ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ລາຍ​ງານ​ຂອງ​ພະ​ແນກ​ກວດ​ສອບ​ບັນ​ຊີ​ຂອງ​ສາດ​ສະ​ໜາ​ຈັກ, ປີ 2019
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


ການ​ລາຍ​ງານ​ຂອງ​ພະ​ແນກ​ກວດ​ສອບ​ບັນ​ຊີ​ຂອງ​ສາດ​ສະ​ໜາ​ຈັກ, ປີ 2019

ຮຽນ ຝ່າຍ​ປະທານ​ສູງສຸດ​ຂອງ​ສາດ​ສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່ພົນ​ຍຸກ​ສຸດທ້າຍ

ອ້າຍ​ນ້ອງ​ທັງ​ຫລາຍ: ດັ່ງທີ່ໄດ້ອະທິບາຍໄວ້ໂດຍການເປີດເຜີຍໃນ ພາກ​ທີ 120 ຂອງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ສະພາຈັດ​ການເລື່ອງເງິນ​ສ່ວນສິບ—ຊຶ່ງປະກອບ​ດ້ວຍຝ່າຍ​ປະທານສູງສຸດ, ກຸ່ມອັກຄະສາວົກ​ສິບສອງ, ແລະ ຝ່າຍອະທິການ​ຄວບຄຸມ—ມີ​ສິດອຳນາດ​ໃນການໃຊ້​ຈ່າຍເງິນທຶນຂອງ​ສາດສະໜາຈັກ. ພະແນກ​ຕ່າງໆ​ຂອງ​ສາດສະ​ໜາຈັກ​ຈະໃຊ້​ຈ່າຍ​ເງິນທຶນ​ຕາມ​ທີ່​ງົບ​ປະ​ມານ​ຖືກ​ອະນຸ​ມັດ, ຕາມ​ນະໂຍ​ບາຍ, ແລະ ຕາມ​ລະບຽບ.

ພະແນກ​ກວດ​ສອບ​ບັນຊີ ຊຶ່ງ​ຮ່ວມດ້ວຍ​ເຈົ້າ​ໜ້າທີ່​ອື່ນໆ​ລະດັບ​ມື​ອາຊີບ ແລະ ເປັນໜ່ວຍ​ທີ່​ທຳງານ​ຢ່າງເປັນ​ອິດ​ສະລະ ໂດຍ​ບໍ່ຂຶ້ນ​ຢູ່ກັບ​ພະແນກ ແລະ ໜ່ວຍງານ​ໃດໆ​ຂອງ​ສາດສະ​ໜາຈັກ, ມີ​ໜ້າທີ່​ຮັບຜິດ​ຊອບ​ທີ່ຈະ​ກວດສອບ​ເພື່ອໃຫ້​ແນ່ໃຈ​ກ່ຽວກັບ​ລາຍໄດ້, ລາຍຈ່າຍ, ແລະ ການ​ປົກປ້ອງ​ດູແລ​ຊັບສິນ​ຂອງ​ສາດສະ​ໜາຈັກ.

ຕາມການ​ດຳເນີນ​ງານ​ການ​ກວດສອບ, ພະແນກ​ກວດສອບ​ບັນຊີ​ລົງ​ຄວາມເຫັນ​ວ່າ ລາຍໄດ້, ລາຍຈ່າຍ, ແລະ ຊັບສິນ​ຂອງ​ສາດສະ​ໜາຈັກສຳ​ລັບ​ປີ 2019 ໄດ້ຖືກ​ບັນທຶກ​ຕາມ​ລະບົບ​ບັນຊີ ທີ່ໄດ້​ຮັບ​ອະນຸ​ມັດ, ຕາມ​ນະໂຍ​ບາຍ, ແລະ ຕາມ​ລະບຽບ​ຂອງການ​ປະຕິ​ບັດ​ບັນຊີ. ສາດສະ​ໜາຈັກ​ເຮັດ​ຕາມ​ການ​ປະຕິ​ບັດ​ທີ່​ສິດສອນ​ສະມາ​ຊິກຂອງ​ສາດສະ​ໜາຈັກ​ວ່າ ໃຫ້​ດຳລົງ​ຊີວິດ​ຢູ່ໃນ​ຂອບເຂດ​ງົບ​ປະ​ມານ, ຫລີກ​ເວັ້ນ​ໜີ້ສິນ, ແລະ ອອມສິນ​ໄວ້ເພື່ອ​ຍາມຂັດສົນ.

ດ້ວຍ​ຄວາມ​ນັບຖື​ເປັນ​ຢ່າງສູງ,

ພະແນກ​ກວດສອບ​ບັນຊີ​ຂອງ​ສາດສະ​ໜາຈັກ

ແຄວິນ ອາ ເຈີເກັນເຊັນ

ຫົວ​ໜ້າ​ຜູ້​ຈັດ​ການ

ພິມ