາທຸກຄົນຈົ່ງເອື້ອມອອກໄປຊ່ອຍເຫລືອຄົນອື່ນ ຜ່ານການປ່ຽນແປງ ແລະ ຜ່ານເວລາທີ່ສຳຄັນໃນຊີວິດຂອງເຮົາ.
ໃນວິດີໂອນັ້ນ ເຮົາໄດ້ເຫັນແປດປະເທດ ແລະ ໄດ້ຍິນເກົ້າພາສາ. ໃຫ້ວາດພາບເບິ່ງດູວ່າ ເຮົາສາມາດຕື່ມຈັກພາສາໃສ່ຕື່ມອີກໃນວັກທຳອິດນັ້ນ. ເປັນໜ້າຕື່ນເຕັ້ນຫລາຍທີ່ຮູ້ວ່າ ການເປັນເອື້ອຍນ້ອງກັນທົ່ວໂລກ ເຮົາສາມາດເປັ່ງສຽງເປັນພະຍານເຖິງຄວາມຈິງນິລັນດອນ ວ່າເຮົາເປັນທິດາຂອງພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ.
ມັນເປັນສິດທິພິເສດທີ່ໄດ້ມາຢູ່ທີ່ນີ້ ໃນໂອກາດແຫ່ງປະຫວັດສາດ ແລະ ກ່າວກັບສະຕີທຸກຄົນຂອງສາດສະໜາຈັກ ອາຍຸແປດປີ ແລະ ສູງກວ່ານັ້ນ. ມັນມີພະລັງຫລາຍໃນຄວາມເປັນໜຶ່ງຂອງເຮົາໃນຄ່ຳຄືນນີ້. ໃນຂະນະທີ່ຂ້າພະເຈົ້າເຫັນເຮົາທຸກຄົນມາເຕົ້າໂຮມກັນຢູ່ໃນສູນກາງປະຊຸມນີ້ ແລະ ຄິດກ່ຽວກັບຫລາຍພັນຄົນທີ່ຮັບຊົມການຖ່າຍທອດນີ້ຈາກສະຖານທີ່ອື່ນໆທົ່ວໄປໃນໂລກ, ອຳນາດຂອງປະຈັກພະຍານ ແລະ ສັດທາຂອງເຮົາ ໃນພຣະເຢຊູຄຣິດ ໄດ້ເຮັດໃຫ້ການມາເຕົ້າໂຮມນີ້ເປັນໂອກາດທີ່ເສີມສ້າງສັດທາ ແລະ ມີພະລັງທີ່ສຸດ ຂອງສະຕີໃນປະຫວັດສາດຂອງສາດສະໜາຈັກ, ຖ້າບໍ່ແມ່ນໃນປະຫວັດສາດຂອງໂລກ.
ຄ່ຳຄືນນີ້ເຮົາຊື່ນຊົມໃນບົດບາດທີ່ແຕກຕ່າງຫລາຍຢ່າງຂອງເຮົາໃນຖານະທີ່ເປັນສະຕີຂອງສາດສະໜາຈັກ. ເຖິງແມ່ນເຮົາແຕກຕ່າງ ແລະ ພິເສດໃນຫລາຍວິທີທາງ, ແຕ່ເຮົາກໍຍັງຮັບຮູ້ວ່າເຮົາເປັນທິດາຂອງພຣະບິດາເທິງສະຫວັນທີ່ເຮັດໃຫ້ເຮົາເປັນເອື້ອຍນ້ອງກັນ. ເຮົາເປັນໜຶ່ງໃນການສ້າງສາອານາຈັກຂອງພຣະເຈົ້າ ແລະ ໃນພັນທະສັນຍາທີ່ເຮົາໄດ້ເຮັດໄວ້, ບໍ່ວ່າສະພາບການຂອງເຮົາຈະເປັນແນວໃດກໍຕາມ. ໂດຍທີ່ບໍ່ມີຄວາມສົງໄສແນວໃດເລີຍ, ການມາເຕົ້າໂຮມກັນເທື່ອນີ້ ເປັນກຸ່ມຂອງເອື້ອຍນ້ອງທີ່ຮຸ່ງເຫລື້ອມທີ່ສຸດຢູ່ໃນຜືນແຜ່ນດິນໂລກນີ້!1
ການເປັນເອື້ອຍນ້ອງກັນໝາຍຄວາມວ່າ ເປັນການຜູກມັດທີ່ຂາດອອກຈາກກັນບໍ່ໄດ້ລະຫວ່າງເຮົາ. ເອື້ອຍນ້ອງຈະດູແລຊຶ່ງກັນແລະກັນ, ເຝົ້າດູແລກັນແລະກັນ, ປອບໃຈກັນແລະກັນ, ແລະ ຢູ່ນຳກັນໃນຍາມສຸກ ຍາມທຸກ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ເຮົາກ່າວກັບເຈົ້າວ່າ, ຈົ່ງເປັນໜຶ່ງ; ແລະ ຖ້າຫາກເຈົ້າບໍ່ເປັນໜຶ່ງ ເຈົ້າກໍບໍ່ໄດ້ເປັນຄົນຂອງເຮົາ.”2
ສັດຕູຢາກໃຫ້ເຮົາຕິຊົມ ແລະ ຕັດສິນກັນແລະກັນ. ເຂົາຢາກໃຫ້ເຮົາເອົາໃຈໃສ່ກັບຄວາມແຕກຕ່າງ ແລະ ປຽບທຽບເຮົາໃສ່ກັນແລະກັນ. ທ່ານອາດມັກອອກກຳລັງກາຍແບບເອົາຈິງເອົາຈັງຊົ່ວໂມງໜຶ່ງໃນແຕ່ລະມື້ ເພາະມັນເຮັດໃຫ້ທ່ານຮູ້ສຶກດີ, ສ່ວນຂ້າພະເຈົ້າຄິດວ່າການຍ່າງຂຶ້ນລົງຂັ້ນໄດແທນທີ່ຈະຂີ່ລິບຂຶ້ນລົງ ກໍເປັນກິລາໂອລິມປິກສຳລັບຂ້າພະເຈົ້າແລ້ວ. ເຮົາກໍຍັງເປັນໝູ່ເພື່ອນກັນໄດ້, ແມ່ນບໍ?
ເຮົາທີ່ເປັນຜູ້ຍິງມັກຈະຕິຊົມຕົນເອງ. ເມື່ອເຮົາປຽບທຽບຕົນເອງໃສ່ກັບຄົນອື່ນ ເຮົາມັກຈະຮູ້ສຶກວ່າບໍ່ດີພໍ ຫລື ບໍ່ພໍໃຈກັບຄົນອື່ນ. ຊິດສະເຕີ ແພທຣິເຊຍ ທີ ຮໍແລນ ຄັ້ງໜຶ່ງໄດ້ກ່າວວ່າ, “ຈຸດສຳຄັນຄື, ເຮົາບໍ່ສາມາດເອີ້ນຕົນເອງວ່າເປັນຊາວຄຣິດ ແຕ່ກ່າວຕັດສິນຄົນອື່ນຕໍ່ໄປ—ຫລື ຕົນເອງ—ຢ່າງໂຫດຮ້າຍ.”3 ເພິ່ນໄດ້ກ່າວຕື່ມວ່າ ບໍ່ມີສິ່ງໃດທີ່ກຸ້ມຄ່າສຳລັບການສູນເສຍຄວາມເຫັນອົກເຫັນໃຈ ແລະ ການເປັນເອື້ອຍນ້ອງຂອງເຮົາ. ເຮົາຕ້ອງພັກຜ່ອນ ແລະ ປິຕິຍິນດີກັບຄວາມແຕກຕ່າງແຫ່ງສະຫວັນຂອງເຮົາ. ເຮົາຕ້ອງຮັບຮູ້ວ່າ ເຮົາທຸກຄົນມີຄວາມປາດຖະໜາທີ່ຈະຮັບໃຊ້ໃນອານາຈັກ ໂດຍການໃຊ້ພອນສະຫວັນພິເສດຂອງເຮົາ ແລະ ຂອງປະທານໃນວິທີທາງຂອງເຮົາ. ແລ້ວເຮົາຈະສາມາດຊື່ນຊົມກັບການເປັນເອື້ອຍນ້ອງກັນ, ແລະ ກັບຄວາມສຳພັນກັນ, ແລະ ເລີ່ມຕົ້ນຮັບໃຊ້.
ຕາມຄວາມຈິງແລ້ວ, ເຮົາຕ້ອງການກັນແລະກັນ. ທຳມະຊາດຂອງສະຕີຈະສະແຫວງຫາໝູ່ເພື່ອນ, ຊ່ອຍເຫລືອ, ແລະ ເປັນເພື່ອນ. ເຮົາມີຫລາຍສິ່ງທີ່ຈະຮຽນຮູ້ຈາກກັນແລະກັນ, ແລະ ສ່ວນຫລາຍເຮົາຈະສ້າງກຳແພງອ້ອມຕົນເອງຈາກຄວາມຊື່ນຊົມກັບການສັງສັນກັບຄົນອື່ນ ຊຶ່ງສາມາດເປັນພອນທີ່ຍິ່ງໃຫຍ່ສຸດໃນຊີວິດຂອງເຮົາ. ຍົກຕົວຢ່າງ, ເຮົາທີ່ເປັນສະຕີຜູ້ມີອາຍຸສູງກໍຕ້ອງການສິ່ງທີ່ເດັກນ້ອຍຜູ້ຍິງຊັ້ນປະຖົມໄວມີໃຫ້. ພວກເຮົາສາມາດຮຽນຮູ້ຈາກພວກເຈົ້າກ່ຽວກັບການຮັບໃຊ້ ແລະ ຄວາມຮັກທີ່ເໝືອນດັ່ງພຣະຄຣິດ.
ບໍ່ດົນມານີ້ ຂ້າພະເຈົ້າໄດ້ຍິນເລື່ອງເລົ່າເລື່ອງໜຶ່ງກ່ຽວກັບເດັກນ້ອຍຜູ້ຍິງຄົນໜຶ່ງຊື່ ແຊຣາ ຜູ້ຊຶ່ງແມ່ຂອງນາງໄດ້ມີໂອກາດຊ່ອຍເຫລືອເອື້ອຍນ້ອງຄົນໜຶ່ງຊື່ ບະເຣັນດາ ຢູ່ໃນຫວອດຂອງນາງ, ຜູ້ເປັນໂຣກທີ່ຮ້າຍແຮງຂອງລະບົບປະສາດ. ນາງແຊຣາມັກໄປກັບແມ່ຂອງນາງເພື່ອຊ່ອຍເຫລືອ ນາງບະເຣັນດາ. ນາງແຊຣາໄດ້ເອົານ້ຳມັນທາຕົວໃສ່ມືຂອງ ນາງບະເຣັນດາ ແລະ ນວດນິ້ວມື ແລະ ແຂນຂອງລາວ ເພາະລາວປວດຕະຫລອດ. ແລ້ວນາງໄດ້ຮຽນຍົກແຂນຂອງນາງບະເຣັນດາຂຶ້ນກາຍຫົວ ເພື່ອອອກກຳລັງກ້າມແຂນ. ນາງແຊຣາໄດ້ຫວີຜົມໃຫ້ນາງບະເຣັນດາ ແລະ ເວົ້າລົມກັນ ໃນຂະນະທີ່ແມ່ຂອງນາງຊ່ອຍເຫລືອໃນທາງອື່ນ. ນາງແຊຣາໄດ້ຮຽນຮູ້ເຖິງຄວາມສຳຄັນ ແລະ ຄວາມສຸກຂອງການຮັບໃຊ້ຄົນອື່ນ ແລະ ເຂົ້າໃຈວ່າ ແມ່ນແຕ່ເດັກນ້ອຍກໍສາມາດສ້າງຄວາມແຕກຕ່າງໃຫ້ແກ່ຊີວິດຂອງບາງຄົນໄດ້.
ຂ້າພະເຈົ້າມັກຕົວຢ່າງທີ່ເຮົາໄດ້ອ່ານຢູ່ໃນ ບົດທຳອິດຂອງພຣະທຳລູກາ ຊຶ່ງບັນຍາຍເຖິງຄວາມສຳພັນອັນຫວານຊື່ນລະຫວ່າງນາງມາຣີ, ມານດາຂອງພຣະເຢຊູ, ແລະ ພີ່ນ້ອງຂອງນາງຊື່ ເອລີຊາເບັດ. ນາງມາຣີເປັນສາວຕອນນາງຖືກບອກກ່ຽວກັບພາລະກິດຂອງນາງ ທີ່ໃຫ້ເປັນມານດາຂອງພຣະບຸດຂອງພຣະເຈົ້າ. ຕອນທຳອິດ, ຄົງເບິ່ງວ່າເປັນໜ້າທີ່ຮັບຜິດຊອບທີ່ໜັກໜ່ວງທີ່ຈະເຮັດຄົນດຽວ. ພຣະຜູ້ເປັນເຈົ້າເອງທີ່ໄດ້ຈັດຫາບາງຄົນໃຫ້ມາແບ່ງເບົາພາລະຂອງນາງມາຣີ. ຜ່ານຂ່າວສານຂອງທູດຄັບຣິເອນ, ນາງມາຣີຈຶ່ງຮູ້ຈັກຊື່ຂອງຜູ້ຍິງທີ່ໄວ້ວາງໃຈ ແລະ ເຫັນອົກເຫັນໃຈ ຜູ້ທີ່ນາງສາມາດຂໍຄວາມຊ່ອຍເຫລືອໄດ້—ນັ້ນຄື ພີ່ນ້ອງຂອງນາງຊື່ ເອລີຊາເບັດ.
ຍິງໜຸ່ມຄົນນີ້ກັບພີ່ນ້ອງຂອງນາງ ຜູ້ “ເປັນໝັນເປັນເວລາຫລາຍປີ,”4 ໄດ້ຕັ້ງຄັນແບບພິດສະດານ, ແລະ ຂ້າພະເຈົ້າກໍຢາກຮູ້ວ່າ ໃນໄລຍະສາມເດືອນທີ່ເຂົາເຈົ້າໄດ້ໃຊ້ເວລານຳກັນ ເຂົາເຈົ້າໄດ້ເວົ້າລົມກັນ, ເນັ້ນໜັກນຳກັນ, ແລະ ໃຫ້ກຳລັງໃຈກັນແນວໃດແດ່ໃນການເອີ້ນພິເສດຂອງເຂົາເຈົ້ານັ້ນ. ເຂົາເຈົ້າຊ່າງເປັນຕົວຢ່າງທີ່ດີແທ້ໆນໍ ເຖິງຄວາມຄ້ຳຈູນກັນລະຫວ່າງເອື້ອຍນ້ອງສອງຄົນທີ່ມີອາຍຸແຕກຕ່າງກັນຫລາຍ.
ເຮົາຜູ້ທີ່ມີອາຍຸສູງແລ້ວ ສາມາດເປັນອິດທິພົນຢ່າງຫລວງຫລາຍໃຫ້ແກ່ຄົນລຸ້ນໃໝ່. ເມື່ອແມ່ຂອງຂ້າພະເຈົ້າຍັງນ້ອຍ, ພໍ່ແມ່ຂອງນາງບໍ່ເຂັ້ມແຂງໃນສາດສະໜາຈັກ. ເຖິງແມ່ນຕອນເພິ່ນມີອາຍຸໄດ້ຫ້າປີ, ເພິ່ນໄດ້ຍ່າງໄປໂບດຄົນດຽວ—ໄປຫ້ອງຊັ້ນປະຖົມໄວ, ໂຮງຮຽນວັນອາທິດ, ແລະ ກອງປະຊຸມສິນລະລຶກ—ໃນເວລາທີ່ແຕກຕ່າງກັນ.
ບໍ່ດົນມານີ້ ຂ້າພະເຈົ້າໄດ້ຖາມແມ່ຂອງຂ້າພະເຈົ້າວ່າ ເພິ່ນເຮັດແນວນັ້ນໄດ້ແນວໃດທິດແລ້ວທິດເລົ່າ. ເມື່ອເພິ່ນບໍ່ໄດ້ຮັບການສະໜັບສະໜູນ ຫລື ໄດ້ຮັບກຳລັງໃຈຈາກບ້ານ. ຄຳຕອບຂອງເພິ່ນແມ່ນວ່າ, “ແມ່ມີຄູສອນໃນຊັ້ນປະຖົມໄວທີ່ຮັກແມ່.” ຄູສອນເຫລົ່ານັ້ນເປັນຫ່ວງເປັນໄຍນາງ ແລະ ໄດ້ສອນພຣະກິດຕິຄຸນໃຫ້ແກ່ນາງ. ເຂົາເຈົ້າໄດ້ສອນນາງວ່າ ນາງມີພຣະບິດາຢູ່ໃນສະຫວັນ ຜູ້ຮັກນາງ ແລະ ເປັນເພາະຄວາມເປັນຫ່ວງເປັນໄຍຂອງເຂົາເຈົ້າທີ່ມີຕໍ່ນາງ ຈຶ່ງເຮັດໃຫ້ນາງກັບໄປໂບດທິດແລ້ວທິດເລົ່າ. ແມ່ຂອງຂ້າພະເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ, “ສິ່ງນັ້ນໄດ້ເປັນອິດທິພົນຫລາຍທີ່ສຸດໃນຊີວິດຕອນຍັງນ້ອຍຂອງແມ່.” ຂ້າພະເຈົ້າຫວັງວ່າ ຂ້າພະເຈົ້າຈະສາມາດຂອບໃຈພວກເພິ່ນໃນມື້ໜຶ່ງ! ອາຍຸບໍ່ສຳຄັນສຳລັບການຮັບໃຊ້ຢ່າງພຣະຄຣິດ.
ສອງສາມອາທິດກ່ອນ ຂ້າພະເຈົ້າໄດ້ພົບກັບປະທານອົງການຍິງໜຸ່ມປະຈຳສະເຕກຢູ່ລັດຄາລິຟໍເນຍ ຜູ້ໄດ້ບອກວ່າແມ່ຂອງນາງອາຍຸ 81 ປີ ຫາກໍຖືກເອີ້ນໃຫ້ເປັນຜູ້ແນະນຳຊັ້ນດາລຸນີ. ຂ້າພະເຈົ້າສົນໃຈຫລາຍ ຈຶ່ງໄດ້ໂທໄປຫາແມ່ຂອງນາງ. ຕອນອະທິການຂອງຊິດສະເຕີ ວາລ ເບກເກີ ໄດ້ຂໍພົບກັບລາວ, ລາວຄິດວ່າລາວຄົງຖືກເອີ້ນໃຫ້ຊ່ອຍຢູ່ຫ້ອງສະໝຸດ ຫລື ເປັນຜູ້ຂຽນປະຫວັດສາດຂອງຫວອດ. ເມື່ອເພິ່ນຂໍໃຫ້ລາວຮັບໃຊ້ເປັນຜູ້ແນະນຳຊັ້ນດາລຸນີຂອງກຸ່ມຍິງໜຸ່ມ, ເພິ່ນໄດ້ຖາມຄືນວ່າ, “ທ່ານແນ່ໃຈບໍ?”
ອະທິການຂອງລາວໄດ້ຕອບວ່າ, “ຊິດສະເຕີ ເບກເກີ, ຢ່າຄິດຜິດ; ການເອີ້ນນີ້ມາຈາກພຣະຜູ້ເປັນເຈົ້າ.”
ລາວໄດ້ເວົ້າວ່າ ລາວບໍ່ສາມາດຕອບຢ່າງອື່ນ ນອກຈາກຄຳວ່າ, “ຍອມຮັບແນ່ນອນ.”
ຂ້າພະເຈົ້າມັກການດົນໃຈທີ່ອະທິການຄົນນີ້ຮູ້ສຶກ ທີ່ຍິງໜຸ່ມລຸ້ນດາລຸນີສີ່ຄົນມີຫລາຍສິ່ງທີ່ຕ້ອງຮຽນຈາກສະຕິປັນຍາ, ປະສົບການ, ແລະ ຕົວຢ່າງຕະຫລອດຊີວິດຂອງສະຕີອາວຸໂສຄົນນີ້. ແລະ ເມື່ອຊິດສະເຕີ ເບກເກີ ຢາກໃຫ້ຊ່ອຍຕັ້ງໜ້າ Facebook ຂອງລາວ, ລາວຈະໄປຫາໃຜ?
ຂ້າພະເຈົ້າຄິດເຖິງຄວາມຊ່ອຍເຫລືອທີ່ດີທີ່ສຸດທີ່ເອື້ອຍນ້ອງໃນສະມາຄົມສະຕີສົງເຄາະສາມາດຕ້ອນຮັບເອື້ອຍນ້ອງຄົນໜຸ່ມທີ່ຫາກໍໄດ້ອອກຈາກກຸ່ມຍິງໜຸ່ມ. ເອື້ອຍນ້ອງຄົນໜຸ່ມຂອງພວກເຮົາມັກຈະຄິດວ່າ ເຂົາເຈົ້າເຂົ້າກັບເອື້ອຍນ້ອງຄົນອື່ນໆໃນສະມາຄົມສະຕີສົງເຄາະບໍ່ໄດ້. ກ່ອນເຂົາເຈົ້າມີອາຍຸໄດ້ 18 ປີ, ເຂົາເຈົ້າຕ້ອງການຜູ້ນຳ ແລະ ແມ່ຂອງເຂົາເຈົ້າຜູ້ທີ່ເປັນພະຍານຢ່າງຊື່ນຊົມເຖິງພອນຂອງສະມາຄົມ. ເຂົາເຈົ້າຢາກຮູ້ສຶກເຖິງຄວາມກະຕືລືລົ້ນກ່ຽວກັບການກາຍເປັນພາກສ່ວນໃນອົງການທີ່ຮຸ່ງເຫລື້ອມ. ເມື່ອຍິງໜຸ່ມເລີ່ມຕົ້ນມາຮ່ວມຫ້ອງສະມາຄົມສະຕີສົງເຄາະ, ສິ່ງທີ່ເຂົາເຈົ້າຕ້ອງການຫລາຍທີ່ສຸດແມ່ນໝູ່ເພື່ອນທີ່ນັ່ງຢູ່ທາງຂ້າງ, ຕ້ອງການອ້ອມແຂນທີ່ຈະໂອບກອດ, ແລະ ຕ້ອງການໂອກາດທີ່ຈະສອນ ແລະ ຮັບໃຊ້. ຂໍໃຫ້ເຮົາທຸກຄົນຈົ່ງເອື້ອມອອກໄປຊ່ອຍເຫລືອຄົນອື່ນ ຜ່ານການປ່ຽນແປງ ແລະ ຜ່ານເວລາທີ່ສຳຄັນໃນຊີວິດຂອງເຮົາ.
ຂອບໃຈຫລາຍໆຕໍ່ເອື້ອຍນ້ອງຂອງສາດສະໜາຈັກທີ່ໄດ້ເອື້ອມອອກໄປໂດຍບໍ່ຄິດເຖິງອາຍຸ ແລະ ວັດທະນະທຳ ເພື່ອເປັນພອນ ແລະ ຮັບໃຊ້ຄົນອື່ນ. ຍິງໜຸ່ມຮັບໃຊ້ ເດັກນ້ອຍຊັ້ນປະຖົມໄວ ແລະ ຜູ້ອະວຸໂສ. ເອື້ອຍນ້ອງຄົນໂສດໃນທຸກໄວ ໃຊ້ເວລາຈົນນັບບໍ່ຖ້ວນ ເພື່ອດູແລຄົນທີ່ຂັດສົນທີ່ຢູ່ອ້ອມຮອບເຂົາເຈົ້າ. ເຮົາເຫັນຍິງໜຸ່ມສະລະເວລາ 18 ເດືອນ ເພື່ອໄປແບ່ງປັນພຣະກິດຕິຄຸນຕໍ່ໂລກ. ທຸກສິ່ງເຫລົ່ານີ້ເປັນຫລັກຖານ ດັ່ງເຊັ່ນເພງສວດກ່າວວ່າ, “ວຽກງານຂອງເຫລົ່າທູດໄດ້ຖືກມອບໃຫ້ສະຕີ.”5
ຖ້າຫາກມີສິ່ງກີດກັນ, ກໍເພາະວ່າເຮົາໄດ້ສ້າງມັນຂຶ້ນເອງ. ເຮົາຕ້ອງເຊົາສົນໃຈກັບຄວາມແຕກຕ່າງຂອງເຮົາ ແລະ ໃຫ້ສົນໃຈກັບສິ່ງທີ່ຄ້າຍຄືກັນຂອງເຮົາ; ແລ້ວເຮົາຈະເລີ່ມຕົ້ນຮັບຮູ້ເຖິງຄວາມສາມາດທີ່ຍິ່ງໃຫຍ່ຂອງເຮົາ ແລະ ໄດ້ສຳເລັດສິ່ງທີ່ດີທີ່ສຸດຢູ່ໃນໂລກນີ້. ຊິດສະເຕີ ແມໂຈຣີ ພີ ຮິງລີ ຄັ້ງໜຶ່ງເຄີຍກ່າວວ່າ, “ໂອ້, ເຮົາຕ້ອງການກັນຫລາຍແທ້ໆ. ພວກເຮົາທີ່ມີອາຍຸສູງແລ້ວຕ້ອງການຄົນໜຸ່ມ. ແລະ ຫວັງວ່າ, ທ່ານທີ່ໜຸ່ມນ້ອຍຈະຕ້ອງການພວກເຮົາຜູ້ມີອາຍຸສູງຄືກັນ. ມັນເປັນຄວາມຈິງຂອງສັງຄົມວິທະຍາທີ່ວ່າ ຜູ້ຍິງຕ້ອງການຜູ້ຍິງດ້ວຍກັນ. ເຮົາຕ້ອງການມິດຕະພາບທີ່ຈົງຮັກພັກດີ ແລະ ໜ້າເພິ່ງພໍໃຈທີ່ມີຕໍ່ກັນ.”6 ຊິດສະເຕີ ຮິງລີ ເວົ້າຖືກ; ໂອ້, ເຮົາຕ້ອງການກັນຫລາຍແທ້ໆ!
ເອື້ອຍນ້ອງທັງຫລາຍ, ບໍ່ມີກຸ່ມສະຕີອື່ນໃດຢູ່ໃນໂລກນີ້ທີ່ໄດ້ຮັບພອນທີ່ຍິ່ງໃຫຍ່ກວ່າສະຕີຂອງໄພ່ພົນຍຸກສຸດທ້າຍ. ເຮົາເປັນສະມາຊິກຂອງສາດສະໜາຈັກຂອງພຣະຜູ້ເປັນເຈົ້າ, ແລະ ບໍ່ວ່າສະພາບການຂອງເຮົາແຕ່ລະຄົນຈະເປັນແນວໃດກໍຕາມ, ເຮົາທຸກຄົນສາມາດຊື່ນຊົມກັບອຳນາດຂອງຖານະປະໂລຫິດຜ່ານການຮັກສາພັນທະສັນຍາທີ່ເຮົາໄດ້ເຮັດຕອນຮັບບັບຕິສະມາ ແລະ ໃນພຣະວິຫານ. ເຮົາມີສາດສະດາທີ່ມີຊີວິດຢູ່ນຳພາເຮົາ ແລະ ສອນເຮົາ, ແລະ ເຮົາຊື່ນຊົມກັບຂອງປະທານແຫ່ງພຣະວິນຍານບໍລິສຸດ, ຊຶ່ງຮັບໃຊ້ເປັນຜູ້ປອບໂຍນ ແລະ ຜູ້ນຳພາໃນຊີວິດຂອງເຮົາ. ເຮົາໄດ້ຮັບພອນຫລາຍທີ່ໄດ້ເຮັດວຽກຮ່ວມກັບບັນດາອ້າຍນ້ອງຜູ້ຊອບທຳ ເມື່ອເຮົາເພີ່ມຄວາມເຂັ້ມແຂງໃຫ້ແກ່ບ້ານເຮືອນ ແລະ ຄອບຄົວ. ເຮົາໄດ້ຮັບຄວາມເຂັ້ມແຂງ ແລະ ອຳນາດຂອງພິທີການຂອງພຣະວິຫານ ແລະ ອື່ນໆອີກຫລາຍຢ່າງ.
ນອກເໜືອໄປຈາກການຊື່ນຊົມກັບພອນທີ່ດີເລີດເຫລົ່ານີ້ແລ້ວ, ເຮົາຍັງມີພອນຢ່າງອື່ນໆອີກ—ເອື້ອຍນ້ອງໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ. ເຮົາໄດ້ຮັບພອນດ້ວຍຄຸນສົມບັດທີ່ອ່ອນນ້ອມ ແລະ ໃຈທີ່ເພື່ອແຜ່ ຊຶ່ງເຮັດໃຫ້ເຮົາສາມາດມອບຄວາມຮັກ ແລະ ການຮັບໃຊ້ຢ່າງພຣະຄຣິດຕໍ່ຄົນທີ່ຢູ່ອ້ອມຮອບເຮົາ. ເມື່ອເຮົາເບິ່ງຂ້າມອາຍຸ, ວັດທະນະທຳ, ແລະ ສະພາບການທີ່ແຕກຕ່າງກັນ ເພື່ອບຳລຸງລ້ຽງ ແລະ ຮັບໃຊ້ຄົນອື່ນ, ແລ້ວເຮົາຈະເຕັມໄປດ້ວຍຄວາມຮັກອັນບໍລິສຸດຂອງພຣະຄຣິດ ແລະ ການດົນໃຈ ຊຶ່ງຈະນຳພາເຮົາໃຫ້ຮູ້ຈັກຊ່ອຍເຫລືອເມື່ອໃດ ແລະ ຜູ້ໃດ.
ຂ້າພະເຈົ້າຂໍເຊື້ອເຊີນທ່ານດັ່ງທີ່ປະທານສະມາຄົມສະຕີສົງເຄາະສາມັນໄດ້ເຊື້ອເຊີນມາກ່ອນທີ່ວ່າ, “ຂ້າພະເຈົ້າຂໍເຊື້ອເຊີນທ່ານບໍ່ພຽງແຕ່ຈະຮັກກັນແລະກັນເທົ່ານັ້ນ ແຕ່ໃຫ້ຮັກກັນ ຫລາຍຂຶ້ນນຳອີກ.”7 ຂໍໃຫ້ເຮົາຈົ່ງຮູ້ວ່າ ເຮົາຕ້ອງການກັນຫລາຍພຽງໃດ, ແລະ ຂໍໃຫ້ເຮົາຈົ່ງຮັກກັນຫລາຍຂຶ້ນກວ່າເກົ່າ, ນັ້ນຄືຄຳອະທິຖານຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.