ມໍລະດົກແຫ່ງຄວາມຫວັງອັນລ້ຳຄ່າ
ເມື່ອໃດກໍຕາມທີ່ທ່ານຢູ່ໃນເສັ້ນທາງແຫ່ງຊີວິດນິລັນດອນ ຫລື ຮັກສາພັນທະສັນຍານຳພຣະເຈົ້າ, ທ່ານໄດ້ເລືອກທີ່ຈະມອບຄວາມຫວັງໃຫ້ແກ່ຜູ້ທີ່ເຮັດຕາມຕົວຢ່າງຂອງທ່ານ.
ອ້າຍເອື້ອຍນ້ອງທີ່ຮັກແພງ, ບາງຄົນໃນພວກທ່ານໄດ້ຖືກເຊື້ອເຊີນໃຫ້ມາຮ່ວມກອງປະຊຸມນີ້ໂດຍຜູ້ສອນສາດສະໜາຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຜູ້ສອນສາດສະໜາເຫລົ່ານັ້ນໄດ້ເຊື້ອເຊີນທ່ານແລ້ວໃຫ້ເຮັດພັນທະສັນຍານຳພຣະເຈົ້າ ໂດຍການຮັບບັບຕິສະມາ.
ທ່ານຄົນອື່ນໆກໍຮັບຊົມຢູ່ ເພາະທ່ານໄດ້ຮັບເອົາການເຊື້ອເຊີນຈາກພໍ່ແມ່, ພັນລະຍາ, ຫລື ບາງທີຈາກເດັກນ້ອຍ ຜູ້ຫວັງວ່າທ່ານຈະເລືອກເຮັດໃຫ້ພັນທະສັນຍາທີ່ທ່ານໄດ້ເຮັດໄວ້ກັບພຣະເຈົ້າເປັນຈຸດໃຈກາງໃນຊີວິດຂອງທ່ານ. ບາງຄົນໃນພວກທ່ານທີ່ຮັບຊົມຢູ່ຕອນນີ້ ໄດ້ເລືອກກັບຄືນມາຕິດຕາມພຣະຜູ້ຊ່ອຍໃຫ້ລອດ ແລະ ຮູ້ສຶກໃນມື້ນີ້ ເຖິງຄວາມຊື່ນຊົມຂອງພຣະອົງສຳລັບການກັບມາຂອງທ່ານ.
ບໍ່ວ່າທ່ານຈະເປັນໃຜ ແລະ ອາໄສຢູ່ບ່ອນໃດກໍຕາມ, ທ່ານສາມາດມີອິດທິພົນຕໍ່ຜູ້ຄົນຢ່າງຫລວງຫລາຍ ເກີນກວ່າທ່ານສາມາດຫລິງເຫັນ. ທຸກມື້ທຸກຊົ່ວໂມງ ທ່ານສາມາດເລືອກທີ່ຈະຮັກສາພັນທະສັນຍາຂອງພຣະເຈົ້າໄດ້.
ເມື່ອໃດກໍຕາມທີ່ທ່ານຢູ່ໃນເສັ້ນທາງແຫ່ງຊີວິດນິລັນດອນ, ທ່ານມີໂອກາດທີ່ຈະສະແດງໃຫ້ຫລາຍຄົນເຫັນວິທີທີ່ຈະມີຄວາມສຸກຫລາຍກວ່າ. ເມື່ອທ່ານເລືອກທີ່ຈະເຮັດ ຫລື ຮັກສາພັນທະສັນຍານຳພຣະເຈົ້າ, ທ່ານໄດ້ເລືອກທີ່ຈະມອບຄວາມຫວັງໃຫ້ແກ່ຜູ້ທີ່ເຮັດຕາມຕົວຢ່າງຂອງທ່ານ.
ທ່ານ ແລະ ຂ້າພະເຈົ້າໄດ້ຮັບພອນຫລາຍດ້ວຍຄຳສັນຍາຂອງມໍລະດົກເຊັ່ນນັ້ນ. ຂ້າພະເຈົ້າເປັນໜີ້ບຸນຄຸນຕໍ່ຜູ້ຊາຍຄົນໜຶ່ງ ທີ່ຂ້າພະເຈົ້າບໍ່ເຄີຍພົບເຫັນໃນຊີວິດນີ້. ເພິ່ນເປັນເດັກກຳພອຍ ຜູ້ກາຍເປັນພໍ່ຕູ້ທວດຂອງຂ້າພະເຈົ້າ. ເພິ່ນໄດ້ປະມໍລະດົກແຫ່ງຄວາມຫວັງອັນລ້ຳຄ່າໄວ້ໃຫ້ຂ້າພະເຈົ້າ. ຂ້າພະເຈົ້າຂໍເລົ່າບາງສິ່ງທີ່ໄດ້ສ້າງມໍລະດົກນີ້ໄວ້ໃຫ້ຂ້າພະເຈົ້າ.
ເພິ່ນຊື່ວ່າ ເຮັນຣິກ ໄອຣິງ. ເພິ່ນໄດ້ເກີດນຳຄອບຄົວທີ່ລ້ຳລວຍ. ພໍ່ຂອງເພິ່ນຊື່ ແອດເວີດ ມີທີ່ດິນບ່ອນກວ້າງໃຫຍ່ຢູ່ເມືອງໂຄເບີກ, ຊຶ່ງຕອນນີ້ແມ່ນຢູ່ໃນປະເທດເຢຍລະມັນ. ແມ່ຂອງເພິ່ນເປັນລູກຂອງຂຸນນາງແຫ່ງຊາລ໊ອດ ວອນ ບະລູມເບີກ. ພໍ່ຂອງນາງເປັນຜູ້ຮັກສາທີ່ດິນໃຫ້ກະສັດແຫ່ງ ພຣູເຊຍ.
ເຮັນຣິກ ເປັນລູກຊາຍກົກຂອງ ຊາລ໊ອດ ແລະ ແອດເວີດ. ຊາລ໊ອດໄດ້ເສຍຊີວິດຕອນມີອາຍຸໄດ້ 31 ປີ, ຫລັງຄອດລູກຄົນທີສາມ. ແອດເວີດໄດ້ເສຍຊີວິດໄປບໍ່ດົນຈາກນັ້ນ, ແລະ ກໍໄດ້ສູນເສຍຊັບສິນທັງໝົດນຳການລົງທຶນ. ເພິ່ນມີອາຍຸພຽງແຕ່ 40 ປີເທົ່ານັ້ນ. ເພິ່ນໄດ້ປະໃຫ້ລູກສາມຄົນກາຍເປັນລູກກຳພອຍ.
ເຮັນຣິກ, ຊຶ່ງເປັນພໍ່ຕູ້ທວດຂອງຂ້າພະເຈົ້າ ໄດ້ສູນເສຍພໍ່ແມ່ທັງສອງ ພ້ອມທັງຊັບສິນທັງໝົດ. ເພິ່ນບໍ່ເຫລືອແມ່ນແຕ່ຫລຽນດຽວ. ເພິ່ນໄດ້ບັນທຶກໄວ້ໃນປະຫວັດຊີວິດຂອງເພິ່ນວ່າ ເພິ່ນຮູ້ສຶກວ່າຄວາມຫວັງທີ່ດີທີ່ສຸດຂອງເພິ່ນ ແມ່ນການເດີນທາງໄປອາເມຣິກາ. ເຖິງແມ່ນເພິ່ນບໍ່ມີຄອບຄົວ ຫລື ໝູ່ເພື່ອນຢູ່ທີ່ນັ້ນກໍຕາມ, ແຕ່ເພິ່ນຮູ້ສຶກວ່າ ເພິ່ນມີຄວາມຫວັງກັບການໄປອາເມຣິກາ. ທຳອິດເພິ່ນໄດ້ໄປຫາເມືອງນິວຢອກ ຊີທີ. ຕໍ່ມາເພິ່ນໄດ້ຍ້າຍໄປຢູ່ເມືອງເຊັ້ນຫລຸຍ, ລັດມີເຊີຣີ.
ຢູ່ໃນເມືອງເຊັ້ນຫລຸຍ, ເພື່ອນຮ່ວມງານຄົນໜຶ່ງຂອງເພິ່ນໄດ້ເປັນໄພ່ພົນຍຸກສຸດທ້າຍ. ຈາກເພື່ອນຂອງເພິ່ນ, ເພິ່ນໄດ້ຮັບປຶ້ມນ້ອຍຫົວໜຶ່ງທີ່ຂຽນໂດຍແອວເດີ ພາລີ ພີ ພະແຣັດ. ເພິ່ນໄດ້ອ່ານມັນ ແລ້ວໄດ້ສຶກສາທຸກເລື່ອງທີ່ກ່ຽວກັບໄພ່ພົນຍຸກສຸດທ້າຍ. ເພິ່ນໄດ້ອະທິຖານເພື່ອຈະໄດ້ຮູ້ ຖ້າຫາກວ່າມີທູດສະຫວັນມາປະກົດຕໍ່ມະນຸດແທ້ໆບໍ, ວ່າມີສາດສະດາທີ່ມີຊີວິດຢູ່ແທ້ໆບໍ, ແລະ ວ່າເພິ່ນໄດ້ພົບສາດສະໜາທີ່ແທ້ຈິງທີ່ພຣະເຈົ້າໄດ້ເປີດເຜີຍແທ້ໆບໍ.
ຫລັງຈາກໄດ້ສຶກສາ ແລະ ອະທິຖານຢ່າງຖີ່ຖ້ວນເປັນເວລາສອງເດືອນ, ເຮັນຣິກໄດ້ຝັນວ່າ ເພິ່ນຖືກບອກວ່າ ເພິ່ນຈະຮັບບັບຕິສະມາ. ຊາຍຜູ້ດຳລົງຖານະປະໂລຫິດທີ່ຂ້າພະເຈົ້ານັບຖືເປັນຢ່າງສູງ ຊື່ ແອວເດີ ວິວລຽມ ບຣາວ, ໄດ້ກະທຳພິທີການ. ເຮັນຣິກໄດ້ຮັບບັບຕິສະມາຢູ່ໃນສະນ້ຳຈາກນ້ຳຝົນ ໃນວັນທີ 11 ເດືອນມິນາ , 1855, ເວລາ 7 ໂມງເຄິ່ງຕອນເຊົ້າ.
ຂ້າພະເຈົ້າເຊື່ອວ່າ ເຮັນຣິກ ໄອຣິງ ຮູ້ໃນຕອນນັ້ນວ່າ ສິ່ງທີ່ຂ້າພະເຈົ້າກຳລັງສອນຢູ່ໃນມື້ນີ້ເປັນຄວາມຈິງ. ເພິ່ນຮູ້ວ່າ ຄວາມສຸກຂອງຊີວິດນິລັນດອນມາເຖິງຜ່ານການຜູກມັດຂອງຄອບຄົວ ຊຶ່ງຈະສືບຕໍ່ໄປຕະຫລອດການ. ເຖິງແມ່ນໃນຕອນທີ່ເພິ່ນຫາກໍພົບແຜນແຫ່ງຄວາມສຸກຂອງພຣະຜູ້ເປັນເຈົ້າ, ເພິ່ນກໍຮູ້ວ່າ ຄວາມຫວັງຂອງເພິ່ນສຳລັບຄວາມສຸກນິລັນດອນ ແມ່ນຂຶ້ນກັບອິດສະລະທີ່ຈະເລືອກຂອງຄົນອື່ນໃນການຕິດຕາມຕົວຢ່າງຂອງເພິ່ນ. ຄວາມຫວັງຂອງເພິ່ນສຳລັບຄວາມສຸກນິລັນດອນ ແມ່ນຂຶ້ນຢູ່ກັບຜູ້ຄົນທີ່ຍັງບໍ່ໄດ້ເກີດເທື່ອ.
ໃນພາກສ່ວນໜຶ່ງຂອງມໍລະດົກແຫ່ງຄວາມຫວັງຂອງຄອບຄົວຂອງເຮົາ, ເພິ່ນໄດ້ປະບັນທຶກປະຫວັດໃຫ້ແກ່ລູກຫລານຂອງເພິ່ນ.
ໃນປະຫວັດນັ້ນ ຂ້າພະເຈົ້າຮູ້ສຶກເຖິງຄວາມຮັກຂອງເພິ່ນຕໍ່ພວກເຮົາຜູ້ຈະຕິດຕາມເພິ່ນ. ໃນຖ້ອຍຄຳຂອງເພິ່ນ ຂ້າພະເຈົ້າຮູ້ສຶກເຖິງຄວາມຫວັງຂອງເພິ່ນວ່າ ລູກຫລານຂອງເພິ່ນຈະເລືອກຕິດຕາມເພິ່ນກັບຄືນໄປຫາບ້ານແຫ່ງສະຫວັນ. ເພິ່ນຮູ້ວ່າການເຮັດຕາມຕົວຢ່າງຂອງເພິ່ນນັ້ນ ຈະເປັນການເລືອກອັນດັບເລັກນ້ອຍຫລາຍໆຢ່າງຂອງລູກຫລານຂອງເພິ່ນ. ຂ້າພະເຈົ້າຂໍອ່ານຈາກປະຫວັດຂອງເພິ່ນ:
“ຈາກເທື່ອທຳອິດທີ່ຂ້າພະເຈົ້າໄດ້ຍິນຖ້ອຍຄຳຂອງແອວເດີ ແອນຣັສ … ຂ້າພະເຈົ້າໄດ້ໄປຮ່ວມປະຊຸມຂອງໄພ່ພົນຍຸກສຸດທ້າຍຕະຫລອດ ແລະ ໜ້ອຍໜັກໜ້ອຍໜາທີ່ຂ້າພະເຈົ້າບໍ່ໄດ້ໄປ, ເພາະມັນເປັນໜ້າທີ່ຂອງຂ້າພະເຈົ້າທີ່ຈະເຮັດ.
“ຂ້າພະເຈົ້າໄດ້ຂຽນສິ່ງນີ້ໄວ້ໃນປຶ້ມປະຫວັດຂອງຂ້າພະເຈົ້າ ເພື່ອວ່າລູກຫລານຂອງຂ້າພະເຈົ້າຈະເຮັດຕາມຕົວຢ່າງຂອງຂ້າພະເຈົ້າ ແລະ ບໍ່ລະເລີຍຈາກໜ້າທີ່ອັນສຳຄັນທີ່ຈະໄປຮ່ວມນຳໄພ່ພົນຂອງພຣະເຈົ້າ.”1
ເຮັນຣິກຮູ້ວ່າໃນສິນລະລຶກ ເຮົາສາມາດຕໍ່ຄຳສັນຍາຂອງເຮົາ ທີ່ຈະລະນຶກເຖິງພຣະຜູ້ຊ່ອຍໃຫ້ລອດ ແລະ ມີພຣະວິນຍານຂອງພຣະອົງຢູ່ດ້ວຍຕະຫລອດເວລາ.
ແມ່ນພຣະວິນຍານນັ້ນ ທີ່ຄ້ຳຈູນເພິ່ນຕອນເພິ່ນໄປສອນສາດສະໜາ ທີ່ເພິ່ນໄດ້ຮັບພຽງແຕ່ສອງສາມເດືອນຫລັງຈາກເພິ່ນໄດ້ຮັບເອົາພັນທະສັນຍາແຫ່ງການບັບຕິສະມາ. ເພິ່ນໄດ້ປະມໍລະດົກຂອງເພິ່ນໄວ້ໃຫ້ພວກເຮົາ ກ່ຽວກັບການຊື່ສັດຕໍ່ການເຜີຍແຜ່ຂອງເພິ່ນເປັນເວລາຫົກປີ ຢູ່ໃນເຂດຂອງຊາວອິນເດຍແດງໃນເວລານັ້ນ. ເພື່ອໄປຮັບເອົາການປົດຈາກການເຜີຍແຜ່ຂອງເພິ່ນ, ເພິ່ນໄດ້ຍ່າງໄປກັບຂະບວນກວຽນຈາກລັດໂອກະລາໂຮມາ ໄປຫາເມືອງເຊົາເລັກ, ເປັນໄລຍະທາງປະມານ 1,100 ໄມ (1,770 ກິໂລແມັດ).
ບໍ່ດົນຈາກນັ້ນ ສາດສະດາຂອງພຣະເຈົ້າໄດ້ຂໍໃຫ້ເພິ່ນຍ້າຍໄປຢູ່ພາກໃຕ້ຂອງລັດຢູທາ. ຈາກບ່ອນນັ້ນ ເພິ່ນໄດ້ຮັບເອົາການເອີ້ນອີກໃຫ້ໄປສອນສາດສະໜາຢູ່ບ້ານເກີດເມືອງນອນຂອງເພິ່ນຢູ່ປະເທດເຢຍລະມັນ. ແລ້ວເພິ່ນໄດ້ຮັບເອົາການເອີ້ນຂອງອັກຄະສາວົກຂອງອົງພຣະຜູ້ເປັນເຈົ້າພຣະເຢຊູຄຣິດ ເພື່ອສ້າງກຸ່ມໄພ່ພົນຍຸກສຸດທ້າຍຢູ່ພາກເໜືອຂອງປະເທດເມັກຊິໂກ. ຈາກນັ້ນເພິ່ນໄດ້ຖືກເອີ້ນໃຫ້ເປັນຜູ້ສອນສາດສະໜາເຕັມເວລາຢູ່ເມືອງເມັກຊິໂກ ຊີທີ ອີກ. ເພິ່ນໄດ້ໃຫ້ກຽດແກ່ການເອີ້ນເຫລົ່ານັ້ນ. ເພິ່ນໄດ້ເສຍຊີວິດໄປ ແລະ ໄດ້ຖືກຝັງໄວ້ຢູ່ປ່າຊ້ານ້ອຍແຫ່ງໜຶ່ງຂອງບ້ານ ໂຄໂລເນຍ ຮູອາເຣສ, ເມືອງຈີຮົວວາ, ປະເທດເມັກຊິໂກ.
ຂ້າພະເຈົ້າບໍ່ໄດ້ເລົ່າເລື່ອງນີ້ ເພື່ອບອກເຖິງຄວາມດີງາມຂອງເພິ່ນ ຫລື ບອກວ່າລູກຫລານຂອງເພິ່ນເປັນຄົນພິເສດ, ແຕ່ຂ້າພະເຈົ້າບອກເລື່ອງນີ້ ເພື່ອໃຫ້ກຽດເພິ່ນສຳລັບຕົວຢ່າງທີ່ຊື່ສັດ ແລະ ຄວາມຫວັງຂອງເພິ່ນ.
ເພິ່ນໄດ້ຮັບເອົາການເອີ້ນເຫລົ່ານັ້ນ ເພາະສັດທາຂອງເພິ່ນ ທີ່ເຊື່ອວ່າພຣະຄຣິດທີ່ໄດ້ຟື້ນຄືນຊີວິດ ແລະ ພຣະບິດາເທິງສະຫວັນຂອງເຮົາ ໄດ້ມາປະກົດຕໍ່ໂຈເຊັບ ສະມິດ ຢູ່ໃນປ່າ ໃນລັດນິວຢອກ. ເພິ່ນຮັບຮູ້ພຣະອົງ ເພາະເພິ່ນມີສັດທາວ່າ ຂໍກະແຈຂອງຖານະປະໂລຫິດໃນສາດສະໜາຈັກຂອງພຣະຜູ້ເປັນເຈົ້າ ໄດ້ຖືກຟື້ນຟູຄືນມາໃໝ່ແລ້ວ ພ້ອມດ້ວຍອຳນາດທີ່ຈະຜະນຶກຄອບຄົວເຂົ້າກັນຕະຫລອດການ, ຖ້າຫາກເຂົາເຈົ້າມີສັດທາພຽງພໍທີ່ຈະຮັກສາພັນທະສັນຍາຂອງເຂົາເຈົ້າ.
ເຊັ່ນດຽວກັບ ເຮັນຣິກ ໄອຣິງ, ບັນພະບຸລຸດຂອງຂ້າພະເຈົ້າ, ທ່ານອາດເປັນຄົນທຳອິດໃນຄອບຄົວຂອງທ່ານ ທີ່ນຳພາເສັ້ນທາງກັບໄປຫາຊີວິດນິລັນດອນ ໃນເສັ້ນທາງແຫ່ງພັນທະສັນຍາທີ່ສັກສິດ ຊຶ່ງໄດ້ເຮັດ ແລະ ຮັກສາດ້ວຍຄວາມພາກພຽນ ແລະ ດ້ວຍສັດທາ. ພັນທະສັນຍາແຕ່ລະອັນ ກໍມານຳໜ້າທີ່ ແລະ ຄຳສັນຍາ. ສຳລັບເຮົາແຕ່ລະຄົນ, ເຊັ່ນດຽວກັບສຳລັບ ເຮັນຣິກ, ໜ້າທີ່ເຫລົ່ານັ້ນ ບາງເທື່ອຈະງ່າຍ ແຕ່ສ່ວນຫລາຍຈະຫຍຸ້ງຍາກ. ແຕ່ຈົ່ງຈຳໄວ້ວ່າ, ບາງເທື່ອໜ້າທີ່ຈະຫຍຸ້ງຍາກ ເພາະຈຸດປະສົງຂອງມັນ ແມ່ນເພື່ອຈະເລື່ອນເຮົາໄປໜ້າໃນເສັ້ນທາງ ເພື່ອຈະໄດ້ຢູ່ນຳພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ ພຣະເຢຊູຄຣິດ ຕະຫລອດການ, ໃນຄອບຄົວ.
ທ່ານຈື່ຈຳຖ້ອຍຄຳຈາກໜັງສືຂອງອັບຣາຮາມໄດ້ບໍ ທີ່ວ່າ:
ແລະ ມີອົງໜຶ່ງຢືນຢູ່ທ່າມກາງພວກເຂົາທີ່ຄ້າຍຄືກັບພຣະເຈົ້າ, ແລະ ເພິ່ນໄດ້ກ່າວກັບຜູ້ຄົນທີ່ຢູ່ກັບເພິ່ນວ່າ: ພວກເຮົາຈະລົງໄປ, ເພາະວ່າມີບ່ອນວ່າງຢູ່ທີ່ນັ້ນ, ແລະ ພວກເຮົາຈະນຳພາກສ່ວນຂອງສານເຫລົ່ານີ້ໄປ, ແລະ ພວກເຮົາຈະສ້າງແຜ່ນດິນໂລກໜ່ວຍໜຶ່ງບ່ອນທີ່ວິນຍານເຫລົ່ານີ້ຈະໄດ້ອາໄສຢູ່;
ແລະ ພວກເຮົາຈະພິສູດພວກເຂົາໂດຍວິທີນີ້, ເພື່ອເບິ່ງວ່າພວກເຂົາຈະເຮັດທຸກສິ່ງທັງປວງສິ່ງໃດກໍຕາມທີ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາຈະບັນຊາພວກເຂົາຫລືບໍ່;
ແລະ ຜູ້ທີ່ຮັກສາສະພາວະທຳອິດຂອງພວກເຂົາຈະໄດ້ຮັບເພີ່ມເຕີມ; ແລະ ຜູ້ທີ່ບໍ່ຮັກສາສະພາວະທຳອິດຂອງພວກເຂົາຈະບໍ່ມີລັດສະໝີພາບໃນອານາຈັກດຽວກັບຜູ້ທີ່ຮັກສາສະພາວະທຳອິດຂອງພວກເຂົາ; ແລະ ຜູ້ທີ່ຮັກສາສະພາວະທີສອງຂອງພວກເຂົາຈະມີລັດສະໝີພາບເພີ່ມເຕີມໃສ່ເທິງຫົວຂອງພວກເຂົາຕະຫລອດການ ແລະ ຕະຫລອດໄປ.2
ການຮັກສາສະພາວະທີສອງຂອງເຮົາ ແມ່ນຂຶ້ນຢູ່ກັບການເຮັດພັນທະສັນຍາຂອງເຮົານຳພຣະເຈົ້າ ແລະ ເຮັດໜ້າທີ່ຂອງເຮົາດ້ວຍຄວາມຊື່ສັດ ຕາມທີ່ຖືກຮຽກຮ້ອງ. ເຮົາຕ້ອງມີສັດທາໃນພຣະເຢຊູຄຣິດ ວ່າເປັນພຣະຜູ້ຊ່ອຍໃຫ້ລອດຂອງເຮົາ ເພື່ອຮັກສາພັນທະສັນຍາອັນສັກສິດຕະຫລອດຊີວິດ.
ເພາະການຕົກຂອງອາດາມ ແລະ ເອວາ, ເຮົາຈຶ່ງຖືກລໍ້ລວງ, ໄດ້ຮັບການທົດລອງ, ແລະ ຕາຍ ຊຶ່ງເປັນມໍລະດົກທີ່ເປັນຂອງທຸກຄົນ. ເຖິງຢ່າງໃດກໍຕາມ, ພຣະບິດາເທິງສະຫວັນທີ່ຊົງພຣະຊົນຢູ່ ໄດ້ມອບຂອງປະທານໃຫ້ເຮົາ ຄືພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ ໃຫ້ເປັນພຣະຜູ້ຊ່ອຍໃຫ້ລອດຂອງເຮົາ. ຂອງປະທານ ແລະ ພອນທີ່ຍິ່ງໃຫຍ່ຂອງການຊົດໃຊ້ຂອງພຣະເຢຊູຄຣິດນັ້ນ ຈະນຳມໍລະດົກທີ່ເປັນຂອງທຸກຄົນມາໃຫ້ເຊັ່ນ: ຄຳສັນຍາແຫ່ງການຟື້ນຄືນຊີວິດ ແລະ ຊີວິດນິລັນດອນສຳລັບທຸກຄົນທີ່ໄດ້ມາເກີດ.
ພອນທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ, ຊຶ່ງເປັນຊີວິດນິລັນດອນ, ຈະມາສູ່ເຮົາ ພຽງແຕ່ເມື່ອເຮົາເຮັດພັນທະສັນຍາ ທີ່ມີໃຫ້ໃນສາດສະໜາຈັກທີ່ແທ້ຈິງຂອງພຣະເຢຊູຄຣິດ ຜ່ານທາງຜູ້ຮັບໃຊ້ທີ່ມີສິດອຳນາດຂອງພຣະອົງເທົ່ານັ້ນ. ເພາະການຕົກນັ້ນ, ເຮົາທຸກຄົນຈຶ່ງຕ້ອງໄດ້ຮັບການຊຳລະລ້າງດ້ວຍການຮັບບັບຕິສະມາ ເພື່ອຮັບເອົາຂອງປະທານແຫ່ງພຣະວິນຍານບໍລິສຸດ. ພິທີການເຫລົ່ານີ້ຈະຕ້ອງຖືກປະຕິບັດໂດຍຜູ້ທີ່ມີສິດອຳນາດຖານະປະໂລຫິດ. ແລ້ວດ້ວຍຄວາມຊ່ອຍເຫລືອຂອງຄວາມສະຫວ່າງຂອງພຣະຄຣິດ ແລະ ພຣະວິນຍານບໍລິສຸດ, ເຮົາຈະສາມາດຮັກສາພັນທະສັນຍາທຸກຂໍ້ທີ່ເຮົາໄດ້ເຮັດໄວ້ນຳພຣະເຈົ້າ, ໂດຍສະເພາະພັນທະສັນຍາທີ່ມີໃຫ້ຢູ່ໃນພຣະວິຫານ. ພຽງແຕ່ໃນວິທີນີ້ ແລະ ດ້ວຍຄວາມຊ່ອຍເຫລືອນີ້ເທົ່ານັ້ນ, ຜູ້ຄົນຈະສາມາດທວງເອົາມໍລະດົກຂອງຕົນໄດ້ ໃນຖານະທີ່ເປັນລູກຂອງພຣະເຈົ້າ ໃນຄອບຄົວຕະຫລອດການ.
ຕໍ່ບາງຄົນທີ່ກຳລັງຟັງຂ້າພະເຈົ້າຢູ່, ອາດເປັນຄວາມຝັນທີ່ເກືອບສິ້ນຫວັງ.
ທ່ານໄດ້ເຫັນພໍ່ແມ່ທີ່ຊື່ສັດ ຜູ້ມີຄວາມໂສກເສົ້າກັບລູກຜູ້ໄດ້ປະຕິເສດ ຫລື ຜູ້ໄດ້ເລືອກຝ່າຝືນພັນທະສັນຍາທີ່ໄດ້ເຮັດໄວ້ນຳພຣະເຈົ້າ. ແຕ່ພໍ່ແມ່ເຫລົ່ານັ້ນສາມາດພົບຄວາມປອບໂຍນ ແລະ ຄວາມຫວັງໄດ້ ຈາກປະສົບການຂອງພໍ່ແມ່ຄົນອື່ນໆ.
ລູກຊາຍຂອງແອວມາ ແລະ ພວກລູກຊາຍຂອງກະສັດໂມໄຊຢາ ໄດ້ຫັນກັບມາຈາກການຝ່າຝືນພັນທະສັນຍາ ແລະ ພຣະບັນຍັດຂອງພຣະເຈົ້າ. ແອວມາຜູ້ເປັນລູກໄດ້ເຫັນ ໂຄຣິແອນທັນ ລູກຊາຍຂອງເພິ່ນ ຫັນກັບມາຈາກບາບອັນໜັກໜ່ວງ ມາສູ່ການຮັບໃຊ້ທີ່ຊື່ສັດ. ພຣະຄຳພີມໍມອນຍັງໄດ້ບັນທຶກອີກເຖິງການມະຫັດສະຈັນເຖິງການທີ່ຊາວເລມັນໄດ້ປະຖິ້ມຮີດຄອງອັນເກົ່າແກ່ທີ່ກຽດຊັງຄວາມຊອບທຳ ແລ້ວໄດ້ເຮັດພັນທະສັນຍາທີ່ຈະຕາຍເພື່ອຮັກສາຄວາມສະຫງົບ.
ທູດອົງໜຶ່ງໄດ້ຖືກສົ່ງມາຫາ ແອວມາ ຜູ້ເປັນລູກ ແລະ ພວກລູກຊາຍຂອງ ໂມໄຊຢາ. ທູດໄດ້ມາຫາເພາະສັດທາ ແລະ ຄຳອະທິຖານຂອງຜູ້ເປັນພໍ່ ແລະ ຜູ້ຄົນຂອງພຣະເຈົ້າ. ຈາກຕົວຢ່າງເຫລົ່ານັ້ນ ອຳນາດຂອງການຊົດໃຊ້ທີ່ທຳງານຢູ່ໃນໃຈຂອງມະນຸດ, ທ່ານສາມາດໄດ້ຮັບຄວາມກ້າຫານ ແລະ ການປອບໂຍນໄດ້.
ພຣະຜູ້ເປັນເຈົ້າໄດ້ປະທານແຫລ່ງທັງປວງແກ່ເຮົາ ເມື່ອເຮົາດີ້ນລົນທີ່ຈະຊ່ອຍເຫລືອຄົນທີ່ເຮົາຮັກ ໃຫ້ໄດ້ຮັບມໍລະດົກນິລັນດອນຂອງເຂົາເຈົ້າ. ພຣະອົງໄດ້ສັນຍາເຮົາ ເມື່ອເຮົາພະຍາຍາມເຕົ້າໂຮມຜູ້ຄົນໃຫ້ມາຫາພຣະອົງ, ແມ່ນແຕ່ຕອນເຂົາເຈົ້າປະຕິເສດຄຳເຊື້ອເຊີນຂອງພຣະອົງໃຫ້ເຮັດເຊັ່ນນັ້ນ. ການຕໍ່ຕ້ານຂອງເຂົາເຈົ້າໄດ້ເຮັດໃຫ້ພຣະອົງທຸກໃຈ, ແຕ່ພຣະອົງບໍ່ຍອມແພ້, ເຮົາກໍບໍ່ຍອມແພ້ຄືກັນ. ພຣະອົງໄດ້ສະແດງຕົວຢ່າງທີ່ດີພ້ອມໃຫ້ເຮົາເຫັນ ເຖິງຄວາມຮັກທີ່ບໍ່ລົດຫລະ ທີ່ວ່າ: “ແລະ ອີກເທື່ອໜຶ່ງ, ຈັກເທື່ອແລ້ວ ທີ່ເຮົາໄດ້ເຕົ້າໂຮມເຈົ້າຄືກັນກັບແມ່ໄກ່ເຕົ້າໂຮມລູກຂອງມັນໄວ້ໃຕ້ປີກຂອງມັນ, ແທ້ຈິງແລ້ວ, ໂອ້ ເຈົ້າຜູ້ເປັນເຊື້ອສາຍອິດສະຣາເອນຜູ້ຕົກໄປ; ແທ້ຈິງແລ້ວ, ໂອ້ ເຈົ້າຜູ້ທີ່ຢູ່ໃນເຢຣູຊາເລັມ, ເຈົ້າຕົກໄປແລ້ວ; ແທ້ຈິງແລ້ວ, ຈັກເທື່ອແລ້ວທີ່ເຮົາໄດ້ເຕົ້າໂຮມເຈົ້າຄືກັນກັບແມ່ໄກ່ເຕົ້າໂຮມລູກຂອງມັນໄວ້ໃຕ້ປີກຂອງມັນ, ແລະ ເຈົ້າບໍ່ຍິນຍອມ.”3
ເຮົາສາມາດເພິ່ງພາອາໄສຄວາມປາດຖະໜາທີ່ບໍ່ສິ້ນສຸດຂອງພຣະຜູ້ເປັນເຈົ້າໄດ້ ເພື່ອນຳລູກໆທາງວິນຍານຂອງພຣະບິດາເທິງສະຫວັນກັບຄືນມາບ້ານເພື່ອໄປຢູ່ນຳພຣະອົງ. ພໍ່ແມ່, ປູ່ຍ່າຕາຍາຍ, ແລະ ທວດ ທີ່ຊື່ສັດທຸກຄົນ ກໍມີຄວາມປາດຖະໜາອັນດຽວກັນນັ້ນ. ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ອຍໃຫ້ລອດ ເປັນຕົວຢ່າງທີ່ດີພ້ອມ ເຖິງຜູ້ທີ່ເຮົາສາມາດເປັນ ແລະ ຄວນເປັນ. ພວກພຣະອົງບໍ່ເຄີຍຂົ່ມໃຫ້ເຮົາເລືອກຄວາມຊອບທຳ ເພາະຄວາມຊອບທຳຕ້ອງຖືກເລືອກ. ພວກພຣະອົງເຮັດແນວນັ້ນ ເພື່ອເຮົາຈະຮູ້ວ່າສິ່ງໃດຖືກຕ້ອງ, ແລະ ພວກພຣະອົງເຮັດໃຫ້ເຮົາເຫັນຄວາມຊື່ນຊົມທີ່ມາຈາກການຕັດສິນໃຈທີ່ຊອບທຳນັ້ນ.
ທຸກຄົນທີ່ໄດ້ມາເກີດຢູ່ໂລກ ຈະໄດ້ຮັບຄວາມສະຫວ່າງຂອງພຣະຄຣິດ, ຊຶ່ງຊ່ອຍເຮົາໃຫ້ເຫັນ ແລະ ຮູ້ສຶກສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ. ພຣະເຈົ້າໄດ້ສົ່ງຜູ້ຮັບໃຊ້ທີ່ເປັນມະນຸດ ຜູ້ສາມາດຊ່ອຍເຮົາຮັບຮູ້ໂດຍທາງພຣະວິນຍານບໍລິສຸດ ເຖິງສິ່ງທີ່ພຣະອົງປະສົງໃຫ້ເຮົາເຮັດ ແລະ ສິ່ງທີ່ພຣະອົງຫວງຫ້າມ. ພຣະເຈົ້າເຮັດໃຫ້ມັນເປັນຕາສົນໃຈທີ່ຈະເລືອກຄວາມຖືກຕ້ອງໂດຍການອະນຸຍາດໃຫ້ເຮົາຮູ້ສຶກເຖິງຜົນສະທ້ອນຂອງການເລືອກຂອງເຮົາ. ຖ້າຫາກເຮົາເລືອກສິ່ງທີ່ຖືກຕ້ອງ, ເຮົາຈະພົບຄວາມສຸກ—ໃນທີ່ສຸດ. ຖ້າຫາກເຮົາເລືອກຄວາມຊົ່ວຮ້າຍ, ແລ້ວເຮົາຈະມີຄວາມໂສກເສົ້າ ແລະ ຄວາມກິນແໜງ—ໃນທີ່ສຸດ. ຜົນສະທ້ອນເຫລົ່ານັ້ນຈະເກີດຂຶ້ນແທ້ໆ. ແຕ່ສ່ວນຫລາຍຈະເກີດຂຶ້ນຊ້າຕາມເຫດຜົນ. ຖ້າພອນມາເຖິງຢ່າງວ່ອງໄວ, ການເລືອກທີ່ຖືກຕ້ອງຈະບໍ່ສ້າງສັດທາ. ແລະ ບາງເທື່ອຄວາມໂສກເສົ້າມາເຖິງຊ້າຄືກັນ, ຈຶ່ງຕ້ອງໃຊ້ສັດທາທີ່ຈະຮູ້ສຶກເຖິງຄວາມຈຳເປັນທີ່ຈະສະແຫວງຫາການໃຫ້ອະໄພສຳລັບບາບໃນຕອນຕົ້ນ ແທນທີ່ຫລັງຈາກເຮົາຮູ້ສຶກເຖິງຜົນສະທ້ອນທີ່ໂສກເສົ້າ ແລະ ເຈັບປວດຂອງມັນ.
ພໍ່ລີໄຮ ມີຄວາມໂສກເສົ້າຫລາຍກັບການເລືອກຂອງລູກຊາຍບາງຄົນ ແລະ ຄອບຄົວຂອງພວກເຂົາ. ເພິ່ນເປັນຄົນດີ ແລະ ຊອບທຳ—ເປັນສາດສະດາຂອງພຣະເຈົ້າ. ເພິ່ນໄດ້ເປັນພະຍານເລື້ອຍໆເຖິງພຣະຜູ້ຊ່ອຍໃຫ້ລອດ ພຣະເຢຊູຄຣິດຂອງເຮົາ ກັບເຂົາເຈົ້າ. ເພິ່ນໄດ້ເປັນຕົວຢ່າງຂອງການເຊື່ອຟັງ ແລະ ການຮັບໃຊ້ ເມື່ອພຣະຜູ້ເປັນເຈົ້າໄດ້ຂໍໃຫ້ເພິ່ນປະຊັບສິນຂອງເພິ່ນ ເພື່ອຮັກສາຊີວິດຄອບຄົວຂອງເພິ່ນຈາກການທຳລາຍ. ໃນບັ້ນທ້າຍຊີວິດຂອງເພິ່ນ, ເພິ່ນຍັງໄດ້ເປັນພະຍານຕໍ່ລູກໆຂອງເພິ່ນຢູ່. ເຊັ່ນດຽວກັບພຣະຜູ້ຊ່ອຍໃຫ້ລອດ—ແລະ ເຖິງແມ່ນເພິ່ນສາມາດຫລິງເຫັນໃຈຂອງເຂົາເຈົ້າ ແລະ ເຫັນອະນາຄົດ ທັງຕອນໂສກເສົ້າ ແລະ ຮຸ່ງເຮືອງຂອງເຂົາເຈົ້າກໍຕາມ—ແຕ່ລີໄຮຍັງເດ່ແຂນອອກໄປ ເພື່ອຊ່ອຍເຫລືອຄອບຄົວຂອງເພິ່ນໃຫ້ໄດ້ຮັບຄວາມລອດ.
ທຸກວັນນີ້ ລູກຫລານຫລາຍລ້ານຄົນຂອງພໍ່ລີໄຮເຮັດໃຫ້ເພິ່ນມີຄວາມຫວັງໃນຕົວເຂົາເຈົ້າ.
ທ່ານ ແລະ ຂ້າພະເຈົ້າສາມາດຮຽນຮູ້ສິ່ງໃດແດ່ຈາກຕົວຢ່າງຂອງລີໄຮ? ເຮົາສາມາດເຮັດຕາມຕົວຢ່າງຂອງເພິ່ນໄດ້ໂດຍການສຶກສາພຣະຄຳພີຢ່າງລະມັດລະວັງ ແລະ ຮັກສາມັນ.
ຂ້າພະເຈົ້າຂໍແນະນຳທ່ານໃຫ້ເບິ່ງທັງຊ່ວງໄລຍະໃກ້ ແລະ ໄກ ໃນຂະນະທີ່ທ່ານພະຍາຍາມມອບມໍລະດົກແຫ່ງຄວາມຫວັງໃຫ້ແກ່ຄອບຄົວຂອງທ່ານ. ໃນຊ່ວງໄລຍະໃກ້, ຈະມີບັນຫາ ແລະ ຊາຕານຈະພະຍາຍາມລໍ້ລວງ. ແລະ ກໍມີສິ່ງທີ່ຕ້ອງລໍຖ້າດ້ວຍຄວາມອົດທົນ, ດ້ວຍສັດທາ, ໂດຍທີ່ຮູ້ວ່າ ພຣະຜູ້ເປັນເຈົ້າຈະກະທຳໃນເວລາ ແລະ ໃນວິທີທາງຂອງພຣະອົງເອງ.
ມີສິ່ງທີ່ທ່ານສາມາດເຮັດໄດ້ກ່ອນ, ຕອນທີ່ຄົນທີ່ທ່ານຮັກຍັງນ້ອຍຢູ່. ຈົ່ງຈື່ຈຳໄວ້ວ່າ ການອະທິຖານທຸກວັນ, ການສຶກສາພຣະຄຳພີເປັນຄອບຄົວ, ການແບ່ງປັນປະຈັກພະຍານຂອງເຮົາໃນກອງປະຊຸມສິນລະລຶກ ເປັນສິ່ງງ່າຍທີ່ຈະເຮັດ ເມື່ອລູກໆຍັງນ້ອຍ. ສ່ວນຫລາຍແລ້ວລູກຜູ້ນ້ອຍຈະມີຄວາມຮູ້ສຶກໄວຕໍ່ພຣະວິນຍານ ຫລາຍກວ່າທີ່ເຮົາຮູ້.
ເມື່ອເຂົາໃຫຍ່ຂຶ້ນ, ເຂົາຈະຈື່ຈຳເພງສວດທີ່ເຂົາຮ້ອງກັບທ່ານ. ເຖິງແມ່ນຫລາຍກວ່າເພງ, ເຂົາຈະຈື່ທັງຂໍ້ຄວາມຂອງພຣະຄຳພີ ແລະ ປະຈັກພະຍານ. ພຣະວິນຍານບໍລິສຸດສາມາດເຮັດໃຫ້ເຂົາຈື່ຈຳທຸກສິ່ງ, ແຕ່ເຂົາຈະຈື່ຖ້ອຍຄຳໃນພຣະຄຳພີ ແລະ ເພງສວດດົນກວ່າ. ຄວາມຊົງຈຳເຫລົ່ານັ້ນຈະເປັນອິດທິພົນໃຫ້ເຂົາກັບຄືນມາ ເມື່ອເຂົາໄດ້ອອກນອກທາງໄປຊົ່ວໄລຍະໜຶ່ງ, ບາງເທື່ອຕັ້ງຫລາຍປີ, ຈາກເສັ້ນທາງທີ່ພາກັບໄປບ້ານສູ່ຊີວິດນິລັນດອນ.
ເຮົາຕ້ອງຄິດໄປໄກ ເມື່ອຄົນທີ່ເຮົາຮັກຮູ້ສຶກເຖິງອິດທິພົນຂອງໂລກ ແລະ ຮູ້ສຶກເຖິງຄວາມສົງໄສ ທີ່ຄອບງຳສັດທາຂອງເຂົາ. ເຮົາມີສັດທາ, ຄວາມຫວັງ, ແລະ ຄວາມໃຈບຸນ ເພື່ອນຳພາເຮົາ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ເຮົາ.
ຂ້າພະເຈົ້າໄດ້ເຫັນສິ່ງນັ້ນ ໂດຍທີ່ເປັນທີ່ປຶກສາຂອງສາດສະດາສອງຄົນທີ່ມີຊີວິດຢູ່ຂອງພຣະເຈົ້າ. ພວກເພິ່ນມີຄຸນສົມບັດພິເສດທີ່ແຕກຕ່າງກັນ. ແຕ່ພວກເພິ່ນເບິ່ງໂລກໃນແງ່ດີ. ເມື່ອບາງຄົນບອກໃຫ້ຮູ້ເຖິງຄວາມເປັນຫ່ວງເປັນໄຍກ່ຽວກັບບາງສິ່ງໃນສາດສະໜາຈັກ, ສ່ວນຫລາຍແລ້ວ ພວກເພິ່ນຈະຕອບວ່າ “ໂອ້, ທຸກສິ່ງຈະດີຂຶ້ນ.” ຕາມທຳມະດາແລ້ວ ພວກເພິ່ນຈະຮູ້ກ່ຽວກັບບັນຫາດີກວ່າຜູ້ທີ່ບອກເພິ່ນກ່ຽວກັບມັນ.
ພວກເພິ່ນຍັງຮູ້ວິທີທາງຂອງພຣະຜູ້ເປັນເຈົ້າອີກ, ແລະ ສະນັ້ນພວກເພິ່ນຈຶ່ງມີຄວາມຫວັງກ່ຽວກັບອະນາຈັກຂອງພຣະອົງສະເໝີ. ພວກເພິ່ນຮູ້ວ່າພຣະອົງເປັນປະມຸກຂອງມັນ. ພຣະອົງມີອຳນາດທຸກຢ່າງ ແລະ ພຣະອົງເປັນຫ່ວງເປັນໄຍ. ຖ້າຫາກທ່ານປ່ອຍໃຫ້ພຣະອົງເປັນຜູ້ນຳຄອບຄົວຂອງທ່ານ, ແລ້ວທຸກສິ່ງຈະດີຂຶ້ນ.
ລູກຫລານບາງຄົນຂອງເຮັນຣິກ ໄອຣິງ ເບິ່ງຄືວ່າ ໄດ້ຫລົງທາງໄປ. ແຕ່ຫລ້ອນຫລາຍຄົນຂອງເພິ່ນໄປພຣະວິຫານຕອນ 6 ໂມງເຊົ້າ ເພື່ອກະທຳພິທີການໃຫ້ແກ່ບັນພະບຸລຸດທີ່ເຂົາເຈົ້າບໍ່ເຄີຍເຫັນ. ເຂົາເຈົ້າໄປ ເພາະວ່າມໍລະດົກແຫ່ງຄວາມຫວັງທີ່ພວກເພິ່ນໄດ້ປະໄວ້ໃຫ້. ເພິ່ນໄດ້ປະມໍລະດົກທີ່ລູກຫລານຫລາຍຄົນຂອງເພິ່ນກຳລັງທວງເອົາຄືນ.
ຫລັງຈາກເຮົາເຮັດທຸກສິ່ງໃນສັດທາ, ພຣະຜູ້ເປັນເຈົ້າຈະໃຫ້ຄວາມຍຸດຕິທຳແກ່ຄວາມຫວັງຂອງເຮົາສຳລັບພອນທີ່ຍິ່ງໃຫຍ່ກວ່າ ສຳລັບຄອບຄົວຂອງເຮົາຫລາຍກວ່າທີ່ເຮົາສາມາດຄິດ. ພຣະອົງປະສົງໃຫ້ເຂົາເຈົ້າ ແລະ ໃຫ້ເຮົາມີສິ່ງທີ່ດີທີ່ສຸດ, ໃນຖານະທີ່ເປັນລູກໆຂອງພຣະອົງ.
ເຮົາທຸກຄົນເປັນລູກໆຂອງພຣະເຈົ້າທີ່ຊົງພຣະຊົນຢູ່. ພຣະເຢຊູແຫ່ງນາສາເຫລັດເປັນພຣະບຸດທີ່ຮັກຂອງພຣະອົງ ແລະ ເປັນພຣະຜູ້ຊ່ອຍໃຫ້ລອດທີ່ຟື້ນຄືນມີຊີວິດແລ້ວຂອງເຮົາ. ນີ້ແມ່ນສາດສະໜາຈັກຂອງພຣະອົງ. ຢູ່ໃນນັ້ນມີຂໍກະແຈຂອງຖານະປະໂລຫິດ, ແລະ ດັ່ງນັ້ນ ຄອບຄົວຈຶ່ງສາມາດຢູ່ນຳກັນຕະຫລອດການ. ນີ້ແມ່ນມໍລະດົກແຫ່ງຄວາມຫວັງອັນລ້ຳຄ່າຂອງເຮົາ. ຂ້າພະເຈົ້າເປັນພະຍານວ່າມັນເປັນຄວາມຈິງ ໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.