ການຕິດຕາມຜົນຕໍ່ໄປ
ຂ້າພະເຈົ້າຂໍແນະນຳວ່າເຮົາທຸກຄົນສາມາດມີສ່ວນຮ່ວມຢ່າງສະໝ່ຳສະເໝີໃນວຽກງານເຜີຍແຜ່ໂດຍການເອົາສັດທາມາແທນຄວາມຢ້ານກົວ.
ໃນເດືອນກັນຍາທີ່ຈະມາເຖິງນີ້ ຈະເປັນເວລາຫົກສິບສີ່ປີນັບຕັ້ງແຕ່ຂ້າພະເຈົ້າໄດ້ກັບຈາກການເຜີຍແຜ່ສາດສະໜາທີ່ປະເທດອັງກິດ. ສາມວັນຫລັງຈາກໄດ້ກັບມາ ຂ້າພະເຈົ້າໄດ້ໄປງານເຕັ້ນລຳຕ້ອນຮັບນັກຮຽນເທີມໃໝ່ທີ່ມະຫາວິທະຍາໄລລັດຢູທາ ກັບເພື່ອນຄົນໜຶ່ງ. ລາວໄດ້ບອກຂ້າພະເຈົ້າກ່ຽວກັບຍິງສາວທີ່ສວຍງາມຄົນໜຶ່ງຊື່ ນາງບໍບາຣາ ໂບເວັນ ຜູ້ທີ່ລາວໄດ້ຄິດວ່າຂ້າພະເຈົ້າຄວນພົບ. ລາວໄດ້ນຳນາງມາ ແລະ ໄດ້ແນະນຳພວກເຮົາ, ແລະ ພວກເຮົາກໍໄດ້ພາກັນເລີ່ມເຕັ້ນລຳ.
ໜ້າເສຍດາຍ, ທີ່ນີ້ເປັນການເຕັ້ນລຳທີ່ພວກເຮົາເອີ້ນກັນວ່າ “ເຕັ້ນຕິດຕໍ່,” ຊຶ່ງໝາຍຄວາມວ່າເຮົາຈະເຕັ້ນລຳນຳແຕ່ຍິງຄົນດຽວເທົ່ານັ້ນຈົນກວ່າຄົນອື່ນມາແຕະບ່າໄຫລ່ ແລະ ເຕັ້ນແທນທີ່ເຮົາ. ນາງບໍບາຣາເປັນຄົນທີ່ເບີກບານ ແລະ ມີຄົນມັກຫລາຍ, ສະນັ້ນຂ້າພະເຈົ້າໄດ້ເຕັ້ນລຳນຳນາງນ້ອຍກວ່າໜຶ່ງນາທີເທົ່ານັ້ນ ກ່ອນຊາຍໜຸ່ມຄົນອື່ນໄດ້ມາແຕະບ່າໄຫລ່ຂອງຂ້າພະເຈົ້າ ແລະ ເຕັ້ນກັບນາງ.
ຂ້າພະເຈົ້າຍອມຮັບສິ່ງນັ້ນບໍ່ໄດ້. ໂດຍທີ່ໄດ້ຮຽນຮູ້ເຖິງຄວາມສຳຄັນຂອງການຕິດຕາມຜົນຕໍ່ໄປໃນການເຜີຍແຜ່, ຂ້າພະເຈົ້າໄດ້ຂໍເລກໂທລະສັບຂອງນາງ ແລະ ໄດ້ໂທຫານາງໃນມື້ຕໍ່ມາເພື່ອຊວນນາງອອກທ່ຽວ, ແຕ່ນາງກໍຫຍຸ້ງຢູ່ກັບວຽກທີ່ໂຮງຮຽນ ແລະ ໝູ່ເພື່ອນຂອງນາງ. ໂຊກດີທີ່ຂ້າພະເຈົ້າໄດ້ຮັບການສອນໃຫ້ພະຍາຍາມ ແມ່ນແຕ່ເມື່ອທໍ້ຖອຍໃຈ, ແລະ ໃນທີ່ສຸດຂ້າພະເຈົ້າກໍໄດ້ອອກທ່ຽວກັບນາງ. ແລະ ຫລັງຈາກການອອກທ່ຽວເທື່ອນັ້ນ ພວກເຮົາໄດ້ອອກທ່ຽວອີກຕໍ່ໄປ. ໂດຍວິທີໃດວິທີໜຶ່ງໃນລະຫວ່າງການອອກທ່ຽວນັ້ນຂ້າພະເຈົ້າສາມາດເກ້ຍກ່ອມນາງວ່າຂ້າພະເຈົ້າເປັນອາດີດຜູ້ສອນສາດສະໜາຄົນດຽວທີ່ເໝາະສົມກັບນາງທີ່ສຸດ ວ່າຢ່າງນ້ອຍ, ທີ່ກ່ຽວຂ້ອງກັບນາງ. ບັດນີ້, 64 ປີຕໍ່ມາ, ມີລູກເຈັດຄົນ, ຫລານ ແລະ ເຫລັນຫລາຍໆຄົນ ຜູ້ທີ່ຈະຢືນເປັນພະຍານເຖິງຄວາມສຳຄັນຂອງຄວາມຈິງທີ່ວ່າ ບໍ່ວ່າຂ່າວສານຂອງທ່ານຈະດີປານໃດກໍຕາມ, ທ່ານອາດຈະບໍ່ມີໂອກາດຈະແບ່ງປັນມັນໄດ້ປາດສະຈາກການຕິດຕາມຜົນຕໍ່ໄປທີ່ສະໝ່ຳສະເໝີ, ຢ່າງບໍ່ລົດຫລະ.
ນີ້ອາດເປັນເຫດຜົນທີ່ຂ້າພະເຈົ້າໄດ້ຮູ້ສຶກເຖິງການດົນໃຈໃນມື້ນີ້ ໃຫ້ຕິດຕາມຜົນຕໍ່ໄປເຖິງຂ່າວສານສອງບົດຂອງຂ້າພະເຈົ້າໃນກອງປະຊຸມໃຫຍ່ສາມັນທີ່ຜ່ານມາ.
ໃນກອງປະຊຸມເມື່ອເດືອນຕຸລາ ປີ 2011, ຂ້າພະເຈົ້າໄດ້ຊຸກຍູ້ວ່າໃຫ້ເຮົາຈື່ຈຳພຣະຄຳທີ່ສຳຄັນຂອງພຣະຜູ້ເປັນເຈົ້າວ່າ ຈະເອີ້ນສາດສະໜາຈັກຂອງພຣະອົງຕາມນາມໃດໃນຍຸກສຸດທ້າຍ, ແມ່ນແຕ່ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.1
ດ້ວຍຖ້ອຍຄຳເຫລົ່ານີ້, ພຣະຜູ້ເປັນເຈົ້າໄດ້ບອກຢ່າງແຈ່ມແຈ້ງວ່ານີ້ບໍ່ພຽງແຕ່ເປັນນາມທາງການ ແຕ່ເປັນຊື່ທີ່ສາດສະໜາຈັກຂອງພຣະອົງຈະຖືກເອີ້ນ. ເພາະການປະກາດທີ່ແຈ້ງຊັດນີ້, ເຮົາບໍ່ຄວນກ່າວເຖິງສາດສະໜາຈັກໂດຍນາມອື່ນໃດ, ດັ່ງເຊັ່ນ “ສາດສະໜາມໍມອນ” ຫລື “ສາດສະໜາແອວດີແອສ.”
ຄຳທີ່ວ່າ ມໍມອນ ສາມາດຖືກນຳໃຊ້ຢ່າງເໝາະສົມຕາມສະພາບການເມື່ອອ້າງເຖິງສະມາຊິກຂອງສາດສະໜາຈັກ, ດັ່ງເຊັ່ນ ຜູ້ບຸກເບີກຊາວມໍມອນ, ຫລື ສະຖາບັນດັ່ງເຊັ່ນ ນັກຮ້ອງປະສານສຽງມໍມອນແທເບີແນໂກ. ສະມາຊິກຂອງສາດສະໜາຈັກກໍຖືກຮູ້ກັນທົ່ວໂລກວ່າຊາວມໍມອນ, ແລະ ໃນການພົບປະສັງສັນກັບຄົນທີ່ບໍ່ເປັນສະມາຊິກໃນສາດສະໜາຂອງເຮົາອາດເອີ້ນຕົວເອງຢ່າງເໝາະສົມວ່າຊາວມໍມອນ, ຖ້າຫາກເຮົາໃຊ້ຄຳນີ້ພ້ອມດ້ວຍຊື່ເຕັມຂອງສາດສະໜາຈັກ.
ຖ້າຫາກສະມາຊິກຮຽນໃຊ້ຊື່ຂອງສາດສະໜາຈັກທີ່ຖືກຕ້ອງກັບຄຳທີ່ວ່າ ມໍມອນ, ມັນຈະເນັ້ນໜັກວ່າເຮົາເປັນຊາວຄຣິດ, ເປັນສະມາຊິກຂອງສາດສະໜາຈັກຂອງພຣະຜູ້ຊ່ອຍໃຫ້ລອດ.
ອ້າຍເອື້ອຍນ້ອງທັງຫລາຍ, ຂໍໃຫ້ເຮົາຕິດຕາມຜົນຕໍ່ໄປ ແລະ ພັດທະນາອຸປະນິໄສທີ່ຈະເຮັດໃຫ້ມັນແຈ້ງຊັດສະເໝີວ່າເຮົາເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ຂ່າວສານທີສອງທີ່ຂ້າພະເຈົ້າຮູ້ສຶກວ່າຂ້າພະເຈົ້າຄວນຕິດຕາມຜົນຕໍ່ໄປແມ່ນຖືກກ່າວອອກໄປໃນກອງປະຊຸມຄັ້ງທີ່ຜ່ານມານີ້ ເມື່ອຂ້າພະເຈົ້າໄດ້ຊຸກຍູ້ສະມາຊິກໃຫ້ອະທິຖານເພື່ອຈະໄດ້ຮັບການນຳພາໄປຫາວ່າຢ່າງນ້ອຍຄົນໜຶ່ງທີ່ເຮົາຈະມີໂອກາດເຊື້ອເຊີນໃຫ້ຮຽນຮູ້ກ່ຽວກັບພຣະກິດຕິຄຸນທີ່ໄດ້ຮັບການຟື້ນຟູຄືນມາໃໝ່ກ່ອນເທດສະການຄຣິດສະມັດ. ສະມາຊິກຂອງສາດສະໜາຈັກຫລາຍຄົນໄດ້ແບ່ງປັນກັບຂ້າພະເຈົ້າເຖິງປະສົບການທີ່ພິເສດ ທີ່ເປັນຜົນຂອງການທູນຂໍຂອງເຂົາເຈົ້າຕໍ່ພຣະຜູ້ເປັນເຈົ້າທີ່ຈະມີໂອກາດເຜີຍແຜ່.
ຍົກຕົວຢ່າງ, ອາດີດຜູ້ສອນສາດສະໜາຄົນໜຶ່ງ, ໄດ້ອະທິຖານໂດຍສະເພາະເພື່ອຈະຖືກນຳພາໄປຫາ “ຄົນຄົນໜຶ່ງ” ທີ່ລາວຈະສາມາດເຊື້ອເຊີນ. ຊື່ຂອງອາດີດເພື່ອນຮ່ວມຫ້ອງຮຽນໄດ້ເຂົ້າມາສູ່ຄວາມຄິດຂອງລາວ. ລາວໄດ້ຕິດຕໍ່ຫານາງຜ່ານທາງ Facebook, ແລະ ລາວໄດ້ຮຽນຮູ້ວ່ານາງໄດ້ອະທິຖານຫາຈຸດປະສົງ ແລະ ຄວາມໝາຍໃນຊີວິດຂອງນາງຢູ່. ລາວໄດ້ຕິດຕາມຜົນຕໍ່ໄປໃນເມື່ອເວລາທີ່ນາງກຳລັງຄົ້ນຫາຄວາມຈິງ, ແລະ ໃນເດືອນທັນວານີ້ ນາງໄດ້ຮັບບັບຕິສະມາ.
ຂ້າພະເຈົ້າໄດ້ຮັບການລາຍງານເຖິງການເຊື້ອເຊີນທີ່ຄ້າຍຄືກັນນີ້, ແຕ່ໜ້ອຍຄົນໄດ້ຕິດຕາມຜົນຕໍ່ໄປເໝືອນດັ່ງຜູ້ຊາຍຄົນນີ້ໄດ້ເຮັດ.
ຂ້າພະເຈົ້າເຊື່ອໃນຫລັກທຳຂອງການຕິດຕາມຜົນຕໍ່ໄປນີ້ແທ້ໆ. ດັ່ງທີ່ກ່າວໄວ້ໃນປຶ້ມຄູ່ມືຂອງຜູ້ສອນສາດສະໜາ ຈົ່ງສອນພຣະກິດຕິຄຸນຂອງເຮົາ, “ການເຊື້ອເຊີນປາດສະຈາກການຕິດຕາມຜົນຕໍ່ໄປ ກໍຄືກັນກັບການເລີ່ມຕົ້ນເດີນທາງ ແຕ່ໄປບໍ່ຮອດຈຸດໝາຍປາຍທາງ ຫລື ການຊື້ປີ້ໄປເບິ່ງການສະແດງດົນຕີ ແຕ່ບໍ່ໄດ້ເຂົ້າໄປໃນໂຮງລະຄອນ. ປາດສະຈາກການເຮັດໃຫ້ສຳເລັດ, ຄຳໝັ້ນສັນຍາກໍບໍ່ມີຄວາມໝາຍ.”2
ປຶ້ມ ຈົ່ງສອນພຣະກິດຕິຄຸນຂອງເຮົາ ສອນທຸກຄົນເຖິງວິທີທີ່ຈະບໍ່ພຽງແຕ່ເຊື້ອເຊີນ ແຕ່ວິທີທີ່ຈະຕິດຕາມຜົນຂອງການເຊື້ອເຊີນນັ້ນຕໍ່ໄປນຳອີກ. ຈຸດປະສົງຂອງວຽກງານເຜີຍແຜ່ຖືກບັນຍາຍວ່າ ການເຊື້ອເຊີນ “ຄົນອື່ນໆໃຫ້ມາສູ່ພຣະຄຣິດໂດຍການຊ່ອຍເຫລືອເຂົາເຈົ້າໃຫ້ໄດ້ຮັບພຣະກິດຕິຄຸນທີ່ໄດ້ຖືກຟື້ນຟູຄືນມາໃໝ່ ຜ່ານການມີສັດທາໃນພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ, ການກັບໃຈ, ການຮັບບັບຕິສະມາ, ການຮັບເອົາຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ການອົດທົນຈົນເຖິງທີ່ສຸດ.”3
ແນ່ນອນວ່າ ການເຊື້ອເຊີນເປັນພາກສ່ວນຂອງຂັ້ນຕອນ. ແຕ່ຂໍໃຫ້ສັງເກດເຫັນວ່າຍັງມີຫລາຍສິ່ງຫລາຍຢ່າງກ່ຽວກັບວຽກງານເຜີຍແຜ່ສຳລັບສະມາຊິກ ເກີນກວ່າການເຊື້ອເຊີນຜູ້ຄົນໃຫ້ຮັບຟັງຜູ້ສອນສາດສະໜາເທົ່ານັ້ນ. ນີ້ຮ່ວມດ້ວຍການຕິດຕາມຜົນຕໍ່ໄປກັບຜູ້ສອນສາດສະໜາເພື່ອໃຫ້ແນ່ໃຈວ່າຜູ້ຄົນກຳລັງພັດທະນາສັດທາ, ມີກຳລັງໃຈທີ່ຈະກັບໃຈ, ການຕຽມເຮັດພັນທະສັນຍາ ແລະ ການອົດທົນຈົນເຖິງທີ່ສຸດ.
ຫລັກທຳແຫ່ງການຕິດຕາມຜົນຕໍ່ໄປຖືກສະແດງໃຫ້ເຫັນໃນພຣະທຳກິດຈະການ ມີຄຳວ່າ:
“ມື້ໜຶ່ງ ເປໂຕ ແລະ ໂຢຮັນໄດ້ໄປຍັງພຣະວິຫານ. …
“ໃນທາງເຂົ້າທີ່ປະຕູງາມຕາມຄົນເອີ້ນກັນ, ມີຊາຍຜູ້ໜຶ່ງເປັນຄົນພິການມາແຕ່ເກີດ, ແຕ່ລະມື້ລາວໄດ້ຖືກຫາມມາ ແລະ ວາງລົງນະທີ່ນັ້ນ ເພື່ອຂໍທານນຳຄົນທີ່ພວມເຂົ້າໄປໃນພຣະວິຫານ;
“ເມື່ອລາວເຫັນເປໂຕກັບໂຢຮັນພວມເຂົ້າມາ ລາວຈຶ່ງຂໍທານນຳສອງຄົນນີ້.
“ເຂົາແນມເບິ່ງລາວ ແລະ ເປໂຕກໍກ່າວວ່າ, ເຈົ້າເບິ່ງໝູ່ເຮົາ.
“ດັ່ງນັ້ນ ລາວຈຶ່ງເບິ່ງເປໂຕ ແລະ ໂຢຮັນ, ໂດຍນຶກວ່າຕົນຈະໄດ້ຮັບສິ່ງໃດສິ່ງໜຶ່ງຈາກຄົນທັງສອງ.
“ຝ່າຍເປໂຕກໍກ່າວແກ່ລາວວ່າ, ເງິນ ແລະ ຄຳເຮົາບໍ່ມີເລີຍ; ແຕ່ເຮົາໃຫ້ເຈົ້າສິ່ງທີ່ເຮົາມີຢູ່ຄື: ໃນນາມຂອງພຣະເຢຊູຄຣິດໄທນາສາເຫລັດເຮົາສັ່ງໃຫ້ເຈົ້າລຸກຂຶ້ນ ແລະ ຍ່າງໄປ.”
ນັ້ນເປັນການເຊື້ອເຊີນທີ່ມີພະລັງຈາກຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ ບໍ່ແມ່ນບໍ? ແຕ່ເປໂຕບໍ່ໄດ້ຈົບວຽກງານດ້ວຍການເຊຶ້ອເຊີນເທົ່ານັ້ນ. ພຣະຄຳພີຂໍ້ຕໍ່ໄປບອກເຮົາວ່າ “ເປໂຕກໍຈັບມືຂວາຂອງຊາຍຄົນນີ້, ແລະ ຊ່ອຍລາວໃຫ້ລຸກຂຶ້ນ: ໃນທັນໃດນັ້ນ ຕີນ ແລະ ຂໍ່ຕີນຂອງລາວກໍມີແຮງ.
“ລາວກະໂດດຂຶ້ນຢືນ ແລະ ເລີ່ມຕົ້ນຍ່າງໄປມາ, ແລ້ວລາວກໍ ເຂົ້າໄປພຣະວິຫານກັບເຂົາທັງສອງ, ທັງຍ່າງທັງເຕັ້ນ, ແລະ ທັງສັນລະເສີນພຣະເຈົ້າ.”4
ອີກຄວາມໝາຍໜຶ່ງ, ເປໂຕບໍ່ພຽງແຕ່ໃຊ້ສິດອຳນາດຂອງຖານະປະໂລຫິດຂອງລາວເທົ່ານັ້ນ ແລະ ເຊື້ອເຊີນຊາຍຄົນນັ້ນໃຫ້ລຸກຂຶ້ນ ແລະ ຍ່າງໄປມາ. ເພິ່ນໄດ້ຕິດຕາມຜົນຕໍ່ໄປໃນການເຊື້ອເຊີນຂອງເພິ່ນໂດຍການເອື້ອມອອກໄປຊ່ອຍຊາຍຄົນນັ້ນ, ຈັບເອົາມືຂວາຂອງລາວ, ດຶງລາວຂຶ້ນ, ແລະ ແລ້ວຍ່າງເຂົ້າໄປໃນພຣະວິຫານນຳລາວ.
ຕາມຕົວຢ່າງຂອງເປໂຕ, ຂ້າພະເຈົ້າຂໍແນະນຳວ່າເຮົາທຸກຄົນສາມາດມີສ່ວນຮ່ວມຢ່າງສະໝ່ຳສະເໝີໃນວຽກງານເຜີຍແຜ່ໂດຍການເອົາສັດທາມາແທນຄວາມຢ້ານກົວ, ເຊື້ອເຊີນຄົນໃດຄົນໜຶ່ງວ່າຢ່າງນ້ອຍໜຶ່ງເທື່ອແຕ່ລະສາມເດືອນ—ສີ່ເທື່ອຕໍ່ປີ—ໃຫ້ໄດ້ຮັບການສອນຈາກຜູ້ສອນສາດສະໜາເຕັມເວລາ. ເຂົາເຈົ້າພ້ອມທີ່ຈະສອນໂດຍພຣະວິນຍານ ດ້ວຍການດົນໃຈທີ່ຈິງໃຈ ແລະ ເລິກຊຶ້ງຈາກພຣະຜູ້ເປັນເຈົ້າ. ພ້ອມກັນເຮົາສາມາດຕິດຕາມຜົນຂອງການເຊື້ອເຊີນຂອງເຮົາຕໍ່ໄປ ແລະ ຈັບມືຄົນອື່ນ, ຍົກເຂົາເຈົ້າຂຶ້ນ ແລະ ຍ່າງໄປກັບເຂົາເຈົ້າໃນການເດີນທາງທາງວິນຍານຂອງເຂົາເຈົ້າ.
ເພື່ອຈະຊ່ອຍໄດ້ໃນຂັ້ນຕອນນີ້, ຂ້າພະເຈົ້າຂໍເຊື້ອເຊີນສະມາຊິກທຸກຄົນ, ບໍ່ວ່າການເອີ້ນໃນປະຈຸບັນຂອງທ່ານຈະເປັນອັນໃດ ຫລື ວ່າໃນລະດັບຄວາມເຂັ້ມແຂງໃນສາດສະໜາຈັກຈະເປັນແບບໃດກໍຕາມ, ໃຫ້ມີປຶ້ມ ຈົ່ງສອນພຣະກິດຕິຄຸນຂອງເຮົາ. ມັນມີຂາຍຢູ່ໃນສູນຈຳໜ່າຍ ແລະ ມີບໍລິການທາງອິນເຕີແນັດ. ທ່ານສາມາດເປີດອ່ານ ຫລື ດາວໂຫລດໄດ້ຟຣີ ທາງອິນເຕີແນັດ. ມັນເປັນຄູ່ມືສຳລັບວຽກງານການເຜີຍແຜ່—ຊຶ່ງໝາຍຄວາມວ່າມັນເປັນຄູ່ມືສຳລັບເຮົາທຸກຄົນ. ຂໍໃຫ້ອ່ານມັນ, ສຶກສາມັນ, ແລະ ແລ້ວນຳໃຊ້ສິ່ງທີ່ທ່ານຮຽນຮູ້ເພື່ອຊ່ອຍທ່ານໃຫ້ເຂົ້າໃຈວິທີທີ່ຈະນຳຈິດວິນຍານມາສູ່ພຣະຄຣິດ ຜ່ານການເຊື້ອເຊີນ ແລະ ການຕິດຕາມຜົນຕໍ່ໄປ. ດັ່ງທີ່ປະທານທອມມັສ ແອັສ ມອນສັນ ໄດ້ກ່າວວ່າ: “ນີ້ຄືເວລາທີ່ສະມາຊິກ ແລະ ຜູ້ສອນສາດສະໜາຈະຮ່ວມໄມ້ຮ່ວມມືກັນ, ເຮັດວຽກນຳກັນ, ເພື່ອອອກແຮງງານໃນສວນອະງຸ່ນຂອງພຣະຜູ້ເປັນເຈົ້າ ເພື່ອນຳຈິດວິນຍານມາສູ່ພຣະອົງ.”5
ພຣະເຢຊູຄຣິດໄດ້ສອນສານຸສິດຂອງພຣະອົງວ່າ:
“ການເກັບກ່ຽວກໍກວ້າງໃຫຍ່, ແຕ່ມີຄົນງານນ້ອຍເພື່ອຮວບຮວມໄວ້;
“ຈົ່ງອ້ອນວອນຂໍນຳເຈົ້າຂອງແຫ່ງການເກັບກ່ຽວ, ໃຫ້ໃຊ້ຄົນງານມາຫລາຍຂຶ້ນເພື່ອຮວບຮວມການເກັບກ່ຽວຂອງຕົນໄວ້.”6
ພຣະຜູ້ເປັນເຈົ້າໄດ້ຕອບຄຳອຳທິຖານນັ້ນແລ້ວໃນວັນເວລາຂອງເຮົາດ້ວຍ ຈຳນວນຂອງຜູ້ສອນສາດສະໜາເຕັມເວລາທີ່ຫລາຍທີ່ສຸດທີ່ເຄີຍມີມາກ່ອນໃນປະຫວັດສາດຂອງໂລກ. ໃນການເພີ່ມຈຳນວນຄົນງານທີ່ຊື່ສັດ, ພຣະຜູ້ເປັນເຈົ້າໄດ້ມອບໂອກາດໃຫ້ເຮົາອີກເພື່ອຈະຊ່ອຍພຣະອົງໃນການເກັບກ່ຽວທີ່ຍິ່ງໃຫຍ່ຂອງຈິດວິນຍານນັ້ນ.
ມີວິທີທາງທີ່ໃຊ້ການໄດ້ສຳລັບສະມາຊິກທີ່ຈະຊ່ອຍ ແລະ ສະໜັບສະໜູນຜູ້ສອນສາດສະໜາທີ່ປະເສີດຂອງເຮົາ. ຍົກຕົວຢ່າງ, ທ່ານສາມາດບອກຜູ້ສອນສາດສະໜາວ່າທ່ານກຳລັງສຶກສາປຶ້ມ ຈົ່ງສອນພຣະກິດຕິຄຸນຂອງເຮົາ ແລະ ຂໍໃຫ້ເຂົາເຈົ້າສະແດງໃຫ້ທ່ານເຫັນສິ່ງທີ່ເຂົາເຈົ້າກຳລັງຮຽນຢູ່ໃນການສຶກສາຂອງເຂົາເຈົ້າ. ເມື່ອທ່ານແບ່ງປັນນຳກັນ, ຄວາມໝັ້ນໃຈທີ່ເພີ່ມທະວີຂຶ້ນລະຫວ່າງທ່ານ ແລະ ຜູ້ສອນສາດສະໜາເຕັມເວລາຈະກ້າວໄປໜ້າຢ່າງແນ່ນອນ, ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ບັນຊາວ່າ:
ເພື່ອວ່າມະນຸດທຸກຄົນ [ຊາຍ ແລະ ຍິງ] ຈະໄດ້ກ່າວໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ, ແມ່ນແຕ່ພຣະຜູ້ຊ່ອຍໃຫ້ລອດຂອງໂລກ.7
ແລະ ພຣະອົງໄດ້ສົ່ງສະມາຊິກອອກໄປໃຫ້ເປັນພະຍານ ແລະ ເຕືອນຜູ້ຄົນ, ແລະ ໄດ້ກ່າວວ່າທຸກຄົນທີ່ໄດ້ຮັບການເຕືອນ ຈະເຕືອນເພື່ອນບ້ານຂອງຕົນ.8
ອ້າຍເອື້ອຍນ້ອງທັງຫລາຍ, ທ່ານຄິດເຖິງຜົນສະທ້ອນນັ້ນໄດ້ບໍ ຖ້າຫາກຄອບຄົວ ແລະ ໝູ່ເພື່ອນເອົາສິ່ງທີ່ເຂົາເຈົ້າກຳລັງຮຽນຮູ້ຢູ່ຈາກການສຶກສາສ່ວນຕົວຂອງເຂົາເຈົ້າຈາກປຶ້ມ ຈົ່ງສອນພຣະກິດຕິຄຸນຂອງເຮົາ ຮ່ວມເຂົ້າໃນຈົດໝາຍ ແລະ ອີເມວຂອງເຂົາເຈົ້າເຖິງຜູ້ສອນສາດສະໜາເຕັມເວລາ? ທ່ານສາມາດເຫັນພອນທີ່ຈະມາສູ່ຄອບຄົວເມື່ອເຂົາເຈົ້າຮູ້ ແລະ ເຂົ້າໃຈດີຂຶ້ນເຖິງສິ່ງທີ່ລູກຊາຍ ແລະ ລູກສາວຂອງເຂົາເຈົ້າຈະສຶກສາ ແລະ ສັ່ງສອນໃນການເຜີຍແຜ່ຂອງພວກເຂົາ? ແລະ ແລ້ວທ່ານສາມາດເລີ່ມເຂົ້າໃຈເຖິງຄວາມເລິກຊຶ້ງຂອງພຣະຄຸນແຫ່ງການຊົດໃຊ້ທີ່ຈະເປັນຂອງເຮົາ, ເປັນສ່ວນບຸກຄົນ ແລະ ທັງສ່ວນລວມ, ຕາມຄຳສັນຍາຂອງພຣະຜູ້ຊ່ອຍໃຫ້ລອດຕໍ່ທຸກຄົນທີ່ສະແດງປະຈັກພະຍານໃນຂັ້ນຕອນຂອງການເຊື້ອເຊີນຈິດວິນຍານໃຫ້ມາສູ່ພຣະອົງ—ແລະ ແລ້ວຕິດຕາມຜົນຕໍ່ໄປນຳການເຊື້ອເຊີນເຫລົ່ານັ້ນ.
ພຣະຜູ້ເປັນເຈົ້າໄດ້ກ່າວຜ່ານສາດສະດາໂຈເຊັບ ສະມິດ ວ່າ ເມື່ອເຮົາແບ່ງປັນພຣະກິດຕິຄຸນ ເຮົາຈະໄດ້ຮັບພອນ, ເພາະປະຈັກພະຍານທີ່ເຮົາກ່າວ ຈະຖືກບັນທຶກໄວ້ໃນສະຫວັນເພື່ອເຫລົ່າທູດຈະເບິ່ງ, ແລະ ເພິ່ນຊື່ນຊົມໃນເຮົາ, ແລະ ບາບຂອງເຮົາໄດ້ຮັບການໃຫ້ອະໄພແລ້ວ.9
ພຣະຜູ້ເປັນເຈົ້າໄດ້ສັນຍາວ່າພຣະອົງຈະໃຫ້ອະໄພບາບຂອງເຮົາ, ແລະ ແລ້ວໄດ້ໃຫ້ພຣະບັນຍັດນີ້ວ່າ ໃຫ້ເຮົາຄົງຢູ່ຢ່າງໝັ້ນຄົງໃນການສະແດງປະຈັກພະຍານແກ່ທົ່ວໂລກ ເຖິງເລື່ອງເຫລົ່ານັ້ນຊຶ່ງຕິດຕໍ່ມາເຖິງເຮົາ.10
ຖ້າຫາກເຮົາຕິດຕາມຜົນຕໍ່ໄປ, ພຣະຜູ້ເປັນເຈົ້າຈະບໍ່ປະຖິ້ມເຮົາ. ຂ້າພະເຈົ້າໄດ້ເຫັນຄວາມປິຕິຍິນດີທີ່ເກີນກວ່າຈະອະທິບາຍໄດ້ ທີ່ຕິດຕາມມານຳການເຊື້ອເຊີນທີ່ຖືກກະຕຸ້ນດ້ວຍປະຈັກພະຍານ ແລະ ການຕິດຕາມຜົນທີ່ຊື່ສັດໃນບັນດາສະມາຊິກຂອງສາດສະໜາຈັກ ຕະຫລອດທົ່ວໂລກ. ຕອນຂ້າພະເຈົ້າໄດ້ຢູ່ປະເທດອາຊັງຕີນບໍ່ດົນມານີ້, ຂ້າພະເຈົ້າໄດ້ຊຸກຍູ້ສະມາຊິກໃຫ້ເຊື້ອເຊີນຄົນມາໂບດກ່ອນກອງປະຊຸມໃຫຍ່ສາມັນນີ້. ເດັກຊາຍຄົນໜຶ່ງອາຍຸແປດປີ ຊື່ ຈະຊົວ ໄດ້ຮັບຟັງ ແລະ ໄດ້ເຊີນໝູ່ເພື່ອນທີ່ຮັກຂອງລາວ ແລະ ຄອບຄົວຂອງເພື່ອນລາວ ມາການເປີດຊົມທີ່ຫວອດຂອງລາວໃນເມືອງບວຍໂນ ອາເຣສ. ຂ້າພະເຈົ້າຂໍອ່ານຈາກຈົດໝາຍທີ່ຂ້າພະເຈົ້າຫາກໍໄດ້ຮັບ ທີ່ອະທິບາຍເຖິງການເຊື້ອເຊີນຂອງທ້າວຈະຊົວ ແລະ ການຕິດຕາມຜົນຕໍ່ໄປຂອງລາວວ່າ:
“ທຸກໆນາທີ ທ້າວຈະຊົວ ໄດ້ແລ່ນອອກໄປຫາປະຕູ ເພື່ອຈະເຫັນວ່າໝູ່ເພື່ອນຂອງລາວໄດ້ມາ. ລາວໄດ້ເວົ້າວ່າ ລາວຮູ້ວ່າເຂົາເຈົ້າຈະ [ມາ].
“ເວລາກໍໄດ້ຜ່ານໄປ ແລະ ໝູ່ເພື່ອນຂອງທ້າວຈະຊົວກໍບໍ່ໄດ້ມາ, ແຕ່ທ້າວຈະຊົວບໍ່ໄດ້ທໍ້ຖອຍ. ລາວໄດ້ກວດເບິ່ງປະຕູຢ່າງຊື່ສັດທຸກໆສາມສີ່ນາທີ. ເກືອບເຖິງເວລາທີ່ຈະມ້ຽນມັດສິ່ງຂອງເອົາໄວ້ ເມື່ອທ້າວຈະຊົວໄດ້ເຕັ້ນຂຶ້ນເຕັ້ນລົງ ແລະ ປະກາດວ່າ, ‘ເຂົາເຈົ້າມາຮອດແລ້ວ! ເຂົາເຈົ້າມາຮອດແລ້ວ!’ ຂ້າພະເຈົ້າໄດ້ເງີຍໜ້າຂຶ້ນເຫັນໝົດທັງຄອບຄົວໄດ້ພາກັນຍ່າງມາໂບດ. ທ້າວຈະຊົວໄດ້ແລ່ນໄປທັກທາຍເຂົາເຈົ້າ ແລະ ໂອບກອດໝູ່ເພື່ອນຂອງລາວ. ເຂົາເຈົ້າໄດ້ພາກັນມາ ແລະ ປະກົດວ່າມ່ວນຊື່ນນຳການທ່ຽວຊົມນັ້ນຫລາຍ. ເຂົາເຈົ້າໄດ້ເອົາປຶ້ມນ້ອຍຫລາຍຢ່າງ ແລະ ໄດ້ໃຊ້ເວລາຫລາຍເພື່ອຮູ້ຈັກກັນກັບໝູ່ເພື່ອນຄົນໃໝ່. ມັນເປັນສິ່ງດີທີທີ່ໄດ້ເຫັນສັດທາຂອງເດັກຊາຍນ້ອຍຄົນນີ້ ແລະ ຮູ້ວ່າເດັກປະຖົມໄວກໍສາມາດເປັນຜູ້ສອນສາດສະໜາໄດ້ຄືກັນ.”11
ມັນເປັນປະຈັກພະຍານຂອງຂ້າພະເຈົ້າວ່າ ເມື່ອເຮົາພະຍາຍາມເຮັດວຽກງານດ້ວຍກັນ, ການສະແຫວງຫາຜູ້ຄົນ, ການເຊື້ອເຊີນ, ແລະ ການຕິດຕາມຜົນຕໍ່ໄປດ້ວຍຄວາມໄວ້ວາງໃຈ ແລະ ສັດທາ, ແລ້ວພຣະຜູ້ເປັນເຈົ້າຈະພໍພຣະໄທກັບເຮົາ ແລະ ຫລາຍຮ້ອຍຫລາຍພັນຄົນຂອງລູກໆຂອງພຣະເຈົ້າ ຈະພົບເຫັນຈຸດປະສົງ ແລະ ສັນຕິສຸກໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຂໍໃຫ້ພຣະຜູ້ເປັນເຈົ້າຈົ່ງອວຍພອນເຮົາທຸກຄົນໃນຄວາມພະຍາຍາມຂອງເຮົາເຖີດ ທີ່ຈະເລັ່ງວຽກງານແຫ່ງຄວາມລອດ, ຂ້າພະເຈົ້າອະທິຖານໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.