ການຟື້ນຄືນຊີວິດຂອງພຣະເຢຊູຄຣິດ
ພຣະເຢຊູແຫ່ງນາສາເຫລັດເປັນພຣະຜູ້ໄຖ່ທີ່ໄດ້ຟື້ນຄືນຊີວິດແລ້ວ, ແລະ ຂ້າພະເຈົ້າເປັນພະຍານເຖິງທຸກສິ່ງທີ່ເກີດຂຶ້ນຈາກ ຄວາມຈິງ ເຖິງການຟື້ນຄືນຊີວິດ.
ພາບທີ່ຜ່າຍແພ້ ແລະ ໝົດຫວັງໄດ້ເກີດຂຶ້ນກັບສານຸສິດຂອງພຣະອົງ ໃນຂະນະທີ່ພຣະເຢຊູໄດ້ຮັບທຸກທໍລະມານ ແລະ ໄດ້ສິ້ນພຣະຊົນຢູ່ເທິງໄມ້ກາງແຂນ ແລະ ພຣະສົບຂອງພຣະອົງໄດ້ຖືກເອົາໄປວາງໄວ້ຢູ່ໃນອຸບໂມງ. ເຖິງແມ່ນພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວເລື້ອຍໆເຖິງການສິ້ນພຣະຊົນຂອງພຣະອົງ ແລະ ເຖິງການຟື້ນຄືນອີກ, ແຕ່ເຂົາເຈົ້າບໍ່ໄດ້ເຂົ້າໃຈ. ເຖິງຢ່າງໃດກໍຕາມ, ບໍ່ດົນຫລັງຈາກຕອນບ່າຍທີ່ມືດມົວຂອງວັນຄຶງນັ້ນ, ກໍກາຍເປັນຮຸ່ງເຊົ້າທີ່ປິຕິຍິນດີຂອງການຟື້ນຄືນພຣະຊົນ. ແຕ່ຄວາມປິຕິຍິນດີໄດ້ມາເຖິງ ພຽງແຕ່ເພາະການເປັນພະຍານເຖິງການຟື້ນຄືນຊີວິດ, ແມ່ນແຕ່ການປະກາດຂອງເຫລົ່າທູດວ່າພຣະອົງໄດ້ຟື້ນແລ້ວ ເທື່ອທຳອິດກໍບໍ່ສາມາດເຂົ້າໃຈໄດ້—ມັນແມ່ນບາງສິ່ງທີ່ບໍ່ເຄີຍເກີດຂຶ້ນມາກ່ອນ.
ນາງມາຣີ ໄທມັກດາຣາ ແລະ ຜູ້ຍິງທີ່ຊື່ສັດສອງສາມຄົນ ໄດ້ໄປຫາອຸບໂມງຂອງພຣະຜູ້ຊ່ອຍໃຫ້ລອດ ໃນຕອນເຊົ້າຂອງວັນອາທິດ, ເພື່ອຊະໂລມພຣະສົບຂອງພຣະຜູ້ເປັນເຈົ້າດ້ວຍນ້ຳຫອມ ກ່ອນວັນຊະບາໂຕ. ໃນເຊົ້າມື້ນີ້, ພວກນາງໄດ້ພົບເຫັນປະຕູອຸບໂມງເປີດຢູ່, ແລະ ຫີນທີ່ປິດປະຕູໄດ້ຖືກກິ້ງອອກ, ແລ້ວທູດສະຫວັນສອງອົງໄດ້ປະກາດວ່າ:
“ເປັນຫຍັງພວກເຈົ້າຈຶ່ງຊອກຫາຄົນເປັນຢູ່ໃນໝູ່ຄົນຕາຍ?
“ພຣະອົງບໍ່ໄດ້ຢູ່ທີ່ນີ້, ພຣະອົງເປັນຄືນມາສູ່ຊີວິດແລ້ວ, ຈົ່ງລະນຶກເຖິງຖ້ອຍຄຳທີ່ພຣະອົງກ່າວແກ່ພວກເຈົ້າ ເມື່ອພຣະອົງຢູ່ໃນແຂວງຄາລີເລ,
“ບຸດມະນຸດຕ້ອງຖືກມອບໄວ້ໃນມືຂອງບັນດາຄົນບາບ ແລະ ຖືກຄຶງໄວ້ທີ່ໄມ້ກາງແຂນ ແລ້ວໃນວັນຖ້ວນສາມກໍຈະເປັນຄືນມາສູ່ຊີວິດ.”1
“ຈົ່ງມາເບິ່ງບ່ອນທີ່ເຂົາວາງພຣະອົງໄວ້.
“ຈົ່ງຟ້າວໄປບອກພວກສາວົກຂອງພຣະອົງວ່າ ພຣະອົງເປັນຄືນມາຈາກຕາຍແລ້ວ.”2
ດັ່ງທີ່ໄດ້ຖືກຮັບສັ່ງຈາກທູດ, ນາງມາຣີໄທມັກດາຣາຈຶ່ງໄດ້ຫລຽວເຂົ້າໄປໃນອຸບໂມງ, ແຕ່ເບິ່ງຄືວ່າ ນາງພຽງແຕ່ສົນໃຈເລື່ອງພຣະສົບຂອງພຣະຜູ້ເປັນເຈົ້າທີ່ຫາຍໄປ. ນາງໄດ້ຟ້າວໄປລາຍງານຕໍ່ອັກຄະສາວົກ, ແລ້ວ ໄດ້ກ່າວກັບເປໂຕ ແລະ ໂຢຮັນວ່າ, “ເຂົາໄດ້ເອົາສົບຂອງພຣະອາຈານອອກຈາກອຸບໂມງແລ້ວ ແລະ ພວກເຮົາບໍ່ຮູ້ວ່າເຂົາເອົາໄປໄວ້ໃສ.”3 ເປໂຕ ແລະ ໂຢຮັນ ໄດ້ແລ່ນໄປຫາອຸບໂມງເພື່ອຄວາມແນ່ໃຈ ແລະ ເຫັນວ່າອຸງໂມງວ່າງເປົ່າ, ໄດ້ເຫັນ “ຜ້າປ່ານກອງຢູ່ … ແລະ ຜ້າພັນຫົວຂອງພຣະອົງທີ່ບໍ່ໄດ້ກອງໃສ່ກັບຜ້າອື່ນໆ … ມ້ວນໄວ້ຕ່າງຫາກ.”4 ໂຢຮັນໄດ້ເປັນຜູ້ທຳອິດທີ່ເຂົ້າໃຈຂ່າວສານເລື່ອງການຟື້ນຄືນຊີວິດ. ເພິ່ນໄດ້ຂຽນວ່າ “ລາວໄດ້ເຫັນ, ແລະ ໄດ້ເຊື່ອ,” ເຖິງແມ່ນໃນເວລານັ້ນ ຄົນອື່ນໆ, “ບໍ່ເຂົ້າໃຈໃນຂໍ້ພຣະຄຳພີທີ່ມີຂຽນໄວ້ວ່າ, [ພຣະເຢຊູ] ຈະຕ້ອງເປັນຄືນມາຈາກຕາຍ.”5
ເປໂຕ ແລະ ໂຢຮັນ ໄດ້ຈາກໄປ. ແຕ່ນາງມາຣີຍັງຢູ່ໃນນັ້ນຮ້ອງໄຫ້ຢູ່. ໃນເວລາດຽວກັນນັ້ນ ທູດໄດ້ກັບຄືນມາ ແລະ ໄດ້ຖາມນາງດ້ວຍຄວາມອ່ອນໂຍນວ່າ, “ນາງເອີຍ, ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້? ນາງຕອບວ່າ ເພາະເຂົາໄດ້ເອົາພຣະສົບພຣະອາຈານຂອງຂ້ານ້ອຍໄປແລ້ວ ແລະ ຂ້ານ້ອຍບໍ່ຮູ້ວ່າເຂົາເອົາໄປໄວ້ໃສ.”6 ທັນໃດນັ້ນ ພຣະຜູ້ຊ່ອຍໃຫ້ລອດທີ່ໄດ້ຟື້ນຄືນຊີວິດ ໄດ້ມາຢືນຢູ່ຂ້າງຫລັງນາງ ແລະ ກ່າວວ່າ, “ນາງເອີຍ ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້? ເຈົ້າຊອກຫາຜູ້ໃດ? ນາງຄິດວ່າເປັນຄົນຮັກສາສວນ ນາງຈຶ່ງຕອບວ່າ ທ່ານເອີຍ ຖ້າທ່ານໄດ້ເອົາສົບຂອງເພິ່ນໄປ ບອກໃຫ້ຂ້ານ້ອຍຮູ້ແດ່ວ່າທ່ານເອົາໄປໄວ້ໃສ ແລ້ວຂ້ານ້ອຍກໍຈະໄປນຳເອົາສົບຂອງພຣະອົງອອກໄປ.”7
ແອວເດີ ເຈມ ອີ ທາດເມດ ໄດ້ຂຽນວ່າ: “ນັ້ນແມ່ນພຣະເຢຊູຜູ້ທີ່ນາງໄດ້ກ່າວເຖິງ, ພຣະຜູ້ເປັນເຈົ້າຜູ້ທີ່ນາງຮັກ, ເຖິງແມ່ນນາງບໍ່ຮູ້. ຖ້ອຍຄຳໜຶ່ງຈາກພຣະໂອດຂອງພຣະອົງ ໄດ້ປ່ຽນຄວາມໂສກເສົ້າຂອງນາງ ເປັນຄວາມຊື່ນຊົມ. ‘ພຣະເຢຊູໄດ້ກ່າວກັບນາງວ່າ, ມາຣີເອີຍ.’ ສຽງອັນອ່ອນໂຍນຂອງພຣະອົງທີ່ນາງໄດ້ຍິນ ແລະ ຮັກໃນຄາວເມື່ອກ່ອນ ໄດ້ຍົກນາງຂຶ້ນຈາກຄວາມໂສກເສົ້າທີ່ສຸດ. ນາງໄດ້ຫັນໜ້າໄປ ແລະ ໄດ້ເຫັນພຣະຜູ້ເປັນເຈົ້າ. ໃນຄວາມປິຕິຍິນດີນັ້ນ, ນາງໄດ້ເອື້ອມມືອອກໄປ ເພື່ອຈະໂອບກອດພຣະອົງ, ພ້ອມທັງກ່າວຄຳທີ່ຮັກໄຄ່ ແລະ ນະມັດສະການວ່າ, ‘ຣັບໂບນີ,’ ໝາຍຄວາມວ່າ ພຣະອາຈານທີ່ຮັກຂອງຂ້ານ້ອຍ.”8
ສະນັ້ນ, ສະຕີທີ່ດີເລີດຄົນນີ້ ໄດ້ກາຍເປັນມະນຸດຄົນທຳອິດໄດ້ເຫັນ ແລະ ໄດ້ກ່າວກັບພຣະຄຣິດທີ່ໄດ້ຟື້ນຄືນຊີວິດ. ຕໍ່ມາໃນມື້ດຽວກັນນັ້ນ ພຣະອົງໄດ້ປະກົດຕົວຕໍ່ເປໂຕຢູ່ໃນເມືອງ ຫລື ໃກ້ເມືອງເຢຣູຊາເລັມ;9 ຕໍ່ສານຸສິດສອງຄົນຢູ່ໃນເສັ້ນທາງໄປຫາ ເອມາອຸດ;10 ແລະ ພຣະອົງໄດ້ມາປະກົດຕໍ່ອັກຄະສາວົກ 10 ຄົນ ແລະ ຄົນອື່ນໆ, ແລ້ວກ່າວວ່າ, “ຈົ່ງເບິ່ງມື ແລະ ຕີນຂອງເຮົາດູ ນີ້ແມ່ນເຮົາເອງແທ້ໆ. ຈົ່ງຄຳເບິ່ງຕົວເຮົາ ແລະ ພວກເຈົ້າກໍຈະຮູ້ ເພາະວ່າຜີບໍ່ມີເນື້ອໜັງ, ບໍ່ມີກະດູກດັ່ງທີ່ພວກເຈົ້າເຫັນເຮົາມີຢູ່ນີ້.”11 ແລ້ວໄດ້ໃຫ້ເຂົາເຈົ້າແນ່ໃຈອີກວ່າ “ເມື່ອຍັງບໍ່ວາງໃຈເຊື່ອເພາະຄວາມຊົມຊື່ນຍິນດີອັນໃຫຍ່,”12 ພຣະອົງໄດ້ກິນປາປີ້ງ ແລະ ນ້ຳເຜິ້ງຢູ່ຕໍ່ໜ້າເຂົາເຈົ້າ.13 ຈາກນັ້ນພຣະອົງໄດ້ແນະນຳເຂົາເຈົ້າວ່າ, “ພວກເຈົ້າຈະເປັນພະຍານໃຫ້ແກ່ເຮົາໃນນະຄອນເຢຣູຊາເລັມ ຕະຫລອດທົ່ວທັງແຂວງຢູດາຍກັບຊາມາເຣຍ ແລະ ຈົນເຖິງທີ່ສຸດປາຍແຜ່ນດິນໂລກ.”14
ນອກເໜືອໄປຈາກການເປັນພະຍານຢືນຢັນເຫລົ່ານີ້ໃນເຢຣູຊາເລັມແລ້ວ, ເຮົາຍັງມີການປະຕິບັດສາດສະໜາກິດທີ່ປຽບທຽບບໍ່ໄດ້ຂອງພຣະຜູ້ເປັນເຈົ້າທີ່ຊົງພຣະຊົນຕໍ່ຜູ້ອາໄສຢູ່ໂລກເບື້ອງຕາເວັນຕົກອີກ. ໃນເມືອງບາວທີຟູນ, ພຣະອົງໄດ້ສະເດັດລົງມາຈາກສະຫວັນ ແລະ ໄດ້ເຊື້ອເຊີນຜູ້ຄົນຈຳນວນ 2,500 ຄົນ ໃຫ້ເຂົ້າມາຫາພຣະອົງເທື່ອລະຄົນ ຈົນກວ່າທຸກຄົນໄດ້ແຕະຕ້ອງຂ້າງ ແລະ ພຣະຫັດ ແລະ ພຣະບາດຂອງພຣະອົງ.15
“ແລະ ຫລັງຈາກທີ່ພວກເຂົາທຸກຄົນໄດ້ອອກໄປ ແລະ ໄດ້ເຫັນດ້ວຍຕາຂອງຕົວເອງແລ້ວ, ພວກເຂົາໄດ້ຮ້ອງອອກມາເປັນສຽງດຽວກັນ, ມີຄວາມວ່າ:
“ໂຮຊັນນາ! ຂໍພຣະນາມຂອງພຣະເຈົ້າຜູ້ສູງສຸດຈົ່ງພຣະກະເສີມສຳລານເຖີດ! ແລ້ວພວກເຂົາກໍໄດ້ກາບລົງແທບພຣະບາດຂອງພຣະເຢຊູ ແລະ ໄດ້ນະມັດສະການພຣະອົງ.”16
ການຟື້ນຄືນຊີວິດຂອງພຣະຄຣິດ ໄດ້ສະແດງໃຫ້ເຫັນວ່າ ການຊົງພຣະຊົນຢູ່ຂອງພຣະອົງ ເປັນເອກະລາດ ແລະ ເປັນນິດ. “ພຣະບິດາເຈົ້າມີຊີວິດໃນພຣະອົງເອງສັນໃດ ພຣະອົງກໍໄດ້ໃຫ້ພຣະບຸດມີຊີວິດໃນພຣະອົງເອງສັນນັ້ນ.”17 ພຣະເຢຊູ ໄດ້ກ່າວວ່າ:
“ດ້ວຍເຫດນີ້ພຣະບິດາເຈົ້າ ຈົ່ງຮັກເຮົາເພາະເຮົາສະລະຊີວິດຂອງເຮົາ ເພື່ອຈະຮັບຊີວິດນັ້ນຄືນມາ.
“ບໍ່ມີຜູ້ໃດຍາດເອົາຊີວິດໄປຈາກເຮົາ, ແຕ່ເຮົາສະລະຊີວິດດ້ວຍໃຈສະໝັກຂອງເຮົາເອງ, ເຮົາມີສິດທີ່ຈະສະລະຊີວິດນັ້ນ ແລະ ມີສິດທີ່ຈະຮັບເອົາຄືນ.”18
ພຣະອົງບໍ່ໄດ້ເພິ່ງພາອາໄສອາຫານ ຫລື ນ້ຳ ຫລື ອ໊ອກຊີເຢັນ ຫລື ວັດຖຸໃດໆທັງສິ້ນ, ຫລື ອຳນາດ, ຫລື ບຸກຄົນໃດສຳລັບຊີວິດ. ພຣະເຢໂຮວາ ແລະ ພຣະເມຊີອາ ທັງສອງພຣະອົງເປັນຜູ້ຍິ່ງໃຫຍ່, ເປັນພຣະເຈົ້າທີ່ຊົງພຣະຊົນຢູ່ຢ່າງເປັນເອກະລາດ.19 ພຣະອົງຈະຊົງພຣະຊົນຢູ່ຕະຫລອດການ.
ໂດຍການຊົດໃຊ້ ແລະ ການຟື້ນຄືນຊີວິດຂອງພຣະອົງ, ພຣະເຢຊູຄຣິດໄດ້ເອົາຊະນະການຕົກທຸກຢ່າງ. ຄວາມຕາຍທາງຮ່າງກາຍຈະເປັນພຽງຊົ່ວຄາວ, ແລະ ແມ່ນແຕ່ຄວາມຕາຍທາງວິນຍານກໍມີທີ່ສຸດໄດ້, ເພາະເຮົາທຸກຄົນຈະໄດ້ກັບຄືນສູ່ທີ່ປະທັບຂອງພຣະເຈົ້າ, ຢ່າງໜ້ອຍຊົ່ວຄາວ, ເພື່ອຖືກພິພາກສາ. ເຮົາສາມາດມີຄວາມໄວ້ວາງໃຈ ແລະ ຄວາມເຊື່ອໝັ້ນຢ່າງສູງສຸດໄດ້ ໃນອຳນາດຂອງພຣະອົງ ທີ່ຈະເອົາຊະນະທຸກສິ່ງ ແລະ ໄດ້ຮັບຊີວິດອັນເປັນນິດ.
“ເພາະວ່າຄວາມຕາຍໄດ້ມີມາທາງມະນຸດສັນໃດ, ການຄືນມາຈາກຕາຍກໍມີມາທາງມະນຸດສັນນັ້ນ.
“ດ້ວຍວ່າຄົນທັງປວງໄດ້ຕາຍ, ເພາະກ່ຽວເນື່ອງກັບອາດາມສັນໃດ, ຄົນທັງປວງກໍຈະຖືກບັນດານໃຫ້ມີຊີວິດ ເພາະກ່ຽວເນື່ອງກັບພຣະຄຣິດສັນນັ້ນ.”20
ໃນຖ້ອຍຄຳຂອງແອວເດີ ນຽວ ເອ ແມ໊ກສະແວວ: “ການທີ່ພຣະຄຣິດເອົາຊະນະຄວາມຕາຍ ໄດ້ເຮັດໃຫ້ສະພາບການທີ່ລຳບາກຂອງມະນຸດສິ້ນສຸດລົງ. ບັດນີ້ ມີແຕ່ສະພາບການທີ່ລຳບາກເປັນສ່ວນຕົວເທົ່ານັ້ນ, ແລະ ຈາກສິ່ງເຫລົ່ານີ້ ເຮົາຄືກັນຈະຖືກຊ່ອຍກູ້ ໂດຍການເຮັດຕາມຄຳສອນຂອງພຣະອົງ ຜູ້ຊ່ອຍກູ້ເຮົາຈາກຄວາມດັບສູນທົ່ວໄປ.”21
ໂດຍທີ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຄວາມຍຸດຕິທຳ, ບັດນີ້ ພຣະຄຣິດຈຶ່ງໄດ້ກ້າວເຂົ້າໄປໃນສະຖານທີ່ຍຸດຕິທຳ; ຫລື ເຮົາອາດເວົ້າໄດ້ວ່າ, ພຣະອົງເປັນຄວາມຍຸດຕິທຳ, ພຣະອົງເປັນຄວາມຮັກ.22 ເຊັ່ນດຽວກັນນັ້ນ, ນອກເໜືອໄປຈາກການເປັນພຣະເຈົ້າທີ່ຍຸດຕິທຳແລ້ວ, ພຣະອົງຍັງເປັນພຣະເຈົ້າທີ່ມີຄວາມເມດຕາອັນສົມບູນນຳອີກ.23 ດັ່ງນັ້ນ, ພຣະຜູ້ຊ່ອຍໃຫ້ລອດຈຶ່ງເຮັດໃຫ້ທຸກສິ່ງຖືກຕ້ອງ. ບໍ່ມີຄວາມຍຸດຕິທຳໃດໃນໂລກນີ້ທີ່ຖາວອນ, ແມ່ນແຕ່ຄວາມຕາຍ, ເພາະພຣະອົງໄດ້ນຳຊີວິດຄືນມາອີກ. ບໍ່ມີ ບາດແຜໃດ, ຄວາມພິການໃດ, ການທໍລະຍົດໃດ, ຫລື ການຂົ່ມເຫັງ ຈະບໍ່ໄດ້ຮັບການຕອບແທນໃນພາຍຫລັງ ເພາະຄວາມຍຸດຕິທຳ ແລະ ຄວາມເມດຕາອັນສູງສຸດຂອງພຣະອົງ.
ຄ້າຍຄືກັນນີ້, ເຮົາຈຶ່ງເປັນຜູ້ຮັບຜິດຊອບຕໍ່ພຣະອົງສຳລັບຊີວິດ, ການເລືອກ, ແລະ ການກະທຳ, ແມ່ນແຕ່ຄວາມຄິດຂອງເຮົາ. ເພາະພຣະອົງໄດ້ໄຖ່ເຮົາຈາກການຕົກ, ຊີວິດຂອງເຮົາຈຶ່ງເປັນຂອງພຣະອົງ. ພຣະອົງໄດ້ປະກາດວ່າ:
“ຈົ່ງເບິ່ງ ເຮົາໄດ້ມອບພຣະກິດຕິຄຸນຂອງເຮົາໃຫ້ແກ່ເຈົ້າ, ແລະ ນີ້ຄືພຣະກິດຕິຄຸນຊຶ່ງເຮົາໄດ້ມອບໃຫ້ແກ່ເຈົ້າ—ຄືເຮົາໄດ້ມາເກີດໃນໂລກເພື່ອກະທຳຕາມນ້ຳພຣະໄທຂອງພຣະບິດາຂອງເຮົາ, ເພາະວ່າພຣະບິດາຂອງເຮົາໄດ້ສົ່ງເຮົາມາ.
“ແລະ ພຣະບິດາຂອງເຮົາໄດ້ສົ່ງເຮົາມາເພື່ອວ່າເຮົາຈະໄດ້ຖືກຍົກຂຶ້ນເທິງໄມ້ກາງແຂນ; ແລະ ຫລັງຈາກເຮົາໄດ້ຖືກຍົກຂຶ້ນເທິງໄມ້ກາງແຂນ ເພື່ອວ່າເຮົາຈະໄດ້ຊັກນຳຄົນທັງຫລາຍມາຫາເຮົາ, ດັ່ງທີ່ເຮົາໄດ້ຖືກຍົກຂຶ້ນໂດຍມະນຸດສັນນັ້ນ ມະນຸດກໍຈະໄດ້ຖືກຍົກຂຶ້ນໂດຍພຣະບິດາສັນນັ້ນ, ເພື່ອພວກເຂົາຈະໄດ້ມາຢືນຢູ່ຕໍ່ພຣະພັກຂອງເຮົາ ເພື່ອຮັບການພິພາກສາຕາມວຽກງານຂອງພວກເຂົາ.”24
ໃຫ້ຄິດຈັກບຶດໜຶ່ງເຖິງຄວາມສຳຄັນຂອງການຟື້ນຄືນຊີວິດ ໃນການຕັດສິນໃຈເລື່ອງຄວາມຈິງແທ້ຂອງພຣະເຢຊູແຫ່ງນາສາເຫລັດ ແລະ ການຖົກຖຽງກັນເລື່ອງຄຳຖາມຂອງຊີວິດ. ຖ້າຫາກພຣະເຢຊູໄດ້ຟື້ນຄືນຊີວິດແທ້ໆ, ຈຶ່ງເປັນໄປໄດ້ວ່າພຣະອົງເປັນພຣະຜູ້ເປັນເຈົ້າ. ບໍ່ມີມະນຸດຄົນໃດທີ່ມີອຳນາດຟື້ນຄືນຊີວິດມາອີກຫລັງຈາກໄດ້ຕາຍໄປ. ເພາະພຣະອົງໄດ້ຟື້ນຄືນຊີວິດ, ພຣະເຢຊູຈຶ່ງບໍ່ໄດ້ເປັນພຽງແຕ່ຊ່າງໄມ້, ເປັນຄູສອນ, ເປັນນັກເທດສະໜາ, ຫລື ເປັນສາດສະດາເທົ່ານັ້ນ. ເພາະພຣະອົງໄດ້ຟື້ນຄືນຊີວິດແລ້ວ, ພຣະເຢຊູຈຶ່ງໄດ້ເປັນພຣະເຈົ້າ, ແມ່ນແຕ່ເປັນພຣະບຸດອົງດຽວທີ່ຖືກຳເນີດຂອງພຣະບິດາ.
ດັ່ງນັ້ນ, ສິ່ງທີ່ພຣະອົງໄດ້ສອນຈຶ່ງເປັນຄວາມຈິງ; ພຣະເຈົ້າບໍ່ສາມາດຕົວະ.25
ດັ່ງນັ້ນ, ພຣະອົງຈຶ່ງເປັນພຣະຜູ້ສ້າງໂລກ, ດັ່ງທີ່ພຣະອົງໄດ້ກ່າວ.26
ດັ່ງນັ້ນ, ສະຫວັນ ແລະ ນະລົກຈຶ່ງເປັນຄວາມຈິງ, ດັ່ງທີ່ພຣະອົງໄດ້ສອນ.27
ດັ່ງນັ້ນ, ຈຶ່ງມີໂລກວິນຍານ ບ່ອນທີ່ພຣະອົງໄດ້ໄປຢ້ຽມຢາມຫລັງຈາກພຣະອົງສິ້ນພຣະຊົນ.28
ດັ່ງນັ້ນ, ພຣະອົງຈຶ່ງຈະສະເດັດມາອີກ, ດັ່ງທີ່ເຫລົ່າທູດກ່າວ,29 ແລະ “ປົກຄອງໂລກນີ້ໂດຍພຣະອົງເອງ.”30
ດັ່ງນັ້ນ, ຈຶ່ງຈະມີການຟື້ນຄືນຊີວິດ ແລະ ການພິພາກສາຄັ້ງສຸດທ້າຍສຳລັບທຸກຄົນ.31
ເພາະຄວາມແທ້ຈິງຂອງການຟື້ນຄືນຊີວິດຂອງພຣະຄຣິດ, ຄວາມສົງໄສກ່ຽວກັບອຳນາດອັນສູງສຸດ, ຄວາມຮູ້ອັນສູງສຸດ, ແລະ ຄວາມເມດຕາຂອງພຣະເຈົ້າອົງເປັນພຣະບິດາ—ຜູ້ໄດ້ປະທານພຣະບຸດອົງດຽວຂອງພຣະອົງໃຫ້ ເພື່ອໄຖ່ໂລກ—ບໍ່ມີຫລັກຖານ. ຄວາມສົງໄສກ່ຽວກັບຄວາມໝາຍ ແລະ ຈຸດປະສົງຂອງຊີວິດ ບໍ່ໄດ້ອີງຕາມຫລັກຖານ. ຕາມຈິງແລ້ວ ພຣະເຢຊູຄຣິດເປັນພຽງພຣະນາມດຽວ ຫລື ວິທີດຽວ ຊຶ່ງໂດຍວິທີນັ້ນ ຄວາມລອດຈຶ່ງມາສູ່ມວນມະນຸດ. ພຣະຄຸນຂອງພຣະຄຣິດເປັນຄວາມຈິງ, ຈັດຫາທັງການໃຫ້ອະໄພ ແລະ ການຊຳລະລ້າງແກ່ຄົນບາບທີ່ກັບໃຈ. ແທ້ຈິງແລ້ວ ສັດທາແມ່ນເກີນກວ່າການວາດພາບ ຫລື ແຕ່ງເລື່ອງຢູ່ໃນຈິດໃຈເທົ່ານັ້ນ. ພຣະອົງໄດ້ສອນວ່າ ມີຄວາມຈິງທີ່ສູງສຸດ ແລະ ໂດຍຮອບ, ແລະ ພຣະອົງບໍ່ເຂົ້າຂ້າງ ແລະ ບໍ່ປ່ຽນແປງມາດຕະຖານເລື່ອງສິນທຳ ຊຶ່ງສອນໂດຍພຣະອົງ.
ເມື່ອກ່າວເຖິງຄວາມຈິງເລື່ອງການຟື້ນຄືນຊີວິດຂອງພຣະຄຣິດ, ການກັບໃຈຈາກການຝ່າຝືນກົດ ແລະ ພຣະບັນຍັດໃດໆຂອງພຣະອົງທັງສອງເປັນໄປໄດ້ ແລະ ເປັນເລື່ອງດ່ວນ. ການມະຫັດຈະສັນຂອງພຣະຜູ້ຊ່ອຍໃຫ້ລອດເປັນຄວາມຈິງ, ດັ່ງທີ່ພຣະອົງໄດ້ສັນຍາຕໍ່ສານຸສິດຂອງພຣະອົງວ່າ ເຂົາເຈົ້າຈະເຮັດຄືກັນ, ແລະ ແມ່ນແຕ່ເຮັດວຽກງານທີ່ຍິ່ງໃຫຍ່ກວ່າ. ເພາະຄວາມແທ້ຈິງຂອງການຟື້ນຄືນຊີວິດຂອງພຣະຄຣິດ, ຄວາມສົງໄສກ່ຽວກັບອຳນາດອັນສູງສຸດ, ຄວາມຮູ້ອັນສູງສຸດ, ແລະ ຄວາມເມດຕາຂອງພຣະເຈົ້າອົງເປັນພຣະບິດາ—ຜູ້ໄດ້ປະທານພຣະບຸດອົງດຽວຂອງພຣະອົງໃຫ້ ເພື່ອໄຖ່ໂລກ—ບໍ່ມີຫລັກຖານ. ຄວາມສົງໄສກ່ຽວກັບຄວາມໝາຍ ແລະ ຈຸດປະສົງຂອງຊີວິດ ບໍ່ໄດ້ອີງຕາມຫລັກຖານ. ຕາມຈິງແລ້ວ ພຣະເຢຊູຄຣິດເປັນພຽງພຣະນາມດຽວ ຫລື ວິທີດຽວ ຊຶ່ງໂດຍວິທີນັ້ນ ຄວາມລອດຈຶ່ງມາສູ່ມວນມະນຸດ. ພຣະຄຸນຂອງພຣະຄຣິດເປັນຄວາມຈິງ, ຈັດຫາທັງການໃຫ້ອະໄພ ແລະ ການຊຳລະລ້າງແກ່ຄົນບາບທີ່ກັບໃຈ. ແທ້ຈິງແລ້ວ ສັດທາແມ່ນເກີນກວ່າການວາດພາບ ຫລື ແຕ່ງເລື່ອງຢູ່ໃນຈິດໃຈເທົ່ານັ້ນ. ພຣະອົງໄດ້ສອນວ່າ ມີຄວາມຈິງທີ່ສູງສຸດ ແລະ ໂດຍຮອບ, ແລະ ພຣະອົງບໍ່ເຂົ້າຂ້າງ ແລະ ບໍ່ປ່ຽນແປງມາດຕະຖານເລື່ອງສິນທຳ. ການກັບໃຈຈາກການຝ່າຝືນກົດ ແລະ ພຣະບັນຍັດໃດໆຂອງພຣະອົງ ເປັນເລື່ອງດ່ວນ. ການມະຫັດຈະສັນຂອງພຣະຜູ້ຊ່ອຍໃຫ້ລອດເປັນຄວາມຈິງ, ດັ່ງທີ່ພຣະອົງໄດ້ສັນຍາຕໍ່ສານຸສິດຂອງພຣະອົງວ່າ ເຂົາເຈົ້າຈະເຮັດຄືກັນ, ແລະ ແມ່ນແຕ່ເຮັດວຽກງານທີ່ຍິ່ງໃຫຍ່ກວ່າ.32 ຖານະປະໂລຫິດຂອງພຣະອົງແມ່ນຈຳເປັນຕໍ່ອຳນາດທີ່ແທ້ຈິງ ທີ່ຈະປະຕິບັດພຣະກິດຕິຄຸນ ແລະ ຖືຂໍກະແຈແຫ່ງຄວາມລຶກລັບຂອງອານາຈັກ, ແມ່ນແຕ່ຂໍກະແຈແຫ່ງຄວາມຮູ້ຂອງພຣະເຈົ້າ. ສະນັ້ນ, ໃນພິທີການດັ່ງກ່າວ, ອຳນາດຂອງຄວາມເປັນເໝືອນພຣະເຈົ້າຈະສະແດງໃຫ້ປະຈັກ.33 ເພາະຄວາມແທ້ຈິງຂອງການຟື້ນຄືນຊີວິດຂອງພຣະຄຣິດ, ຄວາມຕາຍຈຶ່ງບໍ່ແມ່ນຈຸດຈົບ, ແລະ ເຖິງແມ່ນວ່າເນື້ອກາຍຂອງເຮົາຈະຖືກພະຍາດກັດກິນ, ເມື່ອຍັງຢູ່ໃນຮ່າງກາຍ ເຮົາຈະໄດ້ເຫັນພຣະເຈົ້າ.34
ປະທານ ທອມມັສ ແອັສ ມອນສັນ ບອກກ່ຽວກັບຊາຍຄົນໜຶ່ງຊື່ ຣໍເບີດ ບະແລດຝອດ, ຜູ້ມີອາຍຸ 100 ປີ “ຢູ່ໃນປຶ້ມຂອງລາວຊື່ God and My Neighbor, ໄດ້ໂຈມຕີຄວາມເຊື່ອຂອງຄົນຄຣິດສະຕຽນ, ດັ່ງເຊັ່ນພຣະເຈົ້າ, ພຣະຄຣິດ, ການອະທິຖານ, ແລະ ຄວາມເປັນອະມະຕະ. ລາວໄດ້ປະກາດຢ່າງກ້າຫານວ່າ, ‘ຂ້າພະເຈົ້າຂໍຢືນຢັນໃນທຸກສິ່ງທີ່ຂ້າພະເຈົ້າຢາກຢືນຢັນຢ່າງເດັດດ່ຽວວ່າ ບໍ່ມີຊາວຄຣິດຄົນໃດ, ບໍ່ວ່າຈະຍິ່ງໃຫຍ່ ຫລື ມີຄວາມສາມາດຫລາຍເທົ່າໃດກໍຕາມ ທີ່ຈະສາມາດຕອບຄຳໂຕ້ຖຽງ ຫລື ສາມາດເຮັດໃຫ້ຖ້ອຍຄຳຂອງຂ້າພະເຈົ້າສັ່ນສະເທືອນ.’ ລາວມີຄວາມສົງໄສຫລາຍ. ແລ້ວສິ່ງທີ່ແປກປະຫລາດໄດ້ເກີດຂຶ້ນ. ລາວໄດ້ເຊົາສົງໄສ. … ລາວໄດ້ເລີ່ມຕົ້ນກັບຄືນມາສູ່ສັດທາທີ່ເມື່ອກ່ອນລາວໄດ້ດູຖູກ ແລະ ເຍາະເຍີ້ຍ. ແມ່ນຫຍັງທີ່ກໍ່ໃຫ້ເກີດການປ່ຽນແປງນີ້? ເມຍຂອງລາວ [ໄດ້] ຕາຍໄປ. ດ້ວຍຄວາມເຈັບປວດໃຈ, ລາວໄດ້ເຂົ້າໄປໃນຫ້ອງ ບ່ອນທີ່ສົບຂອງເມຍລາວນອນຢູ່. ລາວໄດ້ຫລຽວເບິ່ງໜ້າຂອງຜູ້ທີ່ລາວຮັກທີ່ສຸດ. ຫລັງຈາກລາວອອກມາຈາກຫ້ອງ, ລາວໄດ້ກ່າວກັບເພື່ອນຄົນໜຶ່ງຂອງລາວວ່າ: ‘ແມ່ນນາງ, ແຕ່ເບິ່ງຄັກໆແລ້ວ ບໍ່ແມ່ນນາງ. ທຸກສິ່ງໄດ້ປ່ຽນໄປ. ສິ່ງທີ່ເຄີຍຢູ່ໃນນັ້ນ ໄດ້ຖືກເອົາອອກໄປຈາກນາງ. ນາງບໍ່ຄືເກົ່າ. ແມ່ນຫຍັງໄດ້ອອກໄປຈາກຮ່າງກາຍຂອງນາງ ຖ້າບໍ່ແມ່ນຈິດວິນຍານຂອງນາງ?’”35
ໃນຄວາມເປັນຈິງ ພຣະຜູ້ເປັນເຈົ້າໄດ້ສິ້ນພຣະຊົນ ແລະ ໄດ້ຟື້ນຄືນແລ້ວບໍ? ແມ່ນແລ້ວ. “ຫລັກທຳຂັ້ນພື້ນຖານຂອງສາດສະໜາຂອງເຮົາແມ່ນປະຈັກພະຍານຂອງອັກຄະສາວົກ ແລະ ສາດສະດາ, ກ່ຽວກັບພຣະເຢຊູຄຣິດ, ວ່າພຣະອົງໄດ້ສິ້ນພຣະຊົນ, ໄດ້ຖືກຝັງ, ແລະ ໄດ້ຟື້ນຄືນມາອີກໃນມື້ທີສາມ, ແລະ ໄດ້ສະເດັດຂຶ້ນໄປສະຫວັນ; ແລະ ທຸກສິ່ງທັງໝົດທີ່ກ່ຽວພັນກັບສາດສະໜາຂອງເຮົາເປັນພຽງສ່ວນປະກອບໃສ່ກັບສິ່ງເຫລົ່ານີ້ເທົ່ານັ້ນ.”36
ເມື່ອການທຳນາຍກ່ຽວກັບການກຳເນີດຂອງພຣະເຢຊູຄຣິດໃກ້ຈະເກີດເປັນຈິງ, ມີຊາວນີໄຟ ແລະ ຊາວເລມັນຈຳນວນໜຶ່ງໃນສະໄໝໂບຮານທີ່ເຊື່ອ, ເຖິງແມ່ນຄົນສ່ວນຫລາຍສົງໄສ. ໃນທີ່ສຸດ ເຄື່ອງໝາຍຂອງການກຳເນີດຂອງພຣະອົງກໍໄດ້ປະກົດຂຶ້ນ—ເປັນມື້ໜຶ່ງ ແລະ ຄືນໜຶ່ງ ແລະ ອີກມື້ໜຶ່ງ ທີ່ບໍ່ມີຄວາມມືດ—ແລະ ທຸກຄົນກໍຮູ້.37 ແມ່ນແຕ່ໃນທຸກວັນນີ້, ບາງຄົນເຊື່ອເລື່ອງການຟື້ນຄືນຊີວິດຂອງພຣະຄຣິດແທ້ໆ, ແລະ ຫລາຍຄົນສົງໄສ ຫລື ບໍ່ເຊື່ອ. ແຕ່ບາງຄົນຮູ້. ເມື່ອເຖິງເວລາ, ທຸກຄົນຈະເຫັນ ແລະ ທຸກຄົນຈະຮູ້; “ທຸກຫົວເຂົ່າຈະຄຸລົງ, ແລະ ທຸກລີ້ນຈະສາລະພາບຕໍ່ພຣະພັກຂອງພຣະອົງ”38 ຢ່າງແນ່ນອນ.
ຈົນກວ່າເວລານັ້ນຈະມາເຖິງ, ຂ້າພະເຈົ້າເຊື່ອຫລາຍຄົນທີ່ໄດ້ເປັນພະຍານເຖິງການຟື້ນຄືນຊີວິດຂອງພຣະຜູ້ຊ່ອຍໃຫ້ລອດ ຜູ້ເຄີຍມີປະສົບການ ແລະ ເປັນພະຍານ ທີ່ເຮົາພົບເຫັນຢູ່ໃນພຣະສັນຍາໃໝ່—ເປໂຕ ແລະ ກຸ່ມອັກຄະສາວົກສິບສອງ, ແລະ ນາງມາຣີໄທມັກດາຣາທີ່ໜ້າຮັກ ແລະ ບໍລິສຸດ, ພ້ອມກັບຄົນອື່ນໆ. ຂ້າພະເຈົ້າເຊື່ອປະຈັກພະຍານທີ່ມີຢູ່ໃນພຣະຄຳພີມໍມອນ—ກ່ຽວກັບນີໄຟທີ່ເປັນອັກຄະສາວົກ ແລະ ຜູ້ຄົນຢ່າງຫລວງຫລາຍທີ່ບໍ່ບອກຊື່ ໃນເມືອງບາວທີຟູນ. ແລະ ຂ້າພະເຈົ້າເຊື່ອປະຈັກພະຍານຂອງ ໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ຜູ້ຊຶ່ງຫລັງຈາກໄດ້ກ່າວປະຈັກພະຍານອື່ນໆແລ້ວ ໄດ້ປະກາດເປັນພະຍານເຖິງຍຸກສຸດທ້າຍນີ້ “ວ່າພຣະອົງຊົງພຣະຊົນຢູ່! ເພາະພວກເຮົາໄດ້ເຫັນພຣະອົງ.”39 ພາຍໃຕ້ການເຫລືອດພຣະເນດອັນແຫລມຄົມຂອງພຣະອົງ, ຂ້າພະເຈົ້າຂໍເປັນພະຍານວ່າ ພຣະເຢຊູແຫ່ງນາສາເຫລັດເປັນພຣະຜູ້ໄຖ່ທີ່ໄດ້ຟື້ນຄືນຊີວິດແລ້ວ, ແລະ ຂ້າພະເຈົ້າເປັນພະຍານເຖິງທຸກສິ່ງທີ່ເກີດຂຶ້ນຈາກ ຄວາມຈິງ ເຖິງການຟື້ນຄືນຊີວິດ. ຂໍໃຫ້ທ່ານຈົ່ງຮັບເອົາປະຈັກພະຍານທີ່ເຂັ້ມແຂງ ແລະ ການປອບໂຍນຈາກປະຈັກພະຍານອັນດຽວກັນນັ້ນ, ຂ້າພະເຈົ້າອະທິຖານໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.