​2010–2019
ພະຍານ
ເມສາ 2014


14:43

ພະຍານ

ຂ້າພະ​ເຈົ້າຢາກ​ແບ່ງປັນ​ຄວາມ​ເຊື່ອ​ເຫລົ່ານັ້ນກັບ​ທ່ານ ຊຶ່ງ​ເປັນການ​ຮູ້​ທີ່​ກຸ້ມ​ຄ່າ.

​ເວລາ​ທີ່​ມີ​ສົງຄາມ ​ແລະ ​​ເວລາ​ທີ່​ບໍ່​ແນ່ນອນ ມັກ​ມີ​ວິທີ​ທີ່​ເຮັດ​ໃຫ້​ເຮົາ​ເອົາ​ໃຈ​ໃສ່​ກັບ​ສິ່ງ​ທີ່​ສຳຄັນ​ກວ່າ​ໝູ່​ໝົດ.

ສົງຄາມ​ໂລກ​ຄັ້ງທີ​ສອງ ​ໄດ້​ເປັນ​ເວລາ​ທີ່​ຫຍຸ້ງຍາກ​ທາງ​ວິນ​ຍານ​ສຳລັບ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ຈາກ​ບ້ານ​ເຮືອນ​ຂອງ​ຂ້າພະ​ເຈົ້າ​ໃນ​ເມືອງບຣິກຳ ​ຊີ​ທີ, ລັດ​ຢູ່​ທາ, ພ້ອມ​ດ້ວຍ​ປະຈັກ​ພະຍານ​ເລັກ​ນ້ອຍ​ ​ແລະ ຂ້າພະ​ເຈົ້າຮູ້ສຶກ​ວ່າ​ຕ້ອງການ​ບາງ​ສິ່ງ​ຕື່ມ​ອີກ. ​ຕາມ​ຈິງ​ແລ້ວ ພຽງ​ສອງ​ສາມ​ອາທິດ​ຈາກ​ນັ້ນ ກຸ່ມຂອງ​ພວກ​ເຮົາ​ທີ່​ເປັນ​ລຸ້ນ​ໃຫຍ່​ກໍ​ໄດ້​ເດີນທາງ​ໄປ​ແນວ​ໜ້າ ໃນ​ຂະນະ​ທີ່​ປະຈຳການ​ຢູ່​​ໃນ​ເກາະ ລີຊິ​ມາ, ຢູ່​ທາງ​ເໜືອ​ຂອງ​ເມືອງ​ໂອ​ກິ​ນາວາ, ປະ​ເທດຍີ່ປຸ່ນ, ຂ້າພະ​ເຈົ້າ​ໄດ້​ດີ້ນ​ລົນ​ກັບ​ຄວາມ​ສົງ​ໄສ ​ແລະ ຄວາມ​ບໍ່​ແນ່ນອນ. ຂ້າພະ​ເຈົ້າຢາກ​ມີ​ປະຈັກ​ພະຍານ​ສ່ວນ​ຕົວ​ເລື່ອງ​ພຣະກິດ​ຕິ​ຄຸນ. ຂ້າພະ​ເຈົ້າຢາກ ຮູ້!

​ໃນ​ຄືນ​ໜຶ່ງ​ທີ່​ນອນ​ບໍ່​ຫລັບ, ຂ້າພະ​ເຈົ້າ​ໄດ້​ອອກ​ຈາກ​ຜ້າ​ເຕັ້ນຂອງ​ຂ້າພະ​ເຈົ້າ​ໄປ ​ແລະ ​ໄດ້​ເຂົ້າ​ໄປ​ໃນຫ້ອງ​ລີ້​ໄພ ຊຶ່ງ​ມີ​ຟຸ້ຍ​ໃຫຍ່​ 50 ​ແກລອນ ​ເຕັມ​ໄປ​ດ້ວຍ​ດິນຊາຍ​ທີ່​ຢອງ​ກັນ​ຂຶ້ນ​ເປັນ​ກຳ​ບັງ. ມັນ​ບໍ່​ມີ​ຫລັງຄາ, ​ແລະ ສະນັ້ນ ຂ້າພະ​ເຈົ້າຈຶ່ງ​ໄດ້​​ເລືອຄານ​ເຂົ້າ​ໄປ, ຫລຽວ​ເບິ່ງ​ດວງ​ດາວ​ຢູ່​ໃນ​ທ້ອງຟ້າ, ​ແລະ ​ໄດ້​ຄຸ​ເຂົ່າ​ອະທິຖານ.

ກ່ອນ​ຂ້າພະ​ເຈົ້າກ່າວ​ຈົບ​ປະ​ໂຫຍ​ກ ມັນ​ໄດ້​ເກີດ​ຂຶ້ນ. ຂ້າພະ​ເຈົ້າບໍ່​ສາມາດ​ບັນ​ລະ​ຍາຍ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ ​ເຖິງ​ແມ່ນ​ຂ້າພະ​ເຈົ້າຈະຕັ້ງ​ໃຈ. ມັນ​ເກີນ​ກວ່າ​ພະລັງ​ຂອງ​ຂ້າພະ​ເຈົ້າທີ່​ຈະ​ບັນ​ລະ​ຍາຍ, ​ແຕ່​ມັນ​ແຈ່ມ​ແຈ້ງ​ໃນ​ມື້​ນີ້ ​ເທົ່າໆ​ກັບ​​ໃນ​ຄືນ​ເດືອນ​ມືດຄືນ​ນັ້ນ ຊຶ່ງ​ເປັນ​ເວລາ 65 ປີຜ່ານມາ​ແລ້ວ. ຂ້າພະ​ເຈົ້າຮູ້​ວ່າ ມັນ​ເປັນ​ເລື່ອງ​ສ່ວນ​ຕົວ, ​ເປັນ​ການສະ​ແດງ​​ໃຫ້​ປະຈັກ​ສ່ວນ​ຕົວ. ຢ່າງ​ໜ້ອຍ​ຂ້າພະ​ເຈົ້າຮູ້​ສຳລັບ​ຕົນ​ເອງ. ຂ້າພະ​ເຈົ້າ​ໄດ້ ຮູ້ ແນ່ນອນ, ​ເພາະມັນ​ໄດ້​ຖືກ​ມອບ​ໃຫ້​ແກ່​ຂ້າພະ​ເຈົ້າ.​ ​ຫລັງ​ຈາກ​ຊົ່ວ​ໄລຍະ​ໜຶ່ງ, ຂ້າພະ​ເຈົ້າ​ໄດ້​ເລືອ​ຄານ​ອອກ​ຈາກ​ບ່ອນ​ຫລົບ​ໄພ​ນັ້ນ ​ແລ້ວ ຍ່າງ, ຫລື ລອຍ​ກັບ​ໄປ​ຫາ​ບ່ອນ​ນອນ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ຄິດ​ທັງ​ຄືນ​ກ່ຽວ​ກັບ​ຄວາມ​ຮູ້ສຶກ​ຊື່ນ​ຊົມ ​ແລະ ອັດສະຈັນ​ໃຈນັ້ນ.

​ແທນ​ທີ່​ຈະ​ຄິດ​ວ່າ​ຕົນ​ເອງ​ເປັນ​ຄົນ​ທີ່​ສຳຄັນ, ຂ້າພະ​ເຈົ້າ​ໄດ້​ຄິດ​ວ່າ ຖ້າ​ຫາກ​ສິ່ງ​ນັ້ນ​ໄດ້​ເກີດ​ຂຶ້ນກັບ​ຂ້າພະ​ເຈົ້າ ມັນ​ກໍ​ສາມາດ​ເກີດ​ຂຶ້ນກັບ​ຄົນ​ອື່ນ​ໄດ້​ຄື​ກັນ. ຂ້າພະ​ເຈົ້າຍັງ​ເຊື່ອ​ຢູ່. ​ໃນ​ຫລາຍ​ປີ​ຈາກ​ນັ້ນ, ຂ້າພະ​ເຈົ້າ​ໄດ້​​ເຂົ້າ​ໃຈ​ວ່າ ປະສົບ​ການ​ເຊັ່ນ​ນັ້ນ ​ເປັນ​ທັງ​ຄວາມ​ສະຫວ່າງ​ທີ່​ຈະ​ຕິດຕາມ ​ແລະ ​ເປັນ​ພາລະ​ທີ່​ຈະ​ແບກ​ຫາບ​ດ້ວຍ.

ຂ້າພະ​ເຈົ້າຢາກ​ແບ່ງປັນ​ຄວາມ​ເຊື່ອ​ເຫລົ່ານັ້ນກັບ​ທ່ານ ຊຶ່ງ​ເປັນການ​ຮູ້​ທີ່​ກຸ້ມ​ຄ່າ, ​ເປັນ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້ ​ແລະ ມີ​ປະສົບ​ການ ​ເປັນ​ເວລາ​ເກືອບ 90 ປິຜ່ານ​ມາ​ແລ້ວ ​ແລະ ຫລາຍ​ກວ່າ 50 ປີ​​ໃນ​ຖານະ​ທີ່​ເປັນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່. ສ່ວນ​ຫລາຍ​ແລ້ວ​ສິ່ງ​ທີ່​ຂ້າພະ​ເຈົ້າຮູ້ຈັກ ​ເປັນ​ສິ່ງ​ທີ່​ບໍ່​ສາມາດ​ສອນ​ ​ແຕ່​ສາມາດ​ຮ່ຳຮຽນ​ໄດ້.

​ເຊັ່ນ​ດຽວ​ກັບ​ສິ່ງ​ທີ່​ດີ​ເລີດສ່ວນ​ຫລາຍ, ຄວາມ​ຮູ້​ຊຶ່ງ​ມີຄ່າ​ນິລັນດອນ​ແມ່ນ​ມາ​​ເຖິງ​ພຽງ​ແຕ່​ຜ່ານ​ການ​ອະທິຖານ​ ​ແລະ ການ​ໄຕ່ຕອງ​ສ່ວນ​ຕົວ​ເທົ່າ​ນັ້ນ. ສິ່ງ​ດັ່ງກ່າວ ພ້ອມ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ ​ແລະ ການ​ສຶກສາ​ພຣະຄຳ​ພີ ຈະ​​ເຊື້ອ​ເຊີນ​ຄວາມ​ນຶກ​ຄິດ ​ແລະ ການ​ເປີດ​ເຜີຍ ​ແລະ ການ​ກະຊິບ​ຂອງ​ພຣະວິນ​ຍານ​ບໍລິສຸດ ​ໃຫ້​ເກີດ​ຂຶ້ນ. ສິ່ງ​ນີ້​ຈະ​ຊ່ອຍ​ເຮົາ​ໃຫ້​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ເບື້ອງບົນ ​ໃນ​ຂະນະ​ທີ່​ເຮົາ​ຮຽນ​ຮູ້ ​ເປັນ​ຂໍ້​ເລັກໆ​ໜ້ອຍໆ​ໄປ.

ການ​ເປີດ​ເຜີຍ​ສັນຍາ​ວ່າ ຫລັກ​ທຳ​ແຫ່ງ​ຄວາມ​ຮູ້​ແຈ້ງ​ໃດ​ກໍ​ຕາມ​ທີ່​ພວກ​ເຮົາ​ໄດ້​ຮັບ​ໃນ​ຊີວິດ​ນີ້, ມັນ​ຈະ​ລຸກຂຶ້ນກັບ​ພວກ​ເຮົາ​ໃນ ການ​ຟື້ນ​ຄືນ​ຊີວິດ ​ແລະວ່າ ​[​ຈະໄດ້​ຮັບ] ຄວາມ​ຮູ້​ ​ແລະ ຄວາມ​ຮູ້​ແຈ້ງຜ່ານ … ຄວາມ​ພາກ​ພຽນ ​ແລະ ການ​ເຊື່ອ​ຟັງ (​ເບິ່ງ D&C 130:18–19).

ຄວາມ​ຈິງ​ນິລັນດອນ​ຢ່າງ​ໜຶ່ງ​ທີ່​ຂ້າພະ​ເຈົ້າຮູ້ຈັກ​​ແມ່ນ ພຣະ​ເຈົ້າຊົງ​ພຣະຊົນ​ຢູ່. ພຣະອົງ​ເປັນ​ພຣະບິດາ​ຂອງ​ເຮົາ. ​ເຮົາ​ເປັນ​ລູກ​ຂອງ​ພຣະອົງ. “ພວກ​ເຮົາ​ເຊື່ອ​ໃນ​ພຣະ​ເຈົ້າ, ພຣະບິດາ​ຜູ້​ສະຖິດ​ນິລັນດອນ, ​ແລະ ​ໃນ​ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ​ແລະ ​ໃນ​ພຣະວິນ​ຍານ​ບໍລິສຸດ” (ຫລັກ​ແຫ່ງ​ຄວາມ​ເຊື່ອ 1:1).

ໃນ​ຕຳ​ແໜ່​ງທັງ​ໝົດ​ທີ່​ພຣະອົງສາ​ມາດ​​ໃຊ້, ພຣະອົງ​ເລືອກ​ໃຫ້​ເອີ້ນ​ວ່າ “ພຣະບິດາ.” ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ບັນຊາ​ວ່າ, “ພວກ​ເຈົ້າຄວນ​ອະທິຖານ​ດັ່ງ​ນີ້: ຂ້າ​ແດ່​ພຣະບິດາ​ເຈົ້າຂອງ​ຂ້າ​ນ້ອຍ​ທັງ​ຫລາຍ ຜູ້​ສະຖິດ​ຢູ່ ໃນ​ສະຫວັນ” (3 ນີ​ໄຟ 13:9; ​ເບິ່ງ ມັດ​ທາຍ 6:9 ນຳ​ອີກ). ການ​ທີ່​ພຣະອົງ​ໃຊ້​ຄຳ​ວ່າ “ພຣະບິດາ” ​​ເປັນ​ບົດຮຽນ​ສຳລັບ​ທຸກ​ຄົນ ​ເມື່ອ​ເຮົາ​ເລີ່​ມ​ເຂົ້າ​ໃຈ​ສິ່ງ​ທີ່​ສຳຄັນ​ກວ່າ​ໝູ່​ໝົດ​ໃນ​ຊີວິດ​ນີ້.

ການ​ເປັນ​ພໍ່​ແມ່​ເປັນ​ສິດທິ​ພິ​ເສດ​ທີ່​ສັກສິດ, ​ແລະ ອີງ​ຕາມ​ຄວາມ​ຊື່ສັດ, ມັນ​ສາມາດ​ເປັນ​ພອນ​ນິລັນດອນ​ໄດ້. ຈຸດປະສົງ​ທີ່​ດີ​ທີ່​ສຸດ​ຂອງ​ກິດຈະກຳ​ທັງ​ໝົດ​ຢູ່​ໃນ​ສາດສະໜາ​ຈັກ​ແມ່ນ​ວ່າ ຢາກ​ໃຫ້​ພໍ່​ແມ່ ​ແລະ ລູກໆ​ມີ​ຄວາມສຸກ​ຢູ່​ໃນ​ບ້ານ.

ຜູ້​ທີ່​​ບໍ່​ແຕ່ງງານ ຫລື ຜູ້​ທີ່​ບໍ່​ສາມາດ​ມີ​ລູກ ບໍ່​ໄດ້​ຖືກ​ຕັດ​ອອກ​ຈາກ​ພອນ​ນິລັນດອນ​ທີ່​ເຂົາ​ເຈົ້າສະ​ແຫວງຫາ, ​ແຕ່​ໃນ​ເວລາ​ນີ້, ພອນ​ນັ້ນ​ຍັງ​ຢູ່​ໄກ​ທີ່​ຈະ​ເອື້ອມ​ເຖິງ. ​ເຮົາ​ບໍ່​ຮູ້​ວ່າ​ພອນ​ນັ້ນຈະ​ມາ​ເຖິງ​ເຂົາ​ເຈົ້າ​ໃນ​ເວລາ​ໃດ, ​ແຕ່​ຄຳ​ສັນຍາ​​ເລື່ອງ​ນິລັນດອນ​ຈະ​ບໍ່​ຖືກ​ປະຕິ​ເສດກັບ​ຜູ້​ທີ່​ຊື່​ສັດ ທີ່​ຮັກສາ​ພັນທະ​ສັນຍາ​ທີ່​ສັກສິດ​.

ການ​ອ້ອນວອນອັນ​ລຶກລັບດ້ວຍ​ຄວາມ​ປາດ​ຖະໜາ ​ແລະ ນ້ຳຕາ ຈະ​ສຳ​ພັດ​ໃຈ​ຂອງ​ພຣະບິດາ ​ແລະ ພຣະບຸດ. ທ່ານ​ຈະ​ໄດ້​ຮັບ​ຄວາມ​ແນ່ນອນ​ໃຈ​ຈາກ​ທັງ​ສອງ​ພຣະອົງ ວ່າ​ຊີວິດ​ຂອງ​ທ່ານ​ຈະ​ເຕັມ​ປ່ຽມ ​ແລະ ບໍ່​ມີ​ພອນ​ໃດ​ທີ່​ສຳຄັນ​ຈະ​ສູນ​​ເສຍ​ໄປ​ຈາກ​ທ່ານ.

​ໃນ​ຖານະ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ໂດຍ​ມີ​ຕຳ​ແໜ່ງທີ່​ຂ້າພະ​ເຈົ້າ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ມີ, ຂ້າພະ​ເຈົ້າຂໍ​ສັນ​ຍາ​ກັບ​ຜູ້​ຄົນ​ເຫລົ່ານັ້ນວ່າ ທ່ານ​ຈະ​ໄດ້​ຮັບ​ທຸກ​ສິ່ງ​ທີ່​ສຳຄັນ​ຕໍ່​ຄວາມ​ລອດ​ຂອງ​ທ່ານ ​ເມື່ອ​ເຖິງ​ເວລາ. ມື​ທີ່​ເປົ່າ​ແປນ​ຢູ່​ຕອນ​ນີ້​ຈະ​ເຕັມ​ໃນ​ພາຍ​ໜ້າ, ​ແລະ ​ໃຈ​ທີ່​ເຈັບ​ປວດ​ໃນ​ຕອນ​ນີ້ຈາກ​ຄວາມ​ຝັນ​ທີ່​ສິ້ນ​ຫວັງ ຈະ​​ໄດ້​ຮັບ​ການ​ປິ່ນປົວ.

ຄວາມ​ຈິງ​ອີກ​ຢ່າງ​ໜຶ່ງ ທີ່​ຂ້າພະ​ເຈົ້າຮູ້ຈັກ​ແມ່ນ​ວ່າ ພຣະວິນ​ຍານ​ບໍລິສຸດ​ມີ​ແທ້​ຈິງ. ພຣະອົງ​ເປັນ​ສະມາຊິກ​ຜູ້​ໜຶ່ງ​ຂອງສາມ​ພຣະອົງ​​ໃນ​ຝ່າຍ​ພຣະ​ເຈົ້າ. ພາລະກິດ​ຂອງ​ພຣະອົງ​​ຄື ​ທີ່​ຈະ​ເປັນ​ພະຍານ​ເຖິງ​ຄວາມ​ຈິງ ​ແລະ ຄວາມ​ຊອບ​ທຳ. ພຣະອົງ​ສະ​ແດງ​ຕົນ​ໃນ​ຫລາຍ​ວິທີ​ທາງ, ຮ່ວມ​ທັງ​ຄວາມ​ຮູ້ສຶກ​ສະຫງົບ ​ແລະ ຄວາມ​ແນ່ນອນ​ໃຈ. ພຣະອົງສາ​ມາດ​ນຳ​ການ​ປອບ​ໂຍນ, ການ​ນຳພາ, ​ແລະ ການ​ດັດ​ແປງ​ມາ​ໃຫ້​ນຳ​ອີກ​ໃນ​ຍາມ​ທີ່​ຕ້ອງການ. ​ເຮົາ​ສາມາດ​ມີພຣະວິນ​ຍານ​ບໍລິສຸດສະຖິດ​ຢູ່​ເປັນ​ເພື່ອນ ຖ້າ​ຫາກ​ເຮົາ​ດຳລົງ​ຊີວິດ​ທີ່​ຊອບ​ທຳ.

ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ ​ໄດ້​ຖືກ​ມອບ​ໃຫ້​ຜ່ານ​ພິທີການ​ຂອງ​ພຣະກິດ​ຕິ​ຄຸນ. ບຸກຄົນ​ທີ່​ມີ​ສິດ​ອຳນາດ​ຈະ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ສະມາຊິກ​ຂອງ​ສາດສະໜາ​ຈັກ ​ແລະ ກ່າວ​ຖ້ອຍ​ຄຳ​ເຊັ່ນ​ນີ້​ວ່າ: “ຈົ່ງ​ຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ.”

ພິທີການ​ນີ້​ຢ່າງ​ດຽວ ບໍ່​ໄດ້​ປ່ຽນ​ແປງ​ເຮົາ​ໃນ​ທາງ​ທີ່​ເຫັນ​ໄດ້​ຢ່າງຊັດ​ແຈ້ງ, ​ແຕ່​ຖ້າ​ຫາກ​ເຮົາ​ຟັງ ​ແລະ ​ເຮັດ​ຕາມ​ການ​ກະ​ຕຸ້ນ ​ເຮົາຈະ​ໄດ້​ຮັບ​ພອນ​ຂອງ​ພຣະວິນ​ຍານ​ບໍລິສຸດ. ບຸດ ​ແລະ ທິດາ​ທຸກ​ຄົນ​ຂອງ​ພຣະບິດາ​ເທິງ​ສະຫວັນ ສາມາດ​ມາ​ຮູ້ຈັກ​ຄວາມ​ເປັນ​ຈິງ​ຂອງ​ຄຳ​ສັນຍາ​ຂອງ​ໂມ​ໂຣ​ໄນ ທີ່​ວ່າ: “​​ໂດຍອຳນາດ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ ທ່ານ​ຈະ​ຮູ້ຈັກ​ ຄວາມ​ຈິງ ຂອງ​ທຸກ​ເລື່ອງ” (​ໂມ​ໂຣ​ໄນ 10:5; ​ເນັ້ນຄຳ​ເນີ້ງ).

ຄວາມ​ຈິງ​ແຫ່ງ​ສະຫວັນ​ທີ່​ຂ້າພະ​ເຈົ້າມີ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ​ຄື ການ​ເປັນ​ພະຍານ​ເຖິງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ.

ໃນ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ກ່ອນໝູ່ ​ແລະ ​ເປັນ​ພື້ນຖານ, ​ອີງ​ຕາມການ​ເປີດ​ເຜີຍ, ​ແມ່ນ​​ເອີ່ຍພຣະນາມ​ຂອງ​ພຣະຜູ້​ເປັນ​ເຈົ້າ, ຊຶ່ງ​ເປັນ​ສິດ​ອຳນາດ​ທີ່​ເຮົາ​ໃຊ້​ເພື່ອ​ປະຕິບັດ​ຢູ່​ໃນ​ສາດສະໜາ​ຈັກ. ຄຳ​ອະທິຖານ​ທີ່​ເຮົາ​ກ່າວ​ທຸກ​ເທື່ອ, ​ແມ່ນແຕ່​ໂດຍ​ເດັກນ້ອຍໆ, ກໍ​ສິ້ນ​ສຸດ​ລົງ​ໂດຍ​ການ​ກ່າວ​ເຖິງ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ. ພອນ​ທຸກ​ຢ່າງ, ພິທີການ​ທຸກ​ຢ່າງ, ການ​ແຕ່ງຕັ້ງທຸກ​ຢ່າງ, ​ແລະ ການ​ປະຕິບັດ​ພາລະກິດ​ທຸກ​ຢ່າງ ​ແມ່ນ​ເປັນ​ໄປ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູຄຣິດ. ມັນ​ແມ່ນ​ສາດສະໜາ​ຈັກ​ຂອງ​ພຣະອົງ, ​ແລະ ມີ​ຊື່ຕາມ​ພຣະນາມ​ຂອງ​ພຣະອົງ—ນັ້ນຄື ສາດສະໜາ​ຈັກຂອງພຣະເຢຊູຄຣິດ​ແຫ່ງໄພ່​ພົນ​ຍຸກ​ສຸດ​ທ້າຍ (​ເບິ່ງ D&C 115:4).

ມີ​ຕອນ​ໜຶ່ງ​ທີ່​ສຳຄັນ​ຫລາຍ​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ ຕອນ​ທີ່​ຊາວ​ນີ​ໄຟ​ກຳລັງອະທິຖານ​ຫາ​ພຣະ​ເຈົ້າອົງ​ເປັນ​ພຣະບິດາ ​ໃນ​ພຣະນາມ​ຂອງ​ພຣະຜູ້​ເປັນ​ເຈົ້າ. ພຣະຜູ້​ເປັນ​ເຈົ້າ​ໄດ້​ມາ​ປະກົດ ​ແລະ ຖາມ​ວ່າ:

“ເຈົ້າ​ຕ້ອງ​ການ​ອັນ​ໃດ​ຈາກ​ເຮົາ?

“ແລະ ພວກ​ເພິ່ນ​ໄດ້​ກ່າວ​ກັບພຣະ​ອົງ​ວ່າ: ພຣະ​ອົງ​ເຈົ້າ​ເອີຍ, ພວກ​ຂ້ານ້ອຍ​ຢາກ​ໃຫ້​ພຣະ​ອົງ​ບອກ​ພວກ​ຂ້ານ້ອຍ​ວ່າພວກ​ຂ້ານ້ອຍ​ຄວນ​ເອີ້ນຊື່​ຂອງສາດສະໜາ​ຈັກ​ນີ້ວ່າ​ແນວ​ໃດ ເພາະວ່າ​ໄດ້​ມີ​ການ​ໂຕ້​ຖຽງ​ກັນ​ໃນ​ບັນດາ​ຜູ້ຄົນ​ກ່ຽວ​ກັບ​ເລື່ອງ​ນີ້.

“ແລະ ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ພວກ​ເພິ່ນວ່າ: ຕາມ​ຈິງ, ຕາມ​ຈິງ​ແລ້ວ​ ເຮົາ​ກ່າວ​ກັບ​ເຈົ້າວ່າ, ເປັນ​ດ້ວຍ​ເຫດ​ໃດ​ຜູ້​ຄົນ​ຈຶ່ງ​ຈົ່ມ ແລະ ໂຕ້​ຖຽງ​ກັນ​ເພາະ​ເລື່ອງ​ນີ້?

“ພວກ​ເຂົາ​ບໍ່​ໄດ້​ອ່ານ​ພຣະ​ຄຳ​ພີ​ບໍ, ຊຶ່ງມັນບອກ​ໄວ້​ວ່າ ເຈົ້າຕ້ອງ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ, ຊຶ່ງເປັນ​ນາມຂອງ​ເຮົາ? ເພາະ​ໂດຍ​ນາມ​ນີ້​ເຈົ້າຈະ​ຖືກເອີ້ນໃນ​ວັນ​ສຸດ​ທ້າຍ;

“ແລະ ຜູ້​ໃດ​ທີ່​ຮັບ​ນາມຂອງ​ເຮົາ, ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ, ຜູ້ນັ້ນຈະ​ລອດ​. ...

“ດັ່ງນັ້ນ, ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ເຮັດ, ຈົ່ງ​ເຮັດ​ໃນ​ນາມ​ຂອງ​ເຮົາ; ດັ່ງນັ້ນ ເຈົ້າ​ຈົ່ງ​ເອີ້ນ​ສາດສະໜາ​ຈັກ​ຕາມ​ນາມ​ຂອງ​ເຮົາ; ແລະ ເຈົ້າ​ຈົ່ງ​ເອີ້ນ​ຫາ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ ເພື່ອ​ພຣະ​ອົງ​ຈະ​ປະທານ​ພອນ​ໃຫ້​ແກ່​ສາດສະໜາ​ຈັກ​ເພື່ອ​ເຫັນ​ແກ່​ເຮົາ” (3 ນີ​ໄຟ 27:2–7).

ແມ່ນ​ພຣະນາມ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, “​ເພາະວ່າ​ບໍ່​ມີ​ຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ ທີ່​ປະທານ​ແກ່​ມະນຸດ​ເພື່ອ​ໃຫ້​ເຮົາ​ທັງຫລາຍ​ຕ້ອງ​ໄດ້​ຟື້ນ” (ກິດຈະການ 4:12).

ໃນ​ສາດສະໜາ​ຈັກ ​ເຮົາ​ຮູ້ຈັກ​ວ່າ​ພຣະອົງ​ຄື​ໃຜ: ພຣະ​ເຢຊູ​ຄຣິດ ​ແມ່ນ​ພຣະບຸດ​ຂອງ​ພຣະ​ເຈົ້າ. ພຣະອົງ​ເປັນ​ພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີ​ດຂອງ​ພຣະບິດາ. ພຣະອົງ​ຄື​ຜູ້​ທີ່​ຖືກ​ຂ້າ ​ແລະ ຜູ້​ທີ່​​ໄດ້​ຟື້ນ​ຄືນ​ຊີວິດ. ພຣະອົງ​ເປັນ​ຜູ້​ອ້ອນວອນ​ນຳພຣະບິດາ. “ຈົ່ງ​ຈື່​ໄວ້​ວ່າ [ພວກ​ເຮົາ] ຈະ​ຕ້ອງ​ສ້າງ​ຮາກ​ຖານ​ຂອງ​ລູກ​ເທິງ​ດານ​ຫີນ​ຂອງ​ພຣະຜູ້​ໄຖ່​ຂອງ [ພວກ​ເຮົາ]​, ຄື ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ” (ຮີ​ລາມັນ 5:12). ພຣະອົງ​ເປັນ​ສະໝໍ​ທີ່​ຈ່ອງ​ເຮົາ​ໄວ້ ​ແລະ ປົກ​ປ້ອງ​ເຮົາ ​ແລະ ຄອບຄົວ​ຂອງ​ເຮົາ ​ໃນ​ທ່າມກາງ​ພະຍຸ​ຂອງ​ຊີວິດ​ນີ້.

​ໃນ​ທຸກວັນ​ອາທິດ ສະມາຊິກ​ຕະຫລອດ​ທົ່ວ​ໂລກ, ບໍ່​ວ່າ​ຈະ​​ເປັນ​ສັນຊາດ​ໃດ ຫລື ​ເວົ້າພາສາ​ໃດ, ຈະ​​ໄປ​ຊຸມນຸມ​ກັນ​ເພື່ອ​ຮັບ​ສິນ​ລະ​ລຶກ. ຖ້ອຍ​ຄຳ​ຂອງ​ການ​ໃຫ້​ພອນ​ສິນ​ລະ​ລຶກຈະ​ເປັນ​ຄຳ​ດຽວ​ກັນ. ​ເຮົາ​ຍອມຮັບ​ເອົາ​ພຣະນາມ​ຂອງ​ພຣະຄຣິດ ​ແລະ ຈະ​ລະນຶກ​ເຖິງ​ພຣະອົງ​ຕະຫລອດ​ເວລາ. ຄຳ​ນີ້​ເປັນ​ຮອຍ​ປະ​ທັບ​ຢູ່​ກັບ​ເຮົາ.

ສາ​ດສະ​ດາ​ນີ​ໄຟ​ໄດ້​ປະກາດ​ວ່າ, “ພວກ​ເຮົາ​ເວົ້າ​ເຖິງ​ພຣະ​ຄຣິດ, ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ, ພວກ​ເຮົາ​ສັ່ງສອນ​ເລື່ອງ​ພຣະ​ຄຣິດ, ພວກ​ເຮົາ​ທຳນາຍ​ເຖິງ​ພຣະ​ຄຣິດ, ແລະ ພວກ​ເຮົາ​ບັນທຶກ​ຕາມ​ຄຳ​ທຳນາຍ​ຂອງ​ພວກ​ເຮົາ ເພື່ອ​ລູກ​ຫລານ​ຂອງ​ພວກ​ເຮົາຈະ​ໄດ້​ຮູ້​ວ່າ ພວກ​ເຂົາ​ຈະ​ຫລຽວ​ຫາ​ແຫລ່ງ​ໃດ​ເພື່ອ​ການ​ປົດ​ບາບ​ຂອງ​ພວກ​ເຂົາ” (2 ນີ​ໄຟ 25:26).

​ເຮົາ​ແຕ່ລະຄົນ​ຕ້ອງ​ມີ​ປະຈັກ​ພະຍານ​ຂອງ​ຕົນ​ເອງ​ເຖິງ​ອົງພຣະ​ເຢຊູ​ຄຣິດ. ​​ແລ້ວ​ເຮົາ​ສາມາດ​ແບ່ງປັນ​ປະຈັກພະຍານ​ນັ້ນກັບ​ຄອບຄົວຂອງ​ເຮົາ ​ແລະ ຄົນ​ອື່ນໆ​ດ້ວຍ.

​ໃນ​ທຸກ​ສິ່ງ​ຢ່າງ​ນີ້, ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ​ວ່າ ຍັງ​ມີ​ຜູ້​ປໍ​ລະ​ປັກ​ຢູ່ ຜູ້​ພະຍາຍາມ​ຢັບຢັ້ງວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ເຮົາ​ຕ້ອງ​ເລືອກ​ທີ່​ຈະ​ຕິດຕາມ​ຜູ້​ໃດ. ​ເຮົາ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ຖ້າຫາກ​ເຮົາ​ຕັດສິນ​ໃຈ​ຕິດຕາມ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ແຕ່​ໃຫ້​ແນ່​ໃຈ​ວ່າ​ເຮົາ​ຈະຍຶດໝັ້ນຢູ່​ໃນ​ຝ່າຍ​ຂອງ​ພຣະອົງ.

ຢູ່​ໃນ​ພຣະສັນຍາ​ໃໝ່, ​ໂຢຮັນ​ໄດ້​ບັນທຶກ​ໄວ້​ວ່າ ບາງ​ຄົນ​ບໍ່​ສາມາດ​ຜູກ​ມັດ​ຕົນ​ທີ່​ຈະ​ຕິດຕາມ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະອົງ ​ແລະ “ນັບ​​ແຕ່​ເວລາ​ນັ້ນ ສານຸສິດ​ຫລາຍ​ຄົນ​ຂອງ​ພຣະອົງ​ໄດ້​ກັບ​ຄືນ​ໄປ, ​ແລະ ບໍ່​ໄດ້​ຕິດຕາມ​ພຣະອົງ​ອີກ.

“ດັ່ງນັ້ນ ພຣະ​ເຢຊູ​ຈຶ່ງ​ຖາມ​ພວກ​ສາວົກ​ສິບ​ສອງ​ຄົນ​ວ່າ ພວກ​ເຈົ້າ​ເດ ກໍ​ຢາກ​ໜີ​ໄປ​ຄື​ກັນ​ບໍ?

“ຝ່າຍ​ຊີ​ໂມນ​ເປ​ໂຕ​ໄດ້​ຕອບ​ພຣະອົງ​ວ່າ, ອົງ​ພຣະຜູ້​ເປັນ​ເຈົ້າ ພວກ​ຂ້ານ້ອຍ​ຈະ​ໜີ​ໄປ​ຫາ​ຜູ້​ໃດ? ພຣະອົງ​ເປັນ​ຜູ້​ມີ​ຖ້ອຍ​ຄຳ​ແຫ່ງ​ຊີວິດ​ນິລັນດອນ.

“ບັດ​ນີ້​ຂ້ານ້ອຍ​ເຊື່ອ ​ແລະ ຮູ້​ແລ້ວ​ວ່າ ພຣະອົງ​ເປັນ​ຜູ້​ບໍລິສຸດ​ທີ່​ມາ​ຈາກ​ພຣະ​ເຈົ້າ” (​ໂຢຮັນ 6:66–69).

​ເປ​ໂຕ ​ໄດ້​ຮັບ​ສິ່ງ​ທີ່​ສາມາດ​ຮຽນ​ຮູ້​ໂດຍ​ການ​ຕິດຕາມ​ພຣະຜູ້​ຊ່ອຍ​ໃຫ້ລອດ. ​ໃນ​ການ​ເປັນ​ຄົນ​ຊື່ສັດ​ທີ່​ອຸທິດ​ຕົນ​ຕໍ່​ພຣະ​ເຢຊູ​ຄຣິດ, ​ເຮົາ​ຮັບ​ເອົາ​ພຣະອົງວ່າ​ເປັນ​ພຣະຜູ້​ໄຖ່​ຂອງ​ເຮົາ ​ແລະ ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ເພື່ອ​ດຳລົງ​ຊີວິດ​ຕາມ​ຄຳ​ສອນ​ຂອງ​ພຣະອົງ.

ຕະຫລອດ​ເວລາ​ທີ່​ຂ້າພະ​ເຈົ້າມີ​ຊີວິດ​ຢູ່ ​ແລະ ​ໄດ້​ສອນ ​ແລະ ​ໄດ້​ຮັບ​ໃຊ້, ຫລັງ​ຈາກ​ໄດ້​ເດີນທາງ​ເປັນ​ຫລາຍ​ລ້ານ​ກິ​ໂລ​ແມັດ ຕະຫລອດ​ທົ່ວ​ໂລກ, ​ໃນ​ປະສົບ​ການ​ທຸກ​ຢ່າງ​ທີ່​ຂ້າພະ​ເຈົ້າມີ, ມີ​ຄວາມ​ຈິງ​ທີ່​ຍິ່ງ​ໃຫຍ່​ຢ່າງ​ໜຶ່ງ​ທີ່​ຂ້າພະ​ເຈົ້າຢາກ​ແບ່ງປັນ. ນັ້ນຄື​ການ​ເປັນ​ພະຍານ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ພຣະ​ເຢຊູ​ຄຣິດ.

​ໂຈ​ເຊັບ ສະ​ມິດ ​ແລະ ຊິດ​ນີ ຣິກດອນ ​ໄດ້​ບັນທຶກ​ຂໍ້​ຄວາມ​ດັ່ງ​ຕໍ່​ໄປ​ນີ້ ​ກ່ຽວ​ກັບປະສົບ​ການ​ທີ່​ສັກສິດ:

ແລະ ບັດ​ນີ້, ຫລັງ​ຈາກ​ປະຈັກ​ພະຍານ​ຫລາຍຢ່າງທີ່​ໃຫ້​ໄວ້​ເຖິງ​ພຣະອົງ, ນີ້ຄືປະຈັກ​ພະຍານ, ສຸດ​ທ້າຍ​ຂອງ​ທັງ​ໝົດ, ​ຊຶ່ງພວກ​ເຮົາມອບ​ໃຫ້ເຖິງ​ພຣະອົງ: ວ່າພຣະອົງ​ຊົງ​ພຣະຊົນ!

ເພາະພວກ​ເຮົາ​ໄດ້​ເຫັນພຣະອົງ (​ເບິ່ງ D&C 76:22–23).

ຂ້າພະ​ເຈົ້າຂໍ​ກ່າວ​ຄຳ​ດຽວ​ກັນນັ້ນ.

ຂ້າພະ​ເຈົ້າ ​ເຊື່ອ ​ແລະ ຂ້າພະ​ເຈົ້າ ​ແນ່​ໃຈ​ວ່າ​ພຣະ​ເຢຊູ​ຄື ພຣະຄຣິດ, ​ເປັນ​ພຣະບຸດ​ຂອງ​ພຣະ​ເຈົ້າທີ່​ຊົງ​ພຣະຊົນ​ຢູ່ ​ແລະ ວ່າພຣະອົງ​ຊົງ​ພຣະຊົນ​ຢູ່. ພຣະອົງ​ເປັນ​ພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດຂອງ​ພຣະບິດາ, ​ແລະ ໂດຍພຣະອົງ, ​ແລະ ຜ່ານພຣະອົງ, ​ແລະ ຈາກ​ພຣະອົງ, ​ໂລກຕ່າງໆ​ຈຶ່ງ​ຖືກ​ສ້າງ​ຂຶ້ນມາ, ​ແລະ ຜູ້​ອາ​ໄສໃນ​ນັ້ນ​ເປັນ​ບຸດ ​ແລະ ທິດາ​ທີ່​ຖື​ກຳ​ເນີ​ດຂອງ​ພຣະ​ເຈົ້າ (​ເບິ່ງ D&C 76:24).

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຊົງ​ພຣະຊົນ​ຢູ່. ຂ້າພະ​ເຈົ້າ ຮູ້ ພຣະຜູ້​ເປັນ​ເຈົ້າ. ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ພຣະອົງ. ຂ້າພະ​ເຈົ້າຮູ້​ເຖິງ​ການ​ເສຍ​ສະລະ​ອັນ​ຍິ່ງ​ໃຫຍ່ຂອງ​ພຣະອົງ ​ແລະ ​ເຖິງ​ຄວາມ​ຮັກ​ນິລັນ​ດອນ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ພິ​ເສດ​ໃນ​ຄວາມ​ຖ່ອມ​ຕົນ ​ແຕ່​​ໃນ​ຄວາມ​ແນ່ນອນ​​ໃຈທີ່​ສຸດ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.