ເພາະຊັບສົມບັດຂອງທ່ານຢູ່ທີ່ໃດ
ຖ້າຫາກພວກເຮົາບໍ່ລະມັດລະວັງຕົວ, ພວກເຮົາຈະໄລ່ຕາມເລື່ອງທາງໂລກຫລາຍກວ່າໄລ່ຕາມເລື່ອງທາງວິນຍານ.
ຫລັງຈາກກອງປະຊຸມໃຫຍ່ສາມັນໃນເດືອນຕຸລາ ປີ 2007 ມີເພື່ອນຄົນໜຶ່ງບອກຂ້າພະເຈົ້າວ່າ ຈະມີອີກປະມານເຈັດປີກ່ອນຂ້າພະເຈົ້າຕ້ອງມີປະສົບການອັນໜ້າຢ້ານນີ້ອີກ. ຂ້າພະເຈົ້າຮູ້ສຶກໂລ່ງໃຈ ແລະ ບອກລາວວ່າ ຈະຖືຊ່ວງນັ້ນເປັນ “ເຈັດປີແຫ່ງຄວາມອຸດົມສົມບູນ.” ແຕ່ແລ້ວຂ້າພະເຈົ້າຢູ່ພີ້ ເຈັດປີແຫ່ງຄວາມອຸດົມສົມບູນກໍສິ້ນສຸດລົງແລ້ວ.
ເດືອນມັງກອນແລ້ວນີ້ ຂ້າພະເຈົ້າພ້ອມດ້ວຍເກຣສ ພັນລະຍາທີ່ຮັກ ໄດ້ຖືກມອບໝາຍໃຫ້ໄປຢາມຊາວສະມາຊິກຢູ່ເກາະຟິລິບປີນ ຜູ້ທີ່ຖືກທຳລາຍຈາກແຜ່ນດິນໄຫວໃຫຍ່ ແລະ ພະຍຸຮ້າຍແຮງ. ພວກເຮົາດີໃຈຫລາຍທີ່ໄດ້ຮັບການມອບໝາຍດັ່ງກ່າວ ເພາະເປັນການຕອບຄຳອະທິຖານຂອງພວກເຮົາ ແລະ ເປັນພະຍານກ່ຽວກັບພຣະເມດຕາ ແລະ ຄວາມດີຂອງພຣະບິດາເທິງສະຫວັນທີ່ແສນຮັກ. ມັນເຮັດໃຫ້ພວກເຮົາຈະໄດ້ຢູ່ໃກ້ເປັນສ່ວນຕົວ ແລະ ສະແດງຄວາມຮັກ, ຄວາມເປັນຫ່ວງເປັນໄຍຕໍ່ເຂົາເຈົ້າໂດຍຕົງ.
ຊາວສະມາຊິກສ່ວນຫລາຍທີ່ພວກເຮົາໄດ້ພົບ ກໍຍັງອາໄສຢູ່ບ່ອນຊົ່ວຄາວ ຄືຜ້າເຕັ້ນ, ສູນຊຸມຊົນ, ແລະ ໂບດ. ບ້ານທີ່ພວກເຮົາໄປຢາມນັ້ນມີຫລັງຄາບາງສ່ວນ ຫລື ບໍ່ມີຫລັງຄາເລີຍ. ເຂົາເຈົ້າບໍ່ມີຊັບສິນຫລາຍ ແລະ ຂອງທີ່ເຂົາເຈົ້າເຄີຍມີ ສ່ວນຫລາຍກໍຫາຍໄປແລ້ວ. ມີຂີ້ຕົມຂີ້ເຫຍື້ອທົ່ວໆໄປ. ແຕ່ເຂົາເຈົ້າເຕັມປ່ຽມໄປດ້ວຍຄວາມກະຕັນຍູສຳລັບຄວາມຊ່ອຍເຫລືອທີ່ໄດ້ຮັບ ແລະ ມີຄວາມສຸກ ເຖິງແມ່ນຢູ່ໃນສະພາບອັນຫຍຸ້ງຍາກ. ເມື່ອພວກເຮົາຖາມວ່າ ເຂົາເຈົ້າເປັນຈັ່ງໃດ ທຸກຄົນໄດ້ຕອບຢ່າງແຈ່ມແຈ້ງວ່າ, “ພໍຢູ່ໄດ້.” ເຫັນໄດ້ຢ່າງແຈ່ມແຈ້ງວ່າ ສັດທາໃນພຣະເຢຊູຄຣິດຂອງເຂົາເຈົ້າຍ່ອມໃຫ້ເຂົາເຈົ້າມີຄວາມຫວັງວ່າ ທຸກຢ່າງຈະດີໃນທີ່ສຸດ. ຢູ່ບ້ານກໍຕາມ, ຢູ່ໃນຜ້າເຕັ້ນກໍຕາມ, ຊິດສະເຕີ ເຕ ກັບຂ້າພະເຈົ້າໄດ້ຮັບການສອນຈາກສິດທິຊົນດີໆເຫລົ່ານີ້.
ໃນຕອນທີ່ມີໄພພິບັດ ພຣະຜູ້ເປັນເຈົ້າມີວິທີທາງທີ່ຈະຊ່ອຍພວກເຮົາໃຫ້ເອົາໃຈໃສ່ໃໝ່ກັບເລື່ອງສ່ວນຕົວ ແລະ ລຳດັບຄວາມສຳຄັນ. ໃນທັນທີ ຊັບສົມບັດສິ່ງຂອງທີ່ພວກເຮົາໄດ້ເຮັດວຽກໜັກເພື່ອ ບໍ່ໄດ້ມີຄວາມສຳຄັນເລີຍ. ສິ່ງທີ່ສຳຄັນຄືຄອບຄົວ ແລະ ຄວາມສຳພັນທີ່ມີຕໍ່ກັນ. ມີສະຕີຄົນໜຶ່ງເວົ້າວ່າ “ຫລັງຈາກນ້ຳແຫ້ງລົງແລ້ວ ແລະ ພວກເຮົາໄດ້ເລີ່ມທຳຄວາມສະອາດ. ຂ້ອຍເບິ່ງເຮືອນຂອງຂ້ອຍ ແລະ ຄິດວ່າ ‘ໂທ ເຮົາໄດ້ທ້ອນຫອມຂີ້ເຫຍື້ອເຫລົ່ານີ້ໄວ້ຕັ້ງຫລາຍປີແລ້ວ.’”
ຂ້າພະເຈົ້າຄິດວ່າ ສະຕີຄົນນີ້ມີຄວາມຄິດຄວາມເຫັນດີກວ່າ ແລະ ຕໍ່ໄປນີ້ຈະລະມັດລະວັງໃນການເລືອກວ່າສິ່ງໃດທີ່ຈຳເປັນ ແລະ ສິ່ງໃດທີ່ລາວບໍ່ຕ້ອງການ.
ໂດຍການເຮັດວຽກກັບສະມາຊິກຫລາຍຄົນເປັນເວລາຫລາຍປີ ພວກເຮົາກໍພໍອົກພໍໃຈທີ່ເຫັນພະລັງທາງວິນຍານຢ່າງລົ້ນເຫລືອ. ພວກເຮົາເຫັນໃນຊາວສະມາຊິກດັ່ງກ່າວ ມີຄົນຮັ່ງມີ ມີຄົນຂັດສົນ ໃນບັນດາສະມາຊິກທີ່ຊື່ສັດເຫລົ່ານີ້.
ເພາະເປັນເລື່ອງຈຳເປັນ ພວກເຮົາສ່ວນຫລາຍຕ້ອງເຮັດການງານເພື່ອຈະໄດ້ເງິນໄດ້ຊັບສົມບັດທາງໂລກ ເພື່ອລ້ຽງດູຄອບຄົວຂອງພວກເຮົາ. ອັນນີ້ໃຊ້ເວລາ ໃຊ້ການເອົາໃຈໃສ່ຫລາຍຂອງພວກເຮົາ. ຊັບສິນຂອງໂລກບໍ່ມີທີ່ສຸດ ດັ່ງນັ້ນກໍສຳຄັນທີ່ສຸດທີ່ພວກເຮົາຮຽນທີ່ຈະຮູ້ຈັກການມີພໍແລ້ວ. ຖ້າຫາກພວກເຮົາບໍ່ລະມັດລະວັງຕົວ ພວກເຮົາຈະໄລ່ຕາມເລື່ອງທາງໂລກຫລາຍກວ່າໄລ່ຕາມເລື່ອງທາງວິນຍານ. ແລ້ວການໄລ່ຕາມເລື່ອງທາງວິນຍານ ທາງນິລັນດອນ ຈະມີລຳດັບທີ່ຕ່ຳກວ່າ ແທນທີ່ຈະມີລຳດັບທີ່ສຳຄັນກວ່າ. ເປັນຕາເສຍດາຍທີ່ຄືມີຄວາມຢາກໄດ້ຊັບສິນຫລາຍຂຶ້ນກວ່າເກົ່າ ແລະ ເພື່ອເປັນເຈົ້າຂອງສິ່ງທັນສະໄໝທີ່ສຸດ.
ພວກເຮົາຈະປ້ອງກັນຕົວບໍ່ໃຫ້ຖືກຫລອກໄປຕາມທາງນີ້ໄດ້ແນວໃດ? ຢາໂຄບໃຫ້ຄຳແນະນຳນີ້ວ່າ: “ດັ່ງນັ້ນ, ຢ່າໄດ້ໃຊ້ເງິນເພື່ອສິ່ງທີ່ບໍ່ມີຄຸນຄ່າ ຫລື ໃຊ້ແຮງງານຂອງທ່ານ ເພື່ອສິ່ງທີ່ໃຫ້ຄວາມພໍໃຈບໍ່ໄດ້. ຈົ່ງຟັງຂ້າພະເຈົ້າຢ່າງພາກພຽນ ແລະ ຈື່ຈຳຖ້ອຍຄຳທີ່ຂ້າພະເຈົ້າເວົ້າໄວ້ ແລະ ຈົ່ງມາເຝົ້າພຣະຜູ້ບໍລິສຸດຂອງອິດສະຣາເອນ ແລະ ຢູ່ກັບສິ່ງທີ່ບໍ່ຕາຍ ແລະ ເນົ່າເປື່ອຍບໍ່ໄດ້ ແລະ ຈົ່ງໃຫ້ຈິດວິນຍານຂອງທ່ານເບີກບານໃນຄວາມສົມບູນ.”1
ຂ້າພະເຈົ້າຫວັງວ່າ ບໍ່ມີຜູ້ໃດໃນພວກເຮົາທີ່ໃຊ້ເງິນເພື່ອສິ່ງທີ່ບໍ່ມີຄຸນຄ່າ ຫລື ໃຊ້ແຮງງານເພື່ອສິ່ງທີ່ໃຫ້ຄວາມພໍໃຈບໍ່ໄດ້.
ພຣະຜູ້ຊ່ອຍໃຫ້ລອດໄດ້ສອນເລື່ອງຕໍ່ໄປໃຫ້ທັງຊາວຢິວ ແລະຊາວນີໄຟວ່າ:
“ຢ່າສະສົມຊັບສົມບັດສຳລັບພວກທ່ານໄວ້ໃນແຜ່ນດິນໂລກນີ້ ບ່ອນທີ່ມອດ ແລະ ຂີ້ໝ້ຽງກັດກິນໄດ້ ແລະ ໂຈນງັດແງະເຂົ້າໄປລັກເອົາໄດ້;
“ແຕ່ຈົ່ງສະສົມຊັບສົມບັດສຳລັບພວກທ່ານໄວ້ໃນສະຫວັນ ບ່ອນທີ່ມອດ ແລະ ຂີ້ໝ້ຽງກັດກິນບໍ່ໄດ້ ແລະ ໂຈນງັດແງະເຂົ້າໄປລັກເອົາບໍ່ໄດ້.
“ເພາະຊັບສົມບັດຂອງທ່ານຢູ່ທີ່ໃດ ຈິດໃຈຂອງທ່ານກໍຢູ່ທີ່ນັ້ນ.”2
ອີກເທື່ອໜຶ່ງ ພຣະຜູ້ຊ່ອຍໃຫ້ລອດໄດ້ໃຊ້ຄຳອຸບປະມານີ້:
“ເສດຖີຄົນໜຶ່ງມີທີ່ດິນຊຶ່ງເກີດຜົນລະປູກໄດ້ດີ:
“ເສດຖີຄົນນີ້ເລີ່ມຄິດໃນໃຈວ່າ ຂ້ອຍບໍ່ມີບ່ອນພຽງພໍເພື່ອຈະເກັບຜົນລະປູກທັງໝົດນີ້ໄວ້ ຂ້ອຍຈະເຮັດຈັ່ງໃດດີ?
“ແລ້ວເສດຖີກໍເວົ້າວ່າ ຂ້ອຍຈະເຮັດດັ່ງນີ້: ຂ້ອຍຈະມ້າງເລົ້າທັງຫລາຍທີ່ຂ້ອຍມີຢູ່ ແລະ ສ້າງເລົ້າໃໝ່ໃຫຍ່ກວ່າເກົ່າຂຶ້ນແທນ ແລະ ເອົາຜົນລະປູກກັບສິ່ງຂອງທັງໝົດ ທີ່ຂ້ອຍມີຢູ່ໄວ້ໃນບ່ອນນັ້ນ.
“ແລ້ວຂ້ອຍກໍຈະເວົ້າກັບຕົວເອງວ່າ ຊ່າງໂຊກດີແທ້ໆ! ຂ້ອຍມີເຂົ້າຂອງດີໆທັ້ງນັ້ນ ເພື່ອໄວ້ກິນພໍຄວາມຕ້ອງການຕັ້ງຫລາຍໆປີ. ຈົ່ງໃຊ້ຊີວິດຢ່າງສະບາຍ ຈົ່ງກິນ ຈົ່ງດື່ມ ແລະ ຈົ່ງທຳໃຫ້ຕົນເອງມ່ວນຊື່ນ!
“ແຕ່ພຣະເຈົ້າໄດ້ກ່າວແກ່ລາວວ່າ ຄົນໂງ່ເອີຍ! ໃນຄືນນີ້ແຫລະຊີວິດຂອງເຈົ້າຈະດັບໄປຈາກເຈົ້າ; ສ່ວນສິ່ງຂອງທີ່ເຈົ້າໄດ້ຫາມາໄວ້ນັ້ນ ຈະຕົກເປັນຂອງໃຜ?
“ຄົນທີ່ທ້ອນໂຮມຊັບສົມບັດໄວ້ສຳລັບຕົນເອງ ແລະ ບໍ່ຮັ່ງມີໃນສາຍຕາຂອງພຣະເຈົ້າ ກໍເປັນດັ່ງນີ້ແຫລະ.”3
ບໍ່ດົນມານີ້ ປະທານດີເດີ ແອັຟ ອຸກດອບ ໄດ້ໃຫ້ຄຳແນະນຳດັ່ງຕໍ່ໄປນີ້ວ່າ:
“ພຣະບິດາເທິງສະຫວັນເຫັນຄວາມສາມາດຂອງເຮົາ. ພຣະອົງຮູ້ຈັກສິ່ງທີ່ເຮົາບໍ່ຮູ້ຈັກກ່ຽວກັບຕົວເຮົາເອງ. ພຣະອົງເຕືອນເຮົາໃນຊ່ວງໄລຍະທີ່ເຮົາມີຊີວິດຢູ່ ເພື່ອເຮົາຈະໄດ້ບັນລຸຄວາມສຳເລັດຂັ້ນສູງສຸດ, ມີຊີວິດທີ່ດີ, ແລະ ກັບຄືນໄປຫາທີ່ປະທັບຂອງພຣະອົງ.
“ແລ້ວເປັນຫຍັງເຮົາຈຶ່ງໃຊ້ເວລາ ແລະ ກຳລັງວັງຊາຢ່າງຫລວງຫລາຍກັບສິ່ງທີ່ເປັນຂອງໂລກ, ທີ່ບໍ່ສຳຄັນ, ແລະ ບໍ່ມີຄ່າ? ເຮົາບໍ່ຢາກຍອມຮັບວ່າ ເຮົາພະຍາຍາມສະແຫວງຫາສິ່ງທີ່ເລັກນ້ອຍ ແລະ ຊົ່ວຄາວບໍ?”4
ພວກເຮົາທຸກຄົນຮູ້ລາຍການຊັບສົມບັດແຫ່ງໂລກກໍມີຄວາມທະນົງຕົວ ຄວາມຮັ່ງມີ ຊັບສິນຂອງໂລກ ອຳນາດ ແລະ ກຽດຈາກມະນຸດ. ບໍ່ສົມຄວນທີ່ຈະໃຫ້ເວລາ ແລະ ການເອົາໃຈໃສ່ກັບສິ່ງເຫລົ່ານັ້ນໃຫ້ກາຍເກີນໄປ, ສະນັ້ນ ຂ້າພະເຈົ້າຈະເອົາໃຈໃສ່ກັບເລື່ອງທີ່ຈະເປັນຊັບສົມບັດຂອງເຮົາໃນສະຫວັນ.
ມີຫຍັງແດ່ ທີ່ແມ່ນຊັບສົມບັດໃນສະຫວັນ ທີ່ພວກເຮົາສາມາດສະສົມໄວ້? ເປັນຕົ້ນ ຈະດີກວ່າຖ້າໃຫ້ພວກເຮົາມີຄຸນສົມບັດເໝືອນດັ່ງພຣະຄຣິດ ຄືສັດທາ ຄວາມຫວັງ ຄວາມຖ່ອມຕົວ ແລະ ຄວາມໃຈບຸນ. ພວກເຮົາໄດ້ຮັບການແນະນຳເລື້ອຍໆທີ່ “ປະຖິ້ມທຳມະຊາດຂອງມະນຸດ ແລະ...[ກາຍ]ເປັນຄືກັນກັບເດັກນ້ອຍ.”5 ຄຳແນະນຳຂອງພຣະຜູ້ຊ່ອຍໃຫ້ລອດແມ່ນເພື່ອໃຫ້ພວກເຮົາພະຍາຍາມເປັນຄົນດີພ້ອມຄືກັນກັບພຣະອົງ ແລະ ພຣະບິດາເທິງສະຫວັນຂອງເຮົາ.6
ສອງ ພວກເຮົາຕ້ອງໃຊ້ເວລາ ແລະ ການກະທຳທີ່ມີປະສິດທິພາບຫລາຍຂຶ້ນໃນການເສີມຄວາມສຳພັນໃນຄອບຄົວ. ເປັນທີ່ວ່າ “ຄອບຄົວແມ່ນຖືກແຕ່ງຕັ້ງຂຶ້ນໂດຍພຣະເຈົ້າ. ມັນເປັນໜ່ວຍທີ່ສຳຄັນທີ່ສຸດໃນການເວລາ ແລະ ໃນນິລັນດອນ.”7
ສາມ ການຮັບໃຊ້ຄົນອື່ນແມ່ນລັກສະນະພິເສດຂອງຄົນທີ່ຕິດຕາມພຣະຄຣິດແທ້ໆ. ພຣະອົງກ່າວວ່າ “ເມື່ອໃດພວກທ່ານໄດ້ເຮັດແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດໃນພວກພີ່ນ້ອງເຫລົ່ານີ້ຂອງເຮົາ ພວກທ່ານກໍໄດ້ເຮັດແກ່ເຮົາ.”8
ສີ່ ການເຂົ້າໃຈຫລັກຄຳສອນຂອງພຣະຄຣິດ ແລະ ການເສີມກຳລັງປະຈັກພະຍານຂອງພວກເຮົາ ແມ່ນວຽກງານທີ່ນຳຄວາມສຸກຄວາມພໍໃຈມາໃຫ້ອີຫລີ. ພວກເຮົາຕ້ອງຮຽນພຣະຄຳຂອງພຣະຄຣິດເປັນປະຈຳ ດັ່ງທີ່ມີຢູ່ໃນພຣະຄຳພີ ແລະ ໃນຄຳຂອງສາດສະດາທີ່ມີຊີວິດຢູ່. “ເພາະຈົ່ງເບິ່ງ ພຣະຄຳຂອງພຣະຄຣິດຈະບອກພວກທ່ານທຸກຢ່າງທີ່ພວກທ່ານຄວນເຮັດ.”9
ຂ້າພະເຈົ້າຂໍຈົບໂດຍການເລົ່າເລື່ອງແມ່ໝ້າຍຄົນໜຶ່ງອາຍຸ 73 ປີ ທີ່ເຮົາໄດ້ພົບຕອນໄປຢ້ຽມຢາມເກາະຟິລິບປີນ:
ເມື່ອແຜ່ນດິນໄຫວເກີດຢູ່ເກາະໂບໂຮລ ເຮືອນທີ່ນາງພ້ອມກັບຜົວໄດ້ສ້າງໂດຍອອກແຮງຫລາຍນັ້ນ ກໍຖືກພັງທະລາຍ ແລະ ໄດ້ຂ້າລູກສາວຫລານຊາຍຂອງນາງ. ໂດຍທີ່ຢູ່ຄົນດຽວ ນາງຕ້ອງເຮັດວຽກເພື່ອຫາລ້ຽງຊີບ. ນາງໄດ້ເລີ່ມຊັກຜ້າ (ຊຶ່ງລາວໄດ້ຊັກດ້ວຍມື ບໍ່ໄດ້ໃຊ້ເຄື່ອງ) ແລະ ນາງຕ້ອງຂຶ້ນໆລົງໆເນີນພູໃຫຍ່ມື້ລະຫລາຍເທື່ອເພື່ອໄປເອົານ້ຳສົດ. ຕອນທີ່ພວກເຮົາໄປຢາມ ນາງຍັງຢູ່ໃນຜ້າເຕັ້ນ.
ນີ້ແມ່ນຄຳເວົ້າຂອງນາງ: “ແອວເດີ ຂ້ອຍຍອມຮັບທຸກສິ່ງທຸກຢ່າງທີ່ພຣະຜູ້ເປັນເຈົ້າປະສົງໃຫ້ຂ້ອຍຕ້ອງທົນ. ຂ້ອຍບໍ່ໃຈຮ້າຍດອກ. ຂ້ອຍກໍນັບຖືໃບຮັບຮອງເຂົ້າພຣະວິຫານວ່າເປັນສິ່ງພິເສດ ແລະ ເກັບມັນໄວ້ໃຕ້ໝອນຂ້ອຍ. ຂໍໃຫ້ຮູ້ວ່າ ຂ້ອຍຈ່າຍເງິນສ່ວນສິບເຕັມສ່ວນ ຈາກລາຍໄດ້ແຕ່ນ້ອຍທີ່ໄດ້ຈາກການຊັກຜ້າ. ບໍ່ວ່າຊິມີຫຍັງເກີດຂຶ້ນ ຂ້ອຍຊິຈ່າຍເງິນສ່ວນສິບຕະຫລອດໄປ.”
ຂ້າພະເຈົ້າຂໍເປັນພະຍານວ່າ ລຳດັບຄວາມສຳຄັນ, ນິໄສ, ຄວາມໂອ່ນອຽງ, ຄວາມປາດຖະໜາ, ຄວາມຕ້ອງການ, ແລະ ອາລົມຂອງພວກເຮົາມີຜົນກະທົບກັບສະພາບຂອງພວກເຮົາໃນພາຍໜ້າ. ຂໍໃຫ້ພວກເຮົາຈື່ຈຳພຣະຄຳຂອງພຣະຜູ້ຊ່ອຍໃຫ້ລອດສະເໝີໄປ ທີ່ວ່າ: “ເພາະຊັບສົມບັດຂອງທ່ານຢູ່ທີ່ໃດ ຈິດໃຈຂອງທ່ານກໍຢູ່ທີ່ນັ້ນ.” ຂໍໃຫ້ເຮົາພົບເຫັນຫົວໃຈຂອງພວກເຮົາຢູ່ໃນບ່ອນທີ່ຖືກຕ້ອງ, ນີ້ແມ່ນຄຳອະທິຖານຂອງຂ້າພະເຈົ້າໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.