​2010–2019
“ຢ່າ​ສູ່​ຢ້ານ; ເຮົາ​ສະ​ຖິດ​ຢູ່​ກັບ​ໝູ່​ເຈົ້າ”
ເມສາ 2014


11:8

“ຢ່າ​ສູ່​ຢ້ານ; ເຮົາ​ສະ​ຖິດ​ຢູ່​ກັບ​ໝູ່​ເຈົ້າ”

ເມື່ອ​ເຮົາ​ພັດ​ທະ​ນາ​ສັດທາ ​ແລະ ຄວາມ​ໄວ້​ວາງ​ໃຈ ​ໃຫ້​ມີ​ຫລາຍ​ຂຶ້ນ​ໃນ​ພ​ຣະ​ຜູ້​ເປັນ​ເຈົ້າ, ເຮົາ​ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພ​ຣະ​ອົງ ທີ່​ຈະ​ໃຫ້​ພອນ​ເຮົາ ແລະ ປົດ​ປ່ອຍ​ເຮົາ.

ມີ​ຄວາມ​ຮູ້​ສຶກ​ນ້ອຍ​ທີ່​ຈະ​​ທຽບ​​​ເທົ່າຄວາມ​ຮູ້​ສຶກ​ທີ່​ລະ​ອຽດ​ອ່ອນ​ຂອງ​ການ​ເປັນ​ພໍ່​ແມ່. ບໍ່​ມີ​ຫ​ຍັງ​ຫວານ​ຊື່ນ​ໄປ​ກວ່າ​ການ​ໄດ້​ຮັບ​ແອ​ນ້ອຍ​ທີ່​ລ້ຳ​ຄ່າ​ຈາກ​ສະ​ຫວັນໂດຍ​ກົງ. ນ້ອ​ງ​ຊາຍຄົນ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ມີ​ປະ​ສົບ​ການນີ້ຢ່າງ​ເລິກ​ຊຶ້ງ​ເປັນ​ພິ​ເສດ. ລູກ​ຊາຍ​ນ້ອຍ​ຄົນ​ທຳ​ອິດ​ຂອງ​ລາວ​ໄດ້​ເກີດ​ກ່ອນ​ກຳ​ນົດ ແລະ ມີ​ນ້ຳ​ໜັກ​ພຽງ​ແຕ່ 2 ປອນ 14 ອອນ (1.3 ກິ​ໂລ​). ທ້າວ​ຮັນ​ເທີ ໄດ້​ໃຊ້​ເວ​ລາ​ສອງ​ເດືອນ​ທຳ​ອິດ​ໃນ​ຊີ​ວິດ​ຂອງ​ລາວ​ຢູ່​ຫ້ອງ​ດູ​ແລ​ເດັກເກີດ​ໃໝ່​ໃນ​ໂຮງ​ໝໍ. ເດືອນ​ເຫລົ່າ​ນັ້ນ​ໄດ້​ເປັນ​ເວ​ລາ​ທີ່ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ​ສຳ​ລັບ​ຄອບ​ຄົວ​ຂະ​ນະ​ທີ່​ພວກ​ເຮົາ​ໄດ້​ຫວັງ ແລະ ໄດ້​ອ້ອນວອນ​ພ​ຣະ​ຜູ້​ເປັນ​ເຈົ້າ​ເພື່ອທູ​ນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພ​ຣະ​ອົງ.

ທ້າວ​ຮັນ​ເທີ​ນ້ອຍຕ້ອງ​ການ​ຄວາມ​ຊ່ອຍ​ເຫລືອ​ຫລາຍ. ລາວ​ໄດ້​ດີ້ນ​ລົນ​ເພື່ອ​ຈະ​ມີ​ກຳ​ລັງ​ພໍ​ທີ່​ຈະ​ຢູ່​ລອດ. ມື​ທີ່​ແຂງ​ແຮງ​ຂອງ​ພໍ່​ທີ່​ຮັກ​ຂອງລາວຈັບ​ມື​ນ້ອຍໆ​ຂອງ​ລູກ​ຊາຍ​ເລື້ອຍໆ​ເພື່ອ​ໃຫ້​ກຳ​ລັງ​ໃຈ​ແກ່​ລູກ​ນ້ອຍຂອງ​ລາວ.

ມັນ​ກໍ​ເປັນ​ແບບນີ້​ສຳ​ລັບ​ລູກໆ​ຂອງ​ພ​ຣະ​ເຈົ້າ​ທຸກ​ໆຄົນ. ພ​ຣະ​ບິ​ດາ​ໃນ​ສະ​ຫວັນ​ຂອງ​ເຮົາ​ເອື້ອມ​ອອກ​ມາ​ຫາ​ເຮົາ​ແຕ່​ລະ​ຄົນດ້ວຍ​ຄວາມ​ຮັກ​ທີ່​ບໍ່​ມີ​ສິ້ນ​ສຸດຂອງ​ພຣະອົງ. ພ​ຣະ​ອົງ​ມີ​ອຳ​ນາດ​ເໜືອ​ທຸກ​ສິ່ງ​ທັງ​ໝົດ ແລະ ປາດ​ຖະ​ໜາຈະ​ຊ່ອຍ​ໃຫ້​ເຮົາ​ຮຽນ​ຮູ້, ເຕີບ​ໂຕ, ແລະ ກັບ​ຄືນ​ໄປ​ຫາ​ພ​ຣະ​ອົງ. ນີ້​ຄື​ຈຸດ​ປະ​ສົງ​ຂອງ​ພ​ຣະ​ບິ​ດາ​ຂອງ​ເຮົາ, “ທີ່​ຈະກໍ່​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ.”1

ເມື່ອ​ເຮົາ​ພັດ​ທະ​ນາສັດທາ ​ແລະ ​ຄວາມ​ໄວ້​ວາງ​ໃຈ ໃຫ້​ມີ​ຫລາຍ​ຂຶ້ນ​ໃນ​ພ​ຣະ​ຜູ້​ເປັນ​ເຈົ້າ, ເຮົາ​ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພ​ຣະ​ອົງ ທີ່​ຈະ​ໃຫ້​ພອນ​ເຮົາ ແລະ ປົດ​ປ່ອຍ​ເຮົາ.

ພ​ຣະ​ຄຳ​ພີ​ມໍ​ມອນ​ສານຕໍ່​ຄວາມ​ຄິດ​ທີ່​ງົດ​ງາມເຖິ​ງ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າທີ່​ຈະ​ປົດ​ປ່ອຍ​ລູກໆ​ຂອງ​ພຣະອົງ. ນີ​ໄຟ​ໄດ້​ແນະ​ນຳ​ສິ່ງນີ້​ໃນ​ບົດ​ທຳ​ອິດ​ຂອງ​ພ​ຣະ​ຄຳ​ພີ​. ​ໃນ ຂໍ້​ທີ 20, ເຮົາ​ອ່ານ​ວ່າ, “ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ນີ​ໄຟ​ຂໍ​ສະ​ແດງ​ຕໍ່​ທ່ານ​ວ່າ ຄວາມ​ເມດ​ຕາ​ອັນ​ລະ​ອຽດ​ອ່ອນ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ມີ​ຢູ່​ເໜືອ​ທຸກ​ຄົນ ທີ່​ພ​ຣະ​ອົງ​ເລືອກ​ໄວ້, ເປັນ​ເພາະ​ສັດ​ທາ​ຂອງ​ພວກ​ເຂົາ, ມັນ​ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ເຂັ້ມ​ແຂງ​ຈົນ​ເຖິງ​ອຳ​ນາດ​ການ​ປົດ​ປ່ອຍ.”2

ເມື່ອ​ຫລາຍ​ປີ​ກ່ອນ​ຂ້າ​ພະ​ເຈົ້າໄດ້​ຮູ້ຈັກ​​ເປັນ​ສ່ວນ​ຕົວ ເຖິງ​ຄວາມ​ຈິງ​ທີ່​ຖືກ​ສະ​ແດງ​ອອກ​ໃນ​ຂໍ້​ນີ້. ຂ້າ​ພະ​ເຈົ້າ​ໄດ້​ຮູ້​​ວ່າ​ພ​ຣະ​ບິດາ​ໃນ​ສະ​ຫວັນ​ຂອງ​ເຮົາສະ​ຖິດ​ຢູ່​ໃກ້​ພຽງ​ໃດ ແລະ ວ່າ​ພ​ຣະ​ອົງ​ປາດ​ຖະ​ໜາ​ຈະ​ຊ່ອຍ​ເຫລືອ​ເຮົາ.

ແລງມື້​ໜຶ່ງຄ່ຳ​ຄືນ​ໃກ້​ຈະ​ມາ​ເຖິງ, ຂ້າ​ພະ​ເຈົ້າ​ໄດ້​ຂັບ​​ໄປ​ກັບ​ລູກໆ ຕອນຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເດັກ​ຊາຍ​ຄົນ​ໜຶ່ງກຳ​ລັງ​ຍ່າງ​ໄປ​ຕາມ​ທາງ. ຫລັງ​ຈາກ​ໄດ້​ກາຍ​ລາວ​ໄປ​ແລ້ວ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ແນ່​ຊັດ​ວ່າ​ຂ້າ​ພະ​ເຈົ້າ​ຄວນ​ກັບ​ຄືນ​ໄປ​ ແລະ ຊ່ອຍລາວ. ແຕ່​ເປັນ​ຫ່ວງວ່າ​ມັ​ນ​ອາດ​ເຮັດ​ໃຫ້​ລາວ​ຢ້ານ ທີ່​ຈະ​ມີ​ຄົນ​ແປກ​ໜ້າ​ຂັບ​ລົດ​ມາ​ໃກ້​ລາວ​ໃນ​ຕອນກາງ​ຄືນ, ຂ້າ​ພະ​ເຈົ້າ​ເລີຍ​ໄດ້​ຂັບ​ລົດ​ຕໍ່​ໄປ. ຄວາມ​ປະ​ທັບ​ໃຈ​ທີ່​ແຮງ​ກ້າ​ນັ້ນ​ໄດ້​ເກີດ​ຂຶ້ນ​ອີກ​ດ້ວຍ​ຖ້ອຍ​ຄຳ​ໃນ​ຄວາມ​ຄິດ​ຂອງ​ຂ້າ​ພະ​ເຈົ້າ​ວ່າ: “ກັບ​ໄປ​ຊ່ອຍ​ເດັກ​ຊາຍ​ຄົນ​ນັ້ນສາ!”

​ຂ້າ​ພະ​ເຈົ້າ​ໄດ້​ກັ​ບ​ຄືນ​ໄປ​ຫາ​ລາວ ແລະ ໄດ້​ຖາມ​ວ່າ, “ເຈົ້າ​ຕ້ອງ​ການ​ຄວາມ​ຊ່ອຍ​ເຫລືອ​ບໍ? ຂ້ອຍ​ໄດ້​ຮູ້​ສຶກວ່າ​ຂ້ອຍ​ຄວນ​ຊ່ອຍ​ຫຍັງ​ເຈົ້າ.”

ລາວ​ໄດ້​ຫັນ​ໜ້າ​ມາ​ຫາ​ພວກ​ເຮົາ ແລະ ດ້ວຍ​ນ້ຳ​ຕາ​ໄຫລ​ອາບ​ແກ້ມ​ໄດ້​ເວົ້າ​ວ່າ, “ນ້າ​ຊ່ອຍ​ຂ້າ​ນ້ອຍ​ໄດ້​ບໍ? ຂ້າ​ນ້ອຍ​ໄດ້​ອະ​ທິ​ຖານ​ຂໍ​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ​ມາ​ຊ່ອຍ​ຂ້າ​ນ້ອຍ.”

ຄຳ​ອະ​ທິ​ຖານ​ຂໍ​ຄວາມ​ຊ່ອຍ​ເຫລືອຂອງ​ລາວ​ໄດ້​ຮັບ​ຄຳ​ຕອບ​ດ້ວຍ​ການ​ດົນ​ໃຈ​ທີ່​ໄດ້​ມາ​ສູ່​ຂ້າ​ພະ​ເຈົ້າ. ປະສົບ​ການ​ດັ່ງກ່າວ ທີ່​ເປັນການ​ຊີ້​ນຳ​ຈາກ​ພຣະວິນ​ຍານ ​ໄດ້​​ປະ​ທັບ​ໃຈ​ຂອງ​ຂ້າພະ​ເຈົ້າຫລາຍ.

​ແລະ ບັດ​ນີ້ຫລັງ​ຈ​າກ 25 ປີ, ຂ້າ​ພະ​ເຈົ້າ​ໄດ້ຕິດ​ຕໍ່​ຫາ​ກັນ​ກັບ​ເດັກ​ຊາຍ​ຄົນ​ນັ້ນ​ເປັນ​ເທື່ອ​ທຳ​ອິດ​ເມື່ອ​ສອ​ງ​ສາມ​ເດືອນ​ຜ່ານ​ມານີ້. ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ວ່າ​ປະ​ສົບ​ການນັ້ນ​ບໍ່​ໄດ້​ເປັນ​ເລື່ອງ​ລາວ​ຂອງ​ຂ້າ​ພະ​ເຈົ້າ​ເທົ່າ​ນັ້ນ—ມັນ​ເປັນ​ເລື່ອງ​ລາວ​ຂອງ​ລາວ​ດ້ວຍ. ບັດ​ນີ້ ທ້າວ ແດ​ຣິກ ແນນ​ສ ກໍ​ເປັນ​ພໍ່​ດ້ວຍ​ຄອບ​ຄົວ​ຂອງ​ລາວ​ເອງ. ມັນ​ຊ່ອຍ​ເຮົາ​ໃຫ້​ສ້າງ​ຮາກ​ຖານ​ແຫ່ງ​ສັດທາ​ທີ່​ວ່າ ພຣະ​ເຈົ້າ​ໄດ້​ຍິນ ​ແລະ ຕອບ​ຄຳ​ອະທິຖານ​ຂອງ​ເຮົາ. ​​ເຮົາ​ທັງ​ສອງ​ໄດ້​ໃຊ້​ມັນ​ເພື່ອ​ສອນ​ລູກໆ​ວ່າ ພຣະ​ເຈົ້າຈະ​ດູ​ແລ​ເຮົາ. ​ເຮົາ​ບໍ່​ໄດ້​ຢູ່​ຕາມ​ລຳພັງ.

​ໃນ​ຄ່ຳ​ຄືນ​ນັ້ນ, ແດຣິກ​ໄດ້​ຢູ່ເຮັດ​ກິດ​ຈະ​ກຳ​ທີ່​ໂຮງ​ຮຽນຫລັງ​ຈາກ​ໂຮງ​ຮຽນ​ປິດ ແລະ ກໍອອກ​ໄປ​ບໍ່​ທັນ​ລົດ​ເມ​ຖ້ຽວ​ສຸດ​ທ້າຍ. ໂດຍ​ທີ່​ເປັນ​ໄວ​ລຸ້ນ, ລາວ​ຮູ້​ສຶກ​ໝັ້ນ​ໃຈ​ວ່າ​ລາວ​ຈະ​ກັບ​ເຖິງ​ບ້ານ​ໄດ້, ສະ​ນັ້ນ​ລາວ​ຈຶ່ງ​ໄດ້​ເລີ່ມ​ຍ່າງ​ໄປ.

ຊົ່ວ​ໂມງ​ເຄິ່ງ​ໄດ້​ຜ່ານ​ໄປ​ຕອນ​ລາວ​ໄດ້​ຍ່າງ​ຕາມ​ທາງ​ທີ່​ໂດດ​ດ່ຽວນັ້ນ. ຍັງ​ໄກ​ຈາກ​ບ້ານ​ຫລາຍ​ກິ​ໂລ​ແມັດ ແລະ ບໍ່​ເຫັນ​ບ້ານ​ເຮືອນ​ໃດໆ​ຢູ່​ຕາມ​ທາງ, ລາວ​ຈຶ່ງ​ຢ້ານ​ກົວ. ໃນ​ຄວາມ​ສິ້ນ​ຫວັງ, ລາວ​ໄດ້​ຍ່າງ​ໄປ​ທາງ​ຫລັງກອງ​ຫີນ​ນ້ອຍ, ​ໄດ້ຄຸ​ເຂົ່າລົງ, ແລະ ໄດ້​ອະ​ທິ​ຖານ​ທູນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ. ທັນ​ທີ​ທີ່​ທ້າວ​ແດ​ຣິກ​ໄດ້​ກັ​ບ​ມາ​ຍ່າງ​ຕາມ​ທາງ, ຂ້າ​ພະ​ເຈົ້າ​ໄດ້ຢຸດ​ເພື່ອ​ໃຫ້​ຄວາມ​ຊ່ອຍ​ເຫລືອ​ທີ່​ລາວ​ຕ້ອງ​ການ​ຫລາຍ​ທີ່​ສຸດ.

​ແລະ ບັດ​ນີ້​ຫລາຍ​ປີ​ຕໍ່​ມາ ແລະ ທ້າວ​ແດ​ຣິກ​ຍັງ​ຈຳ​ໄດ້​ວ່າ: “ພຣະ​ຜູ້​ເປັນ​ເຈົ້າ​ໄດ້ຮັບ​ຮູ້​ຂ້າ​ນ້ອຍ​ຢູ່, ເດັກ​ຊາຍ​ທີ່​ຈ່ອຍ​ຜອມ ແລະ ບໍ່​ຕຽມ​ພ້ອມ. ແລະ ເຖິງ​ແມ່ນ​ວ່າ​ທຸກ​ສິ່ງ​ຢ່າງ​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ໃນ​ໂລກ, ພ​ຣະ​ອົງ​ຍັງ​ຮັບ​ຮູ້​ເຖິງ​ສະ​ພາບ​ການ​ຂອງ​ຂ້າ​ນ້ອຍ ແລະ ໄດ້​ຮັກ​ຂ້າ​ນ້ອຍ​ພໍ​ທີ່​ຈະ​ສົ່ງ​ຄວາມ​ຊ່ອຍ​ເຫລືອ​ມາ​ໃຫ້. ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ​ຫລາຍ​ເທື່ອ​ຕັ້ງ​ແຕ່​ໃນ​ເສັ້ນ​ທາງ​ທີ່ບໍ່​ມີ​ຄົນ​ທຽວນັ້ນ. ຄຳ​ຕອບ​ຂອງ​ພຣະ​ອົງ​ຈະ​ບໍ່​ເກີດ​ຂຶ້ນ​ໃນ​ທັນ​ທີ ແລະ ແຈ່ມ​ແຈ້ງ​ສະ​ເໝີ​ໄປ, ແຕ່​ຄວາມ​ຮັບ​ຮູ້​ເຖິງ​ຂ້າ​ນ້ອຍ​ນັ້ນ​ແມ່ນ​ເຫັນ​ໄດ້​ໃນ​ວັນ​ເວ​ລານີ້ ດັ່ງ​ທີ່​ມັນ​ໄດ້​ເກີດ​ຂຶ້ນ​ໃນ​ຄ່ຳ​ຄືນ​ທີ່​ໂດດ​ດ່ຽວ​ນັ້ນ. ເມື່ອ​ໃດຄວາມ​ຫ່ວງ​ໄຍ​ທາງ​ໂລກ​ເຮັ​ດ​ໃຫ້​ຂ້າ​ນ້ອຍ​ຮູ້​ສຶກ​ລຳ​ບາກ​ໃຈ, ຂ້າ​ນ້ອຍ​ຮູ້​ວ່າ​ພ​ຣະ​ອົງ​ມີ​ແຜນ​ທີ່​ຈະ​ນຳ​ຂ້າ​ນ້ອຍ​ກັບ​ບ້ານ​ຢ່າງ​ປອດ​ໄພ​ອີ​ກ​ສະ​ເໝີ.

ດັ່ງ​ທີ່ ແດ​ຣິກ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ບໍ່​ແມ່ນ​ຄຳ​ອະ​ທິ​ຖານ​ທຸກ​ຄຳ​ຈະ​ໄດ້​ຮັບ​ການ​ຕອບ​ຢ່າງວ່ອງ​ໄວ. ແຕ່​ຕາມ​ຄວາມ​ຈິງ​ແລ້ວ ພ​ຣະ​ບິ​ດາ​ຂອງ​ເຮົາ​ຮູ້​ຈັກ​ເຮົາ ແລະ ໄດ້​ຍິນ​ຄຳ​ອ້ອນວອນໃນ​ໃຈ​ຂອງ​ເຮົາ. ພ​ຣະ​ອົງ​ສຳ​ເລັດ​ສິ່ງ​ມະ​ຫັດ​ສະ​ຈັນ​ຂອງ​ພ​ຣະ​ອົງ​ເທື່ອ​ລະ​ຄຳ​ອະ​ທິ​ຖານ, ​ເທື່ອ​ລະ​ຄົນ.

ເຮົາ​ໄວ້​ວາງ​ໃຈ​ໄດ້​ວ່າ​ພ​ຣະ​ອົງ​ຈະ​ຊ່ອຍ​ເຮົາ, ອາດບໍ່​ແມ່ນ​ໃນ​ທາງ​ທີ່​ເຮົາ​ຢາກ​ໃຫ້​ພ​ຣະ​ອົງ​ຊ່ອຍ ແຕ່​ໃນ​ວິ​ທີ​ທາງ​ທີ່​ດີ​ທີ່​ສຸດທີ່​ຈະ​ຊ່ອຍ​ໃຫ້​ເຮົາ​ເຕີບ​ໂຕ. ການ​ຍອມ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ ອາດ​ເປັນ​ສິ່ງ​ຍາກ​ທີ່​ຈະ​ເຮັດ, ແຕ່​ມັນ​ຈຳ​ເປັນ​ເພື່ອ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພ​ຣະ​ອົງ ແລະ ພົບ​ເຫັນ​ຄວາມ​ສະ​ຫງົບ​ທີ່​ພຣະ​ອົງ​ມີ​ໃຫ້​ເຮົາ.

ເຮົາ​ສາ​ມາດ​ຮູ້​ສຶກ​ໄດ້, ດັ່ງ​ທ່ານ ຊີ ​ແອັສ ຫລຸຍ ​ໄດ້​ບັນຍາຍ​ວ່າ: “ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຊ່ອຍ​ຕົນ​ເອງບໍ່​ໄດ້ ... ​ເພາະ​ວ່າ​ຂ້າ​ພະ​ເຈົ້າ​ເຮັດ​ຫ​ຍັງ​ບໍ່​ໄດ້​ເອງ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ເພາະ​ຂ້າ​ພະ​ເຈົ້າ​ມີ​ຄວາມຕ້ອງ​ການ​ຕະ​ຫລອດ​ເວ​ລາ. … ການ​ອະ​ທິ​ຖານບໍ່​ໄດ້​ປ່ຽນ​ແປງ​ພ​ຣະເຈົ້າ. ມັນ​ປ່ຽນ​ແປງ​ຂ້າ​ພະ​ເຈົ້າ​ເອງ.”3

ມີ​ຫລາຍ​ເລື່ອງ​ໃນ​ພ​ຣະ​ຄຳ​ພີ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພ​ຣະ​ອົງ​ໄດ້​ຊ່ອຍ ແລະ ປົດ​ປ່ອຍ​ເຂົາ​ເຈົ້າ. ຂໍ​ໃຫ້​ຄິດ​ເຖິງ​ຊາຍ​ໜຸ່ມ​ຊື່​ດາ​ວິດ, ຜູ້​ທີ່​ໄດ້​ລອດ​ພົ້ນ​ຈາກຄວາມ​ຕາຍ​ທີ່​ແນ່ນອນ​ຈາກ​ກຳ​ມື​ຂອງ ໂກ​ລີ​ອາດ ໂດຍ​ການ​ເພິ່ງ​ພາອາ​ໄສ​ພຣະ​ຜູ້​ເປັນ​ເຈົ້າ. ໃຫ້​ຄິດ​ເຖິງ​ນີ​ໄຟ, ຜູ້​ໄດ້​ອ້ອນວອນຫາ​ພຣະ​ເຈົ້າ​ດ້ວຍ​ສັດທາ ​ແລ້ວ​ໄດ້​ຖືກ​ປົດ​ປ່ອຍ​ຈາກພວກ​ອ້າຍ​ຂອງ​ເພິ່ນ ຜູ້​ພະຍາຍາມ​ທີ່​ຈະ​ເອົາ​ຊີວິດ​ຂອງ​ເພິ່ນ​ໄປ. ຂໍ​ໃຫ້​​ຈຳ​ຊາຍ​ໜຸ່ມ​ໂຈ​ເຊັບ ສະ​ມິດ, ຜູ້​ທີ່​ໄດ້​ສະ​ແຫວງ​ຫາ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ດ້ວ​ຍ​ການອະ​ທິ​ຖານ. ເພິ່ນ​ຖືກ​ປົດ​ປ່ອຍ​ຈາກ​ອຳ​ນາດ​ແຫ່ງ​ຄວາມ​ມືດ​ ແລະ ໄດ້​ຮັບ​ຄຳ​ຕອບ​ທີ່​ມະ​ຫັດ​ສະ​ຈັນ. ແຕ່​ລະ​ຄົນ​ໄດ້​ປະ​ເຊີນ​ການ​ທ້າ​ທາຍ​ທີ່​ເປັນ​ຈິງ ແລະ ຫ​ຍຸ້ງ​ຍາກ. ແຕ່​ລະ​ຄົນ​ໄດ້​ກະ​ທຳ​ດ້ວຍ​ສັດ​ທາ ແລະ ໄດ້​ໄວ້​ວາງ​ໃຈ​ໃນ​ພ​ຣະ​ຜູ້​ເປັນ​ເຈົ້າ. ແຕ່​ລະ​ຄົນ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພ​ຣະ​ອົງ. ແລະ ໃນ​ວັນ​ເວ​ລາ​ຂອງ​ເຮົາ​ກໍ​ຄື​ກັນ, ອຳ​ນາດ ແລະ ຄວາມ​ຮັກ​ຂອງ​ພ​ຣະ​ເຈົ້າ​ກໍ​ຖືກ​ສະ​ແດງ​ອອກ​ໃຫ້​ເຫັນ​ໃນ​ຊີ​ວິດ​ຂອງ​ລູກໆ​ຂອງ​ພ​ຣະ​ອົງ.

ເມື່ອບໍ່​ດົນ​ມ​ານີ້​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ມັນ​ໃນ​ຊີ​ວິດ​ຂອງ​ໄພ່​ພົນ​ຜູ້​ມີ​ສັດ​ທາ​ຫລາຍ​ໃນ​ປະ​ເທດຊິ​ມບາບ​ເວ ແລະ ບອດ​ສະ​ວາ​ນາ. ໃນ​ກອງ​ປະ​ຊຸມ​ຖື​ສິນ​ອົດ​ເຂົ້າ ແລະ ກ່າວ​ປະ​ຈັກ​ພະ​ຍານ​ໃນ​ສາ​ຂານ້ອຍ, ຂ້າ​ພະ​ເຈົ້າໄດ້ຖ່ອມ​ຕົນ ແລະ ໄດ້​ຮັບ​ກາ​ນ​ດົນ​ໃຈ​ໂດຍ​ປະ​ຈັກ​ພະ​ຍານ​ຂອງ​ຫລາຍ​ຄົນ ທັງ​ເດັກນ້ອຍ, ຊາວ​ໜຸ່ມ, ແລະ ຜູ້​ໃຫ​ຍ່. ແຕ່​ລະ​ຄົນ​ໄດ້​ແບ່ງ​ປັນ​ການ​ສະ​ແດງ​ອອກ​ເຖິງ​ສັດ​ທາ​ທີ່​ມີ​ພະ​ລັງ​ໃນ​ອົງ​ພ​ຣະເຢ​ຊູຄ​ຣິດເຈົ້າ. ໂດຍ​ທີ່​ມີ​​ສະ​ຖາ​ນະ​ການທີ່​ທ້າ​ທາຍ ແລະ ຍາກ​ລຳ​ບາກ​ຢູ່​ອ້ອມ​ຂ້າງ, ເຂົາ​ເຈົ້າ​ມີ​ຊີ​ວິດ​ຢູ່​ແຕ່​ລະ​ມື້​ໂດຍ​ການ​ໄວ້​ວາງ​ໃຈ​ໃນພ​ຣະ​ເຈົ້າ. ​ເຂົາ​ເຈົ້າຮັບ​ຮູ້​ເຖິງ​ພ​ຣະ​ຫັດ​ຂອງ​ພ​ຣະ​ອົງ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ ​ແລະ ມັກ​ຈະ​ສະ​ແດງ​ມັນ​ອອກ​ມາດ້ວຍ​ສຳ​ນວນ​ທີ່​ວ່າ, “ຂ້າ​ນ້ອຍ​ມີ​ຄວາມ​ກະ​ຕັນ​ຍູ​ຕໍ່​ພ​ຣະ​ເຈົ້າ​ຫລ​າຍ.”

ສາມ​ສີ່ປີ​ກ່ອນ ຄອບ​ຄົວ​ໜຶ່ງທີ່​ຊື່​ສັດໄດ້​ເປັນ​ຕົວ​ຢ່າງ​ສຳ​ລັບ​ສະ​ມາ​ຊິກ​ໃນ​ຫວອດ​ຂອງ​ເຮົາ​ເຖິງ​ຄວາມ​ໄວ້​ວາງ​ໃຈ​ອັນ​ດຽວ​ກັນ​ນັ້ນ​ໃນ​ພ​ຣະ​ຜູ້​ເປັນ​ເຈົ້າ​. ຕອນ ​ອຳ ​ແລະ ​ເວ​ນິຕາ ກາ​ໂຣ ​ໄດ້​ມີ​ຊີ​ວິດ​ທີ່​ມີ​ຄວາມ​ສຸກ, ອຳ​ໄດ້​ຮູ້​ວ່າ​ລາວເປັນ​ໂຣກ​ມະ​ເລັງ​ທີ່​ຮ້າຍ​ແຮງ. ຄວາມ​ຄິດ​ເຫັນ​ທາງ​ການ​ແພດນັ້ນ​ບໍ່​ດີເລີຍ—ລາວ​ຈະ​ມີ​ຊີ​ວິດ​ຢູ່​ພຽງ​ແຕ່​ສາມ​ສີ່ອາ​ທິດ​ເທົ່າ​ນັ້ນ. ຄອບ​ຄົວ​ຢາກ​ຢູ່​ດ້ວຍ​ກັນ​ເປັນ​ຄັ້ງ​ສຸດ​ທ້າຍ. ລູກໆ​ທຸກ​ຄົນ​ກໍ​ໄດ້​ມາ​ເຕົ້າ​ໂຮມ​ກັນ, ບາງ​ຄົນ​ໄດ້​ມາ​ຈາກ​ທາງ​ໄກ. ເຂົາ​ເຈົ້າ​ມີ​ພຽງ​ແຕ່ 48 ຊົ່ວ​ໂມງ​ເທົ່າ​ນັ້ນ​ທີ່​ຈະ​ຢູ່​ນຳ​ກັນ. ຄອບ​ຄົວ​ແກ​ໂຣ ໄດ້​ເລືອກ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ເຂົາ​ເຈົ້າ ຮູບ​ເປັນ​ຄອບ​ຄົວ, ກິນ​ເຂົ້າ​ແລງ​ເປັນ​ຄອບ​ຄົວ, ໄປ​ພ​ຣະ​ວິ​ຫານ ເຊົາ​ເລັກ. ​ເວ​ນິຕາໄດ້​ເວົ້າ​ວ່າ, “ຕອນ​ພວກ​ເຮົາ​ຍ່າງ​ອອກ​ຈາກ​ປະ​ຕູ​ພ​ຣະ​ວິ​ຫານ, ນັ້ນ​ເປັນ​ເທື່ອ​ສຸດ​ທ້າຍ​ທີ່​ພວກ​ເຮົາ​ຈະ​ໄດ້​ຢູ່​ນຳ​ກັນ​ໃນ​ຊີ​ວິດນີ້.”

ແຕ່​ເຂົາ​ເຈົ້າ​ໄດ້​ພາ​ກັນ​ຈາກ​ໄປ​ດ້ວຍ​ຄວາມ​ແນ່​ໃຈ​ວ່າ​ຍັງ​ມີ​ຫລາຍ​ຢ່າງອີກ​ສຳ​ລັບ​ເຂົາ​ເຈົ້າ​ຫລັງ​ຈາກ​ຊີ​ວິດນີ້. ເປັນ​ເພາະ​ພັນ​ທະ​ສັນ​ຍາ​ສັກ​ສິດ​ໃນ​ພ​ຣະ​ວິ​ຫານ, ເຂົ​າ​ເຈົ້າ​​ຈຶ່ງ​ມີ​ຄວາມຫວັງ​ໃນ​ຄຳ​ສັນຍາ​ຂອງ​ພຣະ​ເຈົ້າ. ​ເຂົາ​ເຈົ້າສາມາດ​ຢູ່​ນຳ​ກັນ​ຕະຫລອດ​ການ.

​ສອງ​ເດືອນ​ຕໍ່​ມາ​ໄດ້​ເຕັມ​ໄປ​ດ້ວຍ​ພອນ​ທີ່​ນັບ​ບໍ່​ຖ້ວນ. ສັດ​ທາ ແລະ ຄວາມ​ໄວ້​ວາງ​ໃຈ​ທີ່ ອຳ ​ແລະ ​ເວ​ນິຕາ ມີ​ໃນ​ພ​ຣະ​ຜູ້​ເປັ​ນ​ເຈົ້າ​ກໍ​ເປັນ​ພະ​ຍານ​ໃຫ້​ເຫັນ​ໃນ​ຖ້ອຍ​ຄຳ​ຂອງເວ​ນິຕາ ວ່າ: “ຂ້ອຍ​ຖືກ​ອຸ້ມ​ເອົາ​ໄວ້. ຂ້ອຍ​ໄດ້​ຮຽນ​ຮູ້​ວ່າ​ເຮົາ​ສາ​ມາດ​ຮູ້​ສຶກ​ຄວາມ​ສະ​ຫງົບ​​ໄດ້ໃນ​ທ່າມກາງ​ຄວາມ​ວຸ້ນ​ວາຍ. ຂ້ອຍ​ໄດ້​ຮູ້​ວ່າ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຝົ້າ​ດູ​ແລ​ພວກ​ເຮົາ​ຢູ່. ຖ້າ​ຫາກ​ເຮົາ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ຜູ້​ເປັນ​ເຈົ້າ, ແນ່ນອນ​ວ່າ​ເຮົາ​ຈະ​ສາ​ມາດ​ເອົາ​ຊະ​ນະ​ການ​ທ້າ​ທາຍ​ໃດ​ໆ​ຂອງ​ຊີ​ວິດ​​ກໍ​ໄດ້.”

ລູກ​ສາວ​ຄົນ​ໜຶ່ງ​ໄດ້​ເວົ້າ​ຕື່ມ​ວ່າ, “ພວກ​ຂ້າ​ນ້ອຍ​ໄດ້​ເບິ່ງ​ພໍ່​ແມ່ ແລະ ໄດ້​ເຫັນ​ຕົວ​ຢ່າງ​ຂອງ​ພວກ​ເພິ່ນ. ພວກ​ຂ້າ​ນ້ອຍ​ໄດ້​ເຫັນ​ສັດ​ທາ​ຂ​ອງ​ພວກ​ເພິ່ນ ແລະ ວິ​ທີ​ທີ່​ພວກ​ເພິ່ນ​ຮັບ​ມື​ກັບ​ການ​ທົດ​ລອງ. ຂ້າ​ນ້ອຍ​ຈະ​ບໍ່​ຂໍ​ເອົາ​ການ​ທົດ​ລອງນີ້​ຈັ​ກ​ເທື່ອ, ແຕ່​ຂ້າ​ນ້ອຍ​ຈະ​ບໍ່​ປ່ອຍ​ມັນ​ໄປ. ມັນ​ປ່ຽນ​ແປງ​ເຮົາ. ​ເຮົາ​ຖືກ​ຫຸ້ມ​ລ້ອມ​ໄປ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ.”

ແນ່ນອນ​ວ່າ ການ​ຕາຍ​ຂອງອຳບໍ່​ໄດ້​ເປັນ​ຜົນ​ທີ່​ຄອບ​ຄົວ​ແກ​ໂຣໄດ້​ຫວັງ. ແຕ່​ເຫດ​ການນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ສົງ​ໄສສັດ​ທາຂອງ​ເຂົາ​ເຈົ້າ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດບໍ່​ໄດ້​ເປັນ​ສິ່ງ​ທີ່​ຕ້ອງ​ເຮັດໃຫ້​ແລ້ວ; ແທນ​ທີ່ ມັນ​ສາ​ມາດ​ມີ​ຊີ​ວິດ​ຢູ່​ໃນ​ຫົວ​ໃຈ​ຂອງ​ເຮົາ. ພ​ຣະ​ກິດ​ຕິ​ຄຸນບໍ່​ໄດ້​ເປັນ​ພາ​ລະ​ໜັກ; ມັນ​ເຮັດ​ໃຫ້​ພາ​ລະ​ໜັກ​ເບົາ​ລົງ.4 ມັນ​ຊ່ອຍ​ເຮົາ​ໃຫ້​ອົດ​ທົນ​ຕໍ່​ການ​ທົດ​ລອງ. ມັນ​ໄດ້​ຊ່ອຍ​ຄອບ​ຄົວ​ແກ​ໂຣ. ເຂົາ​ເຈົ້າ​ໄດ້​ຮູ້​ສຶກ​ຄວາມ​ສະ​ຫງົບ​ໃນ​ທ່າມ​ກາງ​ການ​ທົດ​ລອງ. ເຂົາ​ເຈົ້າ​ກອດ​ກັນ​ໄວ້​ໃຫ້​ແໜ້ນ ແລະ ຍຶດ​ໝັ້ນ​ຕໍ່​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ ແລະ ໄດ້​ຮັກ​ສາ​ເອົາ​ໄວ້. ເຂົາ​ເຈົ້າ​ໄດ້​ເຕີບ​ໂຕ​ໃນ​ຄວາມ​ສາ​ມາດ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ເຂັ້​ມ​ແຂງ​ຂຶ້ນ​ໂດຍ​ສັດ​ທາ​ທີ່​ເຂົາ​ເຈົ້າ​ມີ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ໃນ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ເມື່ອ​ໃດ​ທີ່​ເຮົາ​ໄດ້​ພົບ​ເຫັນ​ຕົນ​ເອງ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ, ບໍ່​ວ່າ​ຄວາມ​ຫ່​ວງ​ໄຍ ແລະ ການ​ທ້າ​ທາຍ​ຂອງເຮົາ​ຈະ​ເປັນ​ອັນ​ໃດ​ກໍ​ຕາມ, ​ເຮົາ​ບໍ່​ໄດ້​ຢູ່​ຕາມ​ລຳພັງ. ທ່ານ​ບໍ່​ໄດ້​ຖືກ​ປະ​ຖິ້ມ. ດັ່ງ ແດ​ຣິກ, ໄພ່​ພົນ​ໃນອາ​ຟຣິກາ, ​ແລະ ຄອບ​ຄົວ ​ແກ​ໂຣ—ດ້ວຍ​ສັດ​ທາ​ ເຮົາ​ສາ​ມາດ​ເລືອກ​ທີ່​ຈະ​ເອື້ອມ​ອອກ​ໄປ​ຫາ​ພ​ຣະ​ຫັດ​ຂອງ​ພ​ຣະ​ເຈົ້າ​ໃນ​ຄວາມ​ຕ້ອງ​ການ​ຂອງ​ເຮົາ. ເຮົາ​ສາ​ມາດ​ປະ​ເຊີນ​ການ​ທ້າ​ທາຍ​ຂອງ​ເຮົາ​ດ້ວຍ​ການ​ອະ​ທິ​ຖານ ແລະ ໄວ້​ວາງ​ໃຈ​ໃນພ​ຣະ​ຜູ້​ເປັນ​ເຈົ້າ. ແລະ ໃນ​ຂັ້ນ​ຕອນນີ້​ເຮົາ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພ​ຣະ​ອົງ​ຫລາຍ​ຂຶ້ນ.

ເມື່ອ​ກ່າວ​ກັບ​ເຮົາ​ແຕ່​ລະ​ຄົນ​, ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວວ່າ, “ຢ່າ​ສູ່​ຢ້ານ​ກົວ … ຢ່າ​ສູ່​ຢ້ານ​ສິ່ງ​ໃດໆ; ເຮົາ​ຄື​ພຣະ​ເຈົ້າ​ຂອງ​ໝູ່​ເຈົ້າ: ເຮົາ​ຈະ​ຊ່ອຍ​ຊູ​ໃຫ້​ໝູ່​ເຈົ້າ​​ໄດ້ເຂັ້ມ​ແຂງ; ... ​ເຮົາ​ຈະ​ຊ່ອຍ​ເຫລືອ​ເຈົ້າ; ເຮົາ​ຈະ​ປົກ​ປັກ​ຮັກ​ສາ​ຊ່ອຍ​ໝູ່​ເຈົ້າ​ໃຫ້​ພົ້ນ.”5

ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ທີ່ຖ່​ອມ​ຕົນ ແຕ່ເປັນ​ພະ​ຍານ​ທີ່​ແນ່ນອນ​ວ່າ​ພຣະ​ເຈົ້າ​ພ​ຣະ​ບິ​ດາ​ຮູ້​ຈັກ​ເຮົາ​ແຕ່​ລະ​ຄົນ ແລະ ເອື້ອມ​ອອກ​ມາ​ຊ່ອຍ​ເຮົາ. ຜ່ານ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​, ພວກ​ເຮົາ​ຈະ​ເອົາ​ຊະ​ນະ​ການ​ທ້າ​ທາຍ​ຂອງໂລກ​ໄດ້ ແລະ ຖືກ​ສົ່ງ​ກັບ​ບ້ານ​ຢ່າງ​ປອດ​ໄພ. ຂໍ​ໃຫ້​ເຮົາ​ຈົ່ງ​ມີ​ສັດ​ທາ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ເຖີດ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄຣິດ, ອາແມນ.