ກະຕັນຍູໃນທຸກສະພາບການ
ເຮົາບໍ່ມີເຫດຜົນທີ່ຈະເຕັມໄປດ້ວຍຄວາມກະຕັນຍູບໍ, ບໍ່ວ່າສະພາບການຂອງເຮົາຈະເປັນແນວໃດກໍຕາມ?
ໃນຊີວິດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ມີໂອກາດໄປພົບກັບຫລາຍຄົນຜູ້ໂສກເສົ້າຫລາຍທີ່ສຸດ. ໃນຊ່ວງເວລານັ້ນ, ຂ້າພະເຈົ້າໄດ້ຍິນຄວາມໂສກເສົ້າຂອງບັນດາອ້າຍເອື້ອຍນ້ອງຜູ້ມີຄວາມໜັກໜ່ວງ. ຂ້າພະເຈົ້າໄດ້ຄິດວ່າຄວນຈະກ່າວສິ່ງໃດກັບເຂົາເຈົ້າ, ແລະ ຈະເຮັດແນວໃດເພື່ອບັນເທົາ ແລະ ໃຫ້ກຳລັງໃຈເຂົາເຈົ້າໃນຍາມໄດ້ຮັບການທົດສອບນັ້ນ.
ສ່ວນຫລາຍແລ້ວ ສິ່ງທີ່ເຮັດໃຫ້ເຂົາເຈົ້າໂສກເສົ້າ ແມ່ນເກີດມາຈາກສິ່ງທີ່ເຂົາເຈົ້າເຫັນວ່າຈະສິ້ນສຸດລົງ. ບາງຄົນກຳລັງປະເຊີນກັບຄວາມສຳພັນທີ່ຈະສິ້ນສຸດລົງ, ດັ່ງເຊັ່ນ ການຕາຍຂອງຄົນທີ່ເຂົາເຈົ້າຮັກ ຫລື ການແຍກອອກຈາກຄົນໃນຄອບຄົວ. ບາງຄົນຮູ້ສຶກວ່າ ເຂົາເຈົ້າກຳລັງຈະສິ້ນຫວັງ—ຄວາມຫວັງຂອງການແຕ່ງງານ ຫລື ການມີລູກ ຫລື ການເອົາຊະນະການເຈັບໃຂ້. ບາງຄົນອາດປະເຊີນກັບການຈະໝົດສັດທາ, ໃນຂະນະທີ່ສຽງທີ່ສັບສົນ ແລະ ກົງກັນຂ້າມຢູ່ໃນໂລກ ພະຍາຍາມລໍ້ລວງເຂົາເຈົ້າໃຫ້ມີຄວາມສົງໄສ, ແມ່ນແຕ່ປະຖິ້ມສິ່ງທີ່ຄັ້ງໜຶ່ງຮູ້ວ່າເປັນຄວາມຈິງ.
ບໍ່ໄວກໍຊ້າ, ຂ້າພະເຈົ້າເຊື່ອວ່າ ເຮົາທຸກຄົນຈະປະສົບກັບເວລາທີ່ເຮົາຄິດວ່າ ໂລກຂອງເຮົາກຳລັງຈະພັງພິນາດ, ເຮັດໃຫ້ເຮົາຮູ້ສຶກໂດດດ່ຽວ, ທໍ້ຖອຍໃຈ, ລ່ອງລອຍໄປ.
ມັນສາມາດເກີດຂຶ້ນກັບທຸກຄົນໄດ້. ບໍ່ມີໃຜຖືກຍົກເວັ້ນ.
ເຮົາສາມາດເປັນຄົນກະຕັນຍູໄດ້
ສະພາບການຂອງແຕ່ລະຄົນແມ່ນແຕກຕ່າງກັນ, ແລະ ລາຍລະອຽດຂອງຊີວິດແຕ່ລະຄົນແມ່ນພິເສດ. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ມີບາງສິ່ງທີ່ສາມາດຍົກເອົາຄວາມຂົມຂື່ນທີ່ມາສູ່ຊີວິດຂອງເຮົາໄປໄດ້. ນີ້ຄືສິ່ງໜຶ່ງທີ່ເຮົາສາມາດເຮັດໃຫ້ຊີວິດຫວານຊື່ນຂຶ້ນ, ມີຄວາມສຸກຫລາຍຂຶ້ນ, ແມ່ນແຕ່ຮຸ່ງເຫລື້ອມຫລາຍຂຶ້ນ.
ເຮົາສາມາດເປັນຄົນກະຕັນຍູໄດ້!
ຟັງແລ້ວອາດກົງກັນຂ້າມກັບປັນຍາຂອງໂລກ ທີ່ແນະນຳໃຫ້ບຸກຄົນຜູ້ມີຄວາມໜັກໜ່ວງ ທີ່ໂສກເສົ້າ ໃຫ້ຂອບຄຸນພຣະເຈົ້າ. ແຕ່ຜູ້ທີ່ປະຖິ້ມຄວາມຂົມຂື່ນ ແລະ ເລືອກເອົາການມີຄວາມກະຕັນຍູ ຈະໄດ້ຮັບການປິ່ນປົວ, ຄວາມສະຫງົບ, ແລະ ຄວາມເຂົ້າໃຈ.
ໃນຖານະທີ່ເປັນສານຸສິດຂອງພຣະຄຣິດ, ເຮົາຖືກບັນຊາໃຫ້ “ຂອບຄຸນພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າ [ຂອງເຮົາ] ໃນທຸກສິ່ງ,”1 ເພື່ອ “ບັນເລງເພງຖະຫວາຍແກ່ພຣະຜູ້ເປັນເຈົ້າ,”2 ແລະ ເພື່ອ “ໃຫ້ໃຈຂອງ [ເຮົາ] ເຕັມໄປດ້ວຍຄວາມຂອບຄຸນພຣະເຈົ້າ.”3
ດ້ວຍເຫດໃດພຣະເຈົ້າຈຶ່ງບັນຊາເຮົາໃຫ້ມີຄວາມກະຕັນຍູ?
ພຣະບັນຍັດທຸກປະການຂອງພຣະອົງໄດ້ຖືກມອບໃຫ້ເພື່ອເປັນພອນໃຫ້ແກ່ເຮົາ. ພຣະບັນຍັດເປັນໂອກາດໃຫ້ໃຊ້ອຳເພີໃຈ ແລະ ຮັບເອົາພອນ. ພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາຮູ້ວ່າ ການເລືອກທີ່ຈະພັດທະນາຄວາມກະຕັນຍູ ຈະນຳຄວາມຊື່ນຊົມທີ່ແທ້ຈິງ ແລະ ຄວາມສຸກທີ່ຍິ່ງໃຫຍ່ມາໃຫ້ເຮົາ.
ການມີຄວາມກະຕັນຍູ ຕໍ່ ສິ່ງຕ່າງໆ
ແຕ່ບາງຄົນອາດກ່າວວ່າ, “ເຮົາມີສິ່ງໃດທີ່ຈະມີຄວາມກະຕັນຍູ ຕໍ່ ເມື່ອໂລກຂອງເຮົາກຳລັງຈະພັງທະລາຍໄປ?”
ບາງທີການເອົາໃຈໃສ່ກັບສິ່ງທີ່ເຮົາມີຄວາມກະຕັນຍູ ຕໍ່ ອາດເປັນການເຂົ້າຫາແບບບໍ່ຖືກຕ້ອງ. ມັນເປັນສິ່ງຍາກທີ່ຈະພັດທະນາຄວາມຮູ້ສຶກທີ່ເຕັມໄປດ້ວຍຄວາມກະຕັນຍູ ຖ້າຫາກລະດັບຄວາມກະຕັນຍູຂອງເຮົາແມ່ນຂຶ້ນກັບຈຳນວນພອນທີ່ເຮົາໄດ້ຮັບເທົ່ານັ້ນ. ແມ່ນແລ້ວ, ມັນສຳຄັນທີ່ຈະ “ນັບພອນຂອງເຮົາ” ເລື້ອຍໆ—ແລະ ທຸກຄົນທີ່ໄດ້ພະຍາຍາມເຮັດສິ່ງນີ້ ກໍຮູ້ວ່າມີພອນຫລາຍຢ່າງທີ່ຈະນັບ—ແຕ່ຂ້າພະເຈົ້າບໍ່ເຊື່ອວ່າພຣະຜູ້ເປັນເຈົ້າຄາດໝາຍໃຫ້ເຮົາຂອບຄຸນພຣະອົງຕອນເຮົາປະເຊີນກັບການທົດລອງ ໜ້ອຍກວ່າຕອນເຮົາມີຄວາມສຸກ. ຕາມຈິງແລ້ວ, ຂໍ້ອ້າງອີງພຣະຄຳພີສ່ວນຫລາຍບໍ່ໄດ້ກ່າວເຖິງການມີຄວາມກະຕັນຍູ ຕໍ່ ສິ່ງຕ່າງໆ ແຕ່ແນະນຳໃຫ້ມີຄວາມກະຕັນຍູຕໍ່ຄວາມຮູ້ສຶກໂດຍທົ່ວໄປ.
ເປັນເລື່ອງງ່າຍທີ່ຈະມີຄວາມກະຕັນຍູ ຕໍ່ ສິ່ງຕ່າງໆ ເມື່ອທຸກຢ່າງດີໃນຊີວິດ. ແຕ່ສຳລັບເວລາທີ່ຄວາມປາດຖະໜາຂອງເຮົາເບິ່ງຄືໄກຈາກເອື້ອມມືເດ້ ແລ້ວເຮົາຈະເຮັດແນວໃດ?
ຂ້າພະເຈົ້າຂໍແນະນຳໃຫ້ເຮົາເຫັນວ່າການມີຄວາມກະຕັນຍູເປັນນິໄສໃຈຄໍຂອງເຮົາ, ໃຫ້ມັນເປັນວິຖີຊີວິດຕາມສະພາບການຂອງເຮົາໃນປະຈຸບັນຊິໄດ້ບໍ? ໃນອີກຄຳໜຶ່ງ, ຂ້າພະເຈົ້າຂໍແນະນຳວ່າ ແທນທີ່ຈະ “ຂອບຄຸນ ສຳລັບ ເຮົາຄວນເອົາໃຈໃສ່ກັບການ “ຂອບຄຸນ ໃນ ສະພາບການຂອງເຮົາ”—ບໍ່ວ່າມັນຈະເປັນແນວໃດກໍຕາມ.
ມີເລື່ອງເລົ່າທີ່ເກົ່າແກ່ເລື່ອງໜຶ່ງກ່ຽວກັບຜູ້ເສີບອາຫານໄດ້ຖາມລູກຄ້າວ່າ ອາຫານແຊບຫລືບໍ່. ລູກຄ້າໄດ້ບອກວ່າ ອາຫານທຸກເຍື່ອງກໍແຊບ, ແຕ່ຄົງຈະດີກວ່ານັ້ນ ຖ້າຫາກເຂົາເຈົ້າໃຫ້ເຂົ້າຈີ່ຫລາຍກວ່ານັ້ນ. ມື້ຕໍ່ມາ ເມື່ອລູກຄ້າຄົນນັ້ນກັບມາຮ້ານອາຫານອີກ, ຜູ້ເສີບອາຫານໄດ້ເອົາເຂົ້າຈີ່ມາໃຫ້ສອງເທົ່າ, ໄດ້ເອົາມາໃຫ້ສີ່ປ່ຽງ ແທນທີ່ຈະເອົາມາໃຫ້ພຽງແຕ່ສອງປ່ຽງ, ແຕ່ລູກຄ້າກໍຍັງບໍ່ພໍໃຈ. ມື້ຕໍ່ມາ, ຜູ້ເສີບອາຫານໄດ້ເອົາເຂົ້າຈີ່ມາໃຫ້ແປດປ່ຽງ, ແຕ່ລູກຄ້າຄົນນັ້ນກໍຍັງບໍ່ພໍໃຈຢູ່ຄືເກົ່າ.
ໃນມື້ທີສີ່, ຜູ້ເສີບອາຫານມີຄວາມຕັ້ງໃຈທີ່ຈະເຮັດໃຫ້ລູກຄ້າຄົນນັ້ນພໍໃຈ. ລາວຈຶ່ງໄດ້ເອົາກ້ອນເຂົ້າຈີ່ທີ່ຍາວປະມານວາໜຶ່ງມາຕັດເປັນສອງຕ່ອນ, ແລະ ດ້ວຍຮອຍຍິ້ມລາວໄດ້ເອົາໄປໃຫ້ລູກຄ້າຄົນນັ້ນ. ແລ້ວຜູ້ເສີບອາຫານກໍໄດ້ລໍຄອຍຟັງຄຳເວົ້າຈາກລູກຄ້າດ້ວຍຄວາມຮີບຮ້ອນໃຈ.
ຫລັງຈາກລູກຄ້າຄົນນັ້ນໄດ້ກິນອີ່ມແລ້ວ ລາວໄດ້ເງີຍໜ້າຂຶ້ນ ແລ້ວເວົ້າວ່າ, “ອາຫານກໍແຊບຕາມເຄີຍ. ແຕ່ຂ້ອຍເຫັນວ່າ ເຈົ້າກັບຄືນມາເສີບເຂົ້າຈີ່ພຽງແຕ່ສອງປ່ຽງນໍ.”
ການມີຄວາມກະຕັນຍູ ໃນ ສະພາບການຂອງເຮົາ
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ເຮົາສາມາດເລືອກເຮັດໄດ້. ເຮົາສາມາດເລືອກທີ່ຈະຈຳກັດຄວາມກະຕັນຍູຂອງເຮົາໄດ້, ອີງຕາມພອນທີ່ເຮົາຮູ້ສຶກວ່າ ເຮົາຍັງຂາດມັນຢູ່. ຫລື ເຮົາສາມາດເລືອກທີ່ຈະເປັນເໝືອນດັ່ງນີໄຟ, ຜູ້ຊຶ່ງຫົວໃຈເຕັມໄປດ້ວຍຄວາມກະຕັນຍູ. ເມື່ອພວກອ້າຍຂອງເພິ່ນໄດ້ຜູກມັດເພິ່ນຕອນຢູ່ໃນເຮືອ—ຊຶ່ງເພິ່ນໄດ້ສ້າງເພື່ອພາເຂົາເຈົ້າໄປຫາແຜ່ນດິນແຫ່ງຄຳສັນຍາ—ຂໍ່ຕີນ ແລະ ຂໍ່ມືຂອງເພິ່ນໄດ້ເຈັບປວດ “ແລະ ໄຂ່ພອງຫລາຍ” ແລະ ລົມພະຍຸແຮງເກືອບກືນກິນເພິ່ນລົງໄປໃນຄວາມເລິກຂອງທະເລ. “ເຖິງຢ່າງໃດກໍຕາມ,” ນີໄຟໄດ້ກ່າວວ່າ, “ຂ້າພະເຈົ້າໄດ້ຫລຽວຫາພຣະເຈົ້າຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ສັນລະເສີນພຣະອົງຕະຫລອດວັນ; ແລະ ຂ້າພະເຈົ້າບໍ່ໄດ້ຈົ່ມໃຫ້ພຣະຜູ້ເປັນເຈົ້າ ເພາະຄວາມທຸກທໍລະມານຂອງຂ້າພະເຈົ້າເລີຍ.”4
ເຮົາສາມາດເລືອກທີ່ຈະເປັນເໝືອນດັ່ງ ໂຢບ ໄດ້ຄືກັນ, ຜູ້ເຄີຍມີທຸກສິ່ງ ແລະ ໄດ້ສູນເສຍທຸກສິ່ງໄປ. ແຕ່ ໂຢບ ໄດ້ຕອບວ່າ, “ຂ້າພະອົງໄດ້ອອກມາຈາກທ້ອງແມ່ຕົວເປົ່າ, ແລະ ຂ້າພະອົງກໍຈະຈາກໂລກໄປຕົວເປົ່າ .… : ພຣະຜູ້ເປັນເຈົ້າໄດ້ໂຜດໃຫ້, ແລະ ບັດນີ້ພຣະອົງໄດ້ເອົາຄືນໄປ; ຂໍໃຫ້ພຣະນາມຂອງພຣະຜູ້ເປັນເຈົ້າເປັນທີ່ຍົກຍໍສັນລະເສີນເທີ້ນ.”5
ເຮົາສາມາດເລືອກທີ່ຈະເປັນເໝືອນດັ່ງຜູ້ບຸກເບີກຊາວມໍມອນ, ຜູ້ທີ່ເຕັມໄປດ້ວຍຄວາມກະຕັນຍູໃນລະຫວ່າງການເດີນທາງມາຫາເມືອງເຊົາເລັກ, ທັງພາກັນຮ້ອງລຳທຳເພງ ແລະ ສັນລະເສີນຄວາມດີງາມຂອງພຣະເຈົ້ານຳອີກ.6 ຫລາຍຄົນໃນພວກເຮົາຈະມີໂນ່ມອຽງທີ່ຈະແຍກຕົວອອກໄປ, ຈົ່ມວ່າ, ແລະ ກັງວົນກັບຄວາມຫຍຸ້ງຍາກຂອງການເດີນທາງ.
ເຮົາສາມາດເລືອກທີ່ຈະເປັນເໝືອນດັ່ງສາດສະດາໂຈເຊັບ ສະມິດ ຜູ້ຊຶ່ງຕົກຢູ່ໃນສະພາບທີ່ທຸກທໍລະມານ ໃນຂະນະທີ່ຖືກຂັງຢູ່ໃນຄຸກລີເບີທີ ໄດ້ຂຽນຖ້ອຍຄຳທີ່ດົນໃຈນີ້ວ່າ: ອ້າຍເອື້ອຍນ້ອງທີ່ຮັກແພງ, ຈົ່ງໃຫ້ພວກເຮົາເຮັດທຸກສິ່ງທຸກຢ່າງທີ່ຢູ່ໃນອຳນາດຂອງພວກເຮົາຢ່າງເບີກບານມ່ວນຊື່ນ; ແລະ ຈາກນັ້ນຂໍໃຫ້ພວກເຮົາຈົ່ງຢືນຢູ່ຊື່ໆ, ດ້ວຍຄວາມໝັ້ນໃຈທີ່ສຸດ, ເພື່ອເຫັນຄວາມລອດຂອງພຣະເຈົ້າ, ແລະ ເພື່ອພຣະອົງຈະເປີດເຜີຍແຂນ (ພຣະຫຸ) ຂອງພຣະອົງ.7
ເຮົາສາມາດເລືອກທີ່ຈະມີຄວາມກະຕັນຍູ, ບໍ່ວ່າຈະເປັນແນວໃດກໍຕາມ.
ຄວາມກະຕັນຍູແບບນີ້ຈະເກີດຂຶ້ນໄດ້ໃນທຸກເທື່ອ ບໍ່ວ່າຈະມີຫຍັງເກີດຂຶ້ນກໍຕາມ ເຖິງແມ່ນໃນເວລາທີ່ມີຄວາມຜິດຫວັງ, ຄວາມທໍ້ຖອຍໃຈ, ແລະ ຄວາມສິ້ນຫວັງກໍຕາມ. ມັນຈະເປັນເໝືອນດອກໄມ້ທີ່ເບັ່ງບານແມ່ນແຕ່ໃນຫິມະອັນເຍືອກເຢັນ ເທົ່າກັບໃນລະດູແລ້ງທີ່ເຕັມໄປດ້ວຍຄວາມອົບອຸ່ນ.
ເມື່ອເຮົາມີຄວາມກະຕັນຍູຕໍ່ພຣະເຈົ້າ ໃນ ສະພາບການຂອງເຮົາ, ເຮົາສາມາດພົບກັບຄວາມສະຫງົບສຸກໃນທ່າມກາງຄວາມຫຍຸ້ງຍາກລຳບາກໄດ້. ໃນຄວາມໂສກເສົ້າ, ເຮົາສາມາດເປີດໃຈສັນລະເສີນ. ໃນຄວາມເຈັບປວດ, ເຮົາສາມາດສັນລະເສີນການຊົດໃຊ້ຂອງພຣະຄຣິດໄດ້. ໃນຄວາມເຍືອກເຢັນຂອງຄວາມໂສກເສົ້າທີ່ຂົມຂື່ນ, ເຮົາສາມາດພົບຄວາມໃກ້ຊິດ ແລະ ຄວາມອົບອຸ່ນຈາກອ້ອມກອດຂອງສະຫວັນໄດ້.
ບາງເທື່ອເຮົາຄິດວ່າ ເຮົາມີຄວາມກະຕັນຍູ ຫລັງຈາກ ທີ່ບັນຫາຂອງເຮົາໄດ້ຖືກແກ້ໄຂແລ້ວ, ແຕ່ນັ້ນຄືຄວາມຄິດທີ່ຕື້ນໆ. ຊີວິດຂອງເຮົາຄົງພາດໂອກາດຫລາຍຂະໜາດໃດ ຖ້າຫາກເຮົາພຽງແຕ່ລໍຖ້າໃຫ້ເຫັນຮຸ້ງກິນນ້ຳເສຍກ່ອນ ກ່ອນເຮົາຈະຂອບຄຸນພຣະເຈົ້າສຳລັບຝົນທີ່ໄດ້ຕົກລົງມາ?
ການມີຄວາມກະຕັນຍູໃນເວລາທີ່ມີຄວາມໂສກເສົ້າ ບໍ່ ໄດ້ໝາຍຄວາມວ່າ ເຮົາພໍໃຈກັບສະພາບການຂອງເຮົາ. ມັນ ໝາຍ ຄວາມວ່າ ຜ່ານຕາແຫ່ງສັດທາຂອງເຮົາ, ເຮົາໄດ້ມອງຂ້າມການທ້າທາຍທີ່ເຮົາມີຢູ່ໃນປະຈຸບັນ.
ນີ້ບໍ່ແມ່ນຄວາມກະຕັນຍູດ້ວຍປາກເທົ່ານັ້ນ ແຕ່ມາຈາກຈິດວິນຍານ. ມັນເປັນຄວາມກະຕັນຍູທີ່ປິ່ນປົວຫົວໃຈ ແລະ ຂະຫຍາຍຄວາມຄິດ.
ຄວາມກະຕັນຍູເປັນການກະທຳດ້ວຍສັດທາ
ການມີຄວາມກະຕັນຍູ ໃນ ສະພາບການຂອງເຮົາ ເປັນການກະທຳດ້ວຍສັດທາໃນພຣະເຈົ້າ. ມັນຮຽກຮ້ອງໃຫ້ເຮົາໄວ້ວາງໃຈໃນພຣະເຈົ້າ ແລະ ຫວັງໃນສິ່ງທີ່ບໍ່ເຄີຍເຫັນ, ຊຶ່ງເປັນຄວາມຈິງ.8 ໂດຍການມີຄວາມກະຕັນຍູ, ເຮົາຈະເຮັດຕາມຕົວຢ່າງຂອງພຣະຜູ້ຊ່ອຍໃຫ້ລອດທີ່ຊົງຮັກຂອງເຮົາ, ຜູ້ໄດ້ກ່າວວ່າ, “ຂໍຢ່າໃຫ້ເປັນໄປຕາມຄວາມປະສົງຂອງລູກ, ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະບິດາ.”9
ຄວາມກະຕັນຍູທີ່ແທ້ຈິງ ເປັນການສະແດງອອກເຖິງຄວາມຫວັງ ແລະ ປະຈັກພະຍານ. ມັນມາຈາກການຍອມຮັບວ່າ ເຮົາຈະບໍ່ເຂົ້າໃຈສະເໝີກັບການທົດລອງໃນຊີວິດ ແຕ່ໄວ້ວາງໃຈວ່າ ເຮົາຈະເຂົ້າໃຈໃນມື້ໜຶ່ງ.
ໃນທຸກສະພາບການ, ຄວາມຮູ້ສຶກກະຕັນຍູຂອງເຮົາຖືກບຳລຸງລ້ຽງໂດຍຄວາມຈິງທີ່ສັກສິດຢ່າງຫລວງຫລາຍທີ່ເຮົາ ຮູ້: ວ່າພຣະບິດາຂອງເຮົາໄດ້ປະທານແຜນແຫ່ງຄວາມສຸກອັນຍິ່ງໃຫຍ່ໃຫ້ແກ່ລູກໆຂອງພຣະອົງ; ວ່າຜ່ານການຊົດໃຊ້ຂອງພຣະບຸດຂອງພຣະອົງ ພຣະເຢຊູຄຣິດ ເຮົາຈະສາມາດໄດ້ຢູ່ກັບຄົນທີ່ເຮົາຮັກຕະຫລອດການ; ວ່າໃນທີ່ສຸດ, ເຮົາຈະມີຮ່າງກາຍທີ່ຮຸ່ງໂລດ, ດີພ້ອມ, ແລະ ອະມະຕະ, ປາດສະຈາກຄວາມເຈັບປວດ ແລະ ພະຍາດໂລຄາ; ແລະ ວ່ານ້ຳຕາຂອງຄວາມໂສກເສົ້າ ແລະ ການສູນເສຍ ຈະປ່ຽນເປັນຄວາມສຸກ ແລະ ຄວາມຊື່ນຊົມ, “ຊຶ່ງຕວງດ້ວຍເຄື່ອງຜອງຍັດສັ່ນລົງແໜ້ນເຕັມລົ້ນ.”10
ຄົງເປັນປະຈັກພະຍານເຊັ່ນນີ້ ທີ່ໄດ້ປ່ຽນສະພາບຂອງອັກຄະສາວົກຂອງພຣະຜູ້ຊ່ອຍໃຫ້ລອດຈາກຄວາມຢ້ານກົວ, ປ່ຽນຊາຍທີ່ສົງໄສເປັນຊາຍທີ່ກ້າຫານ, ກາຍເປັນຜູ້ສົ່ງຂ່າວຂອງພຣະອາຈານ. ຫລັງຈາກພຣະອົງໄດ້ຖືກຄຶງ, ເຂົາເຈົ້າເຕັມໄປດ້ວຍຄວາມທໍ້ຖອຍໃຈ ແລະ ໂສກເສົ້າ, ບໍ່ເຂົ້າໃຈສິ່ງທີ່ຫາກໍໄດ້ເກີດຂຶ້ນ. ແຕ່ເຫດການໜຶ່ງໄດ້ເກີດຂຶ້ນ ແລ້ວໄດ້ປ່ຽນທຸກສິ່ງ. ພຣະຜູ້ເປັນເຈົ້າໄດ້ມາປະກົດແກ່ເຂົາເຈົ້າ ແລະ ໄດ້ປະກາດວ່າ, “ຈົ່ງເບິ່ງມື ແລະ ຕີນຂອງເຮົາດູ ນີ້ແມ່ນເຮົາເອງແທ້ໆ.”11
ເມື່ອອັກຄະສາວົກໄດ້ຮັບຮູ້ເຖິງການຟື້ນຄືນຊີວິດຂອງພຣະຄຣິດແລ້ວ—ເມື່ອເຂົາເຈົ້າໄດ້ມີປະສົບການກ່ຽວກັບການຟື້ນຄືນຊີວິດຂອງພຣະຜູ້ຊ່ອຍໃຫ້ລອດຂອງເຂົາເຈົ້າແລ້ວ—ເຂົາເຈົ້າໄດ້ກາຍເປັນຄົນໃໝ່. ບໍ່ມີສິ່ງໃດສາມາດກີດກັນເຂົາເຈົ້າຈາກການເຮັດພາລະກິດຂອງເຂົາເຈົ້າ. ເຂົາເຈົ້າໄດ້ຮັບເອົາພາລະກິດດ້ວຍຄວາມກ້າຫານ ແລະ ບໍ່ຢ້ານກົວຕໍ່ການທໍລະມານ, ຄວາມອັບອາຍ, ແລະ ແມ່ນແຕ່ຕ້ອງສູນເສຍຊີວິດ ຊຶ່ງຈະມາສູ່ເຂົາເຈົ້າ ເພາະປະຈັກພະຍານຂອງເຂົາເຈົ້າ.12 ເຂົາເຈົ້າບໍ່ໄດ້ຢັບຢັ້ງຈາກການສັນລະເສີນ ແລະ ການຮັບໃຊ້ພຣະຜູ້ເປັນເຈົ້າຂອງເຂົາເຈົ້າ. ເຂົາເຈົ້າໄດ້ປ່ຽນຊີວິດຂອງຜູ້ຄົນໃນທຸກແຫ່ງຫົນ. ເຂົາເຈົ້າໄດ້ປ່ຽນຜູ້ຄົນໃນໂລກ.
ທ່ານບໍ່ຈຳເປັນຕ້ອງເຫັນພຣະຜູ້ຊ່ອຍໃຫ້ລອດ ດັ່ງທີ່ອັກຄະສາວົກເຫລົ່ານັ້ນໄດ້ເຫັນ ກ່ອນຈະຮູ້ສຶກເຖິງການປ່ຽນແປງເຊັ່ນນັ້ນ. ປະຈັກພະຍານຂອງທ່ານເຖິງພຣະຄຣິດ, ຊຶ່ງມາຈາກພຣະວິນຍານບໍລິສຸດ, ສາມາດຊ່ອຍເຫລືອທ່ານໃຫ້ມອງຂ້າມອາດີດທີ່ສິ້ນສຸດລົງດ້ວຍຄວາມຜິດຫວັງໃນໂລກນີ້ ແລະ ໃຫ້ຫລຽວເບິ່ງອະນາຄົດທີ່ເຕັມໄປດ້ວຍຄວາມຫວັງ ຊຶ່ງພຣະຜູ້ໄຖ່ຂອງໂລກໄດ້ຕຽມໄວ້ໃຫ້.
ເຮົາບໍ່ໄດ້ຖືກສ້າງຂຶ້ນມາເພື່ອການສິ້ນສຸດ
ເມື່ອຄິດເຖິງສິ່ງທີ່ເຮົາຮູ້ຈັກກ່ຽວກັບວິຖີຊີວິດນິລັນດອນຂອງເຮົາ, ເຮົາແປກໃຈບໍ ໃນຕອນທີ່ເຮົາປະສົບກັບການສິ້ນສຸດທີ່ຂົມຂື່ນໃນຊີວິດ, ເບິ່ງຄືວ່າມັນເປັນສິ່ງທີ່ເຮົາຮັບຮູ້ບໍ່ໄດ້? ເບິ່ງຄືວ່າ ມີສິ່ງໃດສິ່ງໜຶ່ງຢູ່ໃນຕົວເຮົາທີ່ຕໍ່ຕ້ານກັບການສິ້ນສຸດນັ້ນ.
ດ້ວຍເຫດໃດຈຶ່ງເປັນເຊັ່ນນັ້ນ? ເພາະວ່າເຮົາຖືກສ້າງຂຶ້ນມາດ້ວຍສິ່ງທີ່ເປັນນິລັນດອນ. ເຮົາເປັນຢູ່ຊົ່ວນິລັນດອນ, ເປັນລູກໆຂອງພຣະເຈົ້າຜູ້ຊົງລິດອຳນາດສູງສຸດ, ຜູ້ຊຶ່ງມີພຣະນາມວ່າ ບໍ່ມີທີ່ສຸດ13 ແລະ ຜູ້ໄດ້ສັນຍາພອນນິລັນດອນຈົນນັບບໍ່ຖ້ວນ. ການສິ້ນສຸດບໍ່ແມ່ນວິຖີຊີວິດຂອງເຮົາ.
ເມື່ອເຮົາຮຽນຮູ້ເລື່ອງພຣະກິດຕິຄຸນຂອງພຣະເຢຊູຄຣິດຫລາຍຂຶ້ນເທົ່າໃດ, ເຮົາແຮ່ງຈະຮູ້ຈັກວ່າການສິ້ນສຸດຢູ່ໃນໂລກນີ້ບໍ່ໄດ້ເປັນຈຸດຈົບຂອງທຸກສິ່ງທັງປວງຫລາຍຂຶ້ນເທົ່ານັ້ນ. ມັນເປັນພຽງການຢຸດຂັ້ນພຽງຊົ່ວຄາວເທົ່ານັ້ນ—ເປັນການຢຸດບຶດໜຶ່ງ ຊຶ່ງໃນມື້ໜຶ່ງຈະເຫັນວ່າມັນເປັນພຽງໄລຍະສັ້ນໆເມື່ອປຽບທຽບໃສ່ກັບຄວາມສຸກນິລັນດອນທີ່ລໍຖ້າຄົນທີ່ຊື່ສັດຢູ່.
ຂ້າພະເຈົ້າມີຄວາມກະຕັນຍູຫລາຍທີ່ພຣະບິດາເທິງສະຫວັນຂອງຂ້າພະເຈົ້າ ທີ່ຢູ່ໃນແຜນຂອງພຣະອົງ ບໍ່ມີການສິ້ນສຸດແທ້ໆ, ມີແຕ່ການເລີ່ມຕົ້ນອັນເປັນນິດ.
ຄົນທີ່ມີຄວາມກະຕັນຍູຈະຖືກເຮັດໃຫ້ຮຸ່ງເຮືອງ
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາບໍ່ມີເຫດຜົນທີ່ຈະເຕັມໄປດ້ວຍຄວາມກະຕັນຍູບໍ, ບໍ່ວ່າສະພາບການຂອງເຮົາຈະເປັນແນວໃດກໍຕາມ?
ເຮົາຕ້ອງມີເຫດຜົນທີ່ດີໄປກວ່ານີ້ບໍ ກ່ອນເຮົາຈະປ່ອຍໃຫ້ໃຈຂອງເຮົາ “ເຕັມໄປດ້ວຍຄວາມຂອບຄຸນພຣະຜູ້ເປັນເຈົ້າ”?14
“ພວກເຮົາບໍ່ມີເຫດຜົນອັນຍິ່ງໃຫຍ່ທີ່ຈະປິຕິຍິນດີບໍ?”15
ເຮົາຈະໄດ້ຮັບພອນຫລາຍຂະໜາດໃດ ຖ້າຫາກເຮົາຮັບຮູ້ອິດທິພົນຂອງພຣະເຈົ້າໃນຊີວິດທີ່ດີເລີດຂອງເຮົາ. ຄວາມກະຕັນຍູຕໍ່ພຣະບິດາຜູ້ສະຖິດໃນສະຫວັນຂອງເຮົາ ຈະຂະຫຍາຍຄວາມເຂົ້າໃຈຂອງເຮົາອອກຢ່າງກວ້າງຂວາງ. ມັນຈະເຮັດໃຫ້ເຮົາຖ່ອມຕົນລົງ ແລະ ມີຄວາມອີດູຕົນເພື່ອນມະນຸດດ້ວຍກັນ ແລະ ການສ້າງທັງໝົດຂອງພຣະເຈົ້າ. ຄວາມກະຕັນຍູເປັນພາກສ່ວນທີ່ສຳຄັນໃນຄຸນສົມບັດຂອງການເປັນເໝືອນດັ່ງພຣະຄຣິດ! ຫົວໃຈທີ່ເຕັມໄປດ້ວຍຄວາມຂອບຄຸນຈະຄຽງຄູ່ໄປກັບຄຸນນະທຳທັງໝົດ.16
ພຣະຜູ້ເປັນເຈົ້າໄດ້ປະທານຄຳສັນຍາໃຫ້ແກ່ເຮົາ ວ່າ “ຜູ້ທີ່ [ຮັບເອົາ] ທຸກສິ່ງທັງປວງດ້ວຍຄວາມຂອບຄຸນ ຈະຖືກເຮັດໃຫ້ ຮຸ່ງເຮືອງ; ແລະ ສິ່ງຂອງຂອງແຜ່ນດິນໂລກນີ້ຈະຖືກຕື່ມໃຫ້ [ເຂົາ], ແມ່ນແຕ່ເຖິງຮ້ອຍເທົ່າ, ແທ້ຈິງແລ້ວ, ຫລາຍກວ່ານັ້ນ.”17
ຂໍໃຫ້ເຮົາຈົ່ງ “ໃຊ້ຊີວິດຢູ່ໃນການຂອບຄຸນທຸກໆມື້”18—ໂດຍສະເພາະໃນໄລຍະທີ່ມີການສິ້ນສຸດແບບອະທິບາຍບໍ່ໄດ້ ຊຶ່ງເປັນພາກສ່ວນໜຶ່ງຂອງການເປັນມະຕະ. ຂໍໃຫ້ເຮົາຈົ່ງອະນຸຍາດໃຫ້ຈິດວິນຍານຂອງເຮົາ ຂະຫຍາຍອອກກວ້າງໃນຄວາມຂອບຄຸນຕໍ່ຄວາມເມດຕາຂອງພຣະບິດາເທິງສະຫວັນ. ຂໍໃຫ້ເຮົາຈົ່ງເປັ່ງສຽງ ແລະ ສະແດງອອກມາດ້ວຍຖ້ອຍຄຳ ແລະ ການກະທຳສະເໝີ ເຖິງຄວາມກະຕັນຍູຂອງເຮົາຕໍ່ພຣະບິດາຜູ້ສະຖິດຢູ່ໃນສະຫວັນ ແລະ ພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ. ຂ້າພະເຈົ້າຂໍອະທິຖານສຳລັບສິ່ງນີ້ ແລະ ຂໍມອບປະຈັກພະຍານ ແລະ ພອນຂອງຂ້າພະເຈົ້າໄວ້ກັບທ່ານ, ໃນພຣະນາມຂອງພຣະອາຈານຂອງເຮົາ, ພຣະເຢຊູຄຣິດ, ອາແມນ.