ການປ້ອງກັນຈາກຮູບພາບລາມົກ—ບ້ານເຮືອນທີ່ມີພຣະຄຣິດເປັນຈຸດໃຈກາງ
ເຄື່ອງຕອງທີ່ດີທີ່ສຸດຢູ່ໃນໂລກນີ້ ... ແມ່ນເຄື່ອງຕອງອິນເຕີແນັດຢູ່ໃນຕົວເຮົາ ຊຶ່ງມາຈາກປະຈັກພະຍານທີ່ເລິກຊຶ້ງ.
ອ້າຍເອື້ອຍນ້ອງທີ່ຮັກແພງ, ມື້ນີ້ ຂ້າພະເຈົ້າດີໃຈຫລາຍທີ່ມີຫລານຜູ້ໃຫຍ່ 13 ຄົນ ມາຮ່ວມຢູ່ໃນກອງປະຊຸມນີ້. ສິ່ງນີ້ໄດ້ເຮັດໃຫ້ຂ້າພະເຈົ້າຢາກຖາມວ່າ “ຂ້າພະເຈົ້າຢາກໃຫ້ຫລານຂອງຂ້າພະເຈົ້າຮູ້ຈັກສິ່ງໃດ?” ເຊົ້າມື້ນີ້ ຂ້າພະເຈົ້າຈະເວົ້າຕໍ່ຄອບຄົວຂອງຂ້າພະເຈົ້າ ແລະ ຂອງທ່ານໂດຍສະເພາະ.
ເຮົາ, ໃນຖານະທີ່ເປັນຜູ້ນຳ, ມີຄວາມເປັນຫ່ວງເປັນໄຍຫລາຍກ່ຽວກັບຄວາມວິບັດທີ່ຮູບພາບລາມົກນຳມາສູ່ຊີວິດຂອງສະມາຊິກຂອງສາດສະໜາຈັກ ແລະ ຄອບຄົວຂອງເຂົາເຈົ້າ. ຊາຕານພວມໂຈມຕີດ້ວຍຄວາມໂມໂຫທີ່ບໍ່ເຄີຍເປັນມາກ່ອນ.
ເຫດຜົນໜຶ່ງຄື ເຮົາມາຢູ່ໃນໂລກນີ້ ເພື່ອຮ່ຳຮຽນວິທີຄວບຄຸມອາລົມ ແລະ ຄວາມຮູ້ສຶກຂອງຮ່າງກາຍມະຕະຂອງເຮົາ. ຄວາມຮູ້ສຶກເຫລົ່ານີ້ທີ່ພຣະເຈົ້າໄດ້ປະທານໃຫ້ ຊ່ອຍເຫລືອເຮົາໃຫ້ຢາກແຕ່ງງານ ແລະ ມີລູກເຕົ້າ. ຄວາມສຳພັນອັນແໜ້ນແຟ້ນຂອງການແຕ່ງງານລະຫວ່າງຊາຍ ແລະ ຍິງ ທີ່ນຳລູກໆມາສູ່ຊີວິດມະຕະ ກໍໝາຍເຖິງການມີປະສົບການທີ່ສວຍງາມ ແລະ ດ້ວຍຄວາມຮັກ ທີ່ຜູກມັດຫົວໃຈທີ່ອຸທິດຕົນສອງດວງເຂົ້າກັນ, ເປັນໜຶ່ງທາງວິນຍານ ແລະ ຮ່າງກາຍ, ແລະ ນຳຄວາມຊື່ນຊົມອັນເຕັມປ່ຽມ ແລະ ຄວາມສຸກມາໃຫ້ ເມື່ອເຮົາຄິດກ່ຽວກັບຄູ່ແຕ່ງງານຂອງເຮົາກ່ອນ. ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ສອນວ່າ ໃນການແຕ່ງງານ, “ຄູ່ຄອງ … ກາຍເປັນຜູ້ສຳຄັນທີ່ສຸດໃນຊີວິດຂອງສາມີ ຫລື ພັນລະຍາ, ແລະ… [ບໍ່ມີ] ຄວາມສົນໃຈໃດໆ [ຫລື] ຄົນໃດ [ຫລື] ສິ່ງໃດ ຈະສຳຄັນຫລາຍໄປກວ່າຄູ່ຄອງຂອງເຮົາ.”
“ການແຕ່ງງານຕ້ອງມີຄວາມຈົງຮັກພັກດີທີ່ສຸດ ແລະ ຊື່ສັດທີ່ສຸດ.”1
ເມື່ອຫລາຍປີກ່ອນ ລູກຄົນໜຶ່ງຂອງພວກເຮົາເບິ່ງຄືໂສກເສົ້າ. ຂ້າພະເຈົ້າໄດ້ເຂົ້າໄປໃນຫ້ອງນອນຂອງນາງ, ບ່ອນທີ່ນາງໄດ້ເປີດຄວາມໃນໃຈ ແລະ ໄດ້ບອກຂ້າພະເຈົ້າວ່າ ນາງໄດ້ໄປເຮືອນຂອງໝູ່ຄົນໜຶ່ງຂອງນາງ ແລະ ໄດ້ເຫັນຮູບພາບທີ່ສະເທືອນໃຈ ແລະ ການກະທຳຢູ່ໃນໂທລະທັດລະຫວ່າງຜູ້ຊາຍ ແລະ ຜູ້ຍິງຄົນໜຶ່ງທີ່ປະໂປ້. ນາງເລີ່ມຕົ້ນຮ້ອງໄຫ້ ແລະ ບອກເຖິງຄວາມຮູ້ສຶກບໍ່ດີກັບສິ່ງທີ່ນາງໄດ້ເຫັນ ແລະ ຫວັງຢາກລືມມັນເສຍ. ຂ້າພະເຈົ້າດີໃຈຫລາຍທີ່ນາງໄດ້ບອກຂ້າພະເຈົ້າ, ໄດ້ໃຫ້ໂອກາດຂ້າພະເຈົ້າປອບໂຍນຫົວໃຈອັນໄຮ້ດຽງສາ ແລະ ເຈັບປວດນັ້ນ ແລະ ຊ່ອຍເຫລືອນາງໃຫ້ສະບາຍໃຈຂຶ້ນ ຜ່ານການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ. ຂ້າພະເຈົ້າຈື່ຄວາມຮູ້ສຶກ ໃນຂະນະທີ່ພວກເຮົານັ່ງຄຸເຂົ່ານຳກັນ, ແມ່ ແລະ ລູກ, ແລະ ໄດ້ທູນຂໍຄວາມຊ່ອຍເຫລືອຈາກພຣະບິດາເທິງສະຫວັນ.
ເດັກນ້ອຍ, ຊາວໜຸ່ມ, ແລະ ຜູ້ໃຫຍ່ຫລາຍຄົນ ໄດ້ເຫັນພາບລາມົກແບບບໍ່ຕັ້ງໃຈ, ແຕ່ຈຳນວນຜູ້ຊາຍ ແລະ ຜູ້ຍິງທີ່ເລືອກເບິ່ງມັນ ແມ່ນມີຫລາຍຂຶ້ນ ແລະ ກັບຄືນໄປເບິ່ງມັນອີກຈົນວ່າກາຍເປັນການຕິດແສດ. ຜູ້ຄົນເຫລົ່ານັ້ນອາດມີຄວາມປາດຖະໜາທີ່ຈະອອກຈາກການຕິດແສດ, ແຕ່ສ່ວນຫລາຍແລ້ວ ບໍ່ມີຄວາມສາມາດທີ່ຈະເອົາຊະນະມັນດ້ວຍຕົນເອງ. ເຮົາໂຊກດີຫລາຍທີ່ຄົນທີ່ເຮົາຮັກເລືອກບອກຄວາມໃນໃຈກັບເຮົາ ຜູ້ເປັນພໍ່ແມ່ ຫລື ກັບຜູ້ນຳຂອງສາດສະໜາຈັກ. ເປັນສິ່ງສະຫລາດທີ່ເຮົາຈະຮັບຟັງແບບບໍ່ມີຄວາມຕົກອົກຕົກໃຈ, ໃຈຮ້າຍ, ຫລື ປະຕິເສດ, ຊຶ່ງອາດເຮັດໃຫ້ເຂົາມິດງຽບໄປ.
ໃນຖານະທີ່ເປັນພໍ່ແມ່ ແລະ ຜູ້ນຳ, ຕ້ອງສອນ ແລະ ແນະນຳລູກໆ ແລະ ຊາວໜຸ່ມຂອງເຮົາເປັນປະຈຳ, ຕ້ອງຟັງເຂົາດ້ວຍຄວາມຮັກ ແລະ ຄວາມເຂົ້າໃຈ. ເຂົາຕ້ອງຮູ້ເຖິງຄວາມອັນຕະລາຍຂອງຮູບພາບລາມົກ ແລະ ວິທີທີ່ມັນຄວບຄຸມຊີວິດ, ເຮັດໃຫ້ວິນຍານສູນເສຍໄປ, ບິດເບືອນຄວາມຮູ້ສຶກ, ຫລອກລວງ, ທຳລາຍຄວາມສຳພັນ, ສູນເສຍການຄວບຄຸມຕົນເອງ, ແລະ ສິ້ນເປືອງເວລາ, ຄວາມຄິດ, ແລະ ກຳລັງ.
ຮູບພາບລາມົກເປັນສິ່ງທີ່ຊົ່ວຊ້າ, ຮ້າຍກາດ, ແລະ ແຈ່ມແຈ້ງຫລາຍກວ່າທີ່ຜ່ານມາ. ເມື່ອເຮົາປຶກສາກັບລູກເຕົ້າຂອງເຮົາ, ເຮົາຈະສາມາດວາງແຜນເປັນຄອບຄົວນຳກັນໄດ້ກ່ຽວກັບມາດຕະຖານ ແລະ ຂອບເຂດ, ຕ້ອງເອົາໃຈໃສ່ທີ່ຈະປົກປ້ອງບ້ານເຮືອນຂອງເຮົາ ໂດຍເຄື່ອງຕອງ ແລະ ໂດຍການຕັ້ງເຄື່ອງເອເລັກໂທຣນິກບໍ່ໃຫ້ສິ່ງລາມົກຜ່ານເຂົ້າມາໄດ້. ພໍ່ແມ່ທັງຫລາຍ, ເຮົາຮູ້ຈັກເຄື່ອງໃຊ້ມືຖືທີ່ສາມາດໃຊ້ອິນເຕີແນັດບໍ່, ອັນທີ່ບໍ່ໄດ້ເປັນພຽງຄອມພິວເຕີເທົ່ານັ້ນ, ແຕ່ມັນຍັງເປັນສິ່ງທີ່ສ້າງບັນຫາໃຫຍ່ນຳອີກ.2
ຊາວໜຸ່ມ ແລະ ຜູ້ໃຫຍ່ທັງຫລາຍ, ຖ້າຫາກທ່ານຖືກບ້ວງຂອງຊາຕານເລື່ອງຮູບພາບລາມົກ, ຈົ່ງຈື່ຈຳເຖິງຄວາມເມດຕາອັນຍິ່ງໃຫຍ່ຂອງພຣະຜູ້ຊ່ອຍໃຫ້ລອດຂອງເຮົາ. ທ່ານຮູ້ບໍວ່າ ພຣະຜູ້ເປັນເຈົ້າຮັກ ແລະ ທະນຸຖະໜອມທ່ານຫລາຍພຽງໃດ, ແມ່ນແຕ່ຕອນນີ້? ພຣະຜູ້ຊ່ອຍໃຫ້ລອດຂອງເຮົາມີອຳນາດທີ່ຈະຊຳລະລ້າງ ແລະ ປິ່ນປົວເຮົາ. ພຣະອົງສາມາດເອົາຄວາມເຈັບປວດ ແລະ ຄວາມໂສກເສົ້າຂອງທ່ານໄປ ແລະ ເຮັດໃຫ້ທ່ານສະອາດຄືນໃໝ່ ຜ່ານອຳນາດແຫ່ງການຊົດໃຊ້ຂອງພຣະອົງ.
ເຮົາໃນຖານະທີ່ເປັນຜູ້ນຳ ກໍມີຄວາມເປັນຫ່ວງຫລາຍກັບຄູ່ຄອງ ແລະ ຄົນໃນຄອບຄົວຂອງຜູ້ທີ່ຕິດແສດຮູບພາບລາມົກ. ແອວເດີ ຣິເຈີດ ຈີ ສະກາດ ໄດ້ອ້ອນວອນວ່າ: “ຖ້າຫາກທ່ານບໍ່ໄດ້ເຮັດບາບອັນຮ້າຍແຮງນີ້, ທ່ານບໍ່ຈຳເປັນຕ້ອງຮັບທຸກທໍລະມານເພື່ອຜົນສະທ້ອນຈາກບາບຂອງຄົນອື່ນ. … ທ່ານສາມາດມີຄວາມເຫັນອົກເຫັນໃຈ. ... ແຕ່ທ່ານບໍ່ຄວນຮູ້ສຶກວ່າທ່ານຮັບຜິດຊອບກັບການກະທຳຂອງເຂົາເຈົ້າ.”3 ຂໍໃຫ້ຮູ້ໄວ້ວ່າ ທ່ານບໍ່ໄດ້ຢູ່ຕາມລຳພັງ. ມີຄວາມຊ່ອຍເຫລືອຢູ່. ມີຫ້ອງການຊ່ອຍເຫລືອຄູ່ຄອງໃຫ້ຟື້ນຈາກການຕິດແສດ, ຮ່ວມທັງການປະຊຸມທາງໂທລະສັບ, ຊຶ່ງອະນຸຍາດໃຫ້ຄູ່ຄອງໂທເຂົ້າໄປຟັງການປະຊຸມຈາກເຮືອນໄດ້.
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາຈະປົກປ້ອງລູກໆ ແລະ ຊາວໜຸ່ມຂອງເຮົາດ້ວຍວິທີໃດ? ເຄື່ອງຕອງເປັນປະໂຫຍດຫລາຍ, ແຕ່ເຄື່ອງຕອງທີ່ດີທີ່ສຸດຢູ່ໃນໂລກນີ້, ພຽງມີສິ່ງດຽວທີ່ໄດ້ຜົນດີແທ້ໆ, ແມ່ນເຄື່ອງຕອງອິນເຕີແນັດຢູ່ໃນຕົວເຮົາ ຊຶ່ງມາຈາກປະຈັກພະຍານທີ່ເລິກຊຶ້ງ ແລະ ຕະຫລອດໄປຂອງເຮົາ ເຖິງຄວາມຮັກຂອງພຣະບິດາເທິງສະຫວັນ ແລະ ການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດຂອງເຮົາສຳລັບເຮົາແຕ່ລະຄົນ.
ເຮົາຈະນຳພາລູກໆຂອງເຮົາໃຫ້ຮູ້ສຶກເຫລື້ອມໃສແທ້ໆ ແລະ ໄດ້ຮັບການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດດ້ວຍວິທີໃດ? ຂ້າພະເຈົ້າມັກຄຳປະກາດຂອງສາດສະດານີໄຟ ເຖິງສິ່ງທີ່ຜູ້ຄົນຂອງເພິ່ນໄດ້ເຮັດ ເພື່ອປ້ອງກັນຊາວໜຸ່ມ ໃນສະໄໝຂອງເພິ່ນວ່າ “ພວກເຮົາເວົ້າເຖິງພຣະຄຣິດ, ພວກເຮົາປິຕິຍິນດີໃນພຣະຄຣິດ, ພວກເຮົາສັ່ງສອນເລື່ອງພຣະຄຣິດ, [ແລະ] ພວກເຮົາທຳນາຍເຖິງພຣະຄຣິດ … ເພື່ອລູກຫລານຂອງພວກເຮົາຈະໄດ້ຮູ້ວ່າ ພວກເຂົາຈະຫລຽວຫາແຫລ່ງໃດເພື່ອການປົດບາບຂອງພວກເຂົາ.”4
ເຮົາຈະເຮັດສິ່ງນີ້ດ້ວຍວິທີໃດຢູ່ໃນບ້ານຂອງເຮົາ? ບາງຄົນໃນພວກທ່ານເຄີຍໄດ້ຍິນຂ້າພະເຈົ້າບອກກ່ຽວກັບວ່າ ສາມີຂອງຂ້າພະເຈົ້າ ເມວ, ແລະ ຂ້າພະເຈົ້າຮູ້ສຶກແນວໃດ ໃນຖານະທີ່ເປັນພໍ່ແມ່ຂອງລູກນ້ອຍສີ່ຄົນ. ເມື່ອພວກເຮົາໄດ້ປະເຊີນກັບການທ້າທາຍຂອງການເປັນພໍ່ແມ່ ແລະ ພະຍາຍາມບັນລຸພາລະກິດໃນຊີວິດ, ພວກເຮົາຕ້ອງການຄວາມຊ່ອຍເຫລືອຫລາຍ. ພວກເຮົາໄດ້ອະທິຖານ ແລະ ອ້ອນວອນ ເພື່ອຈະໄດ້ຮູ້ວ່າ ຈະເຮັດສິ່ງໃດ. ຄຳຕອບໄດ້ມາເຖິງຢ່າງແຈ່ມແຈ້ງວ່າ: “ບໍ່ເປັນຫຍັງດອກທີ່ເຮືອນຍັງຮົກເຮື້ອ ແລະ ລູກຍັງນຸ່ງຊຸດນອນຢູ່ ແລະ ວຽກງານບາງຢ່າງບໍ່ສຳເລັດ. ສິ່ງທີ່ຕ້ອງເຮັດໃຫ້ສຳເລັດຢູ່ໃນບ້ານເຮືອນ ແມ່ນການສຶກສາພຣະຄຳພີ ແລະ ການອະທິຖານທຸກມື້, ແລະ ການຈັດການສັງສັນໃນຄອບຄົວທຸກອາທິດ.”
ພວກເຮົາໄດ້ພະຍາຍາມເຮັດສິ່ງເຫລົ່ານີ້, ແຕ່ສ່ວນຫລາຍມັນບໍ່ຖືກນັບວ່າເປັນສິ່ງສຳຄັນ, ໃນຕອນທີ່ສັບສົນ ບາງເທື່ອສິ່ງເຫລົ່ານີ້ໄດ້ຖືກປ່ອຍປະລະເລີຍ. ແລ້ວພວກເຮົາໄດ້ຫັນມາສົນໃຈກັບມັນ ແລະ ພະຍາຍາມໃຫ້ສິ່ງເຫລົ່ານີ້ເປັນສິ່ງສຳຄັນ ແລະ ບໍ່ເປັນຫ່ວງກັບສິ່ງທີ່ມີຄວາມສຳຄັນໜ້ອຍ. ຄວາມເອົາໃຈໃສ່ຂອງເຮົາ ໄດ້ກາຍເປັນວິທີທີ່ເຮົາເວົ້າຈາ, ຊື່ນຊົມ, ສັ່ງສອນ, ແລະ ເປັນພະຍານເຖິງພຣະຄຣິດ ໂດຍການພະຍາຍາມທຸກວັນ ທີ່ຈະອະທິຖານ ແລະ ສຶກສາພຣະຄຳພີ ແລະ ມີການສັງສັນໃນຄອບຄົວທຸກອາທິດ.
ບໍ່ດົນມານີ້ ເພື່ອນຄົນໜຶ່ງໄດ້ເຕືອນວ່າ, “ເມື່ອທ່ານຂໍໃຫ້ບັນດາເອື້ອຍນ້ອງອ່ານພຣະຄຳພີ ແລະ ອະທິຖານຫລາຍກວ່ານີ້ ມັນຈະເຮັດໃຫ້ເຂົາເຈົ້າມີຄວາມກົດດັນຫລາຍຂຶ້ນ. ເຂົາເຈົ້າຮູ້ສຶກວ່າ ເຂົາເຈົ້າຫຍຸ້ງຫລາຍຢູ່ແລ້ວຕອນນີ້.”
ອ້າຍເອື້ອຍນ້ອງທັງຫລາຍ, ເພາະຂ້າພະເຈົ້າຮູ້ຈາກປະສົບການຂອງຂ້າພະເຈົ້າເອງ, ແລະ ຈາກປະສົບການຂອງສາມີຂອງຂ້າພະເຈົ້າ, ຂ້າພະເຈົ້າຈຶ່ງຢາກເປັນພະຍານເຖິງການສຶກສາພຣະຄຳພີ, ການອະທິຖານທຸກວັນ, ແລະ ການສັງສັນໃນຄອບຄົວທຸກອາທິດ. ການປະຕິບັດເຫລົ່ານີ້ຈະກຳຈັດຄວາມກົດດັນ, ນຳພາຊີວິດຂອງເຮົາ, ແລະ ເພີ່ມການປົກປ້ອງໃຫ້ແກ່ບ້ານເຮືອນຂອງເຮົາ. ແລ້ວຖ້າຫາກຮູບພາບລາມົກ ຫລື ການທ້າທາຍອື່ນໆສ້າງຄວາມເດືອດຮ້ອນໃຫ້ແກ່ຄອບຄົວຂອງເຮົາ, ແລ້ວເຮົາສາມາດຂໍຄວາມຊ່ອຍເຫລືອຈາກພຣະຜູ້ເປັນເຈົ້າໄດ້, ແລະ ຫວັງການນຳພາອັນຍິ່ງໃຫຍ່ຈາກພຣະວິນຍານ, ໂດຍທີ່ຮູ້ວ່າເຮົາໄດ້ເຮັດສິ່ງທີ່ພຣະບິດາຂອງເຮົາຂໍໃຫ້ເຮົາເຮັດແລ້ວ.
ອ້າຍເອື້ອຍນ້ອງທັງຫລາຍ, ຖ້າເຮົາຍັງບໍ່ໄດ້ເຮັດສິ່ງເຫລົ່ານີ້ເທື່ອຢູ່ໃນບ້ານເຮືອນ, ແລ້ວເຮົາກໍສາມາດເລີ່ມຕົ້ນໄດ້ໃນຕອນນີ້. ຖ້າຫາກລູກໆຂອງເຮົາໃຫຍ່ແລ້ວ ແລະ ບໍ່ຢາກເຮັດນຳເຮົາ, ເຮົາສາມາດເລີ່ມຕົ້ນດ້ວຍຕົນເອງ. ເມື່ອເຮົາເຮັດຕໍ່ໄປ, ແລ້ວອິດທິພົນຂອງພຣະວິນຍານຈະເຕັມຢູ່ໃນບ້ານເຮືອນ ແລະ ໃນຊີວິດຂອງເຮົາ. ເມື່ອເວລາຜ່ານໄປ, ລູກໆຂອງເຮົາຈະເຮັດນຳ.
ຈົ່ງຈື່ຈຳໄວ້ວ່າ ສາດສະດາທີ່ມີຊີວິດຢູ່ກໍໄດ້ສັນຍາວ່າ ເມື່ອເຮົາຄົ້ນຫາບັນພະບຸລຸດຂອງເຮົາ ແລະ ຕຽມລາຍຊື່ຂອງຄົນໃນຄອບຄົວຂອງເຮົາເອງສຳລັບພຣະວິຫານ, ແລ້ວເຮົາຈະໄດ້ຮັບການປົກປ້ອງໃນຕອນນີ້ ແລະ ຕະຫລອດຊົ່ວຊີວິດຂອງເຮົາ ເມື່ອເຮົາຮັກສາຕົນເອງໃຫ້ມີຄ່າຄວນພໍສຳລັບໃບຮັບຮອງເຂົ້າພຣະວິຫານ.5 ຈັ່ງແມ່ນເປັນຄຳສັນຍາທີ່ດີເລີດແທ້ໆ!
ຊາວໜຸ່ມທັງຫລາຍ, ຈົ່ງຮັບເອົາໜ້າທີ່ຮັບຜິດຊອບຂອງພວກເຈົ້າ ສຳລັບຄວາມສະຫວັດດີພາບທາງວິນຍານຂອງພວກເຈົ້າ. ຈົ່ງປິດມືຖືຂອງພວກເຈົ້າຖ້າເປັນໄປໄດ້, ຮ້ອງເພງຂອງຊັ້ນປະຖົມໄວ, ອະທິຖານຂໍຄວາມຊ່ອຍເຫລືອ, ຄິດກ່ຽວກັບຂໍ້ພຣະຄຳພີ, ຍ່າງອອກຈາກໂຮງໜັງ, ຄິດກ່ຽວກັບພຣະຜູ້ຊ່ອຍໃຫ້ລອດ, ຮັບສິນລະລຶກຢ່າງມີຄ່າຄວນ, ສຶກສາປຶ້ມ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ, ເປັນຕົວຢ່າງທີ່ດີໃຫ້ແກ່ໝູ່ເພື່ອນ, ໄວ້ວາງໃຈໃນພໍ່ແມ່, ໄປພົບອະທິການຂອງພວກເຈົ້າ ຂໍຄວາມຊ່ອຍເຫລືອ ແລະ ຂໍຄຳແນະນຳຈາກຜູ້ຊ່ຽວຊານ, ຖ້າຈຳເປັນ.
ຂ້າພະເຈົ້າຢາກໃຫ້ຫລານຂອງຂ້າພະເຈົ້າຮູ້ຈັກສິ່ງໃດ? ຂ້າພະເຈົ້າຢາກໃຫ້ເຂົາເຈົ້າ ແລະ ທ່ານຮູ້ວ່າ ຂ້າພະເຈົ້າຮູ້ວ່າ ພຣະຜູ້ຊ່ອຍໃຫ້ລອດຊົງພຣະຊົນຢູ່ ແລະ ຮັກເຮົາ. ພຣະອົງໄດ້ຈ່າຍຄ່າແທນບາບຂອງເຮົາ, ແຕ່ເຮົາຕ້ອງຄຸເຂົ່າຢູ່ຕໍ່ພຣະພັກຂອງພຣະບິດາຜູ້ສະຖິດໃນສະຫວັນ, ໃນຄວາມຖ່ອມຕົນ, ສາລະພາບບາບຂອງເຮົາ, ແລະ ອ້ອນວອນຂໍໃຫ້ພຣະອົງອະໄພໃຫ້. ເຮົາຕ້ອງເປັນຜູ້ຢາກປ່ຽນໃຈ ແລະ ມີຄວາມປາດຖະໜາ ແລະ ຖ່ອມຕົນພໍທີ່ຈະຂໍຄວາມຊ່ອຍເຫລືອ ແລະ ຂໍການໃຫ້ອະໄພຈາກຜູ້ທີ່ເຮົາອາດເຮັດໃຫ້ເສຍໃຈ ຫລື ປ່ອຍປະລະເລີຍ.
ຂ້າພະເຈົ້າຮູ້ວ່າໂຈເຊັບ ສະມິດ ໄດ້ເຫັນພຣະເຈົ້າ ພຣະບິດາເທິງສະຫວັນຂອງເຮົາ, ແລະ ພຣະຜູ້ຊ່ອຍໃຫ້ລອດ ພຣະເຢຊູຄຣິດ. ຂ້າພະເຈົ້າຂໍເປັນພະຍານວ່າ ເຮົາມີສາດສະດາທີ່ມີຊີວິດຢູ່ໃນໂລກນີ້--ຂ້າພະເຈົ້າເປັນພະຍານວ່າ ເຮົາມີສາດສະດາທີ່ມີຊີວິດຢູ່ໃນໂລກນີ້ ຄືປະທານທອມມັສ ແອັສ ມອນສັນ. ຂ້າພະເຈົ້າເປັນພະຍານວ່າ ທ່ານຈະບໍ່ຫລົງທາງ ຖ້າຫາກທ່ານເຊື່ອຟັງຕໍ່ຄຳແນະນຳຂອງສາດສະດາຂອງພຣະເຈົ້າ. ຂ້າພະເຈົ້າເປັນພະຍານເຖິງອຳນາດແຫ່ງພັນທະສັນຍາ ແລະ ພອນຂອງເຮົາເລື່ອງພຣະວິຫານ.
ເພາະຂ້າພະເຈົ້າຮູ້ຄືກັນວ່າພຣະຄຳພີມໍມອນເປັນຄວາມຈິງ! ຂ້າພະເຈົ້າບໍ່ສາມາດອະທິບາຍເຖິງພະລັງຂອງໜັງສືທີ່ຍິ່ງໃຫຍ່ເຫລັ້ມນີ້. ຂ້າພະເຈົ້າພຽງຮູ້ວ່າ, ພ້ອມທັງອະທິຖານ, ພຣະຄຳພີມໍມອນຈະນຳພະລັງມາປົກປ້ອງຄອບຄົວ, ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄວາມສຳພັນ, ແລະ ໃຫ້ຄວາມໝັ້ນໃຈຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ. ຂ້າພະເຈົ້າເປັນພະຍານເຖິງສິ່ງເຫລົ່ານີ້ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.