ບຸລຸດແຫ່ງຖານະປະໂລຫິດ
ພວກທ່ານສາມາດເປັນແບບຢ່າງທີ່ດີເລີດ, ພໍປານກາງ, ຫລື ວ່າແບບຢ່າງທີ່ບໍ່ດີກໍໄດ້. ພວກທ່ານອາດຄິດວ່າມັນບໍ່ສຳຄັນ, ແຕ່ມັນສຳຄັນຕໍ່ພຣະຜູ້ເປັນເຈົ້າ.
ເຮົາທຸກຄົນມີວິລະບຸລຸດ, ໂດຍສະເພາະຕອນເຮົາຍັງນ້ອຍ. ຂ້າພະເຈົ້າໄດ້ເກີດ ແລະ ໄດ້ເຕີບໂຕຂຶ້ນໃນ ເມືອງພຣິນສະຕັນ ລັດນິວຢອກ ຊີທີ ສະຫະລັດ. ທິມກິລາທີ່ມີຊື່ສຽງດັງທີ່ສຸດໃກ້ບ່ອນທີ່ພວກເຮົາໄດ້ອາໄສຢູ່ ໄດ້ມີສູນກາງຢູ່ໃນເມືອງນິວຢອກ. ນັ້ນເປັນສູນກາງຂອງເບສະບານມືອາຊີບສາມທິມໃນສະໄໝນັ້ນ ຄື: ທິມ ບຣຸກລິນ ດາດເຈີ, ນິວຢອກ ຈາຍແອ້ນ, ແລະ ນິວຢອກ ແຢງກີ. ເມືອງຟິລາເດັນເຟຍ ແຮ່ງໃກ້ບ້ານຂອງພວກເຮົາ ແລະ ເປັນສູນກາງຂອງທິມເບສະບານຂອງ ແອັດລາຕິກ ແລະ ຟີລີ. ມີນັກຫລິ້ນເບສະບານຫລາຍຄົນທີ່ຈະເປັນວິລະບຸລຸດໄດ້ໃນສາຍຕາຂອງຂ້າພະເຈົ້າ.
ໂຈ ດີມາຈີໂອ, ທີ່ໄດ້ຫລິ້ນໃຫ້ທິມນິວຢອກ ແຢງກີ ໄດ້ເປັນວິລະບຸລຸດທາງກິລາເບສະບານສຳລັບຂ້າພະເຈົ້າ. ເມື່ອອ້າຍນ້ອງ ແລະ ໝູ່ເພື່ອນຂອງຂ້າພະເຈົ້າໄດ້ຫລິ້ນເບສະບານຢູ່ເດີ່ນຫລິ້ນໃນໂຮງຮຽນໃກ້ບ້ານຂອງພວກເຮົາ, ຂ້າພະເຈົ້າໄດ້ພະຍາຍາມແກວ່ງໄມ້ຕີບານຕາມວິທີທີ່ ໂຈ ດີມາຈີໂອ ໄດ້ເຮັດ. ຕອນນັ້ນເປັນຊ່ວງເວລາກ່ອນມີໂທລະທັດ, (ມັນເປັນປະຫວັດສາດ), ສະນັ້ນຂ້າພະເຈົ້າມີພຽງແຕ່ຮູບຈາກໜັງສືພິມເທົ່ານັ້ນທີ່ຈະຮຽນແບບການແກວ່ງຂອງລາວ.
ຕອນຂ້າພະເຈົ້າເຕີບໂຕຂຶ້ນ, ພໍ່ຂອງຂ້າພະເຈົ້າໄດ້ຂັບລົດພາຂ້າພະເຈົ້າໄປສະໜາມ ແຢງກີ. ນີ້ເປັນເທື່ອດຽວເທົ່ານັ້ນທີ່ຂ້າພະເຈົ້າໄດ້ເຫັນ ໂຈ ດີມາຈີໂອ ຫລິ້ນບານ. ຂ້າພະເຈົ້າຍັງຈຳໄດ້ຢ່າງແຈ່ມແຈ້ງ ຄືກັນກັບວ່າຂ້າພະເຈົ້າຍັງຢູ່ທີ່ນັ້ນຢູ່, ຂ້າພະເຈົ້າໄດ້ເຫັນລາວແກວ່ງໄມ້ຕີບານນັ້ນ ແລະ ເຫັນໝາກບານສີຂາວບິນມາຕົກໃສ່ບ່ອນທີ່ຜູ້ຊົມກິລານັ່ງຢູ່ທາງຫລັງເດີ່ນ.
ຕາມຈິງແລ້ວ, ຄວາມສາມາດຫລິ້ນເບສະບານຂອງຂ້າພະເຈົ້າບໍ່ເກັ່ງຫຍັງເລີຍເມື່ອທຽບໃສ່ວິລະບຸລຸດໃນໄວເດັກຂອງຂ້າພະເຈົ້າ. ແຕ່ສາມສີ່ເທື່ອທີ່ຂ້າພະເຈົ້າໄດ້ຕີໝາກບານນັ້ນໄດ້ດີທີ່ສຸດ, ຂ້າພະເຈົ້າໄດ້ຮຽນແບບລະດັບຂອງການຕີທີ່ມີພະລັງຂອງລາວເທົ່າທີ່ຂ້າພະເຈົ້າເຮັດໄດ້.
ເມື່ອເຮົາເລືອກວິລະບຸລຸດຂອງເຮົາ, ເຮົາຈະເລີ່ມຮຽນແບບສິ່ງທີ່ເຮົານັບຖືຫລາຍທີ່ສຸດໃນຕົວເຂົາ, ທັງຮູ້ສຶກ ຫລື ບໍ່ຮູ້ສຶກຕົວ.
ຢ່າງມີຄວາມສຸກ, ພໍ່ແມ່ຜູ້ສະຫລາດຂອງຂ້າພະເຈົ້າໄດ້ໃຫ້ຂ້າພະເຈົ້າພົວພັນກັບຄົນທີ່ມີຄຸນຄ່າທີ່ຈະເປັນວິລະບຸລຸດຂອງຂ້າພະເຈົ້າຕອນຂ້າພະເຈົ້າຍັງນ້ອຍ. ພໍ່ຂອງຂ້າພະເຈົ້າພາຂ້າພະເຈົ້າໄປສະໜາມ ແຢງກີ ເທື່ອດຽວເພື່ອຂ້າພະເຈົ້າຈະໄດ້ເຫັນວິລະບຸລຸດເບສະບານຂອງຂ້າພະເຈົ້າຫລິ້ນບານ, ແຕ່ທຸກໆວັນອາທິດ ເພິ່ນໃຫ້ຂ້າພະເຈົ້າສັງເກດເຫັນບຸລຸດແຫ່ງຖານະປະໂລຫິດ ຜູ້ທີ່ໄດ້ກາຍເປັນວິລະບຸລຸດ. ວິລະບຸລຸດຄົນນັ້ນໄດ້ຫລໍ່ຫລອມຊີວິດຂອງຂ້າພະເຈົ້າ. ພໍ່ຂອງຂ້າພະເຈົ້າໄດ້ເປັນປະທານຂອງສາຂານ້ອຍໆທີ່ໄດ້ປະຊຸມກັນຢູ່ທີ່ບ້ານຂອງພວກເຮົາ. ແທ້ຈິງແລ້ວ, ຖ້າຫາກທ່ານລົງໄປຕາລ່າງເຮືອນຂອງຂ້າພະເຈົ້າໃນວັນອາທິດຕອນເຊົ້າ, ທ່ານຈະເຫັນວ່າມັນກາຍເປັນໂບດ. ສາຂາຂອງພວກເຮົາບໍ່ເຄີຍມີຄົນມາຮ່ວມເກີນກວ່າ 30 ຄົນ.
ມີຊາຍໜຸ່ມຄົນໜຶ່ງທີ່ຂັບລົດມາສົ່ງແມ່ຂອງລາວເຖິງທີ່ປະຊຸມຢູ່ບ້ານຂອງພວກເຮົາ, ແຕ່ລາວບໍ່ເຄີຍເຂົ້າມາໃນບ້ານ. ລາວບໍ່ໄດ້ເປັນສະມາຊິກ. ພໍ່ຂ້ອງຂ້າພະເຈົ້າໄດ້ເປັນຜູ້ທີ່ໄດ້ສຳເລັດຜົນໃນການເຊື້ອເຊີນລາວ ໂດຍການອອກໄປຫາລາວຢູ່ບ່ອນທີ່ລາວຈອດລົດ ແລະ ໄດ້ເຊື້ອເຊີນລາວໃຫ້ເຂົ້າມາບ້ານຂອງພວກເຮົາ. ລາວໄດ້ຮັບບັບຕິສະມາ ແລະ ໄດ້ກາຍເປັນຜູ້ນຳຂອງຖານະປະໂລຫິດຂອງຂ້າພະເຈົ້າຄົນທຳອິດ ແລະ ພຽງຜູ້ດຽວ. ລາວໄດ້ກາຍເປັນວິລະບຸລຸດແຫ່ງຖານະປະໂລຫິດຂອງຂ້າພະເຈົ້າ. ຂ້າພະເຈົ້າຍັງຈຳຮູບປັ້ນເປັນໄມ້ທີ່ລາວໄດ້ມອບໃຫ້ຂ້າພະເຈົ້າເພື່ອເປັນລາງວັນ ຫລັງຈາກພວກເຮົາໄດ້ສຳເລັດໂຄງການທີ່ໄດ້ຕັດຟືນໃຫ້ແມ່ໝ້າຍຄົນໜຶ່ງ. ຂ້າພະເຈົ້າໄດ້ພະຍາຍາມຈະເປັນເໝືອນດັ່ງລາວ ເມື່ອໃດກໍຕາມຕອນຂ້າພະເຈົ້າໃຫ້ຄຳຊົມທີ່ເໝາະສົມໃຫ້ແກ່ຜູ້ຮັບໃຊ້ຂອງພຣະເຈົ້າ.
ຂ້າພະເຈົ້າໄດ້ເລືອກວິລະບຸລຸດອີກຄົນໜຶ່ງໃນສາຂານ້ອຍໆຂອງສາດສະໜາຈັກ. ລາວໄດ້ເປັນທະຫານເຮືອຂອງສະຫະລັດ ຜູ້ທີ່ໄດ້ມາກອງປະຊຸມຂອງພວກເຮົາ ໃສ່ຊຸດເຄື່ອງແບບສີຂຽວຂອງລາວ. ນັ້ນເປັນເວລາສົງຄາມ, ແລະ ສິ່ງດຽວນັ້ນກໍເຮັດໃຫ້ລາວເປັນວິລະບຸລຸດຂອງຂ້າພະເຈົ້າແລ້ວ. ກອງທັບທະຫານເຮືອໄດ້ສົ່ງລາວມາຮຽນທີ່ມະຫາວິທະຍາໄລ ພຣິນສະຕັນ ເພື່ອສຶກສາເພີ່ມເຕີ່ມ. ແຕ່ສຳຄັນກວ່າການພູມໃຈກັບຊຸດເຄື່ອງແບບຂອງລາວ, ຂ້າພະເຈົ້າໄດ້ເບິ່ງລາວຫລິ້ນເປັນຫົວໜ້າຂອງທິມຟຸດບານອະເມຣິກາຂອງທິມມະຫາວິທະຍາໄລ ພຣິນສະຕັນ. ຂ້າພະເຈົ້າໄດ້ເຫັນລາວຫລິ້ນໃນທິມບານບ້ວງທີ່ມະຫາວິທະຍາໄລ ແລະ ໄດ້ເຫັນລາວຫລິ້ນເປັນຜູ້ຮັບໝາກບານທີ່ດີເດັ່ນໃນທິມເບສະບານນຳອີກ.
ແຕ່ຫລາຍໄປກວ່ານັ້ນ, ລາວໄດ້ມາບ້ານຂອງຂ້າພະເຈົ້າໃນກາງອາທິດເພື່ອສອນວິທີທີ່ຈະໂຍນບານເຂົ້າບ້ວງໃຫ້ຂ້າພະເຈົ້າ ທັງໃຊ້ມືຊ້າຍ ແລະ ມືຂວາຂອງຂ້າພະເຈົ້າ. ລາວໄດ້ບອກຂ້າພະເຈົ້າວ່າຂ້າພະເຈົ້າຈະຕ້ອງການຄວາມຊຳນານນັ້ນ ເພາະວ່າມື້ໃດມື້ໜຶ່ງຂ້າພະເຈົ້າຈະໄດ້ຫລິ້ນບານໃຫ້ທິມທີ່ດີ. ຂ້າພະເຈົ້າບໍ່ໄດ້ຮັບຮູ້ໃນເວລານັ້ນ, ແຕ່ສຳລັບຂ້າພະເຈົ້າແລ້ວ, ເປັນເວລາຫລາຍປີ ລາວໄດ້ເປັນແບບຢ່າງຂອງບຸລຸດແຫ່ງຖານະປະໂລຫິດທີ່ຈິງຈັງ.
ທ່ານແຕ່ລະຄົນຈະເປັນແບບຢ່າງຂອງບຸລຸດແຫ່ງຖານະປະໂລຫິດ ບໍ່ວ່າທ່ານຢາກຈະເປັນ ຫລື ບໍ່. ພວກທ່ານກາຍເປັນຄົນທີ່ໄຕ້ໂຄມເມື່ອພວກທ່ານຮັບເອົາຖານະປະໂລຫິດ. ພຣະຜູ້ເປັນເຈົ້າວາງພວກທ່ານໄວ້ເທິງຫິ້ງເພື່ອສ່ອງແສງສະຫວ່າງໃຫ້ທຸກໆຄົນທີ່ຢູ່ອ້ອມຮອບພວກທ່ານ. ນັ້ນແຮ່ງເປັນຄວາມຈິງແທ້ໆສຳລັບຜູ້ທີ່ຢູ່ໃນກຸ່ມຖານະປະໂລຫິດຂອງພວກທ່ານ. ພວກທ່ານສາມາດເປັນແບບຢ່າງທີ່ດີເລີດ, ພໍປານກາງ, ຫລື ວ່າແບບຢ່າງທີ່ບໍ່ດີກໍໄດ້. ພວກທ່ານອາດຄິດວ່າມັນບໍ່ສຳຄັນ, ແຕ່ມັນສຳຄັນຕໍ່ພຣະຜູ້ເປັນເຈົ້າ. ພຣະອົງໄດ້ກ່າວຕາມວິທີນີ້ວ່າ:
“ພວກທ່ານເປັນແສງສະຫວ່າງສຳລັບໂລກນີ້. ເມືອງທີ່ຕັ້ງຢູ່ເທິງໂນນພູກໍເປັນທີ່ບັງໄວ້ບໍ່ໄດ້.
“ບໍ່ຫ່ອນມີຜູ້ໃດເມື່ອໄຕ້ໂຄມໄຟແລ້ວເອົາກະຖັງມາກວມ, ແຕ່ລາວຫ້ອຍມັນໄວ້ເທິງຫິ້ງ ເພື່ອໃຫ້ສ່ອງແຈ້ງໃສ່ທຸກໆຄົນທີ່ອາໄສຢູ່ໃນເຮືອນ.
“ໃນທຳນອງດຽວກັນນີ້ແຫລະ ແສງສະຫວ່າງທີ່ຢູ່ໃນພວກທ່ານນັ້ນ ຕ້ອງສ່ອງແຈ້ງຕໍ່ໜ້າຄົນທັງຫລາຍ ເພື່ອວ່າພວກເຂົາຈະໄດ້ເຫັນຄຸນງາມຄວາມດີທີ່ພວກທ່ານເຮັດ, ແລະ ພວກເຂົາຈະສັນລະເສີນພຣະບິດາຂອງພວກທ່ານທີ່ສະຖິດຢູ່ໃນສະຫວັນ.”1
ຂ້າພະເຈົ້າໄດ້ຮັບພອນໂດຍຕົວຢ່າງຂອງຜູ້ດຳລົງຖານະປະໂລຫິດທີ່ປະເສີດໃນກຸ່ມບ່ອນທີ່ຂ້າພະເຈົ້າໄດ້ຮັບໃຊ້. ພວກທ່ານສາມາດເຮັດສິ່ງທີ່ເຂົາເຈົ້າໄດ້ເຮັດສຳລັບຂ້າພະເຈົ້າ ໂດຍການເປັນຕົວຢ່າງສຳລັບຄົນອື່ນທີ່ຈະເຮັດຕາມ.
ຂ້າພະເຈົ້າໄດ້ສັງເກດເຫັນບຸກຄະລິກລັກສະນະສາມຢ່າງທີ່ຄ້າຍຄືກັນຈາກຜູ້ດຳລົງຖານະປະໂລຫິດ ທີ່ໄດ້ເປັນວິລະບຸລຸດຂອງຂ້າພະເຈົ້າ. ສິ່ງໜຶ່ງຄືແບບແຜນຂອງການອະທິຖານ, ສອງຄືນິໄສແຫ່ງການຮັບໃຊ້, ແລະ ສາມຄືຄວາມໝັ້ນຄົງໃນການຕັດສິນໃຈເປັນຄົນທີ່ສັດຊື່.
ເຮົາທຸກຄົນອະທິຖານ, ແຕ່ຜູ້ດຳລົງຖານະປະໂລຫິດທີ່ເປັນຕົວຢ່າງຂອງພວກທ່ານອະທິຖານເລື້ອຍໆ ແລະ ດ້ວຍເຈດຕະນາທີ່ແທ້ຈິງ. ໃນຕອນແລງພວກທ່ານຈະຄຸເຂົ່າລົງ ແລະ ຂອບພຣະໄທພຣະເຈົ້າສຳລັບພອນຕ່າງໆຂອງມື້ນັ້ນ. ທ່ານຈະຂອບພຣະໄທພຣະອົງສຳລັບພໍ່ແມ່, ຄູສອນ, ແລະ ສຳລັບຕົວຢ່າງທີ່ດີທີ່ຈະເຮັດຕາມ. ທ່ານຈະບັນຍາຍໃນຄຳອະທິຖານຂອງທ່ານໂດຍສະເພາະ ຄົນທີ່ໄດ້ເປັນພອນໃຫ້ແກ່ຊີວິດຂອງທ່ານໃນມື້ນັ້ນ ແລະ ໂດຍວິທີໃດ. ສິ່ງນັ້ນຈະໃຊ້ເວລາສອງສາມນາທີ ແລະ ຫລາຍກວ່າຄວາມຄິດເລັກນ້ອຍ. ມັນຈະເຮັດໃຫ້ທ່ານປະຫລາດໃຈ ແລະ ປ່ຽນແປງທ່ານ.
ເມື່ອທ່ານອະທິຖານຂໍການໃຫ້ອະໄພ, ທ່ານຈະພົບເຫັນຕົວທ່ານເອງໃຫ້ອະໄພຄົນອື່ນ. ເມື່ອທ່ານຂອບພຣະໄທພຣະເຈົ້າສຳລັບຄວາມເມດຕາຂອງພຣະອົງ, ທ່ານຈະຄິດເຖິງຄົນອື່ນ, ຕາມຊື່ຂອງເຂົາ, ຜູ້ທີ່ຕ້ອງການຄວາມເມດຕາຂອງທ່ານ. ອີກເທື່ອໜຶ່ງ, ປະສົບການນັ້ນຈະເຮັດໃຫ້ທ່ານປະຫລາດໃຈທຸກໆມື້, ແລະ ເມື່ອເວລາຜ່ານໄປ ມັນຈະປ່ຽນແປງທ່ານ.
ໃນທາງໜຶ່ງທີ່ການອະທິຖານຢ່າງຕັ້ງໃຈຈະປ່ຽນແປງທ່ານ ຊຶ່ງຂ້າພະເຈົ້າສັນຍາກັບທ່ານໄດ້ວ່າ ທ່ານຈະຮູ້ສຶກວ່າທ່ານເປັນລູກຂອງພຣະເຈົ້າ. ເມື່ອທ່ານຮູ້ວ່າທ່ານເປັນລູກຂອງພຣະເຈົ້າ, ທ່ານຈະຮູ້ວ່າພຣະອົງຄາດຫວັງຫລາຍຢ່າງຈາກພຣະອົງນຳອີກ. ເພາະວ່າທ່ານເປັນລູກຂອງພຣະເຈົ້າ, ພຣະອົງຈະຄາດຫວັງໃຫ້ທ່ານເຮັດຕາມຄຳສອນຂອງພຣະອົງ ແລະ ຄຳສອນຂອງພຣະບຸດທີ່ຊົງຮັກຂອງພຣະອົງ, ພຣະເຢຊູຄຣິດ. ພຣະອົງຈະຄາດຫວັງໃຫ້ທ່ານມີໃຈເພື່ອແຜ່ ແລະ ມີເມດຕາຕໍ່ຄົນອື່ນ. ພຣະອົງຈະຜິດຫວັງຖ້າຫາກທ່ານຈອງຫອງ ແລະ ເຫັນແກ່ຕົວ. ພຣະອົງຈະອວຍພອນທ່ານໃຫ້ມີຄວາມປາດຖະໜາທີ່ຈະເຫັນຜົນປະໂຫຍດຂອງຄົນອື່ນເໜືອຂອງທ່ານເອງ.
ທ່ານບາງຄົນກໍເປັນແບບຢ່າງຂອງການຮັບໃຊ້ແຫ່ງຖານະປະໂລຫິດທີ່ບໍ່ເຫັນແກ່ຕົວແລ້ວ. ໃນພຣະວິຫານຕະຫລອດທົ່ວໂລກ, ຜູ້ດຳລົງຖານະປະໂລຫິດມາໂບດກ່ອນຕາເວັນຂຶ້ນ. ແລະ ບາງຄົນກໍຮັບໃຊ້ຢູ່ຫລັງຈາກຕາເວັນໄດ້ຕົກດິນແລ້ວ. ບໍ່ມີການຮັບຮູ້ ຫລື ການຮ້ອງໂຮສັນລະເສີນຂອງຄົນໃນໂລກນີ້ສຳລັບການເສຍສະລະເວລາ ແລະ ຄວາມພະຍາຍາມ. ຂ້າພະເຈົ້າໄດ້ໄປນຳຄົນໜຸ່ມຂະນະທີ່ພວກເຂົາຮັບໃຊ້ຜູ້ທີ່ຢູ່ໃນໂລກວິນຍານ, ຜູ້ທີ່ບໍ່ສາມາດທວງເອົາພອນຂອງພຣະວິຫານນັ້ນໃຫ້ຕົວເຂົາເຈົ້າເອງ.
ເມື່ອຂ້າພະເຈົ້າເຫັນຄວາມສຸກແທນຄວາມອິດເມື່ອຍໃນສີໜ້າຂອງຜູ້ຄົນທີ່ຮັບໃຊ້ຢູ່ທີ່ນັ້ນແຕ່ເຊົ້າໆ ແລະ ເດິກໆ, ຂ້າພະເຈົ້າຮູ້ວ່າມີລາງວັນຫລາຍໃນຊີວິດນີ້ສຳລັບການຮັບໃຊ້ແຫ່ງຖານະປະໂລຫິດທີ່ບໍ່ເຫັນແກ່ຕົວແບບນັ້ນ, ແຕ່ນັ້ນພຽງເປັນສິ່ງທີ່ເລັກນ້ອຍຂອງຄວາມສຸກທີ່ເຂົາເຈົ້າຈະແບ່ງປັນໃຫ້ກັບຜູ້ທີ່ເຂົາເຈົ້າໄດ້ຮັບໃຊ້ໃນໂລກວິນຍານ.
ຂ້າພະເຈົ້າໄດ້ເຫັນຄວາມສຸກອັນດຽວກັນນັ້ນຢູ່ໃນໃບໜ້າຂອງຜູ້ຄົນທີ່ກ່າວກັບຄົນອື່ນກ່ຽວກັບພອນທີ່ມາຈາກການເປັນພາກສ່ວນຂອງອານາຈັກຂອງພຣະເຈົ້າ. ຂ້າພະເຈົ້າຮູ້ເຖິງປະທານສາຂາຄົນໜຶ່ງຜູ້ທີ່ເກືອບທຸກໆມື້ພາຄົນມາໃຫ້ຜູ້ສອນສາດສະໜາສອນ. ພຽງແຕ່ສອງສາມເດືອນກ່ອນນັ້ນລາວບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກເທື່ອ. ບັດນີ້ຜູ້ສອນສາດສະໜາກໍສອນ ແລະ ສາຂາກໍເຕີບໂຕຂຶ້ນໃນຈຳນວນຄົນ ແລະ ຄວາມເຂັ້ມແຂງເພາະຊາຍຄົນນັ້ນ. ແຕ່ສຳຄັນໄປກວ່ານັ້ນ, ລາວເປັນແສງສະຫວ່າງໃຫ້ແກ່ຄົນອື່ນ ຜູ້ທີ່ຈະເປີດປາກຂອງເຂົາເຈົ້າ ແລະ ແລ້ວຈະເລັ່ງການເຕົ້າໂຮມຂອງລູກໆຂອງພຣະບິດາເທິງສະຫວັນ.
ເມື່ອທ່ານອະທິຖານ ແລະ ຮັບໃຊ້ຄົນອື່ນ, ຄວາມຮູ້ແຈ້ງຂອງທ່ານທີ່ວ່າທ່ານເປັນລູກຂອງພຣະເຈົ້າ ແລະ ຄວາມຮູ້ສຶກຂອງທ່ານທີ່ມີຕໍ່ພຣະອົງຈະເພີ່ມທະວີຂຶ້ນ. ທ່ານຈະຮູ້ຕົວຫລາຍຂຶ້ນວ່າພຣະອົງໂສກເສົ້າ ຖ້າຫາກທ່ານບໍ່ສັດຊື່ໃນທາງໃດທາງໜຶ່ງ. ທ່ານຈະຕັ້ງໃຈຫລາຍຂຶ້ນເພື່ອຈະຮັກສາຄຳສັນຍາຂອງທ່ານຕໍ່ພຣະເຈົ້າ ແລະ ຄົນອື່ນ. ທ່ານຈະລັງເລຫລາຍຂຶ້ນທີ່ຈະເອົາສິ່ງຂອງທີ່ບໍ່ເປັນຂອງທ່ານ. ທ່ານຈະສັດຊື່ຫລາຍຂຶ້ນຕໍ່ນາຍຈ້າງຂອງທ່ານ. ທ່ານຈະຕັ້ງໃຈຫລາຍຂຶ້ນທີ່ຈະໄປບ່ອນທຳງານໃຫ້ທັນເວລາ ແລະ ເຮັດວຽກງານທຸກຢ່າງໃຫ້ສຳເລັດທີ່ພຣະຜູ້ເປັນເຈົ້າມອບໝາຍໃຫ້ທ່ານເຮັດ ທີ່ທ່ານໄດ້ຮັບວ່າຈະເຮັດໃຫ້ສຳເລັດ.
ແທນທີ່ຈະຄິດຖ້າຫາກຄູສອນປະຈຳບ້ານຂອງເຂົາຈະມາຢາມ, ເດັກນ້ອຍໃນຄອບຄົວທີ່ທ່ານຖືກເອີ້ນໃຫ້ສອນຈະຕື່ນເຕັ້ນລໍຖ້າການຢ້ຽມຢາມຂອງທ່ານ. ລູກໆຂອງຂ້າພະເຈົ້າໄດ້ຮັບພອນນັ້ນ. ຂະນະທີ່ພວກເຂົາໄດ້ເຕີບໂຕຂຶ້ນ, ພວກເຂົາໄດ້ມີວິລະບຸລຸດແຫ່ງຖານະປະໂລຫິດຊ່ອຍພວກເຂົາວາງແຜນຂອງພວກເຂົາເອງທີ່ຈະຮັບໃຊ້ພຣະຜູ້ເປັນເຈົ້າ. ຕົວຢ່າງທີ່ເປັນພອນນັ້ນດຽວນີ້ກໍກຳລັງຖ່າຍທອດໄປເຖິງຄົນລຸ້ນທີສາມ.
ຂ່າວສານຂອງຂ້າພະເຈົ້າກໍເປັນການຂອບພຣະຄຸນນຳອີກ.
ຂ້າພະເຈົ້າຂໍຂອບໃຈສຳລັບຄຳອະທິຖານຂອງທ່ານ. ຂ້າພະເຈົ້າຂອບໃຈທີ່ທ່ານໄດ້ຄຸເຂົ່າລົງເພາະທ່ານບໍ່ຮູ້ຄຳຕອບຂອງທຸກເລື່ອງ. ທ່ານອະທິຖານຫາພຣະເຈົ້າແຫ່ງສະຫວັນ ເພື່ອສະແດງຄວາມກະຕັນຍູ ແລະ ທູນຂໍພຣະພອນຂອງພຣະອົງໃຫ້ມາສູ່ຊີວິດຂອງທ່ານ ແລະ ຂອງຄອບຄົວຂອງທ່ານ. ຂ້າພະເຈົ້າຂໍຂອບໃຈສຳລັບການຮັບໃຊ້ຂອງທ່ານໃຫ້ແກ່ຄົນອື່ນ ແລະ ສຳລັບເວລາທີ່ທ່ານໄດ້ຮູ້ສຶກບໍ່ຢາກໄດ້ຮັບການຮັບຮູ້ຈາກຄົນອື່ນສຳລັບການຮັບໃຊ້ຂອງທ່ານ.
ເຮົາໄດ້ຍອມຮັບເອົາການຕັກເຕືອນຂອງພຣະຜູ້ເປັນເຈົ້າ ທີ່ວ່າຖ້າຫາກເຮົາສະແຫວງຫາຄວາມຮັບຮູ້ໃນໂລກນີ້ສຳລັບການຮັບໃຊ້ຂອງເຮົາ, ເຮົາອາດຈະໄດ້ສູນເສຍພອນທີ່ຍິ່ງໃຫຍ່ກວ່າ. ທ່ານຈະຈື່ຈຳພຣະຄຳເຫລົ່ານີ້ວ່າ:
“ຈົ່ງແນ່ໃຈວ່າ ການປະກອບສາດສະໜາກິດຂອງພວກທ່ານຕໍ່ໜ້າປະຊາຊົນນັ້ນ ບໍ່ແມ່ນເພື່ອເປັນການອວດຄົນ. ຖ້າຫາກພວກທ່ານເຮັດຢ່າງນັ້ນ ພວກທ່ານຈະບໍ່ໄດ້ບຳເໜັດຫຍັງຈາກພຣະບິດາຂອງພວກທ່ານຜູ້ສະຖິດຢູ່ໃນສະຫວັນ.
“ດັ່ງນັ້ນເມື່ອທ່ານບໍລິຈາກບາງສິ່ງບາງຢ່າງໃຫ້ແກ່ຄົນຍາກຈົນ ຢ່າສູ່ປ່າວທາງໂທລະໂຄ່ງ ດັ່ງຄົນໜ້າຊື່ໃຈຄົດມັກເຮັດກັນໃນສາລາທຳ ແລະ ຕາມຖະໜົນຫົນທາງຄືພວກເຂົາບໍລິຈາກເພື່ອໃຫ້ຄົນຊົມເຊີຍ. ເຮົາບອກພວກທ່ານຕາມຄວາມຈິງວ່າພວກເຂົາໄດ້ຮັບບຳເໜັດເຕັມປ່ຽມແລ້ວ.
“ແຕ່ສຳລັບທ່ານ ເມື່ອທ່ານຊ່ອຍເຫລືອຄົນຍາກຈົນ ຈົ່ງເຮັດໃນທຳນອງທີ່ວ່າແມ່ນແຕ່ໝູ່ເພື່ອນຜູ້ໃກ້ຊິດທີ່ສຸດກໍບໍ່ຮູ້ຈັກນຳ:
“ແລ້ວການກະທຳຂອງທ່ານກໍຈະເປັນທາງລັບ: ຝ່າຍພຣະບິດາຂອງທ່ານ ຜູ້ທີ່ຮູ້ເຫັນສິ່ງທີ່ທ່ານກະທຳທາງລັບກໍຈະໃຫ້ບຳເໜັດແກ່ທ່ານ.”2
ຜູ້ຄົນທີ່ໄດ້ເປັນແບບຢ່າງຂອງຜູ້ດຳລົງຖານະປະໂລຫິດທີ່ດີເດັ່ນ ບໍ່ໄດ້ຮັບການຮັບຮູ້ງ່າຍໆວ່າເຂົາເຈົ້າມີຄຸນສົມບັດໃດໆຂອງວິລະບຸລຸດ. ແທ້ຈິງແລ້ວ, ເຂົາເຈົ້າເບິ່ງຄືວ່າມີບັນຫາທີ່ຈະເຫັນຄຸນສົມບັດນັ້ນ ທີ່ຂ້າພະເຈົ້ານັບຖືເຂົາເຈົ້າຫລາຍທີ່ສຸດ. ຂ້າພະເຈົ້າໄດ້ກ່າວເຖິງພໍ່ຂອງຂ້າພະເຈົ້າ ຜູ້ໄດ້ເປັນປະທານທີ່ຊື່ສັດຂອງສາຂານ້ອຍໆຂອງສາດສະໜາຈັກ ໃນລັດນິວເຈີຊີ. ຕໍ່ຈາກນັ້ນເພິ່ນໄດ້ເປັນສະມາຊິກໃນຝ່າຍກຳມະການຂອງໂຮງຮຽນວັນອາທິດສາມັນຂອງສາດສະໜາຈັກ. ແຕ່ຂ້າພະເຈົ້າກໍລະວັງຕົວໃນເວລານີ້ ທີ່ຈະກ່າວແບບຖ່ອມຕົວກ່ຽວກັບການຮັບໃຊ້ຂອງເພິ່ນ, ເພາະວ່າພໍ່ຂອງຂ້າພະເຈົ້າເປັນຄົນຮຽບຮ້ອຍ.
ເປັນແນວນັ້ນຄືກັນສຳລັບທະຫານເຮືອ ຜູ້ທີ່ໄດ້ເປັນວິລະບຸລຸດໃນໄວເດັກຂອງຂ້າພະເຈົ້າ. ລາວບໍ່ໄດ້ເວົ້າກັບຂ້າພະເຈົ້າຈັກເທື່ອກ່ຽວກັບການຮັບໃຊ້ຂອງລາວ ຫລື ຄວາມສຳເລັດຂອງລາວເລີຍ. ລາວພຽງແຕ່ໃຫ້ການຮັບໃຊ້ເທົ່ານັ້ນ. ຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບຄວາມຊື່ສັດຂອງລາວຈາກຄົນອື່ນ. ຖ້າລາວໄດ້ເຫັນບຸກຄະລິກທີ່ຂ້າພະເຈົ້າໄດ້ນັບຖືໃນຕົວຂອງລາວຫລືບໍ່, ຂ້າພະເຈົ້າກໍບອກບໍ່ໄດ້.
ສະນັ້ນຄຳແນະນຳຂອງຂ້າພະເຈົ້າຕໍ່ທ່ານທີ່ຢາກເປັນພອນໃຫ້ແກ່ຊີວິດຂອງຄົນອື່ນດ້ວຍຖານະປະໂລຫິດຂອງທ່ານນັ້ນ ຂຶ້ນຢູ່ກັບຊີວິດຂອງທ່ານ ຊຶ່ງເປັນຄວາມລັບຕໍ່ທຸກຄົນ ຍົກເວັ້ນແຕ່ຕໍ່ພຣະເຈົ້າ.
ຂໍໃຫ້ອະທິຖານຫາພຣະອົງ. ຂໍໃຫ້ຂອບພຣະໄທພຣະອົງສຳລັບທຸກສິ່ງທຸກຢ່າງທີ່ດີໃນຊີວິດຂອງທ່ານ. ທູນຖາມພຣະອົງເພື່ອຈະຮູ້ວ່າບຸກຄົນໃດທີ່ພຣະອົງໄດ້ວາງໄວ້ໃນເສັ້ນທາງຂອງທ່ານ ເພື່ອທ່ານຈະຮັບໃຊ້. ອ້ອນວອນຫາພຣະອົງເພື່ອພຣະອົງຈະຊ່ອຍທ່ານໃຫ້ການຮັບໃຊ້ນັ້ນ. ອະທິຖານເພື່ອວ່າທ່ານຈະສາມາດໃຫ້ອະໄພ ແລະ ເພື່ອວ່າທ່ານຈະໄດ້ຮັບການໃຫ້ອະໄພ. ແລ້ວ ຮັບໃຊ້ເຂົາເຈົ້າ, ຮັກເຂົາເຈົ້າ ແລະ ໃຫ້ອະໄພເຂົາເຈົ້າ.
ສຳຄັນກວ່າທຸກສິ່ງທັງໝົດ, ຂໍໃຫ້ຈຳໄວ້ວ່າໃນບັນດາການຮັບໃຊ້ທັງໝົດທີ່ທ່ານມອບໃຫ້, ບໍ່ມີອັນໃດຍິ່ງໃຫຍ່ກວ່າທີ່ຈະຊ່ອຍຄົນອື່ນໃຫ້ເລືອກທີ່ຈະມີຄຸນຄ່າສຳລັບຊີວິດນິລັນດອນ. ພຣະເຈົ້າໄດ້ປະທານການຊີ້ນຳທີ່ມີອິດທິພົນຕໍ່ທຸກສິ່ງອື່ນໆທີ່ເຮົາເຮັດນັ້ນໃຫ້ເຮົາ ໃນວິທີທີ່ເຮົານຳໃຊ້ຖານະປະໂລຫິດຂອງເຮົາ. ພຣະອົງເປັນຕົວຢ່າງທີ່ດີພ້ອມ. ນີ້ຄືຕົວຢ່າງທີ່ເຮົາເຫັນໃນສ່ວນນ້ອຍໆໃນຜູ້ທີ່ດີທີ່ສຸດໃນບັນດາຜູ້ຮັບໃຊ້ຂອງພຣະອົງທີ່ເປັນມະນຸດວ່າ:
ອົງພຣະເຈົ້າໄດ້ກ່າວຕໍ່ ໂມເຊ ໂດຍກ່າວວ່າ ທ້ອງຟ້ານັ້ນມີຢ່າງຫລວງຫລາຍ, ແລະ ຈະນັບມັນບໍ່ໄດ້ສຳລັບມະນຸດ; ແຕ່ພຣະອົງນັບໄດ້, ເພາະມັນເປັນຂອງພຣະອົງ.
ແລະ ດັ່ງທີ່ແຜ່ນດິນໂລກໜຶ່ງຂອງມັນຜ່ານໄປສັນໃດ, ແມ່ນສັນນັ້ນ ອັນອື່ນຈະມາ; ແລະ ບໍ່ມີທີ່ສິ້ນສຸດກັບງານຂອງພຣະອົງ, ທັງກັບພຣະຄຳຂອງພຣະອົງ.
ວຽກງານ ແລະ ລັດສະໝີພາບຂອງພຣະອົງ ແມ່ນຈະກໍ່ໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ.3
ເຮົາຄວນຊ່ອຍເຫລືອໃນວຽກງານນັ້ນ. ເຮົາແຕ່ລະຄົນສາມາດເຮັດຄວາມແຕກຕ່າງໄດ້. ເຮົາຖືກຕຽມໄວ້ສຳລັບວັນເວລາ ແລະ ສະພາບການຂອງເຮົາໃນວັນເວລາສຸດທ້າຍຂອງວຽກງານສັກສິດນັ້ນ. ເຮົາແຕ່ລະຄົນໄດ້ຮັບພອນດ້ວຍຕົວຢ່າງຂອງຜູ້ຄົນທີ່ໄດ້ເຮັດວຽກງານນັ້ນ ທີ່ເປັນຈຸດປະສົງທີ່ສຳຄັນທີ່ສຸດຂອງເວລາຂອງເຂົາເຈົ້າຢູ່ເທິງໂລກ.
ຂ້າພະເຈົ້າອະທິຖານວ່າເຮົາຈະຊ່ອຍກັນແລະກັນໃຫ້ຮັບເອົາໂອກາດນີ້.
ພຣະເຈົ້າອົງເປັນພຣະບິດາຊົງພຣະຊົນຢູ່ ແລະ ຈະຕອບຄຳອະທິຖານຂອງທ່ານສຳລັບຄວາມຊ່ອຍເຫລືອທີ່ທ່ານຕ້ອງການເພື່ອຈະຮັບໃຊ້ພຣະອົງໃຫ້ດີຂຶ້ນ. ພຣະເຢຊູຄຣິດເປັນພຣະຜູ້ເປັນເຈົ້າທີ່ໄດ້ຟື້ນຄືນຊີວິດແລ້ວ. ນີ້ແມ່ນສາດສະໜາຈັກຂອງພຣະອົງ. ຖານະປະໂລຫິດທີ່ທ່ານດຳລົງຢູ່ແມ່ນອຳນາດທີ່ຈະກະທຳໃນພຣະນາມຂອງພຣະອົງ ໃນວຽກງານຂອງພຣະອົງທີ່ຈະຮັບໃຊ້ລູກໆຂອງພຣະເຈົ້າ. ຂະນະທີ່ທ່ານເອົາໃຈໃສ່ຢ່າງເຕັມທີ່ຕໍ່ວຽກງານນີ້, ພຣະອົງຈະຂະຫຍາຍຕົວທ່ານ. ຂ້າພະເຈົ້າໃຫ້ສັນຍາຕໍ່ທ່ານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.