ພຣະຄຣິດອົງເປັນພຣະຜູ້ໄຖ່
ການເສຍສະລະ [ຂອງພຣະຜູ້ໄຖ່] ໄດ້ເປັນພອນໃຫ້ແກ່ທຸກໆຄົນ, ຈາກອາດາມ, ມະນຸດຄົນທຳອິດ, ຈົນເຖິງມະນຸດຄົນສຸດທ້າຍ.
ພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ, ໄດ້ກຳເນີດ ແລະ ໄດ້ສິ້ນພຣະຊົນໃນສະຖານະການທີ່ພິເສດ. ພຣະອົງໄດ້ດຳລົງຊີວິດ ແລະ ໄດ້ເຕີບໂຕຂຶ້ນໃນສະພາບທີ່ຕ່ຳຕ້ອຍ, ປາດສະຈາກຊັບສິນທາງໂລກ. ພຣະອົງໄດ້ກ່າວເຖິງຕົນເອງວ່າ, “ໝາຈອກກໍຍັງມີໝົ້ງນອນ ແລະ ນົກກໍຍັງມີຮັງຢູ່; ສ່ວນບຸດມະນຸດແລ້ວບໍ່ມີທີ່ພັກຜ່ອນຫລັບນອນ” (ລູກາ 9:58).
ພຣະອົງບໍ່ໄດ້ຮັບກຽດຕິຍົດ, ການປະຕິບັດພິເສດ, ການຍອມຮັບ, ຫລື ການເຫັນດີຈາກຜູ້ນຳທາງການເມືອງຢູ່ເທິງໂລກ, ຫລື ຈາກຜູ້ນຳທາງດ້ານສາດສະໜາໃນວັນເວລາຂອງພຣະອົງເລີຍ. ພຣະອົງກໍບໍ່ໄດ້ນັ່ງຢູ່ໃນບ່ອນທີ່ສູງສຸດໃນສາລາທຳ.
ຄຳສັ່ງສອນຂອງພຣະອົງກໍລຽບງ່າຍ, ແລະ ເຖິງແມ່ນວ່າຫລາຍຄົນໄດ້ຕິດຕາມພຣະອົງ, ແຕ່ການປະຕິບັດສາດສະໜາກິດຂອງພຣະອົງແມ່ນປະກອບດ້ວຍການໃຫ້ພອນເທື່ອລະຄົນສະເໝີ. ພຣະອົງໄດ້ເຮັດສິ່ງມະຫັດສະຈັນຫລາຍຢ່າງໃນບັນດາຜູ້ທີ່ຍອມຮັບພຣະອົງວ່າເປັນຜູ້ທີ່ຖືກສົ່ງມາຈາກພຣະເຈົ້າ.
ພຣະອົງໄດ້ມອບສິດອຳນາດ ແລະ ອຳນາດໃຫ້ແກ່ອັກຄະສາວົກຂອງພຣະອົງໃຫ້ເຮັດສິ່ງມະຫັດສະຈັນ “ແລະ ສິ່ງທີ່ຍິ່ງໃຫຍ່ກວ່າອີກ” ກວ່າທີ່ພຣະອົງໄດ້ເຮັດ (ໂຢຮັນ 14:12), ແຕ່ພຣະອົງບໍ່ເຄີຍມອບໝາຍໃຫ້ເຂົາເຈົ້າມີສິດທິພິເສດທີ່ຈະໃຫ້ອະໄພບາບ. ສັດຕູຂອງພຣະອົງບໍ່ພໍໃຈເມື່ອພວກເຂົາໄດ້ຍິນພຣະອົງກ່າວວ່າ, “ຈົ່ງໄປສາ, ແຕ່ຢ່າເຮັດບາບອີກ” (ໂຢຮັນ 8:11) ຫລື ວ່າ “ການບາບຂອງເຈົ້າໄດ້ຮັບອະໄພແລ້ວ” (ລູກາ 7:48). ສິດທິນັ້ນເປັນຂອງພຣະອົງເທົ່ານັ້ນ ເພາະພຣະອົງເປັນພຣະບຸດຂອງພຣະເຈົ້າ ແລະ ເພາະພຣະອົງຈະຈ່າຍຄ່າບາບເຫລົ່ານັ້ນດ້ວຍການຊົດໃຊ້ຂອງພຣະອົງ.
ອຳນາດຂອງພຣະອົງເໜືອຄວາມຕາຍ
ອຳນາດຂອງພຣະອົງເໜືອຄວາມຕາຍກໍເປັນຄຸນສົມບັດຢ່າງໜຶ່ງແຫ່ງສະຫວັນຄືກັນ. ຢາອີລັດທີ່ດີເລີດ, ຜູ້ເປັນຫົວໜ້າສາລາທຳ, ໄດ້ວິ້ງວອນວ່າ “ໃຫ້ໄປທີ່ເຮືອນຂອງຕົນ: ເພາະລູກສາວຄົນດຽວຂອງລາວ, ຈວນຈະສິ້ນໃຈຕາຍ” (ລູກາ 8:41–42). ພຣະອາຈານໄດ້ຍິນຄຳວິ້ງວອນຂອງລາວ, ແລະ ຂະນະທີ່ເຂົາເຈົ້າຍ່າງກັບບ້ານ, ຄົນໃຊ້ໄດ້ມາຫາຢາອີລັດ ແລະ ໄດ້ບອກລາວວ່າ, “ລູກສາວຂອງທ່ານຕາຍແລ້ວ; ຢ່າລົບກວນອາຈານຕໍ່ໄປເລີຍ” (ລູກາ 8:49). ຫລັງຈາກພຣະອົງໄດ້ເຂົ້າໄປໃນບ້ານ, ພຣະເຢຊູໄດ້ຂໍຮ້ອງໃຫ້ທຸກຄົນອອກໄປ, ແລະ ໃນທັນທີທັນໃດ, ໄດ້ຈັບມືນາງ, ພຣະອົງຮ້ອງຂຶ້ນວ່າ, “ລູກເອີຍ ຈົ່ງລຸກຂື້ນສາ!” (ລູກາ 8:54).
ໃນອີກໂອກາດໜຶ່ງ, ຂະນະທີ່ພຣະອົງກຳລັງເດີນທາງໄປຍັງເມືອງເນອິນ, ພຣະອົງໄດ້ພົບເຫັນການແຫ່ສົ່ງສະການ, ເຫັນແມ່ໝ້າຍຄົນໜຶ່ງຮ້ອງໄຫ້ເພາະລູກຊາຍຄົນດຽວຂອງນາງໄດ້ຕາຍໄປແລ້ວ. ເຕັມໄປດ້ວຍຄວາມເມດຕາ, ພຣະອົງໄດ້ບາຍຫີບສົບ ແລະ ໄດ້ກ່າວວ່າ, “ຊາຍໜຸ່ມເອີຍ, ລຸກຂຶ້ນ, ເຮົາສັ່ງເຈົ້າ” (ລູກາ 7:14). ເມື່ອໄດ້ເຫັນສິ່ງມະຫັດສະຈັນ ຜູ້ຄົນກໍໄດ້ຮ້ອງຂຶ້ນວ່າ, “ຜູ້ປະກາດພຣະຄຳທີ່ຍິ່ງໃຫຍ່ຄົນໜຶ່ງ ປະກົດຕົວໃນທ່າມກາງພວກເຮົາແລ້ວ … ພຣະເຈົ້າມາຊ່ອຍຊູປະຊາຊົນຂອງພຣະອົງແລ້ວ” (ລູກາ 7:16). ສິ່ງມະຫັດສະຈັນແຮ່ງເປັນທີ່ໜ້າປະທັບໃຈຫລາຍເພາະມັນຖືກປະກາດແລ້ວວ່າຊາຍໜຸ່ມທີ່ໄດ້ຕາຍໄປແລ້ວ ແລະ ກຳລັງຈະເອົາໄປຝັງ. ເພາະຄົນໜຸ່ມສອງຄົນຖືກຊ່ອຍໃຫ້ຄືນມາມີຊີວິດ, ພະຍານເຖິງສິດອຳນາດ ແລະ ອຳນາດເໜືອຄວາມຕາຍໄດ້ເຮັດໃຫ້ຜູ້ທີ່ເຊື່ອປະຫລາດໃຈ ແລະ ເຮັດໃຫ້ຜູ້ທີ່ກຽດຊັງພຣະອົງມີຄວາມຢ້ານກົວ.
ໂອກາດທີສາມແມ່ນເປັນທີ່ປະທັບໃຈຫລາຍທີ່ສຸດ. ນາງມາທາ, ນາງມາຣີ, ແລະ ລາສາໂລເປັນເອື້ອຍນ້ອງກັນທີ່ພຣະເຢຊູມັກໄປຢາມ. ເມື່ອຜູ້ຄົນໄດ້ບອກພຣະອົງວ່າລາສາໂລປ່ວຍໜັກ, ສອງມື້ຈາກນັ້ນພຣະອົງຈຶ່ງໄດ້ອອກເດີນທາງໄປຫາເຂົາເຈົ້າ. ໃນການປອບໃຈນາງມາທາຫລັງຈາກນ້ອງຊາຍຂອງນາງໄດ້ຕາຍໄປ, ພຣະອົງໄດ້ກ່າວພະຍານພິເສດຕໍ່ນາງວ່າ, “ເຮົານີ້ແຫລະຄືຄວາມເປັນຄືນມາຈາກຕາຍ ແລະ ຊີວິດ: ຜູ້ໃດກໍຕາມທີ່ເຊື່ອໃນເຮົາຈະຍັງມີຊີວິດຢູ່, ເຖິງແມ່ນວ່າລາວຕາຍແລ້ວກໍຕາມ” (ໂຢຮັນ 11:25).
ເມື່ອພຣະຜູ້ຊ່ອຍໃຫ້ລອດໄດ້ຂໍໃຫ້ຜູ້ໄວ້ທຸກໃຫ້ກິ້ງກ້ອນຫີນອອກຈາກອຸບໂມງຝັງສົບ, ນາງມາທາໄດ້ກ່າວຢ່າງອັບອາຍຄ່ອຍໆຕໍ່ພຣະອົງວ່າ, “ນາຍເຈົ້າຂ້າ, ປານນີ້ສົບຄົງມີກິ່ນເໝັນ: ເພາະລາວຖືກຝັງໄວ້ໄດ້ສີ່ມື້ແລ້ວ” (ໂຢຮັນ 11:39).
ແລ້ວພຣະເຢຊູໄດ້ເຕືອນໃຈນາງວ່າ, “ເຮົາໄດ້ບອກເຈົ້າແລ້ວບໍ່ແມ່ນບໍວ່າ, ຖ້າເຈົ້າເຊື່ອ ເຈົ້າກໍຈະໄດ້ເຫັນສະງ່າລາສີຂອງພຣະເຈົ້າ?” (ໂຢຮັນ 11:40). ແລະ ເມື່ອໄດ້ກ່າວດັ່ງນັ້ນແລ້ວ, ພຣະອົງຈຶ່ງເປັ່ງສຽງຮ້ອງຂຶ້ນວ່າ:
“ລາສາໂລເອີຍ, ຈົ່ງອອກມາ”
“ແລະ ຜູ້ຕາຍນັ້ນກໍອອກມາ” (ໂຢຮັນ 11:43–44).
ຫລັງຈາກລາສາໂລໄດ້ຢູ່ໃນອຸບໂມງໄດ້ສີ່ມື້ ແລ້ວມີຊີວິດຄືນອີກ, ສັດຕູຂອງພຣະບຸດຂອງພຣະອົງໄດ້ປະເຊີນກັບຫລັກຖານທີ່ປະຕິເສດບໍ່ໄດ້ ທີ່ພວກເຂົາຈະບໍ່ເອົາໃຈໃສ່ບໍ່ໄດ້, ລົດຄວາມສຳຄັນ, ຫລື ບິດເບືອນ, ແລະ “ຕັ້ງແຕ່ມື້ນັ້ນມາ … ກໍວາງແຜນຂ້າພຣະເຢຊູ” (ໂຢຮັນ 11:53) ຢ່າງບໍ່ມີເຫດຜົນ ແລະ ຢ່າງໂຫດຮ້າຍ.
ພຣະບັນຍັດຂໍ້ໃໝ່
ຕໍ່ມາ, ພຣະຄຣິດຜູ້ຊົງພຣະຊົນໄດ້ສະເຫລີມສະຫລອງເທດສະການປັດສະຄາໃນກຸງເຢຣູຊາເລັມ, ພ້ອມດ້ວຍອັກຄະສາວົກຂອງພຣະອົງ, ໄດ້ສະຖາປະນາພິທີການສິນລະລຶກ, ແລະ ໄດ້ມອບພຣະບັນຍັດໃຫ້ຮັກຊຶ່ງກັນແລະກັນ ຜ່ານການຮັບໃຊ້ທີ່ຈິງໃຈ.
ຄວາມທໍລະມານຂອງພຣະອົງໃນສວນເຄັດເຊມາເນ
ຫລັງຈາກນັ້ນ, ໃນການສະແດງເຖິງຄວາມຮັກຂອງພຣະອົງທີ່ມີໃຫ້ມະນຸດ, ແລະ ໃນການເຕັມໃຈເຕັມທີ່, ພຣະອົງໄດ້ຍ່າງຢ່າງອາດຫານ ແລະ ຕັ້ງໃຈທີ່ຈະປະເຊີນກັບການຕັດສິນທີ່ລຳບາກທີ່ສຸດໃນສານ. ໃນສວນເຄັດເຊມາເນ, ໃນຄວາມໂດດດ່ຽວທີ່ສຸດ, ພຣະອົງໄດ້ທົນທຸກຕໍ່ຄວາມທຸກທໍລະມານທີ່ແສນສາຫັດທີ່ສຸດ, ໂລຫິດໄຫລອອກຈາກທຸກຂຸມຂົນ. ໃນການຍິນຍອມຕໍ່ພຣະບິດາ, ພຣະອົງໄດ້ຊົດໃຊ້ແທນບາບຂອງເຮົາ ແລະ ໄດ້ຮັບເອົາຄວາມເຈັບປ່ວຍ ແລະ ຄວາມທຸກທໍລະມານຂອງເຮົາ ເພື່ອວ່າພຣະອົງຈະຮູ້ວິທີທີ່ຈະຊ່ອຍເຮົາ (ເບິ່ງ ແອວມາ 7:11–13).
ພວກເຮົາເປັນໜີ້ບຸນຄຸນພຣະອົງ ແລະ ພຣະບິດາເທິງສະຫວັນຂອງເຮົາ ເພາະການເສຍສະລະຂອງພຣະອົງໄດ້ເປັນພອນໃຫ້ແກ່ທຸກໆຄົນ, ຈາກອາດາມ, ມະນຸດຄົນທຳອິດ, ຈົນເຖິງມະນຸດຄົນສຸດທ້າຍ.
ການກ່າວໂທດ ແລະ ການຄຶງຂອງພຣະຜູ້ຊ່ອຍໃຫ້ລອດ
ເມື່ອຄວາມທຸກທໍລະມານໃນສວນເຄັດເຊມາເນໄດ້ສິ້ນສຸດລົງ, ພຣະອົງໄດ້ຍອມຕົວເອງໃຫ້ແກ່ສັດຕູຂອງ ພຣະອົງ. ຖືກທໍລະຍົດໂດຍຄົນຂອງພຣະອົງເອງ, ພຣະອົງຖືກກ່າວໂທດຢ່າງວ່ອງໄວ, ໃນວິທີທີ່ບໍ່ຍຸດຕິທຳ ແລະ ຜິດກົດໝາຍ, ໃນສານທີ່ໃຊ້ເລ້ຫລ່ຽມ ແລະ ບໍ່ສົມບູນຄົບຖ້ວນ. ໃນຄືນດຽວກັນນັ້ນພຣະອົງຖືກກ່າວຫາວ່າ ພຣະອົງເຮັດຜິດຖານໝິ່ນປະໝາດສາດສະໜາ ແລະ ຖືກລົງໂທດເຖິງຕາຍ. ດ້ວຍຄວາມກຽດຊັງ ແລະ ຢາກແກ້ແຄ້ນ—ເພາະພຣະອົງໄດ້ເປັນພະຍານຕໍ່ພວກເຂົາວ່າ ພຣະອົງເປັນພຣະບຸດຂອງພຣະເຈົ້າ—ສັດຕູຂອງພຣະອົງໄດ້ປອງຮ້າຍໃຫ້ປີລາດລົງໂທດພຣະອົງ. ເພາະເຫດນັ້ນ, ພວກເຂົາຈຶ່ງໄດ້ປ່ຽນການກ່າວຫາວ່າ ພຣະອົງໝິ່ນປະໝາດສາດສະໜາ ມາເປັນການກະບົດຂາຍຊາດ ເພື່ອວ່າການຕາຍຂອງພຣະອົງຈະເປັນໂດຍການຄຶງ.
ການກ່າວໂທດຂອງພຣະອົງໃນບັນດາຊາວໂຣມແຮ່ງໂຫດຮ້າຍຫລາຍກວ່າ: ການເຍາະເຍີ້ຍ ແລະ ການດູຖູກຂອງພວກເຂົາກ່ຽວກັບອານາຈັກທາງວິນຍານຂອງພຣະອົງ, ພິທີໃສ່ກະໂຈມທີ່ໜ້າອັບອາຍດ້ວຍມົງກຸດໜາມ, ການແທງທີ່ເຈັບປວດ, ແລະ ການທໍລະມານທີ່ດົນນານໃນການຄຶງຕໍ່ໜ້າສະທາລະນະຊົນນັ້ນເປັນການເຕືອນຢ່າງແຈ້ງຊັດສຳລັບທຸກໆຄົນຜູ້ທີ່ບັງອາດຈະປະກາດຕົວເອງວ່າເປັນສານຸສິດຂອງພຣະອົງ.
ໃນໄລຍະຂອງການທົນທຸກຂອງພຣະອົງ, ພຣະຜູ້ໄຖ່ຂອງໂລກໄດ້ສະແດງໃຫ້ເຫັນການຄວບຄຸມຕົນເອງຢ່າງດີເລີດ. ພຣະອົງໄດ້ຄິດເຖິງແຕ່ການໃຫ້ພອນຄົນອື່ນສະເໝີ; ດ້ວຍຄວາມເມດຕາ ແລະ ຄວາມຮັກ, ພຣະອົງໄດ້ອ້ອນວອນໃຫ້ໂຢຮັນດູແລມາຣີ, ມານດາຂອງພຣະອົງ. ພຣະອົງໄດ້ທູນຂໍໃຫ້ພຣະບິດາໃນສະຫວັນຂອງພຣະອົງອະໄພໃຫ້ຜູ້ປະຫານທີ່ຄຶງພຣະອົງເທິງໄມ້ກາງແຂນ. ເມື່ອວຽກງານຢູ່ເທິງໂລກຂອງພຣະອົງສຳເລັດແລ້ວ, ພຣະອົງໄດ້ມອບຈິດວິນຍານຂອງພຣະອົງໄວ້ນຳພຣະເຈົ້າ ແລະ ໄດ້ສິ້ນລົມຫັນໃຈ. ພຣະກາຍຂອງພຣະຄຣິດຖືກເອົາໄປທີ່ອຸບໂມງ ແລະ ໄດ້ຢູ່ທີ່ນັ້ນເປັນເວລາສາມມື້.
ວຽກງານຂອງພຣະຜູ້ໄຖ່ທ່າມກາງຄົນຕາຍ
ໃນຂະນະທີ່ສານຸສິດຂອງພຣະອົງໄດ້ທົນທຸກຢູ່ດ້ວຍຄວາມໂສກເສົ້າ, ຄວາມທໍ້ຖອຍໃຈ, ແລະ ຄວາມບໍ່ແນ່ນອນ, ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ຢູ່ໃນຂັ້ນຕອນໜຶ່ງອີກຂອງແຜນອັນຮຸ່ງໂລດຂອງພຣະບິດາຂອງພຣະອົງ, ໄດ້ຂະຫຍາຍສາດສະໜາກິດຂອງພຣະອົງໃນທາງໃໝ່. ໃນເວລາສາມມື້ສັ້ນໆ, ພຣະອົງໄດ້ເຮັດວຽກຢ່າງບໍ່ອິດເມື່ອຍ ເພື່ອຈັດການກັບວຽກງານອັນໃຫຍ່ຫລວງແຫ່ງຄວາມລອດທ່າມກາງຄົນຕາຍ. ມື້ເຫລົ່ານັ້ນໄດ້ເປັນເວລາທີ່ມີຄວາມຫວັງຫລາຍສຳລັບຄອບຄົວຂອງພຣະເຈົ້າ. ໃນການຢ້ຽມຢາມນັ້ນ ພຣະອົງໄດ້ຈັດຕັ້ງຜູ້ຕິດຕາມທີ່ຊື່ສັດຂອງພຣະອົງ ເພື່ອວ່າເຂົາເຈົ້າຈະນຳຂ່າວດີແຫ່ງການໄຖ່ໄປໃຫ້ຜູ້ທີ່ບໍ່ໄດ້ຮູ້ຈັກແຜນອັນຮຸ່ງໂລດຕອນມີຊີວິດຢູ່ໃນໂລກ ຫລື ຜູ້ທີ່ໄດ້ປະຕິເສດແຜນນັ້ນ. ບັດນີ້ເຂົາເຈົ້າຈະມີໂອກາດເປັນອິດສະລະຈາກການເປັນຊະເລີຍຂອງເຂົາເຈົ້າ ແລະ ຖືກໄຖ່ໂດຍພຣະເຈົ້າ ຂອງທັງຄົນເປັນ ແລະ ຄົນຕາຍ (ເບິ່ງ D&C 138:19, 30–31).
ຜົນທຳອິດຂອງການຟື້ນຄືນຊີວິດ
ເມື່ອວຽກງານຂອງພຣະອົງສຳເລັດແລ້ວໃນໂລກວິນຍານ, ພຣະອົງໄດ້ກັບມາສູ່ໂລກ—ມາຮວມວິນຍານ ແລະ ພຣະກາຍຂອງພຣະອົງເຂົ້າກັນຕະຫລອດໄປ. ເຖິງແມ່ນວ່າພຣະອົງໄດ້ສະແດງໃຫ້ເຫັນຢ່າງມີສິດອຳນາດ ເຖິງອຳນາດຂອງພຣະອົງເໜືອຄວາມຕາຍ, ເລື່ອງລາວໃນພຣະຄຳພີຂອງຜູ້ຄົນທີ່ພຣະອົງໄດ້ຊ່ອຍໃຫ້ມີຊີວິດອີກກ່ອນການຟື້ນຄືນຊີວິດຂອງພຣະອົງ ສະແດງໃຫ້ເຫັນວ່າເຂົາເຈົ້າໄດ້ກັບຄືນມາມີຊີວິດທີ່ຖືກຢຶດໄວ້ຢ່າງມະຫັດສະຈັນ; ເຂົາເຈົ້າຍັງຈະຕາຍໃນມື້ໜຶ່ງ.
ພຣະຄຣິດເປັນຜູ້ທຳອິດທີ່ໄດ້ຟື້ນຄືນຊີວິດ ແລະ ຈະບໍ່ຕາຍອີກຈັກເທື່ອ, ທີ່ຈະມີຮ່າງກາຍທີ່ສົມບູນຕະຫລອດໄປຊົ່ວນິລັນດອນ. ໃນສະພາບການຟື້ນຄືນຊີວິດຂອງພຣະອົງ, ພຣະອົງໄດ້ມາປະກົດຕໍ່ນາງມາຣີ, ຜູ້ທີ່ເມື່ອໄດ້ຈຳພຣະອົງ ກໍໄດ້ເລີ່ມນະມັດສະການພຣະອົງທັນທີ. ພຣະຜູ້ໄຖ່ຂອງເຮົາ, ດ້ວຍຄວາມເມດຕາ, ໄດ້ເຕືອນນາງກ່ຽວກັບສະພາບໃໝ່ ແລະ ຮຸ່ງໂລດຂອງພຣະອົງວ່າ: “ຢ່າສູ່ໜ່ວງດຶງເຮົາໄວ້ເທາະ; ເພາະເຮົາຍັງບໍ່ທັນຂຶ້ນໄປຫາພຣະບິດາເຈົ້າ” (ໂຢຮັນ 20:17)—ໃຫ້ຫລັກຖານເພີ່ມເຕີມວ່າການປະຕິບັດສາດສະໜາກິດຂອງພຣະອົງໃນໂລກວິນຍານນັ້ນຈິງ ແລະ ສຳເລັດ. ຕໍ່ມາ, ໂດຍໃຊ້ຖ້ອຍຄຳທີ່ຢືນຢັນຄວາມຈິງຂອງການຟື້ນຄືນຊີວິດຂອງພຣະອົງ, ພຣະອົງໄດ້ກ່າວວ່າ, “ເຮົາຈະຄືນເມືອຫາພຣະອົງຜູ້ເປັນພຣະບິດາຂອງເຮົາ ແລະ ພຣະບິດາຂອງພວກທ່ານ, ຄືນເມືອຫາພຣະເຈົ້າຂອງເຮົາ ແລະ ພຣະເຈົ້າຂອງພວກທ່ານ” (ໂຢຮັນ 20:17). ຫລັງຈາກໄດ້ກັບຄືນໄປຫາພຣະບິດາຂອງພຣະອົງແລ້ວ, ພຣະອົງໄດ້ສະເດັດກັບຄືນມາ ແລະ ໄດ້ປະກົດຕໍ່ອັກຄະສາວົກ; “ພຣະອົງກໍເດ່ມື ແລະ ປິ່ນຂ້າງຂອງພຣະອົງໃຫ້ພວກເຂົາເບິ່ງ. ພວກສາວົກຈຶ່ງເຕັມໄປດ້ວຍຄວາມຊົມຊື່ນຍິນດີທີ່ເຫັນພຣະຜູ້ເປັນເຈົ້າ” (ໂຢຮັນ 20:20).
ພຣະຜູ້ໄຖ່ຈະສະເດັດຄືນມາ
ຂ້າພະເຈົ້າເປັນພະຍານວ່າພຣະຄຣິດຈະສະເດັດຄືນມາໃນວິທີທາງທີ່ແຕກຕ່າງຫລາຍຈາກການສະເດັດມາຄັ້ງທຳອິດຂອງພຣະອົງ. ພຣະອົງຈະສະເດັດມາໃນອຳນາດ ແລະ ລັດສະໝີພາບ, ພ້ອມດ້ວຍໄພ່ພົນທີ່ທ່ຽງທຳ ແລະ ຊື່ສັດທັງຫລາຍ. ພຣະອົງຈະສະເດັດມາໃນຖານະ ຈອມກະສັດ ແລະ ຈອມເຈົ້ານາຍ, ອົງສັນຕິລາດ, ພຣະເມຊີທີ່ຖືກສັນຍາໄວ້, ພຣະຜູ້ຊ່ອຍໃຫລອດ ແລະ ພຣະຜູ້ໄຖ່, ເພື່ອຈະຕັດສິນຄົນເປັນ ແລະ ຄົນຕາຍ. ຂ້າພະເຈົ້າຂໍອ້ອນວອນວ່າເຮົາຈະຮັບໃຊ້ດ້ວຍຄວາມປິຕິຍິນດີ ແລະ ການອຸທິດຕົນ, ແລະ ວ່າເຮົາຈະຄົງຊື່ສັດຕໍ່ພຣະອົງຈົນສຸດຊີວິດຂອງເຮົາ. ໃນພຣະນາມຂອງພຣະອົງ ພຣະເຢຊູຄຣິດ, ອາແມນ.