ຄວາມຮັກເປັນພື້ນຖານສຳຄັນຕໍ່ພຣະກິດຕິຄຸນ
ເຮົາບໍ່ສາມາດຮັກພຣະເຈົ້າແທ້ໆ ຖ້າຫາກເຮົາບໍ່ຮັກເພື່ອນມະນຸດດ້ວຍກັນຢູ່ໃນໂລກນີ້.
ອ້າຍເອື້ອຍນ້ອງທີ່ຮັກແພງ, ເມື່ອພຣະຜູ້ຊ່ອຍໃຫ້ລອດໄດ້ປະຕິບັດສາດສະໜາກິດຂອງພຣະອົງຢູ່ໃນບັນດາຜູ້ຄົນ, ທຳມະຈານຄົນໜຶ່ງໄດ້ຖາມພຣະອົງວ່າ, “ອາຈານເອີຍ, ໃນກົດບັນຍັດແມ່ນຂໍ້ໃດທີ່ເປັນຂໍ້ໃຫຍ່ສຳຄັນທີ່ສຸດ?”
ມັດທາຍບັນທຶກວ່າ ພຣະເຢຊູໄດ້ຕອບວ່າ:
“ຈົ່ງຮັກອົງພຣະຜູ້ເປັນເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດຄວາມຄິດຂອງເຈົ້າ.
“ນີ້ແຫລະແມ່ນກົດບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນ.
“ຂໍ້ທີສອງກໍເໝືອນກັນຄື, ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”1
ມາຣະໂກໄດ້ສະຫລຸບເລື່ອງລາວດ້ວຍຖ້ອຍຄຳຂອງພຣະຜູ້ຊ່ອຍໃຫ້ລອດວ່າ: “ບໍ່ມີກົດບັນຍັດຂໍ້ໃດທີ່ສຳຄັນກວ່າສອງຂໍ້ນີ້.”2
ເຮົາບໍ່ສາມາດຮັກພຣະເຈົ້າ ຖ້າຫາກເຮົາບໍ່ຮັກເພື່ອນມະນຸດດ້ວຍກັນຢູ່ໃນໂລກນີ້. ເຊັ່ນດຽວກັນ, ເຮົາບໍ່ສາມາດຮັກເພື່ອມະນຸດ ຖ້າຫາກເຮົາບໍ່ຮັກພຣະເຈົ້າ, ພຣະບິດາຂອງເຮົາທຸກຄົນ. ອັກຄະສາວົກໂຢຮັນບອກວ່າ, “ຂໍ້ຄຳສັ່ງທີ່ພຣະອົງໄດ້ມອບແກ່ພວກເຮົາມີດັ່ງນີ້ ຜູ້ໃດທີ່ຮັກພຣະເຈົ້າຕ້ອງຮັກພີ່ນ້ອງຂອງຕົນເໝືອນກັນ.”3 ເຮົາທຸກຄົນເປັນລູກໆທາງວິນຍານຂອງພຣະບິດາເທິງສະຫວັນ ແລະ ດັ່ງນັ້ນ ເຮົາຈຶ່ງເປັນອ້າຍເອື້ອຍນ້ອງກັນ. ເມື່ອເຮົາຈື່ຈຳຄວາມຈິງນີ້, ການທີ່ຈະຮັກລູກໆຂອງພຣະເຈົ້າ ຈະງ່າຍຂຶ້ນ.
ຕາມຈິງແລ້ວ, ຄວາມຮັກເປັນພື້ນຖານສຳຄັນຕໍ່ພຣະກິດຕິຄຸນ ແລະ ພຣະເຢຊູຄຣິດເປັນແບບຢ່າງຂອງເຮົາ. ຊີວິດຂອງພຣະອົງເປັນມໍລະດົກຂອງຄວາມຮັກ. ພຣະອົງໄດ້ປິ່ນປົວຄົນເຈັບປ່ວຍ, ໄດ້ຍົກຄົນທີ່ຖືກຢຽບຍ່ຳຂຶ້ນ, ໄດ້ຊ່ອຍກູ້ຄົນທີ່ມີບາບ. ໃນທີ່ສຸດ, ກຸ່ມຄົນຮ້າຍໄດ້ເອົາຊີວິດຂອງພຣະອົງໄປ. ແຕ່ຖ້ອຍຄຳທີ່ກ່າວຢູ່ຄ້ອຍພູໂຄລະໂຄທາ ຍັງດັງກ້ອງ ທີວ່າ: “ພຣະບິດາເຈົ້າເອີຍ, ໂຜດຍົກໂທດໃຫ້ພວກເຂົາດ້ວຍເຖີດ! ເພາະພວກເຂົາບໍ່ຮູ້ຈັກວ່າ ພວກເຂົາກຳລັງເຮັດຫຍັງ”4—ນັ້ນເປັນຕົວຢ່າງອັນສູງສົ່ງເຖິງຄວາມເຫັນອົກເຫັນໃຈ ແລະ ຄວາມຮັກໃນຄວາມເປັນມະຕະ.
ມີຄຸນສົມບັດຫລາຍຢ່າງ ຊຶ່ງສະແດງອອກເຖິງຄວາມຮັກ, ດັ່ງເຊັ່ນ ຄວາມເມດຕາ, ຄວາມອົດທົນ, ຄວາມບໍ່ເຫັນແກ່ຕົວ, ຄວາມເຂົ້າໃຈ, ແລະ ການໃຫ້ອະໄພ. ໃນຄວາມສຳພັນຂອງເຮົາທັງໝົດ, ຄຸນສົມບັດເຫລົ່ານີ້ ແລະ ຢ່າງອື່ນໆ ຈະຊ່ອຍເຫລືອຄົນອື່ນໃຫ້ເຫັນຄວາມຮັກໃນໃຈຂອງເຮົາ.
ຕາມປົກກະຕິແລ້ວ ຄວາມຮັກຂອງເຮົາຈະສະແດງອອກໃນການກະທຳປະຈຳວັນຂອງເຮົາກັບຄົນອື່ນໆ. ວິທີທີ່ສຳຄັນທີ່ສຸດ ຈະເປັນຄວາມສາມາດຂອງເຮົາທີ່ຈະເຫັນເຖິງຄວາມຕ້ອງການຂອງຄົນບາງຄົນ ແລະ ແລ້ວຕອບສະໜອງ. ຂ້າພະເຈົ້າມັກຖ້ອຍຄຳໃນບົດກະວີທີ່ສັ້ນໆນີ້ ທີ່ວ່າ:
ໃນຕອນກາງຄືນ ເຮົາຮ້ອງໄຫ້
ເພາະສາຍຕາຫລຽວເຫັນບໍ່ໄກ
ບໍ່ເຫັນບາງຄົນທີ່ຕ້ອງການຄວາມຊ່ອຍເຫລືອຈາກເຮົາ
ແຕ່ມາບັດນີ້
ເຮົາບໍ່ຄິດເສຍໃຈ
ກັບການມີເມດຕາຫລາຍກວ່າທີ່ຜ່ານມາ.5
ບໍ່ດົນມານີ້ ຂ້າພະເຈົ້າໄດ້ຍິນຕົວຢ່າງໜຶ່ງທີ່ໜ້າປະທັບໃຈຫລາຍກ່ຽວກັບຄວາມຮັກທີ່ມີເມດຕາ—ອັນທີ່ເກີດຜົນແບບບໍ່ໄດ້ຄາດໄວ້ລ່ວງໜ້າ. ປີນັ້ນແມ່ນປີ 1933, ໃນໄລຍະທີ່ເສດຖະກິດຕົກຕ່ຳ, ຊຶ່ງມີຜູ້ວ່າງງານເປັນຈຳນວນຫລວງຫລາຍ. ສະຖານທີ່ແມ່ນຢູ່ພາກຕາເວັນອອກຂອງສະຫະລັດອາເມຣິກາ. ນາງອາລີນ ບີເຊັກເກີ ຫາກໍໄດ້ຮຽນຈົບມັດທະຍົມປີສຸດທ້າຍ. ຫລັງຈາກໄດ້ຊອກຫາງານທຳຊົ່ວໄລຍະໜຶ່ງ, ໃນທີ່ສຸດ ນາງກໍໄດ້ວຽກເຮັດຢູ່ໂຮງງານເສື້ອຜ້າ ເປັນຄົນຫຍິບເຄື່ອງ. ພະນັກງານຢູ່ໂຮງງານໄດ້ຮັບຄ່າຈ້າງຕາມຈຳນວນເສື້ອຜ້າທີ່ເຂົາເຈົ້າຫຍິບສຳເລັດ ແລະ ຜ່ານການກວດສອບໃນແຕ່ລະມື້. ຖ້າເຂົາຫຍິບໄດ້ຫລາຍເທົ່າໃດ, ເຂົາກໍໄດ້ຄ່າຈ້າງຫລາຍເທົ່ານັ້ນ.
ມື້ໜຶ່ງບໍ່ດົນຫລັງຈາກໄດ້ເລີ່ມຕົ້ນທຳງານຢູ່ທີ່ນັ້ນ, ນາງໄດ້ປະເຊີນກັບຫລັກການໃໝ່ທີ່ສັບສົນ ແລະ ເຮັດໃຫ້ນາງງຸດງິດໃຈ. ນາງໄດ້ນັ່ງຢູ່ຈັກ ກຳລັງແກະເສັ້ນໄໝຫຍິບຢູ່ ໃນຄວາມພະຍາຍາມທີ່ຈະແກ້ຄວາມຜິດ ກັບເສື້ອຜ້າໂຕທີ່ນາງພວມຫຍິບ. ເບິ່ງຄືວ່າ ບໍ່ມີໃຜສາມາດຊ່ອຍເຫລືອນາງໄດ້, ເພາະທຸກຄົນກໍຟ້າວຟັ່ງທີ່ຈະຫຍິບໃຫ້ໄດ້ຫລາຍໂຕເທົ່າທີ່ຈະສາມາດເຮັດໄດ້. ນາງອາລີນຮູ້ສຶກວ່າ ນາງຊ່ອຍຕົນເອງບໍ່ໄດ້ ແລະ ກໍສິ້ນຫວັງ. ແລ້ວນາງໄດ້ຮ້ອງໄຫ້ອອກມາຢ່າງຄ່ອຍໆ.
ນັ່ງຢູ່ຟາກກົງກັນຂ້າມຈາກນາງອາລີນແມ່ນຜູ້ຍິງຊື່ ເບີນີສ ຣ໊ອກ. ນາງມີອາຍຸສູງກວ່າ ແລະ ຊຳນານກວ່າ. ເມື່ອໄດ້ສັງເກດເຫັນຄວາມໂສກເສົ້າຂອງນາງອາລີນ, ນາງເບີນີສໄດ້ລຸກອອກຈາກບ່ອນທຳງານ ແລະ ໄດ້ໄປຫານາງອາລີນ, ແລ້ວໄດ້ຊ່ອຍບອກວິທີ ແລະ ຊ່ອຍເຫລືອນາງ. ນາງໄດ້ຢູ່ນຳນາງອາລີນຈົນກວ່ານາງແນ່ໃຈ ແລະ ສາມາດຫຍິບເສື້ອຜ້າຜືນນັ້ນສຳເລັດ. ແລ້ວນາງເບີນີສໄດ້ກັບຄືນໄປຫາບ່ອນຂອງນາງ, ຊຶ່ງນາງຄົງຫຍິບເສື້ອຜ້າແລ້ວຕັ້ງຫລາຍໂຕ ຖ້າຫາກນາງບໍ່ໄດ້ໄປຊ່ອຍຄົນອື່ນ.
ເພາະການກະທຳດ້ວຍຄວາມຮັກທີ່ມີເມດຕານີ້, ນາງເບີນີສ ແລະ ນາງອາລີນຈຶ່ງກາຍເປັນເພື່ອນຮັກເປັນເວລາດົນນານ. ຕ່າງກໍໄດ້ແຕ່ງງານ ແລະ ມີລູກເຕົ້າ. ໃນລະຫວ່າງປີ 1950, ນາງເບີນີສ, ຜູ້ເປັນສະມາຊິກຂອງສາດສະໜາຈັກ, ໄດ້ມອບພຣະຄຳພີມໍມອນໃຫ້ນາງອາລີນກັບຄອບຄົວ. ໃນປີ 1960, ນາງອາລີນ ແລະ ສາມີຂອງນາງ ພ້ອມດ້ວຍລູກໆ ໄດ້ຮັບບັບຕິສະມາເປັນສະມາຊິກຂອງສາດສະໜາຈັກ. ຕໍ່ມາເຂົາເຈົ້າໄດ້ຜະນຶກເຂົ້າກັນຢູ່ໃນພຣະວິຫານທີ່ສັກສິດຂອງພຣະເຈົ້າ.
ຜົນຂອງການມີຄວາມເຫັນອົກເຫັນໃຈນັ້ນ ທີ່ໄດ້ສະແດງອອກໂດຍນາງເບີນີສ ຕອນນາງໄປຊ່ອຍເຫລືອ ຄົນທີ່ນາງບໍ່ຮູ້ຈັກ ຜູ້ທີ່ກຳລັງໂສກເສົ້າ ແລະ ຕ້ອງການຄວາມຊ່ອຍເຫລືອ, ບັດນີ້ ຄົນເປັນຈຳນວນຫລວງຫລາຍຈົນນັບບໍ່ຖ້ວນ ທັງຄົນເປັນ ແລະ ຄົນຕາຍ ໄດ້ຊື່ນຊົມກັບພິທີການຊ່ອຍໃຫ້ລອດຂອງພຣະກິດຕິຄຸນ.
ທຸກໆມື້ໃນຊີວິດຂອງເຮົາ ເຮົາຈະມີໂອກາດທີ່ຈະສະແດງຄວາມຮັກ ແລະ ຄວາມເມດຕາຕໍ່ຜູ້ຄົນທີ່ຢູ່ອ້ອມຮອບເຮົາ. ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ກ່າວວ່າ “ເຮົາຄວນຈື່ຈຳວ່າ ມະນຸດທີ່ເຮົາພົບເຫັນຢູ່ບ່ອນຈອດລົດ, ຢູ່ບ່ອນທຳງານ, ຢູ່ໃນລິບ, ແລະ ໃນບ່ອນໃດກໍຕາມ ເປັນສ່ວນໜຶ່ງໃນຈຳນວນມະນຸດທີ່ພຣະເຈົ້າໄດ້ປະທານໃຫ້ເຮົາ ເພື່ອຈະຮັກ ແລະ ຮັບໃຊ້. ຄົງບໍ່ມີປະໂຫຍດແນວໃດທີ່ຈະກ່າວເຖິງຄົນທົ່ວໄປວ່າ ເປັນອ້າຍເອື້ອຍນ້ອງກັນ ຖ້າເຮົາບໍ່ນັບຖືຄົນທີ່ຢູ່ອ້ອມຮອບເຮົາວ່າເປັນອ້າຍເອື້ອຍນ້ອງຂອງເຮົາ.”6
ສ່ວນຫລາຍແລ້ວໂອກາດທີ່ຈະສະແດງຄວາມຮັກຂອງເຮົາ ຈະມາເຖິງແບບບໍ່ຄາດຄິດ. ຕົວຢ່າງໜຶ່ງເຊັ່ນນັ້ນ ຖືກລົງໜັງສືພິມສະບັບໜຶ່ງ ໃນເດືອນຕູລາ ຂອງປີ 1981. ຂ້າພະເຈົ້າມີຄວາມປະທັບໃຈຫລາຍກັບຄວາມຮັກ ແລະ ຄວາມເຫັນອົກເຫັນໃຈ ໃນເລື່ອງນັ້ນ ຈົນຂ້າພະເຈົ້າໄດ້ເກັບມັນໄວ້ ເປັນເວລາຫລາຍກວ່າ 30 ປີມາແລ້ວ.
ເລື່ອງນັ້ນໄດ້ເລົ່າວ່າ ສາຍການບິນ ອາລາສະກາ ຖ້ຽວສາຍຕົງ ຈາກເມືອງ ແອງໂກເຣຈ, ລັດອາລາສະກາ, ຫາເມືອງສີອາໂຕ, ລັດວໍຊິງຕັນ—ມີຄົນໂດຍສານຢູ່ 150 ຄົນ—ຕ້ອງໄດ້ໄປລົງເດີ່ນບິນໃນເມືອງນ້ອຍແຫ່ງໜຶ່ງຢູ່ລັດອາລາສະກາ ເພື່ອຮັບເອົາຄົນເຈັບໜັກຄົນໜຶ່ງ. ທ້າວນ້ອຍອາຍຸສອງປີມີສາຍເລືອດແຕກຢູ່ກົກແຂນ ຕອນລາວລົ້ມລົງໃສ່ແກ້ວ ໃນຂະນະທີ່ແລ່ນຫລິ້ນຢູ່ໃກ້ເຮືອນ. ເມືອງນັ້ນຢູ່ທາງພາກໃຕ້ຂອງເມືອງແອງໂກເຣຈ ໄກປະມານ 450 ໄມ (725 ກິໂມແມັດ) ແລະ ກໍບໍ່ໄດ້ຢູ່ໃນຕາຕະລາງຂອງການບິນເລີຍ. ເຖິງຢ່າງໃດກໍຕາມ, ໜ່ວຍການແພດໄດ້ສົ່ງຂ່າວສຸກເສີນຂໍຄວາມຊ່ອຍເຫລືອ, ສະນັ້ນ ຍົນລຳນັ້ນຈຶ່ງໄດ້ໄປເອົາຜູ້ຖືກບາດເຈັບ ແລະ ຈະພາລາວໄປເມືອງສີອາໂຕ ເພື່ອວ່າລາວຈະໄດ້ຮັບການປິ່ນປົວຢູ່ທີ່ໂຮງໝໍ.
ເມື່ອຍົນໄດ້ລົງເດີ່ນໃກ້ເມືອງນ້ອຍແຫ່ງນັ້ນ, ໜ່ວຍການແພດໄດ້ບອກຜູ້ຂັບຍົນວ່າ ທ້າວນ້ອຍນັ້ນໄດ້ເສຍເລືອດຫລາຍ ແລະ ບໍ່ສາມາດໄປເຖິງເມືອງສີອາໂຕ. ເຂົາເຈົ້າໄດ້ຕັດສິນໃຈວ່າ ຕ້ອງພາລາວໄປຫາເມືອງ ຈູໂນ, ລັດອາລາສະກາ ໄກປະມານ 200 ໄມ (320 ກິໂລແມັດ) ທີ່ບໍ່ຢູ່ໃນເສັ້ນທາງທີ່ຈະບິນໄປ, ຊຶ່ງມີໂຮງໝໍຢູ່ທີ່ນັ້ນ.
ຫລັງຈາກໄດ້ພາທ້າວນ້ອຍນັ້ນໄປເມືອງຈູໂນແລ້ວ, ຍົນຈຶ່ງໄດ້ມຸ້ງໜ້າໄປຫາເມືອງສີອາໂຕ, ຊຶ່ງໄດ້ເສຍເວລາໄປຫລາຍຊົ່ວໂມງ. ບໍ່ມີຜູ້ໂດຍສານຄົນໃດເວົ້າຈົ່ມ ເຖິງແມ່ນວ່າຫລາຍຄົນໄດ້ພາດຂຶ້ນຍົນຕໍ່ສາຍການບິນກໍຕາມ. ຕາມຄວາມຈິງແລ້ວ, ໃນຂະນະທີ່ຢູ່ໃນຍົນ, ຜູ້ໂດຍສານໄດ້ພາກັນບໍລິຈາກເງິນເພື່ອຊ່ອຍເຫລືອຄອບຄົວຂອງທ້າວນ້ອຍນັ້ນ.
ເມື່ອໃກ້ເຖິງເມືອງສີອາໂຕ, ຜູ້ໂດຍສານໄດ້ພາກັນຮ້ອງໂຮດີໃຈ ຕອນຜູ້ຂັບຍົນປະກາດວ່າ ລາວໄດ້ຮັບຂ່າວວ່າ ທ້າວນ້ອຍນັ້ນພົ້ນເຂດອັນຕະລາຍແລ້ວ.7
ຂ້າພະເຈົ້ານຶກເຖິງຂໍ້ຄວາມໜຶ່ງໃນພຣະຄຳພີ ທີ່ວ່າ: “ຄວາມໃຈບຸນຄືຄວາມຮັກອັນບໍລິສຸດຂອງພຣະຄຣິດ, ... ຜູ້ໃດຖືກພົບວ່າມີມັນໃນວັນສຸດທ້າຍ, ຍ່ອມຈະເປັນການດີກັບຜູ້ນັ້ນ.”8
ອ້າຍເອື້ອຍນ້ອງທັງຫລາຍ, ໂອກາດບາງຢ່າງທີ່ດີທີ່ສຸດ ທີ່ຈະສະແດງຄວາມຮັກຂອງເຮົາ ແມ່ນຢູ່ໃນບ້ານຂອງເຮົາເອງ. ຄວາມຮັກຄວນເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງຄອບຄົວ, ແລະ ບາງເທື່ອມັນບໍ່ໄດ້ເປັນເຊັ່ນນັ້ນ. ອາດມີຄວາມບໍ່ອົນທົນ, ມີການຜິດຖຽງ, ມີການຕົບຕີ, ມີນ້ຳຕາຫລາຍເກີນໄປຢູ່ໃນບ້ານ. ປະທານກໍດອນ ອ້າຍເອື້ອຍນ້ອງທັງຫລາຍ, ໂອກາດບາງຢ່າງທີ່ດີທີ່ສຸດ ທີ່ຈະສະແດງຄວາມຮັກຂອງເຮົາ ແມ່ນຢູ່ໃນບ້ານຂອງເຮົາເອງ. ຄວາມຮັກຄວນເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງຄອບຄົວ, ແລະ ບາງເທື່ອມັນບໍ່ໄດ້ເປັນເຊັ່ນນັ້ນ. ອາດມີຄວາມບໍ່ອົນທົນ, ມີການຜິດຖຽງ, ມີການຕົບຕີ, ມີນ້ຳຕາຫລາຍເກີນໄປຢູ່ໃນບ້ານ. ປະທານກໍດອນ?”9 ຄຳຕອບຕໍ່ຄຳຖາມເຫລົ່ານີ້ອາດແຕກຕ່າງສຳລັບເຮົາແຕ່ລະຄົນ, ແຕ່ຕາມຄວາມຈິງແລ້ວ ເຫດຜົນແມ່ນບໍ່ສຳຄັນ. ຖ້າຫາກເຮົາຮັກສາພຣະບັນຍັດທີ່ຈະຮັກຊຶ່ງກັນແລະກັນ, ແລ້ວເຮົາຕ້ອງປະຕິບັດຕໍ່ກັນດ້ວຍຄວາມເມດຕາ ແລະ ດ້ວຍຄວາມນັບຖື.
ແນ່ນອນ, ຈະມີເວລາທີ່ຕ້ອງຖືກໃສ່ວິໄນ. ໃຫ້ຈື່ຈຳຄຳແນະນຳຢູ່ໃນພຣະຄຳພີ ຄຳສອນ ແລະ ພັນທະສັນຍາ—ໂດຍສະເພາະຕອນທີ່ເຮົາຈຳເປັນຕ້ອງຕິເຕືອນຊຶ່ງກັນແລະກັນ, ແລ້ວສະແດງຄວາມຮັກຕໍ່ກັນຫລາຍກວ່າເກົ່າ.10
ຂ້າພະເຈົ້າຫວັງວ່າ ເຮົາຈະພະຍາຍາມສະເໝີທີ່ຈະຄິດນຳຄົນອື່ນ ແລະ ມີຄວາມຮູ້ສຶກໄວຕໍ່ຄວາມຄິດ ແລະ ຄວາມຮູ້ສຶກ ແລະ ສະພາບການຂອງຜູ້ຄົນທີ່ຢູ່ອ້ອມຮອບເຮົາ. ຂໍໃຫ້ເຮົາຢ່າເວົ້າດູຖູກ ຫລື ເວົ້າສຽດສີ. ແຕ່ຂໍໃຫ້ເຮົາຈົ່ງມີຄວາມເຫັນອົກເຫັນໃຈ ແລະ ໃຫ້ກຳລັງໃຈ. ເຮົາຕ້ອງລະມັດລະວັງ ເພື່ອວ່າເຮົາຈະບໍ່ທຳລາຍຄວາມໝັ້ນໃຈຂອງຄົນອື່ນເພາະຖ້ອຍຄຳ ແລະ ການກະທຳທີ່ຂາດຄວາມຄິດເຫລົ່ານັ້ນ.
ການໃຫ້ອະໄພຄວນຄຽງຄູ່ໄປກັບຄວາມຮັກ. ໃນຄອບຄົວຂອງເຮົາ, ທັງໝູ່ເພື່ອນຄືກັນ, ອາດມີການຜິດໃຈກັນ ແລະ ບໍ່ລົງເອີ່ຍກັນ. ອີກເທື່ອໜຶ່ງ, ບໍ່ສຳຄັນວ່າບັນຫາຈະນ້ອຍເທົ່າໃດ. ບໍ່ຄວນປະສິ່ງນີ້ໃຫ້ເປັນສ້ຽນໜາມ, ໃຫ້ຫົມໜອງ, ແລະ ໃນທີ່ສຸດ ຖືກທຳລາຍ. ການກ່າວໂທດເປັນເໝືອນບາດແຜທີ່ບໍ່ຫາຍດີ. ພຽງແຕ່ການໃຫ້ອະໄພເທົ່ານັ້ນທີ່ຈະປິ່ນປົວໄດ້.
ສະຕີທີ່ໜ້າຮັກຄົນໜຶ່ງ ຜູ້ຕອນນີ້ໄດ້ເສຍຊີວິດໄປແລ້ວ ໄດ້ມາຢ້ຽມຢາມຂ້າພະເຈົ້າມື້ໜຶ່ງ ແລະ ໄດ້ບອກບາງສິ່ງທີ່ນາງກິນແໜງ. ນາງໄດ້ກ່າວເຖິງເຫດການໜຶ່ງທີ່ໄດ້ເກີດຂຶ້ນໃນຫລາຍປີກ່ອນ ແລະ ກ່ຽວພັນກັບຊາວສວນຄົນໜຶ່ງທີ່ອາໄສຢູ່ໃກ້ກັນ ຊຶ່ງຄັ້ງໜຶ່ງເຄີຍເປັນເພື່ອນທີ່ດີ ແຕ່ພາຍລຸນມານາງກັບສາມີຂອງນາງ ໄດ້ຜິດຖຽງກັບຜູ້ຊາຍຄົນນັ້ນຫລາຍເທື່ອ. ມື້ໜຶ່ງຊາຍຄົນນັ້ນໄດ້ຂໍຍ່າງຜ່ານທີ່ດິນຂອງນາງ ໄປຫາທີ່ດິນຂອງລາວ. ແລ້ວນາງໄດ້ຢຸດການເລົ່າເລື່ອງ ແລ້ວໄດ້ເວົ້າກັບຂ້າພະເຈົ້າດ້ວຍສຽງສະອື້ນວ່າ, “ບະລາເດີ ມອນສັນ, ຂ້ານ້ອຍບໍ່ໄດ້ອະນຸຍາດໃຫ້ລາວຍ່າງຜ່ານທີ່ດິນຂອງພວກຂ້ານ້ອຍໄປໃນເທື່ອນັ້ນ ຫລື ໃນເທື່ອໃດກໍຕາມ ແຕ່ໄດ້ບອກລາວໃຫ້ຍ່າງໄປທາງໂຄ້ງ ໄປຫາທີ່ດິນຂອງລາວ. ຂ້ານ້ອຍຜິດ, ແລະ ຂ້ານ້ອຍກໍກິນແໜງຫລາຍ. ຕອນນີ້ລາວໄດ້ຕາຍໄປແລ້ວ, ແຕ່ ໂອ້, ຂ້ານ້ອຍເສຍໃຈທີ່ບໍ່ໄດ້ເວົ້າກັບລາວວ່າ, ‘ຂ້ອຍຂໍໂທດ.’ ຂ້ານ້ອຍເສຍໃຈ ທີ່ບໍ່ສາມາດກັບຄືນໄປເຮັດຄວາມດີຕໍ່ລາວ.”
ໃນຂະນະທີ່ຂ້າພະເຈົ້າໄດ້ຟັງນາງ, ຂ້າພະເຈົ້າໄດ້ຄິດເຖິງຖ້ອຍຄຳທີ່ໂສກເສົ້າຂອງ ຈອນ ກຣີນລີບ ວິດທີເອີ ທີ່ວ່າ: “ໃນບັນດາຄຳໂສກເສົ້າທີ່ໄດ້ກ່າວອອກມາ ຫລື ໄດ້ຂຽນໄວ້, ຄຳທີ່ໂສກເສົ້າທີ່ສຸດແມ່ນ: ‘ຖ້າຫາກພຽງແຕ່!’”11 ອ້າຍເອື້ອຍນ້ອງທັງຫລາຍ, ເມື່ອເຮົາກະທຳຕໍ່ຄົນອື່ນດ້ວຍຄວາມຮັກ ແລະ ຄວາມເຫັນອົກເຫັນໃຈທີ່ມີເມດຕາ, ແລ້ວເຮົາຈະຫລີກເວັ້ນຈາກຄວາມກິນແໜງນັ້ນ.
ເຮົາສາມາດສະແດງຄວາມຮັກອອກໃນຫລາຍວິທີທາງ ເຊັ່ນ: ການຍິ້ມ, ການໂບກມື, ການເວົ້າດີ, ການເວົ້າຍ້ອງຍໍ. ການສະແດງອື່ນໆອາດຈະເຫັນໄດ້ຍາກ ເຊັ່ນ ການສົນໃຈນຳກິດຈະກຳຂອງຄົນອື່ນ, ການສອນຫລັກທຳດ້ວຍຄວາມເມດຕາ ແລະ ຄວາມອົດທົນ, ການໄປຢ້ຽມຢາມຄົນທີ່ປ່ວຍໂຊ ຫລື ຄົນທີ່ໄປໃສບໍ່ໄດ້. ຖ້ອຍຄຳ ແລະ ການກະທຳເຫລົ່ານີ້ ແລະ ອື່ນໆ ເປັນການສື່ສານເຖິງຄວາມຮັກ.
ທ່ານແດວ ຄານິກີ, ນັກຂຽນ ແລະ ອາຈານສອນທີ່ໂດ່ງດັງຊາວອາເມຣິກາຄົນໜຶ່ງ ເຊື່ອວ່າແຕ່ລະຄົນມີພະລັງທີ່ຈະເພີ່ມຄວາມສຸກໃຫ້ແກ່ໂລກໄດ້ … ໂດຍການກ່າວຄຳຮູ້ບຸນຄຸນທີ່ຈິງໃຈກັບບາງຄົນຜູ້ເປົ່າປ່ຽວດຽວດາຍ ຫລື ທໍ້ຖອຍໃຈ.” ເພິ່ນໄດ້ກ່າວວ່າ “ບາງທີທ່ານອາດຈະລືມຄຳດີໆທີ່ທ່ານໄດ້ກ່າວໃນມື້ນີ້, ແຕ່ຜູ້ທີ່ໄດ້ຍິນອາດທະນຸຖະໜອມມັນໄວ້ຕະຫລອດຊີວິດຂອງເຂົາເຈົ້າ.”12
ຂ້າພະເຈົ້າຫວັງວ່າເຮົາຈະເລີ່ມເຮັດໃນຕອນນີ້, ໃນມື້ນີ້, ທີ່ຈະສະແດງຄວາມຮັກຕໍ່ລູກໆທຸກຄົນຂອງພຣະເຈົ້າ, ບໍ່ວ່າເຂົາເຈົ້າຈະເປັນຄົນໃນຄອບຄົວຂອງເຮົາ, ເປັນໝູ່ເພື່ອນ, ເປັນຄົນທີ່ຄຸ້ນເຄີຍ, ຫລື ເປັນຄົນແປກໜ້າກໍຕາມ. ເມື່ອເຮົາຕື່ນຂຶ້ນໃນຕອນເຊົ້າ, ຂໍໃຫ້ເຮົາຈົ່ງຕັ້ງໃຈທີ່ຈະຕອບຮັບດ້ວຍຄວາມຮັກ ແລະ ຄວາມເມດຕາ ຕໍ່ສິ່ງໃດກໍຕາມທີ່ຈະເກີດຂຶ້ນໃນມື້ນັ້ນ.
ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ເຮົາແມ່ນເກີນກວ່າຈະເຂົ້າໃຈໄດ້. ເພາະຄວາມຮັກນີ້, ພຣະອົງຈຶ່ງໄດ້ສົ່ງພຣະບຸດຂອງພຣະອົງມາ, ຜູ້ຮັກເຮົາພໍທີ່ຈະມອບຊີວິດຂອງພຣະອົງເພື່ອເຮົາ, ເພື່ອວ່າເຮົາຈະມີຊີວິດນິລັນດອນ. ເມື່ອເຮົາເຂົ້າໃຈຂອງປະທານທີ່ບໍ່ສາມາດປຽບປູນນີ້ໄດ້, ຫົວໃຈຂອງເຮົາຈະເຕັມໄປດ້ວຍຄວາມຮັກສຳລັບພຣະບິດານິລັນດອນຂອງເຮົາ, ສຳລັບພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ແລະ ສຳລັບເພື່ອນມະນຸດທັງປວງ. ນັ້ນຄືຄຳອະທິຖານທີ່ໜັກແໜ້ນຂອງຂ້າພະເຈົ້າ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.