ການຮັກສາພັນທະສັນຍາປົກປ້ອງເຮົາ, ຕຽມເຮົາ, ແລະ ເປັນພະລັງໃຫ້ແກ່ເຮົາ
ເຮົາເປັນສະຕີແຫ່ງພັນທະສັນຍາທີ່ແຕກຕ່າງກັນເລື່ອງອາຍຸ ທີ່ພວມເດີນກັບໄປຫາທີ່ປະທັບຂອງພຣະອົງ.
ໂອ້ ເອື້ອຍນ້ອງທັງຫລາຍ, ພວກເຮົາຮັກທ່ານ. ຕອນໄປຢ້ຽມຢາມປະເທດເມັກຊິໂກບໍ່ດົນມານີ້, ຂ້າພະເຈົ້າໄດ້ປະສົບການກັບການເປັນເອື້ອຍນ້ອງກັນດັ່ງທີ່ເຮົາຮູ້ສຶກໃນຄ່ຳຄືນນີ້. ຈົ່ງວາດພາບນີ້: ພວກເຮົາຫາກໍໄດ້ໄປຢ້ຽມຊັ້ນປະຖົມໄວໃນເຊົ້າວັນອາທິດມື້ໜຶ່ງ ແລະ ເດັກນ້ອຍ, ຄູສອນ, ແລະ ຂ້າພະເຈົ້າໄດ້ຍ່າງໄປຕາມຮ່ອມທາງຍ່າງທີ່ເຕັມໄປດ້ວຍຜູ້ຄົນ. ແລ້ວປະຕູຫ້ອງກຸ່ມຍິງໜຸ່ມໄດ້ເປີດອອກ ແລະ ຂ້າພະເຈົ້າໄດ້ຫລຽວເຫັນກຸ່ມຍິງໜຸ່ມ ແລະ ຜູ້ນຳຂອງເຂົາເຈົ້າ. ເຮົາທຸກຄົນໄດ້ເອື້ອມອອກໄປເພື່ອໂອບກອດ. ໂດຍທີ່ມີເດັກນ້ອຍຈ່ອງກະໂປງ ແລະ ມີເອື້ອຍນ້ອງຫຸ້ມລ້ອມຂ້າພະເຈົ້າຢູ່, ຂ້າພະເຈົ້າຢາກສະແດງ ຄວາມຮູ້ສຶກທີ່ຂ້າພະເຈົ້າມີໃນຕອນນັ້ນ.
ຂ້າພະເຈົ້າບໍ່ສາມາດເວົ້າພາສາສະເປນ, ດັ່ງນັ້ນຂ້າພະເຈົ້າຈຶ່ງເວົ້າອອກໄປເປັນພາສາອັງກິດເທົ່ານັ້ນ. ຂ້າພະເຈົ້າໄດ້ຫລຽວເບິ່ງໃບໜ້າຂອງທຸກໆຄົນ, ແລະ ເວົ້າວ່າ, “ເຮົາເປັນທິດາຂອງພຣະບິດາເທິງສະຫວັນຂອງເຮົາ, ຜູ້ຮັກເຮົາ, ແລະ ເຮົາຮັກພຣະອົງ.” ແລ້ວທຸກຄົນໄດ້ເລີ່ມຕົ້ນເວົ້າຄຳນັ້ນອອກມາເປັນພາສາສະເປນ. ຕອນພວກເຮົາຢືນຢູ່ບ່ອນນັ້ນ, ພວກເຮົາໄດ້ກ່າວຄຳຂວັນຂອງກຸ່ມຍິງໜຸ່ມນຳກັນວ່າ, “ພວກເຮົາຈະຢືນຢູ່ເປັນພະຍານຂອງພຣະເຈົ້າໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນ.”
ຄ່ຳຄືນນີ້ ພວກເຮົາໄດ້ເຕົ້າໂຮມກັນໃນທົ່ວໂລກ, ໂດຍທີ່ເປັນສານຸສິດຂອງພຣະອົງ, ດ້ວຍຄວາມປາດຖະໜາທີ່ຈະປົກປ້ອງ ແລະ ສະໜັບສະໜູນອານາຈັກຂອງພຣະເຈົ້າ. ເຮົາເປັນທິດາຂອງພຣະບິດາເທິງສະຫວັນ. ເຮົາເປັນສະຕີແຫ່ງພັນທະສັນຍາທີ່ແຕກຕ່າງກັນເລື່ອງອາຍຸ ທີ່ພວມເດີນໄປໃນເສັ້ນທາງແຫ່ງຄວາມມະຕະກັບໄປຫາທີ່ປະທັບຂອງພຣະອົງ. ການຮັກສາພັນທະສັນຍາປົກປ້ອງເຮົາ, ຕຽມເຮົາ, ແລະ ເປັນພະລັງແກ່ເຮົາ.
ຄ່ຳຄືນນີ້ ມີເດັກນ້ອຍຜູ້ຍິງຈາກຊັ້ນປະຖົມໄວຢູ່ໃນບັນດາພວກເຮົາ. ບາງຄົນໃນພວກທ່ານຫາກໍກ້າວອອກໄປເທື່ອທຳອິດ ເພື່ອເດີນໄປໃນເສັ້ນທາງທີ່ນຳໄປສູ່ຊີວິດນິລັນດອນດ້ວຍພິທີການແຫ່ງການບັບຕິສະມາ.
ຈົ່ງຫລຽວເບິ່ງຮອບໆ. ອະນາຄົດເຕັມໄປດ້ວຍຄວາມງົດງາມ ເມື່ອພວກເຈົ້າເຫັນເອື້ອຍນ້ອງຜູ້ທີ່ໄດ້ເຮັດພັນທະສັນຍາ ແລະ ຕຽມພ້ອມແລ້ວທີ່ຈະສະແດງໃຫ້ທ່ານເຫັນເສັ້ນທາງໃນພາຍໜ້າ.
ຖ້າຫາກພວກເຈົ້າມີອາຍຸໄດ້ 8, 9, 10, ຫລື 11 ປີ, ບໍ່ວ່າຢູ່ໃນສູນກາງປະຊຸມນີ້, ຢູ່ໃນບ້ານເຮືອນຂອງພວກເຈົ້າ, ຫລື ຢູ່ໃນຕຶກໂບດຕະຫລອດທົ່ວໂລກ, ຂໍໃຫ້ພວກເຈົ້າຢືນຂຶ້ນ? ຂໍຕ້ອນຮັບສູ່ກອງປະຊຸມສະຕີສາມັນ. ບັດນີ້, ຂໍໃຫ້ຢືນຕໍ່ໄປ; ເພາະພວກເຮົາຢາກເຊື້ອເຊີນພວກເຈົ້າໃນຄ່ຳຄືນນີ້ໃຫ້ມີສ່ວນຮ່ວມ. ຂ້າພະເຈົ້າຈະຮ້ອງເພງຂອງຊັ້ນປະຖົມໄວເພງໜຶ່ງຢູ່ໃນຮູຄໍ. ແລະ ເມື່ອພວກເຈົ້າຈື່ວ່າມັນເປັນເພງໃດ, ໃຫ້ພວກເຈົ້າພາກັນຮ້ອງມັນອອກມາໄດ້ບໍ? ໃຫ້ຮ້ອງອອກສຽງ ເພື່ອທຸກຄົນຈະໄດ້ຍິນ.
ສອນເຮົາຍ່າງໃນແສງຄວາມຮັກຂອງພຣະອົງ;
ສອນເຮົາໃຫ້ສວດເຖິງພຣະບິດາສະຫວັນ;
ສອນເຮົາໃຫ້ຮູ້ສິ່ງຖືກຕ້ອງສາລະພັນ;
ສອນເຮົາ ສອນເຮົາ ເພື່ອໃຫ້ຍ່າງໃນແສງ.
ໃຫ້ພວກເຈົ້າຢືນຕໍ່ໄປ, ໃນຂະນະທີ່ຜູ້ຍິງອາຍຸ 12 ປີຂຶ້ນໄປ ຮ້ອງວັກທີສອງ.
ມາເຖີດເດັກນ້ອຍເຮົາຈະຮ່ວມຮຽນດ້ວຍກັນ
ເຖິງພຣະບັນຍັດເພື່ອເຮົາຈະໄດ້ຫວນຄືນ
ສູ່ທີ່ປະທັບໃນເບື້ອງບົນຢ່າງສົດຊື່ນ—
ສະເໝີ, ສະເໝີ ທີ່ຈະຍ່າງໃນແສງ.1
ມ່ວນຫລາຍ. ພວກເຈົ້ານັ່ງລົງໄດ້ແລ້ວ. ຂອບໃຈຫລາຍໆ.
ໃນຖານະທີ່ເປັນສະຕີໃນທຸກໄວ ເຮົາຈະຍ່າງໃນແສງ ຂອງພຣະອົງ ການເດີນທາງຂອງເຮົາໃນເສັ້ນທາງເປັນເລື່ອງສ່ວນຕົວ ແລະ ແຈ່ມແຈ້ງໄປດ້ວຍຄວາມຮັກຂອງພຣະຜູ້ຊ່ອຍໃຫ້ລອດ.
ເຮົາເຂົ້າໄປໃນປະຕູສູ່ເສັ້ນທາງແຫ່ງຊີວິດນິລັນດອນ ດ້ວຍພິທີການ ແລະ ພັນທະສັນຍາແຫ່ງການບັບຕິສະມາ, ແລະ ຈາກນັ້ນເຮົາໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ. ແອວເດີ ຣໍເບີດ ດີ ແຮວສ໌ ໄດ້ຖາມເຮົາວ່າ, “[ເຮົາ] ເຂົ້າໃຈ ແລະ ລູກ [ຂອງເຮົາ] ເຂົ້າໃຈວ່າ ເມື່ອ [ເຮົາ] ໄດ້ຮັບບັບຕິສະມາ [ເຮົາ] ຈະປ່ຽນໄປຕະຫລອດການ?”
ເພິ່ນກໍຍັງໄດ້ອະທິບາຍວ່າ “ເມື່ອເຮົາເຂົ້າໃຈພັນທະສັນຍາແຫ່ງການບັບຕິສະມາ ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ, ມັນຈະປ່ຽນຊີວິດຂອງເຮົາ ແລະ ຈະຕ້ອງຈົງຮັກພັກດີຕໍ່ອານາຈັກຂອງພຣະເຈົ້າ. ເມື່ອເຮົາປະເຊີນກັບການລໍ້ລວງ, ຖ້າເຮົາຈະຟັງ, ແລ້ວພຣະວິນຍານບໍລິສຸດຈະເຕືອນເຮົາວ່າ ເຮົາໄດ້ສັນຍາທີ່ຈະລະນຶກເຖິງພຣະຜູ້ຊ່ອຍໃຫ້ລອດຂອງເຮົາ ແລະ ເຊື່ອຟັງພຣະບັນຍັດຂອງພຣະເຈົ້າ.”2
ທຸກອາທິດເມື່ອເຮົາຮັບເອົາສິນລະລຶກ, ເຮົາໄດ້ຕໍ່ພັນທະສັນຍາແຫ່ງການບັບຕິສະມາຂອງເຮົາ. ແອວເດີ ເດວິດ ເອ ເບັດນາ ໄດ້ກ່າວວ່າ: “ເມື່ອເຮົາຢືນຢູ່ໃນນ້ຳແຫ່ງການບັບຕິສະມາ, ເຮົາຄິດກ່ຽວກັບພຣະວິຫານ. ເມື່ອເຮົາຮັບເອົາສິນລະລຶກ, ເຮົາຄິດກ່ຽວກັບພຣະວິຫານ. ເຮົາສັນຍາວ່າຈະລະນຶກເຖິງພຣະຜູ້ຊ່ອຍໃຫ້ລອດ ແລະ ຮັກສາພຣະບັນຍັດຂອງພຣະອົງຕະຫລອດເວລາ ເພື່ອເປັນການຕຽມທີ່ຈະມີສ່ວນຮ່ວມໃນພິທີການທີ່ສັກສິດຂອງພຣະວິຫານ.”3
ພິທີການຂອງພຣະວິຫານຈະນຳພາໄປສູ່ພອນທີ່ຍິ່ງໃຫຍ່ສຸດທີ່ມີໃຫ້ຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ. ນັ້ນຄືພິທີການທີ່ຈຳເປັນສຳລັບຄວາມສູງສົ່ງຂອງເຮົາໃນອານາຈັກຊັ້ນສູງ. ເມື່ອເຮົາພະຍາຍາມຮັກສາພັນທະສັນຍາຂອງເຮົາ, ແລ້ວຄວາມຮູ້ສຶກທີ່ບໍ່ພຽບພ້ອມ ແລະ ຄວາມບໍ່ສົມບູນແບບຈະສູນຫາຍໄປ, ໃນຂະນະທີ່ພິທີການ ແລະ ພັນທະສັນຍາຂອງພຣະວິຫານເກີດເປັນຈິງ. ທຸກຄົນຖືກເຊື້ອເຊີນໃຫ້ເດີນໄປໃນເສັ້ນທາງແຫ່ງຊີວິດນິລັນດອນນັ້ນ.
ຂ້າພະເຈົ້າມີຄວາມປະຫລາດໃຈກັບຄວາມເຂັ້ມແຂງຂອງເດັກນ້ອຍຜູ້ຍິງ, ຍິງໜຸ່ມ, ແລະ ສະຕີຜູ້ໃຫຍ່ ຕະຫລອດທົ່ວໂລກ ຜູ້ໄດ້ກ້າວໄປໃນເສັ້ນທາງນີ້. ຂ້າພະເຈົ້າຂໍແບ່ງປັນບາງຕົວຢ່າງກ່ຽວກັບເດັກນ້ອຍຜູ້ຍິງ ແລະ ສະຕີທີ່ຂ້າພະເຈົ້າເຄີຍພົບເຫັນ.
ນາງລໍນາມີອາຍຸໄດ້ 11 ປີ ຕອນຂ້າພະເຈົ້າໄດ້ໄປຢ້ຽມຢາມຄອບຄົວຂອງນາງຢູ່ເມືອງບົວໂນສ ແອເຣສ, ປະເທດອາກຊັງຕີນ. ເພາະມີເຫດຮ້າຍເກີດຂຶ້ນໃນຕອນນາງເປັນເດັກ, ນາງຈຶ່ງເວົ້າບໍ່ໄດ້. ນາງບໍ່ປາກເວົ້າເປັນເວລາຫລາຍປີ. ນາງໄດ້ນັ່ງຢູ່ຢ່າງງຽບໆໃນຂະນະທີ່ພວກເຮົາເວົ້າລົມກັນ. ຂ້າພະເຈົ້າຫວັງວ່າ ນາງຈະເວົ້າອອກມາຄ່ອຍໆ. ນາງໄດ້ຫລຽວເບິ່ງຂ້າພະເຈົ້າດ້ວຍຄວາມຕັ້ງໃຈ ຄືກັບວ່າຖ້ອຍຄຳບໍ່ຈຳເປັນສຳລັບຂ້າພະເຈົ້າເພື່ອໃຫ້ຮູ້ຈັກຄວາມຮູ້ສຶກຂອງນາງ. ຫລັງຈາກການອະທິຖານ, ພວກເຮົາໄດ້ຢືນຂຶ້ນ ເພື່ອຈະອອກໄປ ແລະ ນາງລໍນາໄດ້ຍື່ນຮູບແຕ້ມໃບໜຶ່ງໃຫ້ຂ້າພະເຈົ້າ. ນາງໄດ້ແຕ້ມຮູບພຣະເຢຊູຄຣິດຢູ່ໃນສວນ ເຄັດເຊມານີ. ແລ້ວຂ້າພະເຈົ້າຮູ້ເຖິງການເປັນພະຍານຂອງນາງຢ່າງແຈ່ມແຈ້ງ. ນາງລໍນາໄດ້ເຮັດພັນທະສັນຍາຢູ່ໃນນ້ຳບັບຕິສະມາ ເພື່ອຢືນເປັນພະຍານຂອງພຣະເຈົ້າ “ໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນ.”4 ນາງເຂົ້າໃຈເຖິງການຊົດໃຊ້ຂອງພຣະເຢຊູຄຣິດ, ຜ່ານທາງຮູບແຕ້ມຂອງນາງ. ເມື່ອນາງມາຮູ້ຈັກ, ຜ່ານຄວາມເຂັ້ມແຂງ ແລະ ອຳນາດແຫ່ງການຊົດໃຊ້, ແລ້ວນາງຈະສາມາດເວົ້າຄືນໄດ້ບໍ? ສາມປີຫລັງຈາກນັ້ນ, ນາງລໍນາໄດ້ເລີ່ມເວົ້າອີກ. ຕອນນີ້ນາງຢູ່ໃນກຸ່ມຍິງໜຸ່ມນຳໝູ່ເພື່ອນຂອງນາງ. ດ້ວຍຄວາມຊື່ສັດຕໍ່ພັນທະສັນຍາທີ່ນາງໄດ້ເຮັດໄວ້ຕອນຮັບບັບຕິສະມາ, ນາງຈຶ່ງແບ່ງປັນພະຍານຂອງນາງເຖິງພຣະຜູ້ຊ່ອຍໃຫ້ລອດຕໍ່ໄປ.
ຊາວໜຸ່ມຕະຫລອດທົ່ວໂລກມີຄວາມສົນໃຈຕໍ່ພຣະວິຫານ. ໃນເມືອງລິມາ, ປະເທດເປຣູ, ຂ້າພະເຈົ້າໄດ້ພົບເຫັນພໍ່ຄົນໜຶ່ງ ແລະ ລູກສາວສາມຄົນຂອງລາວຢູ່ນອກພຣະວິຫານ. ຂ້າພະເຈົ້າເຫັນຄວາມສະຫວ່າງໃນໃບໜ້າຂອງເຂົາເຈົ້າ. ລູກສາວສອງຄົນຂອງລາວເສຍອົງຄະ ແລະ ນັ່ງຢູ່ລໍ້ເຂັນ. ລູກສາວຜູ້ທີສາມ, ໃນຂະນະທີ່ພວມຊ່ອຍເຫລືອເອື້ອຍນ້ອງຂອງນາງ, ໄດ້ບອກວ່າ ນາງມີເອື້ອຍນ້ອງອີກສອງຄົນຢູ່ບ້ານ. ເຂົາເຈົ້າກໍພິການຄືກັນ. ເຂົາເຈົ້າບໍ່ສາມາດເດີນທາງ 14 ຊົ່ວໂມງເພື່ອໄປພຣະວິຫານ. ພຣະວິຫານມີຄວາມໝາຍຫລາຍສຳລັບພໍ່ຄົນນີ້ ແລະ ລູກສາວຂອງລາວ ພວກເຂົາຈຶ່ງໄດ້ມາພຣະວິຫານໃນມື້ນັ້ນ—ສອງຄົນພຽງແຕ່ໄດ້ເບິ່ງອີກ ຄົນໜຶ່ງທີ່ສາມາດຮັບບັບຕິສະມາແທນຄົນຕາຍ ແລະ ກະທຳພິທີການທີ່ສັກສິດນັ້ນ. ເຊັ່ນດຽວກັບນີໄຟ, ເຂົາເຈົ້າ “ຊື່ນຊົມໃນພັນທະສັນຍາຂອງພຣະຜູ້ເປັນເຈົ້າ.”5
ຜູ້ຍິງໂສດຄົນໜຶ່ງທີ່ຂ້າພະເຈົ້າຮູ້ຈັກ ນັບຖືພິທີການສິນລະລຶກ ແລະ ຄຳສັນຍາອັນສັກສິດຂອງມັນຫລາຍທີ່ສຸດ ທີ່ວ່າ “[ນາງ] ຈະມີພຣະວິນຍານຂອງພຣະອົງຢູ່ກັບ [ນາງ] ຕະຫລອດເວລາ.”6 ການເປັນເພື່ອນຕະຫລອດເວລານັ້ນ ເປັນຄຳສັນຍາທີ່ເຮັດໃຫ້ນາງຮູ້ສຶກສະບາຍໃຈຂຶ້ນກັບຄວາມຮູ້ສຶກໂດດດ່ຽວຂອງນາງ. ມັນໄດ້ໃຫ້ຄວາມເຂັ້ມແຂງແກ່ນາງ ເພື່ອນາງຈະໄດ້ພັດທະນາພອນສະຫວັນຂອງນາງ ແລະ ມີຄວາມປາດຖະໜາທີ່ຈະຮັບໃຊ້ພຣະຜູ້ເປັນເຈົ້າ. ນາງໄດ້ຄົ້ນພົບຄວາມຊື່ນຊົມອັນຍິ່ງໃຫຍ່ກັບການມີຄວາມຮັກຕໍ່ເດັກນ້ອຍໃນຊີວິດຂອງນາງ, ແລະ ເມື່ອນາງສະແຫວງຫາຄວາມສະຫງົບ, ທ່ານຈະພົບເຫັນນາງຢູ່ໃນພຣະວິຫານ.
ສຸດທ້າຍ, ມີຍິງຊະລາຄົນໜຶ່ງອາຍຸ 90 ປີ ທີ່ໄດ້ເຫັນລູກຫລານຂອງລາວເຕີບໂຕຂຶ້ນ ແລະ ເຫັນເຫລັນຂອງລາວເຂົ້າມາສູ່ໂລກ. ເຊັ່ນດຽວກັບຫລາຍຄົນພວກເຮົາ, ລາວໄດ້ມີຊີວິດທີ່ເຕັມໄປດ້ວຍຄວາມໂສກເສົ້າ, ຄວາມເດືອດຮ້ອນ, ແລະ ຄວາມສຸກທີ່ເກີນກວ່າຄວາມເຂົ້າໃຈ. ລາວໄດ້ຮັບສາລະພາບວ່າ ຖ້າຫາກລາວຈະຂຽນປະຫວັດຂອງລາວຄືນອີກ, ລາວຈະບໍ່ເລືອກຮ່ວມບາງຕອນທີ່ລາວໄດ້ຂຽນໄວ້. ແຕ່ດ້ວຍຮອຍຍິ້ມ, ລາວເວົ້າວ່າ, “ຂ້ອຍຕ້ອງມີອາຍຸຕໍ່ໄປອີກຈັກໜ້ອຍໜຶ່ງ ແລະ ເບິ່ງວ່າຈະມີຫຍັງເກີດຂຶ້ນ!” ລາວຍັງຍຶດໝັ້ນຕໍ່ພັນທະສັນຍາຢູ່ໃນເສັ້ນທາງນັ້ນຕໍ່ໄປ.
ນີໄຟໄດ້ສອນວ່າ:
“ຫລັງຈາກພວກທ່ານເຂົ້າໄປໃນທາງຄັບແຄບນັ້ນແລ້ວ, ຂ້າພະເຈົ້າຢາກຖາມວ່າເຮັດທຸກຢ່າງແລ້ວບໍ? ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ. …
“ດັ່ງນັ້ນ, ພວກທ່ານຕ້ອງມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ໂດຍມີຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ ແລະ ຄວາມຮັກຂອງພຣະເຈົ້າ ແລະ ຂອງມະນຸດທັງປວງ. ດັ່ງນັ້ນ, ຖ້າຫາກພວກທ່ານຈະມຸ້ງໜ້າຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ ແລະ ອົດທົນຈົນເຖິງທີ່ສຸດແລ້ວ, ຈົ່ງເບິ່ງ, ພຣະບິດາໄດ້ກ່າວໄວ້ດັ່ງນີ້: ເຈົ້າຈະມີຊີວິດນິລັນດອນ.”7
ເຮົາແຕ່ລະຄົນກໍຢູ່ໃນເສັ້ນທາງນັ້ນ. ຄ່ຳຄືນນີ້, ເຮົາຮ້ອງເພງກ່ຽວກັບການຍ່າງໄປໃນຄວາມສະຫວ່າງ. ຖ້າເປັນຄົນດຽວ, ເຮົາຈະເຂັ້ມແຂງ. ຖ້າພ້ອມກັບພຣະເຈົ້າ, ແລ້ວບໍ່ມີໃຜສາມາດຈະຢຸດຢັ້ງເຮົາໄດ້.
ພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ເອັມມາ ສະມິດ ວ່າ, “ຈົ່ງລື້ນເລີງ ແລະ ຊື່ນຊົມເຖີດ, ແລະ ແນບສະນິດຢູ່ກັບພັນທະສັນຍາ ຊຶ່ງເຈົ້າໄດ້ເຮັດ.”8
ເຮົາຊື່ນຊົມທີ່ຜ່ານການຮັກສາພັນທະສັນຍາຂອງເຮົາ, ເຮົາຈະຮູ້ສຶກເຖິງຄວາມຮັກຂອງພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ອຍໃຫ້ລອດພຣະເຢຊູຄຣິດ. ຂ້າພະເຈົ້າເປັນພະຍານວ່າ ພວກພຣະອົງຊົງພຣະຊົນຢູ່. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.