ທ່ານກຳລັງຄິດຫຍັງ?
ຂ້າພະເຈົ້າຂໍອ້ອນວອນໃຫ້ທ່ານຝຶກຝົນການສອບຖາມຄຳຖາມນີ້ດ້ວຍຄວາມຄິດເຖິງປະສົບການຂອງຄົນອື່ນວ່າ: “ທ່ານກຳລັງຄິດຫຍັງ?”
ເມື່ອສີ່ສິບເອັດປີກ່ອນ ຂ້າພະເຈົ້າໄດ້ປີນຂຶ້ນບ່ອນຂັບລົດບັນທຸກຄັນໃຫຍ່ສິບແປດລໍ້ກັບນາງເຈນ, ພັນລະຍາຄົນສວຍຂອງຂ້າພະເຈົ້າ, ແລະ ທ້າວສະກອດຕີ, ລູກຊາຍນ້ອຍຂອງພວກເຮົາ. ພວກເຮົາໄດ້ຂົນເຄື່ອງກໍ່ສ້າງຂະໜາດໜັກຜ່ານໄປຫລາຍໆລັດ.
ໃນສະໄໝນັ້ນບໍ່ມີກົດໝາຍເຄັ່ງຄັດເລື່ອງເຂັມຂັດນິລະໄພ ຫລື ບ່ອນນັ່ງຂອງເດັກທາລົກ, ສະນັ້ນພັນລະຍາຂອງຂ້າພະເຈົ້າຈຶ່ງໄດ້ອູ້ມເອົາລູກຊາຍທີ່ລ້ຳຄ່າໄວ້ໃນອ້ອມແຂນຂອງນາງ. ຄຳເວົ້າຂອງນາງທີ່ວ່າ, “ພວກເຮົາຢູ່ສູງຈາກພື້ນຫລາຍນໍ,” ຄວນກະຕຸ້ນໃຫ້ຂ້າພະເຈົ້າເອົາໃຈໃສ່ຄວາມຮູ້ສຶກຢ້ານກົວຂອງນາງແດ່.
ຕອນທີ່ພວກເຮົາລົງຄ້ອຍຜ່ານເຂດດອນເນີທີ່ເປັນປະຫວັດສາດ, ທີ່ເປັນພາກສ່ວນທີ່ຊັນໃນທາງຫລວງ, ບ່ອນນັ່ງຂອງຄົນຂັບ ແລະ ຜູ້ໂດຍສານ ໃນທັນທີທັນໃດ ແລະ ທີ່ບໍ່ໄດ້ຄາດຄິດກໍເຕັມໄປດ້ວຍຄວັນໄຟ, ທີ່ເຮັດໃຫ້ເຫັນເສັ້ນທາງຍາກ. ພວກເຮົາເກືອບຫັນໃຈບໍ່ໄດ້.
ກັບລົດບັນທຸກທີ່ໜັກຫລາຍນີ້, ການຢຽບເບກເທົ່ານັ້ນຈະບໍ່ພຽງພໍທີ່ຈະຜ່ອນຄວາມໄວໄດ້ທັນທີ. ດ້ວຍການຢຽບເບກ ແລະ ປ່ຽນເກຍຊ້າລົງ, ຂ້າພະເຈົ້າພະຍາຍາມສຸດຂີດທີ່ຈະຢຸດລົດນັ້ນ.
ຂະນະທີ່ຂ້າພະເຈົ້າເຂົ້າໄປຈອດຢູ່ແຄມທາງ, ແຕ່ກ່ອນພວກເຮົາໄດ້ຢຸດຄັກແນ່, ພັນລະຍາຂອງຂ້າພະເຈົ້າໄດ້ເປີດປະຕູ ແລະ ໂດດອອກຈາກລົດກັບລູກຊາຍນ້ອຍໃນອ້ອມແຂນຂອງນາງ. ຂ້າພະເຈົ້າໄດ້ເບິ່ງນາງໂດຍເຮັດຫຍັງຊ່ອຍບໍ່ໄດ້ຂະນະທີ່ເຂົາເຈົ້າຍ່າງໂຊເຊໄປຕາມຂີ້ຝຸ່ນ.
ທັນທີທີ່ຂ້າພະເຈົ້າຢຸດລົດນັ້ນໄດ້, ຂ້າພະເຈົ້າກໍໄດ້ໂດດອອກຈາກລົດທີ່ເຕັມດ້ວຍຄວັນນັ້ນ. ໂດຍທີ່ຫົວໃຈເຕັ້ນຢ່າງແຮງ, ຂ້າພະເຈົ້າໄດ້ແລ່ນຜ່ານກ້ອນຫີນ ແລະ ຫຍ້າ ແລະ ໄດ້ໂອບກອດເຂົາເຈົ້າ. ແຂນ ແລະ ແຂນສອກຂອງນາງເຈນ ຖືກບາດເຈັບ ແລະ ມີເລືອດອອກ, ແຕ່ໂຊກດີທີ່ນາງ ແລະ ລູກຊາຍຂອງພວກເຮົາຍັງມີຊີວິດຢູ່. ຂ້າພະເຈົ້າໄດ້ແຕ່ໂອບກອດເຂົາເຈົ້າແໜ້ນໆຂະນະທີ່ຂີ້ຝຸ່ນຕົກລົງໃນແຄມທາງຫລວງນັ້ນ.
ເມື່ອສະຕິຂ້າພະເຈົ້າສະຫງົບລົງ ແລະ ຂ້າພະເຈົ້າສາມາດຫັນໃຈໄດ້ຕາມປົກກະຕິ, ຂ້າພະເຈົ້າໄດ້ຮ້ອງຂຶ້ນວ່າ, “ນ້ອງໄດ້ຄິດແນວໃດ? ນ້ອງຮູ້ບໍວ່ານັ້ນເປັນສິ່ງອັນຕະລາຍ? ນ້ອງອາດຕາຍກໍໄດ້!”
ນາງໄດ້ຫລຽວເບິ່ງຂ້າພະເຈົ້າ, ດ້ວຍນ້ຳຕາໄຫລອາບແກ້ມທີ່ເປິເປື້ອນດ້ວຍຄວັນໄຟ, ແລະ ໄດ້ກ່າວຄຳທີ່ໄດ້ສຽບແທງຫົວໃຈຂອງຂ້າພະເຈົ້າ ແລະ ຍັງດັງກ້ອງຢູ່ໃນຫູຂ້າພະເຈົ້າຢູ່ວ່າ, “ນ້ອງພຽງແຕ່ພະຍາຍາມຈະຊ່ອຍຊີວິດຂອງລູກຊາຍຂອງພວກເຮົາເອົາໄວ້!”
ໃນເວລານັ້ນຂ້າພະເຈົ້າໄດ້ຮັບຮູ້ໄດ້ວ່າ ນາງໄດ້ຄິດວ່າເຄື່ອງຈັກເກີດໄຟໄໝ້, ຢ້ານວ່າລົດບັນທຸກຈະລະເບີດ, ແລະ ວ່າພວກເຮົາຈະຕາຍ. ແຕ່, ຂ້າພະເຈົ້າ, ໄດ້ຮູ້ວ່ານັ້ນເປັນເພາະເຄື່ອງໄຟຟ້າເສຍ—ເປັນອັນຕະລາຍແຕ່ບໍ່ເຖິງຂັ້ນຕາຍ. ຂ້າພະເຈົ້າໄດ້ຫລຽວເບິ່ງພັນລະຍາທີ່ລ້ຳຄ່າຂອງຂ້າພະເຈົ້າ, ໄດ້ລູບຫົວລູກຊາຍນ້ອຍຂອງພວກເຮົາເບົາໆ, ແລະ ໄດ້ຄິດວ່າສະຕີປະເພດໃດຈະເຮັດສິ່ງທີ່ກ້າຫານຂະໜາດນີ້.
ສະພາບການນີ້ອາດເປັນອັນຕະລາຍທາງດ້ານຄວາມຮູ້ສຶກ ດັ່ງທີ່ເຄື່ອງຈັກຂອງເຮົາເພພັງແທ້ໆ. ໂຊກດີ ທີ່ຫລັງຈາກໄດ້ທົນທຸກຢູ່ກັບຄວາມບໍ່ພໍໃຈໃຫ້ກັນເປັນເວລາດົນນານພໍສົມຄວນ, ແຕ່ລະຝ່າຍເຊື່ອວ່າອີກຝ່າຍໜຶ່ງເປັນຜູ້ເຮັດຜິດ, ໃນທີ່ສຸດພວກຂ້າພະເຈົ້າກໍໄດ້ສະແດງຄວາມຮູ້ສຶກທີ່ກໍ່ໃຫ້ເກີດຄວາມຄຽດແຄ້ນໃຫ້ກັນ. ການແບ່ງປັນຄວາມຮູ້ສຶກເຖິງຄວາມຮັກ ແລະ ຄວາມຢ້ານກົວສຳລັບຄວາມປອດໄພຂອງກັນແລະກັນໄດ້ກີດກັ້ນໃຫ້ເຫດການທີ່ອັນຕະລາຍນັ້ນມາທຳລາຍການແຕ່ງງານທີ່ລ້ຳຄ່າຂອງພວກຂ້າພະເຈົ້າ.
ໂປໂລໄດ້ເຕືອນວ່າ, “ຢ່າໃຊ້ຄຳເວົ້າອັນເຮັດໃຫ້ເຈັບຊ້ຳນ້ຳໃຈ, ແຕ່ໃຫ້ໃຊ້ຄຳເວົ້າອັນດີທີ່ຊ່ອຍຊູໃຫ້ຈະເລີນຂຶ້ນ [ເທົ່ານັ້ນ] … [ແລະ] ໃຫ້ເໝາະສົມ, ເພື່ອຖ້ອຍຄຳທີ່ພວກທ່ານກ່າວນັ້ນຈະເປັນຄຸນປະໂຫຍດໃຫ້ແກ່ຜູ້ທີ່ໄດ້ຍິນໄດ້ຟັງ” (ເອເຟໂຊ 4:29). ຖ້ອຍຄຳຂອງເພິ່ນສະແດງເຖິງຄວາມບໍລິສຸດໃດໜຶ່ງ.
ສຳນວນທີ່ວ່າ “ຄຳເວົ້າອັນເຮັດໃຫ້ເຈັບຊ້ຳນ້ຳໃຈ” ມີຄວາມໝາຍແນວໃດສຳລັບທ່ານ? ເຮົາທຸກຄົນປະສົບຄວາມຮູ້ສຶກໂມໂຫຫລາຍເປັນປົກກະຕິ—ທັງຂອງເຮົາເອງ ແລະ ຂອງຄົນອື່ນ. ເຮົາເຄີຍໄດ້ເຫັນຄວາມໂມໂຫທີ່ຂາດການຄວບຄຸມລະເບີດຂຶ້ນໃນສະຖານທີ່ສາທາລະນະ. ເຮົາໄດ້ປະສົບຄວາມຮູ້ສຶກດັ່ງກ່າວໃນສະໜາມກິລາ, ໃນສະຖານທີ່ແຫ່ງການເມືອງ, ແລະ ແມ່ນແຕ່ໃນບ້ານເຮືອນຂອງເຮົາເອງ.
ບາງເທື່ອເດັກນ້ອຍກໍເວົ້າກັບພໍ່ແມ່ທີ່ຮັກຂອງພວກເຂົາດ້ວຍຄຳເວົ້າທີ່ເຮັດໃຫ້ເຈັບຊ້ຳນ້ຳໃຈ. ຄູ່ສາມີພັນລະຍາ, ຜູ້ທີ່ມີຄວາມຮຸ່ງເຮືອງ ແລະ ປະສົບການທີ່ລະອຽດອ່ອນທີ່ສຸດໃນຊີວິດນຳກັນ ກໍຍັງສູນເສຍທິດທາງ ແລະ ຄວາມອົດທົນໃຫ້ກັນແລະກັນ ແລະ ມີປາກສຽງໃຫ້ກັນ. ເຮົາທຸກຄົນ, ເຖິງແມ່ນວ່າເປັນລູກໆຂອງພຣະບິດາເທິງສະຫວັນທີ່ຮັກແພງ, ເຄີຍກິນແໜງທີ່ໄດ້ຕັດສິນຜິດໄວເກີນໄປ ແລະ ໄດ້ກ່າວຄຳທີ່ຫຍາບຄາຍກ່ອນທີ່ເຮົາໄດ້ເຂົ້າໃຈສະພາບການຈາກທັດສະນະຂອງຄົນອື່ນ. ເຮົາທຸກຄົນໄດ້ມີໂອກາດທີ່ຈະຮຽນຮູ້ວ່າຄຳເວົ້າທີ່ຖາກຖາງສາມາດເຮັດໃຫ້ສະພາບການຮ້າຍແຮງຂຶ້ນຈາກອັນຕະລາຍໄປເຖິງຕາຍກໍໄດ້.
ຈົດໝາຍຈາກຝ່າຍປະທານສູງສຸດເມື່ອບໍ່ດົນມານີ້ກ່າວຢ່າງແຈ່ມແຈ້ງວ່າ, “ພຣະກິດຕິຄຸນຂອງພຣະເຢຊູຄຣິດສອນເຮົາໃຫ້ຮັກ ແລະ ປະຕິບັດຕໍ່ທຸກຄົນດ້ວຍຄວາມເມດຕາ ແລະ ຄວາມສຸພາບ—ແມ່ນແຕ່ເມື່ອເຮົາບໍ່ເຫັນດີເຫັນພ້ອມ” (ຈົດໝາຍຂອງຝ່າຍປະທານສູງສຸດ, ວັນທີ 10 ເດືອນມັງກອນ, 2014). ນີ້ຊ່າງເປັນການເຕືອນໃຈທີ່ດີເລີດທີ່ເຮົາສາມາດ ແລະ ຄວນມີສ່ວນຮ່ວມໃນການສື່ສານຢ່າງສຸພາບອັນຕໍ່ເນື່ອງ, ໂດຍສະເພາະເມື່ອເຮົາມອງເຫັນໂລກຈາກທັດສະນະທີ່ແຕກຕ່າງກັນ.
ຜູ້ຂຽນສຸພາສິດໄດ້ແນະນຳວ່າ, “ຄຳເວົ້າອ່ອນຫວານລະງັບຄວາມໂກດໄວ້: ແຕ່ຄຳເວົ້າຫຍາບຊ້າຍົວະໃຫ້ໂມໂຫ” (ສຸພາສິດ 15:1). “ຄຳເວົ້າອ່ອນຫວານ” ປະກອບດ້ວຍຄຳຕອບທີ່ມີເຫດຜົນ—ຄຳເວົ້າທີ່ມີລະບຽບວິໄນຈາກຫົວໃຈທີ່ຖ່ອມຕົວ. ມັນບໍ່ໄດ້ໝາຍຄວາມວ່າເຮົາຈະບໍ່ກ່າວກົງໄປກົງມາ ຫລື ວ່າເຮົາຍອມໃຫ້ຄຳສອນທີ່ເປັນຈິງຕົກຢູ່ໃນອັນຕະລາຍ. ຖ້ອຍຄຳທີ່ອາດກົງໄປກົງມາກໍສາມາດເປັນຄຳອ່ອນຫວານໄດ້ທາງວິນຍານ.
ພຣະຄຳພີມໍມອນບັນຈຸຕົວຢ່າງທີ່ດີເລີດເຖິງຄຳວາຈາທີ່ຢືນຢັນ ທີ່ໄດ້ກ່າວໃນສະພາບການທີ່ບໍ່ເຫັນດີເຫັນພ້ອມຂອງຊີວິດແຕ່ງງານ. ລູກຊາຍຂອງຊາໄຣຢາ ແລະ ລີໄຮຖືກສົ່ງຄືນໄປກຸງເຢຣູຊາເລັມ ເພື່ອໄປເອົາແຜ່ນຈາລຶກທອງເຫລືອງ ແລະ ຍັງບໍ່ໄດ້ກັບຄືນມາ. ຊາໄຣຢາໄດ້ເຊື່ອວ່າລູກຊາຍຂອງນາງໄດ້ຕົກຢູ່ໃນອັນຕະລາຍ, ແລະ ນາງໄດ້ເຕັມໄປດ້ວຍຄວາມໂມໂຫ ແລະ ຕ້ອງການຄົນໃດຄົນໜຶ່ງທີ່ນາງຈະກ່າວໂທດ.
ຂໍໃຫ້ຟັງເລື່ອງລາວຜ່ານທັດສະນະຂອງນີໄຟ ລູກຊາຍຂອງນາງວ່າ: “ເພາະ [ມານດາຂອງຂ້າພະເຈົ້າ] ໄດ້ຄິດວ່າພວກເຮົາຕາຍເສຍແລ້ວໃນຖິ່ນແຫ້ງແລ້ງກັນດານ; ແລະ ເພິ່ນໄດ້ຈົ່ມໃຫ້ບິດາຂອງຂ້າພະເຈົ້ານຳອີກ, ບອກເພິ່ນວ່າເພິ່ນເປັນຄົນຊ່າງເຫັນພາບ; ມີຄວາມວ່າ: ຈົ່ງເບິ່ງເຈົ້ານຳພວກເຮົາອອກຈາກແຜ່ນດິນ ຊຶ່ງເປັນມູນມໍລະດົກຂອງພວກເຮົາ, ແລະ ຂ້ອຍໄດ້ເສຍລູກຊາຍໄປໝົດແລ້ວ, ແລະ ພວກເຮົາກຳລັງຈະຕາຍຢູ່ໃນຖິ່ນແຫ້ງແລ້ງກັນດານ” (1 ນີໄຟ 5:2).
ບັດນີ້, ໃຫ້ເຮົາມາຄິດພິຈາລະນາສິ່ງທີ່ຊາໄຣຢາອາດໄດ້ຄິດຢູ່. ນາງໄດ້ມີຄວາມກັງວົນກ່ຽວກັບລູກຊາຍຂອງນາງທີ່ມັກຜິດຖຽງກັນ ກັບຄືນໄປຫາສະຖານທີ່ບ່ອນທີ່ຊີວິດຂອງສາມີຂອງນາງໄດ້ຖືກຂົ່ມຂູ່. ນາງກໍໄດ້ແລກປ່ຽນບ້ານເຮືອນ ແລະ ໝູ່ເພື່ອນຂອງນາງ ມາອາໄສຢູ່ໃນຜ້າເຕັ້ນ ໃນສະຖານທີ່ແຫ້ງແລ້ງກັນດານ ເມື່ອນາງຍັງຢູ່ໃນໄວທີ່ໜຸ່ມຢູ່. ໃນຊ່ວງເວລາທີ່ກົດດັນທີ່ສຸດຈາກຄວາມຢ້ານກົວຂອງນາງ, ເບິ່ງຄືວ່າຊາໄຣຢາໄດ້ໂຕນລົງຢ່າງກ້າຫານ, ຖ້າບໍ່ຂາດເຫດຜົນ, ຈາກລົດບັນທຸກທີ່ກຳລັງແລ່ນໄປໄວໆຂາດການບັງຄັບ ໃນຄວາມພະຍາຍາມທີ່ຈະປົກປ້ອງຄອບຄົວຂອງນາງ. ນາງໄດ້ສະແດງຄວາມຫ່ວງໄຍທີ່ມີເຫດຜົນຕໍ່ສາມີຂອງນາງໃນພາສາແຫ່ງຄວາມໂມໂຫ ແລະ ສົງໄສ ແລະ ກ່າວໂທດ—ພາສາທີ່ມະນຸດທຸກຄົນເບິ່ງຄືວ່າຄ່ອງແຄ້ວໄດ້ດີຢ່າງປະຫລາດໃຈແທ້ໆ.
ສາດສະດາລີໄຮໄດ້ຮັບຟັງຄວາມຢ້ານກົວທີ່ເປັນແຫລ່ງຂອງຄວາມໂມໂຫຂອງພັນລະຍາຂອງເພິ່ນ. ແລ້ວ ເພິ່ນໄດ້ໃຫ້ຄຳຕອບທີ່ມີລະບຽບວິໄນ ໃນພາສາທີ່ມີຄວາມເມດຕາ. ທຳອິດ, ເພິ່ນຍອມຮັບຄວາມຈິງວ່າສະພາບການເປັນແນວໃດຈາກທັດສະນະຂອງນາງວ່າ: “ແລະ … ບິດາຂອງຂ້າພະເຈົ້າໄດ້ເວົ້າກັບເພິ່ນ, ມີຄວາມວ່າ: ຂ້ອຍຮູ້ວ່າຂ້ອຍເປັນຄົນຊ່າງເຫັນພາບ; …ແຕ່ [ຖ້າຫາກຂ້ອຍ] ຈະຍັງຢູ່ທີ່ເຢຣູຊາເລັມ, [ພວກເຮົາຈະຕ້ອງ] ຕາຍກັບພີ່ນ້ອງຂອງຂ້ອຍ” (1 ນີໄຟ 5:4).
ແລ້ວສາມີຂອງນາງໄດ້ຈັດການກັບຄວາມຢ້ານກົວຂອງນາງກ່ຽວກັບຄວາມຜາສຸກຂອງລູກຊາຍຂອງພວກເພິ່ນ, ດັ່ງທີ່ພຣະວິນຍານບໍລິສຸດໄດ້ເປັນພະຍານຕໍ່ເພິ່ນຢ່າງແນ່ນອນ ໂດຍກ່າວວ່າ:
“ແຕ່ຈົ່ງເບິ່ງ, ຂ້ອຍໄດ້ຮັບແຜ່ນດິນແຫ່ງຄຳສັນຍາ, ຊຶ່ງໃນສິ່ງນີ້ຂ້ອຍປິຕິຍິນດີ; ແທ້ຈິງແລ້ວ, ແລະ ຂ້ອຍຮູ້ວ່າພຣະຜູ້ເປັນເຈົ້າຈະປົດປ່ອຍລູກຊາຍຂອງຂ້ອຍໃຫ້ພົ້ນຈາກກຳມືຂອງລາບານ. …
“ແລະ ດ້ວຍພາສາຢ່າງນີ້, ບິດາຂອງຂ້າພະເຈົ້າ, ໄດ້ປອບໃຈມານດາຂອງຂ້າພະເຈົ້າ, ກ່ຽວກັບພວກເຮົາ” (1 ນີໄຟ 5:5–6).
ໃນທຸກມື້ນີ້ກໍມີຄວາມຈຳເປັນຫລາຍສຳລັບຊາຍ ແລະ ຍິງທີ່ຈະພັດທະນາຄວາມນັບຖືທີ່ມີໃຫ້ກັນແລະກັນ ເຖິງແມ່ນວ່າຄວາມເຊື່ອຖື ແລະ ພຶດຕິກຳນັ້ນອາດແຕກຕ່າງຫລາຍ ແລະ ຄວາມຕັ້ງໃຈອາດແຕກຕ່າງກັນຫລາຍປານໃດກໍຕາມ. ມັນເປັນໄປບໍ່ໄດ້ທີ່ຈະຮູ້ທຸກສິ່ງທີ່ຈະແຈ້ງໃຫ້ຄວາມຄິດ ແລະ ຫົວໃຈຂອງເຮົາຮູ້ ຫລື ແມ່ນແຕ່ຈະເຂົ້າໃຈເຕັມທີ່ສະພາບການສຳລັບການທົດລອງ ແລະ ການເລືອກທີ່ເຮົາແຕ່ລະຄົນຈະປະເຊີນ.
ເຖິງຢ່າງໃດກໍຕາມ, ຈະມີຫຍັງເກີດຂຶ້ນກັບ “ຄຳເວົ້າອັນເຮັດໃຫ້ເຈັບຊ້ຳນ້ຳໃຈ” ທີ່ໂປໂລໄດ້ກ່າວເຖິງ ຖ້າທ່າທາງຂອງເຮົາເອງແມ່ນຮ່ວມທັງຄວາມເຫັນອົກເຫັນໃຈສຳລັບປະສົບການຂອງຄົນອື່ນກ່ອນ? ການຍອມຮັບເຂດຈຳກັດຂອງຄວາມບໍ່ສົມບູນແບບ ແລະ ຄວາມບົກພ່ອງຂອງຂ້າພະເຈົ້າເອງຢ່າງເຕັມທີ່, ຂ້າພະເຈົ້າຂໍອ້ອນວອນໃຫ້ທ່ານຝຶກຝົນການສອບຖາມຄຳຖາມນີ້ດ້ວຍຄວາມຄິດເຖິງປະສົບການຂອງຄົນອື່ນວ່າ: “ທ່ານກຳລັງຄິດຫຍັງ?”
ທ່ານຈຳໄດ້ບໍເມື່ອພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ຊາມູເອນ ແລະ ໂຊນຕົກໃຈໂດຍການເລືອກເດັກຊາຍລ້ຽງແກະ, ດາວິດແຫ່ງເບັດເລເຮັມ, ໃຫ້ເປັນກະສັດແຫ່ງອິດສະຣາເອນ? ສາດສະດາຂອງພຣະອົງໄດ້ອະທິບາຍວ່າ, “ເພາະການຕັດສິນຂອງເຮົາບໍ່ຄືການຕັດສິນຂອງມະນຸດ; ມະນຸດເບິ່ງພາຍນອກແຕ່ເຮົາເບິ່ງພາຍໃນຈິດໃຈ” (1 ຊາມູເອນ 16:7).
ເມື່ອບ່ອນນັ່ງໃນລົດຂອງເຮົາເຕັມໄປດ້ວຍຄວັນໄຟ, ພັນລະຍາຂອງຂ້າພະເຈົ້າໄດ້ລົງມືເຮັດສິ່ງທີ່ສະແດງເຖິງວິທີທາງທີ່ກ້າຫານທີ່ສຸດທີ່ນາງຄິດອອກໄດ້ ເພື່ອປົກປ້ອງລູກຊາຍນ້ອຍຂອງພວກເຮົາ. ເຊັ່ນດຽວກັນ ຂ້າພະເຈົ້າກໍໄດ້ເຮັດບົດບາດໃນຖານະຜູ້ປົກປ້ອງ ເມື່ອຂ້າພະເຈົ້າໄດ້ສົງໄສການເລືອກຂອງນາງ. ແທ້ໆແລ້ວ, ມັນບໍ່ສຳຄັນວ່າໃຜຖືກໃຜຜິດຫລາຍກວ່າກັນ. ສິ່ງທີ່ສຳຄັນຄືການຮັບຟັງກັນແລະກັນ ແລະ ການເຂົ້າໃຈທັດສະນະຂອງກັນແລະກັນ.
ຄວາມເຕັມໃຈທີ່ຈະມອງເຫັນຜ່ານທັດສະນະຂອງກັນແລະກັນ ຈະປ່ຽນ “ຄຳເວົ້າອັນເຮັດໃຫ້ເຈັບຊ້ຳນ້ຳໃຈ” ໃຫ້ກາຍເປັນ “ຄຸນປະໂຫຍດ.” ອັກຄະສາວົກໂປໂລໄດ້ເຂົ້າໃຈເລື່ອງນີ້, ແລະ ໃນລະດັບໃດລະດັບໜຶ່ງ ເຮົາແຕ່ລະຄົນກໍສາມາດມີປະສົບການນີ້ໄດ້ຄືກັນ. ມັດອາດບໍ່ປ່ຽນແປງ ຫລື ແກ້ໄຂບັນຫາ, ແຕ່ຄວາມເປັນໄປໄດ້ທີ່ສຳຄັນອາດເປັນໄປວ່າ ຄຸນປະໂຫຍດຈະສາມາດປ່ຽນແປງເຮົາໄດ້.
ຂ້າພະເຈົ້າເປັນພະຍານດ້ວຍຄວາມຖ່ອມຕົນວ່າ ເຮົາສາມາດປະຕິບັດຄຸນປະໂຫຍດໄດ້ ຜ່ານການກ່າວຈາທີ່ເຫັນອົກເຫັນໃຈ ເມື່ອຂອງປະທານແຫ່ງພຣະວິນຍານບໍລິສຸດທີ່ໄດ້ພັດທະນາ ສຳພັດຫົວໃຈຂອງເຮົາ ໃຫ້ຮູ້ຈັກຄວາມຮູ້ສຶກ ແລະ ທັດສະນະຂອງຄົນອື່ນ. ມັນຊ່ອຍໃຫ້ເຮົາປ່ຽນສະພາບການທີ່ອັນຕະລາຍໃຫ້ກາຍເປັນສະຖານທີ່ທີ່ສັກສິດໄດ້. ຂ້າພະເຈົ້າເປັນພະຍານເຖິງພຣະຜູ້ຊ່ອຍໃຫ້ລອດທີ່ຊົງຮັກ, ອົງທີ່ໄດ້ “ເບິ່ງພາຍໃນຈິດໃຈ [ຂອງເຮົາ]” ແລະ ເປັນຫ່ວງກັບສິ່ງທີ່ເຮົາຄິດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.